13 November 2016

ທ່ານຮູ້ບໍ່ພຣະເຈດີໂລກະຈຸລາມະນີ ຄື.....

ພຣະທາດຫຼວງ ເປັນນາມສາມັນທີ່ປະຊາຊົນໃຊ້ຮຽກກັນ ເຊິ່ງເປັນພຣະທາດ ໃຫຍ່ກວ່າພຣະທາດອື່ນໃນນະຄອນວຽງຈັນ ທີ່ຄົງເຫຼືອຢູ່ຕັ້ງແຕ່ບູຮານະການ ສ່ວນ ຊື່ທາງການອັນເປັນຊື່ແທ້ໆຂອງພຣະທາດອົງນີ້ ເຊິ່ງໄດ້ຕັ້ງມາຕັ້ງແຕ່ສະໄໝພຣະ ເຈົ້າໄຊຍະເຊດຖາທິຣາດນັ້ນ ຊື່ວ່າພຣະເຈດີໂລກະຈຸລາມະນີ ອັນເປັນປູຊະນີຍະສະ ຖານສຳຄັນຍິ່ງ ແຫ່ງນະຄອນຫຼວງວຽງຈັນທນ໌ນີ້ ກໍຄືປູຊະນີຍະສະຖານທາງພຣະ ພຸດທະສາສະໜາຂອງລາວທັງມວນນີ້ ມີປະຫວັດກ່າວໄວ້ໃນໜັງສືອຸຣັງຄະນິທານ ຫຼືອຸຣັງຄະທາດວ່າ ໄດ້ສ້າງຂຶ້ນໃນສະໄໝດຽວກັນກັບການຕັ້ງ ເມືອງວຽງຈັນທນ໌ຄັ້ງ ແຮກ ລຸນຫຼັງຈາກການສ້າງພຣະທາດພຣະນົມແລ້ວ ຜູ້ສ້າງຄັ້ງທຳອິດແມ່ນພຣະ ເຈົ້າຈັນທະບູຣີປະສິດທິສັກ ເຈົ້ານະຄອນວຽງຈັນອົງແຮກ ພ້ອມກັບພຣະອໍຣະຫັນ ໕ ອົງ ດັ່ງມີຂໍ້ຄວາມກ່າວໄວ້ໃນໜັງສືອຸຣົງຄະນິທານ ເຊິ່ງຂໍຄັດເອົາແຕ່ໃຈ ຄວາມສຳຄັນ ມາກ່າວໄວ້ໃຫ້ຟັງດັ່ງນີ້ :-
ເມື່ອພຣະໂຄດົມບໍຣົມສັມມາສັມພຸດທະເຈົ້າ ປະຣິນິພານແລ້ວໄດ້ ໘ ປີປາຍ ພຣະມະຫາກັດສະປະເຖຣະ ໄດ້ນຳເອົາອຸຣັງຄະທາດ ຄືດູກຫົວເອິກຂອງພຣະພຸດທະ ເຈົ້າ ມາປະດິດສະຖານໄວ້ທີ່ພູກຳພ້າ ເຊິ່ງຮຽກວ່າດອຍກະປະນະຄີຣີ (ຄືພຣະທາດ ພະນົມທຸກວັນນີ້) ໃນເວລາກໍ່ພຣະທາດຄັ້ງແຮກທີ່ພູກຳພ້ານັ້ນ ໄດ້ພຣະກະສັດທັງ ໕ ນະຄອນມາຮ່ວມຊຸມນຸມກັນຄື :-
໑. ພຣະຍາສຸວັນນະພິງຄານ ເຈົ້າເມືອງໜອງຫານຫຼວງ.
໒. ພຣະຍາຄຳແດງ ເຈົ້າເມືອງໜອງຫານນ້ອຍ.
໓. ພຣະຍານັນທະເສນ ເຈົ້າເມືອງມະຣຸກຂະນະຄອນ ຄືເມືອງ ທ່າແຂກເກົ່າ.
໔. ພຣະຍາອິນທະປັດຖະນະຄອນ ເມືອງອິນທະປັດຖະ ປະເທດຂະເໝນ
໕. ພຣະຍາຈຸລນີພົມທັດ ເມືອງປາການ (ຄືແຂວງຊຽງຂວາງ).
(ຄຳວ່າ ປາການ ໝາຍເຖິງເມືອງດ່ານ ຫຼືເມືອງຂອບຂັນ, ເປັ່ນຄຳວ່າປ້ອມປາການ ເຫຼົ່ານີ້ເປັນຕົ້ນ, ບາງທ່ານກໍວ່າເມືອງແກວປະກັນ (ມະຫາສີລາ ວິລະວົງ).
ຕໍ່ມາເມື່ອພຣະຍາສຸວັນນະພິງຄານ ເມືອງໜອງຫານຫຼວງ ແລະພຣະຍາ ຄຳແດງ ເມືອງໜອງຫານນ້ອຍ ສຸຣະຄົຕ(ຕາຍ)ໄປແລ້ວ ເລີຍເກີດນ້ຳຖ້ວມເມືອງ ທັງສອງໄຫຼລ່ວງເຖິງກັນ ຊາວເມືອງທັງສອງ ຈຶ່ງອົບພະຍົກໜີຂຶ້ນມາຕັ້ງ ຢູ່ແຄມນ້ຳຂອງ ໃນພວກອົບພະຍົກນີ້ມີຜູ້ໜຶ່ງຊື່ວ່າທ້າວຄຳບາງເປັນນ້າບ່າວຂອງ ພຣະຍາສຸວັນ ນະພິງຄານ ເມືອງໜອງຫານຫຼວງ ໄດ້ພາບ່າວໄພ່ບໍຣິວານຂຶ້ນມາຕັ້ງເມືອງໃໝ່ ຢູ່ ແຄມຫ້ວຍເກົ້າລ້ຽວໃກ້ແມ່ນຳ້ຂອງ ໃສ່ຊື່ເມືອງໃໝ່ນີ້ວ່າເມືອງສຸວັນນະພູມ ສ່ວນບ່າວໄພ່ບໍຣິວານ ກໍພາກັນແຍກຍ້າຍໄປຕັ້ງບ້ານຢູ່ອ້ອມແອ້ມເມືອງນັ້ນ, ໃນເວລານັ້ນ ມີຊາຍຄົນໜຶ່ງຊື່ວ່າບຸຣີຈັນ ໄດ້ພາຍາດພີ່ນ້ອງມາຕັ້ງ ບ້ານຢູ່ປາກໜອງຄັນແທເສື້ອນ້ຳ, ເຊິ່ງຮຽກວ່າບ້ານໜອງຄັນແທເສື້ອນ້ຳ ໃນຕອນນັ້ນມີພຣະອໍຣະຫັນ ໒ ອົງ ໄດ້ ມາໂຜດ ຊາວບ້ານໜອງຄັນແທອົງໜຶ່ງຊື່ວ່າ ມະຫາພຸດທະວົງສາ ທ່ານຜູ້ນີ້ພັກເຊົາ ຢູ່ແຄມນໍ້າຂອງ, ອີກອົງໜຶ່ງຊື່ວ່າມະຫາສັສດີ ທ່ານພັກເຊົາຢູ່ບ້ານປ່າໂພນເໜືອນ້ຳ ບຶງ(ອາດຈະແມ່ນບໍຣິເວນທາດຝຸ່ນ ທຸກວັນນີ້) ບຸຣີຈັນເປັນຫົວໜ້າບ້ານໜອງຄັນແທ ໄດ້ເປັນຜູ້ອຸປະຖາກພຣະອໍຣະຫັນສອງອົງນີ້.
ໃນສະໄໝດຽວກັນນີ້ ທາງເມືອງສະເກດນະຄອນ(ຄືເມືອງຮ້ອຍເອັດ) ກໍ່ເກີດຄວາມວຸ້ນວາຍ ເນື່ອງດ້ວຍມີຂ້າເສິກຊາວເມືອງກະຣຸນທະນະຄອນ ຄື ທະວາຣາວະ ດີອະຍຸທິຍາ ຍົກທັບມາລົບກວນຊາວເມືອງສະເກດນະຄອນ ຈຶ່ງແຕກໜີມາເພິ່ງທ້າວ ຄຳບາງ ມີໝື່ນຫຼວງກາງໂຮງກັບໝື່ນນັນທະອາຣາມ ໄດ້ພາເອົາເຈົ້າ ສັງຂະວິຊາກຸມມານ ກັບຄົວບ່າວໄພ່ສອງແສນຄົນ ໜີຂຶ້ນມາຕັ້ງບ້ານເຮືອນໃນລ້ອງແມ່ນໍ້າຂອງ ໃນເວລານັ້ນເຈົ້າ ສັງຂະວິຊາໄດ້ພາບ່າວໄພ່ແສນຄົນມາຕັ້ງຢູ່ບ້ານໜອງຄາຍ ແລະຢາຍມາຕາມລ້ອງແມ່ນຳ້ຂອງຮອດຫ້ວຍບັງພວນ, ໝື່ນຫຼວງກາງໂຮງ ພາຄົວ ໕໐,໐໐໐ ຄົນ ມາຕັ້ງຢູ່ຫ້ວຍຄູຄຳ, ໝື່ນນັນທະອາຣາມພາຄົວ ໕໐,໐໐໐ ຄົນມາຕັ້ງຢູ່ຕາມຫ້ວຍ ນົກຍູງ ຫຼືຫ້ວຍນຳ້ໂມ່ງ ບໍຣິເວນນີ້ຈຶ່ງມີ ຄົນໜາແໜ້ນຕໍ່ມາ.
ຢູ່ຕໍ່ມາບຸຣີຈັນ ຫົວໜ້າບ້ານໜອງຄັນແທ ມາໄດ້ກັບນາງອິນສະຫວ່າງທິດາ ຂອງທ້າວບາງ ເຈົ້າເມືອງສຸວັນນະພູມ ແລະບຸຣີຈັນຈຶ່ງຕັ້ງບ້ານໜອງຄັນແທຂຶ້ນ ເປັນເມືອງຮຽກວ່າເມືອງຈັນທະບູຣີ ຕາມນາມຂອງຕົນເມື່ອບູຣີຈັນຕັ້ງເມືອງຂຶ້ນແລ້ວ ຈຶ່ງຈັດແຈງແຕ່ງເຄື່ອງຣາຊະບັນນາການໄປຖວາຍພຣະເຈົ້າສຸມິດຕະທັມມະວົງສາ ພຣະເຈົ້າແຜ່ນດິນແຫ່ງເມືອງມະຣຸກຂະນະຄອນ(ຄືເມືອງທ່າແຂກ ຫຼືເມືອງໂຄດຕະບູນ) ອົງເປັນເຈົ້າແຜ່ນດິນເອກະຣາດ ພຣະເຈົ້າສຸມິດຕະທັມມະວົງສາຈຶ່ງແຕ່ງໃຫ້ພຣາມ ໕ ຄົນ ຂຶ້ນມາອະພິເສກບຸຣີຈັນ ໃຫ້ເປັນເຈົ້ານະຄອນຈັນທະບູຣີ ມີພຣະນາມວ່າ ພຣະເຈົ້າຈັນທະບູຣີປະສິດທິສັກ ພ້ອມກັນນີ້ ຍັງໄດ້ພຣະຣາຊທານນາງກັນລະຍານີ ທີ່ເປັນຄົນເມືອງທ່າແຂກມາໃຫ້ສອງນາງ ແລ້ວພຣະເຈົ້າສຸມິດຕະທັມມະວົງສາ ຈຶ່ງກຳນົດເຂດແດນເມືອງຈັນທະບູຣີມອບໃຫ້ ຄືທາງໃຕ້ນັບແຕ່ນ້ຳກະດິງຂຶ້ນມາ ແລະທາງຟາກນ້ຳຂອງນັບ ແຕ່ຫ້ວຍບາງບາດຂຶ້ນມາ.
ບຸຣີຈັນເມື່ອໄດ້ເປັນເຈົ້ານະຄອນວຽງຈັນທນ໌ແລ້ວ ຈຶ່ງສ້າງຂົວຂ້າມນຳ້ບຶງ ອອກໄປຫາບ້ານເກົ່າ ແລະສ້າງວັດຂຶ້ນໃນບ້ານເກົ່ານັ້ນ ຮຽກວ່າວັດສວນອ່ວຍລ່ວຍແຫ່ງໜຶ່ງ, ສ້າງວິຫານຂຶ້ນສອງຫຼັງທີ່ປ່າໃຕ້ ແລະປ່າເໜືອ ສຳລັບໃຫ້ພຣະອໍຣະຫັນສອງອົງນັ້ນຢູ່ ຕໍ່ມາພຣະມະຫາພຸດທະວົງສ໌ ຈຶ່ງນຳທາດພຣະອໍຣະຫັນມາ ບັນຈຸໄວ້ໃນວັດປ່າມະຫາພຸດທະວົງ ໄດ້ກົ່ນດິນລົງເລິກ ໕ ວາ ກ້ວາງ ໓ ວາ ກໍ່ດ້ວຍ ດິນຈີ່ ເປັນຮູບຜາສາດເອົາແຜ່ນເງິນລຽນປູຮອງໄວ້ ຈຶ່ງເອົາທາດລົງບັນຈຸແລ້ວ ເອົາຫີນໝາກຄອມຖົມໃຫ້ແໜ້ນ ແລະຝັງສີລາໝາຍໄວ້ ສີລານັ້ນ ສູງ ໓ ວາ ກ້ວາງ ໑ ວາ.
ໃນການຕໍ່ມາຈຶ່ງມີພຣະອໍຣະຫັນ ໕ ອົງໄດ້ນຳເອົາພຣະບໍຣົມ ມະທາດຂອງ ພຣະພຸດທະເຈົ້າ ມາຈາກເມືອງຣາຊຄຶປະເທດອິນເດັຽ ພຣະທາດທີ່ນຳມານັ້ນ ຄື ທາດຫົວເໜົ່າ ໒໔ ອົງ ມານັ້ນໄດ້ຜ່ານກາຍມາທາງເມືອງຣະໂວ້(ລົບບູຣີ) ແລະ ເມືອງໂຄຣາດ ແລ້ວເພິ່ນໄດ້ເອົາ ພຣະບໍຣົມມະທາດ ໄປບັນຈຸໄວ້ໃນ ທີ່ຕ່າງໆດັ່ງນີ້.
ພຣະທາດຫົວເໜົ່າບັນຈຸໄວ້ທີ່ພູເຂົາຫຼວງ ຫຼື ພູເຂົາລວງ (ເຂົ້າໃຈວ່າແມ່ນ ທາດຫຼວງນີ້ເອງ ເພາະວ່າໃນສີລາຈາຣຶກທາດຫລວງ ຮຽກວ່າ ຄຸຸຍຫະທຸ ປາໂຍ ແປວ່າ: ທາດທີ່ລັບຄື ດູກຫົວເໜົ່າ ແຕ່ໜັງສືຕຳນານພຣະທາດບັງພວນ ຢູ່ ບ້ານຫ້ວຍບັງພວນ ຈັງຫວັດ ໜອງຄາຍ ທີ່ຂຽນເປັນອັກສອນທັມ ຮຽກ ວ່າພູເຂົາ ຫຼວງ ຄຳວ່າ ລວງ ແປວ່າ ນາກ ດັ່ງນັ້ນຄຳວ່າພູເຂົາຫລວງ ອາດຈະ ແປວ່າໂພນ ນາກ).
ທາດຝ່າຕີນຂວາ ບັນຈຸໄວ້ທີ່ເມືອງຫຼ້າ ໜອງຄາຍ (ທາດໜອງຄາຍ ພັງ ລົງນ້ຳໝົດແລ້ວ ປັດຈຸບັນຢູ່ກາງນຳ້ຕໍ່ໜ້າວັດສັງກະຈາຍ ແລະປີ ໒໐໐໖ ທາງ ການເມືອງໜອງຄາຍໄດ້ສ້າງທາດອົງໃໝ່ຂຶ້ນແທນ ດັ່ງທີ່ເຫັນໃນປັດຈຸບັນນີ້). ທາດແຂ້ວຝາງ ບັນຈຸໄວ້ທີ່ວຽງງົວ ແລະທ່າຫໍແພ (ເຂົ້າໃຈ ວ່າແມ່ນ ບ້ານພະໂຄວຽງຄຸກ ຄື ທາດບັງພວນທຸກວັນນີ້)
ໃນການບັນຈຸພຣະທາດຫົວເໜົ່າ ໒໗ ອົງ ໄວ້ທີ່ພູເຂົາຫລວງນັ້ນ ພຣະ ເຈົ້າຈັນທະບູຣີປະສິດທິສັກ ເຈົ້ານະຄອນວຽງຈັນທນ໌ ໄດ້ເປັນປະທານພຣະອົງໄດ້ ໃຫ້ກໍ່ອຸໂມງຫີນກວມໄວ້ ເຕົ້າຝາອຸໂມງທັງ ໔ ດ້ານນັ້ນ ກ້ວາງດ້ານລະ ໕ ວາ ແລະ ໜາ ໒ ວາ ລວງສູງໄດ້ ໔ ວາ ໓ ສອກ ເມື່ອໄດ້ທຳການບັນຈຸພຣະບໍ ຣົມມະທາດ ແລ້ວພຣະເຈົ້າຈັນທະບູຣີ ຈຶ່ງໄດ້ມີພຣະຣາຊອາດຍາໃຫ້ເສນາອາ ມາດສ້າງວິຫານ ຂຶ້ນໃນວຽງຈັນທນ໌ ໕ ຫຼັງ ເພື່ອໃຫ້ເປັນທີ່ຢູ່ຈຳວັດສາ ຂອງພຣະອໍຣະຫັນ ໕ ອົງນັ້ນ.
ຄັນຕໍ່ມາພຣະອໍຣະຫັນ ໒ ອົງທີ່ຢູ່ກ່ອນນັ້ນຄື ພຣະມະຫາພຸດທະວົງສາ ແລະພຣະມະຫາສັສດີ ກໍເຖິງແກ່ການນິພພານໄປ ພຣະເຈົ້າຈັນທະບູຣີ ໄດ້ກະທຳການຊາປະນະກິດສຳເລັດແລ້ວ ຈຶ່ງໄດ້ເອົາອັດຖິທາດຂອງພຣະອໍຣະຫັນ ໒ ອົງ ນັ້ນມາບັນຈຸໄວ້ໃນວັດສວນອ່ວຍລ່ວຍ ທີ່ພຣະອົງໄດ້ສ້າງໄວ້ແຕ່ກ່ອນ.
ປະຫວັດສ້າງພຣະທາດຫຼວງຄັ້ງແຣກ ຕາມທີ່ກ່າວໄວ້ໃນໜັງສືອຸຣັງຄະນິ ທານ ຫຼືອຸຣັງຄະທາດ ມີຂໍ້ຄວາມພຽງເທົ່ານີ້ ແລະຕາມປະຫວັດນີ້ ພຣະທາດ ຫຼວງອົງເດີມ ຫຼື ອົງທຳອິດ ທີ່ພຣະຍາຈັນທະບູຣີສ້າງນີ້ ຈຶ່ງສູງແຕ່ພຽງ ໔ ວາ ໓ ສອກ ກ້ວາງດ້ານລະ ໔ ເທົ່ານັ້ນ ແລະພຣະທາດລູກນີ້ ສ້າງບັນ ຈຸທາດຫົວເໜົ່າຄື ດູກໂມມຂອງພຣະພຸດທະເຈົ້າ ເຊີ່ງພຣະອໍຣະຫັນ ທັງ ໕ ອົງໄດ້ນຳມາ ແຕ່ເມືອງ ຣາຊຄຶ ປະເທດອິນເດຍ.
ຄຳໄຫວ້ພະທາດຫຼວງ:
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (3ເທື່ອ)
ປັດສາເຈຕິຍັງ ອຸຣັງຄັງ ມະໂນຣັມມັງ ປາທະວະຣັງ ອຸນັດຕິງສະ ຊິນະຄຸຍຫັງ ມະຫາກັດສະເປນະຖາປິດຕັງ ປັນຈະຫິ ອະຣະຫັນເຕຫິ ອະຫັງວັນທາມິ ສິຣະສາ ອະຫັມປິເຕຈະທຸຣະໂຕ ອະຫັງວັນທາມິ ສັບພະທາ.
ຂອບໃຈເຈົ້າຂອງບົດ: ອະລິຍະ ລູກຊາວດອນ
ຂອບໃຈເຈົ້າຂອງຮູບຖ່າຍ: ເຊິ່ງເກັບໄດ້ຈາກລະບົບອິນເຕີເນັທ
ຂອບໃຈທີ່ອ່ານຈົນຈົບ

07 July 2016

ເມືອງແຫ່ງມົນຂັງ ຊາວວັງບໍ່ມັກຜ່ານ

ເມືອງຟືອງ ເມືອງທີ່ມີມົນຂັງ
ທ່ານທີ່ບໍ່ໄດ້ຟັງລາຍການສົ່ງເສີມສິນລະປິນ ທີ່ເວົ້າເຖິງເພງທີ່ຕິດພັນກັບເມືອງທີ່ມີຄຳຂວັນວ່າ:
“ ຜາທໍ່ໜໍ່ຄຳທີ່ລືຊ່າ, ທົ່ງນາແສນກວ້າງໃຫຍ່, ປ່າໄມ້ດົກໜາ, ພູຜາອ້ອມບັງ, ສຽງດັງທົ່ວແຄວ້ນ, ແດນເຊື້ອວິລະຊົນ”
ຫາກກ່າວເຖິງເມືອງເຟືອງ ກໍອົດຄິດເຖິງ “ຜາ​ທໍ່​ໜໍ່​ຄຳ​” ບໍ່ໄດ້ ເພາະ​ເປັນ​ອີກ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ ແຫ່ງ​ໜຶ່ງ​ເຊິ່ງມີຄວາມສວຍ​ງາມທີ່​ເຕັມ​ໄປ​ດ້ວຍ ພຶກສາຊາດ​,ມີ​ອາ­ກາດ​ເຢັນດີ​ ໃຜໄດ້ໄປເຫັນແລ້ວຕ່າງກໍສະອອນໃຈ,ໃຜບໍ່ທັນໄດ້ໄປຊົມກໍຢ່າລືມຫາໂອກາດໄປເບິ່ງໄປຊົມໄດ້ ເຊິ່ງບໍ່ໄກຈາກນະຄອນຫລວງວຽງຈັນພໍເທົ່າໃດ “ຜາ​ທໍ່​ໜໍ່​ຄຳ​” ​ນີ້​ມີ​ລັກ­ສະ­ນະແປກ​ປະ­ຫຼາດ​ບໍ່​ຄື​ຜາ​ອື່ນໆ, ນັບ​ວ່າ ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມະ­ຫັດ­ສະ­ຈັນ, ລຶກ​ລັບ​ເປັນຕາຢາກໄປສຳຜັດ ແທ້ໆລະ.
“ຜາ​ທໍ່​ໜໍ່​ຄຳ​”​​ນີ້​ຕັ້ງ​ຢູ່ ບ້ານ​ນາ​ຖົ່ວ ເມືອງ​ເຟືອງ ແຂວງ​ວຽງ​ຈັນ ຫ່າງ​ຈາກ​ເທ­ສະ​ບານເມືອງ​ປະມານ 3,5 ກິ­ໂລ­ແມັດ, ການເຂົ້າ​ຫາ​ສະ­ຖານ­ທີ່​ແຫ່ງນີ້ ຄັນໄປຮອດເທດສະບານເມືອງເຟືອງແລ້ວເຮົາຍ່າງໄປ ຫລື ຂີ່ລົດໄປເອງ ຫລື ໄປເປັນໝູ່ຄະນະກໍໄດ້.

“ຜາ​ທໍ່​ໜໍ່​ຄຳ​” ​ເປັນ​ຜາ​ຫີນ​ປູນ​ຕັ້ງ​​ສະ­ຫງ່າ​ຢູ່​ໃຈ­ກາງ​ເມືອງເຟືອງ, ມີ​ຄວາມ​ສູງ​ຈາກ​ລະ­ດັບ​ໜ້າ­ນ້ຳ​ທະ­ເລ ປະ­ມານ 900 ແມັດ ເປັນຜາຫີນຕິດຕໍ່ກັນ 3 ໜ່ວຍ ແລະ ມີໜໍ່ຄຳເກີດຂຶ້ນຢູ່ໜ່ວຍກາງເຄິ່ງ 2 ໜໍ່; ຢູ່ເທິງໜ້າ­ຜາ​ທີ່​ສູງ​ຊັນ​ນັ້ນ​ຫາກ​ເຮົາ​ແນມ​ຂຶ້ນ​ໄປ​ຈະ​ເຫັນ​ແສງ​ປະ­ກາຍ​ຄຳ​ຢູ່​ຫຼາຍ​ຈຸດ​ແຕ່​ມີ​ຈຸດ​ໜຶ່ງ​ຈຸດ​ດຽວ​ເທົ່າ​ນັ້ນ​ທີ່ເຫັນ​ແສງ​ນັ້ນ​ເດັ່ນ​ປະ­ກາຍ​ກວ່າ​ຈຸດອື່ນໆທີ່ປະ­ຊາ­ຊົນ​ໃນທ້ອງຖິ່ນນັ້ນເຊື່ອ​ກັນວ່າ​: ແສງ​ນັ້ນ​ແມ່ນ​ແສງ​ຂອງ​ “ຄຳ” ​ທີ່ມີ​ຄຸນ­ຄ່າ​ມະ­ຫາ­ສານ ອັນເປັນສາເຫດໃຫ້ຄົນທັງຫຼາຍເອີ້ນ​ວ່າ “ໜໍ່​ຄຳ” ແລະຢູ່ເທິງຜາທີ່ສູງຊັນນີ້ ຍັງມີຕົ້ນໄມ້ປົກຄຸມເປັນສ່ວນຫຼາຍ ແລະ ມີສັດປ່າຫຼາຍຊະນິດອາໄສຢູ່. 
ເມືອງເຟືອງ ເປັນເມືອງທີ່ມີຕຳນານກ່າວຂານເລົ່າສືບຕໍ່ກັນມາວ່າ: ຍ້ອນຢູ່ເທິງ ໜ້າຜາ ທີ່ສູງຊັນ ແລະ ມີໜໍ່ຄຳເກີດຂຶ້ນນັ້ນ ໄດ້ເຮັດໃຫ້ມີຄົນຈຳນວນຫລາຍທີ່ ອາໄສຢູ່ແຄມນ້ຳລີກ ແລະ ຈາກແຫ່ງອື່ນໆເດີນທາງມາເຖິງດິນແດນແຫ່ງນີ້ຈຳນວນຫລາຍ ພວກເຂົາມີຈຸດປະສົງອັນດຽວກັນ ນັ້ນຄື “ຢາກໄດ້ຄຳ” ທີ່ມີຢູ່ເທິງໜ້າຜານັ້ນ. ພວກເຂົາໄດ້ພະຍາຍາມຫລາຍວິທີທີ່ຈະ ຂຶ້ນໄປເພື່ອເອົາຄຳ ແຕ່ກໍບໍ່ປະສົບຜົນສຳເລັດຈັກຄົນ; ພວກເຂົາຈຶ່ງໄດ້ມາວາງແຜນຮ່ວມກັນ ດ້ວຍການນຳເອົາໄມ້ໄຜ່ ມາມັດເຮັດຂັ້ນໄດ ກ່າຍ-ພາດຂຶ້ນໄປຕາມໜ້າຜາ ແຕ່ສຸດທ້າຍ ພວກເຂົາກໍບໍ່ ສາມາດຂຶ້ນໄປເຖິງເປົ້າໝາຍໄດ້ ເພາະຢູ່ຕາມໜ້າຜາ ນັ້ນເຕັມໄປດ້ວຍງູພິດ(ບາງຄົນເລົ່າວ່າ ລູກ ແລະ ແມ່ຂັ້ນໄດນັ້ນກາຍເປັນງຸພິດ)ສັບຕອດຜູ້ທີ່ປີນຂັ້ນໄດ ຂຶ້ນໄປນັ້ນເສຍຊີວິດເປັນຈຳນວນຫລາຍ, ປານນັ້ນກໍຕາມ ຄົນທີ່ຍັງເຫລືອຢູ່ກໍຍັງບໍ່ຍອມທໍ້ຖອຍໃຈ ພວກເຂົາ ໄດ້ເຝົ້າຄອຍເວລາ ແລະ ໂຊກວາດສະໜາ ເພື່ອຈະໄດ້ຄອບຄອງໜໍ່ຄຳນັ້ນ ດ້ວຍການປຸກຕູບ ແລ້ວນຳເອົາເຟືອງມາມຸງມາແອ້ມເຊິ່ງມີເຖິງ 3 ໝື່ນຕູບເຟືອງ.
ໃນເວລາທີ່ລໍຖ້າໂອກາດ ແລະ ວາດສະໜາຈະໄດ້ຄອບຄອງໜໍ່ຄຳ ພວກເຂົາກໍໄດ້ແຕ່ນັ່ງເຈົ່າເຝົ້າ ລໍດ້ວຍ ການຄ້ຽວໝາກຄ້ຽວພູ ຈັກວ່າຢູ່ດົນປານໃດລະ ຈົນເຮັດໃຫ້ປູນຄ້ຽວໝາກນັ້ນແຂງກະແດ້ງ ເມື່ອ ນຳມາໂຮມກັນແລ້ວສາມາດນຳມາປັ້ນເປັນທາດໃສ່ກະດູກຄົນຕາຍຈາກການຕົກໜ້າຜາໄດ້; ໃນທີ່ສຸດ ພວກເຂົາກໍບໍ່ສາມາດຂຶ້ນເອົາໜໍ່ຄໍາໄດ້ ຈຶ່ງໄດ້ແຕ່ລໍ່າແຍງ ທັງເຊົ້າ ທັງແລງຍາມແສງຕາເວັນຕ້ອງໃສ່ໜໍ່ຄໍາ ເທົ່ານັ້ນ, ສ່ວນສະຖານທີ່ ທີ່ເຂົາເຈົ້າອາໄສ ແລະ ລໍ່າແຍງໜໍ່ຄຳໃນເມື່ອກ່ອນ ຕອນນີ້ເອີ້ນວ່າບ້ານ “ນາແຍງ”, ສ່ວນສາມໝື່ນ ຕູບເຟືອງ ກໍກາຍມາເປັນຄຳເອີ້ນ: “ສາມໝື່ນເມືອງເຟືອງ” ເທົ່າທຸກວັນນີ້.
ຂອບໃຈຜູ້ຖ່າຍຮູບນີ້(ພາບຈາກອິນເຕີເນັທ)
“ຜາ​ທໍ່​ໜໍ່​ຄຳ​” ເປັນຜາທີ່ມີຄວາມສັກສິດ ເຊິ່ງຊາວບ້ານ ຊາວເມືອງເຟືອງ ເຊື່ອກັນມາໄດ້ຫລາຍ ຮ້ອຍປີແລ້ວ. ແຕ່ລະປີ ພໍຮອດມື້ 13 ຄໍ່າເດືອນ 6 ຊາວບ້ານ-ຊາວເມືອງເຟືອງ ຈະຈັດພິທີການລ້ຽງ “ເຈົ້າຜາທໍ່” ປີທຳອິດແມ່ນລ້ຽງຄວາຍ, ຮອດ 2​ປີ ໃດກໍຈະລ້ຽງໝູ ແລະ ຮອດ ປີ ທີ 3 ກໍຈະລ້ຽງຄວາຍ ຕື່ມອີກ ເພິ່ນພິທີກຳນີ້ເພິ່ນເອີ້ນວ່າ: “ 2 ປີຮາມ 3 ປີຮ່ວມ”.
ເລື່ອງລາວຕໍ່ໄປນີ້ ແມ່ນໄດ້ນຳມາຈາກບົດເລົ່າຂອງ: "ພະນົມສິນ ຈັນຜາສຸກ" ເພິ່ນວ່າ:
ຕໍ່ມາຍັງມີເລື່ອງທີ່ຊາວບ້ານເລົ່າກັນມາອີກກ່ຽວກັບເລື່ອງຂອງຄົນຝລັ່ງຢາກໄດ້ຫນໍ່ຄຳ
ໃນເວລາຝລັ່ງເສດເຂົ້າມາຍຶດຄອງລາວ, ນາຍຝລັ່ງຜູ້ຫນຶ່ງໄດ້ສຳຫລວດເຂົ້າໄປພົບ ກັບຫນໍ່ຄຳ ແລະ ເກີດຢາກໄດ້ ເລີຍສ່ອງກ້ອງເບິ່ງຈຸດດີແລ້ວ ຈຶ່ງໃຊ້ປືນຍິງໃສ່ ແຕ່ບໍ່ພໍຄາວ ລາວກໍ່ເຈັບທ້ອງຢ່າງແຮງ , ພວກກູລີ ຫາມນຳສົ່ງໄປວຽງຈັນ ແຕ່ໄປບໍ່ພໍເທົ່າໃດກໍ່ໃຈຂາດ ແລະ ຝັງໄວ້ແຖວນັ້ນ. 
 ແລະ ຍັງມີເລື່ອງທີ່ຊາວບ້ານເລົ່າກັນມາອີກກ່ຽວກັບເລື່ອງຂອງ ຄົນໂຊວຽດຢາກໄດ້ຫນໍ່ຄຳ
ຄົນໂຊວຽດເຂົ້າມາລາວໃນໄລຍະສ້າງສາປະເທດຊາດຫລັງສົງຄາມ ເພື່ອຊ່ວຍສຳຫລວດແຮ່ທາດ ສຳຫລວດແຜນທີ່. ນັກວິຊາການໂຊວຽດ ໄດ້ຕອກຫລັກເຈາະດິນ ອ້ອມໆຜາທໍ່ ເພື່ອວິໄຈດິນ. ຈາກນັ້ນ ກໍ່ເຮັດຫົນທາງຂຶ້ນໄປຫາຫນໍ່ຄຳ, ເມື່ອຂຶ້ນໄປ ໄດ້ເຄິ່ງທາງ ພົບວ່າມີງູໃຫຍ່ມາລັດທາງ. ດັ່ງນັ້ນ ພວກໂຊວຽດ ພາກັນໄລ່ງູຈົນເມື່ອຍ ແຕ່ງູກໍ່ບໍ່ໄປ, ຈຶ່ງພາກັນນັ່ງລົງໂງ່ນຫີນ ບໍ່ພໍຄາວໂຊວຽດຜູ້ທີ່1 ລົ້ມລົງຕົກໂງ່ນຫີນຄໍຫັກເສຍຊີວິດທັນທີ, ຈາກນັ້ນຜູ້ທີ 2 ກໍ່ເປັນແບບດຽວກັນ ພວກໂຊວຽດ ເລີຍພາກັນເອົາສົບກັບລົງມາ(ບົດເລົ່າຂອງ ພະນົມສິນ ຈັນຜາສຸກ )
(ຂອບໃຈທີ່ອ່ານ)

16 February 2016

​ຊື່ຜູ້​ສະໝັກຮັບ​ເລືອກ​ຕັ້ງ ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII

ໃນ​ວັນ​ທີ 15 ກຸມພາ 2016, ຄະນະ​ກຳມະການ​ເລືອກ​ຕັ້ງ​ລະດັບ​ຊາດ ​ໄດ້​ປະກາດ​ລາຍ​ຊື່ຜູ້​ສະໝັກຮັບ​ເລືອກ​ຕັ້ງ ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ຈຳນວນ 211 ທ່ານ ​ແລະ ​ໄດ້​ແບ່ງ​ອອກ​ເປັນ 18 ​ເຂດເລືອກຕັ້ງ, ​ແຕ່ລະ​ເຂດ​ມີ​ລາຍ​ຊື່​ດັ່ງ​​ນີ້: ​

ເຂດ​ເລືອກ​ຕັ້ງ​ທີ 1 ນະຄອນຫລວງ​ວຽງຈັນ
ມີ​ຈຳນວນຜູ້​ສະໝັກຮັບ​ເລືອກ​ຕັ້ງ 24 ທ່ານ ​ເລືອກ​ເອົາ 17 ທ່ານ.
1) ທ່ານ ດຣ. ​ໄຊ​ສົມ​ພອນ ພົມວິຫານ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຮອງ​ປະທານ ​ສະພາ​ແຫ່ງ​ຊາດ.

2) ທ່ານ ດຣ. ອານຸພາບ ຕຸ​ນາ​ລົມ ກຳມະການ​ສູນ​ກາງ​ພັກ ຮອງ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ.

3) ທ່ານຮສ.ດຣ ທອງ​ສະ​ລິດ ມັງໜໍ່​ເມກ ກຳມະການ​ສູນ​ກາງ​ພັກ ຫົວໜ້າສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ

4) ທ່ານ ສາຍທອງ ​ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ.

5) ທ່ານ ດຣ. ນາງ​ບົວ​ຄຳ ທິບ​ພະ​ວົງ ຮອງປະທານ​ກຳມາ​ທິການ​ເສດຖະກິດ​ແຜນການ ​ແລະ ການ​ເງິນ ສະພາ​ແຫ່ງ​ຊາດ ຊຸດ​ທີ VII.

6) ທ່ານ ບຸນ​ທ່ຽງ ຂຸນ​ສີ ກຳມະການ​ປະຈຳ​ພັກ ນະຄອນຫລວງ, ປະທານ​ແນວ​ລາວ​ສ້າງ​ຊາດ ນະຄອນຫລວງ​ວຽງຈັນ.

7) ທ່ານ ບຸນ​ທອງ ພົມມະຈັນ ກຳມະການ​ປະຈຳ​ພັກ ນະຄອນຫລວງ, ຫົວໜ້າຄະນະ​ຈັດ​ຕັ້ງ ນະຄອນຫລວງ​ວຽງຈັນ.

8) ທ່ານ ນາງ​ຄຳ​ຟອງ ພູມ​ວົງ​ໄຊ ຫົວໜ້າຫ້ອງວ່າການ​ສະພາ​ແຫ່ງ​ຊາດປະຈຳ​ເຂດ​ເລືອກ​ຕັ້ງ, ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII.

9) ທ່ານ ຊົງ​ເລົາ ຢົງ​ນູ ກຳມະການ​ພັກນະຄອນຫລວງ​ວຽງ​ຈັນ, ຫົວໜ້າພະ​ແນ​ກພະລັງງານ ​ແລະ ບໍ່​ແຮ່ນະຄອນ ຫລວງ​ວຽງຈັນ.

10) ທ່ານ ດຣ. ນາງ ພອນ​ເພັດ ບຸບຜາ ​ເລຂາໜ່ວຍພັກ, ຫົວໜ້າກົມ​ສຶກສາ​ຊັ້ນ​ສູງ ກະຊວງ​ສຶກສາ​ທິການ ​ແລະ ກິລາ.

11) ທ່ານ ຮສ.ດຣ.ພຸດ ສິມ​ມາລາ​ວົງ ກຳມະການ​ຄະນະ​ພັກ​ກະຊວງ, ຮອງ​ອະທິ​ການ​ບໍດີ ມະຫາວິທະຍາ​ໄລ​ແຫ່ງ​ຊາດ.

12) ທ່ານ ນາງ ຄຳ​ໄພ ລັດສະໝີ ກຳມະການ​ພັກນະຄອນຫລວງ, ປະທານ​ສະຫະພັນ​ແມ່ຍິງ ນະຄອນຫລວງ​ວຽງຈັນ.

13) ທ່ານ ຮສ.ດຣ. ລິນ​ຄຳ ດວງ​ສະຫວັນ ກຳມະການ​ພັກນະຄອນຫລວງ​ວຽງ​ຈັນ, ຫົວໜ້າພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ນະຄອນຫລວງ​ວຽງຈັນ.

14) ທ່ານ ພັນ​ໂທ ບົວ​ເງິນ ກົງ​ໄຂ​ຄຳ ຄະນະ​ພັກ​ຮາກ​ຖານ, ຮອງ​ຫົວໜ້າກອງ​ບັນຊາ​ການ​ທະຫານນະຄອນຫຼວງ ວ.ຈ

15) ທ່ານ ນາງ ດຳ​ດວນ ຈັນທະ​ວົງ ຫົວໜ້າພະ​ແນ​ກ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ນະຄອນຫລວງ ວຈ

16) ທ່ານ ຄຳ​ເຜີຍ ວົງສາ​ຄຳ​ຜຸຍ ​ເລຂາ​ຄະນະ​ພັກ​ຮາກ​ຖານ, ຜູ້ອຳນວຍການ​ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ ນະຄອນຫລວງ​ວຽງຈັນ.

17) ທ່ານ ​ປຣະຈິດ ​ໄຊ​ຍະ​ວົງ ຮອງ​ເລຂາໜ່ວຍພັກບໍລິສັດ​ລາວລົງທຶນ ​ແລະ ພັດທະນາ​ຊັບ ພະຍາກອນ​ມະນຸດຈຳກັດ, ຮອງ​ປະທານ​ສະພາ​ອຸດສາຫະກຳການ​ຄ້າ ນະຄອນຫລວງ​ວຽງຈັນ, ປະທານ​ສະມາຄົມຜູ້​ຈັດ​ສົ່ງສິນຄ້າລະຫວ່າງ​ປະ​ເທດ​ລາວ, ຄະນະ​ທີ່ປຶກສາ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ, ຜູ້ອຳນວຍ ການ​ບໍລິສັດ​ຂົນ​ສົ່ງ​ຮຸ້ນ​ສ່ວນຈຳກັດ.

18) ທ່ານ ​ແກ່ນ​ຄຳ ຫົດ​ທິລາດ ກຳມະການ​ພັກນະຄອນຫລວງ, ປະທານ​ສະຫະພັນ​ກຳມະບານ ນະຄອນຫຼວງ​ວຽງຈັນ.

19) ທ່ານ ນາງ ສົມ​ຈັນ ສິງ​ທະ​ບຸດ ຄະນະ​ບໍລິຫານ​ງານ​ສະຫະພັນ​ແມ່ຍິງ ນະຄອນຫລວງ​ ປະທານ​ສະມາຄົມ​ນັກທຸລະກິດ​ຍິງນະຄອນຫລວງ​ວຽງຈັນ.

20) ທ່ານ ບົວ​ເກດ ພົມມະຈັນ ຄະນະ​ພັກ​ຮາກ​ຖານ, ຮອງຫົວໜ້າພະ​ແນ​ກຍຸຕິ​ທຳ ນະຄອນຫລວງ​ວຽງຈັນ.

21) ທ່ານ ຄຳ​ແກ່ນ ສີ​ສົມ​ພູ ຮອງ​ຫົວໜ້າອົງການ​ໄອ​ຍະ​ການ​ປະຊາຊົນ ນະຄອນຫລວງ​ວຽງຈັນ.

22) ທ່ານ ນາງ ​ເກດ​ມະນີ ບັນດາສັກ ຄະນະ​ພັກ​ຮາກ​ຖານ, ຮອງ​ຫົວໜ້າພະ​ແນ​ກສຶກສາ​ທິການ ​ແລະ ກິລາ ນະຄອນຫລວງ​ວຽງຈັນ.

23) ທ່ານ ນາງ ວາລີ ​ເວດ​ຊະ​ພົງ ຄະນະ​ບໍລິຫານ​ງານ​ສະພາການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ.

24) ທ່ານ ສີ​ສຸພັນ ​ໄຊ​ປັນຍາ ຮອງ​ຫົວໜ້າພະ​ແນ​ກການ​ເງິນ ນະຄອນຫລວງ​ວຽງຈັນ

ເຂດ​ເລືອກ​ຕັ້ງ​ທີ 2 ແຂວງ​ຜົ້ງ​ສາລີ 
ມີ​ຜູ້​ສະໝັກຮັບ​ເລືອກ​ຕັ້ງ 7 ທ່ານ​ເລືອກ​ເອົາ 5 ທ່ານ 
1) ທ່ານ​ຄຳ​ສຸກ ບຸນ​ຍະ​ວົງ ກຳມະການ​ຄະນະ​ພັກ, ຮອງ​ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ, ຮອງ​ປະທານ​ອົງການ​ກວດກາ​ລັດຖະບານ.

2) ທ່ານ ບົວ​ທອງ ອຸ​ແສງ​ຄຳ ຮອງ​ເລຂາ​ພັກ​ແຂວງ, ຫົວໜ້າຄະນະ​ຈັດ​ຕັ້ງ​ແຂວງ

3) ທ່ານ ກົງ​ຈີ ຢາງ​ຈື ກຳມະການ​ຄະນະ​ພັກສານ​ປະຊາຊົນ​ສູງ​ສຸດ, ປະທານ​ສານ​ປະຊາຊົນ​ພາກ​ກາງ.

4) ທ່ານ ດຣ. ​ຈັນ​ສີ ​ແສງ​ສົມ​ພູ ກຳມະການ​ພັກ​ແຂວງ, ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII.

5) ທ່ານ ຈັນ​ເປົ່າ ສຸດາ​ວົງ ​ເລຂາໜ່ວຍພັກ, ຫົວໜ້າຄະນະ​ກະກຽມສ້າງ​ຕັ້ງ​ເທສະ​ບານ​ແຂວງ.

6) ທ່ານ ສົມ​ຈິດ ລາວ​ຈຸ​ງ ຮອງ​ເລຂາໜ່ວຍພັກ, ຮອງ​ຫົວໜ້າພະ​ແນ​ກພາຍ​ໃນ​ແຂວງ.

7) ທ່ານ ພວງ​ສັກ ​ແສງ​ແກ້ວ​ປະ​ເສີດ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ.

​ເຂດ​ເລືອກ​ຕັ້ງ​ທີ 3 ແຂວງ​ຫລວງ​ນ້ຳ​ທາ
ມີ​ຜູ້​ສະໝັກ 7 ທ່ານ​ເລືອກ​ເອົາ 5 ທ່ານ
1. ທ່ານ ສົມ​ພັນ ​ແພງ​ຄຳ​ມີ ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ.

2. ທ່ານ ທ່ານ ​ໄຊ​ພອນ ຄູນ​ສີ​ລິ​ເຮືອງ ຮອງ​ເລຂາ​ພັກ​ແຂວງ.

3. ທ່ານນາງ ວິ​ໄລ​ຄຳ ​ໂພ​ສາລາ​ດ ກຳມະການ​ປະຈຳ​ພັກ​ກະຊວງ,ຮອງ​ລັດຖະມົນຕີ​ກະຊວງ​ໂຍທາ​ທິການ​ແລະຂົນ​ສົ່ງ

4. ທ່ານ ນາງ ​ເກສອນ ​ແສງ​ຍະ​ວົງ ຮອງ​ຫົວໜ້າຫ້ອງການ​ສົ່ງ​ເສີມ​ຄວາມ​ກ້າວໜ້າ​ແມ່ຍິງ​ແຂວງ.

5. ທ່ານ ກົງ​ເພັດ ​ແກ້ວ​ບົວ​ພາ ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII.

6. ທ່ານ ຄຳ​ຫລ້າ ພິລາ​ຕອມ ຮອງ​ຫົວໜ້າພະ​ແນ​ກສຶກສາ​ທິການ ​ແລະ ກິລາ​.

7. ທ່ານ ວັນ​ທາ ພົມວິ​ໄລ ຮອງ​ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ.

​ເຂດ​ເລືອກ​ຕັ້ງ​ທີ 4 ແຂວງ​ອຸດົມ​ໄຊ
ມີ​ຜູ້​ສະໝັກ10 ທ່ານ​ເລືອກ​ເອົາ 7 ທ່ານ
1) ທ່ານ ປ້ານ ນ້ອຍ​ມະນີ ກຳມະການ​ສູນ​ກາງ​ພັກ, ປະທານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ.

2) ທ່ານ ບຸ​ນລອດ ອ່ອນ​ພະຈັນ ຮອງ​ເລຂາ​ພັກ​ແຂວງ, ປະທານ​ຄະນະ​ສະມາຊິກ ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​​ເຂດເລືອກ​ຕັ້ງ.

3) ທ່ານ ຄຳ​ຊາວ ​ໄກ​ຊົງ ​ເລຂາໜ່ວຍພັກ, ຮັກສາ​ການ​ປະທານ​ກຳມາ​ທິການ​ບັນດາ​ເຜົ່າ, ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII.

4) ທ່ານ​ນາງ ສົມ​ຈັນ ຈິດ​ວົງ​ເດືອນ ​ເລຂາ​ຫຍ່ວຍ​ພັກ, ຮອງ​ປະທາ​ນຄະສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ;

5) ທ່ານ​ນາງ ຄຳ​ພອນ ພິມ​ມະ​ຈັນ ຜູ້​ປະຈຳການຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ.

6) ທ່ານ ຄຳ​ສິງ ​ໄຊ​ສົມ​ແພງ ຫົວຫນ້າ​ກົມ​ຄົ້ນ​ຄວ້າ​ຄຳ​ຮ້ອງ​ຂໍຄວາມ​ເປັນ​ທຳ ​ແລະສັນຊາດ ສະພາ​ແຫ່ງ​ຊາດ;

7) ທ່ານ ພັນ​ໂທ ຄຳ​ຜອງ ວິຈິດ ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ, ຮອງ​ຫົວໜ້າ​ກອງບັນຊາ​ການ ປກສ ​ແຂວງ;

8) ທ່ານ ດຣ. ວົງ​ສະຫວັນ ​ໄຊ​ຍະ​ວົງ ຮອງ​ເລຂາ​ໜ່ວຍພັກ, ຮອງ​ຫົວໜ້າ​ຫ້ອງການກວດກາ​ ແລະ ຄວາມ​ຄຸມ​ຢາ​ເສບ​ຕິດ​ແຂວງ;

9) ທ່ານ​ ຄຳ​ສະ​ພອນ​ ໄຊ​ຍະ​ວົງ ຮອງ​ເລຂາ​ໜ່ວຍ​ພັກ, ຮອງ​ຫົວໜ້າ​ພະ​ແນ​ກພາຍ​ໃນແຂວງ

10) ທ່ານ ​ໄມ​ພອນ ສິລິ​ວົງ ຫົວໜ້າ​ຂະ​ແໜງສົ່ງ​ເສີມ, ພະ​ແນ​ກອຸດ​ສາຫະ​ກຳ​ແລະການ​ຄ້າ​ແຂວງ

​ເຂດ​ເລືອກ​ຕັ້ງ​ທີ 5 ​ແຂວງ​ບໍ່​ແກ້ວ
​ຜູ້​ຮັບ​ສະໝັກ​ເລືອກ​ຕັ້ງ 7 ທ່ານ​ເລືອກ​ເອົາ 5 ທ່ານ
1. ທ່ານ ສົມ​ລິດ​ສີ​ຜາ​ວັນ ຮອງ​ເລຂາ​ພັກ​ແຂວງ;

2. ທ່ານ ​ເຄນ​ທອງ ນວນ​ທະ​ສິງ ​ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ສປປລ ປະ​ຈຳ​ປະ​ເທດ​ຍີ່ປຸ່ນ

3. ທ່ານ​ ດຣ.ນາງ ຄຳ​ຈອມ​ພູ ສີ​ລິ​ທຳ ຮອງ​ປະທານຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະ​ຈຳ​ເຂດ​ເລືອກຕັ້ງ

4. ທ່ານ ພັນ​ໂທ ຫຸມ​ແພງ ອິນທະ​ຈັກ ກຳມະ​ການ​ຄະນະ​ພັກ​ຮາກ​ຖານ, ຮອງ​ຫົວໜ້າກອງ​ບັນຊາ​ການ ປກສ ​ແຂວງ;

5. ທ່ານ ນາງ ບຸນ​ພອນ​ ເຮືອງ​ມະນີ ຫົວໜ້າ​ກົມ​ກົດ​ໝາຍ ກະຊວງ​ຍຸຕິ​ທຳ;

6. ທ່ານ ດົວປໍ ສົມ​ປາວ​ຫວ່າງ ຮອງ​ເລຂາ​ໜ່ວຍ​ພັກ, ຮອງ​ຫົວໜ້າ​ຫ້ອງ​ວ່າ​ການ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​​ເລືອກ​ຕັ້ງ;

7. ທ່ານ ຄຳ​ເກິ່ງ ຜົວ​ວັນນາ ຮອງ​ຫົວໜ້າພະ​ແນ​ກອຸດ​ສະຫະ​ກຳ ​ແລະ ການ​​ຄ້າ​ແຂວງ;

ເຂດ​ເລືອກ​ຕັ້ງ​ທີ 6 ​ແຂວງ​ຫລວງ​ພະ​ບາງ
ຜູ້​ຮັບສະໝັກ​ເລືອກ​ຕັ້ງ15 ທ່ານ​ເລືອກ​ເອົາ10 ທ່ານ
1) ທ່ານນາງ ປານີ ຢ່າ​ທໍ່​ຕູ້ ກຳມະການ​ກົມ​ການ​ເມືອງ​ສູນ​ການ​ພັກ, ປະທານ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ VII ;

2) ທ່ານ ສາຍສະໝອນ ຄົມ​ທະ​ວົງ ຮອງ​ເລຂາ​ພັກ​ແຂວງ;

3) ທ່​ານ ທອງ​ຈັນ​ ມະນີ​ໄຊ ກຳມະການ​ປະຈຳ​ພັກກະຊວງ, ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ;

4) ທ່​ານ ດຣ. ສິນ​ນາວາ ສຸພາ​ນຸວົງ ຮອງ​ລັດຖະມົນຕີ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່;

5) ທ່ານ ຄຳ​ແພງ ວິລະ​ພັນ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ;

6) ທ່ານ ຄຳ​ຫລ້າ ລຽນ​ປະດິດ ກຳມະການ​ປະຈຳ​ພັກ​ແຂວ​ງ,​ເຈົ້າ​ເມືອງ​ນ້ຳ​ບາກ;

7) ທ່ານ ຫຸມພັນ ທຳ​ມຸງຄຸນ ​ເລຂາ​ໜ່ວຍ​ພັກ, ຮອງ​ປະທານ​ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ;

8) ທ່າ​ນ ນາງ ວຽນ​ວິ​ໄລ ດີ​ລະ​ພັນ ກຳມະການ​ພັກ​ແຂວງ, ປະທານ​ສະຫະພັນ​ແມ່ຍິງ​ແຂວງ;

9) ທ່ານ ບຸນ​ສົມ ຄຸນ​ມະນີ ກຳມະການ​ພັກ​ແຂວງ, ຫົວໜ້າພະ​ແນ​ກ​ໄປສະນີ​ໂທລະ​ຄົມມະ​ນາ​ຄົມ ​ແລະ ການ​ສື່ສານ​ແຂວງ;

10) ທ່ານ ສີ​ລິ​ພອນ ສຸພັນ​ທອງ ກຳມະການ​ພັກ​ແຂວງ, ຫົວໜ້າພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ແຂວງ;

11) ທ່ານ ບຸນ​ເຫລື່ອມ ມະນີ​ວົງ ກຳມະການ​ພັກແຂວງ, ຫົວໜ້າ​ອົງການ​ໄອ​ຍະ​ການປະຊາຊົນແຂວງ;

12) ທ່ານ ​ໄຊ​ເຍຍ​ເຊັ່ງ ທ່າວ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຍຸຕິ​ທຳ ພາກ​ເໜືອ;

13) ທ່ານ​ ແສງ​ຈັນ ​ໄຊ​ຍະ​ວົງ ກຳ​ມະ​ການ​ຄະນະ​ພັກ​ຮາກ​ຖານ, ຮອງ​ຫົວໜ້າພະ​ແນ​ກສາທາລະນະ​ສຸກ ແຂວງ;

14) ທ່ານ ພັ​ໂທ ​ແປ້ນ​ຄຳ ບຸດ​ຈັນ​ແພງ ກຳມະການ​ຄະນະ​ພັກ​ຮາກ​ຖານ,ຮອງ​ຫົວໜ້າ​ກອງ​ບັນຊາ​ການ ປກສ ​ແຂວງ

15) ທ່ານ ຊາຍ​ສະຫວັນ ຈັນ​ມະ​ນິດ ຮອງ​ເລຂາ​ຄະນະພັກ​ຮາກ​ຖານ, ຮອງ​ຫົວໜ້າ​ພະ​ແນ​ກສຶກສາ​ທິການ ແລະ ກິລາ ​ແຂວງ;

ເຂດ​ເລືອກ​ຕັ້ງ​ທີ 7 ​ແຂວງ​ໄຊ​ຍະ​ບູລີ
​ຜູ້ຮັບ​ສະໝັກ​ເລືອກ​ຕັ້ງ12 ທ່ານ​ເລືອກ​ເອົາ 8 ທ່​ານ
1) ທ່​ານ ດຣ. ສົມ​ລິດ ​ເປືອກ​ແກ້ວ ຮອງ​ເລຂາ​ພັກ​ແຂວງ;

2) ທ່ານ​ນາງ ບົວ​ພັນ ລີ​ໄກ​ຢາ ຮອງ​ປະທານ​ກຳ​ມາ​ທິການ​ວັດທະນະທຳ-ສັງ​ຄົມ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ;

3) ທ່ານ ພັນ​ເອກ ຄຳ​ສຸກ ວິ​ອິນ​ທະ​ວົງ ຮອງ​ເລ​ຂາ​ໜ່ວຍ​ພັກ, ຮອງ​ປະທານ​ກຳມາ​ທິການ ປກຊ- ປກສ ສະພາ​ແຫ່ງ​ຊາດ ຊຸດ​ທີ VII;

4) ທ່ານ​ບຸນ​ໄທ ສີ​ເທບ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ປົກຄອງ​ແຂວງ;

5) ທ່ານ ນາງ ອິດ​ມະນີ ຈັນທະ​ຄູນ​ເລຂາ​ໜ່ວຍພັກ, ຮອງ​ປະທານ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ;

6) ທ່ານ ​ອ້ວນ ພົມມະ​ສັກ ​ເອກ​ອັກຄະ​ລັດຖະທູດວິ​ສາມັນ​ຜູ້ມີ​ອຳນາດ​ເຕັມ ​ຫ່ງ ສປປ ລາວ ປະຈຳ​ປະ​ເທດຝລັ່ງ

7) ທ່ານ ຈັດຕະວາ ​ແກ້ວ​ຄຳ​ເພັດ ​ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ພະ​ແນ​ກຊັບພະຍາ ກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ແຂວງ;

8) ທ່ານ ​ເພັກ ອ່ອນ​ດາ​ວົງ ກຳມະການ​ຄະນະ​ໜ່ວຍ​ພັກ, ຮອງ​ປະທານ​ກວ​ດກາ​ພັກ-​ລັດ ​ແຂວງ;

9) ທ່ານ​ ສົມ​ລິດ ພິລາ​ບຸດ ກຳມະການ​ຄະນະ​ໜ່ວຍ​ພັກ, ຮອງ​ຫົວໜ້າ​ພະ​ແນ​ກ​ແຮງ​ງານ ​ແລະ​ ສະຫວັດ​ດີກາ​ນສັງຄົມ​ແຂວງ;

10) ທ່ານ ວຽງ ຄຳ​ຈັນ ກຳມະການ​ຄະນະ​ໜ່ວຍ​ພັກ, ຮອງ​ຫົວໜ້າ​ພະ​ແນ​ກ​ໂຄສະນາ​ອົບ​ຮົມ ​ແຂວງ;

11) ທ່ານ ສົມບັດ ຈະ​ເລີ​ນມີ​​ໄຊ ຮອງ​ເລຂາ​ໜ່ວຍ​ພັກ,ຮອງ​ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ;

12) ທ່ານ ບຸນ​ຍອງ ອາລີ​ລັກ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ແຂວງ

ເຂດ​ເລືອກ​ຕັ້ງ​ທີ 8 ​ແຂວງ​ຫົວພັນ
​ຜູ້​ສະໝັກຮັບ​ເລືອກ​ຕັ້ງ10 ທ່ານ​ເລືອກ​ເອົາ 7 ທ່ານ
1. ທ່ານ ອາ​ລຸນ​ໄຊ ສູນ​ນະລາດ ກຳມະການ​ຮອງ​ສູນ​ກາງ​ພັກ, ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ ປະຕິວັດ​ລາວ;

2. ທ່ານ ຄຳ​ວອນ ບຸນ​ທະ​ວົງ ຮອງ​ເລຂາ​ພັກ​​​ແຂວງ, ປະ​ທານ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ;

3. ທ່ານ ທັນ​ຕາ ກອງ​ຜາ​ລີ ​ເລຂາ​ໜ່ວຍ​ພັກ, ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ;

4. ທ່ານນາງ ອຳ​ໄພ​ວອນ ລ້ອມ​ບຸນ​ແພງ ກຳມະກາ​ນພັກ​ແຂວງ, ຮອງ​ປະທານ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ;

5. ທ່ານນາງ ມະນີ​ວັນ ​ເຢຍປາວ​ເຮີ ກຳມະການ​ຄະນະ​ໜ່ວຍພັກ, ຫົວໜ້າ​ກົມ​ສຶກສາ​ວັດທະນະທຳ ສະພາ​ແຫ່ງ​ຊາດ

6. ທ່ານ ພອນ​ສານ ວິ​ໄລ​ເມັງ ​ເລຂາ​ໜ່ວຍພັກ, ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ແຂວງ;

7. ທ່ານ ພັນ​ໂທ ​ແອນ ອຸ່ນ​ອາ​ນົງນຸດ ຮອງ​ຫົວໜ້າກອງ​ບັນຊາ​ການ ປກສ ​ແຂວງ;

8. ທ່ານນາງ ສວຍ​ເພັດ ທອງ​ສົມບັດ ອຳນວຍ​ການ​ໂຮງຮຽນ ມັດທະຍົມ​ສົມບູນ​ພັນ​ລາ;

9. ທ່ານ ວີ​ເຕັ່ງ ຈື່​ໄມ​ເຕັ່ງ ຮອງປະທານ​ແນວ​ລາວ​ສ້າ​ງຊາດ​ແຂວງ;

10. ທ່ານ ທອງ​ສຸກ ສົມ​ພາ​ວັນ ຮອງ​ຫົວໜ້າ​ພະ​ແນ​ກພະລັງງານ ​ແລະ ​ບໍ່​ແຮ່ແຂວງ

ເຂດ​ເລືອກ​ຕັ້ງ​ທີ 9 ​ແຂວງ​ຊຽງ​ຂວາງ
ຜູ້​ເຂົ້າ​ສະໝັກ​ຮັບ​ເລືອກ​ຕັ້ງ 9 ທ່ານ​ເລືອກ​ເອົາ 6 ທ່ານ
1) ທ່ານ ບູນຕົ້ນ ຈັນທະ​ພອນ ຮອງ​ເລຂາ​ພັກ​ແຂວ​ງ, ປະທານ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ;

2) ທ່ານນາງ ວັນ​ເພັງ​ ແກ້ວ​ນະຄອນ ສະມາຊິ​ກສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳການ​ຢູ່​ຄະນະ​ຮັບຜິດຊອບ​ວຽກ​ງານ ​ເຂດ​ເລືອກ​ຕັ້ງ ສະພາ​ແຫ່ງ​ຊາດ;

3) ທ່ານ ນາງ ​ແສງ​ຄຳ ຊົ່ງຊະນະ ກຳມະການ​ພັກ​ແຂວງ, ຫົວໜ້າ​ຫ້​ອງວ່າການ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ;

4) ທ່ານ ​ເຟືອງ​ສີ ​ເລົາ​ຝຸງ ຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າ​ການ​ເມືອງ​ວິທະຍາ, ສະ​ຖາ​ບັນ​ທະຍາສາດ-​ສັງຄົມ​ແຫ່ງ​ຊາດ;

5) ທ່ານ ພັນ​ໂທ ວັນ​ທອນ ສອນ​ພະ​ວົງ ຮອງ​ຫົວໜ້າ​ຫ້ອງການ ປກຊ-ປກສ ​ແຂວງ;

6) ທ່ານ ວິ​ໄລ​ສຸກ ພິມ​ມະ​ສອນ ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII, ຮອງ​ປະທານ​ສະມາຄົມ​ມິດ​ຕະພາບ ລັດຖະສະພາ​ລາວ-​ເກົາຫລີ, ລາວ​ຍີ່ປຸ່ນ;

7) ທ່ານ ບຸນ​ຄົງ ດວງ​ພະ​ຈັນ ຄະນະ​ພັກ​ຮາກ​ຖານ, ອຳນວຍ​ການ​ໂຮງຮຽນ​ເຕັກນິກ-​ວິຊາ​ຊີບຂົນ​ສົ່ງ;

8) ທ່ານ ດຣ. ​ໄມ​ສີ ວຽງ​ວິ​ໄລ ຮອງ​ເລຂາ​ໜ່ວຍ​ພັກ, ຮອງ​ຫົວໜ້າ​ພະ​ແນ​ກໂຍທາ​ທິການ ​ແລະ ຂົນ​ສົ່ງ ແຂວງ;

9) ທ່ານ ພູ​ຄຳ ດວງ​ພະຈັນ ​ເລຂາ​ໜ່ວຍ​ພັກ, ອຳນວຍ​ການ​ວິ​ສາ​ຫະກິດ ນ້ຳ​ປະປາ​ແຂວງ

​ເຂດ​ເລືອກ​ຕັ້ງ​ທີ 10 ແຂວງ​ວຽງ​ຈັນ
​ຈຳນວນຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ 13 ທ່ານ​​ເລືອກ​ເອົາ 9 ທ່ານ
1) ທ່ານ ດຣ. ສົມພູ ດວງ​ສະຫວັນ ກຳມະການ​ຄະນະ​ພັກ, ຮອງ​ປະ​ທານ​ກຳມາທິການວັດທະ ນະທຳ-​ສັງ​ຄົມ ສະພາ​​ແຫ່ງຊາດ ຊຸດ​ທີ VII;

2) ທ່ານ ບຸນ​ເພັງ ສາຍ​ນໍລະ​ດີ ຮອງ​ເລຂາ​ພັກ​ແຂວງ, ປະທານ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ;

3) ທ່ານ ພົນ​ຈັດຕະວາ ຄຳ​ຜາງ ກອງ​ຈັນ​ແສງ ຮອງ​ປະທານ​ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ;

4) ທ່ານ ສົມ​ດີ ​ແກ້ວ​ດາ​ລາວິນ ກຳມະການ​ພັກ​ແຂວງ, ຮອງ​ປະທານ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ;

5) ທ່ານ​ນາງ ບົວ​ວັນ ທຳ​ມະ​ວົງ ຜູ້​ປະຈຳການ​ ະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ;

6) ທ່ານ ພັນ​ເອກ​ ຄຳ​ເຄນ ອຸດຕະມາ ກຳມະການ​ຄະນະ​ພັກ​ຮາກ​ຖາ​ນ, ຄະນະ​ກອງ​ບັນຊາ​ການ​ທະຫານແຂວງ, ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ;

7) ທ່ານນາງ ​ແຖວ​ເງິນ ຊາ​ມຸນ​ຕີ ຮອງ​ຫົວໜ້າ​ພະ​ແນ​ກ ວິທະຍາສາດ ​ແລະ​ ເຕັກ​ໂນ​ໂລ​ຊີ ​ແຂວງ;

8) ທ່ານ ດຣ.ຫົງ​ຄຳ​ ສຸວັນນະ​ວົງ ​ເລຂາທິການ​ຄະນະ​ບໍລິຫານ​ງານ ສູນ​ກາງ​ຊາວ​ໜຸ່ມ, ປະ ທານ​ສະມາຄົມ ນັກທຸລະກິດ​ໜຸ່ມມ​ແຫ່ງ​ຊາດ, ປະທານ​ບໍລິສັດທີ​ວີ​ລາວ;

9) ທ່ານ ຄຳ​ບົງ ຄອນ​ສະຫວັນ ຫົວໜ້າພະ​ແນ​ກ ພະລັງງານ ​ແລະ ບໍ່​ແຮ່​ແຂວງ;

10) ທ່ານ ສົມ​ສະໜິດ ​ແສງ​ທອງ ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດຊຸດ​ທີ VII ປະຈຳ​ເຂ​ດ​ເລືອກ​ຕັ້ງ;

11) ທ່ານ ຈຳ​ປາທອງ ວົງ​ເດືອ​ນ ຫົວໜ້າສາຂາ​ບໍລິສັດ ​ໄຟຟ້າ​ລາວ ປະ​ຈຳ​ແຂວງ​ວຽງ​ຈັນ.

12) ທ່ານ ວັນ​ທອງ ສິດທິ​ກຸນ ຮອງ​ປະທານ​ ຄະນະ​ບໍລິຫານ​ງານ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ, ປະທານ​ສະມາຄົມ​ຊີມັງ​ລາວ, ຮອງ​ປະທານ​ສະມາຄົມ​ບໍ່​ແຮ່​ລາວ;

13) ທ່ານ ວົງ​ສະ​ໄໝ ​ເລັ່ງຊົງ​ປາວ ຮອງ​ປະທານ​ຄະນະ​ກວດກາ ພັກ-​ລັດ​ແຂວງ;

​ເຂດ​ເລືອກ​ຕັ້ງທີ 11 ​ແຂວງ​ບໍລິ​ຄຳ​ໄຊ
ຈຳນວນ​ຜູ້​ສະໝັກຮັບ​ເລືອກ​ຕັ້ງ 9 ທ່ານ​ເລືອກ​ເອົາ 6 ທ່ານ
1. ທ່ານນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ.

2. ທ່ານ ດຣ. ສຸວັນ​ນີ ​ໄຊຊະນະ ຮອງ​ເລຂາ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ.

3. ທ່ານ ລີ​ເບີ ລີ​ບົວ​ປາວ ກຳມະການ​ຄະນະ​ພັກ​ກະຊວງ, ຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າ​ເສດຖກິດ​ແຫ່ງ​ຊາດ ກະຊວງ​ແຜນການ ​ແລະ ການ​ລົງທຶນ.

4. ທ່ານນາງ ສີ​ໄຄ ສີ​ປະ​ເສີດ ກຳມະການ​ພັກ​ແຂວງ, ຮອງ​ປະທານ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ.

5. ທ່ານ ບຸນ​ຄຳ ​ໄຊ​ເຍ່ຍລໍ່ວື ກຳມະການ​ພັກ​ແຂວງ, ປະທານ​ກວດກາ​ພັກ-ລັດ​ແຂວງ.

6. ທ່ານ ພັນ​ໂທ ຄຳ​ສາຍ ພັນ​ດາ​ນຸວົງ ກຳມະການ​ປະຈຳ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າການ​ເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ.

7. ທ່ານນາງ ຄຳປິວ ສີ​ສົມບັດ ຮອງ​ປະທານ​ສະຫະພັນ​ແມ່ຍິງ​ແຂວງ.

8. ທ່ານ​ ລົມ ​ແພງ​ສຸກ ຮອງ​ຫົວໜ້າພະ​ແນ​ກສຶກສາ​ທິການ ​ແລະ ກິລາ​ແຂວງ.

9. ທ່ານ ບົວ​ພັນ ຈັນທະ​ວິ​ລຸນ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ.

​ເຂດ​ເລືອກ​ຕັ້ງ​ທີ 12 ແຂວງ​ຄຳ​ມ່ວນ
ຈຳນວນຜູ້​ສະໝັກຮັບ​ເລືອກ​ຕັ້ງ 11 ​ເລືອກ​ເອົາ 8 ທ່ານ
1) ທ່ານ ດຣ. ບຸນ​ປອນ ບຸດ​ຕະນະ​ວົງ ກຳມະການ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ.

2) ທ່ານ ສົມ​ໃຈ ​ເພັດ​ສີນ​ວນ ຮອງ​ເລຂາ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ.

3) ທ່ານ​ນາງ ບັນດິດ ປະທຸມ​ວັນ ກຳມະການ​ຄະນະ​ພັກ, ຮອງ​ປະທານ​ສູນ​ກາງ​ສະຫະພັນ ​ແມ່ຍິງ​ລາວ ສະມາຊິກ​ສະພາ​ແຫ່ງ​ຊາດຊຸດທີ VII

4) ທ່ານ​ນາງ ວຽງມະນີ ຈັນທະນະ​ສິນ ​ເລຂາໜ່ວຍພັກ,ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດທີ VII ປະຈຳ​ເຂດ​ເລືອກ​ຕັ້ງ

5) ທ່ານ ດຣ. ຄຳ​ເພັດ ມະນີ​ວົງ ຮອງ​ເລຂາ​ຄະນະ​ພັກ​ກະຊວງ, ຫົວໜ້າສູນ​ການ​ແພດ ​ແລະ ພື້ນ​ຟູ ກະຊວງ​ສາ​ທາ​ລະນະ​ສຸກ.

6) ທ່ານ ທິບ​ພະຈັນ ​ໂພ​ໄຊ ຮອງ​ເລຂາໜ່ວຍພັກ, ຮອງ​ຫົວໜ້າພະ​ແນ​ກພາຍ​ໃນ​ແຂວງ, ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII;

7) ທ່ານ ບຸນ​ປັນ ດວງ​ລາຕີ ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ, ຮອງ​ອຳນວຍ​ການ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ສາຂາ​ຄຳ​ມວນ, ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII.

8) ທ່ານ​ນາງ ອາລີ ບົວ​ຈູມ ຮອງ​ເລຂາ ​ຄະນະ​ບໍລິຫານ​ງານ​ຊາວໜຸ່ມ​ແຂວງ.

9) ທ່ານ ພັ​ໂທ ຄຳ​ສາຍ ​ເພັດ​ນວນ​ສີ ກຳມະການ​ຄະນະ​ພັກ​ຮາກ​ຖານ,ຮອງ​ຫົວໜ້າກອງ​ບັນຊາ​ການ​ທະຫານ​ແຂວງ

10) ທ່ານ​ນາງ ​ແຕງ​ອ່ອນ ລິນ​ຊົມ​ພູ ຮອງ​ເລຂາໜ່ວຍພັກ,ຮອງ​ຫົວໜ້າພະ​ແນ​ກວິທະຍາສາດ​ແລະ ​ເຕັກ​ໂນ​ໂລ​ຊີ ແຂວງ

11) ທ່ານ ສຸກ​ກະ​​ເສີມ ອຸດ​ອນ ຮອງ​ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ.

​ເຂດ​ເລືອກ​ຕັ້ງ​ທີ 13 ແຂວງ​ສະຫວັນ​ນະ​ເຂດ
ຈຳນວນ​ຜູ້​ສະໜັກຮັບ​ເລືອກ​ຕັ້ງ 26 ທ່ານ​ເ​ເລືອກ​ເອົາ19 ທ່ານ.
1. ທ່ານ ພົນ​ໂທ ​ແສງ​ນວນ ​ໄຊ​ຍະ​ລາດ ​ເລຂາທິການ​ສູນ​ກາງ​ພັກ, ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ.

2. ທ່ານ ສຈ.ດຣ ​ເອກ​ສະຫວ່າງ ວົງ​ວິຈິດ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ ປະ​ຈຳ​ຫ້ອງ​ວ່າການ​ລັດຖະບານ.

3. ທ່ານ ດຣ. ຄຳ​ເຜີຍ ຜັນ​ທະ​ຈອນ ຮອງ​ເລຂາໜ່ວຍພັກ​ແຂວງ, ຮອງ​ເຈົ້າ​ແຂວງ.

4. ທ່ານ ດຣ. ນາງ ສຸວັນ​ເພັງ ບຸບຜາ​ນຸວົງ​ ​ເລຂາໜ່ວຍພັກ, ​ປະທານ​ກຳມາ​ທິການ​ເສດຖະກິດ​ແຜນການ ​ແລະ ການ​ເງິນ ສະພາ​ແຫ່ງ​ຊາດ​ຊຸດ​ທີ VII.

5. ທ່ານ ຄຳ​ຜັນ ຄູນ​ສະຫວັດ ກຳມະການ​ພັກ​ແຂວງ,​ ຫົວໜ້າພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ແຂວງ.

6. ທ່ານ ດຣ. ​ເກດ​ແກ້ວ ສີ​ຫາ​ລາດ ຮອງ​ຫົວໜ້າຄະນະ​ຮັບຜິດຊອບ​ວຽກງານ​ເຂດ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII

7. ທ່ານ​ນາງ ພາ​ວັນ ບົວຫລວງ​ລາດ ຄະນະ​ພັກ​ຮາກ​ຖານ,​ຮອງ​ຫົວໜ້າພະ​ແນ​ກ​ໂຍທາທິການ​ແລະຂົນ​ສົ່ງ​ແຂວງ

8. ທ່ານ ດຣ. ບຸນ​ຂວາງ ຄຳ​ບຸນ​ເຮືອງ ກຳມະການ​ປະຈຳ​ກະຊວງ,ຮອງ​ລັດຖະມົນຕີ​ກະຊວງ​ກະ​ສິກຳ​ແລະປ່າ​ໄມ້

9. ທ່ານ​ ສັນຍາ ປຣະ​ເສີດ ​ເລຂາໜ່ວຍພັກ, ຫົວໜ້າຫ້ອງການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.

10. ທ່ານ ຈັນ​ສອນ ​ແສນ​ບຸດຕະລາດ ກຳມະການ​ປະຈຳ​ພັກ​ກະຊວງ, ຮອງ​ລັດຖະມົນຕີກະຊວງ​ຊັບ​ພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ.

11. ທ່ານ ຫວັນ​ຄຳ ອິນ​ທິຈັກ ປະທານ​ຄະນະ​ສະມາຊິກ ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ.

12. ທ່ານ ດຣ. ບຸນ​ລ້ວນ ວົງ​ຈັນ​ທີ ຫົວໜ້າກົມ​ບໍລິຫານ ​ແລະ ພິທີການ​ສະພາ​ແຫ່ງ​ຊາດ.

13. ທ່ານ ສົມ​ເພັດ ອິນ​ທະທິ​ລາດ ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ປະທານ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ, ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ.

14. ທ່ານ ວຽງທະວີ​ສອນ ​ເທບ​ພະຈັນ ຮອງ​ເລຂາໜ່ວຍພັກ, ຫົວໜ້າກົມ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ.

15. ທ່ານ ບຸນ​ເຕັມ ຊ່ວງ​ສາ​ຍະ​ວົງ ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ.

16. ທ່ານ ພູ​ສະ​ໄໝ ກິດ​ຕິ​ລາດ ຮອງ​ຫົວໜ້າຫ້ອງ​ວ່າການ​ປົກຄອງ​ແຂວງ.

17. ທ່ານ ດຣ. ສຸກ​ສະຫວັນ ​ໄຊ​ສົມບັດ ປະທານ​ສະມາຄົມ​ການ​ສຶກສາ ພາກ​ເອກະ​ຊົນ​ແຂວງ

18. ທ່ານ ທອງ​ໃສ ອິນ​ທິ​ແສງ ຫົວໜ້າຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ.

19. ທ່ານ ພັນ​ໂທ ສົມ​ພອນ ສຸດທິ​ສົມບັດ ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ.

20. ທ່ານ​ນາງ ອໍລະ​ວັນ ສາມາດ​ມະນີ​ວົງ ພະນັກງານ ວິຊາ​ການ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ.

21. ທ່ານ ພັກ​​ເອກ ອິນ​ໂຮມ ຈັນ​ສີມາ ຮອງ​ປະທານ​ສະຫະພັນ​ນັກຮົບ​ເກົ່າ​ແຂວງ.

22. ທ່ານ​ນາງ ມະ​ໄລ​ກີ ພະ​ສຸ​ວໍ ກຳມະການ​ປະຈຳ ຄະນະ​ບໍລິຫານ​ງານ​ຊາວໜຸ່ມ​ແຂວງ.

23. ທ່ານ​ນາງ ຄຳ​ເພັງ ວິ​ໄລ​ທອງ ພະນັກງານ​ວິຊາ​ການ​ຫ້ອງການ​ສະຫະພັນ​ແມ່ຍິງ​ແຂວງ.

24. ທ່ານ​ນາງ ​ໄຊ​ຊົມ​ຊື່ນ ​ໂພທິ​ສານ ຮອງ​ອຳນວຍ​ການ​ວິທະຍາ​ໄລ​ສ້າງ​ຄູ​ແຂວງ.

25. ທ່ານ ອຸ​ໄລ​ວັນ ​ໄຊ​ຍະ​ວົງ ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ ພາກ​ໃຕ້.

26. ທ່ານ ຄຳ​ຜຸຍ ພົນ​​ເສນາ ຜູ້ອຳ​ນວຍ​ການ​ບໍລິສັດ​ຂົນ​ສົ່ງ ​ແລະ ສ້ອມ​​ແປງ​ຈຳກັດ, ປະທານ​ສະມາຄົມ ຜູ້​ປະກອບ​ການ​ຂົນ​ສົ່ງ​ແຂວງ.

​ເຂດ​ເລືອກ​ຕັ້ງທີ 14 ​ແຂວງ​ສະ​ລະ​ວັນ
​ຈຳນວນຜູ້​ສະໜັກຮັບ​ເລືອ​ກຕັ້ງ 11 ທ່ານ​ເລືອກ​ເອົາ 8 ທ່ານ.
1) ທ່ານ ບຸນທຽມ ພົມມະ​ສະຖິດ ຮອງ​ເລຂາ​ພັກ​ແຂວງ, ປະທານ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ.

2) ທ່າ​ນນາງ ສວນ​ສະຫວັນ ວິ​ຍະ​ເກດ ກຳມະການ​ສຳຮອງ​ສູນ​ກາງ​ພັກ, ຮອງ​ປະທານ​ຄະນະ ສະມາຊິກ​ສະພາ​ແຫ່ງ​ຊາດ​ເພດ​ຍິງ ສະພາ​ແຫ່ງ​ຊາດ​ຊຸດ​ທີ VII.

3) ທ່ານ ບຸນ​ປອນ ສີ​ສຸລາ​ດ ຮອງ​ປະທານ​ກຳມາ​ທິການ​ເສດ​ຖະກິດ​ແຜນການ ​ແລະ ​ການ​ເງິນ ສະພາ​ແຫ່ງ​ຊາດ ​ຊຸດ​ທີ VII.

4) ທ່ານ ສົມ​ເລັດ ຈຸນ​ລະ​ມະ​ລີ ກຳມະການ​ພັກ​ແຂວງ, ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ.

5) ທ່ານ ສະຫວັນ​ຄ​ອນ ຣາຊະ​ມຸນຕີ ກຳມະການ​ປະຈຳ​ພັກ​ກະຊວງ,​ ຮອງ​ລັດຖະມົນຕີ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ​ນະທຳ ​ແລະ ທ່ອງ​ທ່ຽວ.

6) ທ່ານນາງ ສູນ​ໄຖ ​ໄຊ​ຍະ​ແສງ ຄະນະ​ພັກ​ຮາກ​ຖານ,​ ຮອງ​ຫົວໜ້າຫ້ອງ​ການ​ສົ່ງ​ເສີມ​ຄວາມ​ກ້າວໜ້າ​ແມ່​ຍິງ ​ແລະ ​ເດັກ​ແຂວງ.

7) ທ່ານ ສາຍສະໝອມ ອິນ​ທິ​ເສນ ​ເລຂາໜ່ວຍພັກ,​ ຫົວໜ້າຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອ​ກຕັ້ງ.

8) ທ່ານ ທອງ​ດີ ຈັນທະ​ວົງ ກຳມະການ​ຄະນະ​ພັກ​ຮາກ​ຖານ, ຮອງ​ຫົວໜ້າພະ​ແນ​ກກະສິກຳແລະ ປ່າ​ໄມ້​ແຂວງ.

9) ທ່ານ ພັນ​ໂທ ສີ​ເສີດ ສອນ​ດາລາ ກຳມະການ​ຄະນະ​ພັກ​ຮາກ​ຖານ,​ຮອງ​ຫົວໜ້າກອງ​ບັນຊາ​ການ ປກສ ​ແຂວງ

10) ທ່ານ ສົມ​ສັກ ທົງ​ຄຳ​ຫານ ​ເລຂາໜ່ວຍພັກ, ຮອງ​ປະທານ​ຄະນະ​ກວດກາ​ພັກ-​ລັດ​ແຂວງ.

11) ທ່ານ ມະ​ໄລ​ວອນ ສີ​ປະ​ເສີດ ກຳມະການ​ຄະນະໜ່ວຍພັກ, ຮອງ​ຫົວໜ້າພະ​ແນ​ກຖະ​ແຫລ​ງຂ່າວ, ວັດ​ທະນະ​ທຳ ​ແລະ ທ່ອງ​ທ່ຽວ​ແຂວງ.

ເຂດ​ເລືອກ​ຕັ້ງທີ 15 ​ແຂວງ​ຈຳປາ​ສັກ​
ຈຳນວນຜູ້​ສະໜັກຮັບ​ເລືອກ​ຕັ້ງ 19 ທ່ານ​ເລືອກ​ເອົາ 14 ທ່ານ.
1) ທ່ານ ​ເມກ​ສະຫວັນ ພົມ​ພິທັກ ຮອງ​ເລຂາ​ພັກ​ແຂວງ,​ ປະທານ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ.

2) ທ່ານ​ນາງ ​ໃບ​ຄຳ ຂັດ​ຕິ​ຍະ ກຳມະການ​ສຳຮອງ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ.

3) ທ່ານ ພົງສະ​ເໜ່ ຍຸ​ຕິ​ທຳ ​ເລຂາໜ່ວຍພັກ, ຫົວໜ້າຄະນະ​ຮັບຜິດຊອບ​ວຽກງານ​ເຂດ​ເລືອກ​ຕັ້ງ ສະພາ​ແຫ່ງ​ຊາດ ຊຸດ​ທີ VII.

4) ທ່ານ​ນາງ ປິ່ງ​ຄຳ ລາ​ຊະ​ສິມ​ມາ ກຳ​ມະ​ການ​ປະຈຳ​ພັກ​ກະ​ຊວງ, ຫົວໜ້າກົມ​ກວດກາ​ກະ ຊວງ​ກະ​ສິກຳ ​ແລະ ປ່າ​ໄມ້, ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII.

5) ທ່ານ ຄຳ​ສີ ປ່ຽງວໍລະ​ວົງ ກຳມະການ​ພັກ​ແຂວງ, ​​ເລຂາ​ພັກ​​ເມື​ອງ,​​ ເຈົ້າ​ເມືອງ​ ເມືອງ​ປາກ​ຊ່ອງ.

6) ທ່ານ​ນາງ ທັດ​ສະ​ດາພອນ ​ແສງ​ສຸລິຍາ ຮອງ​ປະທານ​ຄະນະ​ສະມາຊິກ ສະພາ​ແຫ່ງ​ຊາດ​ເພດ​ຍິງ ສະພາ​ແຫ່ງ​ຊາດ ຊຸດ​ທີ VII.

7) ທ່ານ ສຸບັນ ສະວະບຸດ ເລຂາໜ່ວຍພັກ, ຮອງຫົວໜ້າເລຂາທິການສະພາແຫ່ງຊາດ.

8) ທ່ານ ສາຍທອງ ໄຊຍະວົງ ກຳມະການພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ.

9) ທ່ານນາງ ທະວີໄສ ພະສະຖານ ຮອງເລຂາໜ່ວຍພັກ,​ ຫົວໜ້າກົມຄະນະສະມາຊິກສະພາແຫ່ງຊາດເພດຍິງ ສະພາແຫ່ງຊາດ.

10) ທ່ານນາງ ແສງສຸວັນ ຊຸຍພະສິດ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.

11) ທ່ານ ມະນີວົງ ແສນລາດ ຮອງຫົວໜ້າຄະນະຈັດຕັ້ງແຂວງ.

12) ທ່ານ ດຣ. ສົມໄຊ ສີຫາຈັກ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກພາຍໃນແຂວງ.

13) ທ່ານ ດຣ. ສຸກ​ສະຫວັນ ວິ​ໄລ​ວົງ ຫົວ​ໜ້າ​ຂະ​ແໜງ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ;

14) ທ່ານ ດຣ. ວັນນະ​ໄຊ ຊາຕະ​ກຸນ ຮອງ​ຫົວໜ້າ​ຂະ​ແໜງ​ແຜນການ, ພະ​ແນ​ກສາທາລະນະ​ສຸກ​ ແຂວງ;

15) ທ່ານ ຄຳ​ໄຕ ​ແກ້ວ​ດວງ​ດີ ຮອງ​ອຳນວຍ​ການ​ບໍລິສັດ​ຕັງ​ຈະ​ເລີ​ນ;

16) ທ່ານ​ ຄຳ​ສິງ ສີ​ທະ​ນົງ​ສັກ ​ເລຂາ​ໜ່ວຍ​ພັກ, ປະທານ​ສະຫະພັນ​ກຳມະບານ​ແຂວງ;

17) ທ່ານ​ນາງ ບຸນ​ສຸວັນ ​ໂພ​ໄຊຊະນະ​ສັກ ເລຂາ​ໜ່ວຍ​ພັກ, ຮອງ​ຫົວໜ້າ​ຄະນະ​ກຳມະການ​ສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ​ເດັກ​ແຂວງ;

18) ທ່ານ ພັ​ໂທ ກໍລະນີ ​ເທບ​ໄກສອນ ກຳມະການ​ຄະນະ​ພັກ​ຮາກ​ຖານ,ຮອງ​ຫົວໜ້າ​ຫ້ອງການ ປກຊ-ປກສ ​ແຂວງ

19) ທ່ານ ບຸນ​ທ່ຽງ ຈັນ​ທິລາດ ກຳມະການ​ຄະນະ​ໜ່ວຍ​ພັກ, ຮອງ​ປະທານ​ຄະນະ​ກວດກາ​ພັກ-ລັດແຂວງ;

ເຂດ​ເລືອກ​ຕັ້ງ​ທີ 16 ​ແຂວງ​ເຊ​ກອງ
​ຈຳນວນ​ຜູ້​ສະໝັກຮັບ​ເລືອກ​ຕັ້ງ 7 ທ່ານ​ເລືອກ​ເອົາ 5 ທ່ານ.
1. ທ່ານ ດຣ. ວິ​ໄລ​ວົງ ບຸດ​ດາ​ຄຳ ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII;

2. ທ່ານ ພອນ​ເພັດ ຄິວ​ລາ​ວົງ ຮອງ​ເລຂາ​ພັກ​ແຂວງ;

3. ທ່ານນາງ ​ໄຮ​ມະນີ ວົງ​ໜໍ່​ແກ້ວ ຮອງ​ເລຂາ​ໜ່ວຍ​ພັກ, ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ;

4. ທ່ານ ອຳ​ໄພ ຈິດ​ມາ​ນົນ ຄະນະ​ໜ່ວຍ​ພັກ, ຫົວໜ້າ​ກົມ​ກົດໝາຍ​ສະພາ​ແຫ່ງ​ຊາດ;

5. ທ່ານ ດົງ​ເພັດ ພະ​ຍົນ ກຳມະການ​ພັກ​ແຂວງ, ຫົວໜ້າ​ພະ​ແນ​ກສຶກສາ​ທິການ ​ແລະ ກິລາ​ແຂວງ;

6. ທ່ານ ຄຳ​ບາງ ພະ​ສະ​ແຫວ​ງ ຄະນະ​ໜ່ວຍ​ພັກ,ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຊຸດທີ VII ປະຈຳ​ເຂດ​ເລືອກ​ຕັ້ງ

7. ທ່ານ ຈັນ​ໄທ ຄຳ​ມະນີ​ວົງ ຮອງ​ເລຂາ​ໜ່ວຍ​ພັກ, ຮອງ​ຫົວໜ້າພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​​ແຂວງ.

ເຂດ​ເລືອກ​ຕັ້ງ​ທີ 17 ​ແຂວງ​ອັດ​ຕະປື
​ຈຳນວນ​ຜູ້​ສະໝັກຮັບ​ເລືອກ​ຕັ້ງ 7 ທ່ານ​ເລືອກ​ເອົາ 5 ທ່ານ.
1) ທ່ານ ​ເລັດ ​ໄຊ​ຍະ​ພອນ ຮອງ​ເລຂາ​ພັກ​ແຂວງ;

2) ທ່ານ ພົນ​ຕີ ວິ​ໃສ ຈັນທະ​ມາດ ກຳມະການ​ຄະນະ​ພັກ​ກະຊວງ, ຫົວໜ້າ​ກົມ​ວິທະຍາສາດ-ປະ ຫວັດສາດການ​ທະຫານ, ກະຊວງ​ປ້ອງ​ກັນ​ປະ​ເທດ;

3) ທ່ານ ​ເພັດ​ແກ້ວ ​ເຮືອງ​ປັນຍາ ກຳມະການ​ພັກ​ແຂວງ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ, ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII.

4) ທ່ານ ມະນີ​ໂສ ຊາ​ມົນຕີ ຫົວໜ້າ​ກົມ​ເສດຖະກິດສະພາ​ແຫ່ງ​ຊາດ;

5) ທ່ານນາງ ພອນ​ມະນີ ຂຽນ​ໄຊ​ຍະ​ວົງ ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ;

6) ທ່ານ ບົວລະ​ພັນ ວົງ​ຊາ​ລະ​ຊິດ ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຊຸດທີ VII ປະຈຳ​ເຂດ​ເລືອກ​ຕັ້ງ;

7) ທ່ານ ນາງ ອ່ອນ​ໃສ ມຽງ​ລາ​ວັນ ຮອງ​ອຳນວຍ​ການ​ໂຮງຮຽນ​ການ​ເມືອງ-ການ​ປົກຄອງ​ແຂວງ.

ເຂດ​ເລືອກ​ຕັ້ງ​ທີ 18 ​ແຂວງ​ໄຊ​ສົມບູນ
​ຈຳນວນ​ຜູ້​ສະໝັກຮັບ​ເລືອກ​ຕັ້ງ 7 ທ່ານ​ເລືອກ​ເອົາ 5 ທ່ານ.
1) ທ່ານ ບຸນ​ສຸກ ຈອມ​ວິສານ ຮອງ​ເລຂາ​ພັກ​ແຂວງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ແຂວງ;

2) ທ່ານ ພົນ​ຈັດຕະວາ ພູມີ ວັນ​ດີ​ໄຊ ຜູ້​ຊ່ວຍ​ລັດຖະມົນຕີ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ;

3) ທ່ານ ພັນ​ໂທ ວິ​ໄຊ ທໍ່​ເພຍ​ຫລວງ ກຳມະການ​ຄະນະ​ພັກ​ຮາກ​ຖານ, ຮອງ​ຫົວໜ້າ​ກອງ​ບັນຊາ​ການ ປກສ ແຂວງ;

4) ທ່ານ ຄຳ​ຈັນ ​ໂສ​ຕາ​ປະ​ເສີດ ຮອງ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ກົມ​ບັນດາ​ເຜົ່າ​ສະພາ​ແຫ່ງ​ຊາ​ດ;

5) ທ່ານ ຄຳ​ແດງ ສີ​ລາ​ວົງ ​ເລຂາ​ໜ່ວຍ​ພັກ, ຮອງ​ປະທານ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ VII ປະຈຳ​ເຂດ​ເລືອກ​ຕັ້ງ;

6) ທ່ານ ສັງຄົມ ສູນ​ດາລາ ກຳມະການ​ປະຈຳ​ພັກ​ເມືອງ, ຫົວໜ້າ​ຫ້ອງ​ວ່າການ​ປົກຄອງ​ເມືອງ​ອານຸວົງ;

7) ທ່ານ ດົວຊົ່ງ ໝື່ນ​ຊົມ​ພູ ຮອງ​ເລຂາ​ພັກ​ເມືອງ, ປະທານ​ກວດກາ​ພັກ-ລັດ ​ເມືອງ​ຮົ່ມ.

ກ່ຽວ​ກັບ​ຄຸນ​ລັກສະນະ​ຂອງ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ VIII ມີ​ດັ່ງ​ນີ້:
- ຜູ້​ສະໝັກ​ທັງ​ໝົດ​ມີ 211 ທ່ານ, ຍິງ 50 ທ່ານ;
- ຜູ້​ສະໝັກ​ສູນ​ກາງ ມີ 61 ທ່ານ, ຍິງ 17 ທ່ານ;
- ຜູ້​ສະໝັກ​ທ້ອງ​ຖິ່ນ ມີ 150 ທ່ານ, ຍິງ 33 ທ່ານ;
- ສສຊ ຊຸດ​ທີ VII ສະໝັກ​ຕໍ່ 48 ທ່ານ, ຍິງ 20 ທ່ານ;
- ຈາກ​ວິ​ສາ​ຫະກິດ 4 ທ່ານ, ຍິງ 0 ທ່ານ;
- ຈາກ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ມີ 9 ທ່ານ, ຍິງ 2 ທ່ານ.

(ຂໍ້ມູນ ອີງຕາມແຈ້ງການເລກທີ 09/ຄລຊ ລົງວັນທີ 15​ກຸມພາ 2016)

ຂອບໃຈທີ່ຕິດຕາມອ່ານ

23 January 2016

ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ

ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ
ຂປລ.ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ປະຊາຊົນປະຕິວັດລາວ, ໄດ້ດຳເນີນແຕ່ວັນທີ 18-22 ມັງກອນ 2016ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ຄຳຂວັນ “ ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີ ທົ່ວປວງຊົນທັງຊາດ,ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ຫລັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ” ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນສົມບູນ 685 ສະຫາຍ, ໃນນັ້ນ ມີຜູ້ແທນບົ່ງຕົວ 1 ສະຫາຍ.ບັນດາຜູ້ແທນກອງປະຊຸມໃຫຍ່ ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວປະເທດ 252.879 ສະຫາຍ.

ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຕົກລົງບັນຫາສຳຄັນຂອງພັກ ແລະ ຂອງຊາດ ພາຍໃຕ້ບັນຍາກາດອັນສ້າງສັນ, ມີຄວາມຮັບຜິດຊອບ,ທັງມີຄວາມສາມັກຄີ ເປັນເອກະພາບສູງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ເຊິ່ງສະແດງອອກດັ່ງນີ້:

I. ກອງ​ປະຊຸມ​ໃຫຍ່ ​ໄດ້​ຄົ້ນຄວ້າ​ຢ່າງ​ເລິກ​ເຊິ່ງ ​ແລະ ​ໄດ້​ຮັບຮອງ​ເອົາ​ຢ່າງ​ເປັນ​ເອກະ​ສັນ​ລາຍ​ງານ​ການ​ເມືອງ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ IX ສ​ະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ໂດຍ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ນຳ​ການ​ສະຫລຸບ​ຕີ​ລາຄາ​ຜົນ​ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ​ເປັນຕົ້ນ​ແມ່ນ​ບັນດາ​ຜົນງານ​ອັນ​ພົ້ນ​ເດັ່ນ​ທີ່​ຍາດ​ມາ​ໄດ້​ໃນ​ຂົງ​ເຂດ​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພັດທະນາ​ເສດຖ​ະກິດ-ສັງຄົມ, ການ​ປັບປຸງ​ບູລະນະ​ລະບົບ​ອຳນາດ​ແຫ່ງ​ລັດ, ວຽກ​ງານ​ແນວ​ໂຮມ ​ແລະ ວຽກ​ງານ​ມະຫາຊົນ​ຂອງ​ພັກ, ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ, ວຽກ​ງານ​ກໍ່ສ້າງ​ພະນັກງານ, ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ 5 ປີ ຜ່ານມາ, ​ໄດ້​ສ້າງ​ພື້ນຖານ ​ແລະ ທ່ວງທ່າ​ໃໝ່ ​ໃຫ້​ແກ່​ການ​ສືບ​ຕໍ່​ຂະຫຍາຍຕົວ​ຂອງ​ປະ​ເທດ​ຊາດ​ພວກ​ເຮົາ​ໄປ​ຕາມ​ທິດ​ທາງ ​ແລະຈຸດໝາຍ​ທີ່​ວາງ​ໄວ້.

ກອງ​ປະຊຸມ​ໃຫຍ່​ໄດ້​ປະກອບ​ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ​ກ່ຽວ​ກັບ​ຂໍ້ຄົງຄ້າງ​ໃນ​ການ​ນຳພາ​ຊີ້​ນຳ​ຂອງ​ພັກ ​ເຊິ່ງ​ເປັນສາ​ເຫດ​ຕົ້ນຕໍ​ອັນ​ໜຶ່ງ ທີ່​ພາ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຈຸດ​ສຸມ ​ໃນ​ບາງ​ດ້ານ​ບໍ່​ບັນລຸຜົນສຳ​ເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້ ​ແລະ ​ໄດ້​ເລັ່ງທວງ​ໃຫ້​ມີ​ມາດ​ຕະການ​ທີ່​ແທດ​ເໝາ​ະ ​ເພື່ອ​ດຳ​ເນີນ​ການ​ແກ້​ໄຂ​ຂໍ້ຄົງ​ຄ້າງ​ທີ່​ຜ່ານ​ມາ​ຢ່າງ​ຈິງ​ຈັງ ​ແນ​ໃສ່​ສ້າງ​ການ​ຫັນປ່ຽນ​ອັນ​ຕັ້ງໜ້າ​ຫລາຍ​ຂຶ້ນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ຂອງ​ພັກ​ຕໍ່​ໄປ.

ກອງ​ປະຊຸມ​ໃຫຍ່​ໄດ້​ຮັບຮອງ​ເອົາ​ຂໍ້​ສະຫລຸບ 7 ປະການ ​ເຊິ່ງ​ເປັນ​ບົດຮຽນ​ອັນ​ປະ​ເສີດ ທີ່​ຖອດ​ຖອນ​ໄດ້​ຈາກ​ພຶດຕິ​ກຳ​ແຫ່ງ​ການຈັດ​ຕັ້ງ​ນຳພາປະຕິບັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ​ແລະ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່; ພ້ອມ​ກັນ​ນັ້ນ ກໍ​ໄດ້​ກຳນົດ 7 ທິດ​ທາງ​ໜ້າ​ທີ່​ໃຫຍ່​ສຳລັບ​ໄລຍະ​ຕໍ່ໜ້າ, ກອງ​ປະຊຸມ​ໃຫຍ່​ໄດ້​ມອບ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ X ຊີ້​ນຳ, ຈັດ​ຕັ້ງ​ການ​ຄົ້ນຄວ້າ​ຮໍ່າຮຽນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ຢ່າງ​ເປັນ​ລະບົບ​ເລິກ​ເຊິ່ງ ​ໂດຍ​ສະ​ເພາະ​ແມ່ນ​ໃຫ້​ພະນັກງານ​ສະມາຊິກ​ພັກ ຜູ້​ທີ່​ເປັນ​ຫລັກ​ແຫ​ລ່ງ ຢູ່​ໃນ​ທຸກ​ອົງການ, ຂະ​ແໜງ​ການ, ທຸ​ກທ້ອງ​ຖິ່ນ, ທຸກ​ຂົງ​ເຂດ​ວຽກ​ງານ ​ແລະ ທຸກ​ຂັ້ນ ​ໃຫ້​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ ​ເພື່ອ​ສາມາດ​ຜັນ​ຂະຫຍາຍ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ຢ່າງ​ສອດຄ່ອງ ​ແລະ ນຳພາ​ປະຕິບັດ​ໃຫ້​ເກີດ​ໝາກຜົນ​ຕົວ​ຈິງ ທີ່​ໃຫຍ່​ຫລວງ​ຂຶ້ນ​ໄປ​ເລື້ອຍໆ; ພ້ອມ​ກັນ​ນີ້ ກໍ​ມອບ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສືບ​ຕໍ່​ຄົ້ນຄວ້າ​ຫັນ​ທິດ​ທາງ​ໜ້າ​ທີ່​ຈຸດ​ສຸມ​ໃນ​ບາງ​ດ້ານ ​ເປັນ​ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ເພື່ອ​ໃຫ້​ຄະນະ​ພັກ​ຂັ້ນ​ຕ່າງໆ ມີ​ບ່ອນ​ອີງ​ອັນ​ລະອຽດ​ຈະ​ແຈ້ງ​ຕື່ມ​ອີກ ສຳລັບ​ການຈັດ​ຕັ້ງ​ປະຕິບັດ; ຂະນະ​ດຽວ​ກັນ​ນັ້ນ ກໍ​ຊີ້​ນຳ​ອົງການ​ລັດ​ ໃຫ້​ຫັນ​ເປັນ​ນິຕິ​ກຳ, ​ເປັນ​​ແຜນ​ງານ ​ແລະ ​ໂຄງການ​ວຽກ​ງານ​ລະອຽດ​ໃຫ້​ໄວ ​ເພື່ອ​ຍາດ​ແຍ່ງ​ເວລາ​ຈັດ​ຕັ້ງ​ປະຕິບັດ​ເລີ່​ມ​ແຕ່​ຫົວທີ ​ແລະ ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສະຫງ່າ​ງາມ.

II. ກອງ​ປະຊຸມ​ໃຫຍ່​ໄດ້​ຟັງ​ລາຍ​ງານ​ກ່ຽວ​ກັບ​ວິ​ໄສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ໄລຍະ 10 ປີ(2016-2025)​ ​ແລະ ​ແຜນ​ພັດທະນາ​ເສດຖ​ະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 8 (2016-2020) ​ເຊິ່ງຄຳ​ຂວັນ ວິ​ໄສ​ທັດ ​​ແລະ ຍຸດ​ທະ​ສາດ​ຂອງ​ການ​ພັດທະນາ​ແມ່ນ “ສູ້​ຊົນ​ພັດທະນາ​ປະ​ເທດ​ເຮົາ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ​ໃນ​ປີ 2020, ກ້າວ​ໄປ​ສູ່​ປະ​ເທດ​ກຳລັງ​ພັດທະນາ ມີ​ລາຍ​ຮັບ​ປານ​ກາງ​ສູງ ຕາມ​ທິດ​ການ​ພັດທະນາ​ສີຂຽວ ​ແລະ ຍືນ​ຍົງ ​​ເມື່ອ​ເຖິງ​ປີ 2030”. ກອງ​ປະຊຸມ​ໃຫຍ່​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ວິ​ໄສ​ທັດ, ຍຸດ​ທະ​ສາດ ​ແລະ ການ​ພັດທະນາ​ດັ່ງກ່າວ ​ໂດຍ​ມອບ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊີ້​ນຳ​ລັດຖະບານ ​ໃຫ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ເປັນ​ແຜນ​ງານ, ​ໂຄງການ​ລະດັບ​ຊາດ, ລວມທັງ​ກຳນົດ​ຂອບ​ການ​ລົງທຶນ​ສຳລັບ​ໂຄງການ​ເຫລົ່າ​ນັ້ນ ພ້ອມ​ທັງ​ປຸກລະດົມ​ບັນດາ​ພາກສ່ວນ​ເສດຖະກິດ ​ແລະ ​ທົ່ວ​ປວງ​ຊົນ ​ເຂົ້າ​ສູ່​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ເປັນ​ຈິງ.

III. ກອງ​ປະຊຸມ​ໃຫຍ່​ໄດ້​ຮັບຮອງ​ເອົາ ບົດ​ສຳ​ຫລວດ​ການ​ນຳພາ​ລວມຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ IX ​ໂດຍ​ໄດ້​ຕີ​ລາຄາ​ສູງຕໍ່​ຄວາມ​ພະຍາຍາມ​ອັນ​ຕັ້ງໜ້າ ​ແລະ ຄວາມ​ເປັນ​ເຈົ້າ​ການ​ປະດິດ​ສ້າງ​ໃນ​ການ​ເສີມຂະຫຍາຍ​ມູນ​ເຊື້ອ ​ແລະ ບົດຮຽນ​ຂອງ​ພັກ ສາມາດ​ນຳພາ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສຳຄັນ​ໃນ​ຫລາຍ​ດ້ານ ​ແລະ ມີ​ບາງ​ດ້ານ​ກໍ​ລື່ນ​ຄາດໝາຍ; ພ້ອມ​ກັນ​ນັ້ນກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ເປັນ​ຄະນະ​ນຳ ທີ່​ມີ​ຄວາມ​ສາມັກ​ຄີ​ເປັນ​ເອກະ​ພາບ​ໜັກ​ແໜ້ນ, ​ເປັນ​ແກ່ນສານ ​ໃຫ້​ແກ່​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ໃນ​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ​ແລະ ທົ່ວ​ປວງ​ຊົນ; ທັງ​ມີ​ຄວາມ​ເປັນ​ເຈົ້າ​ການ​ແກ້​ໄຂ​ບັນຫາ​ການ​ເສື່ອ​ມຖອຍ​ດ້ານ​ຄຸນ​ທາດ​ການ​ເມືອງ, ຄຸນ​ສົມບັດສິນ​ທຳ​ປະຕິວັດ ​ແລະ ການ​ກະທຳ​ທີ່​ຝືນ​ກົດ​ລະບຽບ​ຂອງ​ພັກ​ໃນ​ຖັນ​ແຖວ​ການ​ນຳ​ຂັ້ນ​ຕ່າງໆ,ພະນັກງານ ​ແລະ ສະມາຊິກ​ພັກ​ຈຳນວນ​ໜຶ່ງ.

ກອງ​ປະຊຸມ​ໃຫຍ່​ເລັ່ງທວງ​ໃຫ້ ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກສະ​ໄໝ ​ທີ X ອອກ​ແຮງ​ເສີມ​ຂະຫຍາຍ​ຈຸດ​ດີ​ ໃນ​ດ້ານ​ຕ່າງໆ​ຢ່າງ​ແຂງ​ແຮງ, ພ້ອມ​ກັນ​ນັ້ນ ​ກໍ​ວາງ​ມາດ​ຕະການ​ຈຳກັດ ​ແກ້​ໄຂ​ຈຸດ​ບົກພ່ອງ ​ແລະ ຂໍ້ຄົງຄ້າງ​ທີ່​ຜ່ານ​ມາ​ຢ່າງ​ຈິງ​ຈັງ, ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ​ຂອງ​ຄະນະ​ນຳ​ຂອງ​ພັກ ​ໃຫ້​ເດັ່ນ​ຂຶ້ນ​ຕື່ມອີກ.

IV. ກອງ​ປະ​ຊຸມ​ໃຫຍ່​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ການ​ດັດ​ແປງ​ກົດ​ລະບຽບ​ຂອງ​ພັກ ​ແລະ ​ໄດ້​ຮັບຮອງ​ເອົາ​ກົດ​ລະບຽບ​ສະບັບ​ປັບປຸງ ສະ​ໄໝ​ທີ X ​ເພື່ອ​ເປັນ​ແນວທາງ​ທາງ​ດ້ານ​ການຈັດ​ຕັ້ງ ຮັບຮອງ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ການ​ເມ​ືອງ​ໃຫ້​ເປັນ​ຈິງ. ກົດ​ລະບຽບ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະບັບ​ປັບປຸງ ​ໄດ້​ຖືກ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ ​ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ແລ້ວ ​ແລະ ມີ​ຜົນ​ບັງຄັບ​ໃຊ້ ນັບ​ແຕ່​ມື້​ກອງ​ປະຊຸມ​ໃຫຍ່​ຮັບຮອງ​ເປັນ​ຕົ້ນ​ໄປ.

V. ກອງ​ປ​ະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ X ​ເຊິ່ງປະກອບ​ດ້ວຍ​ກຳມະການ​ສົມບູນ 69 ສະຫາຍ ​ແລະກຳມະການ​ສຳຮອງ 8 ສະຫາຍ ​ເພື່ອ​ເປັນ​ແກ່ນສານ​ນຳພາ​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ​ແລະ ທົ່ວ​ປວງ​ຊົນ​ ຈັດ​ຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ​ໃຫ້​ມີ​ຜົນສຳ​ເລັດ​ໃໝ່, ສ້າງ​ບາດກ້າວ​ບຸກທະ​ລຸ ​ໃນ​ການ​ພັດທະນາ​ໃຫ້​ເປັນ​ຈິງ ​ແລະ ພາ​ປະ​ເທດ​ຊາດ​ກ້າວ​ຂຶ້ນ​ຢ່າງ​ໜັກ​ແໜ້ນ​ຕໍ່​ໄປ.

ກອງປະຊຸມ​ຄົບ​ຄະນະ​ຄັ້ງ​ປະຖົມ​ມະ​ລືກ ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ X ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 22ມັງກອນ 2016 ​ໄດ້​ເປັນ​ເອກະ​ພາບ ​ເລືອກ​ຕັ້ງ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເຊິ່ງປະກອບ​ດ້ວຍ 11 ສະຫາຍ; ​ເປັນ​ເອກະ​ພາບ​ຢ່າງ​ສູງ ​ເລືອກ​ເອົາ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເປັນ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ; ພ້ອມ​ກັນ​ນັ້ນ ກໍ​ເລືອກ​ເອົາ​ກຳມະການ​ຄະນະ​ເລຂາທິການ​ສູ​ນກາງ​ພັກ 9 ສະຫາຍ; ກອງ​ປະຊຸມ​ໄດ້​ເລືອກ​ເອົາ​ ສະຫາຍ ພັນ​ຄຳ ວິພາ​ວັນ ​ເປັນ​ຜູ້​ປະຈຳການ ຄະນະ​ເລຂາທິການ​ສູນ​ກາງ​ພັກ; ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ຍັງ​ໄດ້​ເລືອກ​ປະທານ, ບັນດາ​ຮອງ​ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ ປະກອບ​ດ້ວຍ 9 ສະຫາຍ ​ໂດຍ​ແມ່ນ​ສະຫາຍ ບຸນ​ທອງ ຈິດ​ມະນີ ​ເປັນ​ປະທານ. ສຳລັບ​ການ​​ແຕ່ງ​ຕັ້ງ​ທີ່​ປຶກສາ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ສະ​ໄໝ​ທີ X, ກອງ​ປະຊຸມ​ໄດ້​ມອບ​ໃຫ້​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເປັນ​ຜູ້​ຕົກລົງ​ແຕ່ງ​ຕັ້ງ ພ້ອມ​ທັງ​ກຳນົດ​ພາລະ​ບົດບາດ ໜ້າ​ທີ່​ລະອຽດ​ຕາມ​ຫລັງ.

VI. ກອງ​ປະຊຸມ​ໃຫຍ່​ສະ​ແດງ​ຄວາມ​ຊົມ​ເຊີຍ ສັນລະ​ເສີນ​ພະນັກງານ, ສະມາຊິກ​ພັກ, ທະຫານ, ຕຳຫລວດ, ຜູ້​ປະກອບ​ການ​ຜະລິດ, ນັກທຸລະກິດ, ບໍລິການ ສັງກັດ​ໃນ​ທຸກ​ພາກສ່ວນ​ເສ​ດຖະກິດ ​ແລະ ປະຊາຊົນ​ລາວ​ບັນດາ​​ເຜົ່າ, ບັນດາ​ຊັ້ນ​ຄົນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ແລະ ພີ່ນ້ອງ​ເຊື້ອ​ຊາດ​ລາວ​ທີ່​ຮັກ​ຊາດ​ທີ່​ດຳລົງ​ຊີວິດ ​ແລະ ທຳ​ມາ​ຫາ​ກິນ​ຢູ່​ຕ່າງປະ​ເທດ ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ຕາມ​ຈິດ​ໃຈມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຕະຫລອດ​ໄລຍະ 5 ປີຜ່ານມາ ​ໃຫ້​ບັນລຸ​ຜົນສຳ​ເລັດ​ອັນ​ສຳຄັນ​​ໃນ​ຫລາຍ​ດ້ານ ອັນ​ເປັນການ​ສ້າງ​ພື້ນຖານ ​ແລະ ທ່ວງທ່າ​ໃໝ່ ​ໃຫ້​ແກ່​ການ​ນຳ​ເອົາ​ປະ​ເທດ​ເຮົາ​ສືບ​ຕໍ່​ກ້າວຂຶ້ນ​ສູ່​ຈຸດໝາຍ​ທີ່​ວາງ​ໄວ້. ພ້ອມ​ກັນ​ນັ້ນ ກໍ​ຂໍ​ສະ​​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຢ່າງ​ຈິງ​ໃຈ ​ແລະ ຄວາມ​ຮູ້​ບຸ​ນຄຸນ ຢ່າງ​ເລິກ​ເຊິ່ງມາ​ຍັງ​ບັນດາ​ປະ​ເທດ​ອ້າຍ​ນ້ອງ,ບັນດາ​ປະ​ເທດ​ເພື່ອນ​ມິດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ອັນ​ລຳ້​ຄ່າ ​ແກ່​ພາລະກິດ​ພັດທະນາ ສ້າງສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ເຮົາ​ໃນ 5 ປີຜ່ານມາ.

ກອງ​ປະຊຸມ​ໃຫຍ່​ຮຽກຮ້ອງ​ມາ​ຍັງ​ຄະນະ​ພັກ​ທຸກ​ຂັ້ນ, ສະມາຊິກ​ພັກ​ທຸກ​ສະຫາຍ ຈົ່ງ​ເຊີດ​ຊູ​ຄວາມ​ເປັນ​ແບບຢ່າງ​ນຳໜ້າ​ໃນ​ທຸກ​ດ້ານ ນຳພາ​ມະຫາຊົນ​ປະຕິ​ບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ພ້ອມ​ກັນ​ນີ້ ກໍ​ຮຽກຮ້ອງ​ມາ​ຍັງ​ພະນັກງານ,ນັກຮົບ ປະຊາຊົນ​ບັນດາ​ເຜົ່າ, ບັນດາ​ຊັ້ນ​ຄົນ ​ແລະ ພີ່ນ້ອງ​ເຊື້ອ​ຊາດ​ລາວ​ຜູ້​ຮັກ​ຊາດ ທີ່​ດຳ​ລົງ​ຊີວິດ ​ແລະ ທຳ​ມາ​ຫາ​ກິນ​ຢູ່​ຕ່າງປະ​ເທດຈົ່ງ​ເຊີດ​ຊູ​ນໍ້າ​ໃຈຮັກ​ຊາດ, ​ເສີມ​ຂະຫຍາຍ​ມານະ​ຈິດ​ບາກ​ບັ່ນ​ບຸກບືນ ​ເຂົ້າ​ໃສ່​ການປະຕິບັດ​ໜ້າ​ທີ່ ທຳ​ມາ​ຫາ​ກິນ ​ແລະ ສ້າງ​ສາ​ພັດທະນາ​ເພື່ອ​ສ້າງ​ປະ​ເທດ​ລາວ ​ໃຫ້​ມັ່ງ​ຄັ່ງ​ເຂ້ັມ​ແຂງ, ປະຊາຊົນ​ມີ​ຄວາມ​ຮັ່ງມີ​ຜາ​ສຸກ, ສັງຄົມ​ມີ​ຄວາມ​ສາມັກຄີ​ປອງ​ດອງ, ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສີວິ​ໄລ.ພ້ອມກັນ​ນັ້ນ ກໍ​ປະກອບສ່ວນ​ຢ່າງ​ສົມ​ກຽດ ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ຈະ​ເລີ​ນ ວັດທະ ນາ​ຂອງ​ປະຊາຄົມ​ອາ​ຊຽນ ກໍ​ຄື ​ໃນ​ພາລະກິດ​ແຫ່ງ​ການ​ເສີມ​ສ້າງສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ສາກົນ.
ຂອບໃຈຂໍ້ມູນຂ່າວຈາກ: ຂ່າວສານປະເທດລາວ
(ຂອບໃຈທີ່ຕິດຕາມ)

17 January 2016

ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ

ຂອບໃຈຂໍ້ມູນຈາກ: 
ວາລະສານອາລຸນໃໝ່ ສະບັບທີ 3 ປະຈຳເດືອນ ເມສາ(4)-ພຶດສະພາ(5) 2011
.....ຂອບໃຈທີ່ຕິດຕາມ....

16 January 2016

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ (18-21/3/2006)

ໄດ້ດຳ​ເນີນ​ແຕ່​ວັນ​ທີ 18 ຫາ​ ວັນ​ທີ 21 ​ເດືອນ​ ມີນາ ປີ 2006, ທີ່​ນະຄອນຫລວງ​ວຽງ​ຈັນ; ພາຍ​ໃຕ້​ການ​ເປັນ ປະທານ​ຂອງ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ, ປະທານ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ; ​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫຍ່ ຄັ້ງນີ້ ມີ​ຜູ້​ແທນ 498 ສະຫາຍ ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ສະມາຊິກ​ພັກ​ທັງ​ໝົດ ຈຳນວນ 148.590 ສະຫາຍ ຢູ່​ບັນດາ​ຂະ​ແໜງ​ການ ​ອ້ອມ​ຂ້າງ​ສູນ​ກາງ, ທ້ອງ​ຖິ່ນ ​ແລະ​ຮາກ​ຖານ​ຕ່າງໆ ​ໃນ​ທົ່ວປະ​ເທດ;
- ກອງ​ປະຊຸມ​ຄັ້ງນີ້ ​ໄດ້​ເລືອກ​ເອົາ 55 ສະຫາຍ ​ເປັນ​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ ເລືອກເອົາ ສະຫາຍ ຈູມມາລີ ໄຊຍະສອນ ເປັນເລຂາທິການໃຫຍ່, ກົມ​ການ​ເມືອງ ປະກອບມີ 11 ສະຫາຍ, ​ເລືອກ​ຕັ້ງ​ເອົາ​ຄະນະ​ເລຂາທິການ ​ສູນ​ກາງ​ພັກ 7 ສະຫາຍ, ​ເລືອກ​ເອົາ​ປະທານ ​ແລະ ຮອງ​ປະທານ ຄະນະ​ກຳມະການ​ກວດກາພັກ​ຂັ້ນສູນ​ກາງ ຈຳນວນ 3 ສະຫາຍ.
​ສັງ​ລວມ​ຫຍໍ້​​ເນື້ອ​ໃນຂອງ​ມະຕິ ມີ​ດັ່ງນີ້ :
1) ສະຫລຸບ​ຕີ​ລາຄາການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່ ​ໃນ 20 ປີ ​ແລະ ​ການ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່ ຄັ້ງທີ VII ຂອງ​ພັກ ​ໂດຍ​ມີ​ຂໍ້​ສະຫລຸບ ​ທີ່​ສໍາຄັນ ​ແລະ ຕົ້ນຕໍ ດັ່ງນີ້:

1.1- ແນວທາງ​ປ່ຽນ​ແປງ​ໃໝ່ ​ແມ່ນ​ຖືກຕ້ອງ​ສອດຄ່ອງ​ກັບ​ສະພາວະ​ຄວາມ​ເປັນ​ຈິງ​ທາງ​ ດ້ານ​ເສດຖະກິດສັງຄົມຂອງປະເທດເຮົາ, ຖື​ກກັບ​ຄວາມ​ມຸ່ງ​ມາດ​ປາຖະໜາ ​ຂອງ​ປະຊາຊົນ​ບັນດາ​ເຜົ່າ, ບັນດາ​ຊັ້ນຄົນ ​ແລະ ​ໄດ້​ຮັບ​ການ ​ສະໜັບສະໜູນ​ຈາກ​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ຢ່າງ​ກວ້າງຂວາງ, ​ເປັນ​ປັດ​​ໄຈ ຮັບປະ ກັນ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ ​ແລະ ​ຄວາມ​ໝັ້ນຄົງ​ຂອງ​ລະບອບ​ປະຊາທິປະ​ໄຕ​ປະຊາຊົນ.

1.2- ​ແນວທາງ​ປ່ຽນ​ແປງ​ໃໝ່​ໄດ້​ສ້າງ​ເງື່ອນ​ໄຂ​ ແລະ ​ກາລະ​ໂອກາດ​ໃໝ່​ໃຫ້​ແກ່​ ການ​ຂຸດ​ຄົ້ນກຳລັງ​ແຮງ​ສັງ​ລວມພາຍ​ໃນ​ຊາດ ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ ສາກົນ​ເຂົ້າ​ໃນ​ການ​ພັດທະນາ, ​ເຮັດ​ໃຫ້​ເສດ​ຖະກິດ​ແຫ່ງ​ຊາດ​ມີ​ຊີວິດ​ຊີວາ ​ແລະ​ຂະຫຍາຍຕົວ​ຕໍ່​ເນື່ອງ​ຕະຫລອດ​ໄລຍະ 20 ​ປີ ​ໃນ​ລະດັບ ​ສະ​ເລ່ຍ 6,2%, ​ເຊິ່ງ​ເຮັດ​ໃຫ້​ລວມຍອດ​ຜະລິດ​ຕະພັນ​ພາຍ​ ໃນ​ໄລ່​ສະ​ເລ່ຍຕາມ​ຫົວ​ຄົນ​ເພີ່ມ​ຂຶ້ນກວ່າ 2 ​ເທົ່າ​ຕົວ, ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ​ ແລະ ​ຈິດ​ໃຈ​ຂອງ​ປະຊາຊົນ ​ໄດ້​ຮັບ​ການ​ປັບປຸງ ​ແລະ​ ຍົກ​ສູງ​ຂຶ້ນລື່ນ​ແຕ່​ກ່ອນ​ຢ່າງ​ຈະ​ແຈ້ງ.

1.3- ແນວທາງ​ປ່ຽນ​ແປງ​ໃໝ່​ໄດ້​ກຳນົດ​ທິດ​ທາງ​ຢ່າງ​ຖືກຕ້ອງ ​ແລະ ​ຮັບປະກັນ​ການ​ປັບປຸງ​ບູລະນະ​ລະບົບ​ການ​ເມືອງ​ ຂອງ​ລະບອບ​ປະຊາທິປະ​ໄຕ ​ປະຊາຊົນ ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ, ​ເປັນ​ຕົ້ນ ​ແມ່ນ​ໄດ້​ເຮັດ​ ໃຫ້​ບົດບາດ​ ການ​ນຳພາ​ຂອງ​ພັກ​​ໄດ້​ຮັບ​ການ​ເຊີດ​ຊູ​ສູງ​ຂຶ້ນ ​ແລະ ​ ​ເຮັດ​ໃຫ້​ຄວາມ​ສາມັກຄ ີ​ປອງ​ດອງ ​ຂອງ​ປວງ​ຊົນ​ລາວ​ບັນດາ​ເຜົ່າ​ແໜ້ນ​ແຟ້ນຂຶ້ນ. ພ້ອມ​ກັນນັ້ນກໍ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ ​ນັບ​ມື້ນັບ​ເປີດ​ກວ້າງ​ ອອກ ​ແລະ​ ບົດບາ​ດ ອິດ​ທິພົນ​ຂອງ​ພັກ ກໍ​ຄື ​ຂອງ​ປະ​ເທດ​ເຮົາ​ສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກພື້ນ ​ແລະ​ສາກົນ.

2) ກອງ​ປະຊຸມ​ໃຫຍ່ ​ໄດ້​ຢືນຢັນ ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ 5 ບົດຮຽນ​ແຫ່ງ​ການ​ປ່ຽ​ນ​ແປງ​ໃໝ່​ເຂົ້າ​ໃນ​ພາລະກິດ ປົກ​ປັກ​ຮັກສາ ​ແລະ ​ສ້າງສາ​ປະ​ເທດ​ຊາດ ​ໃນ​ຂັ້ນຕໍ່​ໄປ ຄື :
2.1- ຕ້ອງ​ສືບຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ຕິດ​ແໜ້ນກັບ​ການ​ເຊີດ​ຊູນ້ຳ​ໃຈ​ຮັກ​ຊາດ, ​ເສີມ​ຂະຫຍາຍ​ຈິດ​ໃຈ ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ​ເພິ່ງ​ຕົນ​ເອງ ​ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຖື​ອັນ​ນີ້​ເປັນ​ປັດ​​ໄຈ​ຕັດ​ສິນ​ຜົນສຳ​ເລັດ​ຂອງ​ພາລະກິດ​ປ່ຽ​ນ​ແປງ​ໃໝ່.

2.2- ຕ້ອງ​ຢຶດໝັ້ນ​ໃນ​ແນວທາງ ອີງ​ໃສ່​ປະຊາຊົນ, ເສີມ​ຂະຫຍາຍ​ກຳລັງ​ແຮງ​ອັນ​ມະຫາສານ​ຂອງ​ປະຊາຊົນ ​ແລະ ​ເຮັດ​ທຸກ​ສິ່ງ ທຸກ​ຢ່າງ​ເພື່ອ​ຜົນ​ປະ​ໂຫຽດ ຂອງ​ປະຊາຊົນ, ​ເດັດ​ດ່ຽວ​ສະກັດ​ກັ້ນ ແລະ​ ກຳຈັດ​ປັດ​ເປົ່າ ພະຍາດ ​ອາດຍາ​ສິດ.

2.3- ປ່ຽນ​ແປງ​ໃໝ່ ຕ້ອງ​ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ຄວາມ​ສະຫງົບ ​ແລະ ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ, ​ເອົາ​ບັນຫານີ້​ເປັນ​ພື້ນຖານ ​ໃຫ້​ແກ່​ການ​ສ້າງສາ​ພັດທະນາ; ການ​ສືບຕໍ່​ພາລະກິດ ປ່ຽນ​ແປງ​ໃໝ່ ຕ້ອງ​ດຳ​ເນີນ​ໄປ​ຢ່າງ​ຄົບ​ຊຸດ, ຮອບ​ຄອບ ດ້ວຍ​ບາດກ້າວ​ອັນ​ເໝາະ​ສົມ ​ໂດຍ​ຢຶດ ໝັ້ນ 6 ຫລັກການ ພື້ນຖານ.

2.4- ປັບປຸງ ​ແລະ ​ເພີ່ມ​ທະວີ​ບົດບາ ນຳ​ພາ​ຂອງ​ພັກ ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ, ພ້ອມ​ກັນນັ້ນ ກໍ່​ເຊີດ​ຊູ​ຄວາມ​ສັກສິດ ​ແຫ່ງ​ການ​ຄຸ້ມ​ຄອງ​ຂອງ​ລັດຕາມ​ກົດໝາຍ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າຂອງ​ປະຊາຊົນ, ຮັບປະກັນ​ໃຫ້ການ​ສ້າງສາ ​ພັດທະນາ ດຳ​ເນີນ​ໄປ​ຖືກ​ຕາມ​ແນວທາງ ​ແລະ​ຈຸດໝາຍ​ຂອງ​ພັກ.

2.5- ຕັ້ງໜ້າ​ປະຕິບັດ​ທິດ​ນຳ​ແຫ່ງ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ຊາດ ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ຍາດ​ແຍ່ງ​ເອົາ​ການ​ສະໜັບສະໜູນ ຊ່ວຍ​ເຫລືອ​ຈາກ​ສາກົນ​ຢ່າງ​ມີ​ຫລັກການ ​ເພື່ອ​ຊຸກຍູ້ການ​ສ້າງສາ ​ພັດທະນາ​ປະ​ເທ​ດຊາດ ​ໃຫ້​ກາວ​ໜ້າ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

3)ໂດຍ​ກຳ​ແໜ້ນ​ທ່າ​ອ່ຽງລວມຂອງ​ສະພາບ​ແວດ​ລ້ອມ​ສາກົນ ​ແລະ​ສະພາວະ​ຄວາມ​ເປັນ​ຈິງ​ທາງ​ດ້ານ ​​ເສດຖະກິດ-ສັງຄົມ ຂອງ​ປະ​ເທດ​ເຮົາ, ກອງ​ປະຊຸ​ມ​ໃຫຍ່ ​ໄດ້​ເຫັນ​ພ້ອມ​ຮັບຮອງ​ເອົາ​ຄາດໝາຍ​ສູ້​ຊົນ ສຳລັບ​ໄລຍະ​ຮອດ​ປີ 2020 ​ແລະ​ປີ 2010 ດັ່ງນີ້:

3.1 ​ເມື່ອ​ຮອດ​ປີ 2020
- ປະ​ເທດ​ເຮົາ​ຕ້ອງ​ຫລຸດ​ພົ້ນອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ, ​ເປັນ​ປະ​ເທດ​ທີ່​ມີຄວາມ​ໝັ້ນຄົງ​ທາງ​ການ​ເມືອງ ​ແລະ ​ມີ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ສັງຄົມ ​ທີ່​ໜັກ​ແໜ້ນ;

- ເສດຖະກິດ​ຂະຫຍາຍ ຕົວ​ຕໍ່​ເນື່ອງ ​ແລະ ​ໝັ້ນທ່ຽງ ດ້ວຍ​ຈັງ​ວະ​ໄວ​ພໍ​ສົມຄວນ;

- ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ ລື່ນ​ລະດັບ​ປັດຈຸບັນ 3 ​ເທົ່າ, ​ເສດຖະກິດ​ແຫ່ງ​ຊາດ​ມີ​ພື້ນຖານ​ອັນ​ໝັ້ນຄົງ ດ້ວຍ​ໂຄງ​ປະກອບ​ກະສິກຳ-ປ່າ​ໄມ້ ຕິດ​ແໜ້ນ​ ກັບ​ອ​ຸດສາ​ຫະກຳ ​ແລະ ​ການ​ບໍລິການ ທີ່​ມີ​ຄວາມ​ສົມ​ສ່ວນ ​ແລະ ​ຕັ້ງໜ້າ, ມີ​ຄວາມ​ສາມາດ​ເຊື່ອມ​ໂຍງ​ເຂົ້າກັບ​ພາກພື້ນ ​ແລະ​ສາກົນ;
- ບັນດາ​ພາກສ່ວນ​ເສດຖະກິດ ລ້ວນ​ແຕ່​ມີ​ກຳລັງ​ແຮງ ​ແລະ ​ຂະຫຍາຍ​ຕົວຢ່າງ​ກົມກຽວ, ​ໃນນັ້ນ ພາກສ່ວນເສດຖະກິດ​ຂອງ​ລັດ ​ແ​ລະ ​ພາກສ່ວນ​ເສດຖະກິດ ​ຮ່ວມ​ມື​ຂອງ​ປະຊາຊົນ ກວມ​ສ່ວນ​ຫລາຍ ​ໃນ​ເສດຖະກິດ​ແຫ່ງ​ຊາດ;

- ເສດຖະກິດ​ຕະຫລາດ​ທີ່ມີ​ການ​ຄຸ້ມ​ຄອງຂອງ​ລັດ ​ໄດ້​ເປັນ​ລະບົບ ​ແລະ ​ມີ​ປັດ​ໄຈ​ພື້ນຖານ ແຫ່ງ​ການ​ຫັນ​ເປັນ​ອຸດສາຫະກຳ ແລະ ​ຫັນ​ເປັນ​ທັນ​ສະ​ໄໝ.

- ລະບົບ​ການ​ເມືອງ​ປະຊາທິປະ​ໄຕ ປະຊາຊົນ ທີ່​ມີ​ພັກ​​ເປັນ​ແກ​ນນຳ ມີ​ຄວາມ​ໜັກ​ແໜ້ນ, ທາດ​ແທ້​ຂອງລັ​ດ​ ທີ່​ເປັນ​ລັດ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ, ສິດທິ​ຂອງ​ພົນລະ​ເມ​ືອງ ມີ​ການ​ຮັບ​ປະກັນ ດ້ວຍ​ການ​ຄຸ້ມ​ຄອງ​ຕາມ​ກົດໝາຍ​ຢ່າງ​ສັກສິດ, ປະຊາຊົນ​ບັນ​ດາ​ເຜົ່າ​ ມີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ ​ແລະ​ ມີ​ເງື່ອນ​ໄຂ​ພັດທະນາ​ຕົນ​ເອງ​ທີ່​ດີ​ຂຶ້ນ ​ໂດຍ​ມີ​ລະດັບ​ການ​ສຶກສາ​ຈົບ​ຊັ້ນປະຖົມ ​ໃນ​ນັ້ນ ສ່ວນ​​ໃຫຍ່​ ແມ່ນ​ຈົບ​ມັດທະຍົມ​ ຕອນ​ຕົ້ນ ​ແລະ ​ໄດ້​ຮັບ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ ຢ່າງ​ທົ່ວ​ເຖິງ ​ແລະ ​ມີ​ຄຸນ​ນະ​ພາບ;

- ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​ໄດ້​ຮັບການ​ປົກ​ປັກ​ຮັກ​ສາ ​ແລະ ​ພັດທະນາ​ໃຫ້​ອຸດົມ​ຮັ່ງມີ​ຕື່ມ​ອີກ;

- ສປປລາວ ມີ​ການ​ພົວພັນ​ຮ່ວມ​ມື​ອັນ​ກວ້າງຂວາງ​ກັບ​ສາກົນ ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດມາ​ໃຫ້​ປະ​ເທດ​ຊາດ ​ແລະ​ ສາມາດ​ເຂົ້າຮ່ວມ​ກັບ​ປະຊາ​ຄົມ​ໂລກ ​ໃນ​ພາ ລະກິດ ສັນຕິພາບ, ມິດຕະພາບ ​ແລະ ​ການ​ຮ່ວມ​ມື​ພັດທະນາ.

3.2 - ສຳລັບ​ໄລຍະ ​ແຕ່ 2006 ຮອດ​ປີ 2010 ​ແມ່ນ​:
- ​ເຮັດ​ໃຫ້​ທົ່ວ​ປະ​ເທດ​ມີ​ສະຖຽນ​ລະ​ພາບ​ອັນ​ໜັກ​ແໜ້ນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ໃຫ້​ເສດຖະກິດ​ຂະຫຍາຍຕົວ ​ໃນ​ລະດັບ​ຕໍ່​ເນື່ອງ, ບັນລຸ​ຄາດໝາຍ 7,5% ຂຶ້ນ​ໄປ ​ໃນ​ແຕ່ລະ​ປີ, ດ້ວຍ​ການ​ພັດທະນາ​ຂະ​ແໜງ​ການ​ກະສິກຳ-ປ່າ​ໄມ້ ຕິດ​ແໜ້ນ​ກັບອຸດສາຫະກຳ ​ແລະ​ ການ​ບໍລິການ​ຢ່າງ​ແຂງ​ແຮງ ​ແລະ​ມີ​ຈຸດ​ສຸມ.
- ສ້າງ​ໂຄງ​ປະກອບ​ທີ່​ມີ​ຄວາມ​ສົມສ່ວນ​ຫລາຍ​ຂຶ້ນ ​ແລະ ​ມີ​ດ້ານ​ທັນ​ສະ​ໄໝ, ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທຸກ​ພາກສ່ວນ​ເສດຖະກິດ ​ແລະ ​ການ​ພົວພັນ ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ຢ່າ​ງ​ແຂງ​ແຮງ.
- ບົນ​ພື້ນຖານ​ການ​ຜະລິດ​ກະສິກຳ​ທີ່​ໜັກ​ແໜ້ນ ​ແລະ​ ການ​ຂຸດ​ຄົ້ນຂະ​ແໜງການ ທີ່​ເປັນ​ທ່າ​ແຮງ​ຢ່າງ​ມີ​ປະສິດທິ​ຜົນ​ນັ້ນ ການ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ ຕ້ອງ​ຢຸດຕິ​ ຢ່າງ​ສິ້ນ​ເຊີ​ງ ​ໂດຍ​ມີ​ອາຊີບ​ໃໝ່​ປ່ຽນ​ແທນ​ທີ່​ໝັ້ນຄົງ, ຄອບຄົວ​ທີ່​ທຸກ​ຍາກ​ ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ພື້ນຖານ.
- ປະ​ເທດ​ເຮົາ​ມີ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ-​ເຕັກນິກ, ວັດທະນະທຳ, ວິທະຍາສາດ ​ແລະ​ ບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບ ຈຳນວນ​ໜຶ່ງ ​ເພື່ອ​ຮອງ​ຮັບ​ການ​ຫັນ ​ເປັນ​ທັນ​ສະ​ໄໝ;
- ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ​ ແລະ ວັດທະນະທຳ​ ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ ​ແລະ​ ຍົກ​ສູງ​ຂຶ້ນຕື່ມ; ລາຍ​ໄດ້​ສະ​ເລ່ຍຢູ່​ໃນ​ລະດັບ 800 ​ໂດ​ລາ ຕໍ່​ຄົນ​ຕໍ່​ປີ.

4)- ສູ້​ຊົນ​ປະຕິບັດ 7 ທິດ​ທາງ, ​ໜ້າ​ທີ່​ລວມ ດັ່ງນີ້ :
4.1- ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ ແລະ​ ຄວາມ​ເປັນ​ປຶກ​ແຜ່ນ​ໃນ​ທົ່ວ​ປວງ​ຊົນ, ຍົກ​ສູງ​ຈິດ​ໃຈ​ສູ້​ຊົນ, ຄວາມ​ດຸ​ໝັ່ນປະດິດ​ສ້າງ​ ແລະ ​ນ້ໍາໃຈ​ຮັກ​ຊາດ ​ເອກະລາດ ​ເປັນ​ເຈົ້າຕົນ​ເອງ ສ້າງ​ຄວາມ​ເຂັ້ມ​ແຂງ​ ດ້ວຍ​ຕົນ​ເອງ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ​ ພັດທະນາ​ປະ​ເທດ​ຊາດ, ​ໂດຍ​ຖື​ເອົາ​ການ ​ພັດທະນາ​ເສດຖະກິດ​ເປັນ​ໃຈກາງ, ຍູ້​ແຮງ​ການ​ເຕີບ​ໂຕ​ທາງ​ເສດຖະກິດ ຕິດ​ພັນ​ກັບ​ການ​ແກ້​ໄຂ​ບັນຫາ​ສັງຄົມ, ຮັບປະກັນ​ໃຫ້​ການ​ຂະຫຍາຍ ຕົວ​ດຳ​ເນີນ​ ໄປ​ຖືກ ​ຕາມ​ຈຸດໝາຍ​ສັງຄົມ​ນິຍົມ, ກ້າວ​ໄປ​ທັນ​ກັບ​ກະ​ແສ​ການ​ພັດທະນາ​ຂອງ​ໂລກ, ກຳຈັດ​ພະຍາດ​ອາດຍາ​ສິດ ​ແລະ ​ການ​ສໍ້​ລາດ​ບັງ​ຫລວງ; ສະກັດ​ກັ້ນການ ​ຫັນປ່ຽນ​ໂດຍ​ສັນຕິ​ ຂອງອິດ​ທິກຳ ລັງ​ປໍລະ​ປັກ.

4.2- ຂຸດ​ຄົ້ນຄວາມ​ອາດ​ສາມາດ​ບົ່ມ​ຊ້ອນ​ຢູ່​ພາຍ​ໃນ​ປະ​ເທດ​ຢ່າງ​ສຸດ​ຂີດ ​ໂດຍ​ອີງ​ໃສ່​ຄົນ​ລາວ ​ແລະ ​ຊັບພະຍາກອນ​ຂອງ​ຊາດ​ທີ່​ເຮົາ​ມີ ສົມທົບ​ກັບ​ການ ​ເປັນ​ເຈົ້າການ​ຍາດ​ແຍ່ງ​ເອົາ​ການ​ຮ່ວມ​ມື​ຈາກ​ພາຍ​ນອກ; ​ເພີ່ມ​ທະວີ​ການ​ ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ, ​ເພີ່ມຄວາມ​ເປັນ​ເຈົ້າການ ​ແລະ​ ຄວາມ​ສາມາດ​ແຂ່ງຂັນ​ໃຫ້​ສູງ​ຂຶ້ນ ​ໃນ​ການ​ເຊື່ອມ​ໂຍງ​ກັບ​ບັນດາ​ປະ​ເທດ​ໃນ​ພາກພື້ນ ​ແລະ​ໃນ​ໂລກ ​ເພື່ອ​ຍູ້​ການຜະລິດ ​ແລະ​ ການ ​ບໍລິການ​ໃຫ້​ຂະຫຍາຍຕົວ; ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ​ ສ້າງ​ຄວາມ​ຮັ່ງມີ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ເທດ​ຊາດ.

4.3- ຂະຫຍາຍ​ກຳລັງ​ການ​ຜະລິດ ຕິດ​ພັນ​ກັບ​ການ​ສ້າງ ​ແລະ ​ປັບປຸງ​ການ​ພົວພັນ​ການ​ຜະລິດ​ໃຫ້​ສອດ​ຄ່ອງ ດ້ວຍ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ ​ແລະ​ ຄຸນ​ປະ​ໂຫຍດຂອງ​ທຸກ​ພາກສ່ວນ​ເສດຖະກິດ ​ໄປ​ຄຽງ​ຄູ່​ກັບ​ການປັບປຸງ ​ແລະ​ກໍ່ສ້າງ​ພາກສ່ວນ​ເສດຖະກິດ​ຂອງ​ລັດ ​ແລະ ​ພາກສ່ວນ​ເສດຖະກິດ​ຮ່ວມ​ມື​ ຂອງ​ປະຊາ​ຊົນ​ໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂຶ້ນ ​ເພື່ອ​ເປັນ​ຫລັກ​ແຫ​ລ່ງ ​ແລະ ສາມາດ​ດຳລົງ​ບົດບາດ​ເປັ​ນ​ເຈົ້າພາ​ທາງ; ປະຕິບັດ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ​ຫັນ​ເປັນ​ທັນ​ສະ​ໄໝ ບົນ​ພື້ນຖານ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່​ເຂົ້າ​ໃນ​ບາງ​ຂົງ​ເຂດ, ບາງ​ຂະ​ແໜງ​ການ​ທີ່​ເປັນ​ທ່າ​ແຮງ ​ແລະ ​ເສດຖະກິດ​ຊົນນະບົດ ​ເຊັ່ນ: ກະສິກຳ-ປ່າ​ໄມ້, ອຸດສາຫະກຳ​ປຸງ​ແຕ່ງ, ຂະ​ແໜງໄຟຟ້າ ໂດຍ​ສະ​ເພາະ​ ໄຟຟ້າ​ນ້ຳຕົກ; ການ​ບໍລິການ​ທາງ​ຜ່ານ, ກາ​ນທ່ອງ​ທ່ຽວ ​ແລະ ​ຂະ​ແໜງ​ບໍ່​ແຮ່ ເພື່ອ​ສ້າງ​ໂຄງປະກອບ ​ເສດຖະກິດ​ ກະສິກຳ-ປ່າ​ໄມ້ ຕິດ​ພັນ​ກັບ​ອຸດສາຫະກຳ ​ແລະ ​ການ​ບໍລິການ ກໍຄື ​ໂຄງ​ປະກອບ​ເສດຖະກິດ ຕາມ​ເຂດ​ແຄວ້ນ ​ໃຫ້​ເປັນ​ຕົນ ​ເປັນ​ຕົວ​ຂຶ້ນຢ່າງ​ສອດຄ່ອງ​ໃນ​ທົ່ວ​ປະ​ເທດ.

4.4- ຕັ້ງໜ້າ​ສົ່ງ​ເສີມ​ເສດຖະກິດ​ຄອບຄົວ (​ເສດຖະກິດ​ຄອບຄົວ​ ທຳມະ​ດາ, ​ເສດຖະກິດ​ຄອບຄົວ​ແບບ​ເປີດ​ກວ້າງ) ​ເພື່ອ​ຍົກ​ລະດັບ​ລາຍ​ໄດ້ ​ແລະ​ ຊີວິດ​ການ ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ​ໄປ​ພ້ອມ​ກັບການ​ລົງທຶນ​ເປັນ​ໂຄງການ ຕາມ​ບໍລິ​ເວນ​ເຂດ​ແຄວ້ນ​ທີ່​ເປັນ​ຈຸດ​ສຸມ ​ເພື່ອ​ຊ່ວຍ​ໜູນ​ເສດຖະກິດ​ຄອບຄົວ​ໃຫ້​ຂະຫຍາຍ​ຕົວ. ພ້ອມ​ກັນນັ້ນກໍ່ສ້າງ​ການ​ສະ​ສົມ​ເພື່ອ​ມີ​ທຶນຮອນ​ພັດທະນາ​ຢ່າງ​ເປັນ​ ເຈົ້າການ​ໃນ​ຂັ້ນຕໍ່​ໄປ.
​4.5- ​ເອົາ​ໃຈ​ໃສ່​ພັດທະນາ​ການ​ສຶກສາ, ສາທາລະນະ​ສຸກ ​ແລະ ​ວັດທະນະທໍາ ​ແນ​ໃສ່​ສ້າງ​ບຸກຄະລາ​ກອນ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ, ມີ​ສີມື, ມີວິຊາການ ​ແລະ ​ພະ​ລາ​ນາ​ໄມ​ສົມບູນ​ໃຫ້​ໄດ້ ​ເພື່ອ​ສາມາດ​ຕອບ​ສະ​ໜອງ​ ຄວາມ​ຮຽກ ຮ້ອງ​ຕ້ອງການ​ຂອງ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ​ພັດທະນາ​ປະ​ເທດ​ຊາດ

​4.6- ສືບຕໍ່​ປັບປຸງ​ລະບົບ​ການ​ເມືອງ, ສ້າ​ງພັກ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ ​ແລະ​ ໜັກ​ແໜ້ນ, ສຶກສາ​ອົບຮົມ ແລະ​ ບຳລຸງ​ຖັນ​ແຖວ​ສະມາຊິກ​ພັກ ​ໃຫ້​ເປັນແບບຢ່າງ​ ນຳ​ໜ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ ​ແລະ​ ການ​ດຳລົງ​ຊີວິດ​ທີ່​ສົດ ​ໃສກ້າວໜ້າ; ສ້າງ​ລັດ​ເຮົາ​ໃຫ້​​ເປັນ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ​ ເພື່ອ​ປະຊາຊົນ​ຢ່າງ​ແທ້​ຈິງ; ດຳ​ເນີນ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງຄົມ ຕາມ​ລະບຽບ​ກົດໝາຍ​ຢ່າງ​ສັກສິດ, ​ແກ້​ໄຂ​ບັນຫາ​ສັງຄົມ​ ໃຫ້​ມີ​ປະສິດທິພາບ, ​ເສີມ​ສ້າງ​ ອະລິຍະ​ທຳ​ທາງ​ດ້ານ​ຈິດ​ໃຈ ແລະ ຄວາມ​ຍຸຕິ​ທຳ​ ໃນ​ສັງຄົມ.

4.7- ດຳ​ເນີນ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ໃຫ້​ໄດ້​ດີ ດ້ວຍ​ການ​ດຳ​ເນີນ​ມາດ​ຕະການ​ຫັນ​ວຽກ, ຫັນ​ກຳລັງ​ພະນັກງານ, ພາຫະນະ, ທຶນຮອນ​ລົງ​ສູ່​ຮາກ​ຖານ, ລົງ​ເຖິງ​ປະຊາຊົນ; ສຶກສາ​ອົບຮົມ, ຈັດຕັ້ງ ​ແລະ​ ນຳພາ​ປະຊາຊົນ​ປະຕິບັດ ​ວຽກ​ງານ​ຕ່າງໆ ດ້ວຍ​ຄວາມ​ຕື່ນ​ຕົວ​ເປັນ​ເຈົ້າການ ​ແລະ​ ເປັນ​ຂະ​ບວນການ​ອັນ ​ກວ້າງຂວາງ ​ແລະ ​ຕໍ່​ເນື່ອງ​ຢູ່​ແຕ່ລະ​ຮາກ​ຖານ.

ບົນ​ພື້ນຖານ​ທິດ​ທາງ​ໜ້າ​ທີ່​ລວມດັ່ງກ່າວ, ກອງ​ປະຊຸມ​ໃຫຍ່​ໄດ້​ກຳນົດ​ທັດສະນະ ​ແລະ​ແຜນ​ນະ​ໂຍບາຍ​​ໃຫຍ່​ຕໍ່​ຂົງ​ເຂດ​ວຽກ​ງານ​ຕ່າງໆ ດັ່ງນີ້
1) ກຳນົດ​ທັດສະນະ ແລະ​ ຈຸດໝາຍ ກ່ຽວ​ກັບ​ການ​ພັດທະນາ​ປະ​ເທດ ​ໂດຍ​ເອົາ​ການ​ພັດທະນາ​ເສດຖະກິດ​ເປັນ​ໃຈກາງ, ສືບຕໍ່​ແກ້​ໄຂ​ຄວາມທຸກ​ຍາກ​ ຂອງ​ປະຊາຊົນ ​ໂດຍ​ຖື​ເອົາ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ຄອບຄົວ​ເປັນ ​ຈຸດ​ສຸມ, ບືນ​ຕົວ​ສຸດ​ຂີດ​ ປະຕິບັດ​ຄາດໝາຍ​ສູ້​ຊົນ​ ແກ້​ໄຂ​ຄວາມທຸກ​ຍາກ​ ຂອງ​ຄອບຄົວ​ ໃຫ້​ໄດ້​ໂດຍ​ພື້ນຖານ ​ໃນ​ປີ 2010; ຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ແຫ່ງ​ຊາດ​ໃຫ້​ບັນລຸ​ຄາດໝາຍ 7,5% ຂຶ້ນ​ໄປ​ໃນ​ແຕ່ລະ​ປີ.

2) ​ ​ເພີ່ມ​ປະສິດທິພາບ​ແຫ່ງ​ການ​ຄຸ້ມ​ຄອງ​ມະຫາ​ພາກ​ຂອງ​ລັດ ຕໍ່​ເສດຖະກິດ​ຕະຫລາດ ​ເພື່ອ​ຮັບປະກັນ​ໃຫ້​ເສດຖະກິດ​-ສັງຄົມ​ຂອງ​ປະ​ເທດ​ເຮົາ​ຂະຫຍາຍຕົວ​ ໄປ​ຕາມ​ທິດ​ສັງຄົມ​ນິຍົມ

3) ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໃນ​ທຸກ​ດ້ານ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງປະເທດເຮົາໃນໄລຍະໃໝ່, ​ເອົາ​ໃຈ​ໃສ່ການ​ປະຕິບັດ​ ນະ​ໂຍ ບາຍ​ສັງຄົມ​ໃຫ້​ເໝາະ​ສົມ ​ໂດຍ​ສອດຄ່ອງ​ກັບ​ເງື່ອນ​ໄຂ ​ແລະ​ ຄວາມ​ສາມາດ ​ຕົວ​ຈິງ​ຂອງ ​ເສດຖະກິດ ການ​ເງິນ​ຂອງ​ປະ​ເທດ​ເຮົາ.
4) ບູລະນະ​ລັດ​ປະຊາທິປະ​ໄຕ ຕາມ​ທິດ​ສ້າງ​ລັດ​ຂອງ​ປະຊາຊົນ,ໂດຍ​ປະຊາຊົນ ​ແລະ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ,ສ້າງ​ລັດ​ເຮົາ​ໃຫ້​ເປັນ​ລັດ​ແຫ່ງ​ກົດໝາຍ​ເທື່ອ​ລະ​ກ້າວ ພາຍ​ໃຕ້​ການ​ນຳພາ​ຂອງ ​ພັກ.

5)​ເພີ່ມ​ທະວີ​ຄວາມ​ສາມັກຄີ​​ເປັນ​ປຶ​ກ​ແຜ່ນ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ບົນ​ພື້ນຖານ​ການ​ສ້າງ​ພັນທະ​ພາບ​ກຳມະກອນ, ກະສິກອນ, ນັກຮຽນ​ຮູ້​ປັນຍາ​ຊົນ ​ປະຕິວັດ ​ໃຫ້​ແໜ້ນ​ແກ່ນ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ.

6) ປະຕິບັດ​ແນວທາງ​ປ້ອງ​ກັນຊາ​ດ ປ້ອງກັນຄວາມສະຫງົບ​ທົ່ວ​ປວງ​ຊົນຮອບດ້ານ, ປົກ​ປ້ອງ​ເອກະລາດ, ອະທິປະ​ໄຕ ​ແລະ​ ຜື​ນ​ແຜ່ນດິນ ​ອັນ​ຄົບ​ຖ້ວນ ​ຂອງ​ຊາດ​ໄວ້​ໃຫ້​ໝັ້ນຄົງ, ຮັບປະກັນ​ສະຖຽນ​ລະ​ພາບ ​ແລະ​ ຄວາມ​ສະຫງົບ​ ອັນ​ໜັກ​ແໜ້ນສຳລັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ແລະ​ການ​ທຳ​ມາ​ຫາ​ກິນ​ ຂອງ​ປະຊາຊົນ.

7) ສືບຕໍ່​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ສ້າງສັນ, ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ຢ່າງ​ຕັ້ງໜ້າ ​ແລະ​ເປັນ​ເຈົ້າການ, ປະຕິບັດ​ນະ​ໂຍບາຍ​ພົວພັນ​ແບບ​ ຫລາຍ​ທິດ, ຫລາຍ​ຝ່າຍ ​ແລະ​ ຫລາຍ​ຮູບ​ແບບ ບົນ​ພື້ນຖານ​ເຄົາລົບ ​ເອກະລາດ, ອະທິປະ​ໄຕ ​ແລະ ​ຜືນ​ແຜ່ນດິນ​ອົນ​ຄົບ​ຖ້ວນ​ຂອງ​ກັນ, ບໍ່​ແຊກ​ແຊງ​ເຂົ້າ ວຽກ​ງານ​ພາຍ​ໃນ​ຂອງ​ກັນ ​ແລະ ​ກັນ,ສະ​ເໝີ​ພາບ ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບຜົນ​ປະ​ໂຫຍດ.

* ​ເພື່ອ​ສືບຕໍ່​ ນຳພາ-ພາລະກິດ​ປ່ຽນ​ແປງ​ໃໝ່​ ​ໄປ​ສູ່​ຈຸດໝາຍ​ຢ່າງ​ມີ​ໄຊ, ກອງ​ປະຊຸມ​ໃຫຍ່​ໄດ້​ເປັນ​ເອກະ​ພາບ​ກັນ​ຕົກລົງ​ວ່າ: ຕ້ອງ​ຍົກ​ສູງ​ຄວາມ​ສາມາດ ​ແລະ ​ເພີ່ມ​ທະວີ​ບົດບາດ​ການ​ ນຳພາ​ຂອງ​ພັກ​ໃນ​ທຸກ​ດ້ານ, ສ້າງ​ພັກ​ ໃຫ້​ປອດ​ໃສ​ເຂັ້ມ​ແຂງ ​ແລະ​ໜັກ​ແໜ້ນ. ຢາກ​ເຮັດ​ໄດ້​ແນວ​ນັ້ນ ຕ້ອງ​ກຳ​ແໜ້ນ​ບັນດາ​ທິດ​ທາງ​ໜ້າ​ທີ່​ ໃຫຍ່ ດັ່ງ​ລຸ່ມ​ນີ້ :
1) ຍົກ​ສູງ​ຄຸນ​ນະພາ​ບຂອງ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ ​ແລະ ​ເອົາ​ໃຈ​ໃສ່​ປັບປຸງ​ວຽກ​ງານ​ຄົ້ນຄວ້າ​ທິດ​ສະ​ດີ ບົນ​ພື້ນຖານ​ຢຶດໝັ້ນທິດ​ສະ​ດີ​ ມາກ-​ເລ​ນິນ, ທາດ​ແທ້​ປະຕິວັດ​ຂອງ​ຊົນ​ຊັ້ນກຳມະກອນ ​ແລະ ​ອຸດົມ​ການ​ສັງຄົມ​ນິຍົມ ຢ່າງ​​ເດັດ​ດ່ຽວ.

2) ​ເພີ່ມ​ທະວີ​ວຽກ​ງານ​ສ້າງ​ພັກ​ໃຫ້​ໜັກ​ແໜ້ນ​ທາງ​ດ້ານ​ການຈັດຕັ້ງ ​ໂດຍ​ຢຶດໝັ້ນຫລັກການ​ລວມສູນ​ປະຊາທິປະ​ໄຕ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ໄປ​ພ້ອມ​ກັບ​ການ​ເພີ່ມ​ທະວີ​ລະບຽບ​ວິ​ໄນ​ພາຍ​ໃນ​ພັກຢ່າງ​ເຂັ້ມງວດ; ຕັ້ງໜ້າ​ ປັບປຸງ​ລະບອບ​ລະບຽບ​ການ ກ່ຽວ​ກັບ​ການຈັດຕັ້ງຮາກ​ຖານ​ພັັກ ​ແລະ ​ກົງຈັກ​ຊ່ວຍ​ວຽກ ​ຂອງ​ຄະນະ​ພັກ​ທຸກຂັ້ນ.

3) ​ເຊີດ​ຊູ​ຄວາມ​ເປັນ​ແບບຢ່າງ​ ນຳ​ໜ້າ ​ຂອງ​ພະນັກງານ​ ສະມາຊິກ​ພັກ ​ໃນ​ທຸກ​ການ​ເຄື່ອນ​ໄຫວ​ວຽກ​ງານ ​ແລະ​ ການ​ດຳລົງ​ຊີວິດ.

4) ສືບຕໍ່​ປັບປຸງ​ແບບ​ແຜນ​ນຳພາຂອງ​ພັກ ຕາມ​ທິດ​ເສີມ​ຂະຫ​ຍາຍ​ແບບ​ແຜນ​ນຳພາ ຕາມ​ແນວທາງ​ມະຫາຊົນ ອັນ​ເປັນ​ມູນ​ເຊື້ອ​ທີ່​ດີງາມ​ຂອງ​ພັກ​ເຮົາ; ພ້ອມ​ກັນນັ້ນ ກໍຕ້ອງ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ພາຍ​ໃນ​ພັກ, ກຳຈັດ​ປັດເປົ່າ​ແບບ​ແຜນ​ອາດຍາ​ສິດ, ອັດຕະວະ​ໄສ ​ແລະ ​ຮູບ​ການ​ໃຫ້​ໄດ້.

5) ເພີ່ມ​ທະວີ ​ແລະ​ ຍົກ​ສູງ​ຄຸນ​ນະພາ​ບຂອງ​ວຽກ​ງານ​ກວດກາ​ ດ້ວຍ​ການຄົ້ນຄວ້າ​ວາງ​ລະບຽບ​ການ ​ແລະ ​ກົນ​ໄກ​ອັນ​ລະອຽດ​ເປັນ​ລະບົບ ​ເພື່ອ​ປະຕິບັດ​ ການ​ກວດກາ ຂອງ​ການຈັດຕັ້ງຕໍ່​ບຸກຄົນ, ການ​ກວດກາ​ລະຫວ່າງ​ການ ຈັດຕັ້ງດ້ວຍ​ກັນ ກໍຄື ການ​ກວດກາຂອງຂັ້ນລຸ່ມ​ຕໍ່​ຂັ້ນ​ເທິງ​ໃຫ້​ປົກກະຕິ, ປະສານສົມທົບ ​ການ​ກວດກາ​ຂອງ​ພັກ, ຂອງລັດ ​ແລະ ​ການ​ກວດກາ​ຂອງ​ປະຊາຊົນ​ໃຫ້​ເໝາະ​ສົມ​ກົມກຽວ, ປະຕິບັດ​ລະບອບ​ກວດກາ ​ເພື່ອ​ສະກັດ​ກັ້ນ, ກວດກາ ​ເພື່ອ​ສົ່ງ​ເສີມ ​ແລະ​ ຂະຫຍາຍ​ອັນຕັ້ງໜ້າ ​ແລະ​ ປັດ​ໄຈ​ໃໝ່​ໃຫ້​ດີກ​ວ່າ​ເກົ່າ; ​ເອົາ​ໃຈ​ໃສ່​ປັບປຸງ​ວຽກ​ງານ​ປ້ອງ​ກັນ​ພັກ​ຕື່ມ​ອີກ.

6) ບຳລຸງ​ຖັນ​ແຖວ​ພະນັກງານ ທັງ​ທາງ​ດ້ານ​ຄຸນສົມບັດ ແລະ​ຄວາມ​ສາມາດ, ປັບປຸງ ​ແລະ ​ເພີ່ມ​ທະວີ​ຫລັກ​ໝັ້ນການ​ເມືອງ​ໃຫ້​ໜັກ​ແໜ້ນ, ມີ​ຄວາມ​ຈົງ ຮັກ​ພັກດີ​ຕໍ່​ປະ​ເທດ​ຊາດ ​ແລະ ມີນ້ຳ​ໃຈ​ຮັບ​ໃຊ້​ຊາດ-ຮັບ​ໃຊ້​ປະຊາຊົນ, ມີ​ແບບ​ແຜນ​ດຳລົງ​ຊີວິດ​ອັນ​ສົດ​ໃສ ​ແລະ ​ກ້າວໜ້າ, ມີ​ສະຕິ​ຕໍ່​ການຈັດຕັ້ງ ມີ​ລະບຽບວິ​ໄນ ​ແລະ ​ເຄົາລົບ​ກົດໝາຍ.
ຂອບໃຈຂໍ້ມູນຈາກ: ຂ່າວສານປະເທດລາວ 
ຂອບໃຈທີ່ອ່ານ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ (12-14/3/2001)
ໄດ້ດຳ​ເນີນ​ແຕ່ວັນ​ທີ 12-14 ​ ມີນາ 2001, ທີ່​ນະຄອນຫລວງ​ວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປະທານ ​ຂອງ ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ, ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ; ເຂົ້າຮ່ວມ​ກອງ​ປະຊຸມ​ໃຫຍ່​ມີ​ຜູ້​ແທນ 452 ສະຫາຍ ທີ່​ມາ​ຈາກ​ບັນດາ​ຂະ​ແໜງ​ການ​ອ້ອມ​ຂ້າງ​ສູນ​ກາງ, ທ້ອງ​ຖິ່ນ​ແລະ​ຮາກ​ຖານ​ຕ່າງໆ ​ໃນ​ທົ່ວ​ປະ​ເທດ ​ເຊິ່ງ​ເປັນ​ ຕົວ​ແທນ​ໃຫ້​ສະມາຊິກ​ພັກ​ທັງ​ໝົດ ຈຳນວນ 100.000 ​ກວ່າ​ສະຫາຍ.ໄດ້​ເລືອກ​ຕັ້ງ​ເອົາ​ຄະນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ 53 ສະຫາຍ, ກອງ​ປະຊຸມ​ຄັ້ງປະຖົມ​ມະລຶກ​ເລືອກ​ເອົາກົມການ​ເມືອງ 11 ສະຫາຍ ​ແລະ ​ເລືອກ​ເອົາ ສະຫາຍ ຄຳ​ໄຕ ສີ​ພັນ​ດອນ ​ເປັນ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ເປັນ​ສະ​ໄໝ​ທີ 2.
* ​ເນື້ອ​ໃນ​ຕົ້ນຕໍ​ໂດຍຫຍໍ້​ຂອງ​ມະຕິ
1) ຖອດ​ຖອນ​ໄດ້ບົດຮຽນ​ 5 ປະການ ຄື:
+ ຢຶດໝັ້ນ​ໃນລັດທິ​ມາກ-​ເລ​ນິນ ​ແລະ​ຈຸດໝາຍ​ສັງຄົມ​ນິຍົມ.
+ ເອົາ​ໃຈ​ໃສ່ປັບປຸງ​ກໍ່ສ້າງພັກ​ໃຫ້​ເຂັ້ມ​ແຂງ, ປະຕິບັດ​ຫລັກການ​ລວມສູນ​ປະຊາທິປະ​ໄຕຢ່າງ​ເຂັ້ມງວດ.
+ ເອົາ​ໃຈ​ໃສ່​ສ້າງ​ກຳລັງ​ທີ່​ຈົງ​ຮັກ​ພັກດີ, ໂດຍ​ສະ​ເພາະ ແມ່ນ​ຜູ້​ເປັນ​ຫລັກ​ແຫ​ລ່ງນຳພາ​ແຕ່ລະ​ຂັ້ນ.
+ ຢຶດໝັ້ນ​ໃນທັດສະນະ​ມະຫາຊົນ, ຖື​ປະຊາຊົນ​​ເປັນ​ກົກ.
+ ​ສ້າງ​ສະພາບ​ແວດ​ລ້ອມ​ພາຍ​ໃນ ​ແລະ​ ພາຍ​ນອກ​ອັນ​ອຳນວຍ.

2) ກ່ຽວ​ກັບ​ທິດ​ທາງ ໜ້າ​ທີ່​ຈຸດ​ສຸມ-ຄາດໝາຍ​ສູ້​ຊົນ ​ແຕ່​ນີ້ຮອດ​ປີ 2020:
- ເຮັດ​ໃຫ້​ປະ​ເທດ​ຊາດ​ຫລຸດ​ພົ້ນຈາກ​ຄວາມ​ດ້ອຍ​ພັດທະນາ,​ ເປັນ​ປະ​ເທດ​ທີ່​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ ​ແລະ ມີ​ຄວາມ​ສະຫງົບ​-ປອ​ດ​ໄພ​ທາງ​ສັງຄົມ ​ຢ່າງໜັກ​ແໜ້ນ; ​ເສດ​ຖະກິດ​ຂະຫຍາ​ຍ ຕົວ​ຕໍ່​ເນື່ອງ ​ແລະ ​ໝັ້ນທ່ຽງ ​ດ້ວຍ​ຈັງຫວະ​ໄວພໍ​ສົມຄວນ; ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ລື່ນ​ລະດັບ ປະຈຸ​ບັນ 3 ​ເທົ່າ, ​ເສດຖະກິດ​ແຫ່ງ​ຊາດ ​ມີ​ພື້ນຖານ​ອັນ​ໝັ້ນຄົງ​ດ້ວຍ​ໂຄງ​ປະກອບ​ກະສິກໍາ-ປ່າ​ໄມ້ຕິດ​ແໜ້ນ​ກັບ​ ອຸດສາຫະກຳ ​ແລະ​ ບໍລິການ​ທີ່​ມີ​ຄວາມ​ສົມສ່ວນ ​ແລະ ​ຕັ້ງໜ້າ; ​ເສດຖະກິດ​ຕະຫລາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ ​ໄດ້​ເປັນ​ລະບົບ ​ແລະ​ ມີ​ປັດ​​ໄຈ​ພື້ນຖານ​ແຫ່ງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ​ທັນ​ສະ​ໄໝ, ບັນດາ​ພາກສ່ວນ ​ເສດຖະກິດລ້ວນ ​ແຕ່​ຂະຫຍາຍຕົວ​ຢ່າງ​ກົມກຽວ ແລະ ​ເປັນ​ອົງ​ປະກອບ​ກໍາລັງ​ແຮງ​ຂອງ​ເສດຖະກິດ​ແຫ່ງ​ຊາດ, ​ໃນ​ນັ້ນ ພາກສ່ວນ​ເສດຖະກິດ​ຂອງ​ລັດ ​ແລະ ​ພາກສ່ວນ​ເສດຖະກິດ​ຮ່ວມ​ມື​ຂອງ​ປະຊາຊົນ​ກວມ​ສ່ວນຫລາຍ​ໃນ​ເສດຖະກິດ​​ແຫ່ງ​ ຊາດ. ລະບົບ​ການ​ເມືອງທີ່​ມີ​ພັກ​ປະຊາຊົນ ​ປະຕິວັດ​ລາວ​ເປັນ​ ແກນ​ນຳ​ມີ​ຄວາມ​ໜັກ​ແໜ້ນ, ລັກສະນະ​ລັດ​ຂອງ​ປະຊາບ​ຊົນ ​ໂດຍ​ປະຊາຊົນ ​ແລະ​ ເພື່ອ​ປະຊາຊົນ ສະ​ແດງ​ອອກ​ຈະ​ແຈ້ງ, ສິດທິ​ຂອງ​ພົນລະ​ເມືອງ​ມີ​ການ​ຮັບປະກັນ​ ດ້ວຍ​ການ​ຄຸ້ມ​ຄອງ​ຕາມ​ກົດໝາຍ​ທີ່ສັກສິດ, ປະຊາຊົນ​ບັນດາ​ເຜົ່າ​ມີ​ຄວາມ​ສາມັກ​ຄີ​ເປັນ​ປຶກແຜ່ນ, ມີ​ລະດັບ​ການ​ສຶກສາ​ທົ່ວ​ໄປຈົບ​ມັດທະຍົມ​ຕອນ​ຕົ້ນ, ​ໄດ້​ຮັບ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ​ຢ່າງ​ທົ່ວ​ເຖິງ ​ແລະ ​ມີ​ເງື່ອນ​ໄຂ​ພັດທະນາ​ຕົນ​ເອງ​ດີ​ຂຶ້ນ; ວັ​ດທະນະ​ທຳ​ອັນ​ດີງາມ ​ຂອງ​ຊາດ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ ​ແລະ ​ພັດທະນາ​ໃຫ້​ອຸດົມ​ຮັ່ງມີ​ຕື່ມ​ອີກ. ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ມີ​ການ​ພົວພັນ​ຮ່ວມ​ມື​ກວ້າງຂວາງ​ກັບ​ນາໆ​ຊາດ ​ເພື່ອ​ຜົນ​ປະໂຫຍດອັນ​ຊອບ​ທໍາຂອງ​ຊາດ​ ແລະ​ ສາມາດ​ເຂົ້າຮ່ວມ​ໃນ​ການ​ເຄື່ອນ​ໄຫວ​ສາກົນ​ໄດ້​ຢ່າງ​ເປັນ​ເຈົ້າການ.
* ຄາດໝາຍ​ສູ້​ຊົນສຳລັບ​ໄລຍະ 5 ປີ ຕໍ່ໜ້າ 2001-2005:
1) ຮັບປະກັນ​ໃຫ້​ປະ​ເທດ​ບຊາດສືບຕໍ່​ມີ​ຄວາມ​ສະຫງົບ​ທາງ​ສັງຄົມ ​ແລະ​ ມີ​ສະຖຽນ​ລະ​ພາບ​ທາງ ດ້ານ​ການ​ເມືອງອັນ​ໜັກ​ແໜ້ນ.

2) ​ຮັບປະກັນ​ໃຫ້​ເສດຖະກິດຂະຫຍາຍຕົວ​ຕໍ່​ເນື່ອງ ​ໃນ​ລະດັບ​ສະ​ເລ່ຍບໍ່​ຫລຸດ 7% ຕໍ່​ປີ ທັງ​ມີ​ຄວາມ​ໝັ້ນ ທ່ຽງ ​ແລະ ​ຖືກ​ທິດ.

3) ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນໃຫ້​ໄດ້​ກວ່າ​ເຄິ່ງໜຶ່ງ​ຂອງ​ຈຳນວນຄອບຄົວທີ່​ທຸກ​ຍາກ​​ໃນ​ປະຈຸ​ບັນ.

4) ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ​ໃຫ້​ໄດ້​ໂດຍ​ພື້ນຖານ ​ແລະ ​ຢຸດຕິ​ການ​ປູກ​ຝິ່ນ​​ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ.

5) ສ້າງ​ກິດຈະກຳ ອັນ​ເປັນ​ພື້ນຖານ​ໃຫ້​ໄດ້​ຈຳນວນ​ໜຶ່ງ​ ເພື່ອ​ການ​ກ້າວ​ເຂົ້າສູ່​ການ ຫັນ​ເປັນ​ອຸດສາຫະກຳ ​ແລະ​ ທັນ​ສະ​ໄໝ​ໃນ​ຂັ້ນຕໍ່​ໄປ.

6) ສ້າງ​ພົນລະ​ເມືອງລາວ ​ໃຫ້​ເປັນ​ຜູ້​ມີ​ຄຸນສົມບັດ ສິນ​ທຳ, ຮູ້ຈັກ​ກົດໝາຍ ​ແລະ​ເຄົາລົບ​ກົດໝາຍ, ມີ​ສຸຂະພາບ​ແຂງ​ແຮງ, ມີ​ຄວາມ​ທົນ​ທານ​ຕໍ່ໜ້າ​ທີ່​ວຽກ​ງານ.

7) ສ້າງ​ບຸກຄະລາ​ກອນ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ການ​ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ.

8) ກ່ຽວ​ກັບ​ດ້ານ​ການ​ເມືອງ​ແມ່ນ​ຕ້ອງ​ຮັກສາ ແລະ ​ເຊີດ​ຊູ​ບົດບາດ​ການ​ນໍາຂອງ​ພັກ​ໃຫ້​ສູງ​ຂຶ້ນ, ສ້າງ​​ໃຫ້ລັດ​ມີ​ຄວາມ​ສັກສິດໃນ​ການ​ບໍລິຫານ ​ແລະ ​ຫລຸດຜ່ອນ​ ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ລົງ​ໃຫ້​ໄດ້.

9) ກ່ຽວ​ກັບ​ຂົງ​ເຂດ​ການຕ່າງປະ​ເທດ, ​ມີ​ການ​ພົວພັນ​ມິດຕະພາບ ກັບ​ນາໆ​ຊາດ ​ແລະ​ ມີ​ການ​ຮ່ວມ​ມື​ກັບ​ເພື່ອນ​ມິດ​ໃນ​ໂລກ​ ຢ່າງ​ກວ້າງຂວາງ.

* ຄາດໝາຍ​ສູ້​ຊົນສຳລັບ ​ໄລຍະ ປີ 2006-2010 :
- ​ເສດຖະກິດ​ຂະຫຍາຍຕົວ​ຕໍ່​ເນື່ອງ​ໂດຍ​ສະ​ເລ່ຍບໍ່​​ໃຫ້ຫລຸດ 7% ຕໍ່​ປີ;
- ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າຢ່າງ​ສິ້ນ​ເຊີງ, ຄອບຄົວ​ທີ່ທຸກ​ຍາກ​ໃຫ້​ໄດ້​ຮັບ​ການ​ແກ້​ໄຂ;
-​ ມີ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ ​ແລະ ​ບຸກຄະລາ​ກອນ​​ເພື່ອຮອງ​ຮັບການຫັນ​ເປັນ ອຸດສາຫະກຳ ​ແລະ ທັນ​ສະ​ໄໝ

ເພື່ອ​ຈັດຕັ້ງປະຕິບັດ​ຄາດໝາຍ​ສູ້​ຊົນ​ທີ່​ວາງ​ອອກ​ນັ້ນ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ກອງ​ປະຊຸມ​ໄດ້​ວາງ​ທິດ​ທາງໜ້າ​ທີ່​ລວມ ຄື:
- ເພີ່ມ​ທະວີ​ຄວາມ​ສາມັກຄີ​​ເປັນ​ເອກະ​ພາບພາຍ​ໃນ​ພັກ ​ແລະ ​​ໃນທົ່ວ​ປວງ​ຊົນ​, ​ເສີມ​ຂະຫຍາຍ​ ນ້ຳ​ໃຈ​ຮັກ​ຊາດ, ​ເອກະລາດ ​ເປັນ​ເຈົ້າຕົນ​ເອງ, ສ້າງ​ຄວາມ ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຂຸດ​ຄົ້ນຄວາມ​ອາດ​ສາມາດ​ບົ່ມ​ຊ້ອນ​ຢູ່​ພາຍ​ໃນ ​ຢ່າງ​ສຸດ​ຂີດ ສົມທົບ​ກັບ​ການ​ຍາດ​ແຍ່ງ​ເອົາ​ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ຈາກ​ພາຍ​ນອກ ​ຢ່າງ​ຕັ້ງໜ້າ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ​ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ແລະ​ ສືບຕໍ່​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່.

1) ທົ່ວ​ພັກ, ທົ່ວ​ປວງ​ຊົນ​ເຮົາ​ຕ້ອງ​ພ້ອມ​ກັນ​ສຸມ​ເຫື່ອ​ແຮງ ​ແລະ​ ສະຕິ​ປັນຍາ​ໃສ່​ການ​ຂະຫຍາ​ຍ​ເສດຖະກິດ ​ໂດຍ​ຖື​ເອົາກນສ້າງສາ​ພັດທະນາ​ເສດຖະກິດ ​ເປັນ​ໜ້າ​ທີ່​ ໃຈກາງຕິດ​ພັນ​ກັບ​ການ​ແກ້​ໄຂ​ບັນຫາ​ສັງຄົມ ​ແລະ ​ການ​ພັດທະນາ ​ຄົນ​ລາວ​ໃຫ້​ມີ​ຄວາມ​ກ້າວໜ້າ​ໄປ​ພ້ອມ​ແຕ່​ຫົວທີ; ມີ​ມາດ​ຕະການ​ອັນ​ຄົບ​ຊຸດ ​ເພື່ອ​ແກ້​ໄຂ​ ຄວາ​ມທຸກ​ຍາກ​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ​ຢ່າງ​ຈະ​ແຈ້ງ.

2) ເພີ່ມ​ທະວີ​ບົດບາດ​ການ​ນຳພາ​ຂອງ​ພັກ ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ ​ໄປ​ຄຽງ​ຄູ່​ກັບ​ການ​ປັບປຸງ​ກົງຈັກ​ລັດ​ໃຫ້​ມີ​ຄວາມ​ສັກສິດ ​ແລະ ​ມີ​ປະສິດທິພາບ. ຊຸກຍູ້​ວຽກ​ງານ ​ແນວ​ໂຮມ ​ແລະ ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຈັດຕັ້ງມະຫາຊົນ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າຂອງ​ປະຊາຊົນ​ຢ່າງ​ຕັ້ງໜ້າ.
ຂອບໃຈຂໍ້ມູນຈາກ: ຂ່າວສານປະເທດລາວ
ຂອບໃຈທີ່ອ່ານ