13 April 2018

ແຄນມໍລະດົກລາວ ມໍລະດົກໂລກ

(ຮູບຈາກລູກສິດ ທີ່ມັກເປົ່າແຄນ)
ແຄນເປັນເຄື່ອງດົນຕຣີພື້ນເມືອງຊະນິດໜຶ່ງທີ່ມີມາຕັ້ງແຕ່ບູຮານນະການຂອງຄົນລາວ. ແຕ່ຖ້າຖາມວ່າ ແມ່ນ ຜູ້ໃດເປັນຄົນຜະລິດແຄນ ຫລື ເຮັດແຄນເປັນຄົນທຳອິດ ແລະ ເປັນຫຍັງຕ້ອງເອີ້ນວ່າ: “ແຄນ” ແລ້ວມາ ຮອດ ເວລານີ້ຍັງບໍ່ມີຫລັກຖານຢັ້ງຢືນທີ່ແນ່ນອນ ມີພຽງນິທານປະຣຳປະຣາເລົ່າສືບໆຕໍ່ກັນມາຫລາຍເລື່ອງ… 
ແຄນແມ່ນເຄື່ອງດົນຕີອຳມະຕະຂອງຄົນລາວເຊິ່ງເປັນສິ່ງທີ່ຕິດພັນຢ່າງສະໜິດແໜ້ນກັບຊີວິດມາຊ້ານານ, ແຄນສາມາດກ່ອມອາລົມຄົນໃຫ້ມ່ວນຊື່ນສຸກສັນໃນຍາມມີໄຊຊະນະ ແລະ ປະສົບຜົນສຳເລັດ. ນອກນີ້ແລ້ວ ແຄນ ຍັງສາມາດກ່ອມຈິດໃຈໃຫ້ຄົນຄຶດຮອດບ້ານເກົ່າເມືອງຫລັງທີ່ເຄີຍພັກອາໄສ, ເຮັດໃຫ້ຄຶດຮອດອະດີດ. ຜູ້ເຖົ້າ ຜູ້ແກ່ ເມື່ອໄດ້ຟັງສຽງແຄນລາຍຕ່າງໆ ເຊັ່ນ: ລົມພັດໄຜ່, ແມ່ຮ້າງກ່ອມລູກ, ກາເຕັ້ນກ້ອນ, ໂປ້ຊ້າຍ, ລ່ອງນ້ອຍ, ລ່ອງໃຫຍ່, ສຸດສະແນນ, ເດີນດົງ ຫຼື ເປົ່າໃນຈັງຫວະຂັບລຳທ້ອງຖິ່ນບ້ານເຮົາ ບາງຄົນຟັງແລ້ວ ກໍພໍຢາກຮ້ອງໄຫ້ ນຳພຸ້ນລະ. 
ແຄນເປັນເຄື່ອງດົນຕີປະເພດໃຊ້ປາກເປົ່າດ້ວຍວິທີສູບລົມເຂົ້າ-ອອກຕາມຈັງຫວະ ແລະ ທຳນອງ ຫຼື ລາຍ ທີ່ໄດ້ກຳນົດຢ່າງຄັກແນ່. ແຄນລາວປະກອບມີ ໔ ພາກສ່ວນສຳຄັນຄື: ໄມ້ລູກແຄນ(ໄມ້ອໍ້), ເຕົ້າແຄນ (ໄມ້ດູ່ ຫຼື ໄມ້ແຄນ), ລີ້ນແຄນເຮັດດ້ວຍທອງ ຫຼື ເງິນ, ສະເພາະຂີ້ສູດແມ່ນໃຊ້ໄວ້ຍຶດຕິດລະຫວ່າງລູກແຄນກັບເຕົ້າແຄນ ໃຫ້ແໜ້ນ ທັງບໍ່ໃຫ້ລົມຝິ່ວ ແລະ ເອົາໄວ້ຕິດຮູແຄນ ເພື່ອບັງຄັບໃຫ້ການອອກສຽງໄດ້ດັ່ງໃຈ. 
ບາງທັດສະນະບອກວ່າແຄນມີ ໒ ຊະນິດຕົ້ນຕໍຄື: ແຄນນ້ອຍ(ຍາວສອກຄືບ, ສອງສອກ ຫລື ສອງສອກ ຄືບ) ແລະ ແຄນໃຫຍ່ (ຍາວ ສາມສອກ, ສາມສອກຄືບ ຫລື ສີ່ສອກ ແລະ ເຄີຍມີຮອດຫົກສອກ)ແຄນນີ້ ຍັງຈັດ ອອກເປັນ ໒ ປະເພດຄື: ແຄນເຈັດ ແລະ ແຄນແປດ(ແຄນເຈັດມີລູກເຈັດຄູ່, ແຄນແປດມີລູກແປດຄູ່) ແຕ່ໝໍແຄນ ບາງຄົນກໍເວົ້າວ່າແຄນມີ ໔ ຊະນິດຄື: 
໑. ແຄນຫົກ: ເປັນແຄນສໍ່ານ້ອຍເອີ້ນວ່າ ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ ໓ ລູກ ມີສຽງນຳ ກັນ ໕ ສຽງຄື: ຟາ-ຊອນ-ລາ-ໂດ-ເຣ. 
໒. ແຄນເຈັດ: ເປັນແຄນສ່ຳກາງມີລູກຂ້າງລະ ໗ ລູກ, ແຄນສ່ຳກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ ໗ ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ. 
໓. ແຄນແປດ: ເປັນແຄນສໍ່າກາງເຊິ່ງໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ ໃຊ້ສຳລັບເປົ່າດ່ຽວໂດຍປະສົມປະ ສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່. 
໔. ແຄນເກົ້າ: ເປັນແຄນທີ່ມີລູກຂ້າງລະເກົ້າ, ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມເປົ່າໃສ່ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ, ລຳນິທານແຕ່ເກົ່າ. ໃນປະຈຸບັນປາກົດວ່າ ໃນວົງການໝໍລຳບໍ່ມັກໃຊ້ກັນແລ້ວ ແຕ່ໃນ ບາງເຂດກໍມີການຂົບງັນບຸນປະເພນີດ້ວຍສຽວແຄນຢູ່. 
ໂດຍທົ່ວໄປພວກເຮົາເຫັນ “ແຄນ” ທີ່ໃຊ້ເປົ່າທົ່ວໄປຂອງລາວລຸ່ມຈະມີຫົກຄູ່, ເຈັດຄູ່, ແປດຄູ່ ແລະ ເກົ້າຄູ່ ສ່ວນ ແຄນລາວສູງມີ ສາມຄູ່ ເຊິ່ງໃຊ້ເປົ່າໃນງານຕ່າງໆພາຍໃນບ້ານຂອງຕົນເອງ.
“ແຄນ” ໂດຍທົ່ວໄປແລ້ວເຮັດດ້ວຍ “ໄມ້ອໍ້” ຫລືບາງທ້ອງຖິ່ນເອີ້ນວ່າ: “ໄມ້ເຮ້ຍນ້ອຍ” ໂດຍມີວິທີການ ເຮັດ ຢ່າງປານີດ, ລີ້ນຂອງແຄນທີ່ກໍ່ໃຫ້ເກີດ “ສຽງ” ເຮັດດ້ວຍເງິນສົດ, ການປ້ອງກັນບໍ່ໃຫ້ລົມຝິ່ວໃນເວລາເປົ່າ ເພິ່ນໄດ້ໃຊ້ “ຂີ້ສູດ” ຕິດໄວ້ກັບເຕົ້າ ການເຮັດແບບນີ້ຍັງເປັນວິທີການເຮັດໃຫ້ລູກແຄນຍຶດຕິດກັບເຕົ້າໄດ້ແໜ້ນດີ. 
ການເປົ່າແຄນເພິ່ນຈະໃຊ້ມືສອງຂ້າງຕຸ້ມເຕົ້າແຄນໄວ້ແໜ້ນ, ນິ້ວມືທັງສິບ(ສອງຂ້າງ)ມີໜ້າທີ່ໃນການປິດ ເປີດລົມໃນປ່ອງທີ່ເພິ່ນເຈາະຮູໄວ້ ເພື່ອກໍ່ໃຫ້ເກີດການປ່ຽນແປງຂອງສຽງຕາມຈັງຫວະຂອງຜູ້ເປົ່າທີ່ໃຊ້ປາກຕິດກັບ ເຕົ້າແຄນ ເພື່ອເປົ່າລົມເຂົ້າ ຫລື ອອກຕາມຈັງຫວະຂອງເພງທີ່ຕ້ອງການ. 
ສວ່ນຫລາຍແມ່ນໃຊ້ເປົ່າສະແດງລວດລາຍ , ຄວາມສາມາດ ແລະ ພະລະກຳລັງ ຄວາມກ້າຫານຂອງຜູ້ເປົ່າ ເຊິ່ງບໍ່ໄດ້ປະກອບ ໃຫ້ກັບການຂັບລຳພື້ນເມືອງແຕ່ຢ່າງໃດ. ເມື່ອພວກເຮົາຫວນຄືນ ແລະ ຮຽນຮູ້ວັດທະນະທຳ ຂອງຊາດຫຼາຍເທົ່າໃດ ຍິ່ງເຮັດໃຫ້ພວກເຮົາ ຫຼື ເວົ້າວ່າ ຜູ້ໃດຫາກມີເຊື້ອຊາດລາວຈະມີຄວາມຜູກພັນກັບ ວັດທະ ນະທໍາຂອງຊາດຕົນ.
ຄົນລາວທຸກໆຄົນ ບໍ່ວ່າຫນຸ່ມນ້ອຍ ຍິງ - ຊາຍ ເຖົ້າແກ່ ທີ່ມີນໍ້າໃຈຮັກຊາດ ແລະ ຮັກວັດທະນະທຳທີ່ເປັນມູນເຊື້ອຂອງຊາດລາວ ຄວນພ້ອມກັນຫັນມາອະນຸລັກຮັກສາ ແລະ ສົ່ງເສີມຄົນລາວໃຫ້ຮູ້ການຮັກສາວັດທະນະທຳ ດັ່ງແຄນ ເລີ່ມແຕ່ມື້ນີ້ ແລະ ພ້ອມກັນສືບຕໍ່ພັດທະນາກ້າວໄປແຕ່ລະຂັ້ນ ດວ້ຍຄວາມເຊື່ອໝັ້ນ ເພື່ອຮັກສາມໍລະ ດົກຕົກທອດຂອງບັນພະບູລຸດເຮົານີ້ເອົາໄວ້.
(ພໍ່ຕູ້ນີ້ ເປັນຄົນພິການ ແຕ່ເພິ່ນເປັນຊ່າງແຄນ ຢູ່ທາງ ໜອງເປັດ-ຊຽງຂວາງ)
(ຂອບໃຈທີ່ອ່ານ)

02 April 2018

ເລື່ອງຂອງການປ່ຽນ ຈ.ສ ແລະ ພ.ສ

ຫາກມີຄົນຖາມວ່າ ມື້ນີ້  ວັນທີ ໒ ເມສາ ຄ.ສ ໒໐໑໘ ເປັນປີ ພ.ສ.ໃດ ? ມັນແມ່ນປີ ພ.ສ. ໒໕໖໑ ຫຼື ໒໕໖໐ ຖ້າເຮົາຕອບວ່າ ເປັນປີ ພ.ສ ໒໐໖໑ ນັ້ນແມ່ນ ຜິດ ແຕ່ຫາກຕອບວ່າ ເປັນປີ ພ.ສ ໒໕໖໐  ແມ່ນຖືກ... 
ຄົນທີ່ຕອບ ວ່າເປັນປີ ພ.ສ ໒໕໖໑ ນັ້ນສ່ວນໃຫຍ່ອາດຈະເປັນເດັກນ້ອຍ, ໄວລຸ້ນ ຫລື ຜູ້ທີ່ຈື່ມາຈາກການເບິ່ງແຕ່ໂທລະພາບໄທ, ຟັງວິທະຍຸໄທ ກະເລີຍຕອບແບບຄົນໄທ ເພາະວ່າປະເທດໄທນັ້ນ ລັດຖະບານຂອງເຂົາໄດ້ປະກາດໃຊ້ ພ.ສ. ເປັນທາງການນັບມາແຕ່ປີ ຄ.ສ.໑໙໑໒ ເປັນຕົ້ນມາ ແລະ ໄດ້ກຳນົດເອົາການປ່ຽນໃຊ້ ພ.ສ ກັງກັບ ວັນທີ ໑ ມັງກອນ ຄືກັບການປ່ຽນປີ ຄ.ສ. ເລີ່ມໃຊ້ມາ ແຕ່ປີ ຄ.ສ ໑໙໔໒ ເຊິ່ງຕ່າງຈາກປະເທດລາວຂອງເຮົາ ທີ່ຍັງຖືເອົາມື້ ແຮມ ໑ ຄໍ່າ ເດືອນຫົກ(໖) ຂອງປີລາວ ເປັນມື້ປ່ຽນ ພ.ສ ໂດຍນັບເອົາວັນວັນຫລັງຈາກພຣະພຸດທະເຈົ້າປະລິນິບພານ(ມື້ເດືອນຫົກເພັງ)ເປັນມື້ປ່ຽນ ພ.ສ ຫລື ພຸດທະສັກກະລາດ ຫລື ພຸດທະສັງກາດ.
ຄົນລາວທີ່ຮັກ ແລະ ຍືດຖືຮີດຄອງປະເພນີ ແລະ ປະຕິທິນລາວຕາມຫຼັກໂຫລາສາດລາວທີ່ຕິດພັນກັບພຸດທະສັງກາດ (ພ.ສ.) ແລະ ຈຸລະສັງກາດ (ຈ.ສ.) ຜູ້ທີ່ມີບົດບາດໃນການປົກປັກຮັກສານີ້ກໍຄື ພຣະສົງ ສາມະເນນ ເພາະພຣະສົງສາມະເນນນັ້ນ ໄດ້ນຳພາປະຕິບັດຮີດ ໑໒ ຄອງ ໑໔ ໃຫ້ຖືກຕ້ອງສອດຄ່ອງກັບວັດທະນະທຳອັນດີງາມຂອງລາວ ໂດຍໄດ້ຍຶດຖື່ວ່າ ຫຼັກການປ່ຽນປີໃໝ່ ປີ ພ.ສ. ແມ່ນວັນບຸນວິສາຂະບູຊາຂອງແຕ່ລະປີຜ່ານໄປ.
ດ້ວຍເຫດຜົນນີ້ ຄຳຕອບທີ່ຖືກຕ້ອງຕໍ່ຄຳຖາມ ມື້ນີ້ ວັນທີ ໒ ເມສາ ປີ ຄ.ສ ໒໐໑໘ ຈິ່ງແມ່ນ ປີ ພ.ສ. ໒໕໖໐ ຢູ່ ຈົນກ່ວາຈະຮອດທ້າຍເດືອນໜ້າ ວັນທີ ໒໙ ເມສາ ໒໐໑໘ ຈຶ່ງຮອດມື້ບຸນວິສາບູຊາ ວັນທີ ໓໐ ເມສາ ຈິ່ງປ່ຽນເປັນມື້ທຳອິດ(ມື້ທີ ໑)ຂອງປີ ພ.ສ.໒໕໖໑.
ຍ້ອນມີຄົນລາວຈຳນວນນ້ອຍເຂົ້າໃຈວ່າດຽວນີ້ ແມ່ນປີ ພ.ສ. ໒໕໖໑ ເພາະເຄີຍເຫັນພິມຢູ່ໃນບົດອວຍພອນ, ບັດອວຍພອນ, ຂຽນຕາມປ້າຍຕ້ອນຮັບປີໃໝ່ ທີ່ຂຽນບອກວ່າເປັນປີ ພ.ສ ໒໕໖໑ ໂດຍບໍ່ໄດ້ຄຳນຶງເຖິງວ່າພວກເຮົາກຳລັງຢູ່ປີ ພ.ສ ໃດແທ້.
ຫາກເຮົາຂຽນວ່າ: “ຕ້ອນຮັບປີໃໝ່ລາວ ຈ.ສ ໑໓໘໐ ປີ ຈໍ ຫຼື ປີ ເປີກເສັດ” ເວົ້າ ຫຼື ຂຽນ ແບບນີ້ແມ່ນຖືກຕ້ອງທີ່ສຸດຕາມຕຳລາໂຫລະສາດລາວ ໃນໄລຍະເທສະການບຸນສົງການປີໃໝ່ລາວ ຊຶ່ງຈະມາເຖິງໃນວັນທີ ໑໔ - ໑໖ ເມສາ ຄ.ສ ໒໐໑໘ ພວກເຮົາຈະໄດ້ສະເຫຼີມສະຫຼອງປີ ຈຸລະສັງກາດ ຫຼື ຈຸລະສັກກະລາດ ຫລື ປີ ຈ.ສ ທີ່ເປັນເອກະລັກອັນໜຶ່ງຂອງວັດທະນະທຳປະຈຳຊາດລາວເຮົາ ທີ່ຍຶດຖືມາຫລາຍເສັ່ນຄົນ.
ກົງກັນຂ້າມ ຖ້າພວກເຮົາເວົ້າ ຫຼື ຂຽນວ່າ: “ຕ້ອນຮັບປີໃໝ່ລາວ ພ.ສ. ໒໕໖໑” ແມ່ນຜິດພາດ ເພາະສະແດງໃຫ້ເຫັນວ່າ ພວກເຮົາເຂົ້າໃຈຜິດ ຫຼື ບໍ່ໄດ້ເຂົ້າໃຈຄົບຖ້ວນກ່ຽວກັບປະຕິທິນ ໓ ລະບົບ ທີ່ຕິດພັນກັບຄົນລາວ ຄື ຈຸລະສັງກາດ (ຈ.ສ.), ພຸດທະສັງກາດ (ພ.ສ.) ແລະ ຄຼິດຕະສັງກາດ(ຄ.ສ).
ຫຼັກໂຫລະສາດລາວໄດ້ບົ່ງບອກວ່າ ການສົ່ງທ້າຍປີ ຈ.ສ.ເກົ່າ ກັບການຮັບຕ້ອນປີ ຈ.ສ.ໃໝ່ ນັ້ນແມ່ນເຫດຜົນຕົ້ນຕໍໃນການຈັດຕັ້ງບຸນປີໃໝ່ລາວ; ສ່ວນວ່າການປ່ຽນ ປີ ພ.ສ. ແມ່ນເກີດຂຶ້ນຫຼັງວັນວິສາຂະບູຊາຂອງທຸກໆປີ (ວັນສົງການມາກ່ອນວັນວິສາຂະວິບູຊາສະເໝີ) ເພາະສະນັ້ນ ບຸນສົງການປີນີ້ ພວກເຮົາຍັງຢູ່ໃນປີ ພ.ສ ໒໕໖໐ ຢູ່ ເພາະຍັງອີກປະມານ ໒ ອາທິດຂ້າງໜ້າ ຈິ່ງປ່ຽນປີ ພ.ສ ເກົ່າ ໄປສູ່ປີ ພ.ສ ໃໝ່, ປ່ຽນຈາກປີ ພ.ສ ໒໕໖໐ ເປັນ ປີ ພ.ສ ໒໕໖໑. ສະນັ້ນ ໃນໂອກາດບຸນສົງການປີໃໝ່ລາວ ຖ້າພວກເຮົາຂຽນຄຳຂວັນວ່າ: “ຕ້ອນຮັບປີໃໝ່ ພ.ສ.໒໕໖໑” ມັນຄົງເປັນຕາຢາກຫົວສຳລັບຜູ້ຮູ້ ເພາະວ່າມັນຍັງບໍ່ທັນຮອດວັນນັ້ນເທື່ອ.
ບຸນສົງການປີນີ້ແມ່ນ ປີ ຈ.ສ. ໑໓໗໙ ຈະສິ້ນສຸດລົງໃນມື້ສັງຂານລ່ວງ ເຊິ່ງກົງກັບວັນເສົາ ວັນທີ ໑໔ ເມສາ ປີ ຄ.ສ ໒໐໑໘ ແມ່ນມື້ແຮມ ໑໔ ຄ່ຳ ດືອນຫ້າ(໕) ປີລະກາ(ໄກ່)ເວລາ ໙ ໂມງ ໑ ນາທີ ໔໘ ວິນາທີ ຕໍ່ໃສ່ວັນອາທິດ ໑໕ ເມສາເປັນມື້ເນົາ ເຊິ່ງເປັນມື້ທີ່ຢູ່ຂໍ້ຕໍ່ລະ ຫວ່າງປີເກົ່າກັບປີໃໝ່; ສ່ວນມື້ຂຶ້ນວັນປີໃໝ່ (ມື້ສັງຂານຂຶ້ນ) ແມ່ນ ວັນຈັນ ວັນທີ ໑໖ ເມສາ ປີ ຄ.ສ ໒໐໑໘ ກົງກັບມື້ອອກໃໝ່ ໒ ຄ່ຳ ເດືອນຫົກ(໖) ເປັນມື້ປ່ຽນ ປີ ຈຸລະສັກ ກະລາດ ຫຼື ຈຸລະສັງກາດ ຫຼື ປີ ຈ.ສ ຈາກ ໑໓໗໙ ເປັນ ປີ ໑໓໘໐ ເວລາ ໑໒ ໂມງ ໌໙ ນາທີ ໒໔ ວິນາທີ ເປັນຕົ້ນໄປ ພ້ອມກັນນັ້ນກໍເປັນການປ່ຽນຈາກປີລະກາ (ໄກ່) ມາເປັນ ປີຈໍ(ໝາ) ຫຼື ປ່ຽນຈາກປີ “ເມີງເຮົ້າ” ມາເປັນ ປີ “ເປີກເສັດ”....ນັ້ນແລ...
ສະບາຍດີປີໃໝ່ ຈ.ສ ໑໓໘໐
(ຂອບໃຈທີ່ອ່ານ)

05 March 2018

ຈະໜີຈາກປະຊາຊົນໄດ້ຢ່າງໃດ...

(ຕົ້ນຕານ ສັນຍາລັກ ທ່າເຮືອ-ເຂດເມືອງເກົ່າ-ທ່າແຂກ)
ຫວນຄືນອະດີດ ໃນວັນທີ 21 ມີນາ 1946 ວັນເສຍສະຫຼະຊີວິດ ເພື່ອປະເທດຊາດ (ວັນຄຽດແຄ້ນຂອງປະຊາຊົນລາວ ຊາວເມືອງທ່າແຂກ ແຂວງຄຳມ່ວນກໍຄືປະຊາຊົນລາວ)ຄົບຮອບ 72 ປີ ໃນວັນທີ 21 ມີນາ 2018 ນີ້!
(ຂອບໃຈເຈົ້າຂອງພາບ-ຈາກອິນເຕີເນັທ)
ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງປະລາໄຊ ແລະ ລາວເຮົາໄດ້ປະກາດເອກະລາດບໍ່ຂຶ້ນກັບຝຣັ່ງເສດ ແລະ ຍີ່ປຸ່ນໃນວັນທີ 12 ຕຸລາ 1945 ແທນທີ່ປະຊາຊົນລາວພວກເຮົາຈະໄດ້ເປັນເຈົ້າຂອງປະເທດຊາດ ແລະ ໄດ້ມີໂອກາດສ້າງສາພັດທະນາບ້ານເກີດເມືອງນອນຂອງຕົນເອງ ໃນເມື່ອປະເທດຊາດໄດ້ຫຼຸດພົ້ນອອກຈາກແອກຄອບຄອງຂອງຕ່າງດ້າວແລ້ວ, ແຕ່ສະພາບການພັດບໍ່ເປັນໄປຄືແນວນັ້ນ ພວກເຮົາໄດ້ມີສັນຕິພາບໃນໄລຍະເວລາພຽງ 4 ເດືອນກ່ວາເທົ່ານັ້ນ, ພວກລ່າເມືອງຂຶ້ນຝຣັ່ງໄດ້ກັບເຂົ້າມາຮຸກຮານລາວເຮົາອີກເປັນຄັ້ງທີສອງ.
ເຂດເມືອງເກົ່າແຄມຂອງ
ໃນບັ້ນຮົບອັນດຸເດືອດຄັ້ງໜຶ່ງ ທີ່ເມືອງທ່າແຂກ ແຂວງຄຳມ່ວນ ສະເດັດເຈົ້າ ສຸພານຸວົງ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ ແລະ ທ່ານ ຫງວຽນແຈ້ງ ໄດ້ຈັດຕັ້ງ ກອງກຳລັງປະສົມປ້ອງກັນເມືອງທ່າແຂກຂຶ້ນ ເພື່ອຕ້ານຢັນກັບທະຫານຝຣັ່ງທີ່ໄດ້ບຸກຕີເອົາແຂວງສະຫວັນນະເຂດ ແລະ ມຸ່ງໜ້າຂຶ້ນມາຍັງເມືອງທ່າແຂກ.
ກ່ອນນີ້ເອີ້ນໂຮງແຮມສີ່ຊັ້ນ ທັນສະໄໝ ແລະ ໃຫຍ່ທີ່ສຸດໃນທ່າແຂກ-ເຂດທ່າເຮືອນັ້ນລະ
ວັນທີ 21 ມີນາ 1946 ເວລາ 4 ໂມງ 50 ນາທີ ພວກຝຣັ່ງໃຊ້ຍົນສະປິດຟາຍ 4 ລຳ ບິນຂຶ້ນຫວ່ານໃບປິວທີ່ມີລາຍເຊັນຜູ້ບັນຊາການທະຫານສູງສຸດຂອງຝຣັ່ງປະຈຳຢູ່ອິນ
ດູຈີນ ເຊິ່ງມີເນື້ອໃນວ່າ '' ໃຫ້ກອງກຳລັງປະກອບອາວຸດປະຈຳເມືອງທ່າແຂກ ອອກມາຍອມຈຳນົນທີ່ທາງ 3 ແຍກກິໂລແມັດທີ 4 ນາມະລາດ ໂດຍດ່ວນ ຖ້າບໍ່ປະຕິບັດພາຍໃນ 15 ນາທີ ເມືອງທ່າແຂກ ຈະຖືກທຳລາຍ ແລະ ທຸກຄົນຈະຖືກດັບສູນ ''
ຄຳເວົ້າທີ່ສະແດງເຖິງນ້ຳໃຈທີ່ປະເສີດ-ສູງສົ່ງຂອງລຸງປະທານ ສຸພານຸວົງ ທີ່ບໍ່ຄວນລືມ...ຂອບໃຈພາບຈາກ Facebook page "ປະທານສຸພາ ນຸວົງ"
ກອງກຳລັງຂອງ ສະເດັດເຈົ້າ ສຸພານຸວົງ ໄດ້ເດັດດ່ຽວບໍ່ຍອມຈຳນົນ ແລະ ສຽງປືນກໍແຕກຂຶ້ນໃນໄລຍະຕໍ່ມາພວກເຂົາໄດ້ນຳໃຊ້ທັງປືນໃຫຍ່ ແລະ ເຮືອບິນສູ້ຮົບເຂົ້າທຳລາຍຕົວເມືອງທ່າແຂກ ເຮັດໃຫ້ປະຊາຊົນລົ້ມຕາຍເປັນຈຳນວນຫຼວງ ຫຼາຍ, ຮອດເວລາ 12 ໂມງທ່ຽງຂອງວັນດຽວກັນ ເມື່ອເຫັນວ່າສະພາບການເຫຼັກຫຼາຍກ່ວາຖ່ານ ແລະ ເພື່ອຮັກສາຄວາມປອດໄພໃຫ້ແກ່ສະເດັດເຈົ້າສຸພານຸວົງ ຄະນະປ້ອງກັນຈິ່ງຮ້ອງຂໍໃຫ້ ລຸງສຸພານຸວົງ ໂຕນໜີຂ້າມໄປນະຄອນພະນົມເພື່ອຫຼົບໄພເສຍກ່ອນ, ແຕ່ເພິ່ນຊ້ຳພັດບໍ່ຍອມໄປ ເພາະຕ້ອງລໍຟັງລາຍງານສະພາບການຈາກແນວຮົບ, ສະເດັດເຈົ້າສຸພານຸວົງໄດ້ເວົ້າຂຶ້ນວ່າ: ''ຈະໜີຈາກປະຊາຊົນໄດ້ຢ່າງໃດໃນເມື່ອເມືອງທ່າແຂກ ຍັງມີນັກຮົບກູ້ຊາດ ຕໍ່ສູ້ກັບສັດຕູຢູ່'' ຄຳເວົ້າດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າຫານ ແລະ ເດັດດ່ຽວຕໍ່ສູ້ຍອມເສຍສະຫຼະເພື່ອປະເທດຊາດ ເພື່ອປະຊາຊົນ ຂອງລຸງສຸພານຸວົງຢ່າງແທ້ຈິງ!
ພາຍຫຼັງຈາກນັ້ນ, ເມື່ອສະພາບການບີບຮັດ ລຸງສຸພາ ນຸວົງ ຈິ່ງໄດ້ຖອຍໜີຈາກເມືອງທ່າແຂກທາງເຮືອ ເພື່ອຂ້າມໄປຝັ່ງໄທ ແຕ່ກໍຖືກເຮືອບິນຂອງສັດຕູບິນຍິງທຳລາຍເຮັດໃຫ້ເພິ່ນຖືກບາດເຈັບ ກະສຸນລູກປືນຍິງຖືກໂຕເພິ່ນກະດູກຂ້າງຫັກ 3 ຊີກ ແລະ ທະຫານຄຸ້ມກັນເພິ່ນໄດ້ເສຍສະຫຼະຊີວິດເພື່ອກັ້ງບັງກະສຸນລູກປືນໃຫ້ເພິ່ນອີກ 2 ສະຫາຍ, ແຕ່ຖືວ່າໂຊກດີີ່ທີ່ເພິ່ນສາມາດຂ້າມໄປຝັ່ງນະຄອນພະນົມ ແລະ ຮັກສາຕົວຢູ່ທີ່ນັ້ນ.
ດຽວນີ້ປ່ຽນມາເປັວັນວັນເສຍສະຫຼະຊີວິດ ເພື່ອປະເທດຊາດ(ວັນເສຍອົງຄະ)
ສົງຄາມຮຸກຮານເມືອງທ່າແຂກ ໃນວັນທີ 21 ມີນາ 1946 ຂອງພວກລ່າເມືອງຂຶ້ນຝຣັ່ງ ໄດ້ສັງຫານປະຊາຊົນຊາວເມືອງທ່າແຂກຜູ້ບໍລິສຸດປະມານ 3,000 ຄົນເຊິ່ງໃນນັ້ນ 1 ໃນ 5 ເປັນເດັກນ້ອຍ, ສອງວັນຜ່ານໄປຊາກສົບກໍເລີ່ມເນົ່າໃຄ່ ແລະ ຟູຂຶ້ນທົ່ວໜ້ານ້ຳແມ່ນ້ຳຂອງ ສົ່ງກິ່ນເໝັນສະເອືອນໄປທົ່ວບໍລິເວນ, ວັນດັ່ງກ່າວ ຈິ່ງໄດ້ກາຍມາເປັນວັນຄຽດແຄ້ນຫາອັນປຽບບໍ່ໄດ້ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວເມືອງທ່າແຂກວິລະຊົນ!
ຂອບໃຈ-ພາບຈາກອິນເຕີເນັທ
ປະທານສຸພານຸວົງ ວິລະບູລຸດຜູ້ພິລາດອາດຫານ ຈະຍັງຄົງຍືນຍົງຢູ່ໃນດວງໃຈຂອງປະຊາຊົນລາວ ຕະຫຼອດໄປ!! 
ຂໍອະນຸຍາດນຳເຈົ້າຂອງພາບ(Manisouk)
ຂອບໃຈເຈົ້າຂອງບົດບັນທຶກນີ້
ຄັດຈາກ Facebook/page “ປະທານສຸພານຸວົງ”