10 October 2014

ນາຍທ້າຍພາຍເຮືອຂ້າມຝັ່ງ


ມີຫລາຍຄົນມັກປຽບທຽບ "ຄູ" ເປັນດັ່ງນາຍທ້າຍພາຍເຮືອຂ້າມຝັ່ງ ສົ່ງຜູ້ນັ້ນ ສົ່ງຜູ້ນີ້ ບໍ່ມີມື້ເມື່ອຍເປັນ...ວ່າຊັ້ນ
ຄໍາວ່າ ຄູ (ຄຣຸ-ພາສາປາ­ລີ) ມີຄວາມ­ໝາຍວ່າ "ໜັກ" ຫລື ຜູ້ເຮັດວຽກໜັກ, ໝາຍເຖິງ­ຜູ້­ທີ່ເຮັດ ໜ້າ­ທີ່­ສິດ­ສອນ­ຄົນ­ອື່ນ­ ເຊິ່ງແມ່ນການເຮັດໜ້າ­ທີ່­ອັນ­ສໍາ­ຄັນ ແລະ ­ໜັກໜ່ວງ, ໜັກໃນ­ທີ່­ນີ້ອາ­ດໝາຍໂຮມໄປຮອດ ໜັກແໜ້ນ­ທັງ­ຄວາມ­ຄຶດ ຄວາມອ່ານ ສະ­ຕິປັນ­ຍາ ປະ­ຕິພານ ໄຫວພິກ ແລະ­ ກິລິຍາມາ­ລະ­ຍາ­ດ ແມ່ນ ຜູ້­ທີ່­ມີຄວາມ­ ຮູ້­ຄຽງ­ຄູ່­ຄຸນນະ­ທັມ ແລະ­ ຈະ­ລິຍະ­ທໍາ ທັງ­ປັນ­ຍາວຸດທິ ແລະ­ ຄຸນນະ­ວຸດທິ ຈຶ່ງເປັນ­ຜູ້­ທີ່­ສາມາ­ດສິດ­ສອນ ຖ່າຍ­ທອດ­ ວິຊາໃຫ້­ຄົນ­ອື່ນໄດ້.
ຮູບໄດ້ຈາກອິນເຕີເນັທ
ແຕ່ຫລາຍຄົນອາດຈະສັບສົນທີ່ເຮົາມັກໄດ້ຍິນທັງຄໍາທີ່ວ່າ “ຄູ” ແລະ “ອາຈານ” ຄໍາວ່າອາ­ຈານ (ອາ­ຈາ­ຣິຍະ-ພາສາປາ­ລີ) ໝາຍວ່າຜູ້­ທີ່­ມີຄວາມ­ຮູ້, ຜູ້­ທີ່ເຮັດໜ້າ­ທີ່ບອກ­ສອນ­ຄົນ­ອື່ນ ເຊິ່ງບໍ່ແຕກຕ່າງກັບຄໍາວ່າ “ຄູ” ແຕ່ວ່າ ຄໍາວ່າ ­"ຄູ" ນັ້ນ ເຮົາມັກເອີ້ນໃຫ້ສຳລັບຜູ້ທີ່ສິດສອນເດັກນ້ອຍຫລາຍກ່ວາການສິດສອນຜູ້ໃຫຍ່ ເຊັ່ນ: ຄູອະນຸບາຍ, ຄູສອນປະຖົມສຶກສາ ເປັນຕົ້ນ. ດັ່ງນັ້ນ ຄູ ໂດຍພຶດຕິກຳແລ້ວຈະມີຄວາມ­ທີ່ໜັກແໜ້ນເລິກເຊິ່ງ­ກວ່າ. ຕົວຢ່າງ: ຜູ້ທີ່ສອນເດັກນ້ອຍຕ້ອງໄດ້ເຮັດວຽກ ທີ່ໜັກໜ່ວງ ເພາະຕ້ອງໄດ້­ສອນ­ທັງ­ວິຊາ­ຄວາມ­ຮູ້, ການປະ­ພຶດປະ­ຕິບັດ, ຄຸນ­ສົມ­ບັດ ແລະ ­ວິໄນໃຫ້ພ້ອມກັນ ເພື່ອປູກ­ຝັງ­ຄຸນ ຄ່າອັນ­ດີງາມໃຫ້ແກ່­ເດັກນັກຮຽນ ເຊິ່ງຕ່າງຈາກອາຈານ ທີ່ສອນນັກຮຽນຊັ້ນທີ່ສູງກ່ວາເຊັ່ນ: ລະດັບມັດທະຍົມຕົ້ນ, ມັທຍົມປາຍ ຫລື ລະດັບມະຫາວິທະຍາໄລ ຫລື ສູງກ່ວາ ແຕ່ອາຈານເລົ່ານັ້ນ ແຕ່ລະຄົນອາດສອນພຽງວິຊາໃດໜຶ່ງເທົ່ານັ້ນ.

ມີໂອກາດ ຢ່າລືມຕິດຕາມຟັງ ລາຍການ “ສົ່ງເສີມສິນລະປິນ” ລາຍການນີ້ມີໃຫ້ທ່ານໄດ້ຮັບຟັງທຸກໆມື້ວັນເສົາ ທາງລະບົບ AM 567 Khzຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30-9:00 ໂມງ. ວັນເສົາ ວັນທີ 11 ຕຸລາ 2014 ນີ້ຈະນຳສະເໜີກ່ຽວກັບເວົ້າກ່ຽວກັບ ເພງ ແລະ ບົດກອນຈາກນັກຂຽນຫລາຍໆທ່ານ ທີ່ໄດ້ບັນຍາຍເພື່ອສັນລະເສີນຄຸນຄູ ເຊິ່ງປຽບດັ່ງພໍ່ແມ່ຜູ້ທີສອງ….
(ຂອບໃຈທີ່ຕິດຕາມ)

03 October 2014

ເຄີຍຟັງເພງສາວດົງໂດກ....ບໍ່ທຳມະດາບໍ່ ?

ລາຍການ “ສົ່ງເສີມສິນລະປິນ” ລາຍການນີ້ມີໃຫ້ທ່ານໄດ້ຮັບຟັງທຸກໆມື້ວັນເສົາ ທາງລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30 am ລາຍການນີ້ຈະນຳສະເໜີ ກ່ຽວກັບຜົນງານການປະດິດແຕ່ງ, ການປະພັນ ຂອງນັກ ສິນລະປິນ ທັງເກົ່າ ແລະ ໃໝ່ ວັນເສົາ ວັນທີ 4 ຕຸລາ 2014 ຈະນຳສະເໜີກ່ຽວກັບເວົ້າກ່ຽວກັບ ຜົນງານເພງຂອງນັກປະພັນທ່ານໜຶ່ງ ເຊິ່ງມີ ທັງການປະພັນບົດເລື່ອງສັ້ນ, ບົດກາບກອນ ລວມທັງເກັ່ງໃນ ການໂຕ້ກອນສົດ ແລະ ຄົນທີ່ມີຫົວໃຈ ເປັນສຽງດົນຕຣີ ເຂົາເປັນເຈົ້າຂອງຜົນງານເພງ “ ສາວດົງໂດກ ” , “ສາວສີເມືອງ” ແລະ ໄດ້ຮັບ ລາງວັນ ນັກສິນລະປິນດີເດັ່ນຂອງຊາດ ສາຂາວັນນະກຳ ເຂົາຄົນນີ້ຄື “ ດາວວຽງ ບຸດນາໂຄ ”
ດາວວຽງ ບຸດນາໂຄ ເປັນຄົນບ້ານຂີ້ນາກ ເມືອງໂຂງ ແຂວງຈຳປາສັກ ເວົ້າໄດ້ວ່າລາວໄດ້ເຕີບໃຫຍ່ ມາຈາກ “ ແດນນັກປາດ ຊາດນັກກະວີ ດິນແດນແຫ່ງກາບ ກອນຜະຫຍາ ສຸພາສິດ ດິນແດນຕົ້ນຕຳ ນານລຳສີພັນດອນ-ຂັບໂສມທີ່ລືຊື່ ”.
ອຈ ດາວວຽງ ບຸດນາໂຄ ຮຽນຈົບໂຮງຮຽນສ້າງຄູຊັ້ນກາງ ແລະ ໄດ້ເດີນທາງຈາກ ພາກໃຕ້ສູ່ນະ ຄອນຫລວງວຽງຈັນ ຄວ້ຍຄວາມຝັນໃຝ່ທີ່ຢາກເປັນນັກຂຽນ ເພາະຄິດວ່າ: ເຄື່ອງມືທີ່ ຫາກິນ ເຊິ່ງຟ້າດິນໄດ້ມອບໃຫ້ນັ້ນກໍຄື “ປາກກາ”.
ໃນເບື້ອງຕົ້ນ ດາວວຽງບຸດນາໂຄ ຫລັງຈາກເຂົ້າມາຢູ່ວຽງຈັນແມ່ນເຮັດວຽກທັງເປັນນັກຂ່າວ, ນັກຂຽນ ແລະ ນັກກະວີ ສັງກັດໃນໜັງສືພິມຊາວໜຸ່ມປະຊາຊົນປະຕິວັດລາວ ເຊິ່ງເວລານັ້ນທັງເປັນສະມາ ຊິກນັກຂຽນໜຸ່ມ ເຊິ່ງມີນັກຂີດນັກຂຽນ ນັກປະພັນທີ່ມີຊື່ສຽງຫລາຍທ່ານ 

ດາວວຽງເອງກໍເຮັດວຽກ ໃນສາຂາອາຊີບນີ້ຫລາຍປີ ກ່ອນຈະຫັນມາສົນໃຈໃນການແຕ່ງເພງ ເຊິ່ງເບື້ອງຕົ້ນແນວເພງທີ່ ອຈ ດາວວຽງ ບຸດນາໂຄແຕ່ງນັ້ນຈະເປັນເພງແນຣ໊ອກ ແລະ ໄດ້ແຕ່ງໃຫ້ວົງ “ເດິເຊຟໄຟ” ເຊິ່ງວົງນີ້ມີໂອກາດບັນທຶກສຽງ ເຮັດເປັນອາລບັມເພງຂອງຕົນເອງຊຸດໜຶ່ງ ລະຫວ່າງປີ 1993 (21 ປີຜ່ານມາ-ອັດສຽງທີ່ປະເທດໄທ)ແຕ່ ເວລານັ້ນ ສັງຄົມລາວ ກໍຄືນັກຟັງເພງລາວ ຍັງບໍ່ນິ ຍົມແນວເພງປະເພດຣ໊ອກພໍປານໃດ ຈຶ່ງເຮັດໃຫ້ເພງຊຸດນີ້ ບໍ່ໄດ້ຮັບຄວາມນິຍົມພໍປານໃດ ແລະ ຕໍ່ມາ ກໍຖືກສັ່ງຍຸບ ເພາະເປັນວົງທີ່ຫລິ້ນເພງທີ່ມີລັກສະນະແຂງກະດ້າງ(ໃນຍຸກນັ້ນ).
ຈາກນັ້ນປະມານ 3 ປີ ດາວວຽງໄດ້ຫັນມາແຕ່ງເພງປະເພດບ້ານນາໃຫ້ກັບນັກຮ້ອງ ໃນວົງ 3 ອ້າຍນ້ອງໜູຮ່ວງ ຫລື ໜຸ່ມໂກສິນ ໂດຍສະເພາະແມ່ນໃຫ້ ບຸນເກີດ ຮ້ອງ ແລະ ທຳການອັດສຽງເປັນຊຸດ ເພື່ອຈຳໜ່າຍໃນຊຸດ “ສາວ ດົງໂດກ ” ເພງຊຸດນີ້ອອກບໍ່ດົນກໍມີເພງອີກຊຸດໜຶ່ງອອກມາຊອນອີຄືຊຸດ “ ສາວສີເມືອງ ” ເຊິ່ງເພງທັງສອງ ຊຸດນີ້ໄດ້ສ້າງຊື່ສຽງ ໃຫ້ແກ່ດາວວຽງ ບຸດນາໂຄ ຜູ້ແຕ່ງເພງ ແລະ ນັກຮ້ອງ ຊື່ ບຸນເກີດ ໜູຮ່ວງ ຢ່າງຫລວງ ຫລາຍ ເຊິ່ງເວລານັ້ນວົ້າໄດ້ວ່າ ເຮືອນໃດທີ່ມີເທັບ ບໍ່ມີກະແຊັດ ເພງສອງຊຸດນີ້ແມ່ນຄົນເກີດຕ່າງຍຸກ-ຕ່າງສະໄໝ….
 ນອກຈະແຕ່ງເພງສອງຊຸດໃຫ້ ກັບ ບຸນເກີດ ໜູຮ່ວງ ຮ້ອງແລ້ວ ຍັງໄດ້ແຕ່ງເພງໃຫ້ນັກຮ້ອງຍິງຮ້ອງອີກຫລາຍເພງ ໂດຍສະ ເພາະ ນ້ຳເຜິ້ງ ເມືອງຈັນ ຂັບຮ້ອງ ໂດຍສະເພາະເພງຮ້ອງຕອບ ໃນຊຸດ ສາວດົງໂດກ ແລະ ແຕ່ງໃຫ້ ກິ ດາວເພັດ ໜູຮ່ວງ ເຊິ່ງ ເປັນນັກຮ້ອງສັງກັດໃນວົງ 3ອ້າຍນ້ອງໜູຮ່ວງ ນຳອີກ ເຊິ່ງເພງທີ່ແຕ່ງໃຫ້ ກິ ດາວເພັດໜູຮ່ວງຮ້ອງນັ້ນ ຈະມີລັກສະນະສ່ອງ ແສງສັງຄົມທີ່ມີການສຽດ ສີພຶດຕິກຳຂອງຄົນ ໃນໄລຍະນັ້ນນຳອີກຊຸດໜຶ່ງຄືຊຸດ “ ນ້ຳຕາຄວາຍ ” ເຊິ່ງປະກອບມີ ຫລາຍເພງ ເຊັ່ນ: ເພງເຫລົ້າຂາວເຫລົ້າລາວ, ທາງດຽວຄືສູ້, ສາວສີວຽງຈັນ, ຄິດເຖິງບ້ານ, ເມືອງລາວຂອງເຮົາ ແລະ ອື່ນໆ. ແຕ່ເພງຊຸດນ້ຳຕາຄວາຍ ເປັນເພງທີ່ບໍ່ຄ່ອຍ ໄດ້ຮັບຄວາມ ນິຍົມເທົ່າໃດ ເພາະມັີລັກສະນະສ່ອງແສງສັງຄົມທີ່ມີການ ກະທົບໂດຍກົງຫລາຍກ່ວາທາງ ອ້ອມ ແຕ່ເຖິງ ແນວໃດກໍຕາມ ເພງຊຸດນີ້ ກໍມີນັກຟັງເພງຫລາຍທ່ານ ທີ່ມັກຮ້ອງ ມັກຟັງ ເພາະເພງຫລາຍເພງໄດ້ສ້າງ ເອກະລັກ ແລະ ຢັ້ງຢືນເຖິງວິຖີຊີວິດ- ພຶດຕິກຳຂອງຄົນລາວ ແລະ ຄວາມເປັນຊາດໃຫ້ແກ່ ຄົນລາວຂອງ ພວກເຮົາ…
ສໍາລັບເພງທີ່ກ່ຽວພັນກັບຄວາມຮັກ, ຄວາມສະເໜ່ຫາ ດາວວຽງບຸດນາໂຄກໍແຕ່ງຄື ກັນ ແລະ ຍັງໄດ້ແຕ່ງ ເພງໃຫ້ກັບ ນັກຮ້ອງອີກຫລາຍຄົນຂັບຮ້ອງເຊັ່ນ: ອິນຕອງ ສ່ອງໃສ ໃນ ຊຸດ “ ກອດໝອນ ປ້ອງຂ້າງ ເຊິ່ງໃນຊຸດນີ້ມີເພງ ທີ່ໄດ້ຮັບຄວາມນິຍົມຈາກຄົນຟັງຢູ່ຫລາຍ ເພງເຊັ່ນ: ທ່ຽວເມືອງໂຂງ ເຊິ່ງ ເປັນເພງທີ່ພັນລະນາເຖິງ ຄວາມງາມບອງບ້ານ ເກີດຂອງ ຕົນເອງ, ເພງຢາກຮ້ອງໃຫ້ກ້ອງໂລກາ, ໜຶ່ງບວກ ໜຶ່ງເປັສອງ, ຄົນບ້ານນອກ, ມັກສາວແກ່ ແລະ ອືນໆ.
ບໍ່ພຽງເທົ່ານີ້ ດາວວຽງຍັງແຕ່ເພງໃຫ້ອີກຫລາຍນັກຮ້ອງໄດ້ຮ້ອງເຊັ່ນ: ຊາຍເມືອງ ໂຂງ, ທິບພາວັນ ເມືອງສະຫວັນ ເປັນເພງຮ້ອງຕອບຊຸດ “ຈົດໝາຍລອຍລົມ” ເຊິ່ງໃນສອງ ຊຸດນີ້ ກໍມີຫລາຍ ເພງທີ່ໜ້າສົນໃຈ ແລະ ຄົນມັກຟັງ….ນອກເພງກ່ຽວກັບຄວາມຮັກແລ້ວ ດາວວຽງ ບຸດນາໂຄ ຍັງໄດ້ແຕ່ງເພງກ່ຽວກັບການ ເຕືອນນັກຮຽນນັກສຶກສາຫລາຍເພງ ລວມເຖິງເພງທີ່ສຽດ ສີຄວາມເປັນຄົນລະຫວ່າງຄົນທີ່ມີເງິນ ແລະ ຂາດເຂີນ….ເຊິ່ງສ່ອງແສງ ສັງຄົມປັດຈຸບັນ ໂດຍສະເພາະເພງທີ່ແຕ່ງໃຫ້ນັກຮ້ອງຊື່ ພຸດທະສອນຂັບຮ້ອງ….
ເພງຂອງ ອຈ ດາວວຽງ ບຸດນາໂຄ ບໍ່ສະເພາະແຕ່ແຕ່ງເພງໃຫ້ ນັກຮ້ອງລາວ ເທົ່ານັ້ນ ມີເພງຫລາຍເພງທີ່ ນັກຮ້ອງ ຝັ່ງຂວາແມ່ນ້ຳຂອງໄດ້ນຳໄປຮ້ອງ ແລະ ແຕ່ງໃໝ່ໃຫ້ນັກຮ້ອງຝັ່ງຂວາຮ້ອງ ເຊິ່ງມີຫລາຍເພງກໍໄດ້ຮັບຄວາມນິຍົມຈາກນັກຟັງ ເພງຝັ່ງຂວາແມ່ນ້ຳ ຂອງ ເຊິ່ງນັກຮ້ອງທີ່ນິຍົມນຳເອົາເພງ ຂອງດາວວຽງໄປຮ້ອງເຊັ່ນ: ໄມຄ໌ ພິລົມພອນ ໂດຍສະເພາະປີ 2001 ຄູເພງບ້ານນາຂອງໄທ ສະຫລາ ຄຸນວຸທິ ນັກແຕ່ງເພງຊື່ດັງຝາກ ຝັ່ງຂວາແມ່ນ້ຳຂອງ ໄດ້ຂໍອະນຸຍາດ ນຳດາວວຽງ ບຸດນາໂຄ ນຳເອົາຜົນ ງານ ເພງຂອງລາວ 12 ເພງ ໄປໃຫ້ນັກຮ້ອງໃນສັງກັດຂອງຕົນເອງຮ້ອງ(ໄມ ພິລົມພອນ)ເຊັ່ນເພງ: ສາວສີເມືອງ, ສາວດົງໂດກ, ກຳແພງຮັກ, ໂດຍສານສາຍໃຕ້, ດາວລືມດິນ ແລະອື່ນໆ
ພາບໄດ້ຈາກອິນເຕີເນັທ ແລະ ເຟຊ ອຈ ດາວວຽງບຸດນາໂຄ 
(ຂອບໃຈທີ່ຕິດຕາມ)