19 August 2015

23 ສິງຫາ ວັນມະຫາໄຊຊະນະຂອງປວງຊົນລາວ


ທ່ານ ທີ່ຮັກແພງ ລາຍການສົ່ງເສີມສິນລະປິນວັນເສົາ ວັນທີ 22 ສິງຫາ 2015 ທີ່ຈະອອກອາກາດໃນລະບົບ AM 567 Khz, SW 8130 Khz ເວລສ 8:30-9:00 ຈະໄດ້ເວົ້າເຖິງ ວັນມະຫາໄຊຊະນະຂອງການປະຕິວັດລາວ ກໍຄືປວງຊົນລາວ ທີ່ສາມາດຍຶດອຳນາດໄດ້ທົ່ວປະເທດ ແລະ ກ້າວສູ່ການ ສະຖາປານາ ສປປ ລາວ ໃນວັນທີ 2 ທັນວາ ປີ 1975.....
ໃນປະຫວັດສາດຍຸກໃໝ່ແຫ່ງການຕໍ່ສູ້ຂອງປະຊາຊົນລາວເຮົາພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ມີການປະຍຶດອຳນາດຈາກພວກຈັກກະພັດລ່າເມືອງຂຶ້ນ ແລະ ລູກມືຂອງພວກເຂົາເຖິງ 2 ຄັ້ງຄື: ຄັ້ງທີໜຶ່ງວັນທີ 23 ສິງຫາ 1945 ແລະ ຄັ້ງທີສອງວັນທີ 23 ສິງຫາ 1975.

ວັນທີ 23 ສິງຫາ ປີ 1945 ແລະ ປີ 1975 ແມ່ນເຫດການສຳຄັນທາງປະຫວັດສາດຂອງຊາດລາວເຮົາທີ່ສະແດງໃຫ້ເຫັນມານະຈິດ ແລະ ມູນເຊື້ອແຫ່ງການຕໍ່ສູ້ຂອງຄົນລາວທຸກເຜົ່າ, ທຸກຊັ້ນຄົນທີ່ຮັກຊາດພາຍໃຕ້ການນຳພາຂອງພັກເພື່ອຄວາມເປັນເອກະລາດຂອງຊາດ ແລະ ອິດສະຫຼະພາບຂອງຕົນດ້ວຍຈິດໃຈ " ຍອມຕາຍດີກວ່າຍອມເປັນຂ້ອຍຂ້າຕ່າງຊາດ "
(ພາບບໍ່ໄດ້ກ່ຽວກັບບົດ)
ວັນທີ 23 ສິງຫາແມ່ນວັນແຫ່ງມະຫາສາມັກຄີ, ແມ່ນວັນແຫ່ງການຕໍ່ສູ້ທີ່ອາດຫານຊານໄຊຂອງປະຊາຊົນລາວ. ການຍຶດອຳນາດໃນວັນທີ 23 ສິງຫາ 1945 ແມ່ນເຫດການສຳຄົນທາງປະຫວັດສາດແຫ່ງການຕໍ່ສູ້ຕ້ານລັດ ທິລ່າເມືອງຂື້ນແບບເກົ່າ, ພ້ອມກັນນັ້ນກໍ່ແມ່ນການກຳແໜ້ນກາລະໂອກາດອັນອຳນວຍທີ່ເກີດຂື້ນຈາກສະພາບແວດ ລ້ອມສາກົນເພື່ອຍາດເອົາໄຊຊະນະ ແລະ ຍຶດອຳນາດມາມືປະຊາຊົນກໍ່ຄືກຳລັງປະຕິວັດ ເຊິ່ງທ່ານ ໄກສອນ ພົມວິຫານ ໄດ້ຕີລາຄາວ່າ: " ນີ້ເປັນເພື່ອທຳອິດທີ່ປະຊາຊົນເຮົາໄດ້ກາຍເປັນເຈົ້າຂອງປະເທດຊາດ ແລະ ຊາຕາກຳຂອງຕົນເອງພາຍຫຼັງ 100 ກວ່າປີທີ່ມີຊີວິດຢູ່ພາຍໃຕ້ແອກແຫ່ງການເປັນຂ້ອຍຂ້າ ແລະ ປະເທດຊາດຖືກຕັດແບ່ງ ".

ໄຊຊະນະດັ່ງກ່າວນັ້ນໄດ້ເປີດສາກໃຫ້ແກ່ສັງກາດໃໝ່ສັງກາດທີ່ປະຊາຊົນເຮົາໄດ້ຮັບການປຸກລະດົມ ແລະ ຕື່ນຕົວເຂົ້າຮ່ວມການຕໍ່ຕ້ານເອົາເປັນເອົາຕາຍກັບສັດຕູເພື່ອກອບກູ້ປະເທດຊາດບ້ານເມືອງ. ເຖິງວ່າການ ຍຶດອຳນາດໃນວັນທີ 23 ສິງຫາ 1945 ບໍ່ໄດ້ນຳໄປສູ່ການສ້າງຕັ້ງອຳນາດການປົກຄອງໃໝ່ຂອງປະຊາຊົນກໍ່ຕາມ, ແຕ່ກໍ່ໄດ້ຖືກຈາລຶກໄວ້ໃນໜ້າປະຫວັດສາດອັນສະຫງ່າລາສີຂອງຊາດລາວເຮົາຕະຫຼອດໄປ.
(ພາບບໍ່ໄດ້ກ່ຽວກັບບົດ)
ພາຍຫຼັງການຍຶດອຳນາດໃນວັນທີ 23 ສິງຫາ 1945 ໄດ້ບໍ່ພໍເທົ່າໃດມື້ພວກລ່າເມືອງຂື້ນຝຣັ່ງກໍ່ໄດ້ເພີ່ມກຳລັງຕ່າວໂຈມຕີ ແລະ ກັບຄືນມາຍຶດຄອງປະເທດເຮົາເປັນຫົວເມືອງຂື້ນອີກເທື່ອໃໝ່. ຈາກນັ້ນມາປະຊາຊົນລາວຈຳຕ້ອງໄດ້ດຳເນີນການຕໍ່ສູ້ຢ່າງພິລະອາດຫານ, ລະອິດລະອ້ຽວຂ້ຽວຂາດ, ຍືດເຍື້ອຍາວນານ ແລະ ມີໄຊຍິ່ງໃຫຍ່ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ, ແບບໃໝ່ ແລະ ອິດທິກຳລັງປະຕິການ ທີ່ເປັນລູກແຫລ້ງຕີນມືຂອງພວກເຂົາ.
ພາຍຫລັງທີ່ພາກໃຕ້ຫວຽດນາມໄດ້ຮັບການປົດປ່ອຍ, ປະເທດຫວຽດນາມໄດ້ທ້ອນໂຮມເປັນເອກະພາບກ້າວສູ່ສັງກາດໃໝ່ແຫ່ງການສ້າງສາສັງຄົມນິຍົມໃນລະດູບານໃໝ່ ປີ ຄ.ສ 1975, ໂດຍກຳແໜ້ນກາລະໂອກາດພັນປີມີເທື່ອໜຶ່ງ ພັກເຮົາໄດ້ປະຕິບັດຍຸດທະສາດ 3 ບາດຄ້ອນ ດຳເນີນການຍຶດອຳນາດໂດຍສັນຕິວິທີ ແບບ " ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ, ແຕ່ຈັບປາໄດ້ທັງໝົດ ", ພາຍຫຼັງທີ່ປະຊາຊົນຢູ່ແຂວງຕ່າງໆໃນຂອບເຂດທົ່ວປະເທດໄດ້ລຸກຮື້ຂຶ້ນຍຶດອຳນາດ ແລະ ໄດ້ປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນຢ່າງເປັນທາງການ ເປັນລະບອບໃໝ່ ເປັນ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ເມື່ອວັນທີ 2 ທັນວາ 1975 ທີ່ ນະຄອນຫຼວງວຽງຈັນ.
ການຍຶດອຳນາດຢູ່ນະຄອນຫຼວງວຽງຈັນ ແລະ ໃນທົ່ວປະເທດລາວ ແມ່ນການຍຶດເອົາສູນກາງການປົກຄອງ ແລະ ສູນກາງບັນຊາຂອງອຳນາດການປົກຄອງລາຊະອານາຈັກ, ເຮັດໃຫ້ກົນໄກ ແລະ ກົງຈັກແຫ່ງສິດອຳນາດຂອງລະບອບສັກດີນາ - ເຄີ່ງຫົວເມືອງຂຶ້ນຖືກທັບມ້າງ ແລະ ສິ້ນສຸດລົງຢ່າງສິ້ນເຊີງ.

ວັນທີ 23 ສິງຫາ 1975 ໄດ້ເປັນເຫດການສຳຄັນທາງປະຫວັດສາດແຫ່ງການຕໍ່ສູ້ມີໄຊຂອງປະຊາຊົນລາວພາຍໃຕ້ການນຳພາຂອງພັກ, ມັນແມ່ນວັນແຫ່ງມະຫາສາມັກຄີ, ແມ່ນວັນແຫ່ງມານະຈິດປະຕິວັດຂອງຊາວນະຄອນຫຼວງວຽງຈັນ ແລະ ຊາວລາວທົ່ວປະເທດ ທີ່ໄດ້ກາຍເປັນກຳລັງແຮງຊະນະເລີດເໜືອອິດທິກຳລັງປະຕິການ ແລະ ລູກແຫຼ້ງຕີນມືຂອງພວກຈັກກະພັດລ່າເມືອງຂຶ້ນ.
ວັນຍຶດອຳນາດ 23 ສິງຫາ 1975 ໄດ້ສ້າງເງື່ອນໄຂອຳນວຍໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງປະຫວັດສາດປະກາດລົບລ້າງລະບອບສັກດີນາ - ລ່າເມືອງຂຶ້ນ, ສະຖາປະນາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທາງການໃນວັນທີ 2 ທັນວາ 1975. ສະນັ້ນ, ຈຶ່ງເວົ້າໄດ້ວ່າວັນຍຶດອຳນາດ 23 ສິງຫາ 1975 ແມ່ນວັນແຫ່ງການເສີມຂະຫຍາຍມູນເຊື້ອສາມັກຕີຕໍ່ສູ້ພິລະອາດຫານຂອງຊາດລາວ - ຄົນລາວວິລະຊົນ, ແມ່ນວັນແຫ່ງການເຊີດຊູມານະຈິດປະຕິວັດ ແລະ ນ້ຳໃຈຮັກຊາດອັນສູງສົ່ງຂອງຄົນລາວເພື່ອສ້າງຜົນງານ ແລະ ຍາດເອົາໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ.


02 June 2015

ມີເພງໃດແດ່ທີ່ກ່ຽວພັນກັບແຂວງໄຊສົມບູນ

ຟັງເພງ

.....ຟັງເພງນີ້ໄປຊຳຊາສາກ່ອນ ແລ້ວຈະມາເວົ້າສູ່ຟັງ....
ຂອບໃຈ ເອົາໄວ້ຈັກໜ່ອຍ ຈະມາເວົ້າສູ່ຟັງ
<<<<<0>>>>>>

20 May 2015

ມັກບໍ່ເພງຂອງນັກຮ້ອງຄົນນີ້...

ລາຍການສົ່ງເສີມສິນລະປິນ ອອກອາກາດທາງລະບົບ AM 567 Khz, SW 6130 Khz ທຸກໆວັນເສົາ ເວລາ 8:30-9:00 ໂມງ....ອາທິດນີ້ມີເພງໃໝ່ໆຂອງດາວດິນຖິ່ນຈຳພອນມາໃຫ້ຟັງ....ພ້ອມການວິເຄາະເນື້ອໃນເພງຕ່າງໆທີ່ຕິດພັນກັບສັງຄົມ...
 (ຕັ້ງໃຈຂຽນເນື້ອເພງ ປານນັ້ນຍັງຜິດ....ປິວແວ່ງໆຫ່າງຕົ້ນລອຍລົມ ບໍ່ແມ່ນລາຍລົມ)
ຂອບໃຈທີ່ຕິດຕາມ

08 April 2015

ການປະລອງປັນຍາຄືທີ່ມາຂອງນາງສັງຂານປີໃໝ່ລາວ

(ພາບໄດ້ມາຈາກ ອິນເຕີເນັທ)
ແຕ່ປາງກ່ອນມີບຸດຊາຍເສດຖີຄົນນຶ່ງຊື່ວ່າ: ທຳມະບານກຸມານ ຮຽນຈົບວິຊາໄຕເພດ(ຄວາມຮູ້ຂັ້ນສູງສາມຢ່າງ ໂຫລາສາດ,ຄຸລຸສາດ ແລະ ພາສາສາດ)ເປັນນັກປາດຜູ້ມີປັນຍາສະຫຼາດຫຼັກແຫຼມເໜືອກວ່າເພື່ອນມະນຸດດ້ວຍກັນ ສາມາດຮູ້ຮອດພາສາສັດຕ່າງໆໃນນັ້ນລວມທັງພາສານົກ. ເມື່ອມີຄົນມາຖາມປັນຫາໃດບໍ່ວ່າຄະຕິໂລກ ຫຼື ຄະຕິທຳ ເຂົາສາມາດແກ້ໄດ້ໝົດ, ຄວາມຊ່າລືກ່ຽວກັບທຳມະບານມີສະຕິປັນຍາແຫຼມຄົມສາມາດແກ້ບັນຫາໄດ້ຢ່າງບໍ່ຂ້ອງບໍ່ຄານີ້ໄດ້ດັງກ້ອງໄປຮອດພະພົມຢູ່ສວງສະຫວັນ. ຕອນນັ້ນມີພະພົມອົງນຶ່ງຊຶ່ງເປັນເຈົ້າແຫ່ງພົມ ແລະ ເທວະດາທັງຫຼາຍ ຊື່ວ່າ: ພະຍາກະບິນລະພົມ, ເມື່ອຊາບຊື່ສຽງດັ່ງກ່າວ ຈຶ່ງຢາກທົດສອບຄວາມຮູ້ຂອງທຳມະບານກຸມມານລອງເບິ່ງ ຈຶ່ງໄດ້ເຫາະລົງມາຍັງໂລກມະນຸດ ແລະ ໄດ້ພົບກັບທຳມະບານກຸມມານຢູ່ຫໍປະສາດ 7 ຊັ້ນ ຊຶ່ງອາໄສຢູ່ຄົນດຽວ. ພະຍາກະບິນລະພົມໄດ້ຖາມທຳມະບານກຸມມານ 3 ຂໍ້ຄື: ສິລິຂອງຄົນຢູ່ໃສ? ໃນຕອນເຊົ້າ, ຕອນສວາຍ ແລະ ຕອນຄໍ່າ(ສິລິ ແມ່ນລາສີ ຫລື ຈຸດສຳຄັນຂອງຮ່າງກາຍ).ຫລັງຈາກຖາມແລ້ວ ພະຍາກະບິນລະພົມ ກໍບໍ່ໄດ້ບັງຄັບໃຫ້ທໍາມະບານກຸມມານຕ້ອງຕອບທັນທີແຕ່ກຳນົດເວລາຕອບໄວ້ 7 ວັນ ຈຶ່ງຈະລົງມາຟັງຄຳຕອບ ໂດຍໄດ້ວາງເງື່ອນໄຂໄວ້ວ່າ ຖ້າຕອບບໍ່ໄດ້ ທຳມະບານກຸມມານ ຈະຖຶກຕັດຄໍ ແລະ ກົງກັນຂ້າມ ຖ້າຕອບໄດ້ຕົນເອງກໍຈະຍອມໃຫ້ຕັດຄໍເຊັ່ນກັນ.
ຫຼັງຈາກພະຍາກະບິນລະພົມກັບໄປແລ້ວ ທຳມະບານກຸມມານຕ້ອງໄດ້ໃຊ້ສະໝອງຢ່າງໜັກເພື່ອຊອກຫາຄຳຕອບ ແຕ່ກໍ່ຊອກບໍ່ເຫັນ,ບໍ່ມີຄຳພີດີກາເຫຼັ້ມໃດທີ່ໄດ້ກ່າວເຖິງຄຳວ່າ: ສິລິ ຂອງຄົນ ຈົນວັນເວລາລ່ວງເລີຍໄປ 6 ມື້ ນັບແຕ່ທຳມະບານກຸມມານຕັ້ງໜ້າຄົ້ນຄວ້າຫາຄຳຕອບໂດຍບໍ່ມີເວລາພັກຜ່ອນຫຼັບນອນ ຫຼື ກິນເຂົ້າກິນນ້ຳ ເຮັດໃຫ້ຕົນໂຕເຂົາຈ່ອຍຜອມລ່າເຫຼືອງອ່ອນແຮງ. ເມື່ອຮູ້ໂຕວ່າຈະຕ້ອງຖືກຕັດຄໍແນ່ນອນແລ້ວ ທຳມະບານກຸມມານ ຈິ່ງຕັດສິນໃຈຄັ້ງສຸດທ້າຍວ່າ: ເຮົາເປັນຄົນລະດັບນັກປາດທີ່ມີຊື່ສຽງກ້ອງໂລກ ຊິຍອມໃຫ້ຕັດຄໍປະຈານໃຫ້ເສຍຊື່ສຽງເຮັດຫຍັງແໜງສູ້ໄປຕາຍເອງດີກວ່າ.
ຂະນະເວລາຄ່ຳມືດຂອງວັນນັ້ນ ທຳມະບານກຸມມານ ພາຮ່າງກາຍອັນຈ່ອຍຜອມຍ່າງໂຊຊັກໂຊເຊລົງຈາກຫໍປະສາດ 7 ຊັ້ນ ມຸ້ງໜ້າເຂົ້າປ່າ ໂດຍໄຮ້ຈຸດໝາຍປາຍທາງ. ເມື່ອເຫັນວ່າຈະຍ່າງຕໍ່ໄປບໍ່ໄຫວ ເຂົາຈຶ່ງໂຍບນັ່ງລົງກ້ອງຕົ້ນຕານຕົ້ນໜຶ່ງ ໂດຍຄິດວ່າຄວາມອິດເມື່ອຍ ແລະ ຄວາມຫິວທີ່ເພີ້ມຂຶ້ນຊັກໄຊ້ນັ້ນຈະເຮັດໃຫ້ເຂົາຈົບຊີວິດລົງຢູ່ສະຖານທີ່ແຫ່ງນີ້, ແຕ່ສະຫວັນເປັນໃຈ ຢູ່ເທິງຕົ້ນຕານລຳນັ້ນມີແຮ້ງສອງຜົວເມຍອາໄສຢູ່ ຕອນເດິກສະຫງັດຄືນນັ້ນແຮ້ງສອງຜົວເມຍໄດ້ລົມກັນກ່ຽວກັບແຜນການທີ່ຈະໄປຊອກກິນອາຫານໃນມື້ອື່ນໂດຍເມຍຖາມຜົວວ່າ ມື້ອື່ນຈະໄປຫາກິນທາງໃດ?
ຜົວ:       ມື້ອື່ນພວກເຮົາບໍ່ຕ້ອງບິນໄປຫາກິນໄກໃຫ້ເມື່ອຍປີກດ໋ອກ ຖ້າກິນຊີ້ນມະນຸດຢູ່ເມືອງນີ້ແຫລະ.
ເມຍ:      ຊິມີຊີ້ນມະນຸດມະນາມາແຕ່ທາງໃດໃຫ້ພວກເຮົາໄດ້ກິນ?
ຜົວ:       ມື້ອື່ນພະຍາກະບິນລະພົມ ຊິລົງມາຕັດຄໍທຳມະບານກຸມມານ ແລ້ວພວກເຮົາກໍຈະໄດ້ກິນຊີ້ນເຂົາ
ເມຍ:      ພະຍາກະບິນລະພົມຕັ ຈະຕັດຄໍທຳມະບານກຸມມານດ້ວຍເຫດອັນໃດ ?
ຜົວ:       ກໍດ້ວຍເຫດທີ່ວ່າ ທຳມະບານກຸມມານຕອບບັນຫາຂອງພະຍາກະບິນລະພົມບໍ່ໄດ້
ເມຍ:                 ພະຍາກະບິນລະພົມໄດ້ທຳມະບານກຸມມານແນວໃດ ຖາມຍາກແທ້ຫວ໋ະ? ຂັ້ນນັກປາດຄືທຳມະບານກຸມມານກໍ່ຍັງຕອບບໍ່ໄດ້ ?
ຜົວ:                  ມັນຊິຍາກຫຍັງເດ້ ແຕ່ທຳມະບານກຸມມານບໍ່ໄດ້ຮຽນເຖິງເລື່ອງນີ້ກໍ່ເລີຍຕອບບໍ່ໄດ້. ເພີ່ນຖາມ ວ່າ ສິລິຂອງຄົນຢູ່ໃສໃນຕອນເຊົ້າ, ຕອນສວາຍ, ຕອນແລງ ?
ເມຍ:      ຄັນຊັ້ນເຈົ້າຮູ້ບໍ່ວ່າທັງ 3 ເວລານັ້ນ ສິລິ ຂອງຄົນຢູ່ໃສ?
ຜົວ:       ກໍຮູ້ຫັ້ນແລ້ວ ງ່າຍຊິຕາຍ
ເມຍ:      ຄັນຊັ້ນເວົ້າໃຫ້ຂ້ອຍຟັງແດ່ດູ
ຜົວ:       ເວົ້າບໍ່ໄດ້ເດິກດື່ນແລ້ວ ນອນສາ
ເມຍ:      ບໍ່! ຄັນເຈົ້າບໍ່ເວົ້າໃຫ້ຂ້ອຍຟັງຂ້ອຍຊິກັ້ນໃຈຕາຍປະເຈົ້າ
ຜົວ:    ເວົ້າກະເວົ້າ! ຄືວ່າຕອນເຊົ້າ ສີຣິຂອງຄົນ(ລາສີ)ຈະຢູ່ທີ່ໜ້າ ຄົນຈຶ່ງຕ້ອງລ້າງໜ້າທຸກໆເຊົ້າ ຕອນທ່ຽງ ສີຣິ ຂອງຄົນ(ລາສີ)​​ຈະຢູ່ທີ່ໜ້າເອິກ ຄົນຈຶ່ງອາບນ້ຳແລະເອົາເຄື່ອງຫອມປະພົມທີ່ໜ້າເອິກ ສ່ວນຕອນຄ່ຳ ສີຣິຂອງຄົນ(ລາສີ)​​ຈະຢູ່ທີ່ຕີນ ຄົນ​​ເຮົາຈຶ່ງຕ້ອງລ້າງຕີນກ່ອນເຂົ້ານອນ.
ເນື່ອງຈາກ ທຳມະບານກຸມມານ ຮູ້ພາສານົກ ດັ່ງນັ້ນຄຳສົນທະນາຂອງ ແຮ້ງສອງຜົວເມຍ ຈຶ່ງປຽບເໝືອນສິ່ງສັກສິດຊ່ວຍໃຫ້ເຂົາລອດພົ້ນຈາກຄວາມຕາຍຢ່າງປາຕິຫານ. ເຂົາຟ້າວລຸກຈາກກ້ອງຕົ້ນຕານແລ່ນກັບຄືນສູ່ຫໍປະສາດ ດ້ວຍຄວາມສຸກໃຈຢ່າງຫາອັນປຽບບໍ່ໄດ້.
ເຊົ້າມື້ຖ້ວນເຈັດ ພະຍາກະບິນລະພົມກໍລົງມາຟັງຄຳຕອບ ເມື່ອໄດ້ຟັງການຕອບບັນຫາທັງສາມຂໍ້ຂອງ ທຳມະບານກຸມມານ ຕອບໄດ້ຢ່າງຖຶກຕ້ອງແລ້ວ ເຮັດໃຫ້ພະຍາກະບິນລະພົມມີຄວາມປະຫຼາດໃຈບໍ່ໜ້ອຍ, ເພື່ອບໍ່ໃຫ້ເສຍສັດຈະທີ່ຕົນໄດ້ໃຫ້ ໄວ້ກັບທຳມະບານກຸມມານ ຈຶ່ງຕົກລົງໃຫ້ທຳມະບານກຸມມານ ຕັດຄໍຂອງຕົນ ແຕ່ຍ້ອນພະຍາກະບິນລະພົມ ມີລິດເດດເກ່ງກ້າເໝືອກວ່າເທວະດາ ແລະ ມະນຸດທັງຫຼາຍ ພຽງແຕ່ຫົວຂອງເພີ່ນກໍຈະເຮັດໃຫ້ໂລກມະນຸດພິນາດໄປໄດ້ຖ້າຫາກປ່ອຍໃຫ້ຫົວ ແລະ ເລືອດຂອງພະຍາກະບິນລະພົມຕົກລົງດິນກໍຈະເຮັດໃຫ້ ເກີດເປັນໄຟມະໄລກັນໄໝ້ໂລກ, ຖ້າໂຍນຫົວພະຍາກະບິນລະພົມຂຶ້ນສູ່ເວຫາກໍຈະໄໝ້ອາກາດເຮັດໃຫ້ມວນມະນຸດ ແລະ ສັດສາວາສິ່ງໝົດອາກາດຫາຍໃຈ, ຖ້າໂຍນລົງນໍ້າກໍຈະເຮັດແມ່ນໍ້າຄົງຄາມະຫາສະມຸດເຫືອດແຫ້ງເກີດໄພພິບັດ ແຫ້ງແລ້ງເປັນອັນຕລາຍຕໍ່ມວນມະນຸດໃນທົ່ວໂລກ. ດັ່ງນັ້ນ ເພື່ອຊ່ວຍມວນມະນຸດໃຫ້ຫຼຸດພົ້ນຈາກໄພພິບັດເຫຼົ່ານັ້ນ ກ່ອນຖຶກຕັດຄໍ ພະຍາກະບິນລະພົມ ຈຶ່ງເອີ້ນເອົາທິດາສາວທັງ 7 ນາງ ມາພົບເປັນການດ່ວນ ເພື່ອເປັນການມອບ ໜ້າທີ່ ແລະ ສັ່ງລາ.  ເມື່ອທັງ 7 ນາງມາພ້ອມໜ້າພ້ອມຕາກັນແລ້ວ ຜູ້ເປັນພໍ່ຈິ່ງສັ່ງຄວາມວ່າ: ຕອນພໍ່ຖືກຕັດຄໍໃຫ້ພວກລູກເອົາພາຖາດຄຳມາຮອງຮັບເອົາຫົວພໍ່ນີ້ໄວ້ບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນ. ດັ່ງນັ້ນຂໍ ໃຫ້ທິດາທັງເຈັດນຳພານມາຮອງຮັບໄວ້ແລ້ວໃຫ້ ນາງ ທຸງສະເທວີ ຜູ້ເປັນທິດາອົງໃຫຍ່ນໍາເອົາສຽນ(ຫົວ) ຂອງພໍ່ນີ້ ແລ້ວພາກັນວຽນຂວາຮອບພູເຂົາພະສຸເມ 3 ຮອບ ຈາກນັ້ນຈຶ່ງນໍາໄປເກັບຮັກສາໄວ້ໃນຖ້ຳຄັນທຸລີໃນພູເຂົາໄກລາດ ພໍເຖິງຂວບປີ ແມ່ນໃຫ້ນຳເອົາຫົວພໍ່ອອກມາຫົດສົງສ່ວຍລ້າງດ້ວຍ ນ້ຳອົບນ້ຳຫອມໃຫ້ສະອາດ. ຍ້ອນແນວນັ້ນເອງ ເມື່ອຮອດຍາມກຸດສົງການປີໃໝ່ແຕ່ລະປີປະຊາຊົນຊາວພວກເຮົາຈິ່ງເອົານ້ຳອົບ, ນ້ຳຫອມ ຫຼື ນ້ຳດອກໄມ້ໄປຫົດສົງພະພຸດທະຮູບ, ຫົດສົງພໍ່ແມ່ເຖົ້າແກ່, ຄູບາ-ອາຈານ ແລະ ຍາດພີ່ນ້ອງເພື່ອນຝູງ ເພື່ອຄວາມເປັນສິລິມົງຄົນ ສືບຕໍ່ກັນມາຈົນເຖິງປັດຈຸບັນ.
 ເມື່ອເຖິງເດືອນຫ້າ ຟ້າລ່ວງ ຫຼື ກຸດສົງການປີໃດ ຖ້າສັງຂານລ່ວງຖືກວັນໃດ ໃຫ້ລູກສາວປະຈຳວັນນັ້ນ(ນາງສັງຂານ) ຂີ່ສັດພາຫະນະຂອງຕົນໄປແຫ່ເອົາຫົວພໍ່ອອກມາຈາກຖໍ້າເພື່ອຫົດສົງ ແລ້ວຈິ່ງເອົາໄປໄວ້ບ່ອນເກົ່າ ໂດຍຜັດປ່ຽນກັນຕາມວັນເວລາ ຫລື ຕາມວັນມະຫາສົງການ(ລູກສາວຂອງພະຍາກະບິນລະພົມ 7 ຄົນ, ແມ່ນເປັນນາງປະຈຳແຕ່ລະວັນຂອງອາທິດແຕ່ລະຄົນຈະຂີ່ພາ ຫານະປະຈຳໂຕນັ້ນມາ ເຊິ່ງພາຫານະດັ່ງກ່າວເປັນສັດ, ນອກນີ້ຍັງມີເຄື່ອງປະດັບ ແລະ ສາຕຣາວຸດປະຈຳກາຍເປັນຂອງຕົນເອງ)ຫາກວ່າ:

1)          ມື້ມະຫາສົງການ(ສັງຂານລ່ວງ)ໄປວັນອາທິດ ແມ່ນນາງສົງການມີນາມ ທຸງສະເທວີ ຊົງພາຫຸລັດທັດດອກພິລາ ອາພອນແກ້ວປັດທະມະລາດ ພັກສາຫານອຸທຸມພອນ (ໝາກເດື່ອ) ພະຫັດຂວາຊົງກົງຈັກ ພະຫັດຊ້າຍຊົງສັງ(ຫອຍ)ສະເດັດມາເທິງຫລັງຄຸດ.

2)          ຖ້າວັນຈັນເປັນມື້ມະຫາສົງການ ນາງສົງການມີນາມ ໂຄລາຄະເທວີ ຊົງພາຫຸລັດທັດດອກກາງຂອງ ອາພອນແກ້ວມຸກດາຫານ(ແກ້ວໝົ່ນ) ພັກສາຫານແມ່ນນໍ້ານົມ, ພະຫັດຂວາຊົງພະຂັນ(ດາບ) ພະຫັດຊ້າຍຊົງໄມ້ຄ້ອນເທົ້າ ສະເດັດໄສຍາດ(ນອນ) ມືນພະເນດ(ຕາ)ມາເທິງຫລັງພະຍັກ(ເສືອໂຄ່ງ).

3)          ຖ້າວັນອັງຄານເປັນມື້ມະຫາສົງການ ນາງສົງການມີນາມ ຣາກສະເທວີ ຊົງພາຫຸລັດທັດດອກບົວຫລວງ ອາພອນແກ້ວໂມລາ(ແກ້ວລາຍ) ສະເຫວີຍໂລຫິດ(ເລືອດ)ເປັນພັກສາຫານ; ມືຂວາຊົງຕຣີສູນ(ຫອກສາມຫງ່າມ), ມືຊ້າຍຊົງທະນູ, ສະເດັດໄສຍາດ(ນອນຫລັບຕາ)ມາເທິງຫລັງວະຣະຫະ(ໝູ)ເປັນພາຫະນະ.

4)          ຖ້າວັນພຸດເປັນມື້ມະຫາສົງການ ນາງສົງການມີນາມ ມົນທາເທວີ ຊົງພາຫຸລັດທັດດອກຈຳປາ ອາພອນແກ້ວໄພທູນ ພັກສາຫານນົມເນີຍ ພະຫັດຂວາຊົງເຂັມ ພະຫັດຊ້າຍຊົງໄມ້ເທົ້າສະເດັດມາເທິງຫລັງຄັດລະພະ(ລາ).

5)          ຖ້າວັນພະຫັດ ເປັນມື້ມະຫາສົງການ ນາງສົງການມີນາມ ກິລິນີເທວີ ຊົງພາຫຸລັດທັດດອກມົນທາ ອາພອນແກ້ວມໍລະກົດ ພັກສາຫານຖົ່ວງາ ພະຫັດຂວາຊົງຂໍຊ້າງ ພະຫັດຊ້າຍຊົງປືນ ສະເດັດມາເທິງຫລັງຄະສະສານ(ຊ້າງ).

6)          ຖ້າວັນສຸກເປັນມື້ມະຫາສົງການ ນາງສົງການມີນາມ ກິມິທາເທວີ ຊົງພາຫຸລັດທັດດອກຈົງກົນນີ ອາພອນແກ້ວບຸດສະລາຄຳ ພັກສາຫານກ້ວຍນ້ຳ ພະຫັດຂວາຊົງຂັນ ພະຫັດຊ້າຍຊົງພິນ ສະເດັດມາເທິງຫລັງມະຫິງສາ (ຄວາຍ).

7)          ຖ້າວັນເສົາເປັນມື້ມະຫາສົງການ ນາງສົງການນາມ ມະໂຫທອນເທວີ ຊົງພາຫຸລັດທັດດອກສາມຫາວ ອາພອນແກ້ວນິນລັດຕະນະ ພັກສາຫານເນື້ອຊາຍ ພະຫັດຂວາຊົງກົງຈັກ ພະຫັດຊ້າຍຊົງຕີສູນ ສະເດັດມາເທິງຫລັງມະຍຸລາ(ນົກຍູງ).
ຂອບໃຈທີ່ອ່ານ
(ຂໍ້ມູນຈາກປຶ້ມ "ໂຫຣາສາດລາວ" ພາກປະຕິທິນ ຮຽບຮຽງໂດຍ: ມະຫາ ສີລາ ວິຣະວົງສ໌ 1970)