23 January 2016

ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ

ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ
ຂປລ.ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ປະຊາຊົນປະຕິວັດລາວ, ໄດ້ດຳເນີນແຕ່ວັນທີ 18-22 ມັງກອນ 2016ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ຄຳຂວັນ “ ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີ ທົ່ວປວງຊົນທັງຊາດ,ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ຫລັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ” ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນສົມບູນ 685 ສະຫາຍ, ໃນນັ້ນ ມີຜູ້ແທນບົ່ງຕົວ 1 ສະຫາຍ.ບັນດາຜູ້ແທນກອງປະຊຸມໃຫຍ່ ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວປະເທດ 252.879 ສະຫາຍ.

ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຕົກລົງບັນຫາສຳຄັນຂອງພັກ ແລະ ຂອງຊາດ ພາຍໃຕ້ບັນຍາກາດອັນສ້າງສັນ, ມີຄວາມຮັບຜິດຊອບ,ທັງມີຄວາມສາມັກຄີ ເປັນເອກະພາບສູງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ເຊິ່ງສະແດງອອກດັ່ງນີ້:

I. ກອງ​ປະຊຸມ​ໃຫຍ່ ​ໄດ້​ຄົ້ນຄວ້າ​ຢ່າງ​ເລິກ​ເຊິ່ງ ​ແລະ ​ໄດ້​ຮັບຮອງ​ເອົາ​ຢ່າງ​ເປັນ​ເອກະ​ສັນ​ລາຍ​ງານ​ການ​ເມືອງ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ IX ສ​ະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ໂດຍ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ນຳ​ການ​ສະຫລຸບ​ຕີ​ລາຄາ​ຜົນ​ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ​ເປັນຕົ້ນ​ແມ່ນ​ບັນດາ​ຜົນງານ​ອັນ​ພົ້ນ​ເດັ່ນ​ທີ່​ຍາດ​ມາ​ໄດ້​ໃນ​ຂົງ​ເຂດ​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພັດທະນາ​ເສດຖ​ະກິດ-ສັງຄົມ, ການ​ປັບປຸງ​ບູລະນະ​ລະບົບ​ອຳນາດ​ແຫ່ງ​ລັດ, ວຽກ​ງານ​ແນວ​ໂຮມ ​ແລະ ວຽກ​ງານ​ມະຫາຊົນ​ຂອງ​ພັກ, ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ, ວຽກ​ງານ​ກໍ່ສ້າງ​ພະນັກງານ, ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ 5 ປີ ຜ່ານມາ, ​ໄດ້​ສ້າງ​ພື້ນຖານ ​ແລະ ທ່ວງທ່າ​ໃໝ່ ​ໃຫ້​ແກ່​ການ​ສືບ​ຕໍ່​ຂະຫຍາຍຕົວ​ຂອງ​ປະ​ເທດ​ຊາດ​ພວກ​ເຮົາ​ໄປ​ຕາມ​ທິດ​ທາງ ​ແລະຈຸດໝາຍ​ທີ່​ວາງ​ໄວ້.

ກອງ​ປະຊຸມ​ໃຫຍ່​ໄດ້​ປະກອບ​ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ​ກ່ຽວ​ກັບ​ຂໍ້ຄົງຄ້າງ​ໃນ​ການ​ນຳພາ​ຊີ້​ນຳ​ຂອງ​ພັກ ​ເຊິ່ງ​ເປັນສາ​ເຫດ​ຕົ້ນຕໍ​ອັນ​ໜຶ່ງ ທີ່​ພາ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຈຸດ​ສຸມ ​ໃນ​ບາງ​ດ້ານ​ບໍ່​ບັນລຸຜົນສຳ​ເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້ ​ແລະ ​ໄດ້​ເລັ່ງທວງ​ໃຫ້​ມີ​ມາດ​ຕະການ​ທີ່​ແທດ​ເໝາ​ະ ​ເພື່ອ​ດຳ​ເນີນ​ການ​ແກ້​ໄຂ​ຂໍ້ຄົງ​ຄ້າງ​ທີ່​ຜ່ານ​ມາ​ຢ່າງ​ຈິງ​ຈັງ ​ແນ​ໃສ່​ສ້າງ​ການ​ຫັນປ່ຽນ​ອັນ​ຕັ້ງໜ້າ​ຫລາຍ​ຂຶ້ນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ຂອງ​ພັກ​ຕໍ່​ໄປ.

ກອງ​ປະຊຸມ​ໃຫຍ່​ໄດ້​ຮັບຮອງ​ເອົາ​ຂໍ້​ສະຫລຸບ 7 ປະການ ​ເຊິ່ງ​ເປັນ​ບົດຮຽນ​ອັນ​ປະ​ເສີດ ທີ່​ຖອດ​ຖອນ​ໄດ້​ຈາກ​ພຶດຕິ​ກຳ​ແຫ່ງ​ການຈັດ​ຕັ້ງ​ນຳພາປະຕິບັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ​ແລະ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່; ພ້ອມ​ກັນ​ນັ້ນ ກໍ​ໄດ້​ກຳນົດ 7 ທິດ​ທາງ​ໜ້າ​ທີ່​ໃຫຍ່​ສຳລັບ​ໄລຍະ​ຕໍ່ໜ້າ, ກອງ​ປະຊຸມ​ໃຫຍ່​ໄດ້​ມອບ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ X ຊີ້​ນຳ, ຈັດ​ຕັ້ງ​ການ​ຄົ້ນຄວ້າ​ຮໍ່າຮຽນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ຢ່າງ​ເປັນ​ລະບົບ​ເລິກ​ເຊິ່ງ ​ໂດຍ​ສະ​ເພາະ​ແມ່ນ​ໃຫ້​ພະນັກງານ​ສະມາຊິກ​ພັກ ຜູ້​ທີ່​ເປັນ​ຫລັກ​ແຫ​ລ່ງ ຢູ່​ໃນ​ທຸກ​ອົງການ, ຂະ​ແໜງ​ການ, ທຸ​ກທ້ອງ​ຖິ່ນ, ທຸກ​ຂົງ​ເຂດ​ວຽກ​ງານ ​ແລະ ທຸກ​ຂັ້ນ ​ໃຫ້​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ ​ເພື່ອ​ສາມາດ​ຜັນ​ຂະຫຍາຍ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ຢ່າງ​ສອດຄ່ອງ ​ແລະ ນຳພາ​ປະຕິບັດ​ໃຫ້​ເກີດ​ໝາກຜົນ​ຕົວ​ຈິງ ທີ່​ໃຫຍ່​ຫລວງ​ຂຶ້ນ​ໄປ​ເລື້ອຍໆ; ພ້ອມ​ກັນ​ນີ້ ກໍ​ມອບ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສືບ​ຕໍ່​ຄົ້ນຄວ້າ​ຫັນ​ທິດ​ທາງ​ໜ້າ​ທີ່​ຈຸດ​ສຸມ​ໃນ​ບາງ​ດ້ານ ​ເປັນ​ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ເພື່ອ​ໃຫ້​ຄະນະ​ພັກ​ຂັ້ນ​ຕ່າງໆ ມີ​ບ່ອນ​ອີງ​ອັນ​ລະອຽດ​ຈະ​ແຈ້ງ​ຕື່ມ​ອີກ ສຳລັບ​ການຈັດ​ຕັ້ງ​ປະຕິບັດ; ຂະນະ​ດຽວ​ກັນ​ນັ້ນ ກໍ​ຊີ້​ນຳ​ອົງການ​ລັດ​ ໃຫ້​ຫັນ​ເປັນ​ນິຕິ​ກຳ, ​ເປັນ​​ແຜນ​ງານ ​ແລະ ​ໂຄງການ​ວຽກ​ງານ​ລະອຽດ​ໃຫ້​ໄວ ​ເພື່ອ​ຍາດ​ແຍ່ງ​ເວລາ​ຈັດ​ຕັ້ງ​ປະຕິບັດ​ເລີ່​ມ​ແຕ່​ຫົວທີ ​ແລະ ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສະຫງ່າ​ງາມ.

II. ກອງ​ປະຊຸມ​ໃຫຍ່​ໄດ້​ຟັງ​ລາຍ​ງານ​ກ່ຽວ​ກັບ​ວິ​ໄສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ໄລຍະ 10 ປີ(2016-2025)​ ​ແລະ ​ແຜນ​ພັດທະນາ​ເສດຖ​ະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 8 (2016-2020) ​ເຊິ່ງຄຳ​ຂວັນ ວິ​ໄສ​ທັດ ​​ແລະ ຍຸດ​ທະ​ສາດ​ຂອງ​ການ​ພັດທະນາ​ແມ່ນ “ສູ້​ຊົນ​ພັດທະນາ​ປະ​ເທດ​ເຮົາ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ​ໃນ​ປີ 2020, ກ້າວ​ໄປ​ສູ່​ປະ​ເທດ​ກຳລັງ​ພັດທະນາ ມີ​ລາຍ​ຮັບ​ປານ​ກາງ​ສູງ ຕາມ​ທິດ​ການ​ພັດທະນາ​ສີຂຽວ ​ແລະ ຍືນ​ຍົງ ​​ເມື່ອ​ເຖິງ​ປີ 2030”. ກອງ​ປະຊຸມ​ໃຫຍ່​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ວິ​ໄສ​ທັດ, ຍຸດ​ທະ​ສາດ ​ແລະ ການ​ພັດທະນາ​ດັ່ງກ່າວ ​ໂດຍ​ມອບ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊີ້​ນຳ​ລັດຖະບານ ​ໃຫ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ເປັນ​ແຜນ​ງານ, ​ໂຄງການ​ລະດັບ​ຊາດ, ລວມທັງ​ກຳນົດ​ຂອບ​ການ​ລົງທຶນ​ສຳລັບ​ໂຄງການ​ເຫລົ່າ​ນັ້ນ ພ້ອມ​ທັງ​ປຸກລະດົມ​ບັນດາ​ພາກສ່ວນ​ເສດຖະກິດ ​ແລະ ​ທົ່ວ​ປວງ​ຊົນ ​ເຂົ້າ​ສູ່​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ເປັນ​ຈິງ.

III. ກອງ​ປະຊຸມ​ໃຫຍ່​ໄດ້​ຮັບຮອງ​ເອົາ ບົດ​ສຳ​ຫລວດ​ການ​ນຳພາ​ລວມຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ IX ​ໂດຍ​ໄດ້​ຕີ​ລາຄາ​ສູງຕໍ່​ຄວາມ​ພະຍາຍາມ​ອັນ​ຕັ້ງໜ້າ ​ແລະ ຄວາມ​ເປັນ​ເຈົ້າ​ການ​ປະດິດ​ສ້າງ​ໃນ​ການ​ເສີມຂະຫຍາຍ​ມູນ​ເຊື້ອ ​ແລະ ບົດຮຽນ​ຂອງ​ພັກ ສາມາດ​ນຳພາ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສຳຄັນ​ໃນ​ຫລາຍ​ດ້ານ ​ແລະ ມີ​ບາງ​ດ້ານ​ກໍ​ລື່ນ​ຄາດໝາຍ; ພ້ອມ​ກັນ​ນັ້ນກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ເປັນ​ຄະນະ​ນຳ ທີ່​ມີ​ຄວາມ​ສາມັກ​ຄີ​ເປັນ​ເອກະ​ພາບ​ໜັກ​ແໜ້ນ, ​ເປັນ​ແກ່ນສານ ​ໃຫ້​ແກ່​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ໃນ​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ​ແລະ ທົ່ວ​ປວງ​ຊົນ; ທັງ​ມີ​ຄວາມ​ເປັນ​ເຈົ້າ​ການ​ແກ້​ໄຂ​ບັນຫາ​ການ​ເສື່ອ​ມຖອຍ​ດ້ານ​ຄຸນ​ທາດ​ການ​ເມືອງ, ຄຸນ​ສົມບັດສິນ​ທຳ​ປະຕິວັດ ​ແລະ ການ​ກະທຳ​ທີ່​ຝືນ​ກົດ​ລະບຽບ​ຂອງ​ພັກ​ໃນ​ຖັນ​ແຖວ​ການ​ນຳ​ຂັ້ນ​ຕ່າງໆ,ພະນັກງານ ​ແລະ ສະມາຊິກ​ພັກ​ຈຳນວນ​ໜຶ່ງ.

ກອງ​ປະຊຸມ​ໃຫຍ່​ເລັ່ງທວງ​ໃຫ້ ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກສະ​ໄໝ ​ທີ X ອອກ​ແຮງ​ເສີມ​ຂະຫຍາຍ​ຈຸດ​ດີ​ ໃນ​ດ້ານ​ຕ່າງໆ​ຢ່າງ​ແຂງ​ແຮງ, ພ້ອມ​ກັນ​ນັ້ນ ​ກໍ​ວາງ​ມາດ​ຕະການ​ຈຳກັດ ​ແກ້​ໄຂ​ຈຸດ​ບົກພ່ອງ ​ແລະ ຂໍ້ຄົງຄ້າງ​ທີ່​ຜ່ານ​ມາ​ຢ່າງ​ຈິງ​ຈັງ, ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ​ຂອງ​ຄະນະ​ນຳ​ຂອງ​ພັກ ​ໃຫ້​ເດັ່ນ​ຂຶ້ນ​ຕື່ມອີກ.

IV. ກອງ​ປະ​ຊຸມ​ໃຫຍ່​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ການ​ດັດ​ແປງ​ກົດ​ລະບຽບ​ຂອງ​ພັກ ​ແລະ ​ໄດ້​ຮັບຮອງ​ເອົາ​ກົດ​ລະບຽບ​ສະບັບ​ປັບປຸງ ສະ​ໄໝ​ທີ X ​ເພື່ອ​ເປັນ​ແນວທາງ​ທາງ​ດ້ານ​ການຈັດ​ຕັ້ງ ຮັບຮອງ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ການ​ເມ​ືອງ​ໃຫ້​ເປັນ​ຈິງ. ກົດ​ລະບຽບ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະບັບ​ປັບປຸງ ​ໄດ້​ຖືກ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ ​ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ແລ້ວ ​ແລະ ມີ​ຜົນ​ບັງຄັບ​ໃຊ້ ນັບ​ແຕ່​ມື້​ກອງ​ປະຊຸມ​ໃຫຍ່​ຮັບຮອງ​ເປັນ​ຕົ້ນ​ໄປ.

V. ກອງ​ປ​ະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ X ​ເຊິ່ງປະກອບ​ດ້ວຍ​ກຳມະການ​ສົມບູນ 69 ສະຫາຍ ​ແລະກຳມະການ​ສຳຮອງ 8 ສະຫາຍ ​ເພື່ອ​ເປັນ​ແກ່ນສານ​ນຳພາ​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ​ແລະ ທົ່ວ​ປວງ​ຊົນ​ ຈັດ​ຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ​ໃຫ້​ມີ​ຜົນສຳ​ເລັດ​ໃໝ່, ສ້າງ​ບາດກ້າວ​ບຸກທະ​ລຸ ​ໃນ​ການ​ພັດທະນາ​ໃຫ້​ເປັນ​ຈິງ ​ແລະ ພາ​ປະ​ເທດ​ຊາດ​ກ້າວ​ຂຶ້ນ​ຢ່າງ​ໜັກ​ແໜ້ນ​ຕໍ່​ໄປ.

ກອງປະຊຸມ​ຄົບ​ຄະນະ​ຄັ້ງ​ປະຖົມ​ມະ​ລືກ ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ X ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 22ມັງກອນ 2016 ​ໄດ້​ເປັນ​ເອກະ​ພາບ ​ເລືອກ​ຕັ້ງ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເຊິ່ງປະກອບ​ດ້ວຍ 11 ສະຫາຍ; ​ເປັນ​ເອກະ​ພາບ​ຢ່າງ​ສູງ ​ເລືອກ​ເອົາ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເປັນ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ; ພ້ອມ​ກັນ​ນັ້ນ ກໍ​ເລືອກ​ເອົາ​ກຳມະການ​ຄະນະ​ເລຂາທິການ​ສູ​ນກາງ​ພັກ 9 ສະຫາຍ; ກອງ​ປະຊຸມ​ໄດ້​ເລືອກ​ເອົາ​ ສະຫາຍ ພັນ​ຄຳ ວິພາ​ວັນ ​ເປັນ​ຜູ້​ປະຈຳການ ຄະນະ​ເລຂາທິການ​ສູນ​ກາງ​ພັກ; ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ຍັງ​ໄດ້​ເລືອກ​ປະທານ, ບັນດາ​ຮອງ​ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ ປະກອບ​ດ້ວຍ 9 ສະຫາຍ ​ໂດຍ​ແມ່ນ​ສະຫາຍ ບຸນ​ທອງ ຈິດ​ມະນີ ​ເປັນ​ປະທານ. ສຳລັບ​ການ​​ແຕ່ງ​ຕັ້ງ​ທີ່​ປຶກສາ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ສະ​ໄໝ​ທີ X, ກອງ​ປະຊຸມ​ໄດ້​ມອບ​ໃຫ້​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເປັນ​ຜູ້​ຕົກລົງ​ແຕ່ງ​ຕັ້ງ ພ້ອມ​ທັງ​ກຳນົດ​ພາລະ​ບົດບາດ ໜ້າ​ທີ່​ລະອຽດ​ຕາມ​ຫລັງ.

VI. ກອງ​ປະຊຸມ​ໃຫຍ່​ສະ​ແດງ​ຄວາມ​ຊົມ​ເຊີຍ ສັນລະ​ເສີນ​ພະນັກງານ, ສະມາຊິກ​ພັກ, ທະຫານ, ຕຳຫລວດ, ຜູ້​ປະກອບ​ການ​ຜະລິດ, ນັກທຸລະກິດ, ບໍລິການ ສັງກັດ​ໃນ​ທຸກ​ພາກສ່ວນ​ເສ​ດຖະກິດ ​ແລະ ປະຊາຊົນ​ລາວ​ບັນດາ​​ເຜົ່າ, ບັນດາ​ຊັ້ນ​ຄົນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ແລະ ພີ່ນ້ອງ​ເຊື້ອ​ຊາດ​ລາວ​ທີ່​ຮັກ​ຊາດ​ທີ່​ດຳລົງ​ຊີວິດ ​ແລະ ທຳ​ມາ​ຫາ​ກິນ​ຢູ່​ຕ່າງປະ​ເທດ ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ຕາມ​ຈິດ​ໃຈມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຕະຫລອດ​ໄລຍະ 5 ປີຜ່ານມາ ​ໃຫ້​ບັນລຸ​ຜົນສຳ​ເລັດ​ອັນ​ສຳຄັນ​​ໃນ​ຫລາຍ​ດ້ານ ອັນ​ເປັນການ​ສ້າງ​ພື້ນຖານ ​ແລະ ທ່ວງທ່າ​ໃໝ່ ​ໃຫ້​ແກ່​ການ​ນຳ​ເອົາ​ປະ​ເທດ​ເຮົາ​ສືບ​ຕໍ່​ກ້າວຂຶ້ນ​ສູ່​ຈຸດໝາຍ​ທີ່​ວາງ​ໄວ້. ພ້ອມ​ກັນ​ນັ້ນ ກໍ​ຂໍ​ສະ​​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຢ່າງ​ຈິງ​ໃຈ ​ແລະ ຄວາມ​ຮູ້​ບຸ​ນຄຸນ ຢ່າງ​ເລິກ​ເຊິ່ງມາ​ຍັງ​ບັນດາ​ປະ​ເທດ​ອ້າຍ​ນ້ອງ,ບັນດາ​ປະ​ເທດ​ເພື່ອນ​ມິດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ອັນ​ລຳ້​ຄ່າ ​ແກ່​ພາລະກິດ​ພັດທະນາ ສ້າງສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ເຮົາ​ໃນ 5 ປີຜ່ານມາ.

ກອງ​ປະຊຸມ​ໃຫຍ່​ຮຽກຮ້ອງ​ມາ​ຍັງ​ຄະນະ​ພັກ​ທຸກ​ຂັ້ນ, ສະມາຊິກ​ພັກ​ທຸກ​ສະຫາຍ ຈົ່ງ​ເຊີດ​ຊູ​ຄວາມ​ເປັນ​ແບບຢ່າງ​ນຳໜ້າ​ໃນ​ທຸກ​ດ້ານ ນຳພາ​ມະຫາຊົນ​ປະຕິ​ບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ພ້ອມ​ກັນ​ນີ້ ກໍ​ຮຽກຮ້ອງ​ມາ​ຍັງ​ພະນັກງານ,ນັກຮົບ ປະຊາຊົນ​ບັນດາ​ເຜົ່າ, ບັນດາ​ຊັ້ນ​ຄົນ ​ແລະ ພີ່ນ້ອງ​ເຊື້ອ​ຊາດ​ລາວ​ຜູ້​ຮັກ​ຊາດ ທີ່​ດຳ​ລົງ​ຊີວິດ ​ແລະ ທຳ​ມາ​ຫາ​ກິນ​ຢູ່​ຕ່າງປະ​ເທດຈົ່ງ​ເຊີດ​ຊູ​ນໍ້າ​ໃຈຮັກ​ຊາດ, ​ເສີມ​ຂະຫຍາຍ​ມານະ​ຈິດ​ບາກ​ບັ່ນ​ບຸກບືນ ​ເຂົ້າ​ໃສ່​ການປະຕິບັດ​ໜ້າ​ທີ່ ທຳ​ມາ​ຫາ​ກິນ ​ແລະ ສ້າງ​ສາ​ພັດທະນາ​ເພື່ອ​ສ້າງ​ປະ​ເທດ​ລາວ ​ໃຫ້​ມັ່ງ​ຄັ່ງ​ເຂ້ັມ​ແຂງ, ປະຊາຊົນ​ມີ​ຄວາມ​ຮັ່ງມີ​ຜາ​ສຸກ, ສັງຄົມ​ມີ​ຄວາມ​ສາມັກຄີ​ປອງ​ດອງ, ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສີວິ​ໄລ.ພ້ອມກັນ​ນັ້ນ ກໍ​ປະກອບສ່ວນ​ຢ່າງ​ສົມ​ກຽດ ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ຈະ​ເລີ​ນ ວັດທະ ນາ​ຂອງ​ປະຊາຄົມ​ອາ​ຊຽນ ກໍ​ຄື ​ໃນ​ພາລະກິດ​ແຫ່ງ​ການ​ເສີມ​ສ້າງສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ສາກົນ.
ຂອບໃຈຂໍ້ມູນຂ່າວຈາກ: ຂ່າວສານປະເທດລາວ
(ຂອບໃຈທີ່ຕິດຕາມ)

17 January 2016

ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ

ຂອບໃຈຂໍ້ມູນຈາກ: 
ວາລະສານອາລຸນໃໝ່ ສະບັບທີ 3 ປະຈຳເດືອນ ເມສາ(4)-ພຶດສະພາ(5) 2011
.....ຂອບໃຈທີ່ຕິດຕາມ....

16 January 2016

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ (18-21/3/2006)

ໄດ້ດຳ​ເນີນ​ແຕ່​ວັນ​ທີ 18 ຫາ​ ວັນ​ທີ 21 ​ເດືອນ​ ມີນາ ປີ 2006, ທີ່​ນະຄອນຫລວງ​ວຽງ​ຈັນ; ພາຍ​ໃຕ້​ການ​ເປັນ ປະທານ​ຂອງ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ, ປະທານ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ; ​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫຍ່ ຄັ້ງນີ້ ມີ​ຜູ້​ແທນ 498 ສະຫາຍ ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ສະມາຊິກ​ພັກ​ທັງ​ໝົດ ຈຳນວນ 148.590 ສະຫາຍ ຢູ່​ບັນດາ​ຂະ​ແໜງ​ການ ​ອ້ອມ​ຂ້າງ​ສູນ​ກາງ, ທ້ອງ​ຖິ່ນ ​ແລະ​ຮາກ​ຖານ​ຕ່າງໆ ​ໃນ​ທົ່ວປະ​ເທດ;
- ກອງ​ປະຊຸມ​ຄັ້ງນີ້ ​ໄດ້​ເລືອກ​ເອົາ 55 ສະຫາຍ ​ເປັນ​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ ເລືອກເອົາ ສະຫາຍ ຈູມມາລີ ໄຊຍະສອນ ເປັນເລຂາທິການໃຫຍ່, ກົມ​ການ​ເມືອງ ປະກອບມີ 11 ສະຫາຍ, ​ເລືອກ​ຕັ້ງ​ເອົາ​ຄະນະ​ເລຂາທິການ ​ສູນ​ກາງ​ພັກ 7 ສະຫາຍ, ​ເລືອກ​ເອົາ​ປະທານ ​ແລະ ຮອງ​ປະທານ ຄະນະ​ກຳມະການ​ກວດກາພັກ​ຂັ້ນສູນ​ກາງ ຈຳນວນ 3 ສະຫາຍ.
​ສັງ​ລວມ​ຫຍໍ້​​ເນື້ອ​ໃນຂອງ​ມະຕິ ມີ​ດັ່ງນີ້ :
1) ສະຫລຸບ​ຕີ​ລາຄາການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່ ​ໃນ 20 ປີ ​ແລະ ​ການ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່ ຄັ້ງທີ VII ຂອງ​ພັກ ​ໂດຍ​ມີ​ຂໍ້​ສະຫລຸບ ​ທີ່​ສໍາຄັນ ​ແລະ ຕົ້ນຕໍ ດັ່ງນີ້:

1.1- ແນວທາງ​ປ່ຽນ​ແປງ​ໃໝ່ ​ແມ່ນ​ຖືກຕ້ອງ​ສອດຄ່ອງ​ກັບ​ສະພາວະ​ຄວາມ​ເປັນ​ຈິງ​ທາງ​ ດ້ານ​ເສດຖະກິດສັງຄົມຂອງປະເທດເຮົາ, ຖື​ກກັບ​ຄວາມ​ມຸ່ງ​ມາດ​ປາຖະໜາ ​ຂອງ​ປະຊາຊົນ​ບັນດາ​ເຜົ່າ, ບັນດາ​ຊັ້ນຄົນ ​ແລະ ​ໄດ້​ຮັບ​ການ ​ສະໜັບສະໜູນ​ຈາກ​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ຢ່າງ​ກວ້າງຂວາງ, ​ເປັນ​ປັດ​​ໄຈ ຮັບປະ ກັນ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ ​ແລະ ​ຄວາມ​ໝັ້ນຄົງ​ຂອງ​ລະບອບ​ປະຊາທິປະ​ໄຕ​ປະຊາຊົນ.

1.2- ​ແນວທາງ​ປ່ຽນ​ແປງ​ໃໝ່​ໄດ້​ສ້າງ​ເງື່ອນ​ໄຂ​ ແລະ ​ກາລະ​ໂອກາດ​ໃໝ່​ໃຫ້​ແກ່​ ການ​ຂຸດ​ຄົ້ນກຳລັງ​ແຮງ​ສັງ​ລວມພາຍ​ໃນ​ຊາດ ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ ສາກົນ​ເຂົ້າ​ໃນ​ການ​ພັດທະນາ, ​ເຮັດ​ໃຫ້​ເສດ​ຖະກິດ​ແຫ່ງ​ຊາດ​ມີ​ຊີວິດ​ຊີວາ ​ແລະ​ຂະຫຍາຍຕົວ​ຕໍ່​ເນື່ອງ​ຕະຫລອດ​ໄລຍະ 20 ​ປີ ​ໃນ​ລະດັບ ​ສະ​ເລ່ຍ 6,2%, ​ເຊິ່ງ​ເຮັດ​ໃຫ້​ລວມຍອດ​ຜະລິດ​ຕະພັນ​ພາຍ​ ໃນ​ໄລ່​ສະ​ເລ່ຍຕາມ​ຫົວ​ຄົນ​ເພີ່ມ​ຂຶ້ນກວ່າ 2 ​ເທົ່າ​ຕົວ, ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ​ ແລະ ​ຈິດ​ໃຈ​ຂອງ​ປະຊາຊົນ ​ໄດ້​ຮັບ​ການ​ປັບປຸງ ​ແລະ​ ຍົກ​ສູງ​ຂຶ້ນລື່ນ​ແຕ່​ກ່ອນ​ຢ່າງ​ຈະ​ແຈ້ງ.

1.3- ແນວທາງ​ປ່ຽນ​ແປງ​ໃໝ່​ໄດ້​ກຳນົດ​ທິດ​ທາງ​ຢ່າງ​ຖືກຕ້ອງ ​ແລະ ​ຮັບປະກັນ​ການ​ປັບປຸງ​ບູລະນະ​ລະບົບ​ການ​ເມືອງ​ ຂອງ​ລະບອບ​ປະຊາທິປະ​ໄຕ ​ປະຊາຊົນ ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ, ​ເປັນ​ຕົ້ນ ​ແມ່ນ​ໄດ້​ເຮັດ​ ໃຫ້​ບົດບາດ​ ການ​ນຳພາ​ຂອງ​ພັກ​​ໄດ້​ຮັບ​ການ​ເຊີດ​ຊູ​ສູງ​ຂຶ້ນ ​ແລະ ​ ​ເຮັດ​ໃຫ້​ຄວາມ​ສາມັກຄ ີ​ປອງ​ດອງ ​ຂອງ​ປວງ​ຊົນ​ລາວ​ບັນດາ​ເຜົ່າ​ແໜ້ນ​ແຟ້ນຂຶ້ນ. ພ້ອມ​ກັນນັ້ນກໍ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ ​ນັບ​ມື້ນັບ​ເປີດ​ກວ້າງ​ ອອກ ​ແລະ​ ບົດບາ​ດ ອິດ​ທິພົນ​ຂອງ​ພັກ ກໍ​ຄື ​ຂອງ​ປະ​ເທດ​ເຮົາ​ສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກພື້ນ ​ແລະ​ສາກົນ.

2) ກອງ​ປະຊຸມ​ໃຫຍ່ ​ໄດ້​ຢືນຢັນ ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ 5 ບົດຮຽນ​ແຫ່ງ​ການ​ປ່ຽ​ນ​ແປງ​ໃໝ່​ເຂົ້າ​ໃນ​ພາລະກິດ ປົກ​ປັກ​ຮັກສາ ​ແລະ ​ສ້າງສາ​ປະ​ເທດ​ຊາດ ​ໃນ​ຂັ້ນຕໍ່​ໄປ ຄື :
2.1- ຕ້ອງ​ສືບຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ຕິດ​ແໜ້ນກັບ​ການ​ເຊີດ​ຊູນ້ຳ​ໃຈ​ຮັກ​ຊາດ, ​ເສີມ​ຂະຫຍາຍ​ຈິດ​ໃຈ ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ​ເພິ່ງ​ຕົນ​ເອງ ​ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຖື​ອັນ​ນີ້​ເປັນ​ປັດ​​ໄຈ​ຕັດ​ສິນ​ຜົນສຳ​ເລັດ​ຂອງ​ພາລະກິດ​ປ່ຽ​ນ​ແປງ​ໃໝ່.

2.2- ຕ້ອງ​ຢຶດໝັ້ນ​ໃນ​ແນວທາງ ອີງ​ໃສ່​ປະຊາຊົນ, ເສີມ​ຂະຫຍາຍ​ກຳລັງ​ແຮງ​ອັນ​ມະຫາສານ​ຂອງ​ປະຊາຊົນ ​ແລະ ​ເຮັດ​ທຸກ​ສິ່ງ ທຸກ​ຢ່າງ​ເພື່ອ​ຜົນ​ປະ​ໂຫຽດ ຂອງ​ປະຊາຊົນ, ​ເດັດ​ດ່ຽວ​ສະກັດ​ກັ້ນ ແລະ​ ກຳຈັດ​ປັດ​ເປົ່າ ພະຍາດ ​ອາດຍາ​ສິດ.

2.3- ປ່ຽນ​ແປງ​ໃໝ່ ຕ້ອງ​ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ຄວາມ​ສະຫງົບ ​ແລະ ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ, ​ເອົາ​ບັນຫານີ້​ເປັນ​ພື້ນຖານ ​ໃຫ້​ແກ່​ການ​ສ້າງສາ​ພັດທະນາ; ການ​ສືບຕໍ່​ພາລະກິດ ປ່ຽນ​ແປງ​ໃໝ່ ຕ້ອງ​ດຳ​ເນີນ​ໄປ​ຢ່າງ​ຄົບ​ຊຸດ, ຮອບ​ຄອບ ດ້ວຍ​ບາດກ້າວ​ອັນ​ເໝາະ​ສົມ ​ໂດຍ​ຢຶດ ໝັ້ນ 6 ຫລັກການ ພື້ນຖານ.

2.4- ປັບປຸງ ​ແລະ ​ເພີ່ມ​ທະວີ​ບົດບາ ນຳ​ພາ​ຂອງ​ພັກ ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ, ພ້ອມ​ກັນນັ້ນ ກໍ່​ເຊີດ​ຊູ​ຄວາມ​ສັກສິດ ​ແຫ່ງ​ການ​ຄຸ້ມ​ຄອງ​ຂອງ​ລັດຕາມ​ກົດໝາຍ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າຂອງ​ປະຊາຊົນ, ຮັບປະກັນ​ໃຫ້ການ​ສ້າງສາ ​ພັດທະນາ ດຳ​ເນີນ​ໄປ​ຖືກ​ຕາມ​ແນວທາງ ​ແລະ​ຈຸດໝາຍ​ຂອງ​ພັກ.

2.5- ຕັ້ງໜ້າ​ປະຕິບັດ​ທິດ​ນຳ​ແຫ່ງ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ຊາດ ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ຍາດ​ແຍ່ງ​ເອົາ​ການ​ສະໜັບສະໜູນ ຊ່ວຍ​ເຫລືອ​ຈາກ​ສາກົນ​ຢ່າງ​ມີ​ຫລັກການ ​ເພື່ອ​ຊຸກຍູ້ການ​ສ້າງສາ ​ພັດທະນາ​ປະ​ເທ​ດຊາດ ​ໃຫ້​ກາວ​ໜ້າ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

3)ໂດຍ​ກຳ​ແໜ້ນ​ທ່າ​ອ່ຽງລວມຂອງ​ສະພາບ​ແວດ​ລ້ອມ​ສາກົນ ​ແລະ​ສະພາວະ​ຄວາມ​ເປັນ​ຈິງ​ທາງ​ດ້ານ ​​ເສດຖະກິດ-ສັງຄົມ ຂອງ​ປະ​ເທດ​ເຮົາ, ກອງ​ປະຊຸ​ມ​ໃຫຍ່ ​ໄດ້​ເຫັນ​ພ້ອມ​ຮັບຮອງ​ເອົາ​ຄາດໝາຍ​ສູ້​ຊົນ ສຳລັບ​ໄລຍະ​ຮອດ​ປີ 2020 ​ແລະ​ປີ 2010 ດັ່ງນີ້:

3.1 ​ເມື່ອ​ຮອດ​ປີ 2020
- ປະ​ເທດ​ເຮົາ​ຕ້ອງ​ຫລຸດ​ພົ້ນອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ, ​ເປັນ​ປະ​ເທດ​ທີ່​ມີຄວາມ​ໝັ້ນຄົງ​ທາງ​ການ​ເມືອງ ​ແລະ ​ມີ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ສັງຄົມ ​ທີ່​ໜັກ​ແໜ້ນ;

- ເສດຖະກິດ​ຂະຫຍາຍ ຕົວ​ຕໍ່​ເນື່ອງ ​ແລະ ​ໝັ້ນທ່ຽງ ດ້ວຍ​ຈັງ​ວະ​ໄວ​ພໍ​ສົມຄວນ;

- ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ ລື່ນ​ລະດັບ​ປັດຈຸບັນ 3 ​ເທົ່າ, ​ເສດຖະກິດ​ແຫ່ງ​ຊາດ​ມີ​ພື້ນຖານ​ອັນ​ໝັ້ນຄົງ ດ້ວຍ​ໂຄງ​ປະກອບ​ກະສິກຳ-ປ່າ​ໄມ້ ຕິດ​ແໜ້ນ​ ກັບ​ອ​ຸດສາ​ຫະກຳ ​ແລະ ​ການ​ບໍລິການ ທີ່​ມີ​ຄວາມ​ສົມ​ສ່ວນ ​ແລະ ​ຕັ້ງໜ້າ, ມີ​ຄວາມ​ສາມາດ​ເຊື່ອມ​ໂຍງ​ເຂົ້າກັບ​ພາກພື້ນ ​ແລະ​ສາກົນ;
- ບັນດາ​ພາກສ່ວນ​ເສດຖະກິດ ລ້ວນ​ແຕ່​ມີ​ກຳລັງ​ແຮງ ​ແລະ ​ຂະຫຍາຍ​ຕົວຢ່າງ​ກົມກຽວ, ​ໃນນັ້ນ ພາກສ່ວນເສດຖະກິດ​ຂອງ​ລັດ ​ແ​ລະ ​ພາກສ່ວນ​ເສດຖະກິດ ​ຮ່ວມ​ມື​ຂອງ​ປະຊາຊົນ ກວມ​ສ່ວນ​ຫລາຍ ​ໃນ​ເສດຖະກິດ​ແຫ່ງ​ຊາດ;

- ເສດຖະກິດ​ຕະຫລາດ​ທີ່ມີ​ການ​ຄຸ້ມ​ຄອງຂອງ​ລັດ ​ໄດ້​ເປັນ​ລະບົບ ​ແລະ ​ມີ​ປັດ​ໄຈ​ພື້ນຖານ ແຫ່ງ​ການ​ຫັນ​ເປັນ​ອຸດສາຫະກຳ ແລະ ​ຫັນ​ເປັນ​ທັນ​ສະ​ໄໝ.

- ລະບົບ​ການ​ເມືອງ​ປະຊາທິປະ​ໄຕ ປະຊາຊົນ ທີ່​ມີ​ພັກ​​ເປັນ​ແກ​ນນຳ ມີ​ຄວາມ​ໜັກ​ແໜ້ນ, ທາດ​ແທ້​ຂອງລັ​ດ​ ທີ່​ເປັນ​ລັດ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ, ສິດທິ​ຂອງ​ພົນລະ​ເມ​ືອງ ມີ​ການ​ຮັບ​ປະກັນ ດ້ວຍ​ການ​ຄຸ້ມ​ຄອງ​ຕາມ​ກົດໝາຍ​ຢ່າງ​ສັກສິດ, ປະຊາຊົນ​ບັນ​ດາ​ເຜົ່າ​ ມີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ ​ແລະ​ ມີ​ເງື່ອນ​ໄຂ​ພັດທະນາ​ຕົນ​ເອງ​ທີ່​ດີ​ຂຶ້ນ ​ໂດຍ​ມີ​ລະດັບ​ການ​ສຶກສາ​ຈົບ​ຊັ້ນປະຖົມ ​ໃນ​ນັ້ນ ສ່ວນ​​ໃຫຍ່​ ແມ່ນ​ຈົບ​ມັດທະຍົມ​ ຕອນ​ຕົ້ນ ​ແລະ ​ໄດ້​ຮັບ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ ຢ່າງ​ທົ່ວ​ເຖິງ ​ແລະ ​ມີ​ຄຸນ​ນະ​ພາບ;

- ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​ໄດ້​ຮັບການ​ປົກ​ປັກ​ຮັກ​ສາ ​ແລະ ​ພັດທະນາ​ໃຫ້​ອຸດົມ​ຮັ່ງມີ​ຕື່ມ​ອີກ;

- ສປປລາວ ມີ​ການ​ພົວພັນ​ຮ່ວມ​ມື​ອັນ​ກວ້າງຂວາງ​ກັບ​ສາກົນ ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດມາ​ໃຫ້​ປະ​ເທດ​ຊາດ ​ແລະ​ ສາມາດ​ເຂົ້າຮ່ວມ​ກັບ​ປະຊາ​ຄົມ​ໂລກ ​ໃນ​ພາ ລະກິດ ສັນຕິພາບ, ມິດຕະພາບ ​ແລະ ​ການ​ຮ່ວມ​ມື​ພັດທະນາ.

3.2 - ສຳລັບ​ໄລຍະ ​ແຕ່ 2006 ຮອດ​ປີ 2010 ​ແມ່ນ​:
- ​ເຮັດ​ໃຫ້​ທົ່ວ​ປະ​ເທດ​ມີ​ສະຖຽນ​ລະ​ພາບ​ອັນ​ໜັກ​ແໜ້ນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ໃຫ້​ເສດຖະກິດ​ຂະຫຍາຍຕົວ ​ໃນ​ລະດັບ​ຕໍ່​ເນື່ອງ, ບັນລຸ​ຄາດໝາຍ 7,5% ຂຶ້ນ​ໄປ ​ໃນ​ແຕ່ລະ​ປີ, ດ້ວຍ​ການ​ພັດທະນາ​ຂະ​ແໜງ​ການ​ກະສິກຳ-ປ່າ​ໄມ້ ຕິດ​ແໜ້ນ​ກັບອຸດສາຫະກຳ ​ແລະ​ ການ​ບໍລິການ​ຢ່າງ​ແຂງ​ແຮງ ​ແລະ​ມີ​ຈຸດ​ສຸມ.
- ສ້າງ​ໂຄງ​ປະກອບ​ທີ່​ມີ​ຄວາມ​ສົມສ່ວນ​ຫລາຍ​ຂຶ້ນ ​ແລະ ​ມີ​ດ້ານ​ທັນ​ສະ​ໄໝ, ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທຸກ​ພາກສ່ວນ​ເສດຖະກິດ ​ແລະ ​ການ​ພົວພັນ ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ຢ່າ​ງ​ແຂງ​ແຮງ.
- ບົນ​ພື້ນຖານ​ການ​ຜະລິດ​ກະສິກຳ​ທີ່​ໜັກ​ແໜ້ນ ​ແລະ​ ການ​ຂຸດ​ຄົ້ນຂະ​ແໜງການ ທີ່​ເປັນ​ທ່າ​ແຮງ​ຢ່າງ​ມີ​ປະສິດທິ​ຜົນ​ນັ້ນ ການ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ ຕ້ອງ​ຢຸດຕິ​ ຢ່າງ​ສິ້ນ​ເຊີ​ງ ​ໂດຍ​ມີ​ອາຊີບ​ໃໝ່​ປ່ຽນ​ແທນ​ທີ່​ໝັ້ນຄົງ, ຄອບຄົວ​ທີ່​ທຸກ​ຍາກ​ ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ພື້ນຖານ.
- ປະ​ເທດ​ເຮົາ​ມີ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ-​ເຕັກນິກ, ວັດທະນະທຳ, ວິທະຍາສາດ ​ແລະ​ ບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບ ຈຳນວນ​ໜຶ່ງ ​ເພື່ອ​ຮອງ​ຮັບ​ການ​ຫັນ ​ເປັນ​ທັນ​ສະ​ໄໝ;
- ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ​ ແລະ ວັດທະນະທຳ​ ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ ​ແລະ​ ຍົກ​ສູງ​ຂຶ້ນຕື່ມ; ລາຍ​ໄດ້​ສະ​ເລ່ຍຢູ່​ໃນ​ລະດັບ 800 ​ໂດ​ລາ ຕໍ່​ຄົນ​ຕໍ່​ປີ.

4)- ສູ້​ຊົນ​ປະຕິບັດ 7 ທິດ​ທາງ, ​ໜ້າ​ທີ່​ລວມ ດັ່ງນີ້ :
4.1- ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ ແລະ​ ຄວາມ​ເປັນ​ປຶກ​ແຜ່ນ​ໃນ​ທົ່ວ​ປວງ​ຊົນ, ຍົກ​ສູງ​ຈິດ​ໃຈ​ສູ້​ຊົນ, ຄວາມ​ດຸ​ໝັ່ນປະດິດ​ສ້າງ​ ແລະ ​ນ້ໍາໃຈ​ຮັກ​ຊາດ ​ເອກະລາດ ​ເປັນ​ເຈົ້າຕົນ​ເອງ ສ້າງ​ຄວາມ​ເຂັ້ມ​ແຂງ​ ດ້ວຍ​ຕົນ​ເອງ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ​ ພັດທະນາ​ປະ​ເທດ​ຊາດ, ​ໂດຍ​ຖື​ເອົາ​ການ ​ພັດທະນາ​ເສດຖະກິດ​ເປັນ​ໃຈກາງ, ຍູ້​ແຮງ​ການ​ເຕີບ​ໂຕ​ທາງ​ເສດຖະກິດ ຕິດ​ພັນ​ກັບ​ການ​ແກ້​ໄຂ​ບັນຫາ​ສັງຄົມ, ຮັບປະກັນ​ໃຫ້​ການ​ຂະຫຍາຍ ຕົວ​ດຳ​ເນີນ​ ໄປ​ຖືກ ​ຕາມ​ຈຸດໝາຍ​ສັງຄົມ​ນິຍົມ, ກ້າວ​ໄປ​ທັນ​ກັບ​ກະ​ແສ​ການ​ພັດທະນາ​ຂອງ​ໂລກ, ກຳຈັດ​ພະຍາດ​ອາດຍາ​ສິດ ​ແລະ ​ການ​ສໍ້​ລາດ​ບັງ​ຫລວງ; ສະກັດ​ກັ້ນການ ​ຫັນປ່ຽນ​ໂດຍ​ສັນຕິ​ ຂອງອິດ​ທິກຳ ລັງ​ປໍລະ​ປັກ.

4.2- ຂຸດ​ຄົ້ນຄວາມ​ອາດ​ສາມາດ​ບົ່ມ​ຊ້ອນ​ຢູ່​ພາຍ​ໃນ​ປະ​ເທດ​ຢ່າງ​ສຸດ​ຂີດ ​ໂດຍ​ອີງ​ໃສ່​ຄົນ​ລາວ ​ແລະ ​ຊັບພະຍາກອນ​ຂອງ​ຊາດ​ທີ່​ເຮົາ​ມີ ສົມທົບ​ກັບ​ການ ​ເປັນ​ເຈົ້າການ​ຍາດ​ແຍ່ງ​ເອົາ​ການ​ຮ່ວມ​ມື​ຈາກ​ພາຍ​ນອກ; ​ເພີ່ມ​ທະວີ​ການ​ ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ, ​ເພີ່ມຄວາມ​ເປັນ​ເຈົ້າການ ​ແລະ​ ຄວາມ​ສາມາດ​ແຂ່ງຂັນ​ໃຫ້​ສູງ​ຂຶ້ນ ​ໃນ​ການ​ເຊື່ອມ​ໂຍງ​ກັບ​ບັນດາ​ປະ​ເທດ​ໃນ​ພາກພື້ນ ​ແລະ​ໃນ​ໂລກ ​ເພື່ອ​ຍູ້​ການຜະລິດ ​ແລະ​ ການ ​ບໍລິການ​ໃຫ້​ຂະຫຍາຍຕົວ; ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ​ ສ້າງ​ຄວາມ​ຮັ່ງມີ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ເທດ​ຊາດ.

4.3- ຂະຫຍາຍ​ກຳລັງ​ການ​ຜະລິດ ຕິດ​ພັນ​ກັບ​ການ​ສ້າງ ​ແລະ ​ປັບປຸງ​ການ​ພົວພັນ​ການ​ຜະລິດ​ໃຫ້​ສອດ​ຄ່ອງ ດ້ວຍ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ ​ແລະ​ ຄຸນ​ປະ​ໂຫຍດຂອງ​ທຸກ​ພາກສ່ວນ​ເສດຖະກິດ ​ໄປ​ຄຽງ​ຄູ່​ກັບ​ການປັບປຸງ ​ແລະ​ກໍ່ສ້າງ​ພາກສ່ວນ​ເສດຖະກິດ​ຂອງ​ລັດ ​ແລະ ​ພາກສ່ວນ​ເສດຖະກິດ​ຮ່ວມ​ມື​ ຂອງ​ປະຊາ​ຊົນ​ໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂຶ້ນ ​ເພື່ອ​ເປັນ​ຫລັກ​ແຫ​ລ່ງ ​ແລະ ສາມາດ​ດຳລົງ​ບົດບາດ​ເປັ​ນ​ເຈົ້າພາ​ທາງ; ປະຕິບັດ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ​ຫັນ​ເປັນ​ທັນ​ສະ​ໄໝ ບົນ​ພື້ນຖານ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່​ເຂົ້າ​ໃນ​ບາງ​ຂົງ​ເຂດ, ບາງ​ຂະ​ແໜງ​ການ​ທີ່​ເປັນ​ທ່າ​ແຮງ ​ແລະ ​ເສດຖະກິດ​ຊົນນະບົດ ​ເຊັ່ນ: ກະສິກຳ-ປ່າ​ໄມ້, ອຸດສາຫະກຳ​ປຸງ​ແຕ່ງ, ຂະ​ແໜງໄຟຟ້າ ໂດຍ​ສະ​ເພາະ​ ໄຟຟ້າ​ນ້ຳຕົກ; ການ​ບໍລິການ​ທາງ​ຜ່ານ, ກາ​ນທ່ອງ​ທ່ຽວ ​ແລະ ​ຂະ​ແໜງ​ບໍ່​ແຮ່ ເພື່ອ​ສ້າງ​ໂຄງປະກອບ ​ເສດຖະກິດ​ ກະສິກຳ-ປ່າ​ໄມ້ ຕິດ​ພັນ​ກັບ​ອຸດສາຫະກຳ ​ແລະ ​ການ​ບໍລິການ ກໍຄື ​ໂຄງ​ປະກອບ​ເສດຖະກິດ ຕາມ​ເຂດ​ແຄວ້ນ ​ໃຫ້​ເປັນ​ຕົນ ​ເປັນ​ຕົວ​ຂຶ້ນຢ່າງ​ສອດຄ່ອງ​ໃນ​ທົ່ວ​ປະ​ເທດ.

4.4- ຕັ້ງໜ້າ​ສົ່ງ​ເສີມ​ເສດຖະກິດ​ຄອບຄົວ (​ເສດຖະກິດ​ຄອບຄົວ​ ທຳມະ​ດາ, ​ເສດຖະກິດ​ຄອບຄົວ​ແບບ​ເປີດ​ກວ້າງ) ​ເພື່ອ​ຍົກ​ລະດັບ​ລາຍ​ໄດ້ ​ແລະ​ ຊີວິດ​ການ ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ​ໄປ​ພ້ອມ​ກັບການ​ລົງທຶນ​ເປັນ​ໂຄງການ ຕາມ​ບໍລິ​ເວນ​ເຂດ​ແຄວ້ນ​ທີ່​ເປັນ​ຈຸດ​ສຸມ ​ເພື່ອ​ຊ່ວຍ​ໜູນ​ເສດຖະກິດ​ຄອບຄົວ​ໃຫ້​ຂະຫຍາຍ​ຕົວ. ພ້ອມ​ກັນນັ້ນກໍ່ສ້າງ​ການ​ສະ​ສົມ​ເພື່ອ​ມີ​ທຶນຮອນ​ພັດທະນາ​ຢ່າງ​ເປັນ​ ເຈົ້າການ​ໃນ​ຂັ້ນຕໍ່​ໄປ.
​4.5- ​ເອົາ​ໃຈ​ໃສ່​ພັດທະນາ​ການ​ສຶກສາ, ສາທາລະນະ​ສຸກ ​ແລະ ​ວັດທະນະທໍາ ​ແນ​ໃສ່​ສ້າງ​ບຸກຄະລາ​ກອນ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ, ມີ​ສີມື, ມີວິຊາການ ​ແລະ ​ພະ​ລາ​ນາ​ໄມ​ສົມບູນ​ໃຫ້​ໄດ້ ​ເພື່ອ​ສາມາດ​ຕອບ​ສະ​ໜອງ​ ຄວາມ​ຮຽກ ຮ້ອງ​ຕ້ອງການ​ຂອງ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ​ພັດທະນາ​ປະ​ເທດ​ຊາດ

​4.6- ສືບຕໍ່​ປັບປຸງ​ລະບົບ​ການ​ເມືອງ, ສ້າ​ງພັກ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ ​ແລະ​ ໜັກ​ແໜ້ນ, ສຶກສາ​ອົບຮົມ ແລະ​ ບຳລຸງ​ຖັນ​ແຖວ​ສະມາຊິກ​ພັກ ​ໃຫ້​ເປັນແບບຢ່າງ​ ນຳ​ໜ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ ​ແລະ​ ການ​ດຳລົງ​ຊີວິດ​ທີ່​ສົດ ​ໃສກ້າວໜ້າ; ສ້າງ​ລັດ​ເຮົາ​ໃຫ້​​ເປັນ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ​ ເພື່ອ​ປະຊາຊົນ​ຢ່າງ​ແທ້​ຈິງ; ດຳ​ເນີນ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງຄົມ ຕາມ​ລະບຽບ​ກົດໝາຍ​ຢ່າງ​ສັກສິດ, ​ແກ້​ໄຂ​ບັນຫາ​ສັງຄົມ​ ໃຫ້​ມີ​ປະສິດທິພາບ, ​ເສີມ​ສ້າງ​ ອະລິຍະ​ທຳ​ທາງ​ດ້ານ​ຈິດ​ໃຈ ແລະ ຄວາມ​ຍຸຕິ​ທຳ​ ໃນ​ສັງຄົມ.

4.7- ດຳ​ເນີນ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ໃຫ້​ໄດ້​ດີ ດ້ວຍ​ການ​ດຳ​ເນີນ​ມາດ​ຕະການ​ຫັນ​ວຽກ, ຫັນ​ກຳລັງ​ພະນັກງານ, ພາຫະນະ, ທຶນຮອນ​ລົງ​ສູ່​ຮາກ​ຖານ, ລົງ​ເຖິງ​ປະຊາຊົນ; ສຶກສາ​ອົບຮົມ, ຈັດຕັ້ງ ​ແລະ​ ນຳພາ​ປະຊາຊົນ​ປະຕິບັດ ​ວຽກ​ງານ​ຕ່າງໆ ດ້ວຍ​ຄວາມ​ຕື່ນ​ຕົວ​ເປັນ​ເຈົ້າການ ​ແລະ​ ເປັນ​ຂະ​ບວນການ​ອັນ ​ກວ້າງຂວາງ ​ແລະ ​ຕໍ່​ເນື່ອງ​ຢູ່​ແຕ່ລະ​ຮາກ​ຖານ.

ບົນ​ພື້ນຖານ​ທິດ​ທາງ​ໜ້າ​ທີ່​ລວມດັ່ງກ່າວ, ກອງ​ປະຊຸມ​ໃຫຍ່​ໄດ້​ກຳນົດ​ທັດສະນະ ​ແລະ​ແຜນ​ນະ​ໂຍບາຍ​​ໃຫຍ່​ຕໍ່​ຂົງ​ເຂດ​ວຽກ​ງານ​ຕ່າງໆ ດັ່ງນີ້
1) ກຳນົດ​ທັດສະນະ ແລະ​ ຈຸດໝາຍ ກ່ຽວ​ກັບ​ການ​ພັດທະນາ​ປະ​ເທດ ​ໂດຍ​ເອົາ​ການ​ພັດທະນາ​ເສດຖະກິດ​ເປັນ​ໃຈກາງ, ສືບຕໍ່​ແກ້​ໄຂ​ຄວາມທຸກ​ຍາກ​ ຂອງ​ປະຊາຊົນ ​ໂດຍ​ຖື​ເອົາ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ຄອບຄົວ​ເປັນ ​ຈຸດ​ສຸມ, ບືນ​ຕົວ​ສຸດ​ຂີດ​ ປະຕິບັດ​ຄາດໝາຍ​ສູ້​ຊົນ​ ແກ້​ໄຂ​ຄວາມທຸກ​ຍາກ​ ຂອງ​ຄອບຄົວ​ ໃຫ້​ໄດ້​ໂດຍ​ພື້ນຖານ ​ໃນ​ປີ 2010; ຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ແຫ່ງ​ຊາດ​ໃຫ້​ບັນລຸ​ຄາດໝາຍ 7,5% ຂຶ້ນ​ໄປ​ໃນ​ແຕ່ລະ​ປີ.

2) ​ ​ເພີ່ມ​ປະສິດທິພາບ​ແຫ່ງ​ການ​ຄຸ້ມ​ຄອງ​ມະຫາ​ພາກ​ຂອງ​ລັດ ຕໍ່​ເສດຖະກິດ​ຕະຫລາດ ​ເພື່ອ​ຮັບປະກັນ​ໃຫ້​ເສດຖະກິດ​-ສັງຄົມ​ຂອງ​ປະ​ເທດ​ເຮົາ​ຂະຫຍາຍຕົວ​ ໄປ​ຕາມ​ທິດ​ສັງຄົມ​ນິຍົມ

3) ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໃນ​ທຸກ​ດ້ານ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງປະເທດເຮົາໃນໄລຍະໃໝ່, ​ເອົາ​ໃຈ​ໃສ່ການ​ປະຕິບັດ​ ນະ​ໂຍ ບາຍ​ສັງຄົມ​ໃຫ້​ເໝາະ​ສົມ ​ໂດຍ​ສອດຄ່ອງ​ກັບ​ເງື່ອນ​ໄຂ ​ແລະ​ ຄວາມ​ສາມາດ ​ຕົວ​ຈິງ​ຂອງ ​ເສດຖະກິດ ການ​ເງິນ​ຂອງ​ປະ​ເທດ​ເຮົາ.
4) ບູລະນະ​ລັດ​ປະຊາທິປະ​ໄຕ ຕາມ​ທິດ​ສ້າງ​ລັດ​ຂອງ​ປະຊາຊົນ,ໂດຍ​ປະຊາຊົນ ​ແລະ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ,ສ້າງ​ລັດ​ເຮົາ​ໃຫ້​ເປັນ​ລັດ​ແຫ່ງ​ກົດໝາຍ​ເທື່ອ​ລະ​ກ້າວ ພາຍ​ໃຕ້​ການ​ນຳພາ​ຂອງ ​ພັກ.

5)​ເພີ່ມ​ທະວີ​ຄວາມ​ສາມັກຄີ​​ເປັນ​ປຶ​ກ​ແຜ່ນ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ບົນ​ພື້ນຖານ​ການ​ສ້າງ​ພັນທະ​ພາບ​ກຳມະກອນ, ກະສິກອນ, ນັກຮຽນ​ຮູ້​ປັນຍາ​ຊົນ ​ປະຕິວັດ ​ໃຫ້​ແໜ້ນ​ແກ່ນ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ.

6) ປະຕິບັດ​ແນວທາງ​ປ້ອງ​ກັນຊາ​ດ ປ້ອງກັນຄວາມສະຫງົບ​ທົ່ວ​ປວງ​ຊົນຮອບດ້ານ, ປົກ​ປ້ອງ​ເອກະລາດ, ອະທິປະ​ໄຕ ​ແລະ​ ຜື​ນ​ແຜ່ນດິນ ​ອັນ​ຄົບ​ຖ້ວນ ​ຂອງ​ຊາດ​ໄວ້​ໃຫ້​ໝັ້ນຄົງ, ຮັບປະກັນ​ສະຖຽນ​ລະ​ພາບ ​ແລະ​ ຄວາມ​ສະຫງົບ​ ອັນ​ໜັກ​ແໜ້ນສຳລັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ແລະ​ການ​ທຳ​ມາ​ຫາ​ກິນ​ ຂອງ​ປະຊາຊົນ.

7) ສືບຕໍ່​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ສ້າງສັນ, ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ຢ່າງ​ຕັ້ງໜ້າ ​ແລະ​ເປັນ​ເຈົ້າການ, ປະຕິບັດ​ນະ​ໂຍບາຍ​ພົວພັນ​ແບບ​ ຫລາຍ​ທິດ, ຫລາຍ​ຝ່າຍ ​ແລະ​ ຫລາຍ​ຮູບ​ແບບ ບົນ​ພື້ນຖານ​ເຄົາລົບ ​ເອກະລາດ, ອະທິປະ​ໄຕ ​ແລະ ​ຜືນ​ແຜ່ນດິນ​ອົນ​ຄົບ​ຖ້ວນ​ຂອງ​ກັນ, ບໍ່​ແຊກ​ແຊງ​ເຂົ້າ ວຽກ​ງານ​ພາຍ​ໃນ​ຂອງ​ກັນ ​ແລະ ​ກັນ,ສະ​ເໝີ​ພາບ ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບຜົນ​ປະ​ໂຫຍດ.

* ​ເພື່ອ​ສືບຕໍ່​ ນຳພາ-ພາລະກິດ​ປ່ຽນ​ແປງ​ໃໝ່​ ​ໄປ​ສູ່​ຈຸດໝາຍ​ຢ່າງ​ມີ​ໄຊ, ກອງ​ປະຊຸມ​ໃຫຍ່​ໄດ້​ເປັນ​ເອກະ​ພາບ​ກັນ​ຕົກລົງ​ວ່າ: ຕ້ອງ​ຍົກ​ສູງ​ຄວາມ​ສາມາດ ​ແລະ ​ເພີ່ມ​ທະວີ​ບົດບາດ​ການ​ ນຳພາ​ຂອງ​ພັກ​ໃນ​ທຸກ​ດ້ານ, ສ້າງ​ພັກ​ ໃຫ້​ປອດ​ໃສ​ເຂັ້ມ​ແຂງ ​ແລະ​ໜັກ​ແໜ້ນ. ຢາກ​ເຮັດ​ໄດ້​ແນວ​ນັ້ນ ຕ້ອງ​ກຳ​ແໜ້ນ​ບັນດາ​ທິດ​ທາງ​ໜ້າ​ທີ່​ ໃຫຍ່ ດັ່ງ​ລຸ່ມ​ນີ້ :
1) ຍົກ​ສູງ​ຄຸນ​ນະພາ​ບຂອງ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ ​ແລະ ​ເອົາ​ໃຈ​ໃສ່​ປັບປຸງ​ວຽກ​ງານ​ຄົ້ນຄວ້າ​ທິດ​ສະ​ດີ ບົນ​ພື້ນຖານ​ຢຶດໝັ້ນທິດ​ສະ​ດີ​ ມາກ-​ເລ​ນິນ, ທາດ​ແທ້​ປະຕິວັດ​ຂອງ​ຊົນ​ຊັ້ນກຳມະກອນ ​ແລະ ​ອຸດົມ​ການ​ສັງຄົມ​ນິຍົມ ຢ່າງ​​ເດັດ​ດ່ຽວ.

2) ​ເພີ່ມ​ທະວີ​ວຽກ​ງານ​ສ້າງ​ພັກ​ໃຫ້​ໜັກ​ແໜ້ນ​ທາງ​ດ້ານ​ການຈັດຕັ້ງ ​ໂດຍ​ຢຶດໝັ້ນຫລັກການ​ລວມສູນ​ປະຊາທິປະ​ໄຕ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ໄປ​ພ້ອມ​ກັບ​ການ​ເພີ່ມ​ທະວີ​ລະບຽບ​ວິ​ໄນ​ພາຍ​ໃນ​ພັກຢ່າງ​ເຂັ້ມງວດ; ຕັ້ງໜ້າ​ ປັບປຸງ​ລະບອບ​ລະບຽບ​ການ ກ່ຽວ​ກັບ​ການຈັດຕັ້ງຮາກ​ຖານ​ພັັກ ​ແລະ ​ກົງຈັກ​ຊ່ວຍ​ວຽກ ​ຂອງ​ຄະນະ​ພັກ​ທຸກຂັ້ນ.

3) ​ເຊີດ​ຊູ​ຄວາມ​ເປັນ​ແບບຢ່າງ​ ນຳ​ໜ້າ ​ຂອງ​ພະນັກງານ​ ສະມາຊິກ​ພັກ ​ໃນ​ທຸກ​ການ​ເຄື່ອນ​ໄຫວ​ວຽກ​ງານ ​ແລະ​ ການ​ດຳລົງ​ຊີວິດ.

4) ສືບຕໍ່​ປັບປຸງ​ແບບ​ແຜນ​ນຳພາຂອງ​ພັກ ຕາມ​ທິດ​ເສີມ​ຂະຫ​ຍາຍ​ແບບ​ແຜນ​ນຳພາ ຕາມ​ແນວທາງ​ມະຫາຊົນ ອັນ​ເປັນ​ມູນ​ເຊື້ອ​ທີ່​ດີງາມ​ຂອງ​ພັກ​ເຮົາ; ພ້ອມ​ກັນນັ້ນ ກໍຕ້ອງ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ພາຍ​ໃນ​ພັກ, ກຳຈັດ​ປັດເປົ່າ​ແບບ​ແຜນ​ອາດຍາ​ສິດ, ອັດຕະວະ​ໄສ ​ແລະ ​ຮູບ​ການ​ໃຫ້​ໄດ້.

5) ເພີ່ມ​ທະວີ ​ແລະ​ ຍົກ​ສູງ​ຄຸນ​ນະພາ​ບຂອງ​ວຽກ​ງານ​ກວດກາ​ ດ້ວຍ​ການຄົ້ນຄວ້າ​ວາງ​ລະບຽບ​ການ ​ແລະ ​ກົນ​ໄກ​ອັນ​ລະອຽດ​ເປັນ​ລະບົບ ​ເພື່ອ​ປະຕິບັດ​ ການ​ກວດກາ ຂອງ​ການຈັດຕັ້ງຕໍ່​ບຸກຄົນ, ການ​ກວດກາ​ລະຫວ່າງ​ການ ຈັດຕັ້ງດ້ວຍ​ກັນ ກໍຄື ການ​ກວດກາຂອງຂັ້ນລຸ່ມ​ຕໍ່​ຂັ້ນ​ເທິງ​ໃຫ້​ປົກກະຕິ, ປະສານສົມທົບ ​ການ​ກວດກາ​ຂອງ​ພັກ, ຂອງລັດ ​ແລະ ​ການ​ກວດກາ​ຂອງ​ປະຊາຊົນ​ໃຫ້​ເໝາະ​ສົມ​ກົມກຽວ, ປະຕິບັດ​ລະບອບ​ກວດກາ ​ເພື່ອ​ສະກັດ​ກັ້ນ, ກວດກາ ​ເພື່ອ​ສົ່ງ​ເສີມ ​ແລະ​ ຂະຫຍາຍ​ອັນຕັ້ງໜ້າ ​ແລະ​ ປັດ​ໄຈ​ໃໝ່​ໃຫ້​ດີກ​ວ່າ​ເກົ່າ; ​ເອົາ​ໃຈ​ໃສ່​ປັບປຸງ​ວຽກ​ງານ​ປ້ອງ​ກັນ​ພັກ​ຕື່ມ​ອີກ.

6) ບຳລຸງ​ຖັນ​ແຖວ​ພະນັກງານ ທັງ​ທາງ​ດ້ານ​ຄຸນສົມບັດ ແລະ​ຄວາມ​ສາມາດ, ປັບປຸງ ​ແລະ ​ເພີ່ມ​ທະວີ​ຫລັກ​ໝັ້ນການ​ເມືອງ​ໃຫ້​ໜັກ​ແໜ້ນ, ມີ​ຄວາມ​ຈົງ ຮັກ​ພັກດີ​ຕໍ່​ປະ​ເທດ​ຊາດ ​ແລະ ມີນ້ຳ​ໃຈ​ຮັບ​ໃຊ້​ຊາດ-ຮັບ​ໃຊ້​ປະຊາຊົນ, ມີ​ແບບ​ແຜນ​ດຳລົງ​ຊີວິດ​ອັນ​ສົດ​ໃສ ​ແລະ ​ກ້າວໜ້າ, ມີ​ສະຕິ​ຕໍ່​ການຈັດຕັ້ງ ມີ​ລະບຽບວິ​ໄນ ​ແລະ ​ເຄົາລົບ​ກົດໝາຍ.
ຂອບໃຈຂໍ້ມູນຈາກ: ຂ່າວສານປະເທດລາວ 
ຂອບໃຈທີ່ອ່ານ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ (12-14/3/2001)
ໄດ້ດຳ​ເນີນ​ແຕ່ວັນ​ທີ 12-14 ​ ມີນາ 2001, ທີ່​ນະຄອນຫລວງ​ວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປະທານ ​ຂອງ ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ, ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ; ເຂົ້າຮ່ວມ​ກອງ​ປະຊຸມ​ໃຫຍ່​ມີ​ຜູ້​ແທນ 452 ສະຫາຍ ທີ່​ມາ​ຈາກ​ບັນດາ​ຂະ​ແໜງ​ການ​ອ້ອມ​ຂ້າງ​ສູນ​ກາງ, ທ້ອງ​ຖິ່ນ​ແລະ​ຮາກ​ຖານ​ຕ່າງໆ ​ໃນ​ທົ່ວ​ປະ​ເທດ ​ເຊິ່ງ​ເປັນ​ ຕົວ​ແທນ​ໃຫ້​ສະມາຊິກ​ພັກ​ທັງ​ໝົດ ຈຳນວນ 100.000 ​ກວ່າ​ສະຫາຍ.ໄດ້​ເລືອກ​ຕັ້ງ​ເອົາ​ຄະນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ 53 ສະຫາຍ, ກອງ​ປະຊຸມ​ຄັ້ງປະຖົມ​ມະລຶກ​ເລືອກ​ເອົາກົມການ​ເມືອງ 11 ສະຫາຍ ​ແລະ ​ເລືອກ​ເອົາ ສະຫາຍ ຄຳ​ໄຕ ສີ​ພັນ​ດອນ ​ເປັນ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ເປັນ​ສະ​ໄໝ​ທີ 2.
* ​ເນື້ອ​ໃນ​ຕົ້ນຕໍ​ໂດຍຫຍໍ້​ຂອງ​ມະຕິ
1) ຖອດ​ຖອນ​ໄດ້ບົດຮຽນ​ 5 ປະການ ຄື:
+ ຢຶດໝັ້ນ​ໃນລັດທິ​ມາກ-​ເລ​ນິນ ​ແລະ​ຈຸດໝາຍ​ສັງຄົມ​ນິຍົມ.
+ ເອົາ​ໃຈ​ໃສ່ປັບປຸງ​ກໍ່ສ້າງພັກ​ໃຫ້​ເຂັ້ມ​ແຂງ, ປະຕິບັດ​ຫລັກການ​ລວມສູນ​ປະຊາທິປະ​ໄຕຢ່າງ​ເຂັ້ມງວດ.
+ ເອົາ​ໃຈ​ໃສ່​ສ້າງ​ກຳລັງ​ທີ່​ຈົງ​ຮັກ​ພັກດີ, ໂດຍ​ສະ​ເພາະ ແມ່ນ​ຜູ້​ເປັນ​ຫລັກ​ແຫ​ລ່ງນຳພາ​ແຕ່ລະ​ຂັ້ນ.
+ ຢຶດໝັ້ນ​ໃນທັດສະນະ​ມະຫາຊົນ, ຖື​ປະຊາຊົນ​​ເປັນ​ກົກ.
+ ​ສ້າງ​ສະພາບ​ແວດ​ລ້ອມ​ພາຍ​ໃນ ​ແລະ​ ພາຍ​ນອກ​ອັນ​ອຳນວຍ.

2) ກ່ຽວ​ກັບ​ທິດ​ທາງ ໜ້າ​ທີ່​ຈຸດ​ສຸມ-ຄາດໝາຍ​ສູ້​ຊົນ ​ແຕ່​ນີ້ຮອດ​ປີ 2020:
- ເຮັດ​ໃຫ້​ປະ​ເທດ​ຊາດ​ຫລຸດ​ພົ້ນຈາກ​ຄວາມ​ດ້ອຍ​ພັດທະນາ,​ ເປັນ​ປະ​ເທດ​ທີ່​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ ​ແລະ ມີ​ຄວາມ​ສະຫງົບ​-ປອ​ດ​ໄພ​ທາງ​ສັງຄົມ ​ຢ່າງໜັກ​ແໜ້ນ; ​ເສດ​ຖະກິດ​ຂະຫຍາ​ຍ ຕົວ​ຕໍ່​ເນື່ອງ ​ແລະ ​ໝັ້ນທ່ຽງ ​ດ້ວຍ​ຈັງຫວະ​ໄວພໍ​ສົມຄວນ; ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ລື່ນ​ລະດັບ ປະຈຸ​ບັນ 3 ​ເທົ່າ, ​ເສດຖະກິດ​ແຫ່ງ​ຊາດ ​ມີ​ພື້ນຖານ​ອັນ​ໝັ້ນຄົງ​ດ້ວຍ​ໂຄງ​ປະກອບ​ກະສິກໍາ-ປ່າ​ໄມ້ຕິດ​ແໜ້ນ​ກັບ​ ອຸດສາຫະກຳ ​ແລະ​ ບໍລິການ​ທີ່​ມີ​ຄວາມ​ສົມສ່ວນ ​ແລະ ​ຕັ້ງໜ້າ; ​ເສດຖະກິດ​ຕະຫລາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ ​ໄດ້​ເປັນ​ລະບົບ ​ແລະ​ ມີ​ປັດ​​ໄຈ​ພື້ນຖານ​ແຫ່ງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ​ທັນ​ສະ​ໄໝ, ບັນດາ​ພາກສ່ວນ ​ເສດຖະກິດລ້ວນ ​ແຕ່​ຂະຫຍາຍຕົວ​ຢ່າງ​ກົມກຽວ ແລະ ​ເປັນ​ອົງ​ປະກອບ​ກໍາລັງ​ແຮງ​ຂອງ​ເສດຖະກິດ​ແຫ່ງ​ຊາດ, ​ໃນ​ນັ້ນ ພາກສ່ວນ​ເສດຖະກິດ​ຂອງ​ລັດ ​ແລະ ​ພາກສ່ວນ​ເສດຖະກິດ​ຮ່ວມ​ມື​ຂອງ​ປະຊາຊົນ​ກວມ​ສ່ວນຫລາຍ​ໃນ​ເສດຖະກິດ​​ແຫ່ງ​ ຊາດ. ລະບົບ​ການ​ເມືອງທີ່​ມີ​ພັກ​ປະຊາຊົນ ​ປະຕິວັດ​ລາວ​ເປັນ​ ແກນ​ນຳ​ມີ​ຄວາມ​ໜັກ​ແໜ້ນ, ລັກສະນະ​ລັດ​ຂອງ​ປະຊາບ​ຊົນ ​ໂດຍ​ປະຊາຊົນ ​ແລະ​ ເພື່ອ​ປະຊາຊົນ ສະ​ແດງ​ອອກ​ຈະ​ແຈ້ງ, ສິດທິ​ຂອງ​ພົນລະ​ເມືອງ​ມີ​ການ​ຮັບປະກັນ​ ດ້ວຍ​ການ​ຄຸ້ມ​ຄອງ​ຕາມ​ກົດໝາຍ​ທີ່ສັກສິດ, ປະຊາຊົນ​ບັນດາ​ເຜົ່າ​ມີ​ຄວາມ​ສາມັກ​ຄີ​ເປັນ​ປຶກແຜ່ນ, ມີ​ລະດັບ​ການ​ສຶກສາ​ທົ່ວ​ໄປຈົບ​ມັດທະຍົມ​ຕອນ​ຕົ້ນ, ​ໄດ້​ຮັບ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ​ຢ່າງ​ທົ່ວ​ເຖິງ ​ແລະ ​ມີ​ເງື່ອນ​ໄຂ​ພັດທະນາ​ຕົນ​ເອງ​ດີ​ຂຶ້ນ; ວັ​ດທະນະ​ທຳ​ອັນ​ດີງາມ ​ຂອງ​ຊາດ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ ​ແລະ ​ພັດທະນາ​ໃຫ້​ອຸດົມ​ຮັ່ງມີ​ຕື່ມ​ອີກ. ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ມີ​ການ​ພົວພັນ​ຮ່ວມ​ມື​ກວ້າງຂວາງ​ກັບ​ນາໆ​ຊາດ ​ເພື່ອ​ຜົນ​ປະໂຫຍດອັນ​ຊອບ​ທໍາຂອງ​ຊາດ​ ແລະ​ ສາມາດ​ເຂົ້າຮ່ວມ​ໃນ​ການ​ເຄື່ອນ​ໄຫວ​ສາກົນ​ໄດ້​ຢ່າງ​ເປັນ​ເຈົ້າການ.
* ຄາດໝາຍ​ສູ້​ຊົນສຳລັບ​ໄລຍະ 5 ປີ ຕໍ່ໜ້າ 2001-2005:
1) ຮັບປະກັນ​ໃຫ້​ປະ​ເທດ​ບຊາດສືບຕໍ່​ມີ​ຄວາມ​ສະຫງົບ​ທາງ​ສັງຄົມ ​ແລະ​ ມີ​ສະຖຽນ​ລະ​ພາບ​ທາງ ດ້ານ​ການ​ເມືອງອັນ​ໜັກ​ແໜ້ນ.

2) ​ຮັບປະກັນ​ໃຫ້​ເສດຖະກິດຂະຫຍາຍຕົວ​ຕໍ່​ເນື່ອງ ​ໃນ​ລະດັບ​ສະ​ເລ່ຍບໍ່​ຫລຸດ 7% ຕໍ່​ປີ ທັງ​ມີ​ຄວາມ​ໝັ້ນ ທ່ຽງ ​ແລະ ​ຖືກ​ທິດ.

3) ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນໃຫ້​ໄດ້​ກວ່າ​ເຄິ່ງໜຶ່ງ​ຂອງ​ຈຳນວນຄອບຄົວທີ່​ທຸກ​ຍາກ​​ໃນ​ປະຈຸ​ບັນ.

4) ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ​ໃຫ້​ໄດ້​ໂດຍ​ພື້ນຖານ ​ແລະ ​ຢຸດຕິ​ການ​ປູກ​ຝິ່ນ​​ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ.

5) ສ້າງ​ກິດຈະກຳ ອັນ​ເປັນ​ພື້ນຖານ​ໃຫ້​ໄດ້​ຈຳນວນ​ໜຶ່ງ​ ເພື່ອ​ການ​ກ້າວ​ເຂົ້າສູ່​ການ ຫັນ​ເປັນ​ອຸດສາຫະກຳ ​ແລະ​ ທັນ​ສະ​ໄໝ​ໃນ​ຂັ້ນຕໍ່​ໄປ.

6) ສ້າງ​ພົນລະ​ເມືອງລາວ ​ໃຫ້​ເປັນ​ຜູ້​ມີ​ຄຸນສົມບັດ ສິນ​ທຳ, ຮູ້ຈັກ​ກົດໝາຍ ​ແລະ​ເຄົາລົບ​ກົດໝາຍ, ມີ​ສຸຂະພາບ​ແຂງ​ແຮງ, ມີ​ຄວາມ​ທົນ​ທານ​ຕໍ່ໜ້າ​ທີ່​ວຽກ​ງານ.

7) ສ້າງ​ບຸກຄະລາ​ກອນ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ການ​ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ.

8) ກ່ຽວ​ກັບ​ດ້ານ​ການ​ເມືອງ​ແມ່ນ​ຕ້ອງ​ຮັກສາ ແລະ ​ເຊີດ​ຊູ​ບົດບາດ​ການ​ນໍາຂອງ​ພັກ​ໃຫ້​ສູງ​ຂຶ້ນ, ສ້າງ​​ໃຫ້ລັດ​ມີ​ຄວາມ​ສັກສິດໃນ​ການ​ບໍລິຫານ ​ແລະ ​ຫລຸດຜ່ອນ​ ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ລົງ​ໃຫ້​ໄດ້.

9) ກ່ຽວ​ກັບ​ຂົງ​ເຂດ​ການຕ່າງປະ​ເທດ, ​ມີ​ການ​ພົວພັນ​ມິດຕະພາບ ກັບ​ນາໆ​ຊາດ ​ແລະ​ ມີ​ການ​ຮ່ວມ​ມື​ກັບ​ເພື່ອນ​ມິດ​ໃນ​ໂລກ​ ຢ່າງ​ກວ້າງຂວາງ.

* ຄາດໝາຍ​ສູ້​ຊົນສຳລັບ ​ໄລຍະ ປີ 2006-2010 :
- ​ເສດຖະກິດ​ຂະຫຍາຍຕົວ​ຕໍ່​ເນື່ອງ​ໂດຍ​ສະ​ເລ່ຍບໍ່​​ໃຫ້ຫລຸດ 7% ຕໍ່​ປີ;
- ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າຢ່າງ​ສິ້ນ​ເຊີງ, ຄອບຄົວ​ທີ່ທຸກ​ຍາກ​ໃຫ້​ໄດ້​ຮັບ​ການ​ແກ້​ໄຂ;
-​ ມີ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ ​ແລະ ​ບຸກຄະລາ​ກອນ​​ເພື່ອຮອງ​ຮັບການຫັນ​ເປັນ ອຸດສາຫະກຳ ​ແລະ ທັນ​ສະ​ໄໝ

ເພື່ອ​ຈັດຕັ້ງປະຕິບັດ​ຄາດໝາຍ​ສູ້​ຊົນ​ທີ່​ວາງ​ອອກ​ນັ້ນ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ກອງ​ປະຊຸມ​ໄດ້​ວາງ​ທິດ​ທາງໜ້າ​ທີ່​ລວມ ຄື:
- ເພີ່ມ​ທະວີ​ຄວາມ​ສາມັກຄີ​​ເປັນ​ເອກະ​ພາບພາຍ​ໃນ​ພັກ ​ແລະ ​​ໃນທົ່ວ​ປວງ​ຊົນ​, ​ເສີມ​ຂະຫຍາຍ​ ນ້ຳ​ໃຈ​ຮັກ​ຊາດ, ​ເອກະລາດ ​ເປັນ​ເຈົ້າຕົນ​ເອງ, ສ້າງ​ຄວາມ ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຂຸດ​ຄົ້ນຄວາມ​ອາດ​ສາມາດ​ບົ່ມ​ຊ້ອນ​ຢູ່​ພາຍ​ໃນ ​ຢ່າງ​ສຸດ​ຂີດ ສົມທົບ​ກັບ​ການ​ຍາດ​ແຍ່ງ​ເອົາ​ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ຈາກ​ພາຍ​ນອກ ​ຢ່າງ​ຕັ້ງໜ້າ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ​ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ແລະ​ ສືບຕໍ່​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່.

1) ທົ່ວ​ພັກ, ທົ່ວ​ປວງ​ຊົນ​ເຮົາ​ຕ້ອງ​ພ້ອມ​ກັນ​ສຸມ​ເຫື່ອ​ແຮງ ​ແລະ​ ສະຕິ​ປັນຍາ​ໃສ່​ການ​ຂະຫຍາ​ຍ​ເສດຖະກິດ ​ໂດຍ​ຖື​ເອົາກນສ້າງສາ​ພັດທະນາ​ເສດຖະກິດ ​ເປັນ​ໜ້າ​ທີ່​ ໃຈກາງຕິດ​ພັນ​ກັບ​ການ​ແກ້​ໄຂ​ບັນຫາ​ສັງຄົມ ​ແລະ ​ການ​ພັດທະນາ ​ຄົນ​ລາວ​ໃຫ້​ມີ​ຄວາມ​ກ້າວໜ້າ​ໄປ​ພ້ອມ​ແຕ່​ຫົວທີ; ມີ​ມາດ​ຕະການ​ອັນ​ຄົບ​ຊຸດ ​ເພື່ອ​ແກ້​ໄຂ​ ຄວາ​ມທຸກ​ຍາກ​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ​ຢ່າງ​ຈະ​ແຈ້ງ.

2) ເພີ່ມ​ທະວີ​ບົດບາດ​ການ​ນຳພາ​ຂອງ​ພັກ ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ ​ໄປ​ຄຽງ​ຄູ່​ກັບ​ການ​ປັບປຸງ​ກົງຈັກ​ລັດ​ໃຫ້​ມີ​ຄວາມ​ສັກສິດ ​ແລະ ​ມີ​ປະສິດທິພາບ. ຊຸກຍູ້​ວຽກ​ງານ ​ແນວ​ໂຮມ ​ແລະ ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຈັດຕັ້ງມະຫາຊົນ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າຂອງ​ປະຊາຊົນ​ຢ່າງ​ຕັ້ງໜ້າ.
ຂອບໃຈຂໍ້ມູນຈາກ: ຂ່າວສານປະເທດລາວ
ຂອບໃຈທີ່ອ່ານ

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ (18-20/3/1996)

- ​​ໄຂ​ຂຶ້ນ​ແຕ່​ວັນ​ທີ 18 ຫາ ​ວັນ​ທີ 20 ​ເດືອນ​ ມີນາ ປີ 1996, ທີ່​ນະຄອນຫລວງ​ວຽງ​ຈັນ, ພາຍ​ໃຕ້ການ​ເປັນ​ປະທານ​ຂອງ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ, ປະທານ ​ຄະ​ນະ​ບໍລິຫານ​ງານ​ສູນ​ກາງ​ພັກ. ​ມີ​ຜູ້​ແທນ​ເຂົ້າຮ່ວມ 381 ສະຫາຍ ​​ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​​ແກ່​ສະມາຊິກ​ພັກ 78.000 ສະຫາຍ ​ໃນ​ທົ່ວ​ປະ​ເທດ. ນອກ​ນີ້ຍັງ​ມີ​ຄະນະ​ຜູ້​ແທນ​ຖືກ​ເຊີນຈາກ​ ພັກ​ອ້າຍ​ນ້ອງ​ຈຳນວນ​ໜຶ່ງ​ເຂົ້າຮ່ວມ​ນຳ.
- ກອງ​ປະຊຸມ​ໄດ້​ເລືອກ​ຕັ້ງ​ເອົາ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ ເປັນ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ມີ​ກົມ​ການ​ເມືອງ 9 ສະຫາຍ, ມີ​ຄະນະ​ບໍລິຫານ ​ງານ​ສູນ​ກາງ​ພັກ 49 ສະຫາຍ, ຍິງ 4 ສະຫາຍ.
* ເນື້ອ​ໃນ​ສຳຄັນ​ຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ VI ຂອງ​ພັກ:
ໄດ້ສະຫລຸບ​ຕີ​ລາຄາ​ ​ແລະ ​ຖອດ​ຖອນ​ບົດຮຽນ​ຈາກ ການ​ດຳ​ເນີນ​ພາລະກິດ​ປ່ຽນ​ແປງ​ໃໝ່ ​ໃນ​ໄລຍະ 10 ປີ ຜ່ານ​ມາ, ​ເຊິ່ງສາມາດ​ຖອດ​ຖອນໄດ້ 5 ບົດຮຽນ​ ພື້ນຖານ ຄື:
+ ໜຶ່ງ: ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເອກະ​ພາບ ​ໃນທົ່ວ​ພັກ ທົ່ວ​ປວງ​ຊົນ ຕິດ​​ແໜ້ນ​ກັບ​ການ​ເຊີດ​ຊູ​ນ້ຳໃຈ​ຮັກ​ຊາດ, ​ເສີມ​ຂະຫຍາຍ​ຈິດ​ໃຈ​ເອກະລາດ ​ເປັນ​ເຈົ້າ ຕົນ​ເອງ, ​ເພິ່ງ​ຕົນ​ເອງ ​​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ​ແມ່ນ​ປັດ​​ໄຈ​ຕັດ ສິນ​ຜົນສຳ​ເລັດ​ຂອງ​ພາລະກິດ​ປ່ຽນ​ແປງ​ໃໝ່;
+ ສອງ: ອີງ​ໃສ່​ປະຊາຊົນ, ​ເສີມ​ຂະຫຍາຍ​ກໍາລັງ​ແຮງ​ອັນ​ມະຫາສານ​ຂອງ​ປະຊາຊົນ ​ແລະ​ ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ;
+ ສາມ: ຮັບປະກັນ​ສະຖຽນ​ລະ​ພາບ ທາງ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ ​ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ໃນ​ສັງຄົມ ແມ່ນ​ເງື່ອນ​ໄຂ​ອັນ​ຈຳ​ເປັນ ສຳລັບ ​ການ​ປ່ຽນ​ແປງ​ໃໝ່;
+ ສີ່: ​ເພີ່ມ​ທະວີ​ບົດບາດ ນຳ​ພາ​ຂອງ​ພັກ ​ໃນ​ທຸກ​ຂົງ​ເຂດວຽກ​ງານ ​ແລະ​ ເຊີດ​ຊູ​ຄວາມ​ສັກສິດ​​ແຫ່ງການ​ຄຸ້ມ​ຄອງ​ລັດ ​ແມ່ນ​ເງື່ອນ​ໄຂ​ຮັບປະກັນ​ໃຫ້​ແກ່​ການ​ ປ່ຽນ​ແປງ​ໃໝ່​ໃຫ້​ດຳ​ເນີນ​ໄປ​ຢ່າງ​ຖືກ​ຕ້າງ ຕາມ​ແນວທາງ ​ແລະ​ ຈຸດໝາຍ​ຂອງ​ພັກ, ເສີມ​ຂະຫຍາຍ​ກຳລັງ​ແຮງຂອງຊາດ ສົມທົບ​ກັບ​ກຳ​ລັງແຮງ​ຂອງ​ຍຸກ​ສະ​ໄໝ;
+ ຫ້າ: ຍາດ​​ແຍ່ງ​ເອົາການສະໜັບສະໜູນ ​ແລະ ​ການ​ຊ່ວຍ​ເຫລືອ ຈາກ​ສາກົນຢ່າງ​ມີ​ຫລັກການ.

ກອງປະຊຸມໃຫຍ່ໄດ້ກຳນົດ​ຈຸດໝາຍ​ໃຫຍ່ ​ໃນ​ໄລຍະ​ປີ 2020: ສູ້​ຊົນ​ເຮັດ​ໃຫ້​ປະ​ເທດ​ຊາດ​ຫລຸດ​ພົ້ນອອກ​ຈາກສະພາວະ​ດ້ອຍ​ພັດທະນາ; ​ເສດຖະກິດ-ສັງຄົມ ມີ​ການ​ພັດທະນາ ​ແລະ ​ໄດ້​ມີ​ການ​ປ່ຽນ​ແປງ​​​ໃໝ່ດ້ວຍ​ລະດັບ​ຕ່າງ​ກັບ​ສະພາບ​ປະຈຸ​ບັນ ຄື:
+ ການ​ຜະລິດ​ກະສິກຳ ແລະ ອຸດສາຫະກຳ​ມີ​ການ​ຂະຫຍາຍຕົວ ​ແລະ ​ມີ​ບາງ​ດ້ານ​ທັນ​ສະ​ໄໝ.
+ ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ ແລະ​ ວັດທະນະທຳ ​ເປັນ​ປົກກະຕິ ​ແລະ ​ມີ​ຄຸນ​ນະພາ​ບສູງ​ຂຶ້ນ.
+ ພົນລະ​ເມືອງ​ໄດ້​ຮັບ​ການ​ສຶກສາ ​ແລະ​ບໍລິການ​ດ້ານ​ສາທາລະນະ​ສຸກ ຢ່າງ​ທົ່ວ​ເຖິງ.
+ ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ອຸດົມ​ຮັ່ງມີ.
+ ການ​ສະຫວັດດີ​ການ​ສັງຄົມ​ອັນ​ພື້ນຖານ ມີ​ການ​ຮັບປະກັນ.
+ ມີ​ບຸກຄະລາກອນ ແລະ ກຳລັງ​ແຮງ​ງານ​ທີ່​ມີ​ຄວາມ​ສາມາດຕອບ​ສະໜອງ​ຄວາມ​ຕ້ອງການ​ພື້ນຖານ​ຂອງ​ການ​ພັດ​ທະ​ນາ​ປະ​ເທດ;
+ ສັງຄົມ​ມີ​ຄວາມ​ສະຫງົບ​ສຸກ, ສີວິ​ໄລ ແລະ ຍຸຕິ​ທຳ, ລະບົບ​ການ​ເມືອງ ປະຊາທິປະ​ໄຕ ປະຊາຊົນມີ​ພັກ​ເປັນ​ແກນ​ນຳ​ມີ​ຄວາມ​ໜັກ​ແໜ້ນ, ​ເຂັ້ມ​ແຂງ;
+ ມີ​ການ​ພົວພັນ​ຮ່ວມ​ມື​ອັນ​ກວ້າງຂວາງກັບ​ສາກົນ ​ແລະ​ ສາມາດ​ເຈືອ​ຈານ​ເຂົ້າກັບ​ທ່າ​ອ່ຽງ ລວມຂອງ​ຍຸກ​ສະ​ໄໝ.

* ກອງປະຊຸມໃຫຍ່ໄດ້ກຳນົດ​ຈຸດໝາຍ​ສຳລັບ 5 ປີ​ຕໍ່ໜ້າ 1996-2000 ຄື:
- ສູ້​ຊົນ​ຮັບປະກັນ​ໃຫ້​ເສດຖະກິດ​ຂະຫຍາຍຕົວ​ຕໍ່​ເນື່ອງ​ ​ໃນ​ລະດັບ 8-8,5% ຕໍ່​ປີ, ຮອດ​ປີ 2000 ລາຍ​ໄດ້​ສະ​ເລ່ຍ ຕາມ​ຫົວ​ຄົນ​ໃຫ້​ໄດ້ 500 ​ໂດ​ລາ; ສ້າງ​ກິດຈະການ​ພື້ນຖານ ​ຈໍານວນ​ໜຶ່ງ ​ໃຫ້​ເປັນ​ໜໍ່​ແໜງ ສຳລັບ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ​ທັນ​ສະ​ໄໝ​ໃນ​ຂັ້ນຕໍ່​ໄປ; ​ແກ້​ໄຂ​ຄວາມ​ອຶດ​ຢາກຂາດ​ເຂີນ ​ແລະ ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ໃນ​ບໍລິ​ເວນ​ຈຸດ​ສຸມ​ຈຳນວນ​ໜຶ່ງ ດ້ວຍ​ການ ​ພັດທະນາ​ຊົນນະບົດຮອບດ້ານ.
* ທິດ​ທາງ​ໜ້າ​ທີ່​ລວມຄື:
- ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ ພາຍ​ໃນ​ພັກ ​ແລະ​ ໃນ​ທົ່ວ​ປວງ​ຊົນ, ຮັບປະກັນ​ສະຖຽນ​ລະພາບ ​ແລະ​ ຄວາມ​ສະຫງົບ​ໃຫ້​ໄດ້​ຢ່າງ​ໜັກ​ແໜ້ນ, ສ້າງ​ເງື່ອນ​ໄຂ​ອັນ​ເອື້ອອຳນວຍ​ສຳລັບ ​ການທຳ​ມາ​ຫາ​ກິນ​ຂອງ​ປະຊາ​ຊົນ ​ແລະ​ ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ; ປົກ​ປັກ​ຮັກສາ ​ເອກະລາດ ​ແລະ ​ອະທິປະ​ໄຕ​ຂອງ​ຊາດ​ໄວ້​ຢ່າງ​ໝັ້ນຄົງ; ລະດົມ​ກຳລັງ​ແຮງ​ຂອງ​ທຸກ​ພາກສ່ວນ​ເສດຖະກິດ ​ແລະ ​ທົ່ວ​ສັງຄົມ​ເຂົ້າ​ ໃນ​ການ ​ພັດທະນາສ້າງສາ​ ປະເທດ​ຊາດ;​ ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດຕິດ​ພັນ​ກັບ​ຮັກ​ລະບອບ​ໃໝ່, ເຊີດ​ຊູ​ສະຕິຊາດ​ເອກະລາດ, ​ເປັນ​ເຈົ້າຕົນເອງ, ດຸ​ໝັ່ນ ​ແລະ​ ປະຢັດ ​ໃນ​ການ​ສ້າງສາ ​ປະ​ເທດ​ຊາດ; ສູ້​ຊົນ​ໃຫ້​ມີ​ການ​ສະ​ສົມ ​ຈາກ​ພາຍ​ໃນ​ປະ​ເທດ, ​ເຮັດ​ໃຫ້ການ​ເງິນ​ແຫ່ງ​ຊາດມີ​ຄວາມໝັ້ນທ່ຽງ ​ແລະ​ ເປັນເຈົ້າຕົນ​ເອງ​ເທື່ອ​ລະ​ກ້າວ; ປະຕິບັດ​ນະ​ໂຍບາຍ​ປະຊາກອນ​ຢ່າງ​ຕັ້ງໜ້າ, ​ເຮັດ​ໃຫ້ການ​ເພີ່ມ​ຂຶ້ນຂອງ​ພົນລະ​ເມືອງ ສອດຄ່ອງ​ກັບລະດັບ​ການ ​ຂະຫຍາຍ ຕົວ​ຂອງ​ເສດຖະກິດ, ຍົກ​ລະດັບ​ຄວາມ​ຮູ້​ ຂອງ​ປະຊາຊົນ​ບັນດາ​ເຜົ່າ ກໍ່ສ້າງ​ແຮງ​ງານ​ວິຊາ​ຊີບ ​ແລະ​ ບຸກຄະລາ​ກອນ​ໃຫ້​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ອັນ​ຮີບ​ດ່ວນ ​ໃນ​ສະ​ເພາະ​ໜ້າ​ຂອງ​ການ ​ພັດທະ​ນາ​ປະ​ເທດ, ແກ້​ໄຂ​ບັນຫາ​ຕ່າງໆທາງ​ສັງຄົມ,​ ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສີວິ​ໄລ ​ແລະ ຍຸຕິ​ທຳ; ​ເພີ່ມ​ທະວີ​ບົດບາດ ​ແລະ​ ຊີດ​ຊູ​ຄວາມ​ສາມາດ​ນຳພາ ​ຂອງ​ພັກ ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ; ປັບປຸງ ​ແລະ ​ຍົກ​ສູງ​ປະສິດທິພາບ ​ແຫ່ງ​ການ​ຄຸ້ມ​ຄອງ​ດ້ວຍ ​ກົດໝາຍ​ ຂອງ​ລັດຕໍ່​ເສດຖະກິດ-ສັງຄົມ; ຍູ້​ແຮງ​ການ​ເຄື່ອນ​ໄຫວ​ ຂອງ​ ບັນດາ​ອົງການ​ຈັດຕັ້ງມະຫາຊົນ, ​ເສີມ​ຂະ​ຫຍາ​ຍສິດ​ເປັນ​ເຈົ້າຕົນ​ເອງ​ ຂອງປະຊາຊົນ; ເສີມ​ສ້າງສາ​ຍພົວພັນ​ມິດຕະພາບ​ ກັບ​ນາໆ​ຊາດ ແລະ ​ເປີດ​ກວ້າງ​ ການ ​ພົວພັນ​ຮ່ວມ​ມື​ກັບ​ເພື່ອນ​ມິດສາກົນ.

ກອງ​ປະຊຸມ​ ໄດ້​ຮັບຮອງ​ເອົາ​ກົດ​ລະບຽບຂອງ​ພັກ​ ສະບັບ​ດັດ​ແປງ​​ໃໝ່, ​ເຊິ່ງ​ໄດ້​ປັບປຸງເພີ່ມ​ເຕີມ ​ແລະ ​ເນັ້ນໜັກ​ລັກສະນະ​ຊົນ​ຊັ້ນ ​ແລະ​ ອຸດົມ​ການ​ຂອງ​ພັກ, ​ເປັນຕົ້ນໄດ້​ກຳນົດ​ແຈ້ງ​ທິດ​ນຳ​ໃນ​ການກໍ່ສ້າງ​ພັກ ຄື:
1) ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ ​ແລະ​ກໍ່ສ້າງ​ພັກ​ໃຫ້​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ ​ແລະ​ການ ຈັດຕັ້ງ.

2) ສົມທົບ ລະຫວ່າງ​ກໍ່ສ້າງ​ພັກ ກັບ​ການ​ເພີ່ມ​ທະວີ​ຄວາມ​ສັກສິດ ​ໃນ​ການ​ຄຸ້ມ​ຄອງ​ລັດ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ອົງການ​ຈັດຕັ້ງມະຫາຊົນ.

3) ການ​ປັບປຸງ​ກໍ່ສ້າງ​ພັກ ຕ້ອງ​ຖື​ເອົາ​ຄຸນ​ນະພາ​ບ​ເປັນ​ກົກ, ຮັບ​ເອົາ​ຜູ້​ທີ່​ດີ​ເດັ່ນ ມີ​ເງື່ອນ​ໄຂ​ມາດຖານ​ຄົບຖ້ວນ​ເຂົ້າພັກ, ​ເດັດດ່ຽວ​ເອົາ​ຜູ້​ເສື່ອ​ມຄຸນ​ປ່ຽນ​ທາດ ​ອອກ​ ຈາກ​ພັກ.

ກອງ​ປະຊຸມ​ໃຫຍ່​ ຄັ້ງທີ V ຂອງ​ພັກ

ກອງ​ປະຊຸມ​ໃຫຍ່​ ຄັ້ງທີ V ຂອງ​ພັກ (27-29/3/1991)

​ເປັນ​ກອງ​ປະຊຸມ​ທີ່​ເຮັດ​ໃຫ້​ແນວທາງ​ປ່ຽນ​​ແປງ​ໃໝ່​ກາຍ​ເປັນອັນ​ສົມບູນ​ກວ່າ​ເກົ່າ.​ດຳເນີນ​ ​ແຕ່​ວັນ​ທີ 27-29/03/1991, ທີ່ນະຄອນຫລວງ​ວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປະທານ ຂອງ​ສະຫ​າຍ ໄກສອນ ພົມວິຫານ, ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ.

- ມີ​ຜູ້​ແທນ​ເຂົ້າຮ່ວມ 367 ສະຫາຍ ທີ່​ມາ​ຈາກ​ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ​ຮາກ​ຖານ​ຕ່າງໆ ​ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່ສະມາຊິກ​ພັກ ຈຳນວນ 60.000 ສະຫາຍ ​ໃນ​ທົ່ວ​ປະ​ເທດ.ໄດ້ເລືອກ​ຕັ້ງ​ເອົາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ 59 ສະຫາຍ, ​ໃນ​ນັ້ນ ສຳຮອງ 4 ສະຫາຍ ແລະ ມີ​ການ​ປ່ຽນ​ແປງ​ແນວທາງ​ການຈັດຕັ້ງຈຳນວນ​ໜຶ່ງ, ​ເປັນຕົ້ນ ປ່ຽນ​ຈາກ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ມາ​ເປັນ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໂດຍ​ໄດ້​ເລືອກ​ເອົາ​ ສະຫາຍ ​ໄກສອນ ພົມວິຫານ ​ເປັນ​ປະທານ; ​ເລື​ອກຕັ້ງ​ເອົາ​ກົມ​ການ​ເມືອງ 11 ສະຫາຍ, ສ່ວນ​ຄະນະ​ເລຂາທິການ​ນັ້ນ ​ເນື່ອງ​ຈາກວ່າ​ບໍ່​ມີ​ເລຂາທິການ​ໃຫຍ່ ຈຶ່ງ​ບໍ່​ຈຳ​ເປັນ​ມີ​ຄະນະ​ເລຂາ​ອີກ, ​ແຕ່​ໄດ້​ເລືອກ​ຕັ້ງ​ເອົາ​ສະຫາຍ ປະທານຄະນະ​ບໍລິຫານ​ງານ​ສູ​ນກາງ​ພັກ ​ເປັນ​ຜູ້ປະຈໍາການ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ.
* ​​ເນື້ອ​ໃນ​ຫຍໍ້​ຂອງມະຕິ:
ກອງ​ປະຊຸມ​ໄດ້ກຳນົດ​ລັກສະນະ ​ແລະ​ໄລຍະ​ຂອງ​ການ​ປະຕິວັດ​ປະ​ເທດ​ເຮົາ ​ໃນ​ໄລຍະ​ປັດຈຸບັນ​ວ່າ : ແມ່ນ​ໄລຍະ​ແຫ່ງ​ການ​ສືບຕໍ່ສ້າງ ​ແລະ ​ຂະຫຍາຍ​ລະບອບ​ປະຊາທິປະ​ໄຕ ປະຊາຊົນ, ສ້າງ​ຖະຖົມ​ປັດ​​ໄຈ​ກ້າວ​ຂຶ້ນສັງຄົມ​ນິຍົມ​ເທື່ອ​ລະ​ກ້າວ.
* ທິດ​ທາງ​ໜ້າ​ທີ່​ລວມ:
ສືບຕໍ່​ສ້າງພາລະກິດປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນອັນ​ໜຶ່ງ ອັນ​ດຽວ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ບົນ​ພື້ນຖານ​ພັນທະ​ພາບ​ກຳມະກອນ-ກະສິກອນ ​ແລະ ​ປັນຍາ​ຊົນ ນັກຮຽນ​ຮູ້ ພາຍ​ໃຕ້​ການ​ນຳພາ​ ຂອງ​ພັກ;

+ ຕັ້ງໜ້າ​ສົ່ງ​ເສີມ​ເສດຖະກິດ​ຫລາຍ​ພາກສ່ວນ ແນ​ໃສ່​ຂະຫຍາຍ​ກຳລັງ​ການ​ຜະລິດ ​ຢ່າງ​ແຂງ​ແຮງ, ຫັນປ່ຽນ​ເສດຖະກິດ​ທຳ​ມະ​ຊາດ ​ແລະ ເຄິ່ງທຳ​ມະ​ຊາດ ​ໄປ​ສູ່​ເສດຖະກິດ​ສິນຄ້າ, ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ​ ວັດທະນະທຳ​ຂອງ​ປະຊາຊົນ​ເຜົ່າ​ຕ່າງໆ ນັບ​ມື້ນັບ​ດີ​ຂຶ້ນ;

+ ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ໃນ​ທຸກ​ຂົງ​ເຂດ​ຊີວິດ​ສັງຄົມ, ​ ເຊີດຊູ​ບົດບາດ​ຂອງ​ບັນດາອົງການ​ຈັດຕັ້ງ ມະຫາ​ຊົນ ​ແລະ​ ອົງການ​ຈັດຕັ້ງສັງຄົມ;
+ ກໍ່ສ້າງ​ກົງຈັກ​ລັດ​​ໃຫ້​ເປັນລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​​ແລະ ເພື່ອ​ປະຊາຊົນຢ່າງ​ແທ້​ຈິງ ທີ່​​ເຄື່ອນ​ໄຫວ​ຕາ​ມລັດຖະທຳ​ມະ​ມູນ ​ແລະ ​ກົດໝາຍ;

+ ເພີ່ມ​ທະວີ​ບົດບາດ​ກາ​ນນຳພາ​ຂອງ​ພັກ ​ໃນ​ລະບົບ​ການ​ເມືອງ​ຢ່າງ​ບໍ່​ຢຸດ​ຢັ້ງ;
+ ປັບປຸງ​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ, ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕຂອງ​ຊາດ ແລະ​ ລະບອບ​ໃໝ່​ໄວ້​ໃຫ້​ໝັ້ນຄົງ, ຮັບປະກັນ ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ​ສຸກ ​ແລະ​ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ທົ່ວ​ສັງຄົມ;

+ ສືບຕໍ່​ເປີດ​ກວ້າງ​ການ​ພົວພັນ ​ແລະ ​ການ​ຮ່ວມ​ມືກັບ​ນາໆປະ​ເທດ ​ແລະ ​ບັນດາອົງການ​ຈັດຕັ້ງສາກົນ; ທັງ​ໝົດ​ເຫລົ່ານັ້ນ ເພື່ອ​ສ້າງ​ປະ​ເທດ​ລາວ ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ວັດທະນາ​ຖາວອນ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ ​ຄວາມ​ກ້າວໜ້າ​ທາງ​ສັງຄົມ​ໃນ​ໂລກ.

- ກຳນົດ​ທັດສະນະ​ພື້ນຖານ ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ລະບົບ​ການ​ເມືອງ :
+ ການ​ປ່ຽນ​ແປງ​ໃໝ່​ລະບົບ​ການ​ເມືອງຢູ່ປະ​ເທດ​ເຮົາ “ບໍ່​ໝາຍ​ຄວາມ​ວ່າ ຕ້ອງ​​ປ່ຽນ​​ແປງຈາກ​ລະບອບ​ການ​ເມືອງນີ້​ ດ້ວຍ​ລະບອບ​ການ​ເມືອງ​ອື່ນ, ​ແຕ່​ຫາກ​ແມ່ນ ​ການ​ບູລະນະ​ການຈັດຕັ້ງ ຂອງ​ລະບົບ​ການ​ເມືອງ​ປະຊາ​ທິປະ​ໄຕ ປະຊາຊົນ ​ແລະ ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ເຄື່ອນ​ໄຫວ​ຂອງ​ມັນ ບົນ​ພື້ນຖານ​ການ​ກຳນົດ​ພາລະ ​ບົດບາດ, ໜ້າ​ທີ່​ຂອງ​ແຕ່​ລະ​ອົງ​ປະກອບ​ໃຫ້​ຈະ​ແຈ້ງ​...

* ທິດ​ນຳ​​ຂອງການປ່ຽນ​ແປງ​ໃໝ່ລະບົບ​ການ​ເມືອງ ຄື
+ ຮັບປະກັນ​ລັກສະນະ​ສືບ​ທອດ ​ແລະ​ ຂະຫຍາຍຕົວ, ຕ້ານ​ແນວ​ຄິດ​ຮັກສາ​ເດີມ​ ແລະ​ ທ່າ​ອ່ຽງ ປະຕິ​ເສດ ຢ່າງ​ສິ້ນ​ເຊີງ ບັນດາ​ຜົນງານ​ທີ່​ຍາດ​ມາ​ໄດ້;
+ ດຳ​ເນີນ​ໄປ​ເປັນ​ແຕ່​ລະບາດ​ກ້າວ ດ້ວຍ​ຄວາມຮອບ​ຄອບ, ໜັກ​ແໜ້ນ, ບໍ່ສ້າງ​ຄວາມ​ກະທົບກະ​ເທືອນ​ທີ່ຮ້າຍ​ແຮງ​ດ້ານ​ສັງຄົມ ​ແລະ​ ຈິດຕະສາດ, ຮັບປະກັນ ​ສະຖຽນລະ​ພາບ​ຂອງ​ປະ​ເທດ​ຊາດ;
+ ດຳ​ເນີນ​ໄປ​ຢ່າງ​ຄົບ​ຊຸດ ມີ​ການ​ປະສານ​ສົມທົບ​ຢ່າງ​ກົມກຽວ ລະຫວ່າງ ​ການປ່ຽນ​ແປງ​ໃໝ່ ​ໃນ​ຂົງ​ເຂດຕ່າງໆ​ດ້ວຍ​ກັນ;
+ ​ເຊີດ​ຊູ​ຄຸນ​ນະພາ​ບ ​ແລະ ​ກໍາລັງ​ແຮງ​ໃໝ່​ໃຫ້​ທຸກ​ອົງການ​ຈັດຕັ້ງ. ກອງ​ປະຊຸມ​ໄດ້​ຮັບຮອງ​ ​ແລະ ​ໄດ້​ຢືນຢັນ ​ເຖິງ 5 ຫລັກການ ​ແລະ​ 3 ທິດ​ນຳ ກ່ຽວ​ກັບການ​ສ້າງ​ພັກ​ໃນ​ໄລຍະ​ໃໝ່ຄື:
 ພັກ​ປະຊາຊົນ​ປະຕິວັດ​ລາວ ​ເອົາ​ບັນດາ​ຫລັກ​ມູນ​ທີ່​ມີ​ລັກສະນະ​ທົ່ວ​ໄປ ​ຂອງ​ລັດທິ​ມາກ-​ເລ​ນິນ ​ເປັນ​ພື້ນຖານ​ແຫ່ງ​ແນວ​ຄິດ​ທິດ​ສະ​ດີ​ຂອງ​ຕົນ, ນອກຈາກ​ນັ້ນ ກໍ່​ຮັບ​ເອົາ​ສິ່ງ​ຍອດ​ຍິ່ງ​ທາງ​ດ້ານ​ສະຕິ​ປັນຍາ​ຂອງ​ມວນ​ມະ​ນຸດ, ໝູນ​ໃຊ້​ທິດ​ສະ​ດີ​ວິທະຍາສາດ ​ແລະ ​ບົດຮຽນ​ຂອງ​ປະ​ເທດ​ຕ່າງໆ ​ໃຫ້​ແທດ​ເໝາະ​ກັບ​ພຶດຕິ​ກໍາ ​ແລະ ​ເງື່ອນ​ໄຂ ​ຕົວ​ຈິງ​ຂອງ​ ປະ​ເທດ​ເຮົາ, ​ເສີມ​ຂະຫຍາຍ​ມູນ​ເຊື້ອຮັກ​ຊາດ ​ແລະ ​ນ້ໍາໃຈ​ສາມັກຄີ​ປອງ​ດອງ​ຂອງ​ປະຊາຊົນ​ບັນດາ​ເຜົ່າ, ສົມທົບ​ລັດທິ​ຮັກ​ຊາດ​ອັນ​ແທ້​ຈິງ​ກັບ​ ລັດທິ​ສາກົນ ​ອັນ​ຜ່ອງ​ໃສ; ພັກ​ຈັດ​ຕັ້ງຕາມ​ຫລັກການ ​ລວມສູນ​ປະຊາທິປະ​ໄຕ, ນຳພາ​ເປັນ​ໝູ່​ຄະນະ ​ບຸກຄົນ​ຮັບຜິດຊອບ, ພັກ​ມີ​ລະບຽບ​ວິ​ໄນ​ເຂັ້ມງວດ; ພັກ​ຖື​ຄວາມ​ສາມັກຄີ​ ອັນ​ໜຶ່ງ​ອັນ​ດຽວ​ເປັນ​ຫລັກການ​ພື້ນຖານ; ຖື​ເອົາ​ການ​ຕິ​ຊົມ​ຕົນ​ເອງ ​ແລະ ​ຕິ​ຊົມ​ກັນ​ເປັນ​ກົດ​ເກນ ​ແຫ່ງ​ການ​ເຄື່ອນ​ໄຫວ ​ແລະ​ ຂະ​ຫຍາ​ຍຕົວ​ຂອງ​ຕົນ; ພັກ​ເຄື່ອນ ​ໄຫວ​ຕາມ​ແນວທາງ​ມະຫາຊົນ, ອີງ​ໃສ່​ມະຫາຊົນ ​ແລະ ​ຜ່ານ​ຂະ​ບວນການ​ປະຕິວັດ​ຂອງ​ມະຫາຊົນ ​ເພື່ອ​ກໍ່ສ້າງ ​ແລະ​ ຂະຫຍາຍ​ພັກ, ສົມທົບ​ການ ກໍ່ສ້າງ​ພັກ ​ທັງ​ໃນ 3 ດ້ານ ຄື: ການ​ເມືອງ, ​ແນວ​ຄິດ ​ແລະ ​ການຈັດຕັ້ງ.
ຂອບໃຈຂໍ້ມູນຈາກ: ຂ່າວສານປະເທດລາວ
ຂອບໃຈທີ່ອ່ານ

ກອງ​ປະຊຸມ​ໃຫຍ່ ຄັ້ງທີ IV ຂອງ​ພັກ

ກອງ​ປະຊຸມ​ໃຫຍ່ ຄັ້ງທີ IV ຂອງ​ພັກ (13-15/11/1986)

​ແມ່ນ​ກອງ​ປະຊຸມ​​ແຫ່ງ​ການປ່ຽນ​ແປງ​ໃໝ່​ຮອບດ້ານຢ່າງ​ມີ​ຫລັກການ ເຊິ່ງໄດ້​ໄຂ​ຂຶ້ນ​ ແຕ່ວັນ​ທີ 13-15/11/1986, ສະຖານ​ທີ່​ ນະຄອນຫລວງ​ວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປະທານ ຂອງ​ສະຫາຍ ​ໄກສອນ ພົມວິຫານ, ມີຈຳນວນ​ຜູ້​ແທນ​ເຂົ້າຮ່ວມ​ 303 ສະຫາຍ, ​ເປັນ​ຕົວ​ແທນ​ໃຫ້​ແກ່ສະມາຊິກ​ພັກ​ 45.000 ກວ່າສະຫາຍ ​ໃນ​ທົ່ວ​ປະ​ເທດ. ​ແຂກ​ຖືກ​ເຊີນ​ພາຍ​ໃນ​ມີ 200 ສະຫາຍ.
- ໄດ້​​ເລືອກ​ຕັ້ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ 60 ສະຫາຍ, ​ໃນ​ນັ້ນ ກຳມະການ​ສົມບູນ 51 ສະຫາຍ ​ແລະ ສຳຮອງ 9 ສະຫາຍ; ກອງ​ປະຊຸມ​ຄັ້ງປະຖົມ​ມະລຶກ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໄດ້​ເລືອກ​ເອົາ​ສະຫາຍ ​ໄກ​ສອນ ພົມ​ວິຫານ ​ເປັນ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ ສະ​ໄໝ​ທີ 4, ​ເລືອກ​ຕັ້ງກົມການ​ເມືອງ ສົມບູນ 11 ສະຫາຍ, ​ສໍາຮອງ 2 ສະຫາຍ ​ແລະ ​ເລືອກ​ຕັ້ງຄະນະ​ເລຂາທິການ 9 ສະຫາຍ.

ເນື້ອ​ໃນ​ຫຍໍ້​ຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IV ຂອງ​ພັກ:
- ຜ່ານ​ພຶ​ດຕິ​ກຳ 10 ປີ (1975-1985) ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ​ສ້າງສາ​ປະ​ເທດ​ຊາດ.
ກອງ​ປະຊຸມ​ໃຫຍ່ຖອດຖອນ​ໄດ້ 5 ບົດຮຽນ​ທີ່​ສຳຄັນ ຄື:

+ ໜຶ່ງ: ​ເພີ່ມ​ທະວີ​ການ​ນໍາພາ​ຮອບດ້ານ​ຂອງ​ພັກ, ວາງ​ແນວທາງ​ອອກ​ຢ່າງ​ທັນ​ການ ​ແລະ ​ບູລະນະ​ມັນ ຢ່າງ​ບໍ່​ຢຸດ​ຢັ້ງ, ທັງ​ຢຶດໝັ້ນ​ໃນ​ການຈັດຕັ້ງປະຕິບັດແນວທາງ​ ໃຫ້​ປະກົດ​ເປັນ​ຈິງ.
+ ສອງ: ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ເປັນ​ສາ​ເຫດ​ອັນ​ສໍາຄັນ​ຍິ່ງ​ແຫ່ງ​ໄຊຊະນະ​ທຸກ​ຢ່າງ​ຂອງ​ການ​ປະຕິວັດ​ປະ​ເທດ​ເຮົາ.
+ ສາມ: ຕ້ອງຕິດ​ແໜ້ນ​ກັບ​ຮາກ​ຖານ, ສຸ​ມ​ໃສ່ກໍ່​ສ້າງ​ຮາກ​ຖານ​ໃຫ້​ໜັກ​ແໜ້ນ​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ ​ເພື່ອ​ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ເປັນ​ຢ່າງ​ດີ ​ແລະ​ ດຳ​ເນີນ​ການ​ປະຕິວັດ 3 ປະການ​ໄປ​ພ້ອມໆ​ກັນ.
+ ສີ່: ​ໃນທຸກ​ການ​​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ​ ຕ້ອງ​ຮູ້​ໝູນ​ໃຊ້​ບັນດາ​ກົດ​ເກນ​ພາວະ​ວິ​ໄສ ​ແລະ ​ຄິດ​ໄລ່​ປະສິດທິ​ຜົນທາງ​ເສດຖະກິດ-ສັງຄົມ.
+ ຫ້າ: ການຮ່ວມ​ມື​ຮອບດ້ານ ກັບ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ອ້າຍ​ນ້ອງ, ກ່ອນ​ອື່ນ​ໝົດ​ແມ່ນ​ສະຫະພາບ​ໂຊ​ວຽດ, ກໍ່ສ້າງ​ກ້ອນ​ກຳລັງ​ຮ່ວມ​ສຳພັນ​ພິ​ເສດ​ ລະຫວ່າງ ​ປະ​ເທດ​ເຮົາ​ກັບ​ຫວຽດນາມ ​ແລະ ​ກໍາປູ​ເຈຍ, ນຳ​ໃຊ້​ບັນດາ​ ເງື່ອນ​ໄຂ​ອັນສະດວກ​ຂອງ​ຍຸກ​ສະ​ໄໝ ​ເປັນ​ປັດ​​ໄຈ​ທີ່​ຂາດ​ບໍ່​ໄດ້ ​ໃນ​ການ​ກໍ່ສ້າງ​ສັງຄົມ​ນິຍົມ​ ຢູ່​ປະ​ເທດ​ເຮົາ.

- ກຳນົດທິດ​ທາງ​ ໜ້າ​ທີ່​ຕົ້ນຕໍ​ທາງ​ດ້ານເສດຖະກິດ-ສັງຄົມ ຕະຫລອດ​ສະ​ໄໝ
​ຂ້າມ​ຜ່ານ​ກ້າວ​ຂຶ້ນສູ່ ສັງຄົມ​ນິຍົມ ຂອງ​ປະ​ເທດ​ເຮົາ ຄື:
+ ດຳ​ເນີນ​ການ​ຫັນ​ເປັນ​ອຸດສາຫະກຳ ສັງຄົມ​ນິຍົມ ​ເທື່ອ​ລະ​ກ້າວ ​ເພື່ອ​ກໍ່ສ້າງ​ພື້ນຖານ​ວັດຖຸ​ເຕັກນິກ​ສັງຄົມ​ນິຍົມ​ໃຫ້​ສໍາ​ເລັດ​ຜົນ.
+ ດຳ​ເນີນ​ການ​ດັດ​ສ້າງ​ສັງຄົມ​ນິຍົມ ​ເພື່ອກໍ່ສ້າງ​ການ​ພົວພັນ​ການ​ຜະລິດ​ໃໝ່​ ສັງຄົມ​ນິຍົມ.
+ ຂະຫຍາຍ​ທາງ​ດ້ານຈຳນວນ ​ແລະ ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ຊົນ​ຊັ້ນກໍາມະກອນ, ​ເຮັດ​ໃຫ້​ຊົນ​ຊັ້ນຊາວນາ​ລວມໝູ່ ​ແລະ ​ຊັ້ນຄົນປັນຍາ​ຊົນສັງຄົມ​ນິຍົມ ​ເປັນ​ຕົນ ​ເປັນ​ໂຕ​ຂຶ້ນ.
+ ປັບປຸງ​ລະບົບ​ຜະ​ເດັດ​ການ​ກຳມະ​ຊີບ​ໃຫ້​ໜັກ​ແໜ້ນ, ເປີດ​ກວ້າງ​ປະຊາທິປະ​ໄຕສັງຄົມ​ນິຍົມ, ​ເພີ່ມ​ທະວີ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ການ​ເມືອງ ​ແລະ ​ແນວ​ຄິດ ຂອງ​ສັງຄົມ.
+ ດຳ​ເນີນ​ການ​ປະຕິວັດ​ແນວ​ຄິດ ​ແລະ​ວັດທະນະທໍາ ​ແນ​ໃສ່​ກໍ່ສ້າງ​ວັດທະນະທໍາໃໝ່ ​ແລະ ​ຄົນ​ໃໝ່ ສັງຄົມ​ນິຍົມ ​ເທື່ອ​ລະ​ກ້າວ.
+ ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ບັນດາ​ເຜົ່າ​ໃຫ້​ດີ​ຂຶ້ນ ​ແລະ​ ແກ້​ໄຂ​ບັນດາ​ບັນຫາສັງຄົມ​ຢ່າງ​ເໝາະ​ສົມ.
+ ກໍ່ສ້າງ​ລະບົບ​ຄຸ້ມ​ຄອງ​ໃໝ່ ຕໍ່​ຂົງ​ເຂດ​ເຄື່ອນ​ໄຫວ​ສັງຄົມ.

* ທິດ​ທາງ​ ໜ້າ​ທີ່​ຕົ້ນຕໍ ​ໄລຍະ​ແຕ່​ນີ້​ເຖິງ​ປີ 2000 ກໍຄື​ ແຜນການ 5 ປີ​ເທື່ອທີ II ຄື:
+ ເລັ່ງ​ໃສ່​ແກ້​ໄຂ​ບັນຫາ​ທັນ​ຍາ​ຫານ ​ແລະ​ ອາຫານ ​ໃຫ້​ໄດ້​ຢ່າງ​ໜັກ​ແໜ້ນ ບົນ​ພື້ນຖານ​ຂະຫຍາຍ​ການ​ກະສິກຳ​ຢ່າງຮອບດ້ານ.
+ ຈຳກັດ ແລະ​ໄປ​ເຖິງ​ບ່ອນ​ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ໂດຍ​ພື້ນຖານ.
+ ສ້າງ​ໂຄງ​ປະກອບ​ເສດຖະກິດ​ກະສິກຳ-ປ່າ​ໄມ້-ອຸດສາຫະກຳ ທີ່​ສົມ​ເຫດ​ສົມ​ຜົນໃຫ້​ເປັນ​ຕົນ​ເປັນ​ໂຕ​ຂຶ້ນ​ໃນ​ຂັ້ນຕົ້ນ.
+ ດຳ​ເນີນ​ການ​ແບ່ງ​ເຂດ​ເສດຖະກິດ, ວາງ​ແຜນ​ກຳນົດ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ ​ແລະ​ ຕົວ​ເມືອງ.
+ ຂະຫຍາຍ​ການ​ຄົມມະນາຄົມ​ຂົນ​ສົ່ງ ​ແລະ​ ການ​ຕິດຕໍ່​ສື່ສານ.
+ ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ, ຈັດຕັ້ງວຽກ​ງານ​ສຳ​ຫລວດ​ພື້ນຖານ.
+ ປັບປຸງ ແລະ ​ເພີ່ມ​ທະວີ​ບົດບາດ​ເປັນ​ເຈົ້າພາ​ທາງ ​​ໃນຂົງ​ເຂດ​ເສດຖະກິດ​ຂອງ​ລັດ, ຂະຫຍາຍ​ຂົງ​ເຂດ​ເສດຖະກິດ​ສະຫະກອນ.
+ ປັບປຸງແລະ​ຂະຫຍາຍ​ລະບົບ​ການ​ຄ້າ​ຢ່າງຮອບດ້ານ.
+ ອອກ​ແຮງ​ປັບປຸງ​ດ້ານ​ການ​ເງິນ​ແລະ​ ເງິນຕາ​ ໃຫ້​ສະຫງົບ​ປົກກະຕິ.
+ ຂະຫຍາຍ​ການ​ພົວພັນ​ດ້ານ​ເສດຖະກິດ​ກັບ​ຕ່າງປະ​ເທດ.
+ ກໍ່ສ້າງ​ລະບົບ​ກົດໝາຍ.
+ ຂະຫຍາຍ​ການ​ສຶກສາ, ວັດທະນະທຳ​ແລະ​ ສາທາລະນະ​ສຸກ.

* ໜ້າ​ທີ່​ວຽກ​ງານ​ກໍ່ສ້າງ​ພັກ:
+ ​ເພີ່ມ​ທະວີ​ບົດບາດ ​ແຫ່ງ​ການ​ນໍາພາ​ຂອງ​ພັກ, ​ເຊີດ​ຊູ​ຄຸນ​ປະ​ໂຫຍດ ​ແລະ ​ປະສິດທິ​ຜົນ ​ແຫ່ງ​ການ​ນໍາພາ ​ແລະ ​ກໍາລັງ​ສູ້​ຮົບ​ຂອງ​ພັກ ຢູ່​ໃນ​ໄລຍະ​ໃໝ່ ຂອງ​ການ ​ປະຕິວັດ.
+ ບູລະນະ​ບັນດາ​ອົງການ​ຈັດຕັ້ງນຳພາ ​ແລະ​ ຄຸ້ມ​ຄອງ, ​ເຊີດ​ຊູ​ກໍາລັງ​ສູ້​ຮົບ​ຂອງ​ການຈັດຕັ້ງຮາກ​ຖານ.
+ ດັດ​ແປງ​ວຽກ​ງານ​ພະນັກງານ, ​ເສີມ​ຂະຫຍາຍ​ບົດບາດນໍາ​ໜ້າ ​ເປັນ​ແບບຢ່າງ​ຂອງ​ສະມາຊິ​ພັກ.
+ ສ້າງ​ແບບ​ແຜນ​ເຮັດ​ວຽກ​ແບບ​ໃໝ່, ຮັກສາ​ບັນດາ​ຫລັກການ​ຈັດຕັ້ງ ​ແລະ ​ດໍາ​ເນີນ​ຊີວິດ​ຢູ່​ໃນ​ພັກ​ຢ່າງ​ເຂັ້ມງວດ.
+ ​ເພີ່ມ​ທະວີ​ວຽກ​ງານ​ແນວ​ຄິດ ​ແລະ ​ທິດ​ສະ​ດີ​ຢ່າງ​ແຂງ​ແຮງ​ແນ​ໃສ່ຮັບ​ເອົາ​ຈິດ​ສໍານຶກ​ໃໝ່ ​ແລະ​ ຈິນຕະນາການ​ໃໝ່.
(ຂອບໃຈຂໍ້ມູນຈາກ: ຂ່າວສານປະເທດລາວ )
ຂອບໃຈທີ່ອ່ານ

ກອງ​ປະຊຸມ​ໃຫຍ່​ ຄັ້ງທີ III ຂອງ​ພັກ

ກອງ​ປະຊຸມ​ໃຫຍ່​ ຄັ້ງທີ III ຂອງ​ພັກ (27-30/4/1982)

​ ເປັນ​ກອງ​ປະຊຸມ​ເປີດ​ເຜີຍ​ທາງ​ການ ​ເທື່ອ​ທໍາ​ອິດ​ຕໍ່​ພາຍ​ໃນ ແລະ​ຕ່າງປະ​ເທດ ເຊິ່ງໄດ້ໄຂ​ຂຶ້ນ ວັນ​ທີ 27-30/04/1982, ສະຖານ​ທີ່ ນະຄອນຫລວງ​ວຽງ​ຈັນ.ມີຜູ້​ແທນ​ເຂົ້າຮ່ວມ 228 ສະຫາຍ, ທີ່​ມາ​ຈາກ​ທຸກ​ຂົງ​ເຂດ​ການ​ເຄື່ອນ​ໄຫວ ແລະ ​ຈາກ​ທຸກໆ​ແຂວງ​ທີ່​ເປັນຕົວ​ແທນ​ໃຫ້​ແກ່​ສະມາຊິກ​ພັກ 35.000 ສະຫາຍ ​ໃນ​ທົ່ວ ​ປະ​ເທດ; ມີ​​ແຂກ​ພາຍ​ໃນ​ປະ​ເທດ 105 ສະຫາຍ, ​ແຂກ​ຕ່າງ​ປະ​ເທດ 11 ຄະນະ.
- ກອງ​ປະຊຸມ​ໄດ້​ເລືອກ​ຕັ້ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ 55 ສະຫາຍ, ​ໃນ​ນັ້ນ ກຳມະການ​ສົມບູນ ມີ 49 ສະຫາຍ ​ແລະ ​ສໍາຮອງ 6 ສະຫາຍ, ສະຫາຍ ​ໄກສອນ ພົມວິຫານ ​ໄດ້​ຖືກ​ເລືອກ​ຕັ້ງ​ໃຫ້​ເປັນ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ ​ເປັນ​ສະ​ໄໝ​ທີ 3, ​ເລືອກ​ຕັ້ງກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ປະກອບ​ມີ 7 ສະຫາຍ ​ແລະ​ ຄະນະ​ເລຂາທິການ​ສູນ​ກາງ​ພັກ ປະກອບ​ມີ 9 ສະຫາຍ.
* ​ສັງ​ລວມ​ໂດຍ​ຫຍໍ້ເນື້ອ​​ໃນ ຂອງກອງ​ປະຊຸມ​ໃຫຍ່​ ຄັ້ງທີ III ຂອງ​ພັກ:
- ​ສະຫລຸບ​ສັງ​ລວມ​ໄຊຊະນະ​ຂອງ​ການ​ປະຕິວັດ​ຊາດ ປະຊາທິປະ​ໄຕ ​ແລະ ​ຜົນງານ ທີ່​ຍາດ​ມາ​ໄດ້ ​ໃນ 6 ປີ​ແຫ່ງ​ການ​ກໍ່ສ້າງ​ລະບອບ​ໃໝ່; ກຳນົດ​ແນວທາງ, ທິດ​ທາງ​ໜ້າ​ທີ່​ຂອງ​ການ​ປະຕິວັດ​ໃນ​ໄລຍະ​ໃໝ່, ​ໄລຍະ​ແຫ່ງ​ການ​ ປົກ​ປັກ​ຮັກສາ​ເອກະລາດ​ແຫ່ງ​ຊາດ ​ແລະ ​ຂ້າມ​ຜ່ານ​ກ້າວ​ຂຶ້ນສັງຄົມ​ນິຍົມ​ເທື່ອ​ລະ​ກ້າວ. - ຍ​ົກ​ໃຫ້​ເຫັນ 3 ຈຸດ​ພິ​ເສດ​ໃຫຍ່​ຂອງ​ການ​ປະຕິວັດ​ລາວ ​ໃນ​ໄລຍະ​ໃໝ່ຄື:

+ ປະ​ເທດ​ລາວ ພ້ອມ​ກັບ​ຫວຽດນາມ ​ແລະ​ ກໍາປູ​ເຈຍ ​ໄດ້​ກາຍ​ເປັນ​ປ້ອມ​ດ່ານ​ໜ້າ​ຂອງ​ລະບົບ​ສັງຄົມ​ນິຍົມ ຢູ່​ໃນ​ອາຊີ​ອາຄະ​ເນ, ດ້ວຍ​ເຫດ​ນັ້ນການ​ຕໍ່ສູ້​ ປົກ​ປັກ​ຮັກສາ​ເອກະລາດ ອະທິປະ​ໄຕ ​ແລະ ​ກໍ່ສ້າງ​ລະບອບ​ໃໝ່ ​ແມ່ນ​ດຸ​ເດືອດ​ຂ້ຽວຂາດ ​ແລະ​ ຍາວ​ນານ;

+ ປະ​ເທດ​ລາວ​ໄດ້​ສະຖາ​ປາ​ນາ​ລະບອບ​ການ​ເມືອງ​ທີ່​ກ້າວໜ້າ​ຂຶ້ນ, ປະຊາຊົນ​ລາວ​ບັນດາ​ເຜົ່າໄດ້ເປັນ​ເຈົ້າປະ​ເທດ​ຊາດ, ມີ​ຊັບພະຍາກອນທີ່​ອຸດົມສົມບູນ, ​ແຕ່​ ເສດຖະກິດ​ຍັງ​ດ້ອຍ​ພັດທະນາ, ລະດັບ​ວັດທະນະທຳ​ຍັງ​ຕ່ຳ;

+ ປະ​ເທດ​ລາວ​ກ້າວ​ເຂົ້າສູ່​ໄລຍະ​ໃໝ່​ຂອງ​ການ​ປະຕິວັດໃນ​ຂະ​ນະ​ທີ່​ການ​ປະຕິວັດ​ວິທະຍາສາດ-​ເຕັກນິກ​ ຄັ້ງທີ່ 3 ​ໃນ​ໂລກ​ພວມ​ຂະຫຍາຍຕົວ​ຢ່າງ​ຟົດຟື້ນ ​ແລະ ​ກວ້າງຂວາງ ເຊິ່ງໄດ້ກຳນົດ​ແນວທາງ​ລວມຂອງ​ການ​ປະຕິວັດ​ລາວ ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ກ້າວ​ຂຶ້ນສັງຄົມ​ນິຍົມ ຄື:

+ ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ​ແລະ ​ນໍາພາ​ປະຊາຊົນ​ບັນດາ​ເຜົ່າ​ປັບປຸງ ​ແລະ ​ເພີ່ມ​ທະວີຜະເດັດ​ການ​ກໍາມະ​ຊີບ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈັດຕັ້ງ ​ແລະ ​ຮັບ ປະກັນ​ໃຫ້​ປະ​ຊາ​ຊົນ​ຜູ້ອອກ​ແຮງ​ງານ​ເຜົ່າ​ຕ່າງໆ ສາມັກຄີ​ແໜ້ນ​ແຟ້ນ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າປະ​ເທດ​ຊາດ, ​ເປັນ​ເຈົ້າສັງຄົມ, ດຳ​ເນີນ​ການ​ປະຕິວັດ ​ທັງ​ສາມ​ປະການ​ໄປ​ພ້ອມໆ​ກັນ, ​ໃນ​ນັ້ນ ການ​ປະຕິວັດ​ການ​ພົວພັນ​​ແຫ່ງການ​ຜະລິດ ມີ​ລັກສະນະ​​ໄຂ​ຊ່ອງ​ທາງ​ໃຫ້​ກຳລັງ​ການ​ຜະລິດ ​ຂະຫຍາຍຕົວ, ການ​ປະຕິ ວັດ ​ວິທະຍາສາດ-​ເຕັກນິກ ​ເປັນ​ຂໍ​ກຸນ​ແຈ​ຕົ້ນຕໍ, ການ​ປະ​ຕິ​ວັດ​ວັດທະນະທຳ​ແນວ​ຄິດ ຕ້ອງ​ໄປ​ກ່ອນ​ກ້າວ​ໜຶ່ງ, ທັງ​ໝົດ​ເຫລົ່ານັ້ນ ​ແມ່ນ​ເພື່ອ​ກໍ່ສ້າງສັງຄົມ​ນິຍົມ ຢູ່ປະ​ເທດ​ເຮົາ​.

+ ກ່ຽວ​ກັບ​ວຽກ​ງານ​ພັກ: ອອກ​ແຮງ​ກໍ່ສ້າງ​ພັກ​ໃຫ້​ເຂັ້ມ​ແຂງ​ຮອບດ້ານ, ຍົກ​ສູງ​ລັກສະນະ​ຊົນ​ຊັ້ນກຳມະກອນ ​ແລະ ​ລັກສະນະ​ນໍາ​ໜ້າ​ຕໍ່ສູ້, ຍົກ​ສູງ​ຄວາມ​ສາມາດ​ຂອງ​ພັກ ​ເພື່ອ​ກ້າວ​ໄປ​ຕາມ​ວັດຖຸ​ປະສົງ ​ແລະ ​ເປົ້າໝາຍ ​ທີ່​ພັກໄດ້​ ກໍານົດ​ໄວ້.

+ ຂຸດ​ຄົ້ນ ​ແລະ ​ເສີມ​ຂະຫຍາຍ​ທຸກ​ຄວາມ​ອາດສາມາດ​ບົ່ມ​ຊ້ອນ ຂອງ​ປະ​ເທດ​ຊາດ, ​ໂດຍ​ຫັນ​ຈາກ​ກະສິກໍາ-ປ່າ​ໄມ້, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ຂະຫຍາຍ ​ອຸດສາຫະກໍາ.

+ ດັດ​ສ້າງ​ເສດຖະກິດ​ທຳ​ມະ​ຊາດ, ນຳ​ເອົາ​ການ​ຜະລິດ​ນ້ອຍ​ກ້າວ​ສູ່​ການ​ຜະລິດ​ໃຫຍ່​ສັງຄົມ​ນິຍົມ​ເທື່ອ​ລະ​ກ້າວ.

+ ປະຕິບັດ​ການ​ຫັນ​ເປັນ​ອຸດສາຫະກຳ​ເທື່ອ​ລະ​ກ້າວ​ຢ່າງ​ມີ​ຈຸດ​ໜັກ, ຖື​ເອົາ​ການ​ຫັນ​ເປັນ​ອຸດສາຫະກຳ​ສັງຄົມ​ນິຍົມ ເປັນ​ໜ້າ​ທີ່​ໃຈກາງ​ຂອງ​ສະ​ໄໝ​ຂ້າມ​ຜ່ານ.

+ ສ້າງຊີວິດອັນ​ອີ່ມ​ໜຳ​ສຳລານ ​ແລະ ​ສົມບູນ​ພູນ​ສຸກ​​ເບີກບານ​ມ່ວນ​ຊື່ນ​ໃຫ້​ແກ່​ປະຊາຊົນ​ເຜົ່າ​ຕ່າງໆ, ລົບ​ລ້າງ​ລະບອບ​ຄົນ​ຂູດ​ຮີດ​ຄົນ​ຢ່າງ​ຕະຫລອດ​ການ.

+ ​ເພີ່ມ​ທະວີ​ການປ້ອງ​ກັນຊາ​ດ-ປ້ອງ​ກັນຄວາມສະຫງົບ, ປົກປັກ​ຮັກສາ​ເອກະລາດ​ແຫ່ງ​ຊາດ, ອະທິປະ​ໄຕ ​ແລະ ​ລະບອບ​ໃໝ່​ໄວ້​ຢ່າງ​ໝັ້ນຄົງ​, ກໍ່ສ້າງ​ປະ​ເທດ ​ລາວ ສັນຕິພາບ ​ເອກະລາດ ​ເອກະ​ພາບ ​ແລະ​ ສັງຄົມ​ນິຍົມ.

+ ພ້ອມ​ກັບ​ຫວຽດນາມ ​ແລະ ​ກໍາ​ປູ​ເຈຍ ປົກ​ປັກ​ຮັກສາ​ປ້ອມ​ດ່ານ​ໜ້າ​ສັງຄົມ​ນິຍົມ ​ຢູ່​ພາກ​ພື້ນນີ້​ ໃຫ້​ໝັ້ນຄົງ ​ແລະ ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້ ​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ​ ຄວາມ​ກ້າວໜ້າ​ທາງ​ສັງຄົມ​ໃນ​ໂລກ.

* ກອງ​ປະຊຸມ​ໄດ້​ວາງ​ຈຸດໝາຍ​ພື້ນຖານ​ຂອງ​ການ​ປະຕິວັດ​ລາວ ​ໃນ​ໄລຍະ​ໃໝ່ ຄື:
+ ບໍ່ລົດ​ລະ​ໃນ​ການ​ເພີ່ມ​ທະວີ​ ແລະ ​ບູລະນະ​ລະບົບ​ຜະ​ເດັດ​ການ​ກໍາມະ​ຊີບ, ປະຕິບັດ​ສິດ​ເປັ​ນ​ເຈົ້າຂອງ ປະຊາຊົນ​ຜູ້​ອອກ​ແຮງ​ງານ​ເຜົ່າ​ຕ່າງໆ.

+ ກໍ່ສ້າງ​ພື້ນຖານ​ວັດຖຸ-​ເຕັກນິກ​ອັນ​ຈໍາ​ເປັນ​ຂອງ​ລະບອບ​ສັງຄົມ​ນິຍົມ, ​ເຮັດ​ໃຫ້​ເສດຖະກິດ​ແຫ່ງ​ຊາດ​ມີ​ພື້ນຖານ​ກະສິກໍາ-ປ່າ​ໄມ້, ອຸດສາຫະກຳ​ຂະຫຍາຍຕົວ;

+ ກໍ່ສ້າງ ​ແລະ​ ບູລະນະ​ການ​ພົວພັນ​ແຫ່ງ​ການ​ຜະລິດ​ສັງຄົມ​ນິຍົມ, ຮັບປະກັນ​ໃຫ້​ບັນດາ​ພາກສ່ວນ​ເສດຖະກິດ​ສັງຄົມ​ນິຍົມ ກວມ​ຖານະ​ຄອບ​ຄອງ​ໃນ​ພື້ນຖານ ​ເສດຖະກິດ​ແຫ່ງ​ຊາດ.

+ ກໍ່ສ້າງ ​ແລະ ​ບໍາລຸງ​ພະນັກງານ, ກຳມະກອນ ​ເພື່ອ​ໃຫ້​ມີ​ຄວາມ​ສາມາດ​ພຽງພໍ ​ໃນ​ການ​ສ້າງສາ​ພັດທະນາ ​ແລະ ​ເປັນ​ເຈົ້າປະ​ເທດ​ຊາດ, ​ເປັນ​ເຈົ້າສັງຄົມ.

+ ສາມັກຄີ​ປະຊາຊົນ​ເຜົ່າ​ຕ່າງໆ, ສູ້​ຊົນ​ນຳ​ເອົາ​ເຜົ່າ​ຕ່າງໆ ກ້າວ​ຂຶ້ນທຽມທັນ​ກັນ, ປອງ​ດອງ​ກັນ​ຢ່າງ​ແທ້​ຈິງ ຢູ່​ໃນ​ວົງ​ຄະນາ​ຍາດ​ຂອງ​ຊາດ​ລາວ, ​ເຮັດ​ໃຫ້​ຊີວິດ​ການ ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ​ແລະ ​ວັດທະນະທໍາ ຂອງ​ປະຊາຊົນ ​ແຕ່ລະ ​ເຜົ່າ​ໃຫ້​ດີ​ຂຶ້ນ.

- ກອງ​ປະຊຸມ​ໄດ້​ວາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ​ອອກ ຄື: ຢຶດໝັ້ນ​ໃນ​ແນວທາງ​ຕ່າງປະ​ເທດ ສັນຕິພາບ, ​ເອກະລາດ, ມິດຕະພາບ, ​ເພີ່​ມທະວີ​ຢ່າງ​ ບໍ່​ຢຸດ​ຢັ້ງຄວາມ​ສາມັກຄີ​ແບບ​ພິ​ເສດ ການ​ຮ່ວມ​ສຳພັນ​ສູ້​ຮົບ ​ແລະ ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ ​ແລະ ກຳ​ປູ​ເຈຍ ອ້າຍ​ນ້ອງ, ສາມັກຄີ​ແໜ້ນ​ແຟ້ນ ​ແລະ ​ຮ່ວມ​ມື​ຮອບດ້ານ​ກັບ​ສະຫະພາບ​ໂຊ​ວຽດ ​ແລະ​ ບັນດາ​ປະ​ເທດ​ສັງຄົມ​ນິຍົມ, ຍາດ​ແຍ່ງ​ເອົາ​ການ​​ເປັນ​ໃຈສະໜັບສະໜູນ ຈາກ​ບັນດາ ​ຂະ​ບວນການ​ປະຕິວັດ ​ແລະ​ ຊາ​ຊົນ​ທີ່​ຮັກຫອມ​ສັນຕິພາບ ​ແລະ ​ຄວາມ​ເປັນ​ທໍາ​ໃນ​ໂລກ

- ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ ຢູ່​ໃນ​ໄລຍະ​ໃໝ່ ຂອງ​ການ​ປະຕິວັດ, ກອງ​ປະຊຸມ​ໄດ້​ຢືນ​ຢັນ​ວ່າ : ພັກ​ຕ້ອງ​ສູ້​ຊົນ​ຮັກສາ​ທາດ​ແທ້​ພັກ​ແບບ​ໃໝ່​ ຂອງ​ຊົນ​ຊັ້ນກຳມະກອນ ​ໄວ້​ຢ່າງ​ໝັ້ນຄົງ, ສົມ​ກຽດ​ເປັນ​ແກ່ນສານ​ນຳພາ​ຜະ​ເດັດ ການ​ກຳມະ​ຊີບ, ພັກ​ຕ້ອງ​ເປັນ​ກ້ອນ​ກຳລັງ​ແຫ່ງ​ຄວາມ​ສາມັກຄີ​ເອກະ​ພາບ​ ທາງ​ດ້ານ​ມານະ​ຈິດ ​ແລະ ​ການ​ກະທໍາ, ຕິດ​ພັນ​ກັບ​ມະ​ຫາ​ຊົນ​ຢ່າງ​​ແໜ້ນ​ແຟ້ນ, ມີ​ແນວທາງ​ນະ​ໂຍບາຍ​ຖືກຕ້ອງ, ມີ​ການຈັດຕັ້ງປອດ​ໃສ​ເຂັ້ມ​ແຂງ, ມີ​ຖັນ​ແຖວ​ພະນັກ ງານ-ສະມາຊິກ​ພັກ ທີ່​ໜັກ​ແໜ້ນ ທາງ​ດ້ານ​ການ​ເມືອງ ມີ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ ​ແລະ ຄຸ້ມ​ຄອງ​ສັງຄົມ.

ທິດ​ນຳ​ໃນ​ການ​ກໍ່​ສ້າງ​ພັກແມ່ນ:
(+) ກໍ່ສ້າງ​ພັກ​ໃຫ້​ໜັກ​ແໜ້ນ​ເຂັ້ມ​ແຂງ​ຢ່າງ​ແທ້​ຈິງ​ທັງ 3 ດ້ານ: ການ​ເມືອງ, ​ແນວ​ຄິດ ​ແລະ ​ການຈັດຕັ້ງ.
(+) ການກໍ່ສ້າງ​ພັກ​ ຕ້ອງ​ຕິດ​ພັນ​ຢ່າງ​ສະໜິດ​ແໜ້ນ​ກັບ​ຂະ​ບວນການ​ປະຕິວັດ ຂອງ​ມະຫາຊົນ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ ​ໃນ​ແຕ່ລະ​ໄລຍະ.
(+) ການ​ປັບປຸງ ​ແລະ​ ຂະຫຍາຍ​ພັກ ຕ້ອງ​ຕິດ​ພັນ​ກັບ​ການ​ປັບປຸງ​ບູລະນະ​ກົງຈັກ​ລັດ ​ແລະ ​ບັນດາ​ອົງການ ຈັດຕັ້ງມະຫາຊົນ.
(+) ກໍ່ສ້າງ​ ​ແລະ ​ປັບປຸງ​ການຈັດຕັ້ງຂອງ​ພັກ ຕ້ອງ​ສົມທົບ​ ກັບ​ການ​ເຊີດ​ຊູ​ຄຸນ​ນະພາ​ບຂອງ​ພະນັກງານ ​ແລະ ​ສະມາ​ຊິກພັກ.
(+) ຕ້ອງ​ຮັບປະກັນ​ເອົາ​ຜູ້ທີ່​ມີ​ມາດຖານ​ຄົບ​ຖ້ວນ​ເຂົ້າພັກ ​ແລະ ​ຕ້ອງ​ເອົາ​ຜູ້​ທີ່​ບໍ່​ມີ​ມາດຖານ​ພຽງພໍ​ອອກ​ຈາກ​ພັກ. - ທິດ​ທາງ, ໜ້າ​ທີ່ ​ແລະ​ ບັນດາ​ຈຸດໝາຍ​ໃຫຍ່ ກ່ຽວ​ກັບ​ເສດຖະກິດ-ສັງຄົມ ຂອງ​ແຜນການ 5 ປີ ​ແຫ່ງ​ລັດ ຄັ້ງທີ I (1981-1985) ຄື: 

+ ຂະຫຍາຍ​ກະສິກຳ-ປ່າ​ໄມ້, ຫັດຖະກຳ, ອຸດສາຫະກຳ​ນ້ອຍ, ອຸດສາຫະກຳ​ເບົາ ​ແລະ​ ບາງ​ຂະ​ແໜງ​ການ​ຄືນ​ໃໝ່.
+ ສູ້​ຊົນ​ກໍ່ສ້າງ​ພື້ນຖານ​ວັດຖຸ​ຈຳນວນ​ໜຶ່ງ​ທີ່​ຈຳ​ເປັນ ​ໃຫ້​ໄດ້​ໃນ​ເບື້ອງຕົ້ນ, ​ເຊິ່ງຕົ້ນຕໍ ​ແມ່ນ​ກໍ່ສ້າງ​ລະບົບ​ຄົມມະນາຄົມ​ຂົນ​ສົ່ງ, ​ໄປສະນີ​ໂທລະ​ຄົມ​ມະ​ນາ​ຄົມ.
+ ຈັດຕັ້ງຂອດ​ແຈກ​ຢາຍ​ຈໍລະ​ຈອນ ​ເພື່ອ​ຮັບປະກັນ​ຊຸກຍູ້​ການ​ຜະລິດ​ໃຫ້​ຂະຫຍາຍຕົວ.
+ ຕ້ອງ​ນຳ​ໃຊ້ 5 ພາກສ່ວນ​ເສດຖະກິດ​ໃຫ້​ດີ, ​ແຕ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ການ​ຊ່ວຍ​ເຫລືອ​ໃຫ້​ເສດຖະກິດ ຂອງ​ລັດ ​ແລະ ​ເສດຖະກິດ​ລວມໝູ່​ມີ​ການຂະຫຍາຍ ຕົວ.
+ກໍ່ສ້າງ​ ເສດຖະກິດ​ສູນ​ກາງ ​ໄປ​ພ້ອມ​ກັບ​ການ​ອອກ​ແຮງ​ງານ​ກໍ່ສ້າງ​ເສດຖະກິດ​ທ້ອງ​ຖິ່ນ.
+ ຕ້ອງ​ໃຊ້​ທຸກ​ວິທີ​ການ ​ເພື່ອ​ປັບປຸງບູລະນະ ​ແລະ ​ເປີດ​ກວ້າງ​ບັນດາ​ລະບົບ​ການ​ສຶກສາ. + ການ​ປະສານສົມທົບ ລະຫວ່າງ​ເສດຖະກິດ ກັບ​ວຽກ​ງານ ປກຊ-ປກສ.
+ ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ສໍາພັນ, ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ ກັບ​ຫວຽດນາມ ​ແລະ ​ກໍາປູ​ເຈຍ ພົນພື້ນຖານ​ສະ​ເໝີ​ພາບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ ​ປະ​ໂຫຍດ.
+ ປັບປຸງ​ບູລະນະ​ກົງຈັກ​ຄຸ້ມ​ຄອງ​ເສດຖະກິດ, ປະຕິບັດ​ລະບອບ​ລວມສູນ​ປະຊາທິປະ​ໄຕ ຢ່າງ​ເຄັ່ງ​ຄັດ.
(ຂອບໃຈຂໍ້ມູນຈາກ: ຂ່າວສານປະເທດລາວ )
ຂອບໃຈທີ່ອ່ານ

ກອງ​ປະຊຸມ​ໃຫຍ່ ຄັ້ງທີ II ຂອງ​ພັກ

ກອງ​ປະຊຸມ​ໃຫຍ່ ຄັ້ງທີ II ຂອງ​ພັກ (3-6/2/1972)

ໄດ້ດຳ​ເນີນ​ແຕ່ວັນ​ທີ 03-06/02/1972, ທີ່​ເມືອງ​ວຽງ​ໄຊ, ແຂວງຫົວພັນ, ມີ​ຜູ້​ແທນ​ເຂົ້າຮ່ວມ 125 ສະຫາຍ ທີ່​ຕາງໜ້າ​ໃຫ້​ສະມາຊິກ​ພັກ​ 20 ພັນ​ກວ່າ​ສະຫາຍ ​ໃນ​ທົ່ວ​ປະ​ເທດ ໂດຍໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ 29 ສະຫາຍ, ​ໃນ​ນັ້ນກໍາມະການສົມບູນ 23 ສະຫາຍ ​ແລະ​ ສໍາຮອງ 6 ສະຫາຍ.

- ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຄັ້ງປະຖົມ​ມະ​ລຶກ ​ໄດ້​ເລືອກ​ຕັ້ງ​ເອົາ​ກົມ​ການ​ເມືອງ​ສູນ​ກາງ​ພັກ 7 ສະຫາຍ, ​ເລືອກ​ເອົາ ສະຫາຍ ​ໄກສອນ ພົມວິຫານ ​ເປັນ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ ແລະ ໄດ້ຕົກລົງ​ຈັດຕັ້ງຄະນະ​ເລຂາທິການ​ສູນ​ກາງ​ພັກ, ​ເລືອກ​ຕັ້ງປະທານ​ກວດກາ​ສູນ​ກາງ​ພັກ; ຕົກລົງ​ປ່ຽນ​ຊື່ “ພັກ​ປະຊາຊົນ​ລາວ” ມາ​ເປັນ “ພັກ​ປະຊາຊົນ ​ປະຕິວັດ​ ລາວ” ​ ໃນ​ປະຈຸ​ບັນ.


ເນື້ອ​ໃນ​ຕົ້ນຕໍ​ຂອງມະຕິ:
- ສັງ​ລວມຂະ​ບວນວິວັດ​ຂອງ​ການ​ປະຕິວັດ ​ໃນ 26 ປີທີ່ີ່ຜ່ານ​ມາ, ຍົກ​ໃຫ້​ເຫັນ​ສາ​ເຫດ​ຂອງ​ໄຊ​ຊະນະ ​ເຊິ່ງ​ໃນ​ນັ້ນ ການ​ນຳພາ​ອັນ ​ຖືກຕ້ອງ ​ແລະ ​ສະຫລາດ​ສ່ອງ​ໃສ​ຂອງ​ພັກ ​ເປັນສາ​ເຫດ​ທີ່​ຕັດສິນ​ກວ່າ​ໝູ່; ຖອດ​ຖອນ​ບົດຮຽນ​ຕ່າງໆ ຂອງ​ຂະ​ບວນການ​ປະຕິວັດ​ລາວ​ ໃນ​ໄລຍະ​ຜ່ານ​ມາ, ພິ​ສູດ ​ໃຫ້​ເຫັນ​ສັດຈະທໍາ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸກ​ສະ​ໄໝ​ຄື​ປະ​ເທດ​ໜຶ່ງໆ ​ເຖິງ​ວ່າ​ນ້ອຍ, ​ເສດຖະກິດ​, ວັດທະນະທຳ ຂະຫຍາຍຕົວ​ຊ້າ, ​ ​ແຕ່​ມີ​ພັກ​ມາກ-​ເລ​ນິນ ​ທີ່​ແທ້​ຈິງ​ນໍາພາ, ມີ​ແນວທາງ​ການ​ເມືອງ ການ​ທະຫານ​ທີ່​ຖືກຕ້ອງ, ມີ​ວິທີ​ປະຕິວັດ​ທີ່​ສອດຄ່ອງ, ມີ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ຢ່າງ​ແໜ້ນ​​ແຟ້ນ, ມີ​ຄວາມຕັດສິນ​ໃຈ ​ຕໍ່ສູ້ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ ທັງ​ໄດ້​ຮັບ​ການ​ສະໜັບ ສະໜູນ​ຊ່ວຍ​ເຫລືອ​ຢ່າງ​ຕັ້ງໜ້າ​ ຂອງ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ ​ແລະ ​ຂອງ​ຂະ​ບວນການປະຕິວັດ ​ໃນ​ໂລກ ​ແ​ລ້ວປະ​ເທດ​ນັ້ນ ກໍ​ສາມາດ​ຕີ​ຊະນະ​ຈັກກະພັດ ​ຜູ້​ຮຸກ​ຮານທຸກ​ໂຕ, ທັງ​ສາມາດ​ຍາ​ດ​ເອົາ ​ແລະ ​ປົກ​ປັກ​ຮັກສາ​ເອກະລາດ​ ອິດສະຫລະພາບ ​ຂອງ​ຊາດ ​ຕົນ ​ໄວ້​ໄດ້.

​-​ໂຄງການ​ການ​ເມືອງ ໄດ້​ຊີ້​ໃຫ້​ເຫັນ​ວ່າ ສັງຄົມ​ລາວ​ໃນ​ປັດຈຸບັນ ມີ​ຂໍ້​ຂັດ​ແຍ່ງ​ພື້ນຖານ​ສອງ​ຢ່າງ ຄື: ຂໍ້​ຂັດ​ແຍ່ງລະຫວ່າງ​ປະຊາຊົນ​ບັນດາ​ເຜົ່າ​​ເປັນຕົ້ນ ​ແມ່ນ ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ກັບ​ກຸ່ມ​ນາຍທຶນ​ຈຳໜ່າຍ, ອາດຍາ​ສິດ​ຂຸນ​ເສິກ ​ແລະ ​ຊົນ​ຊັ້ນສັກດິນາ. ຂໍ້​ຂັດ​ແຍ່ງ​ທັງ​ສອງ​ຢ່າງ​ນີ້ ມີ​ການ​ພົວພັນ ​ແລະ ​ກະທົບ ​ເຊິ່ງກັນ ​ແລະ ​ກັນ ​ແລະ ​ຕ້ອງ​ແກ້​ໄຂ​​ໄປ​ພ້ອມໆ​ກັນ, ສະ​ເພາະ​ໜ້ານີ້ ຕ້ອງ​ສຸມ​ໃສ່​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ ລະຫວ່າງ​ ຊາດ​ລາວ ກັບ ​ຈັກກະພັດ ອາ​ເມ​ລິ​ກາ ​ຜູ້ຮຸກຮານ ​ແລະ ​ພວກ​ລູກມື​ຂາຍ​ຊາດ.
- ​ໂຄງການ-ການ​ເມືອງ​ ໄດ້​ກຳນົດ​ໜ້າ​ທີ່​ພື້ນຖານ​ຂອງ​ການ​ປະຕິວັດ​ລາວ ຄື: “ສາມັກຄີ​ປະຊາຊົນ​ບັນດາ​ເຜົ່າ, ​ໂຄ່ນ​ລົ້ມຈັກກະ​ພັດ​ຜູ້​ຮຸກ​ຮານ, ກຸ່ມ​ນາຍທຶນ ​ຈໍາໜ່າຍ ອາດຍາ​ສິດ​ຂຸນ​ເສິກ ​ແລະ ​ຊົນ​ຊັ້ນສັກ​ດີ​ນາ, ສຳ​ເລັດ​ການ ​ປະຕິວັດ​ຊາດ ປະຊາທິປະ​ໄຕ ປະຊາຊົນ​ ໃນທົ່ວ​ປະ​ເທດ, ກຽມ​ເງື່ອນ​ໄຂ​ທຸກ​ຢ່າງ​ທີ່​ຈຳ​ເປັນ ​ເພື່ອ​ກ້າວ​ຂຶ້ນສັງຄົມ​ນິຍົມ ​ໂດຍ​ກົງ ​ໂດຍ​ບໍ່​ຜ່ານ​ເສັ້ນທາງ​ຂະຫຍາຍຕົວ​ແບບ​ທຶນ​ນິຍົມ, ​ເຮັດ​ໃຫ້​ປະ​ເທດລາວ ກາຍ​ເປັນ​ປະ​ເທດ​ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ​ແລະ ​ວັດທະນາ​ຖາວອນ. ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ ​ສັງຄົມ​ນິຍົມ ​ຢູ່​ອິນດູຈີນ, ອາຊີ​ອາຄະ​ເນ ​ແລະ​ ໃນ​ໂລກ”.

- ​ໂຄງການການ​ເມືອງ​ໄດ້​ກໍານົດ​ໜ້າ​ທີ່​ຕົ້ນຕໍ ​ແລະ​ຈຸດໝາຍ​ການ​ເມືອງ​ສະ​ເພາະ​ໜ້າ​ຂອງ​ການ​ປະຕິວັດ​ລາວ ຄື :
+ ​ເຊີດ​ຊູ​ຄັນ​ທຸງ​ປະຕິວັດ​ຊາດ ປະຊາທິປະ​ໄຕ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ສາມັກຄີ​ທຸກກຳລັງ​ປະຕິວັດ, ທຸກ​ກຳລັງ​ທີ່​ຮັກ​ຊາດ ​ແລະ ​ກ້າວໜ້າ, ສາມັກຄີ​ແໜ້ນ​ແຟ້ນກັບປະຊາຊົນ​ຫວຽດນາມ ​ແລະ ​ປະຊາຊົນ​ກໍາປູ​ເຈຍ;

+ ຕັ້ງໜ້າ​ກໍ່ສ້າງ ​ແລະ​ຂະຫຍາຍ​ກໍາລັງ​ປະຕິວັດ​ໃນ​ທຸກ​ດ້ານ, ຊຸກຍູ້​ການ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ, ປັບປຸງ ​ແລະ ​ເປີດ​ກວ້າງ​ເຂດ​ປົດ​ປ່ອຍ;
+ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ, ຊຸກຍູ້​ຂະ​ບວນການ​ຕໍ່ສູ້​ຂອງ​ປະຊາຊົນ ​ໃນ​ເຂດ​ສັດຕູ​ຄວບ​ຄຸມ​ຊົ່ວຄາວ, ຜາບ​ແພ້​ທຸກ​ເລ່​ກົນ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ ​ແລະ ​ພວກ​ລູກມື​ຂາ​ຍຊາດ, ​ ​ເຮັດ​ໃຫ້​ປະ​ເທດ​ລາວ​ ເປັນປະ​ເທດ​ ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ​ເປັນກາງ ​ເອກະ​ພາບ ​ແລະ ​ວັດທະນາ​ຖາວອນ;
+ ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ​ສັງຄົມ​ນິຍົມ ຢູ່​ອິນ​ດູ​ຈີນ, ອາຊີ​ອາຄະ​ເນ ​ແລະ​ໃນ​ໂລກ...

ສະພາບ​ຕົວ​ຈິງ​ຂອງ​ປະ​ເທ​ດລາວ​ໃນ​ເວລາ​ນັ້ນ ​ແມ່ນ​ມີ​ສອງ​ເຂດ (​ເຂດ​ປົດ​ປ່ອຍ ​ແລະ​ ເຂດ​ກວດກາ​ຊົ່ວ ຄາວຂອງ​ສັດຕູ), ​ໂຄງການ-ການ​ເມືອງ​ຂອງ​ພັກ ​ໄດ້​ວາງ ​ໜ້າ​ທີ່​ລະອຽດ​ໃຫ້​ແຕ່ລະ​ເຂດ​ຢ່າງ​ແທດ​ເໝາະ ​ເຊັ່ນ :
+ ​ເຂດ​ປົດ​ປ່ອຍ: ປັບປຸງ​ກ້ອນ​ກຳລັງ​ສາມັກຄີ​ປະຊາຊົນ ບັນດາ​ຊົນ​ຊາດ, ​ເພີ່ມ​ທະວີ​ກໍາລັງ​ປະຕິວັດ​ໃນ​ທຸກ​ດ້ານ, ​ເດັດ​ດ່ຽວ​ຜາບ​ແພ້​ທຸກ​ເລ​ກົນ​ຜູ້​ຮຸກ​ຮາ​ນ ຂອງ ​ຈັກກະພັດ​ອາ​ເມ​ລິ​ກາ​ ຜູ້​ຮຸກ​ຮານ ​ແລະ ​ພວກ​ລູກມື​ຂາຍ​ຊາດ;
+ ​ເຂດ​ສັດ​ຕູ​ຄວບ​ຄຸມ​ຊົ່ວຄາວ: ຂົນຂວາຍ, ຈັດຕັ້ງປະຊາຊົນ, ​ເຕົ້າ​ໂຮມ​ທຸກ​ກໍາລັງ​ຂອງ​ຊາດ ​ແລະ​ ປະຊາທິປະ​ໄຕ, ຊຸກຍູ້ຂະ​ບວນການ​ຕໍ່ສູ້​ຕ້ານ ​ຈັກກະພັດ​ ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ ​ແລະ​ ພວກ​ລູກມື​ຂາຍ​ຊາດ, ທວງ​ໃຫ້​ປົວ​ແປງ​ ຊີວິດ​ຄວາມ​ເປັນ​ຢູ່ ​ແລະ ​ປະຕິບັດ​ສິດ​ເສລີພາບ ປະຊາທິປະ​ໄຕ ຂອງ​ປະຊາຊົນ.
- ​ກໍາລັງ​ປະຕິວັດ ໃນ​ໄລຍະ​ການ​ປະຕິວັດ​ຊາດ ປະຊາທິປະ​ໄຕ ປະຊາຊົນ ​ແມ່ນ: “​ກໍາມະກອນ, ຊາວ​ໄຮ່ນາ, ນັກຮຽນ​ຮູ້​ປະຕິວັດ, ນາ​ຍທຶນ​ນ້ອຍ, ນາຍທຶນ​ແຫ່ງ​ຊາດ, ຜູ້​ຊົງ​ຄຸນ​ວຸດ​ທິ ທີ່​ຮັກ​ຊາດ ​ແລະ ​ກ້າວໜ້າ; ​ໃນ​ນັ້ນ ກຳລັງ​ຕົ້ນຕໍ​ແມ່ນ​ກຳມະກອນ ​ແລະ​ຊາວ​ໄຮ່ນາ​ຜູ້​ອອກ​ແຮງງານ, ພັນທະ​ພາບ​ ກຳມະ ກອນ-ຊາວນາ ​ເຊິ່ງຢູ່​ພາຍ​ໃຕ້​ການ​ນໍາພາ ​ຂອງ​ຊົນ​ຊັ້ນກໍາມະກອນ ​ເປັນ​ປັດ​ໃຈ​ຕັດສິນ ​ແລະ​ ຮັບປະກັນ​ທຸກ​ໄຊຊະນະ​ ຂອງ​ການ​ປະຕິວັດ”.

ທິດ​ນຳ ​ແລະ​ຮູບ​ການ​ຕໍ່ສູ້​ຂອງ​ການ​ປະຕິວັດ​ລາວ: ​
ທິດ​ນຳ: ​ຕໍ່ສູ້​ແບບ​ປວງ​ຊົນ, ຮອບດ້ານ, ຍາວ​ນານ ອີງ​ໃສ່​ກຳລັງ​ແຮງ​ຂອງ​ຕົນ​ເອງ​ເປັນຕົ້ນຕໍ, ພ້ອມ​ກັນນັ້ນກໍ່​ຖື​ເປັນ​ສຳຄັນ ​ການ​ຍາດ​ແຍ່ງ​ເອົາ​ການ​ຊ່ວຍ​ເຫລືອ ​ຂອງ​ບັນດາປະ​ເທດ ສັງຄົມ​ນິຍົມອ້າຍ​ນ້ອງ, ໝູນ​ໃຊ້​ຍຸດ​ທະ​ສາດ ​ບຸກຢ່າງ​ເໝາະ​ສົມ, ກຳ​ແໜ້ນ​ຄວາມ​ຮຸນ​ແຮງ​ປະຕິວັດ, ທັງ​ຕໍ່ສູ້ ທັງ​ກໍ່ສ້າງ​ກຳລັງ, ​ເອົາ​ການ​ເມືອງ​ ເປັນ​ກົກ, ການ​ທະ ຫານ​ເປັນ​ກຳລັງ​ແຮງ, ​ເສດຖະກິດ​ເປັນ​ພື້ນຖານ ສົມທົບ​ບັນດາ​ຮູບ​ການ​ຕໍ່ສູ້​ດ້ວຍ​ອາວຸດ ກັບ​ການ​ຕໍ່ສູ້​ທາງ​ ການ​ເມືອງຢ່າງ​ແໜ້ນ​ແຟ້ນ.​
ຮູບ​ການ: ຂະຫຍາຍ​ທຸກ​ຮູບ​ການ​ຕໍ່ສູ້​​ດ້ານ​ການ​ທະຫານ, ການ​ເມືອງ, ການ​ຕ່າງປະ​ເທດ, ​ເສດ ຖະກິດ, ວັດທະ ນະທຳ​ແນວ​ຄິດ, ກົດໝາຍ ​ແລະ​ອື່ນໆ; ​ໃນ​ນັ້ນ ​ເອົາ​ການ​ຕໍ່ສູ້​ດ້ວຍ​ອາວຸດ ​ແລະ ​ການ​​ເມືອງ​ຂອງມະຫາຊົນ​ເປັນຕົ້ນຕໍ.
ນອກ​ນີ້ ກອງ​ປະຊຸມຍັງ​ໄດ້​ວາງ​ນະ​ໂຍບາຍ​ໃຫຍ່​ຫລາຍ​ດ້ານ​ເຊັ່ນ: ນະ​ໂຍບາຍ​ແນວ​ໂຮມ​ແຫ່ງ​ຊາດ, ຊົນ​ຊາດ, ອຳນາດ​ການ​ປົກຄອງ, ສິດ​ເສລີພາບ ​ປະຊາທິ ປະ​ໄຕ, ນະ​ໂຍບາຍ​ປົດ​ປ່ອຍ​ແມ່ຍິງ​ ​ແລະ ​ອື່ນໆ​ອີກ.

- ​ໂຄງການ-ການ​ເມືອງ ​ໄດ້​ຊີ້ອອກ​ວ່າ: ໜ້າ​ທີ່​ພື້ນຖານ​ທີ່​ມີ​ຄວາມ​ໝາຍ​ຕັດສິນ​ກວ່າ​ໝູ່​ ໃນ​ປັດຈຸບັນ ​ແມ່ນ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພັກ​ໃຫ້​ແໜ້ນ​ແກ່ນ​ເຂັ້ມ​ແຂງ​ ໃນ​ທຸກ​ດ້ານ ຄື: ດ້ານ​ການ​ເມືອງ-​ແນວ​ຄິດ ​ແລະ ​ການຈັດຕັ້ງ, ​ເພີ່ມ​ທະວີ​ລັກ ສະນະ​ຊົນ​ຊັ້ນກໍາມະກອນ ​ແລະ​ ລັກສະນະ​ນໍາ​ໜ້າ​ຕໍ່ສູ້​ຂອງ​ພັກ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເຮ​ັດ​ໃຫ້​ມີ​ກໍາລັງ​ຕໍ່ສູ້ ​ແລະ​ມີ​ຄວາມ​ສາມາດ​ນໍາພາ​ທົ່ວ​ປວງ​ຊົນ ຕໍ່ສູ້​ກູ້​ຊາດ​ຕ້ານ​ອາ​ເມ​ລິ​ກາ, ສຳ​ເລັດ​ການ​ປະຕິວັດ​ຊາດ-ປະຊາທິປະ​ໄຕ​ໃນ​ທົ່ວ​ປະ​ເທດ ​ແລະ ​ກຽມ ​ເງື່ອນ​ໄຂ​ອັນ​ຈໍາ​ເປັນ​ທຸກ​ຢ່າງ ​ເພື່ອ​ກ້າວ​ຂຶ້ນສັງຄົມ​ນິຍົມ.

ໂຄງການການ​ເມືອງ​ໄດ້​ເນັ້ນໜັກຫລັກການ​ ​ແລະ ​ທິດ​ນໍາ​ກ່ຽວ​ກັບການກໍ່ສ້າງ​ພັກຄື :
*ຫລັກການກໍ່ສ້າງ​ພັກ
+ ພັກ​ຖື​ລັດ​ທິມາກ-ເລນິນ ​ຮັກ​ຊາດ​ອັນ​ແທ້​ຈິງ ສົມທົບ​ລັດທິ​ສາກົນ​ກຳມາ​ຊີບ​​ເປັນ​ພື້ນຖານ​ແນວ​ຄິດ ​ແລະ ​ເປັນ​ເຂັມທິດ ສຳລັບ​ການ​ເຄື່ອນ​ໄຫວ​ ທຸກ ​ປະການ;
+ ພັກຈັດຕັ້ງຕາມ​ຫລັກການ​ລວມສູນ​ປະຊາທິປະ​ໄຕ, ບຸກຄົນ​​ຂຶ້ນກັບ​ການຈັດຕັ້ງ, ສຽງ​ສ່ວນ​ໜ້ອຍຂຶ້ນກັບ​ສຽງ​ສ່ວນ​ຫລາຍ, ຂັ້ນລຸ່ມ​ຂຶ້ນກັບ​ຂັ້ນ​ເທິງ, ທົ່ວ​ພັກຂຶ້ນ ກັບ​ສູນ​ກາງ​ພັກ;
+ ພັກ​ມີ​ລະບຽບ​ວິ​ໃນ​ເຂັ້ມງວດ;
+ ພັກ​ເປັນ​ກ້ອນ​ກຳລັງ​ສາມັກຄີ​ເອກະ​ພາບທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ການຈັດຕັ້ງ ​ແລະ ​ການ​ກະທໍາ, ບໍ່​ອະນຸຍາດ​ໃຫ້​ມີ​ການ​ກະທຳ​ແບ່ງ​ພັກ​ແຍກ​ ພວກ​ໃດໆ​ໝົດ;
+ ພັກ​ເຄື່ອນ​ໄຫວ​ຕາມ​ແນວທາງ​ມະຫາຊົນ, ພົວພັນ​ສະໜິດ​ແໜ້ນ​ກັບ​ມະຫາຊົນ;
+ ພັກ​ເອົາ​ການ​ຕິ​ຊົມ​ຕົນ​ເອງ ​ແລະ​ ຕິ​ຊົມ​ກັນ​ເປັນ​ກົດ​ເກນ​ຂະຫຍາຍຕົວ​ຂອງ​ພັກ.

* ທິດ​ນຳ​ໃນ​ການ​ກໍ່ສ້າງ​ພັກ
+ ການ​ກໍ່ສ້າງ​ພັກ​ຕ້ອງ​ຮັບ​ໃຊ້ ​ແລະ ​ຕິດ​ແໜ້ນ​ກັບ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ ​ໃນ​ແຕ່ລະ​ໄລຍະ ​ແລະ​ ຕ້ອງ​ຕິດ​ແໜ້ນ​ກັບ​ຂະ​ບວນການ​ຕໍ່ສູ້​ປະຕິວັດ ຂອງ​ມະຫາຊົນ;
+ ການ​ກໍ່ສ້າງ​ພັກ ຕ້ອງ​ສ້າງ​ທັງດ້ານ​ການ​ເມືອງ, ແນວ​ຄິດ ​ແລະ​ ການຈັດຕັ້ງ;
+ ການ​ສ້າງ​ພັກ ຕ້ອງ​ສ້າງ​ໃນ​ດ້ານ​ປະລິມານ ​ແລະ​ ຄຸນ​ນະພາ​ບ, ​ແຕ່​ຕ້ອງ​ເອົາ​ຄຸນ​ນະພາ​ບເປັນ​ກົກ ​ເພື່ອ​ຮັບປະກັນ​ລັກສະນະ​ຊົນ​ຊັ້ນກໍາມະກອນ ​ແລະ​ ລັກສະນະ​ນຳ​ໜ້າ​ຕໍ່ສູ້​ຂອງ​ພັກ.
- ກອງ​ປະຊຸມ ​ໄດ້​ຕົກລົງ​ປ່ຽນ​ຊື່​ ພັກ​ປະຊາຊົນ​ລາວ ມາ​ເປັນ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໃນ​ປະຈຸ​ບັນ.
(ຂອບໃຈຂໍ້ມູນຈາກ: ຂ່າວສານປະເທດລາວ )

15 January 2016

ກອງ​ປະຊຸມ​ໃຫຍ່​ ຄັ້ງທີ I ຂອງ​ພັກ

ກອງ​ປະຊຸມ​ໃຫຍ່​ ຄັ້ງທີ I ຂອງ​ພັກ (22/3-6/4/1955

ດຳ​ເນີນ​ ແຕ່​ວັນ​ທີ 22/03 ເຖິງ ວັນ​ທີ 06/04/1955, ຢູ່ທີ່​ແຂວງ​ຫົວພັນ, ມີ​ຜູ້​ແທນສົມບູນເຂົ້າຮ່ວມ 20 ສະຫາຍ, ​​ເຊິ່ງ​ເປັນ​ຕົວ​ແທນ​ ໃຫ້​ແກ່​ບັນດາ​ ສະຫາຍ​ສະມາຊິກ​ພັກ ​ຈໍານວນ 400 ສະຫາຍ.
- ກອງ​ປະຊຸມ​ຄັ້ງນີ້ ​ແມ່ນ​ກອງ​ປະຊຸມ​ສ້າງ​ຕັ້ງພັກ ​ເຊິ່ງ​ເອີ້ນຊື່ວ່າ : ພັກ​ປະຊາຊົນ​ລາວ (ພັກ​ປະຊາຊົນ ປະຕິວັດ​ລາວ ​ໃນ​ປະຈຸ​ບັນ), ​​ກໍານົດ​ເອົາ​ວັນ​ທີ 22 ມີນາ 1955 ​ເປັນ​ວັນ​ສ້າງ​ຕັ້ງພັກ​.
- ​​ເລືອກ​ຕັ້ງ​ເອົາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ​ປະຕິວັດ​ລາວ ປະກອບ​ມີ 5 ສະຫາຍ, ຕໍ່​ມາ​ໄດ້​ມີ​ການ​ບົ່ງ​ຕົວ​ເພີ່ມ​ເຕີມ​ເປັນ​ແຕ່ລະ​ໄລຍະ ຊຶ່ງລວມ ທັງ​ໝົດມີ 17 ສະຫາຍ, ​ໂດຍ​ແມ່ນ ສະຫາຍ ​ໄກສອນ ພົມວິຫານ ​ເປັນ​ເລຂາທິການ​ໃຫຍ່, ບໍ່​ມີ​ກົມ​ການ​ເມືອງ ​ແລະ​ຄະນະ​ເລ​ຂາ​ທິການ, ມີ​ແຕ່​ຄະນະ​ປະຈຳ​ ຂອງ​ຄະນະ ບໍລິຫານ​ງານ​ສູນ​ກາງຈຳນວນ​ໜຶ່ງ.



* ​ເນື້ອ​ໃນ​ໂດ​ຍຫຍໍ້ຂອງ​ກອງ​ປະຊຸມ :
ກອງ​ປະຊຸມ​ໃຫຍ່ ​ໄດ້​ວາງ​ໜ້າ​ທີ່​ລວມຂອງ​ພັກ​ ​ໃນ​ໄລຍະ​ສະ​ເພາະ​ໜ້າ​ອອກ ຄື: “ນໍາພາ​ປວງ​ຊົນ​ລາວ ສາມັກຄີ​ຕໍ່ສູ້​ເຮັດ​ສຳ​ເລັດ​ພາລະກິດ​ປົດ​ປ່ອຍ​ຊາດ, ສ້າງ​ ປະ​ເທດ​ລາວ​ໃຫ້​ເປັນ​ປະ​ເທດ​ສັນຕິພາບ, ​ເອກະລາດ, ປະຊາທິປະ​ໄຕ, ​ເອກະ​ພາບ ​ແລະ​ວັດທະນາ​ຖາວອນ”.

* ພັກ​ໄດ້​ກຳນົດ​ 9 ຍຸດ​ທະ​ສາດ​ຕົ້ນຕໍ ຄື :
(1)- ກຳນົດ​ທາດ​ແທ້​ຂອງ​ຕົນ ​​ແມ່ນ : ​ພັກ​ຂອງ​ຊົນ​ຊັ້ນກໍາມະກອນ ​ເຊິ່ງ​ເປັນ​ຕົວ​ແທນ​ແກ່​ຜົນ​ປະ​ໂຫຍດ ຊົນ​ຊັ້ນກຳມະກອນ, ປະຊາຊົນ​ຜູ້​ອອກ​ແຮງ​ງານ ​ແລະ​ ໝົດ​ຊາດ​ລາວ.
(2)- ພື້ນຖານ​ແນ​ວຄິດ​ຂອງ​ພັກ ​ແມ່ນ​: ທິດ​ສະ​ດີ​ມາກ-​ເລ​ນິນ.
(3)- ກຳນົດ​ຈຸດໝາຍ​ສຸດ​ທ້າຍ​ຂອງ​ການ​ປະຕິວັດ ​ແມ່ນ: ​ເພື່ອ​ກ້າວ​ຂຶ້ນສັງຄົມ​ນິຍົມ.
(4)- ກຳນົດ​ສັດຕູ​ຕົ້ນຕໍ​ສະ​ເພາະ​ໜ້າ ​ແມ່ນ​: ຈັກກະພັດ​ອາ​ເມ​ລິ​ກາ​ຜູ້​ແຊກ​ແຊງ​ຮຸກ​ຮານ, ລັດທິ​ລ່າ​ເມືອງ ຂຶ້ນຝຣັ່ງ ​ແລະ ​ລູກ​ມື.
(5)- ກຳລັງ​ນຳພາ​ຊົນ​ຊັ້ນກຳມະກອນ ​ໂດຍ​ແມ່ນ​ພັກ​ເປັນ​ຕົວ​ແທນ.
(6)- ກຳນົດ​ກຳລັງ​ຫລວງ​ຂອງ​ການ​ປະຕິວັດ​ແມ່ນ: ປະຊາຊົນ​ທັງ​ຊາດ ກ່ອນ​ອື່ນ​ແມ່ນ​ຊາວ​ໄຮ່ນາ​ຜູ້​ອອກ​ແຮງ​ງານ​ລາວ​ບັນດາ​ເຜົ່າ.
(7)- ກຳນົດ​ເພື່ອນ​ມິດ​ຂອງ​ການ​ປະຕິວັດ​ລາວ​ແມ່ນ: ນັກຮຽນ​ຮູ້, ນັກ​ສຶກສາ, ປັນຍາ​ຊົນ, ພໍ່ຄ້າ​ຊາວ​ຂາຍ, ນາຍທຶນ​ນ້ອຍ, ນາຍທຶນ​ແຫ່ງ​ຊາດ, ພະສົງ​ອົງຄະ​ເຈົ້າ, ຜູ້​ຊົງ​ຄຸນ​ວຸດ​ທິ​ ເຈົ້າກົກ ​ເຈົ້າ​ເຫລົ່າ​ຕ່າງໆ.
(8)- ໜ້າ​ທີ່​ພື້ນຖານ​ແມ່ນ: ສາມັກຄີ​ປວງ​ຊົນ​ທັງ​ຊາດ ດຳ​ເນີນ​ການ​ປະຕິວັດ​ຊາດ ປະຊາທິປະ​ໄຕ, ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ​ແລະ ​ລູກ​ແຫລ້ງ​ຕີນ​ມື, ​ປົດ​ປ່ອຍ ປະ​ເທດ​ຊາດ.
(9)- ຄຳ​ຂວັນ​ຍຸດ​ທະ​ສາດ​: ສັນ​ຕິ​ພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ວັດທະນາ​ຖາວອນ.

* ​ພັກ​​ໄດ້ວາງນະ​ໂຍບາຍ​ພື້ນຖານ ​ແລະ ​ວາງໂຄງການ​ດໍາ​ເນີນ​ງານ​ສະ​ເພາະ​ໜ້າ ປະກອບມີ 12 ຂໍ້ ຄື:
(1)- ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ, ລ່າ​ເມືອງ​ຂຶ້ນຝຣັ່ງທີ່​ທຳລາຍ​ສັນຍາ​ຢຸດ​ຮົບ ​ແລະ​ລູກມື​ທີ່​ຫາ​ວິທີ​ທໍາ ລາຍ​ສັນຕິ ພາບ,​ແບ່ງ​ແຍກ​ຊາດ​ເຮົາ, ​ແກ່​ດຶງ​ປະ​ເທດ​ເຮົາ ​ເຂົ້າກຸ່ມ​ຮຸກ​ຮານ ​ແລະ ​ຫວັງ​ແກ່ຍາວ​ສະພາວະ​ກົດ​ຂີ່ປະ​ເທດ​ເຮົາ.
(2)- ຕໍ່ສູ້​ທວງ​ໃຫ້​ລັດຖະບານ​ລາຊະ​ອານາຈັກ ຕ້ອງ​ຈິງ​ໃຈ​ຮ່ວມ​ມື​ກັບ​ຝ່າຍ​ປະ​ເທດ​ລາວ ​ເພື່ອ​ປະຕິບັດ​ສັນຍາ​ຢຸດ​ຮົບ, ປັບປຸງ​ສັນຕິພາບ ປະຕິບັດ​ເສລີພາບ ປະຊາທິປະ​ໄຕ, ດຳ​ເນີນ​ການ​ເລືອກ​ຕັ້ງທົ່ວ​ໄປ​ຢ່າງ​ເສລີ ​ເພື່ອ​ເຕົ້າ​ໂຮມ​ປະ​ເທດ​ ຊາດ ​ເປັນ​ເອກະ​ພາບ ສ້າງຕັ້ງລັດຖະບານ​ປະສົມ ​ແລະ​ ສໍາ​ເລັດ​ພາລະກິດ ​ເອກະລາດ​ແຫ່ງ​ຊາດ.
(3)- ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ສ້າງຕັ້ງ​ແນວ​ໂຮມ​ເອກະ​ພາບ​ແຫ່ງ​ຊາດ ຢ່າງ​ກວ້າງຂວາງ ​ໂດຍ​ຕັ້ງຢູ່ ບົນ​ພື້ນຖານ​ພັນທະ​ພາບ​ກຳມະກອນ-ຊາວນາ.
(4)- ກໍ່ສ້າງ ​ແລະ​ປັບປຸງ​ກໍາລັງ​ປະກອບ​ອາວຸດ ​ແລະ​ເຄື່ອງ​ປະກອບ​ອາວຸດ ​ໃຫ້​ກາຍ​ເປັນ​ກອງທັບ​ປະຊາຊົນ ​ເພື່ອ​ປົກ​ປັກ​ຮັກສາ​ເຂດ​ທີ່​ໝັ້ນ, ໜູນ​ຫລັງ​ໃຫ້​ແກ່​ ການ​ຕໍ່ສູ້​ການ​ເມືອງ, ທັງ​ເປັນ​ເສົາຄ້ຳ​ແຫ່ງ​ການ​ປົກ​ປັກ​ຮັກສາ​ສັນຕິພາບ.
(5)- ປົວ​​ແປງຊີວິດ​​ການ​ເປັນ​ຢູ່ ຂອງ​ປະຊາຊົນ​ທຸກ​ຊັ້ນຄົນ ຄື :
- ຕໍ່​ກຳມະກອນ, ຕ້ອງ​ຮັບປະກັນ​ໃຫ້​ມີ​ວຽກ​ເຮັດງານ​ທຳ ​ແລະ ​ຕ້ອງ​ໄດ້​ຮັບ​ການ​ດູ​ແລ​ເບິ່ງ​ແຍງ​ເປັນ​ຢ່າງ​ດີ;
- ຕໍ່ຊາວ​ໄຮ່ນາ, ຕ້ອງ​ມີ​ດິນ​ໄຮ່-ດິນ​ນາ ​ເພື່ອ​ຂະຫຍາຍ​ກະສິກໍາ ​ແລະ​ ມີ​ຢູ່​ມີ​ກິນ;
-ຕໍ່​ຊາວ​ຜູ້​ອອກ​ແຮງ​ງານ​ດ້ວຍ​ມັນ​ສະໝອງ, ຕ້ອງ​ມີ​ການ​ໃຊ້​ເຂົາ​ເຈົ້າຢ່າງ​ສົມ​ກຽດ ​ແລະ​ ຊ່ວຍ​ ເຫລື​ອ ເຂົາ​ເຈົ້າ ​ເພື່ອ​ຂະຫຍາຍ​ຄວາມ​ຮູ້ ຄວາມ​ສາມາດ;
- ຕໍ່​ນາຍທຶນ​ອຸດສາຫະກຳ-ການ​ຄ້າ, ຕ້ອງ​ມີ​ການ​ສົ່ງເສີມ​ເຂົາ​ເຈົ້າ ​ໃນ​ການ​ດໍາ​ເນີນ​ການ​ຜະລິດ​ທຸລະ​ກິດ ​ເພື່ອ​ພັດທະນາ​ອຸດສາຫະກໍາ-ການ​ຄ້າ;
- ຕໍ່​ຜູ້​ຊົງ​ຄຸນ​ວຸດ​ທິທີ່​ຮັກ​ຊາດ, ​ເຈົ້າກົກ-​ເຈົ້າ​ເຫລົ່າ, ຕ້ອງ​ມີ​ນະ​ໂຍບາຍ​ອັນ​ເໝາະ​ສົມ.
(6)- ປະຕິບັດ​ເສລີພາບ ປະຊາທິປະ​ໄຕ ຕໍ່​ປະຊາຊົນ: ​ເສລີພາບ ​ໃນ​ການ​ປາກ​ເວົ້າ, ​ເສລີພາບ ​ໃນ​ການ​ຂີດ​ຂຽນ, ​ເສລີພາບ ​ໃນ​ການຈັດຕັ້ງ, ​ເສລີພາບ ​ໃນ​ການ​ຊຸມນຸມ, ​ເສລີພາບ ​ໃນ​ການ​ໄປມາຫາ​ສູ່ ຊຶ່ງ​ກັນ ​ແລະ​ ກັນ ​ແລະ​ ເສລີພາບ​ອື່ນໆ.
(7)- ປະຕິບັດ​ສິດ​ເສລີພາບ ລະຫວ່າງ​ເພດ​ຍິງ ກັບ​ເພດ​ຊາຍ, ປະຕິບັດ​ນະ​ໂຍບາຍ​ສະ​ເໝີ​ພາບ ​ແລະ ​ສາມັກຄີ ລະຫວ່າງ​ບັນດາ​ເຜົ່າ, ລົບ​ລ້າງ​ຄວາມ​ອາ​ຄາດ​ ບາດໝາງ, ການ​ແບ່ງ​ແຍກ ລະຫວ່າງ​ເຜົ່າ​ຕ່າງໆ ຢູ່​ພາຍ​ໃນ​ປະ​ເທດ ທີ່​ພວກ​ລ່າ​ເມືອງ​ຂຶ້ນຝຣັ່ງ ​ແລະ ​ສັກ​ດິນາ​ກໍ່​ຂຶ້ນ​.
(8)- ​ເຄົາລົບ​ສິ​ດ​ເສລີພາບ ​ໃນ​ການ​ເຊື່ອ​ຖື ​ແລະ​ຮີດຄອງ​ປະ​ເພນີ​ຂອງ​ເຜົ່າ​ຕ່າງໆ, ຕ້ານ​ໄພ​ບໍ່​ຮູ້​ໜັງສື, ຂະຫຍາຍ​ວັດທະນະທຳ​ແຫ່ງ​ຊາດ.
(9)- ສຳລັບ​ຊາວ​ຕ່າງ​ດ້າວ​ທີ່​ອາ​​ໃສ​ຢູ່​ໃນ​ປະ​ເທດ​ລາວ ຕ້ອງ​ເຄົາລົບ​ອະທິປະ​ໄຕ, ​ເອກະລາດຂອງ​ລາວ ຈຶ່ງ​ຈະ​ໄດ້​ຮັບປະກັນ​ຊີວິດ, ຊັບ​ສົມບັດ ​ແລະ ​ສິດ​ເສລີພາບ ​ໃນ​ການ​ຕັ້ງພູມລໍາ​ເນົາ ​ແລະ​ ການ​ທຸລະ​ກິດ.
(10)- ຜູກ​ມິດ​ກັບ​ທຸກ​ປ​ະ​ເທດ ທີ່​ເຄົາລົບ​ເອກະລາດ, ອະທິປະ​ໄຕ ​ແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ເຮົາ, ຜູກສາຍ​ສຳພັນ​ໃນ​ທຸກ​ດ້ານ ລະຫວ່າງ​ ປະ​ເທດ​ເຮົາ ກັບ​ບັນດາ​ປະ​ເທດ​ດັ່ງກ່າວ ບົນ​ຫລັກການ​ສະ​ເໝີ​ພາບ ຕ່າງ​ຝ່າຍ ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.
(11)- ຕັ້ງໜ້າ​ກໍ່ສ້າງ ​ແລະ ​ບໍາລຸງ​ພະນັກງານ, ສະ​ເພາະ​ຢ່າງ​ຍິ່ງແມ່ນ​ເອົາ​ໃຈ​ໃສ່​ພະນັກງານ​-ກຳມະກອນ ຊາວ​ໄຮ່ນາ, ຊົນ​ເຜົ່າ​ສ່ວນ​ໜ້ອຍ.
(12)- ​ກໍ່​ສ້າງ​ພັກ​ປະຊາຊົນ​ລາວ ​ໃຫ້​ກາຍ​ເປັນ​ພັກ​ທີ່​ເຂັ້ມ​ແຂງ ຂອງ​ຊົນ​ຊັ້ນກຳ​ກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ ​ເພື່ອ​ໃຫ້​ມີ​ຄວາມ​ສາມາດ​ພຽງພໍ ​ໃນ​ການ​ນໍາພາ​ການ​ປະຕິວັດ​ໃຫ້​ໄປ​ສູ່​ໄຊຊະນະ​ສຸດ​ທ້າຍ.

* ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ I ຂອງ​ພັກ, ມີ​ມະຕິ​ສຳຄັນຂອງ​ສູນ​ກາງ​ພັກ ​ແລະ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄົບ​ຄະນະ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ​ເຊິ່ງ​​ສະ​ຫລຸບ​ເນື້ອ​ໃນ​ສໍາຄັນ ຕົ້ນຕໍ ​ດັ່ງນີ້ :
- ​ເດືອນ ສິງຫາ ປີ 1955, ຄະນະ​ຊີ້ນຳ​ສູນ​ກາງ​ພັກ ​ໄດ້​ມີ​ມະຕິ ກ່ຽວ​ກັບ​ສະພາບ​ການ ​ແລະ​ໜ້າ​ທີ່​ໃໝ່, ​ໄດ້​ວາງ​ແຜນ​ນະ​ໂຍບາຍ​ອອກ​ວ່າ : “ປຸກລຸກ​ທົ່ວ​ປວງ​ຊົນ​ ສາມັກຄີ​ກັນ​ລຸກຂຶ້ນຕໍ່ສູ້​ພາບ​ແພ້​ ອາ​ເມ​ລິ​ກາ​ ຜູ້​ແຊກ​ແຊງ​ ​ແລະ​ພວກ​ລູກມື, ​ເຮັດ​ໃຫ້​ປະ​ເທດ​ລາວ​ເປັນ​ປະ​ເທດ​ສັນຕິ​ພາບ​ເປັນກາງ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ​ແລະ​ວັດທະນາ​ຖາວອນ, ພາ​ການ​ປະຕິວັດ​ກ້າວ​ຂຶ້ນ​ເທື່ອ​ລະ​ກ້າ​ວຢ່າງ​ໜັກ​ແໜ້ນ”.

- ວັນ​ທີ 6 ມັງກອນ ປີ 1956, ຢູ່​ທີ່​ແຂວງ​ຫົວພັນ ​ໄດ້​ມີ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ປະຊາຊົນ​ທົ່ວ​ປະ​ເທດ, ​ເຊິ່ງມີ​ຜູ້​ແທນ​ເຂົ້າຮ່ວມ 150 ຄົນ​ທີ່​ເປັນ​ຕົວ​ແທນ ​ໃຫ້​ແກ່​ບັນດາ​​ເຜົ່າ, ຊັ້ນຄົນ, ສາສະໜາ, ຜູ້​ຊົງ​ຄຸນ​ວຸດ​ທິທີ່​ຮັກ​ຊາດ; ກອງ​ປະຊຸມ​ໄດ້​ຕົກລົງ​ສ້າງຕັ້ງ​ແນວ​ລາວ​ຮັກ​ຊາດ​ຂຶ້ນ ​ແລະ​ໄດ້​ປ່ຽນ​ຊື່​ໜັງສືພິມ “ລາວ​ອິດ ​ສະລະ” ມາ​ເປັນ “ລາວ​ຮັກ​ຊາດ”. ກອງ​ປະຊຸມ​ໄດ້​ກຳນົດ​ສັດ​ຕູ​ໂຕ​ຕົ້ນຕໍ​ຂອງ​ການ​ປະຕິວັດ​ລາວ ​ແມ່ນ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ​ລູກມື​ຂອງ​ເຂົາ ​ແລະ​ ໄດ້​ວາງ​ໜ້າ​ທີ່​ ອອກ​ວ່າ ຕ້ອງ​ອອກ​ແຮງ​ສາມັກຄີ​ປວງ​ຊົນ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ​ລູກມື, ​ເຕົ້າ​ໂຮມ​ທຸກ​ກໍາລັງ ​ແລະ ​ບຸກຄົນ​ທີ່​ສະໜັບສະໜູນ​ສັນຕິພາບ ​ເປັນກາງ, ຕໍ່ສູ້​ທວງ​ເອົາ​ສິດ​ດຳລົງ​ຊີວິດ ​ແລະ ​ສິດ​ປະຊາທິປະ​ໄຕ, ປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​-ຊາຍ, ປົກ​ປັກ​ຮັກສາ ​ແລະ​ ຂະຫຍາຍ​ກໍາລັງ​ ຮັກ​ຊາດ, ຍາດ​ແຍ່ງ​ເອົາ​ຄວາມ​ເປັນ​ໃຈ​ສະໜັບ​ສະ​ໜູນ ຂອງ​ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​ໃນ​ໂລກ.
- ​ເດືອນ ກັນຍາ ປີ 1956, ຄະນະ​ຊີ້ນຳ​ສູນ​ກາງ​ພັກ ​ໄດ້​ອອກ​ມະຕິ​ຊີ້​ໃຫ້​ເຫັນ​ແຈ້ງ ກ່ຽວ​ກັບ​ແງ່​ຂະຫຍາຍຕົວຂອງ​ສະພາບ​ການ ​ໃນ​ການ​ປະຕິບັດ​ຈຸດໝາຍ ສັນຕິພາບ, ​ເປັນກາງ, ​ເອກະລາດ, ປະຊາທິປະ​ໄຕ ​ແລະ​ເອກະ​ພາບ ດັ່ງນີ້:
1- ບັນຫາ ​ຕ່າງໆ ຢູ່​ໃນ​ການ​ເຈລະຈາ​ອາດ​ຈະ​ໄດ້​ຮັບ​ການ​ແກ້​ໄຂ. ສະພາບ​ການ ​ອາດ​ຈະ​ຂະຫຍາຍ​ໄປ​ທາງ​ສະ​ດວກ.
2- ການ​ຕໍ່ສູ້​ອາ​ດຜັນ​ແປ​ໄປ​ຢ່າງ​ສັບສົນ, ​ແຕ່​ຈຸດໝາຍ​ປອງ​ດອງ​ຊາດ ອາດ​ຈະ​ໄດ້​ຮັບ​ການ​ປະຕິບັດ
3- ຈັກກະພັດ ອາ​ເມ​ລິ​ກາ ​ແລະ​ ພວກ​ລູກມື ສືບຕໍ່​ຜ່າ​ມ້າງ, ການ​ເຈລະຈາ​ຈະ​ຖືກ​ຢຸດ​ສະ​ງັກ ການ​ປະ​ທະກັນ​ດ້ວຍ​ອາວຸດ​ຈະ​ເກີດ​ຂຶ້ນອີກ. ຈາ​ກສະພາບ​ດັ່ງກ່າວ, ສູນ​ກາງ​ພັກ ​ໄດ້​ວາງ​ໜ້າ​ທີ່​ສະ​ເພາະ​ໜ້າ​ອອກ​ຄື: “ຕໍ່ສູ້​ທວງ​ໃຫ້​ລັດຖະບານ​ ລາຊະ​ອານາຈັກ ຕ້ອງ​ປະຕິບັດ​ຕາມ​ມາດຕາ​ຕ່າງໆ ທີ່​ໄດ້​ເຊັນ​ກັນ​ແລ້ວນັ້ນ ຢ່າງ​ເຂັ້ມງວດ; ສ້າງ ​ເຂດ​ເຕົ້າ​ໂຮມ​ໃຫ້​ເປັນ​ຖານ​ທີ່​ໝັ້ນປະຕິວັດ, ​ເປັນ​ບ່ອນ​ອີງ​ອັນ​ແໜ້ນ​ແກ່ນ​ໃຫ້​ແກ່​ຂະ​ບວນ ການ​ປະຕິວັດ ​ໃນ​ທົ່ວປະ​ເທດ; ປັບປຸງ ​ແລະ​ ເປີດ​ກວ້າງ​ແນວ​ໂຮມ ​ເພື່ອ​ເຕົ້າ​ໂຮມ​ຢ່າງ​ກວ້າງຂວາງ ​ເອົາ​ທຸກ​ກໍາລັງ​ທີ່​ເຫັນ​ດີ​ເຫັນ​ພ້ອມນໍາສັນຕິພາບ, ​ເປັນກາງ, ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ; ກໍ່ສ້າງ​ພັກ ​ໃຫ້​ເຂັ້ມ​ແຂງ”.
- ​ວັນ​ທີ 3 ມິຖຸນາ 1959, ສູນ​ກາງ​ພັກ​ໄດ້​ມີ​ມະຕິ​ເວົ້າ​ແຈ້ງວ່າ : “ສາມັກຄີ​ບັນດາ​ກຳລັງ​ຮັກ​ຊາດ, ຮັກ​ສັນຕິພາບ​ຢ່າງ​ກວ້າງຂວາງ, ​ໃຊ້​ຮູບ​ການ​ຕໍ່ສູ້​ດ້ວຍ​ ອາວຸດ ​ເປັນຕົ້ນຕໍ ສົມທົບ​ກັບ​ຮູບ​ການ​ຕໍ່ສູ້​ແບບ​ອື່ນ, ຕ້ານ​ການ​ແຊກ​ແຊງ​ ຂອງ​ຈັກກະພັດ​ອາ​ເມ​ລິ​ກາ, ຕ້ານ​ນະ​ໂຍບາຍ​ທໍລະ​ຍົດ​ຕໍ່​ຊາດ ທຳລາຍ​ປະຊາຊົນ​ຂອງ​ ລັດຖະບານ ຜຸຍ ຊະນະ​ນິກອນ, ທວງ​ໃຫ້​ປະຕິບັດ​ສັນຍາ​ເຊີ​ແນວ 1954 ກ່ຽວ​ກັບ​ອິນດູຈີນ ​ແລະ​ ສັນຍາ​ຕ່າງໆ ທີ່​ສອງ​ຝ່າຍ​ໄດ້​​ເຊັນກັນ, ສ້າງ​ປະ​ເທດ​ລາວ ​ໃຫ້​ມີ​ສັນຕິພາບ, ​ເປັນກາງ, ​ເອກະລາດ, ປະຊາທິປະ​​ໄຕ, ​ເອກະ​ພາບ ​ແລະ​ ວັດທະນາ​ຖາວອນ ”.
ກ່ຽວ​ກັບ​ແບບ​ວິທີ​ຕໍ່ສູ້, ມະຕິ​ໄດ້​ເນັ້ນວ່າ: “​ໃນ​ຂອ​ບ​ເຂດ​ ທົ່ວ​ປະ​ເທດ​ຕ້ອງ​ຫັນ​ຈາກ​ຮູບ​ການ​ຕໍ່ສູ້​ເປີດ​ເຜີ​ຍຖືກ​ກົດໝາຍ ​ໄປ​ສູ່​ຮູບ​ການ​ຕໍ່ສູ້​ດ້ວຍ​ອາວຸດ; ພ້ອມ​ກັນນັ້ນ ກໍ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ ​ບັນດາ​ຮູບ​ ການ​ຕໍ່ສູ້​ທາງ​ການ​ເມືອງ. ຢູ່​ບ່ອນ​ໃດ​ທີ່​ມີ​ເງື່ອນ​ໄຂ ​ກໍ​ໃຫ້​ປຸກລະດົມ​ມະຫາຊົນ ​ຕໍ່ສູ້​ຖືກ​ກົດໝາຍ ​ແລະ ​ເຄິ່ງ ກົດໝາຍ”.

(ຂອບໃຈຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ )