20 May 2014

54 ປີ ທີ່ມີຄວາມໝາຍອັນຍິ່ງໃຫຍ່ ໃນປະຫວັດສາດລາວ

ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລະກຳໂຕນຄຸກແບບມະຫັດສະຈັນຂອງຜູ້ນຳເຮົານີ້ ແມ່ນດຳເນີນໃນວັນທີ 24/05/1960 ນັບວ່າເປັນໜຶ່ງ ໃນບັນດາເທດການພົ້ນເດັ່ນຂອງການປະຕິວັດລາວ 
*(ແຫລ່ງຂ່າວຈາກ ຂປລ-ຄັດຈາກການໂອ້ລົມຂອງທ່ານ ສະໝານ ວິນຍາເກດ ອະດີດກຳມະການກົມການເມືອງສູນ ກາງພັກ, ຫົວໜ້າຄະນະຊີ້ນຳວຽກງານແນວຄິດທິດສະດີສູນກາງພັກ ຄັ້ງວັນທີ 25 ພຶດສະພາ 2010 ເຊິ່ງໄດ້ປາຖະກະຖາຢູ່ທີ່ໂຄສະນາອົບຮົມສູນກາງພັກ)
ໃນປີ 1957 ຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ພ້ອມກຳລັງທັງໝົດຂອງຝ່າຍປະເທດລາວໄດ້ເຕົ້າໂຮມ ຢູ່ສອງແຂວງພາກເໜືອ( ຫົວພັນ ແລະ ຜົ້ງສາລີ) ເຊິ່ງໄດ້ເຂົ້າຮວມລາວຄັ້ງທີ I, ບັນດາພະນັກງານຂັ້ນສູງຂອງແນວ ລາວຮັກຊາດໄດ້ເຂົ້າຮ່ວມເປັນລັດຖະມົນຕີ ໃນຄະນະລັດຖະບານປະສົມແຫ່ງ ຊາດສອງຝ່າຍ ປະກອບມີ ສະເດັດເຈົ້າສຸພານຸວົງ ແລະ ທ່ານ ພູມີ ວົງວິຈິດ, ກຳລັງທະຫານ 1.500 ຄົນ ແບ່ງອອກເປັນ 2 ກອງພັນຄື: ກອງ ພັນທີ 1 ຢູ່ຊຽງເງິນ ແຂວງຫລວງພະບາງ, ກອງພັນທີ 2 ຢູ່ທົ່ງໄຫຫີນ ແຂວງຊຽງຂວາງ. 
(ພາບບໍ່ກ່ຽວກັບກອງພັນທີ 2 ຂໍອະໄພ) 
ວັນທີ 14/05/1958 ໄດ້ມີການເລືອກຕັ້ງຜູ້ແທນລາດດອນເພີ່ມເຕີມ-ຝາຍ ແນວລາວຮັກ ຊາດ ແລະ ສັນຕິພາບເປັນກາງ ໄດ້ 13 ທີ່ນັ່ງ ໃນຈຳນວນ 21 ທີ່ນັ່ງ. ວັນທີ 18 ກໍລະກົດ 1959 ພວກຜຸຍ ສະນະນິກອນ ໄດ້ອອກຄຳສັງ ໃຫ້ດຳເນີນການຈັບກຸມ ຄຸມຂັງ ບັນດາຜູ້ນຳ ຂອງພັກ ແລະ ແນວລາວຮັກຊາດ 16 ທ່ານ ຄື: ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີ ທົນ ກົມມະດຳ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ, ທ່ານ ໝື່ນ ສົມວິຈິດ, ທ່ານ ສີຊະນະ ສີສານ, ທ່ານ ມາ ໄຂຄຳພິທູນ, ທ່ານ ຄຳຜາຍ ບຸບຜາ, ທ່ານ ບົວສີ ຈະເລີນສຸກ, ທ່ານ ມະຫາສົມບູນ ວົງໜໍ່ບຸນທຳ, ທ່ານ ເພົ້າ ພິມພະຈັນ, ທ່ານ ຄຳເພັດ ພົມມະວັນ, ທ່ານ ພູເຂົາ ແລະ ທ່ານ ມານະ ວົງອີສານ. ຄຸກແຫ່ງນີ້ແມ່ນດັດແປງ ມາຈາກຄອກມ້າຝຣັ່ງ ທີ່ມີຄວາມຍາວປະມານ 24 ແມັດ ກໍ່ຝາຜ່າເຄິ່ງ ແຕ່ລະຟາກຂັ້ນເປັນຫ້ອງ ນ້ອຍໆ ຟາກລະ 8 ຫ້ອງ ຝາ, ເພດານ ປະຕູ ແມ່ນເສີມເຫລັກຢ່າງແໜ້ນໜາ ລວມແລ້ວ 16 ຫ້ອງ ກໍພໍດີຄົບຕາມຈຳນວນຜູ້ນຳເຮົາທີ່ເຂົາຈັບເອົາເຂົ້າຄຸກ
ໄລຍະຜູ້ນຳພັກ ແລະ ແນວລາວຮັກຊາດຖືກຄຸມຂັງຢູ່ຄ້າຍໂພນເຄັງ ທ່ານ ປະທານໄກສອນ ພົມວິ ຫານ ແລະ ສູນກາງພັກ ໄດ້ຄົ້ນຄວ້າວາງແຜນ ເພື່ອປົດປ່ອຍ ຜູ້ນຳອອກຈາກຄຸກ ໂດຍໄດ້ມີການປຶກສາ ຫາລື ຄົ້ນຄວ້າ ຫລາຍແຜນການ. ສຸດທ້າຍ ປະທານໄກສອນ ພົມວິຫານ ໄດ້ເລືອກເອົາວິທີການປຸກລະດົມ ຂົນ ຂວາຍ ສຶກສາ ອົບຮົມສາລະວັດ ທີ່ຍາມຄຸກໃຫ້ມີຄວາມ ຮັກຊາດ ແລະ ຕື່ນຕົວການເມືອງ, ຊຶ່ງທ່ານປະທານ ໄກສອນ ພົມວິ ຫານເຫັນວ່າ: ສາລະວັດກໍແມ່ນລູກຫລານຂອງ ປະຊາຊົນຊາວໄຮ່ນາ, ເຂົາເຈົ້າມີຄວາມເຄົາ ລົບນັບຖືຜູ້ນຳທີ່ ຮັກຊາດ, ຜູ້ນຳທີ່ໜ້າເຊື່ອຖື ແລະ ມີສິນທຳ. 
(ພາບປະກອບບໍ່ກ່ຽວກັບເນື້ອເລື່ອງເດີ້) 
ຈາກນັ້ນ ກໍໄດ້ຊີ້ນຳທ່ານ ສາລີ ວົງຄຳຊາວ ທີ່ຢູ່ແນວຫລັງ (ເຂດນາຍາງ ດ່ານສູງ) ສົ່ງການຊີ້ນຳດັ່ງກ່າວ ໄປເຖິງຜູ້ນຳຢູ່ໃນຄຸກ ໂດຍທ່ານ ຊຽງສົມ ກຸນລະວົງ ເປັນສາຍຕິດຕໍ່ ໂດຍກົງ ທັງເປັນຜູ້ ຈັດວາ ງກຳລັງ, ສຶກສາອົບຮົບປະຊາຊົນຢູຸ່ພາຍນອກ, ຕິດຕໍ່ພົວພັນ ສູນກາງຢ່າງກົມກຽວທີ່ສຸດ. ສ່ວນການເຄື່ອນໄຫວຂອງ ບັນດາຜູ້ນຳ ປະຕິວັດໃນ ເວລາຖືກ ກັກຂັງ ໜ້າທີ່ຕົ້ນຕໍ ແມ່ນ ເຮັດວຽກພົບປະ, ສຶກສາອົບຮົມ, ຂົນຂວາຍສາລະວັດ, ອອກແຮງງານຫັດກາຍບໍລິຫານ, ທຳອິດແລ່ນອ້ອມຄຸກ ຈາກໜ້ອຍຮອບ ເຖິງຫລາຍຮອບ, ເພີ່ມພູນຜະລິດ, ປູກຜັກ, ດອກໄມ້ ແລະ ໝາກໄມ້ກິນໝາກ. ໝົດທຸກຄົນເຫັນດີໃຫ້ທ່ານ ໜູຮັກ ພູມສະຫວັນ ເປັນເລຂາໜ່ວຍພັກ ແລະ ທັງເປັນຫົວໜ້າ ຄະນະຮັບຜິດຊອບຄຸ້ມຄອງສະຫາຍທີ່ຖືກຄຸມຂັງ, ທ່ານ ສຸພານຸວົງ, ທ່ານ ພູນ ສີປະເສີດ ແລະ ທ່ານ ພູມີ ວົງວິຈິດ ເປັນກຳມະການຕໍ່ຈາກນັ້ນກໍຈັດຕັ້ງເປັນຈຸພັກ. 
(ພາບປະກອບບໍ່ໄດ້ກ່ຽວກັບເນື້ອເລື່ອງເດີ້) 
ພາຍ ຫລັງໄດ້ຮັບການຊີ້ນຳຈາກສູນກາງ ແລະ ປະທານໄກສອນ ພົມວິຫານ. ຜູ້ນຳໃນຄຸກກໍ່ເຂັ້ມຂຸ້ນ ຂົນຂວາຍສາ ລະວັດຢ່າງແນບນຽນ ແບບຄົນຕໍ່ຄົນ. ການຂົນຂວາຍໄດ້ເລີ່ມແຕ່ຕ່ຳ ຫາສູງ, ຈາກບຸກຄົນໄປເຖິງຫລາຍຄົນ. ວັນເວລາໄດ້ຜ່ານໄປເກືອບ 300 ວັນ ການຂົນຂວາຍສາລະວັດທະຫານ ທີ່ເຂົ້າມາເວນຍາມຄຸກໄດ້ ຮັບໝາກຜົນ ແລະ ການກະກຽມເສັ້ນທາງໂຕນຄຸກໄດ້ເປັນທີ່ຮຽບຮ້ອຍດີ ພ້ອມແກ່ການໂຕນຄຸກຮວມໝູ່ແບບມະຫັດສະຈັນ ທີ່ຫາຍາກໃນໂລກ. 

ຮອດ ຕອນຄ່ຳວັນທີ 23/05/1960 ທ່ານ ຊຽງສົມ ກຸນລະວົງ ນຸ່ງເຄື່ອງສາລະວັດທະຫານ ຍ່າງຮຽງສາລະວັດທະຫານ ຜູ້ໜຶ່ງເຂົ້າມາໃນຄຸກ ແລະ ພົບທ່ານ ໜູຮັກ ພູມສະຫວັນ. ເວລາທ່ຽງຄືນ 00:00 ໂມງ ວັນທີ 24/05/1960 ການໂຕນຄຸກ ແບບຮວມໝູ່ຂອງ ບັນດາຜູ້ນຳພັກ ແລະ ແນວລາວຮັກຊາດຄັ້ງປະຫວັດ ສາດ ແມ່ນໄດ້ດຳເນີນດ້ວຍຄວາມສ່ຽງສູງທີ່ສຸດ, ບໍ່ມີຜູ້ໃດຈະຄິດວ່າ ຈະເປັນໄປໄດ້, ຊຶ່ງພຶດຕິກຳຕົວຈິງໄດ້ຢັ້ງຢືນວ່າ: ການໂຕນຄຸກແບບມະຫັນສະຈັນ ແລະ ເປັນ ປະຫວັດສາດ ທີ່ຫາໄດ້ຍາກໃນໂລກ ຂອງຜູ້ນຳພັກ ແລະ ແນວລາວຮັກຊາດໄປສູ່ເຂດ ທີ່ໝັ້ນປະຕິວັດຢ່າງປອດໄພ ແມ່ນຍ້ອນຫລາຍສາເຫດ ໃນນີ້, ສິ່ງສຳຄັນແມ່ນຍ້ອນ ການນຳອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ ບວກໃສ່ນ້ຳໃຈຮັກຊາດອັນແຮງກ້າ ຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ລວມໄປເຖິງນ້ຳໃຈຮັກຊາດອັນດູດ ດື່ມຂອງສາລະວັດທະຫານ ທີ່ມີຄວາມຈົງ ຮັກພັກດີ ຊື່ສັດຕໍ່ຜູ້ນຳສຸດຂີດ ກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງ ແລ້ວ ພາທາງຜູ້ນຳອອກຈາກຄຸກໂພນເຄັງຢ່າງປອດໄພ.

(ຂອບໃຈທີ່ຕິດຕາມ)

09 May 2014

ບຸນລ້ຽງ ຈັນທະວົງ ນັກສະແດງຄົນນີ້ທີ່ທ່ານອາດບໍ່ເຄີຍເຫັນ

ຫລາຍຄົນເຄີຍຟັງລະຄອນວິທະຍຸ ຫລາຍຄົນຟັງຈົນຕິດ ຄິດຢາກເຫັນໜ້າຕາຂອງພວກເພິ່ນ
ມື້ນີ້ ຂໍສະເໜີນັກສະແດງທີ່ມີລີລາວາທະສິນ ຫລິ້ນບົດບາດໄດ້ຫລາກຫລາຍ
(ຄົນກ້ຳຂວາມື ຄືທ່ານນາງ ບຸນລ້ຽງ ຈັນທະວົງ ນັກສະແດງທີ່ສວມບົດບາດໄດ້ຫລາກຫລາຍ)
ທ່ານ ນາງ​ບຸນ​ລ້ຽງ ຈັນທະ​ວົງ ​ເປັນ​ຄົນ​ທີ່​ມີ​ນ້ຳ​ສຽງ​ດີ​ເສາະ​ໃສ,​ເວລາ​ສະ​ແດງ​ລະຄອນ​ແມ່ນ​ກົມ​ກືນ​ກັບ​ຕົວ​ລະຄອນ ​ໂດຍ​ສະ​ເພາະ​ແມ່ນ​ບົດ​ທີ່​ມີ​ຄວາມ​ໂສກ​ເສົ້າ,ສະ​ອື້​ນທື້ນ​ທວງພວກເຮົາມັກ ໃຫ້ສະແດງ​ເປັນ​ແມ່, ເປັນນາງ​ເອກ, ຕົວ​ກົງ,​ ເດັກນ້ອຍ, ຜູ້​ເຖົ້າ​ ແລະ ອື່ນໆ ເພິ່ນມີ​ຄວາມ​ສາມາດ​ຕີ​ບົດ​ແຕກ​ສານ​ໄດ້​ເປັນ​ຢ່າງ​ດີ. ນາງ​ເກີດ​ຢູ່​ວຽງ​ຈັນນີ້ລະ..​ເປັນ​ພະນັກງານວິຊາການທີ່ມີປະສົບການ ແລະ ພອນສະຫວັນຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ແຕ່ດຽວນີ້ເພິ່ນໄດ້ອອກພັກຜ່ອນຫລາຍປີແລ້ວ...
(ມີຄວາມສຸກ ຢູ່ກັບລູກຫລານ ຫວ່າງໆກໍໄປທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຕາມອັດຕະພາບ)
ທ່ານນາງ ບຸນລ້ຽງ ຈັນທະວົງ ນອກຈາກຈະເປັນນັກສະແດງລະຄອນວິທະຍຸທີ່ເກັ່ງແລ້ວ ເພິ່ນຍັງຂຽນບົດລະຄອນນຳອີກ ໂດຍໃສ່ນາມປາກກາວ່າ '' ສາລິກາ "
(ຄວາມຊົງຈຳ ຈະຕິດຕາມພວກເຮົາຕະຫລອດການ)
ຂອບໃຈທີ່ຕິດຕາມ