13 April 2018

ແຄນມໍລະດົກລາວ ມໍລະດົກໂລກ

(ຮູບຈາກລູກສິດ ທີ່ມັກເປົ່າແຄນ)
ແຄນເປັນເຄື່ອງດົນຕຣີພື້ນເມືອງຊະນິດໜຶ່ງທີ່ມີມາຕັ້ງແຕ່ບູຮານນະການຂອງຄົນລາວ. ແຕ່ຖ້າຖາມວ່າ ແມ່ນ ຜູ້ໃດເປັນຄົນຜະລິດແຄນ ຫລື ເຮັດແຄນເປັນຄົນທຳອິດ ແລະ ເປັນຫຍັງຕ້ອງເອີ້ນວ່າ: “ແຄນ” ແລ້ວມາ ຮອດ ເວລານີ້ຍັງບໍ່ມີຫລັກຖານຢັ້ງຢືນທີ່ແນ່ນອນ ມີພຽງນິທານປະຣຳປະຣາເລົ່າສືບໆຕໍ່ກັນມາຫລາຍເລື່ອງ… 
ແຄນແມ່ນເຄື່ອງດົນຕີອຳມະຕະຂອງຄົນລາວເຊິ່ງເປັນສິ່ງທີ່ຕິດພັນຢ່າງສະໜິດແໜ້ນກັບຊີວິດມາຊ້ານານ, ແຄນສາມາດກ່ອມອາລົມຄົນໃຫ້ມ່ວນຊື່ນສຸກສັນໃນຍາມມີໄຊຊະນະ ແລະ ປະສົບຜົນສຳເລັດ. ນອກນີ້ແລ້ວ ແຄນ ຍັງສາມາດກ່ອມຈິດໃຈໃຫ້ຄົນຄຶດຮອດບ້ານເກົ່າເມືອງຫລັງທີ່ເຄີຍພັກອາໄສ, ເຮັດໃຫ້ຄຶດຮອດອະດີດ. ຜູ້ເຖົ້າ ຜູ້ແກ່ ເມື່ອໄດ້ຟັງສຽງແຄນລາຍຕ່າງໆ ເຊັ່ນ: ລົມພັດໄຜ່, ແມ່ຮ້າງກ່ອມລູກ, ກາເຕັ້ນກ້ອນ, ໂປ້ຊ້າຍ, ລ່ອງນ້ອຍ, ລ່ອງໃຫຍ່, ສຸດສະແນນ, ເດີນດົງ ຫຼື ເປົ່າໃນຈັງຫວະຂັບລຳທ້ອງຖິ່ນບ້ານເຮົາ ບາງຄົນຟັງແລ້ວ ກໍພໍຢາກຮ້ອງໄຫ້ ນຳພຸ້ນລະ. 
ແຄນເປັນເຄື່ອງດົນຕີປະເພດໃຊ້ປາກເປົ່າດ້ວຍວິທີສູບລົມເຂົ້າ-ອອກຕາມຈັງຫວະ ແລະ ທຳນອງ ຫຼື ລາຍ ທີ່ໄດ້ກຳນົດຢ່າງຄັກແນ່. ແຄນລາວປະກອບມີ ໔ ພາກສ່ວນສຳຄັນຄື: ໄມ້ລູກແຄນ(ໄມ້ອໍ້), ເຕົ້າແຄນ (ໄມ້ດູ່ ຫຼື ໄມ້ແຄນ), ລີ້ນແຄນເຮັດດ້ວຍທອງ ຫຼື ເງິນ, ສະເພາະຂີ້ສູດແມ່ນໃຊ້ໄວ້ຍຶດຕິດລະຫວ່າງລູກແຄນກັບເຕົ້າແຄນ ໃຫ້ແໜ້ນ ທັງບໍ່ໃຫ້ລົມຝິ່ວ ແລະ ເອົາໄວ້ຕິດຮູແຄນ ເພື່ອບັງຄັບໃຫ້ການອອກສຽງໄດ້ດັ່ງໃຈ. 
ບາງທັດສະນະບອກວ່າແຄນມີ ໒ ຊະນິດຕົ້ນຕໍຄື: ແຄນນ້ອຍ(ຍາວສອກຄືບ, ສອງສອກ ຫລື ສອງສອກ ຄືບ) ແລະ ແຄນໃຫຍ່ (ຍາວ ສາມສອກ, ສາມສອກຄືບ ຫລື ສີ່ສອກ ແລະ ເຄີຍມີຮອດຫົກສອກ)ແຄນນີ້ ຍັງຈັດ ອອກເປັນ ໒ ປະເພດຄື: ແຄນເຈັດ ແລະ ແຄນແປດ(ແຄນເຈັດມີລູກເຈັດຄູ່, ແຄນແປດມີລູກແປດຄູ່) ແຕ່ໝໍແຄນ ບາງຄົນກໍເວົ້າວ່າແຄນມີ ໔ ຊະນິດຄື: 
໑. ແຄນຫົກ: ເປັນແຄນສໍ່ານ້ອຍເອີ້ນວ່າ ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ ໓ ລູກ ມີສຽງນຳ ກັນ ໕ ສຽງຄື: ຟາ-ຊອນ-ລາ-ໂດ-ເຣ. 
໒. ແຄນເຈັດ: ເປັນແຄນສ່ຳກາງມີລູກຂ້າງລະ ໗ ລູກ, ແຄນສ່ຳກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ ໗ ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ. 
໓. ແຄນແປດ: ເປັນແຄນສໍ່າກາງເຊິ່ງໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ ໃຊ້ສຳລັບເປົ່າດ່ຽວໂດຍປະສົມປະ ສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່. 
໔. ແຄນເກົ້າ: ເປັນແຄນທີ່ມີລູກຂ້າງລະເກົ້າ, ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມເປົ່າໃສ່ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ, ລຳນິທານແຕ່ເກົ່າ. ໃນປະຈຸບັນປາກົດວ່າ ໃນວົງການໝໍລຳບໍ່ມັກໃຊ້ກັນແລ້ວ ແຕ່ໃນ ບາງເຂດກໍມີການຂົບງັນບຸນປະເພນີດ້ວຍສຽວແຄນຢູ່. 
ໂດຍທົ່ວໄປພວກເຮົາເຫັນ “ແຄນ” ທີ່ໃຊ້ເປົ່າທົ່ວໄປຂອງລາວລຸ່ມຈະມີຫົກຄູ່, ເຈັດຄູ່, ແປດຄູ່ ແລະ ເກົ້າຄູ່ ສ່ວນ ແຄນລາວສູງມີ ສາມຄູ່ ເຊິ່ງໃຊ້ເປົ່າໃນງານຕ່າງໆພາຍໃນບ້ານຂອງຕົນເອງ.
“ແຄນ” ໂດຍທົ່ວໄປແລ້ວເຮັດດ້ວຍ “ໄມ້ອໍ້” ຫລືບາງທ້ອງຖິ່ນເອີ້ນວ່າ: “ໄມ້ເຮ້ຍນ້ອຍ” ໂດຍມີວິທີການ ເຮັດ ຢ່າງປານີດ, ລີ້ນຂອງແຄນທີ່ກໍ່ໃຫ້ເກີດ “ສຽງ” ເຮັດດ້ວຍເງິນສົດ, ການປ້ອງກັນບໍ່ໃຫ້ລົມຝິ່ວໃນເວລາເປົ່າ ເພິ່ນໄດ້ໃຊ້ “ຂີ້ສູດ” ຕິດໄວ້ກັບເຕົ້າ ການເຮັດແບບນີ້ຍັງເປັນວິທີການເຮັດໃຫ້ລູກແຄນຍຶດຕິດກັບເຕົ້າໄດ້ແໜ້ນດີ. 
ການເປົ່າແຄນເພິ່ນຈະໃຊ້ມືສອງຂ້າງຕຸ້ມເຕົ້າແຄນໄວ້ແໜ້ນ, ນິ້ວມືທັງສິບ(ສອງຂ້າງ)ມີໜ້າທີ່ໃນການປິດ ເປີດລົມໃນປ່ອງທີ່ເພິ່ນເຈາະຮູໄວ້ ເພື່ອກໍ່ໃຫ້ເກີດການປ່ຽນແປງຂອງສຽງຕາມຈັງຫວະຂອງຜູ້ເປົ່າທີ່ໃຊ້ປາກຕິດກັບ ເຕົ້າແຄນ ເພື່ອເປົ່າລົມເຂົ້າ ຫລື ອອກຕາມຈັງຫວະຂອງເພງທີ່ຕ້ອງການ. 
ສວ່ນຫລາຍແມ່ນໃຊ້ເປົ່າສະແດງລວດລາຍ , ຄວາມສາມາດ ແລະ ພະລະກຳລັງ ຄວາມກ້າຫານຂອງຜູ້ເປົ່າ ເຊິ່ງບໍ່ໄດ້ປະກອບ ໃຫ້ກັບການຂັບລຳພື້ນເມືອງແຕ່ຢ່າງໃດ. ເມື່ອພວກເຮົາຫວນຄືນ ແລະ ຮຽນຮູ້ວັດທະນະທຳ ຂອງຊາດຫຼາຍເທົ່າໃດ ຍິ່ງເຮັດໃຫ້ພວກເຮົາ ຫຼື ເວົ້າວ່າ ຜູ້ໃດຫາກມີເຊື້ອຊາດລາວຈະມີຄວາມຜູກພັນກັບ ວັດທະ ນະທໍາຂອງຊາດຕົນ.
ຄົນລາວທຸກໆຄົນ ບໍ່ວ່າຫນຸ່ມນ້ອຍ ຍິງ - ຊາຍ ເຖົ້າແກ່ ທີ່ມີນໍ້າໃຈຮັກຊາດ ແລະ ຮັກວັດທະນະທຳທີ່ເປັນມູນເຊື້ອຂອງຊາດລາວ ຄວນພ້ອມກັນຫັນມາອະນຸລັກຮັກສາ ແລະ ສົ່ງເສີມຄົນລາວໃຫ້ຮູ້ການຮັກສາວັດທະນະທຳ ດັ່ງແຄນ ເລີ່ມແຕ່ມື້ນີ້ ແລະ ພ້ອມກັນສືບຕໍ່ພັດທະນາກ້າວໄປແຕ່ລະຂັ້ນ ດວ້ຍຄວາມເຊື່ອໝັ້ນ ເພື່ອຮັກສາມໍລະ ດົກຕົກທອດຂອງບັນພະບູລຸດເຮົານີ້ເອົາໄວ້.
(ພໍ່ຕູ້ນີ້ ເປັນຄົນພິການ ແຕ່ເພິ່ນເປັນຊ່າງແຄນ ຢູ່ທາງ ໜອງເປັດ-ຊຽງຂວາງ)
(ຂອບໃຈທີ່ອ່ານ)

02 April 2018

ເລື່ອງຂອງການປ່ຽນ ຈ.ສ ແລະ ພ.ສ

ຫາກມີຄົນຖາມວ່າ ມື້ນີ້  ວັນທີ ໒ ເມສາ ຄ.ສ ໒໐໑໘ ເປັນປີ ພ.ສ.ໃດ ? ມັນແມ່ນປີ ພ.ສ. ໒໕໖໑ ຫຼື ໒໕໖໐ ຖ້າເຮົາຕອບວ່າ ເປັນປີ ພ.ສ ໒໐໖໑ ນັ້ນແມ່ນ ຜິດ ແຕ່ຫາກຕອບວ່າ ເປັນປີ ພ.ສ ໒໕໖໐  ແມ່ນຖືກ... 
ຄົນທີ່ຕອບ ວ່າເປັນປີ ພ.ສ ໒໕໖໑ ນັ້ນສ່ວນໃຫຍ່ອາດຈະເປັນເດັກນ້ອຍ, ໄວລຸ້ນ ຫລື ຜູ້ທີ່ຈື່ມາຈາກການເບິ່ງແຕ່ໂທລະພາບໄທ, ຟັງວິທະຍຸໄທ ກະເລີຍຕອບແບບຄົນໄທ ເພາະວ່າປະເທດໄທນັ້ນ ລັດຖະບານຂອງເຂົາໄດ້ປະກາດໃຊ້ ພ.ສ. ເປັນທາງການນັບມາແຕ່ປີ ຄ.ສ.໑໙໑໒ ເປັນຕົ້ນມາ ແລະ ໄດ້ກຳນົດເອົາການປ່ຽນໃຊ້ ພ.ສ ກັງກັບ ວັນທີ ໑ ມັງກອນ ຄືກັບການປ່ຽນປີ ຄ.ສ. ເລີ່ມໃຊ້ມາ ແຕ່ປີ ຄ.ສ ໑໙໔໒ ເຊິ່ງຕ່າງຈາກປະເທດລາວຂອງເຮົາ ທີ່ຍັງຖືເອົາມື້ ແຮມ ໑ ຄໍ່າ ເດືອນຫົກ(໖) ຂອງປີລາວ ເປັນມື້ປ່ຽນ ພ.ສ ໂດຍນັບເອົາວັນວັນຫລັງຈາກພຣະພຸດທະເຈົ້າປະລິນິບພານ(ມື້ເດືອນຫົກເພັງ)ເປັນມື້ປ່ຽນ ພ.ສ ຫລື ພຸດທະສັກກະລາດ ຫລື ພຸດທະສັງກາດ.
ຄົນລາວທີ່ຮັກ ແລະ ຍືດຖືຮີດຄອງປະເພນີ ແລະ ປະຕິທິນລາວຕາມຫຼັກໂຫລາສາດລາວທີ່ຕິດພັນກັບພຸດທະສັງກາດ (ພ.ສ.) ແລະ ຈຸລະສັງກາດ (ຈ.ສ.) ຜູ້ທີ່ມີບົດບາດໃນການປົກປັກຮັກສານີ້ກໍຄື ພຣະສົງ ສາມະເນນ ເພາະພຣະສົງສາມະເນນນັ້ນ ໄດ້ນຳພາປະຕິບັດຮີດ ໑໒ ຄອງ ໑໔ ໃຫ້ຖືກຕ້ອງສອດຄ່ອງກັບວັດທະນະທຳອັນດີງາມຂອງລາວ ໂດຍໄດ້ຍຶດຖື່ວ່າ ຫຼັກການປ່ຽນປີໃໝ່ ປີ ພ.ສ. ແມ່ນວັນບຸນວິສາຂະບູຊາຂອງແຕ່ລະປີຜ່ານໄປ.
ດ້ວຍເຫດຜົນນີ້ ຄຳຕອບທີ່ຖືກຕ້ອງຕໍ່ຄຳຖາມ ມື້ນີ້ ວັນທີ ໒ ເມສາ ປີ ຄ.ສ ໒໐໑໘ ຈິ່ງແມ່ນ ປີ ພ.ສ. ໒໕໖໐ ຢູ່ ຈົນກ່ວາຈະຮອດທ້າຍເດືອນໜ້າ ວັນທີ ໒໙ ເມສາ ໒໐໑໘ ຈຶ່ງຮອດມື້ບຸນວິສາບູຊາ ວັນທີ ໓໐ ເມສາ ຈິ່ງປ່ຽນເປັນມື້ທຳອິດ(ມື້ທີ ໑)ຂອງປີ ພ.ສ.໒໕໖໑.
ຍ້ອນມີຄົນລາວຈຳນວນນ້ອຍເຂົ້າໃຈວ່າດຽວນີ້ ແມ່ນປີ ພ.ສ. ໒໕໖໑ ເພາະເຄີຍເຫັນພິມຢູ່ໃນບົດອວຍພອນ, ບັດອວຍພອນ, ຂຽນຕາມປ້າຍຕ້ອນຮັບປີໃໝ່ ທີ່ຂຽນບອກວ່າເປັນປີ ພ.ສ ໒໕໖໑ ໂດຍບໍ່ໄດ້ຄຳນຶງເຖິງວ່າພວກເຮົາກຳລັງຢູ່ປີ ພ.ສ ໃດແທ້.
ຫາກເຮົາຂຽນວ່າ: “ຕ້ອນຮັບປີໃໝ່ລາວ ຈ.ສ ໑໓໘໐ ປີ ຈໍ ຫຼື ປີ ເປີກເສັດ” ເວົ້າ ຫຼື ຂຽນ ແບບນີ້ແມ່ນຖືກຕ້ອງທີ່ສຸດຕາມຕຳລາໂຫລະສາດລາວ ໃນໄລຍະເທສະການບຸນສົງການປີໃໝ່ລາວ ຊຶ່ງຈະມາເຖິງໃນວັນທີ ໑໔ - ໑໖ ເມສາ ຄ.ສ ໒໐໑໘ ພວກເຮົາຈະໄດ້ສະເຫຼີມສະຫຼອງປີ ຈຸລະສັງກາດ ຫຼື ຈຸລະສັກກະລາດ ຫລື ປີ ຈ.ສ ທີ່ເປັນເອກະລັກອັນໜຶ່ງຂອງວັດທະນະທຳປະຈຳຊາດລາວເຮົາ ທີ່ຍຶດຖືມາຫລາຍເສັ່ນຄົນ.
ກົງກັນຂ້າມ ຖ້າພວກເຮົາເວົ້າ ຫຼື ຂຽນວ່າ: “ຕ້ອນຮັບປີໃໝ່ລາວ ພ.ສ. ໒໕໖໑” ແມ່ນຜິດພາດ ເພາະສະແດງໃຫ້ເຫັນວ່າ ພວກເຮົາເຂົ້າໃຈຜິດ ຫຼື ບໍ່ໄດ້ເຂົ້າໃຈຄົບຖ້ວນກ່ຽວກັບປະຕິທິນ ໓ ລະບົບ ທີ່ຕິດພັນກັບຄົນລາວ ຄື ຈຸລະສັງກາດ (ຈ.ສ.), ພຸດທະສັງກາດ (ພ.ສ.) ແລະ ຄຼິດຕະສັງກາດ(ຄ.ສ).
ຫຼັກໂຫລະສາດລາວໄດ້ບົ່ງບອກວ່າ ການສົ່ງທ້າຍປີ ຈ.ສ.ເກົ່າ ກັບການຮັບຕ້ອນປີ ຈ.ສ.ໃໝ່ ນັ້ນແມ່ນເຫດຜົນຕົ້ນຕໍໃນການຈັດຕັ້ງບຸນປີໃໝ່ລາວ; ສ່ວນວ່າການປ່ຽນ ປີ ພ.ສ. ແມ່ນເກີດຂຶ້ນຫຼັງວັນວິສາຂະບູຊາຂອງທຸກໆປີ (ວັນສົງການມາກ່ອນວັນວິສາຂະວິບູຊາສະເໝີ) ເພາະສະນັ້ນ ບຸນສົງການປີນີ້ ພວກເຮົາຍັງຢູ່ໃນປີ ພ.ສ ໒໕໖໐ ຢູ່ ເພາະຍັງອີກປະມານ ໒ ອາທິດຂ້າງໜ້າ ຈິ່ງປ່ຽນປີ ພ.ສ ເກົ່າ ໄປສູ່ປີ ພ.ສ ໃໝ່, ປ່ຽນຈາກປີ ພ.ສ ໒໕໖໐ ເປັນ ປີ ພ.ສ ໒໕໖໑. ສະນັ້ນ ໃນໂອກາດບຸນສົງການປີໃໝ່ລາວ ຖ້າພວກເຮົາຂຽນຄຳຂວັນວ່າ: “ຕ້ອນຮັບປີໃໝ່ ພ.ສ.໒໕໖໑” ມັນຄົງເປັນຕາຢາກຫົວສຳລັບຜູ້ຮູ້ ເພາະວ່າມັນຍັງບໍ່ທັນຮອດວັນນັ້ນເທື່ອ.
ບຸນສົງການປີນີ້ແມ່ນ ປີ ຈ.ສ. ໑໓໗໙ ຈະສິ້ນສຸດລົງໃນມື້ສັງຂານລ່ວງ ເຊິ່ງກົງກັບວັນເສົາ ວັນທີ ໑໔ ເມສາ ປີ ຄ.ສ ໒໐໑໘ ແມ່ນມື້ແຮມ ໑໔ ຄ່ຳ ດືອນຫ້າ(໕) ປີລະກາ(ໄກ່)ເວລາ ໙ ໂມງ ໑ ນາທີ ໔໘ ວິນາທີ ຕໍ່ໃສ່ວັນອາທິດ ໑໕ ເມສາເປັນມື້ເນົາ ເຊິ່ງເປັນມື້ທີ່ຢູ່ຂໍ້ຕໍ່ລະ ຫວ່າງປີເກົ່າກັບປີໃໝ່; ສ່ວນມື້ຂຶ້ນວັນປີໃໝ່ (ມື້ສັງຂານຂຶ້ນ) ແມ່ນ ວັນຈັນ ວັນທີ ໑໖ ເມສາ ປີ ຄ.ສ ໒໐໑໘ ກົງກັບມື້ອອກໃໝ່ ໒ ຄ່ຳ ເດືອນຫົກ(໖) ເປັນມື້ປ່ຽນ ປີ ຈຸລະສັກ ກະລາດ ຫຼື ຈຸລະສັງກາດ ຫຼື ປີ ຈ.ສ ຈາກ ໑໓໗໙ ເປັນ ປີ ໑໓໘໐ ເວລາ ໑໒ ໂມງ ໌໙ ນາທີ ໒໔ ວິນາທີ ເປັນຕົ້ນໄປ ພ້ອມກັນນັ້ນກໍເປັນການປ່ຽນຈາກປີລະກາ (ໄກ່) ມາເປັນ ປີຈໍ(ໝາ) ຫຼື ປ່ຽນຈາກປີ “ເມີງເຮົ້າ” ມາເປັນ ປີ “ເປີກເສັດ”....ນັ້ນແລ...
ສະບາຍດີປີໃໝ່ ຈ.ສ ໑໓໘໐
(ຂອບໃຈທີ່ອ່ານ)

05 March 2018

ຈະໜີຈາກປະຊາຊົນໄດ້ຢ່າງໃດ...

(ຕົ້ນຕານ ສັນຍາລັກ ທ່າເຮືອ-ເຂດເມືອງເກົ່າ-ທ່າແຂກ)
ຫວນຄືນອະດີດ ໃນວັນທີ 21 ມີນາ 1946 ວັນເສຍສະຫຼະຊີວິດ ເພື່ອປະເທດຊາດ (ວັນຄຽດແຄ້ນຂອງປະຊາຊົນລາວ ຊາວເມືອງທ່າແຂກ ແຂວງຄຳມ່ວນກໍຄືປະຊາຊົນລາວ)ຄົບຮອບ 72 ປີ ໃນວັນທີ 21 ມີນາ 2018 ນີ້!
(ຂອບໃຈເຈົ້າຂອງພາບ-ຈາກອິນເຕີເນັທ)
ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງປະລາໄຊ ແລະ ລາວເຮົາໄດ້ປະກາດເອກະລາດບໍ່ຂຶ້ນກັບຝຣັ່ງເສດ ແລະ ຍີ່ປຸ່ນໃນວັນທີ 12 ຕຸລາ 1945 ແທນທີ່ປະຊາຊົນລາວພວກເຮົາຈະໄດ້ເປັນເຈົ້າຂອງປະເທດຊາດ ແລະ ໄດ້ມີໂອກາດສ້າງສາພັດທະນາບ້ານເກີດເມືອງນອນຂອງຕົນເອງ ໃນເມື່ອປະເທດຊາດໄດ້ຫຼຸດພົ້ນອອກຈາກແອກຄອບຄອງຂອງຕ່າງດ້າວແລ້ວ, ແຕ່ສະພາບການພັດບໍ່ເປັນໄປຄືແນວນັ້ນ ພວກເຮົາໄດ້ມີສັນຕິພາບໃນໄລຍະເວລາພຽງ 4 ເດືອນກ່ວາເທົ່ານັ້ນ, ພວກລ່າເມືອງຂຶ້ນຝຣັ່ງໄດ້ກັບເຂົ້າມາຮຸກຮານລາວເຮົາອີກເປັນຄັ້ງທີສອງ.
ເຂດເມືອງເກົ່າແຄມຂອງ
ໃນບັ້ນຮົບອັນດຸເດືອດຄັ້ງໜຶ່ງ ທີ່ເມືອງທ່າແຂກ ແຂວງຄຳມ່ວນ ສະເດັດເຈົ້າ ສຸພານຸວົງ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ ແລະ ທ່ານ ຫງວຽນແຈ້ງ ໄດ້ຈັດຕັ້ງ ກອງກຳລັງປະສົມປ້ອງກັນເມືອງທ່າແຂກຂຶ້ນ ເພື່ອຕ້ານຢັນກັບທະຫານຝຣັ່ງທີ່ໄດ້ບຸກຕີເອົາແຂວງສະຫວັນນະເຂດ ແລະ ມຸ່ງໜ້າຂຶ້ນມາຍັງເມືອງທ່າແຂກ.
ກ່ອນນີ້ເອີ້ນໂຮງແຮມສີ່ຊັ້ນ ທັນສະໄໝ ແລະ ໃຫຍ່ທີ່ສຸດໃນທ່າແຂກ-ເຂດທ່າເຮືອນັ້ນລະ
ວັນທີ 21 ມີນາ 1946 ເວລາ 4 ໂມງ 50 ນາທີ ພວກຝຣັ່ງໃຊ້ຍົນສະປິດຟາຍ 4 ລຳ ບິນຂຶ້ນຫວ່ານໃບປິວທີ່ມີລາຍເຊັນຜູ້ບັນຊາການທະຫານສູງສຸດຂອງຝຣັ່ງປະຈຳຢູ່ອິນ
ດູຈີນ ເຊິ່ງມີເນື້ອໃນວ່າ '' ໃຫ້ກອງກຳລັງປະກອບອາວຸດປະຈຳເມືອງທ່າແຂກ ອອກມາຍອມຈຳນົນທີ່ທາງ 3 ແຍກກິໂລແມັດທີ 4 ນາມະລາດ ໂດຍດ່ວນ ຖ້າບໍ່ປະຕິບັດພາຍໃນ 15 ນາທີ ເມືອງທ່າແຂກ ຈະຖືກທຳລາຍ ແລະ ທຸກຄົນຈະຖືກດັບສູນ ''
ຄຳເວົ້າທີ່ສະແດງເຖິງນ້ຳໃຈທີ່ປະເສີດ-ສູງສົ່ງຂອງລຸງປະທານ ສຸພານຸວົງ ທີ່ບໍ່ຄວນລືມ...ຂອບໃຈພາບຈາກ Facebook page "ປະທານສຸພາ ນຸວົງ"
ກອງກຳລັງຂອງ ສະເດັດເຈົ້າ ສຸພານຸວົງ ໄດ້ເດັດດ່ຽວບໍ່ຍອມຈຳນົນ ແລະ ສຽງປືນກໍແຕກຂຶ້ນໃນໄລຍະຕໍ່ມາພວກເຂົາໄດ້ນຳໃຊ້ທັງປືນໃຫຍ່ ແລະ ເຮືອບິນສູ້ຮົບເຂົ້າທຳລາຍຕົວເມືອງທ່າແຂກ ເຮັດໃຫ້ປະຊາຊົນລົ້ມຕາຍເປັນຈຳນວນຫຼວງ ຫຼາຍ, ຮອດເວລາ 12 ໂມງທ່ຽງຂອງວັນດຽວກັນ ເມື່ອເຫັນວ່າສະພາບການເຫຼັກຫຼາຍກ່ວາຖ່ານ ແລະ ເພື່ອຮັກສາຄວາມປອດໄພໃຫ້ແກ່ສະເດັດເຈົ້າສຸພານຸວົງ ຄະນະປ້ອງກັນຈິ່ງຮ້ອງຂໍໃຫ້ ລຸງສຸພານຸວົງ ໂຕນໜີຂ້າມໄປນະຄອນພະນົມເພື່ອຫຼົບໄພເສຍກ່ອນ, ແຕ່ເພິ່ນຊ້ຳພັດບໍ່ຍອມໄປ ເພາະຕ້ອງລໍຟັງລາຍງານສະພາບການຈາກແນວຮົບ, ສະເດັດເຈົ້າສຸພານຸວົງໄດ້ເວົ້າຂຶ້ນວ່າ: ''ຈະໜີຈາກປະຊາຊົນໄດ້ຢ່າງໃດໃນເມື່ອເມືອງທ່າແຂກ ຍັງມີນັກຮົບກູ້ຊາດ ຕໍ່ສູ້ກັບສັດຕູຢູ່'' ຄຳເວົ້າດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າຫານ ແລະ ເດັດດ່ຽວຕໍ່ສູ້ຍອມເສຍສະຫຼະເພື່ອປະເທດຊາດ ເພື່ອປະຊາຊົນ ຂອງລຸງສຸພານຸວົງຢ່າງແທ້ຈິງ!
ພາຍຫຼັງຈາກນັ້ນ, ເມື່ອສະພາບການບີບຮັດ ລຸງສຸພາ ນຸວົງ ຈິ່ງໄດ້ຖອຍໜີຈາກເມືອງທ່າແຂກທາງເຮືອ ເພື່ອຂ້າມໄປຝັ່ງໄທ ແຕ່ກໍຖືກເຮືອບິນຂອງສັດຕູບິນຍິງທຳລາຍເຮັດໃຫ້ເພິ່ນຖືກບາດເຈັບ ກະສຸນລູກປືນຍິງຖືກໂຕເພິ່ນກະດູກຂ້າງຫັກ 3 ຊີກ ແລະ ທະຫານຄຸ້ມກັນເພິ່ນໄດ້ເສຍສະຫຼະຊີວິດເພື່ອກັ້ງບັງກະສຸນລູກປືນໃຫ້ເພິ່ນອີກ 2 ສະຫາຍ, ແຕ່ຖືວ່າໂຊກດີີ່ທີ່ເພິ່ນສາມາດຂ້າມໄປຝັ່ງນະຄອນພະນົມ ແລະ ຮັກສາຕົວຢູ່ທີ່ນັ້ນ.
ດຽວນີ້ປ່ຽນມາເປັວັນວັນເສຍສະຫຼະຊີວິດ ເພື່ອປະເທດຊາດ(ວັນເສຍອົງຄະ)
ສົງຄາມຮຸກຮານເມືອງທ່າແຂກ ໃນວັນທີ 21 ມີນາ 1946 ຂອງພວກລ່າເມືອງຂຶ້ນຝຣັ່ງ ໄດ້ສັງຫານປະຊາຊົນຊາວເມືອງທ່າແຂກຜູ້ບໍລິສຸດປະມານ 3,000 ຄົນເຊິ່ງໃນນັ້ນ 1 ໃນ 5 ເປັນເດັກນ້ອຍ, ສອງວັນຜ່ານໄປຊາກສົບກໍເລີ່ມເນົ່າໃຄ່ ແລະ ຟູຂຶ້ນທົ່ວໜ້ານ້ຳແມ່ນ້ຳຂອງ ສົ່ງກິ່ນເໝັນສະເອືອນໄປທົ່ວບໍລິເວນ, ວັນດັ່ງກ່າວ ຈິ່ງໄດ້ກາຍມາເປັນວັນຄຽດແຄ້ນຫາອັນປຽບບໍ່ໄດ້ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວເມືອງທ່າແຂກວິລະຊົນ!
ຂອບໃຈ-ພາບຈາກອິນເຕີເນັທ
ປະທານສຸພານຸວົງ ວິລະບູລຸດຜູ້ພິລາດອາດຫານ ຈະຍັງຄົງຍືນຍົງຢູ່ໃນດວງໃຈຂອງປະຊາຊົນລາວ ຕະຫຼອດໄປ!! 
ຂໍອະນຸຍາດນຳເຈົ້າຂອງພາບ(Manisouk)
ຂອບໃຈເຈົ້າຂອງບົດບັນທຶກນີ້
ຄັດຈາກ Facebook/page “ປະທານສຸພານຸວົງ”

16 September 2017

ສະໝານ ສຸວັນນະສີ ໝໍລຳດັງສອງຝັ່ງຂອງ

ໝໍລຳສະໝານ ສຸວັນນະສີ ເກີດເມື່ອວັນທີ 12 ຕຸລາ 1936 (ບາງເອກະສານຂອງໄທ 7 ແລະ 20 ຕຸລາ ພ.ສ 2480) ເກີດທີ່ບ້ານ ຫີນລາດວັງຕໍ, ຕຳບົນ ບ້ານຄໍ້, ອຳເພີເມືອງ ຈັງຫວັດ ຂອນແກ່ນ ປະເທດໄທ ປະເພດລຳທີ່ເພິ່ນມັກແມ່ນ: ລຳເລື່ອງ, ລຳກອນ ສັງວາດ ຂອນແກ່ນ. 
ອາຊີບການເປັນໝໍລຳຂອງເພິ່ນ ແມ່ນເລີ່ມຈາກການລຳໝູ່ ຫລື ລຳເລື່ອງ ຄະນະທຳອິດທີ່ໄດ້ລຳນັ້ນແມ່ນ “ຄະນະປະສານມິດບັນເທີງຈິດ” ເຊິ່ງຄະນະນີ້ຕັ້ງຢູ່ ຂອນແກ່ນ, ເລື່ອງທຳອິດທີ່ລຳແມ່ນເລື່ອງ: “ກຳພ້າຫອມຮູ” ຫລື “ກຳພ້າໄກ່ແກ້ວ”; ໃນໄລຍະດຽວກັນນັ້ນ ເພິ່ນໄດ້ເປັນທັງໂຄສົກວິທະຍຸ ຈັດລາຍການໝໍລຳນຳ ໂດຍມີການສະໜັບສະໜູນຈາກ “ຍາກວນ ສອງພັນຫ້າຮ້ອນກາກອງ” ໃຫ້ກັບບໍລິສັດ “ໄທອັນໂອສົດ” ເຊິ່ງເປັນການໂຄສະນາທຳອິດຂອງລາຍການ ເຊິ່ງໄດ້ດຳນີນມາດົນສົມ ຄວນ ກ່ອນຈະມອບໂອນໃຫ້ ສະຫວາດ ສີອຸດອນ ຫລື ດອນ ເຈດີ ມາຮັບໜ້າທີ່ຈັດລາຍການແທນ.
ໝໍລຳສະໝານ ສຸວັນນະສີ ໄດ້ສັງກັດຢູ່ຄະນະໝໍລຳຫລາຍຄະນະ ໂດຍເປັນໄປຕາມການວ່າຈ້າງຂອງຫົວໜ້າ ຄະນະໝໍລຳນັ້ນໆ ແລະ ສຸດທ້າຍຈຶ່ງໄດ້ມາຕັ້ງຄະນະຂອງຕົນເອງໃສ່ຊື່ວ່າ: “ຄະນະສົມສະໄໝບໍລິການ” ເຊິ່ງຄະນະໝໍລຳນນີ້ໄດ້ ເດີນທາງມາລຳຢູ່ນະຄອນຫລວງວຽງຈັນ ລະຫ່ວາງປີ 1960-1962 ແລະໄດ້ທຽວລຳຢູ່ເຂດນີ້ປະມານ 1 ປີ ກໍເດີນທາງກັບໄປລຳຢູ່ຖິ່ນເກີດຂອງຕົນທີ່ຂອນແກ່ນ ປະເທດໄທ ອີກ…ໃນໄລຍະນີ້ ໝໍລຳສະໝານ ສຸວັນນະສີ ບໍ່ສະເພາະແຕ່ມີການເຄື່ອນໄຫວ ໃນການຂັບລຳເທົ່ານັ້ນ ຍັງໄດ້ເປັນນັກຈັດລາຍການວິທະຍຸ ແລະ ຮ່ວມມືກັບ ອະດີດ ສສ ທ້ອງຖິ່ນ ຄົນໜຶ່ງອີກ (ຄູ ອິນຕາ ສສ. ສະກົນນະຄອນ) ເພື່ອດຳເນີນການຜະລິດຢາສະໝຸນໄພຂາຍ ແລະ ໂຄສະນາທາງລາຍການວິທະຍຸນຳ ແຕ່ບໍ່ຮູ້ເຫດຜົນໃດ ເຮັດໃຫ້ ອະດີດ ສສ ຄົນນັ້ນຖືກໂທດ ສານຕັດສິນປະຫານຊີວິດ ອັນໄດ້ເຮັດໃຫ້ ໝໍລຳສະໝານສຸວັນນະສີ ຕ້ອງໄດ້ຫລົບໄພ ໜີຈາກບ້ານເກີດ ເດີນທາງຍ່າງເປັນຕົ້ນຕໍແຕ່ຂອນແກ່ນຈົນຮອດວຽງຈັນ.
ອຈ.ບັບໂບ້ ກັບ ໝໍລຳ ສະໝານ ປຶກສາກັນວ່າຈະຜະລິດລຳເລື່ອງ "ກຳພ້າຜີນ້ອຍ" ແຕ່ບໍ່ທັນເຮັດ...
ລຸງສະຫມານເວົ້າໃຫ້ຟັງວ່າ: ຕອນທີ່ເດີນທາງໜີຕາຍມານັ້ນມີແຕ່ວິຊາອາຄົມ ແລະ ສົ້ງເສື້ອຄາຄີງເທົ່ານັ້ນ ແຕ່ໃນເມື່ອເດີນທາງມາຕົກຝັ່ງຊ້າຍ ຫລື ວຽງຈັນ ຕົນຕ້ອງໄດ້ເລີ່ມຕົ້ນຊີວິດໃໝ່ ໄຄແດ່ແຕ່ວ່າ ມີຄົນຮູ້ຈັກຫລາຍຄົນທີ່ວຽງຈັນ ເພາະກ່ອນໜ້ານີ້ເຄີຍມາເຄື່ອນໄຫວຂັບລຳ ແລະ ໂຄສະນາຂາຍຢາທັງຢູ່ໃນສະຖານີວິທະຍຸ ແລະ ເວທີສະແດງມາກ່ອນ.
ເມື່ອເວົ້າເຖິງວິຊາອາຄົມທີ່ເພິ່ນມີແມ່ນ ວິຊາທ່ອງບົດກາບກອນລຳ ແລະ ການໂຕ້ກອນສົດ ເຊິ່ງໃດ້ມາຈາກນາຍຄູທອງອິນ ແລະ ນາຍຄູອິນຕາ ທີ່ສິດສອນໃຫ້ເມື່ອຄາວຮຽນລຳຢູ່ຂອນແກ່ນ. ເພິ່ນເຄີຍເລົ່າສູ່ຟັງວ່າ: ການໂຄສະນາສິນຄ້າ ທີ່ເຮົາຜະລິດເອງ ແລະ ໂຄສະນາໃຫ້ຄົນອື່ນ ຜ່ານມານັ້ນ ຖ້າຢາກໃຫ້ຂາຍດີຕ້ອງໄດ້ເດີນທາງໄປແຕ່ລະບ້ານ, ແຕ່ລະເມືອງເພື່ອຂາຍດ້ວຍຕົນເອງ; ແຕ່ຈະໃຫ້ຂາຍດີຕ້ອງມີສິນລະປະໃນການໂຄສະນາ ເຮົາຕ້ອງຮູ້ເວົ້າກາບກອນ, ຜະຫຍາຍ່ອຍອ່ອຍສາວ ແລະ ລຳກ້ຽວໄປພ້ອມ, ບາງເທື່ອອາດເປັນຍ້ອນຄວາມແກ່ງແຍ້ງ ໃນການໂຄສະນາຂາຍສິນຄ້ານິີ້ກໍບໍ່ຈັກ ຈຶ່ງເຮັດໃຫ້ຄົນອື່ນອິດສາ ແລະ ນຳມາເຖິງຄວາມເດືອດຮ້ອນແກ່ເຮົາ….

ໝໍລຳ ສະໝານ ສຸວັນນະສີ ພາຍຫລັງທີ່ເດີນທາງກັບໄປຖິ່ນເກີດ ບໍ່ດົນກໍໄດ້ກັບມາວຽງຈັນຕື່ມອີກໃນປີ 1964(ພສ 2507) ດ້ວຍເຫດອັນຈຳເປັນບາງປະການ, ຈົນມາຮອດປີ 1966 (ພສ 2509) ໄດ້ຕັ້ງຄະນະໝໍລຳຂອງຕົນເອງຂຶ້ນທີ່ວຽງຈັນ ໃສ່ຊື່ຄະນະວ່າ: “ສະໝານຮ່ວມສິລປ໌” ແລະ ໄດ້ສະແດງ ຮັບໃຊ້ມວນຊົນມາປະມານ 30 ປີ (ພສ. 2509-2537) ກ່ອນຈະຢຸດພັກຜ່ອນ ຍ້ອນວ່າອາຍຸຫລາຍ ຮ່າງກາຍບໍ່ແຂງແຮງຄືເກົ່າ…. ແລ້ວປັບໂຕມາເປັນນັກໂຄສະນາຮັບໃຊ້ສາສນາ ປະຈຳຢູ່ວັດສີເມືອງ ນະຄອນ ຫຼວງວຽງຈັນ ເປັນຜູ້ຊັກຊວນໃຫ້ຄົນທຳບຸນ-ໃຫ້ທານ ແລະ ເປັນໝໍພອນທີ່ມີສຳນວນ- ສຳນຽງທີ່ລ່ຽນໄຫຼ ຟັງແລ້ວປະທັບໃຈ.
ການເຄື່ອນໄຫວດ້ານການລຳຢູ່ລາວນັ້ນ ພວກເຮົາຂໍສັງລວມໃຫ້ທ່ານໄດ້ຟັງດັ່ງນີ້:
ປີ 1967-1968 ສະໝານ ສຸວັນນະສີ ຫລື ຄະນະໝໍລຳ “ສະໝານຮ່ວມສິລປ໌” ເຄື່ອນໄຫວຮັບຈ້າງໄປລຳທົ່ວປະເທດລາວ ໂດຍມີ ນາຍພົນ ວັງປາວ ວ່າຈ້າງໃນນາມໜ່ວຍ: “ປະຕິບັດການຈິດຕະວິທະຍາ” ດ້ວຍເງິນທີ່ ສະຫະລັດອາເມລິກາ ສະໜັບສະໜູນ ເພື່ອຮັບໃຊ້ໃຫ້ແກ່ລັດຖະບານ ວຽງຈັນ(ຝ່າຍຂວາ) ເວລານັ້ນ, ຈຸດປະສົງກໍແມ່ນເພື່ອຕໍ່ຕ້ານ ແນວລາວອິດສະຫລະ(ຄອມມູນິດ)ຮ່ວມກັບຄະນະໝໍລຳ “ອັດສະວິນດອກອົ້ວ” ເຊິ່ງໝໍລຳທີ່ຮ່ວມສະແດງໃນໄລຍະນັ້ນກໍມີ: ໝໍລຳ ບຸນທ່ຽງ ຈັນທະຈອນ ໃນສາຍານາມ “ທ້າວແຟບ”ຫລື “ຕູ້ແຟບ” ທີ່ສະແດງເປັນຕົວຕະຫຼົກ, ໝໍລຳ ສົມປະສົງ ພັນກໍ່າ ພໍ່ອົ້ວ(ຫົວໜ້າຄະນະໝໍລຳອັດສະວິນດອກອົ້ວ) ແລະ ໝໍລຳ ຄຳມູນ ໂສດາ ເຊິ່ງມີ ສາຍາວ່າ: “ສີໝອກ” ແລະ ໝໍລຳ ສຸດທິສົມພົງ ສະທ້ານອາດ(ຄົນໄທ- ບັ້ນປາຍຊີວິດ ໄດ້ບວດເປັນພະ ຈຳຢູ່ວັດ ບ້ານເຂືອງໃຫຍ່, ໝູ່ 12, ຕຳບົນ ບ້ານເຂືອງ, ອຳເພີ ຊຽງຂັວນ, ຈັງຫວັດ ຮ້ອຍເອັດ).
ປີ 1975 ປະເທດລາວ ໄດ້ຮັບການສະຖາປານາເປັນປະເທດ “ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ” ຈາກນັ້ນບໍ່ດົນ ໝໍລຳ ສະໝານ ສຸວັນນະສີ ກໍໄດ້ກັບເຂົ້າມາຮັບໃຊ້ ລັດ ຖະບານ ສປປ.ລາວ ອີກຄັ້ງໃໝ່ ໂດຍສັງກັດຢູ່ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ (ດຽວນີ້ປ່ຽນເປັນ ວິທະຍຸກະຈາຍສຽງແຫ່ງຊາດລາວ) ໂດຍມີການຮ່ວມລຳກັບໝໍລຳດັງໆອີກຫາຍຄົນເຊັ່ນ: ໝໍລຳ ຄຳພັນ, ໝໍລຳ ທອງດີ ດຳເນີນ ແລະ ຄົນອື່ນໆ ເຊິ່ງໄດ້ມີຜົນງານການລຳຫລາຍປະ ເພດ ຈຳນວນຫລວງຫລາຍ ທີ່ລຳຮັບໃຊ້ມວນຊົນ ຜ່ານລາຍການວິທະຍຸກະຈາຍສຽງແຫ່ງຊາດລາວ.
ຜົນງານທີ່ຮູ້ຈັກ
ຜົນງານການອັດແຜ່ນຈຳນ່າຍວາງຂາຍມີ 3 ຊູດຄື: ມໍລະດົກລາວ(12 ກອນ),ປິດສະໜາເຂິງຄຳ (10 ກອນ) ແລະ ຊຸດສີທັດຖະອອກບວດ(7 ກອນ). ນອກນີ້ຍັງມີກອນລຳທີ່ເປັນຕົວຢ່າງ(ສາທິດ) ອີກຫລາຍກອນ ທີ່ມີການບັນທຶກໄວ້ເຊັ່ນ: ກອນເຄົາລົບຄູ, ກ້ຽວສາວໝໍລຳ, ກອນເດີນດົງ, ປະຫວັດວຽງຈັນ, ວຽງຈັນຍຸກໃໝ່, ສີໂຄດຕະບອງ ແລະ ອີກຫລາຍໆກອນ ເຊິ່ງສ່ວນຫລາຍ ແມ່ນໄດ້ບັນທຶກສຽງ ແລະ ເກັບໄວ້ຮັກສາໄວ້ທີ່ ວິທະຍຸກະຈາຍສຽງແຫ່ງຊາດລາວ.
ໝໍລຳ ສະໝານ ສຸວັນນະສີ ໄດ້ຮັບນາມມະຍົດເປັນ ສິລະປິນແຫ່ງຊາດ ສາຂາສີລະປະການສະແດງ ເມື່ອປີ 2011 ແລະ ໄດ້ຈາກພວກເຮົາໄປແລ້ວ ໃນວັນທີ 10 ກັນຍາ 2017 ເວລາ 3:10 ນາທີ ທີ່ເຮືອນຂອງເພິ່ນເອງ ທີ່: ບ້ານອຸດົມຜົນ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ.
(ປິດຕຳນານ ໝໍລຳ ສະໝານ ສຸວັນນະສີ ຜູ້ຍິ່ງໃຫຍ່....ຂໍໃຫ້ນອນຫລັບສະບາຍເດີ້ຕູ້...)
.....ຂອບໃຈທີ່ອ່ານ....
ກະລຸນາ ຊ່ວຍເພີ່ມເຕີມໃນຄອມເມັນໃຫ້ແດ່ ເພາະຂໍ້ມູນອາດບໍ່ຄົບ ແລະ ອາດຜິດພາດ

13 November 2016

ທ່ານຮູ້ບໍ່ພຣະເຈດີໂລກະຈຸລາມະນີ ຄື.....

ພຣະທາດຫຼວງ ເປັນນາມສາມັນທີ່ປະຊາຊົນໃຊ້ຮຽກກັນ ເຊິ່ງເປັນພຣະທາດ ໃຫຍ່ກວ່າພຣະທາດອື່ນໃນນະຄອນວຽງຈັນ ທີ່ຄົງເຫຼືອຢູ່ຕັ້ງແຕ່ບູຮານະການ ສ່ວນ ຊື່ທາງການອັນເປັນຊື່ແທ້ໆຂອງພຣະທາດອົງນີ້ ເຊິ່ງໄດ້ຕັ້ງມາຕັ້ງແຕ່ສະໄໝພຣະ ເຈົ້າໄຊຍະເຊດຖາທິຣາດນັ້ນ ຊື່ວ່າພຣະເຈດີໂລກະຈຸລາມະນີ ອັນເປັນປູຊະນີຍະສະ ຖານສຳຄັນຍິ່ງ ແຫ່ງນະຄອນຫຼວງວຽງຈັນທນ໌ນີ້ ກໍຄືປູຊະນີຍະສະຖານທາງພຣະ ພຸດທະສາສະໜາຂອງລາວທັງມວນນີ້ ມີປະຫວັດກ່າວໄວ້ໃນໜັງສືອຸຣັງຄະນິທານ ຫຼືອຸຣັງຄະທາດວ່າ ໄດ້ສ້າງຂຶ້ນໃນສະໄໝດຽວກັນກັບການຕັ້ງ ເມືອງວຽງຈັນທນ໌ຄັ້ງ ແຮກ ລຸນຫຼັງຈາກການສ້າງພຣະທາດພຣະນົມແລ້ວ ຜູ້ສ້າງຄັ້ງທຳອິດແມ່ນພຣະ ເຈົ້າຈັນທະບູຣີປະສິດທິສັກ ເຈົ້ານະຄອນວຽງຈັນອົງແຮກ ພ້ອມກັບພຣະອໍຣະຫັນ ໕ ອົງ ດັ່ງມີຂໍ້ຄວາມກ່າວໄວ້ໃນໜັງສືອຸຣົງຄະນິທານ ເຊິ່ງຂໍຄັດເອົາແຕ່ໃຈ ຄວາມສຳຄັນ ມາກ່າວໄວ້ໃຫ້ຟັງດັ່ງນີ້ :-
ເມື່ອພຣະໂຄດົມບໍຣົມສັມມາສັມພຸດທະເຈົ້າ ປະຣິນິພານແລ້ວໄດ້ ໘ ປີປາຍ ພຣະມະຫາກັດສະປະເຖຣະ ໄດ້ນຳເອົາອຸຣັງຄະທາດ ຄືດູກຫົວເອິກຂອງພຣະພຸດທະ ເຈົ້າ ມາປະດິດສະຖານໄວ້ທີ່ພູກຳພ້າ ເຊິ່ງຮຽກວ່າດອຍກະປະນະຄີຣີ (ຄືພຣະທາດ ພະນົມທຸກວັນນີ້) ໃນເວລາກໍ່ພຣະທາດຄັ້ງແຮກທີ່ພູກຳພ້ານັ້ນ ໄດ້ພຣະກະສັດທັງ ໕ ນະຄອນມາຮ່ວມຊຸມນຸມກັນຄື :-
໑. ພຣະຍາສຸວັນນະພິງຄານ ເຈົ້າເມືອງໜອງຫານຫຼວງ.
໒. ພຣະຍາຄຳແດງ ເຈົ້າເມືອງໜອງຫານນ້ອຍ.
໓. ພຣະຍານັນທະເສນ ເຈົ້າເມືອງມະຣຸກຂະນະຄອນ ຄືເມືອງ ທ່າແຂກເກົ່າ.
໔. ພຣະຍາອິນທະປັດຖະນະຄອນ ເມືອງອິນທະປັດຖະ ປະເທດຂະເໝນ
໕. ພຣະຍາຈຸລນີພົມທັດ ເມືອງປາການ (ຄືແຂວງຊຽງຂວາງ).
(ຄຳວ່າ ປາການ ໝາຍເຖິງເມືອງດ່ານ ຫຼືເມືອງຂອບຂັນ, ເປັ່ນຄຳວ່າປ້ອມປາການ ເຫຼົ່ານີ້ເປັນຕົ້ນ, ບາງທ່ານກໍວ່າເມືອງແກວປະກັນ (ມະຫາສີລາ ວິລະວົງ).
ຕໍ່ມາເມື່ອພຣະຍາສຸວັນນະພິງຄານ ເມືອງໜອງຫານຫຼວງ ແລະພຣະຍາ ຄຳແດງ ເມືອງໜອງຫານນ້ອຍ ສຸຣະຄົຕ(ຕາຍ)ໄປແລ້ວ ເລີຍເກີດນ້ຳຖ້ວມເມືອງ ທັງສອງໄຫຼລ່ວງເຖິງກັນ ຊາວເມືອງທັງສອງ ຈຶ່ງອົບພະຍົກໜີຂຶ້ນມາຕັ້ງ ຢູ່ແຄມນ້ຳຂອງ ໃນພວກອົບພະຍົກນີ້ມີຜູ້ໜຶ່ງຊື່ວ່າທ້າວຄຳບາງເປັນນ້າບ່າວຂອງ ພຣະຍາສຸວັນ ນະພິງຄານ ເມືອງໜອງຫານຫຼວງ ໄດ້ພາບ່າວໄພ່ບໍຣິວານຂຶ້ນມາຕັ້ງເມືອງໃໝ່ ຢູ່ ແຄມຫ້ວຍເກົ້າລ້ຽວໃກ້ແມ່ນຳ້ຂອງ ໃສ່ຊື່ເມືອງໃໝ່ນີ້ວ່າເມືອງສຸວັນນະພູມ ສ່ວນບ່າວໄພ່ບໍຣິວານ ກໍພາກັນແຍກຍ້າຍໄປຕັ້ງບ້ານຢູ່ອ້ອມແອ້ມເມືອງນັ້ນ, ໃນເວລານັ້ນ ມີຊາຍຄົນໜຶ່ງຊື່ວ່າບຸຣີຈັນ ໄດ້ພາຍາດພີ່ນ້ອງມາຕັ້ງ ບ້ານຢູ່ປາກໜອງຄັນແທເສື້ອນ້ຳ, ເຊິ່ງຮຽກວ່າບ້ານໜອງຄັນແທເສື້ອນ້ຳ ໃນຕອນນັ້ນມີພຣະອໍຣະຫັນ ໒ ອົງ ໄດ້ ມາໂຜດ ຊາວບ້ານໜອງຄັນແທອົງໜຶ່ງຊື່ວ່າ ມະຫາພຸດທະວົງສາ ທ່ານຜູ້ນີ້ພັກເຊົາ ຢູ່ແຄມນໍ້າຂອງ, ອີກອົງໜຶ່ງຊື່ວ່າມະຫາສັສດີ ທ່ານພັກເຊົາຢູ່ບ້ານປ່າໂພນເໜືອນ້ຳ ບຶງ(ອາດຈະແມ່ນບໍຣິເວນທາດຝຸ່ນ ທຸກວັນນີ້) ບຸຣີຈັນເປັນຫົວໜ້າບ້ານໜອງຄັນແທ ໄດ້ເປັນຜູ້ອຸປະຖາກພຣະອໍຣະຫັນສອງອົງນີ້.
ໃນສະໄໝດຽວກັນນີ້ ທາງເມືອງສະເກດນະຄອນ(ຄືເມືອງຮ້ອຍເອັດ) ກໍ່ເກີດຄວາມວຸ້ນວາຍ ເນື່ອງດ້ວຍມີຂ້າເສິກຊາວເມືອງກະຣຸນທະນະຄອນ ຄື ທະວາຣາວະ ດີອະຍຸທິຍາ ຍົກທັບມາລົບກວນຊາວເມືອງສະເກດນະຄອນ ຈຶ່ງແຕກໜີມາເພິ່ງທ້າວ ຄຳບາງ ມີໝື່ນຫຼວງກາງໂຮງກັບໝື່ນນັນທະອາຣາມ ໄດ້ພາເອົາເຈົ້າ ສັງຂະວິຊາກຸມມານ ກັບຄົວບ່າວໄພ່ສອງແສນຄົນ ໜີຂຶ້ນມາຕັ້ງບ້ານເຮືອນໃນລ້ອງແມ່ນໍ້າຂອງ ໃນເວລານັ້ນເຈົ້າ ສັງຂະວິຊາໄດ້ພາບ່າວໄພ່ແສນຄົນມາຕັ້ງຢູ່ບ້ານໜອງຄາຍ ແລະຢາຍມາຕາມລ້ອງແມ່ນຳ້ຂອງຮອດຫ້ວຍບັງພວນ, ໝື່ນຫຼວງກາງໂຮງ ພາຄົວ ໕໐,໐໐໐ ຄົນ ມາຕັ້ງຢູ່ຫ້ວຍຄູຄຳ, ໝື່ນນັນທະອາຣາມພາຄົວ ໕໐,໐໐໐ ຄົນມາຕັ້ງຢູ່ຕາມຫ້ວຍ ນົກຍູງ ຫຼືຫ້ວຍນຳ້ໂມ່ງ ບໍຣິເວນນີ້ຈຶ່ງມີ ຄົນໜາແໜ້ນຕໍ່ມາ.
ຢູ່ຕໍ່ມາບຸຣີຈັນ ຫົວໜ້າບ້ານໜອງຄັນແທ ມາໄດ້ກັບນາງອິນສະຫວ່າງທິດາ ຂອງທ້າວບາງ ເຈົ້າເມືອງສຸວັນນະພູມ ແລະບຸຣີຈັນຈຶ່ງຕັ້ງບ້ານໜອງຄັນແທຂຶ້ນ ເປັນເມືອງຮຽກວ່າເມືອງຈັນທະບູຣີ ຕາມນາມຂອງຕົນເມື່ອບູຣີຈັນຕັ້ງເມືອງຂຶ້ນແລ້ວ ຈຶ່ງຈັດແຈງແຕ່ງເຄື່ອງຣາຊະບັນນາການໄປຖວາຍພຣະເຈົ້າສຸມິດຕະທັມມະວົງສາ ພຣະເຈົ້າແຜ່ນດິນແຫ່ງເມືອງມະຣຸກຂະນະຄອນ(ຄືເມືອງທ່າແຂກ ຫຼືເມືອງໂຄດຕະບູນ) ອົງເປັນເຈົ້າແຜ່ນດິນເອກະຣາດ ພຣະເຈົ້າສຸມິດຕະທັມມະວົງສາຈຶ່ງແຕ່ງໃຫ້ພຣາມ ໕ ຄົນ ຂຶ້ນມາອະພິເສກບຸຣີຈັນ ໃຫ້ເປັນເຈົ້ານະຄອນຈັນທະບູຣີ ມີພຣະນາມວ່າ ພຣະເຈົ້າຈັນທະບູຣີປະສິດທິສັກ ພ້ອມກັນນີ້ ຍັງໄດ້ພຣະຣາຊທານນາງກັນລະຍານີ ທີ່ເປັນຄົນເມືອງທ່າແຂກມາໃຫ້ສອງນາງ ແລ້ວພຣະເຈົ້າສຸມິດຕະທັມມະວົງສາ ຈຶ່ງກຳນົດເຂດແດນເມືອງຈັນທະບູຣີມອບໃຫ້ ຄືທາງໃຕ້ນັບແຕ່ນ້ຳກະດິງຂຶ້ນມາ ແລະທາງຟາກນ້ຳຂອງນັບ ແຕ່ຫ້ວຍບາງບາດຂຶ້ນມາ.
ບຸຣີຈັນເມື່ອໄດ້ເປັນເຈົ້ານະຄອນວຽງຈັນທນ໌ແລ້ວ ຈຶ່ງສ້າງຂົວຂ້າມນຳ້ບຶງ ອອກໄປຫາບ້ານເກົ່າ ແລະສ້າງວັດຂຶ້ນໃນບ້ານເກົ່ານັ້ນ ຮຽກວ່າວັດສວນອ່ວຍລ່ວຍແຫ່ງໜຶ່ງ, ສ້າງວິຫານຂຶ້ນສອງຫຼັງທີ່ປ່າໃຕ້ ແລະປ່າເໜືອ ສຳລັບໃຫ້ພຣະອໍຣະຫັນສອງອົງນັ້ນຢູ່ ຕໍ່ມາພຣະມະຫາພຸດທະວົງສ໌ ຈຶ່ງນຳທາດພຣະອໍຣະຫັນມາ ບັນຈຸໄວ້ໃນວັດປ່າມະຫາພຸດທະວົງ ໄດ້ກົ່ນດິນລົງເລິກ ໕ ວາ ກ້ວາງ ໓ ວາ ກໍ່ດ້ວຍ ດິນຈີ່ ເປັນຮູບຜາສາດເອົາແຜ່ນເງິນລຽນປູຮອງໄວ້ ຈຶ່ງເອົາທາດລົງບັນຈຸແລ້ວ ເອົາຫີນໝາກຄອມຖົມໃຫ້ແໜ້ນ ແລະຝັງສີລາໝາຍໄວ້ ສີລານັ້ນ ສູງ ໓ ວາ ກ້ວາງ ໑ ວາ.
ໃນການຕໍ່ມາຈຶ່ງມີພຣະອໍຣະຫັນ ໕ ອົງໄດ້ນຳເອົາພຣະບໍຣົມ ມະທາດຂອງ ພຣະພຸດທະເຈົ້າ ມາຈາກເມືອງຣາຊຄຶປະເທດອິນເດັຽ ພຣະທາດທີ່ນຳມານັ້ນ ຄື ທາດຫົວເໜົ່າ ໒໔ ອົງ ມານັ້ນໄດ້ຜ່ານກາຍມາທາງເມືອງຣະໂວ້(ລົບບູຣີ) ແລະ ເມືອງໂຄຣາດ ແລ້ວເພິ່ນໄດ້ເອົາ ພຣະບໍຣົມມະທາດ ໄປບັນຈຸໄວ້ໃນ ທີ່ຕ່າງໆດັ່ງນີ້.
ພຣະທາດຫົວເໜົ່າບັນຈຸໄວ້ທີ່ພູເຂົາຫຼວງ ຫຼື ພູເຂົາລວງ (ເຂົ້າໃຈວ່າແມ່ນ ທາດຫຼວງນີ້ເອງ ເພາະວ່າໃນສີລາຈາຣຶກທາດຫລວງ ຮຽກວ່າ ຄຸຸຍຫະທຸ ປາໂຍ ແປວ່າ: ທາດທີ່ລັບຄື ດູກຫົວເໜົ່າ ແຕ່ໜັງສືຕຳນານພຣະທາດບັງພວນ ຢູ່ ບ້ານຫ້ວຍບັງພວນ ຈັງຫວັດ ໜອງຄາຍ ທີ່ຂຽນເປັນອັກສອນທັມ ຮຽກ ວ່າພູເຂົາ ຫຼວງ ຄຳວ່າ ລວງ ແປວ່າ ນາກ ດັ່ງນັ້ນຄຳວ່າພູເຂົາຫລວງ ອາດຈະ ແປວ່າໂພນ ນາກ).
ທາດຝ່າຕີນຂວາ ບັນຈຸໄວ້ທີ່ເມືອງຫຼ້າ ໜອງຄາຍ (ທາດໜອງຄາຍ ພັງ ລົງນ້ຳໝົດແລ້ວ ປັດຈຸບັນຢູ່ກາງນຳ້ຕໍ່ໜ້າວັດສັງກະຈາຍ ແລະປີ ໒໐໐໖ ທາງ ການເມືອງໜອງຄາຍໄດ້ສ້າງທາດອົງໃໝ່ຂຶ້ນແທນ ດັ່ງທີ່ເຫັນໃນປັດຈຸບັນນີ້). ທາດແຂ້ວຝາງ ບັນຈຸໄວ້ທີ່ວຽງງົວ ແລະທ່າຫໍແພ (ເຂົ້າໃຈ ວ່າແມ່ນ ບ້ານພະໂຄວຽງຄຸກ ຄື ທາດບັງພວນທຸກວັນນີ້)
ໃນການບັນຈຸພຣະທາດຫົວເໜົ່າ ໒໗ ອົງ ໄວ້ທີ່ພູເຂົາຫລວງນັ້ນ ພຣະ ເຈົ້າຈັນທະບູຣີປະສິດທິສັກ ເຈົ້ານະຄອນວຽງຈັນທນ໌ ໄດ້ເປັນປະທານພຣະອົງໄດ້ ໃຫ້ກໍ່ອຸໂມງຫີນກວມໄວ້ ເຕົ້າຝາອຸໂມງທັງ ໔ ດ້ານນັ້ນ ກ້ວາງດ້ານລະ ໕ ວາ ແລະ ໜາ ໒ ວາ ລວງສູງໄດ້ ໔ ວາ ໓ ສອກ ເມື່ອໄດ້ທຳການບັນຈຸພຣະບໍ ຣົມມະທາດ ແລ້ວພຣະເຈົ້າຈັນທະບູຣີ ຈຶ່ງໄດ້ມີພຣະຣາຊອາດຍາໃຫ້ເສນາອາ ມາດສ້າງວິຫານ ຂຶ້ນໃນວຽງຈັນທນ໌ ໕ ຫຼັງ ເພື່ອໃຫ້ເປັນທີ່ຢູ່ຈຳວັດສາ ຂອງພຣະອໍຣະຫັນ ໕ ອົງນັ້ນ.
ຄັນຕໍ່ມາພຣະອໍຣະຫັນ ໒ ອົງທີ່ຢູ່ກ່ອນນັ້ນຄື ພຣະມະຫາພຸດທະວົງສາ ແລະພຣະມະຫາສັສດີ ກໍເຖິງແກ່ການນິພພານໄປ ພຣະເຈົ້າຈັນທະບູຣີ ໄດ້ກະທຳການຊາປະນະກິດສຳເລັດແລ້ວ ຈຶ່ງໄດ້ເອົາອັດຖິທາດຂອງພຣະອໍຣະຫັນ ໒ ອົງ ນັ້ນມາບັນຈຸໄວ້ໃນວັດສວນອ່ວຍລ່ວຍ ທີ່ພຣະອົງໄດ້ສ້າງໄວ້ແຕ່ກ່ອນ.
ປະຫວັດສ້າງພຣະທາດຫຼວງຄັ້ງແຣກ ຕາມທີ່ກ່າວໄວ້ໃນໜັງສືອຸຣັງຄະນິ ທານ ຫຼືອຸຣັງຄະທາດ ມີຂໍ້ຄວາມພຽງເທົ່ານີ້ ແລະຕາມປະຫວັດນີ້ ພຣະທາດ ຫຼວງອົງເດີມ ຫຼື ອົງທຳອິດ ທີ່ພຣະຍາຈັນທະບູຣີສ້າງນີ້ ຈຶ່ງສູງແຕ່ພຽງ ໔ ວາ ໓ ສອກ ກ້ວາງດ້ານລະ ໔ ເທົ່ານັ້ນ ແລະພຣະທາດລູກນີ້ ສ້າງບັນ ຈຸທາດຫົວເໜົ່າຄື ດູກໂມມຂອງພຣະພຸດທະເຈົ້າ ເຊີ່ງພຣະອໍຣະຫັນ ທັງ ໕ ອົງໄດ້ນຳມາ ແຕ່ເມືອງ ຣາຊຄຶ ປະເທດອິນເດຍ.
ຄຳໄຫວ້ພະທາດຫຼວງ:
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (3ເທື່ອ)
ປັດສາເຈຕິຍັງ ອຸຣັງຄັງ ມະໂນຣັມມັງ ປາທະວະຣັງ ອຸນັດຕິງສະ ຊິນະຄຸຍຫັງ ມະຫາກັດສະເປນະຖາປິດຕັງ ປັນຈະຫິ ອະຣະຫັນເຕຫິ ອະຫັງວັນທາມິ ສິຣະສາ ອະຫັມປິເຕຈະທຸຣະໂຕ ອະຫັງວັນທາມິ ສັບພະທາ.
ຂອບໃຈເຈົ້າຂອງບົດ: ອະລິຍະ ລູກຊາວດອນ
ຂອບໃຈເຈົ້າຂອງຮູບຖ່າຍ: ເຊິ່ງເກັບໄດ້ຈາກລະບົບອິນເຕີເນັທ
ຂອບໃຈທີ່ອ່ານຈົນຈົບ