08 April 2014

ນິທານກ່ຽວກັບນາງສັງຂານ

(ຂໍອະໄພເຈົ້າຂອງພາບປະກອບ ທີ່ບໍ່ໄດ້ຂໍອະນຸຍາດກ່ອນເອົາລົງ ຖ້າຜິດພາດປະການໃດກໍຂໍໄດ້ແຈ້ງບອກ ແລ້ວຈະລົບອອກ. ສຳລັບຂໍ້ມູນລຸ່ມນີ້ ແມ່ນຄັດມາຈາກປຶ້ມ “ ໂຫຣາສາດລາວ ” ພາກປະຕິທິນ ເຊິ່ງ ຮຽບຮຽງໂດຍ: ມະຫາສີລາ ວິຣະວົງ ພິມປິ ຄ.ສ ໑໙໗໐)
ນິທານກ່ຽວກັບນາງສັງຂານ(ບຸນປີໃຫມ່ລາວ)
ແຕ່​ກີ້​ແຕ່​ກ່ອນ ມີ​ເສດ​ຖີ​ຄົນ​ໜຶ່ງ ​ມີ​​ແຕ່​ເງິນ​ແຕ່​ບໍ່​ມີ​ລູກ ຕັ້ງ​ເຮືອນ​ຢູ່​ໃກ້​ກັບ​ນັກ​​ເລງຂີ້​ເຫຼົ້າ​ທີ່​ມີ​ລູກ​ສອງ​ຄົນ ມື້​ໜຶ່ງ​ນັກ​ເລງ​ຂີ້​ເຫຼົ້າ​​ເວົ້າ​ໃຫ້​ເສດຖີ ຈົນເສດ​ຖີ​ນ້ອຍ​ໃຈ ຈຶ່ງ​ໄດ້​ບວງ​ສວງ​ພະ​ອາທິດ, ພະ​ຈັນໂດຍຕັ້ງ​ ຈິດ​ອະທິຖານຂໍ​ລູກດົນກວ່າ​ສາມ​ປີກໍ​ຂາດ​ວີ່​ແວວ​ທີ່​ຈະ​ມີ​ລູກ. ຢູ່​ມາ​ມື້​ໜຶ່ງ​ພໍ​ເຖິງ​​ໃນ​ໄລຍະ​ທີ່​ພະ​ອາ ທິດ​ ຍົກ​ຂຶ້ນ​ສູ່​ລາ​ສີ​ເມດ ເສດ​ຖີ​ໄດ້​ພາ​ບໍລິວານ​ໄປ​ຍັງ​ຕົ້ນ​ໄຮ​ແຄມ​ນ້ຳ ພໍ​ເຖິງ​ກໍ​ໄດ້​ເອົາ​ເຂົ້າ​ສານ​ລົງ​ລ້າງ​ໃນ​ນ້ຳ​ເຈັດ​ເທື່ອ ແລ້ວ​ຫຸງ​ບູຊາ​ອະທິຖານ​ຂໍ​ລູກ​ກັບ​ລຸ​ກຂະ​ເທວ​ະດາ​ໃນ​ຕົ້ນ​​ໄຮ​ນັ້ນ ລຸ​ກຂະເທວະ​ດາ​ເຫັນ​ໃຈ​ເສດ​ຖີ ຈຶ່ງ​ເຫາະ​ໄປ​ທູນພະຍາ​ອິ​ນ ບໍ່ຊ້າ​ພະຍາ​ອິນ​ກໍ​ມີ​ເມດຕາ​ປະ​ທານ​ໃຫ້​ເທພະບຸດ​ອົງ​ໜຶ່ງ​ຊື່ວ່າ "ທຳມະບານ" ລົງ​ໄປ​ປະຕິ​ສົນ​ທິ​ເພື່ອເປັນລູກຂອງ​ເສດ​ຖີ ຫລັງຈາກໄດ້ລູກຊາຍ ເສດຖີຄົນນັ້ນກໍ​ໄດ້​ປຸກ​ປາ​ສາດ​ໄວ້​ໃຕ້​ຕົ້ນ​ໄຮ​ໃຫ້​ກຸ​ມານ​ ຫລື "ທຳມະບານ" ນີ້​ຢູ່​ອາໄສ.
ຕໍ່​ມາ​ເມື່ອ​ທຳມະ​ບານ​ກຸ​ມານ​ໃຫຍ່​ຂຶ້ນ ກໍ​ໄດ້​ຮຽນ​ຮູ້​​ພາສາ​ນົກ ແລະ​ ຮຽນ​ຈົບໄຕ​ເພດ​ ​ເມື່ອ​ອາ​ຍຸ​ໄດ້​ເຈັດ​ປີ ໄດ້​ເປັນ​ອາຈານ​​ໄລ່​ມື້​ໄລ່​ວັນ​ມຸງຄຸນຕ່າງໆ ແກ່​ຄົນ​ທັງ​ຫລາຍ. ຢູ່​ມາ​ມື້​ໜຶ່ງ ທ້າ​ວກະບິນ​ລະ​ພົມ(ພະຍາ​ພົມ) ໄດ້​ລົງ​ມາ​ຖາມ​ບັນຫາທ້າ​ກັບ​ທຳມະ​ບານ​ກຸ​ມານ 3 ຂໍ້ ຖ້າ​ທຳມະ​ບານ​ກຸ​ມານ​ຕອບ​ໄດ້​ກໍ​ຈະ​ຕັດ​ສຽນ(ຫົວ)​ບູຊາ ແຕ່​ຖ້າ​ຕອບ​ບໍ່​ໄດ້​ຈະ​ຕັດ​ຫົວ​ທຳມະບານ​ກຸ​ມານ​ຖິ້ມ. ທ້າ​ວກະບິນລະ​ພົມ ​ຖາມ​ທຳ​ມະບານ​ກຸ​ມານ​ວ່າ: “ ຕອນ​ເຊົ້າ​ລາສີ​ຢູ່​ທີ່​ໃດ ຕອນ​ທ່ຽງ​ລາສີ​ຢູ່​ທີ່​ໃດ ແລະ​ຕອນ​ຄ່ຳລາ​ສີ​ຢູ່​ທີ່​ ໃດ ” "ທຳມະບານ" ບໍ່ສາມາດຕອບໄດ້ທັນທີ ​ຈຶ່ງ​ຂໍ​​ເວລາ​ກັບ​ທ້າ​ວກະ​ບິນ​ລະ​ພົມເປັນ​ 7 ມື້ ​ເພື່ອ​ໄປ​ຄົ້ນຄວ້າ​ຫາ​ຄຳ​ຕອບ ຝ່າຍທ້າວກະບິນລະພົມກໍບອກວ່າໄດ້….
ນັບແຕ່ມື້ທີ່ຮັບຕຳທ້າຕອບບັນຫາກັບທ້າວ ກະບິນລະພົມ ເປັນຕົ້ນມາ ທ້າວ ທໍາມະບານ​ກຸ​ມານ ​ກໍ​ພະຍາຍາມ​ຄິດ​ຄົ້ນ​ຫາ​ຄຳ​ຕອບ ຈົນເວລາລ່ວງ​ເຂົ້າ​ວັນທີ່ 6 ກໍຍັງຊອກຫາຄໍາຕອບບໍ່ໄດ້ ອັນເປັນສາ ເຫດເຮັດໃຫ້ ທໍາມະບານກຸມມານ ຈໍາຕ້ອງ​ລົງ​ຈາກ​ປາ​ສາດ​ເຂົ້າປ່າມາ​ນອນ​ຢູ່​ໃຕ້​ຕົ້ນ​ຕານ ເຂົາ​ຄິດວ່າ: ຄັນຊິຕາຍກໍຂໍ​ຕາຍ​ໃນ​ທີ່​ລັບ​ຍັງ​ດີກວ່າ​ໄປ​ຕາຍ​ດ້ວຍ​ອາ​ຍາ​ຂອງ ທ້າ​ວ ກະບິນ​ລະ​ພົມ. ໃນເວລາທີ່ ທ້າວ ທໍາມະບານກຸມມານນອນອີງຕົ້ນຕານຢູ່ນັ້ນ ບັງ​ເອີນ​ເທິງ​ຕົ້ນ​ໄມ້​ມີ​ນົກ​​ແຮ້ງ 2 ຕົວ​ຜົວ​ເມຍ​ໄດ້ເຮັດ​ຮັງ​ຢູ່ ເຊິ່ງພວກເຂົາກໍາລັງສົນທະນາກັນເລື່ອງຊອກຢູ່ຫາກິນ, ​ແຮ້ງໂຕເປັນ ເມຍໄດ້​ຖາມ​ຜົວ​ວ່າ: ມື້​ອື່ນ​ນີ້​ເຮົາ​ຈະ​ໄປ​ຫາ​ອາຫານ​ຢູ່ໃສດີ? ຝ່າຍຜົວ​ກໍຕອບ​ນາ​ງ​ແຮ້ງວ່າ: ບໍ່ຕ້ອງຄິດຍາກ ແລະ ບໍ່ຕ້ອງເສຍແຮງໄປ ຫາກິນບ່ອນອື່ນບ່ອນໄກດອກ, ເຮົາ​ຈະ​ໄປ​ກິນ​ສົບ​ທຳມະ​ບານ​ກຸ​ມານ ຊຶ່ງ​ທ້າ​ວກ​ະບິນລະ​ພົມ​ຈະ​ຂ້າ​ຖິ້ມ ຍ້ອນ​ແກ້​ບັນຫາ​ບໍ່​ໄດ້. ນາງ​ນົກ​ຈຶ່ງ​ຖາມວ່າ: ທໍາມະບານກຸມມານ ເປັນຄົນທີ່ສະຫລາດ ຮູ້ໄດ້ທຸກໄຕຼເພດ ຄືຊິມາຕອບບໍ່ໄດ້ ຄຳ​ຖາມ​ທີ່​ທ້າ​ວກະບິນ​ລະ​ພົມຖາມ​ຄື​ຫຍັງ?. ຈາກນັ້ນແຮ້ງທີ່ເປັນຜົວ​ກໍ​ເລົ່າ​ໃຫ້​ຟັງ ສ່ວນຄໍາຖາມທີ່ ທໍາມະບານກຸມມານ ບໍ່​ສາມາດ​ຕອບ​ໄດ້ ນັ້ນມັນມີຄໍາຕອບດັ່ງນີ້: ຕອນ​ເຊົ້າ ລາສີ​ຈະ​ຢູ່​ທີ່​ໜ້າ ຄົນ​ຈຶ່ງ​ຕ້ອງ​ລ້າງ​ໜ້າ​ທຸກ​ໆເຊົ້າ ຕອນ​ທ່ຽງ ລາສີ​ຈະ​ຢູ່​ທີ່​ໜ້າ​ເອິກ ຄົນ​ຈຶ່ງ​ອາບນ້ຳ​ແລະເອົາ​ເຄື່ອງ​ຫອມ​ປະ​ພົມ​ທີ່​ໜ້າ​ເອິກ ສ່ວນ​ຕອນ​ຄ່ຳ ລາສີ​ຈະ​ຢູ່​ທີ່​ຕີນ ຄົນ​​ເຮົາຈຶ່ງ​ຕ້ອງ​ລ້າງ​ຕີນ​ກ່ອນ​ເຂົ້າ​ນອນ. ພໍໄດ້ຍິນຄໍາຕອບຈາກແຮ້ງ ທຳ​ມະບານ​ກຸ​ມານ ສຸດແສນດີໃຈ ຟ້າວລຸກຍ່າງກັບປາສາດຂອງຕົນ ເອງ ແລະ ຈົດຈຳຄຳຕອບນັ້ນໄວ້.​
ພໍເຖິງຮຸ່ງ​ເຊົ້າມື້ຕໍ່ມາ ເຊິ່ງ​ເປັນ​ມື້​ນັດ​ໝາຍ​ກັນ​ແລ້ວ ທ້າ​ວກະ​ບິນລະ​ພົມ​ກໍ​ມາ​ຕາມ​ສັນຍາ​ທີ່​ໃຫ້​ໄວ້​ທຸກ​ປະ​ການ, ທຳມະ​ບານ​ກຸ​ມານ ​ຈຶ່ງ​ເອົາ​ຄຳ​ຕອບ​ທີ່​ໄດ້ຍິນ​ຈາກ​ນົກແຮ້ງນັ້ນ​ໄປ​ຕອບ​ຄໍາຖາມຂອງ​ ທ້າ​ວ ກະບິນລະ​ພົມ ອັນໄດ້ເຮັດໃຫ້​​ທ້າວ​ທຳ​ມະ​ບານ​ກຸ​ມານ​​ຕອບຖືກ ແລະ ເປັນຝ່າຍຊະນະ ສ່ວນທ້າວ​ ກະບິນລະ​ພົມ ​ ຈຳ​ເປັນ​ຕ້ອງ​ຕັດ​ຫົວ​ຕົວ​ເອງ​ຕາມ​ທີ່​ໄດ້ສັນຍາ​ເອົາໄວ້. 
ກ່ອນຈະຕັດຫົວຂອງ ທ້າວ ກະລິນລະພົມນັ້ນລາວໄດ້​​ເອີ້ນ​ລູກ​ສາວ​ທັງ​ເຈັດ(7)​​ມາ​ລວມພ້ອມ​ໆ ກັນແລ້ວ​ບອກວ່າ: ພໍ່ຈະ​ຕັດ​ສຽນ(ຫົວ)​ບູຊາ​ທຳ​ມະບານ​ກຸ​ມານຕາມທີ່ໄດ້ພະນັນກັນ. ແຕ່ຖ້າ​ຕັດແລ້ວ ຫາກຫົວພໍ່ຕົກໃສ່ແຜ່ນດິນ ກໍຈະເກີດໄຟ​ມະໄລກັນ​ໄໝ້​ໂລກ, ຖ້າ​ໂຍນ​ຂຶ້ນ​ໄປ​ເທິງ​ອາ​ກາດຈະເຮັດໃຫ້ ແຫ້ງ​ແລ້ງ ຟ້າຝົນຊົນລະທາກໍຈະບໍ່ຕົກ ແຕ່ຖ້າ​ຈະ​ຖິ້ມ​ລົງມະຫາ​ສະໝຸດ ນ້ຳ​ກໍ​ຈະ​ເຫືອດແຫ້ງ. ດັ່ງນັ້ນຂໍ ໃຫ້​ທິ​ດາ​ທັງ​ເຈັດ​ນຳ​ພານ​ມາ​ຮອງ​ຮັບໄວ້ແລ້ວ​ໃຫ້​ ນາງ ​ທຸງ​ສະ​ເທວີ ຜູ້​ເປັນ​ທິ​ດາ​ອົງໃຫຍ່ ນໍາເອົາສຽນ(ຫົວ) ຂອງພໍ່ນີ້​ວຽນ​ຂວາ​ຮອບພູເຂົາ​ພະ​ສຸ​ເມ​ນ ແລ້ວ​ຈຶ່ງນໍາໄປເກັບ​ຮັກສາໄວ້​ໃນ​ຖ້ຳ​ຄັນ​ທຸ​ລີໃນ​ພູເຂົາ​ໄກ​ລາດ ພໍເຖິງຂວບປີ ແມ່ນໃຫ້ນຳເອົາຫົວພໍ່ອອກມາຫົດສົງ ໂດຍຜັດປ່ຽນກັນຕາມວັນເວລາ ຫລື ຕາມ​ ວັນມະຫາ​ສົງ​ການ ຫາກວ່າ: 
1) ມື້​ມະຫາ​ສົງ​ການ(ສັງຂານ​ລ່ວງ)ໄປ​ວັນອາທິດ​ ແມ່ນ​ນາງ​ສັງຂານ ມີນາມ ທຸງ​ສະ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ພິລາ ອາ​ພອນແກ້ວ​ປັດ​ທະມະ​ລາດ ພັກ​ສາ​ຫານ​ອຸ​ທຸມ​ພອນ (ໝາກເດື່ອ) ພະ​ຫັດຂວາ​ຊົງ​ກົງຈັກ​ ພະ​ຫັດຊ້າຍ​ຊົງ​ສັງ(ຫອຍ)ສະເດັດ​ມາ​ເທິງ​ຫລັງ​ຄຸດ.
2) ຖ້າ​ວັນຈັນ​ເປັນ​ມື້​ມະຫາ​ສົງ​ການ ນາງ​ສັງຂານ ມີນາມ ໂຄ​ລາ​ຄະ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກກາງຂອງ ອາ​ພອນແກ້ວ​ມຸກ​ດາຫານ(ແກ້ວໝົ່ນ) ພັກ​ສາ​ຫານ​ແມ່ນນໍ້ານົມ, ພະ​ຫັດຂວາ​ຊົງພະຂັນ(ດາບ ຫລື ງ້າວ) ພະ​ຫັດຊ້າຍ​ຊົງ​ໄມ້ຄ້ອນ​ເທົ້າ ສະເດັດ​ມາ​ເທິງ​ຫລັງ​ພະ​ຍັກ(ເສືອໂຄ່ງ).
3) ຖ້າ​ວັນອັງ​ຄານ​ເປັນ​ມື້​ມະຫາ​ສົງ​ການ ນາງ​ສັງຂານ ມີນາມ ຣາກ​ສະ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ບົວ​ຫລວງ ອາ​ພອນແກ້ວ​ໂມ​ລາ ພັກ​ສາ​ຫານ​ເລືອດ ພະ​ຫັດຂວາ​ຊົງ​ຕີ​ສູນ(​ເຫຼັກສາມ​​ແຫຼມ) ພະ​ຫັດຊ້າຍ​ຊົງ​ທະນູ ສະເດັດ​ມາ​ເທິງ​ຫລັງ​ວະ​ລາ​ຫະ(ໝູ).
4) ຖ້າ​ວັນ​ພຸດ​ເປັນ​ມື້​ມະຫາ​ສົງ​ການ ນາງ​ສັງຂານ ມີນາມ ມົນ​ທາ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ຈຳ​ປາ ອາ​ພອນ​ແກ້ວ​ໄພ​ທູນ ພັກ​ສາ​ຫານ​ນົມ​ເນີຍ ພະ​ຫັດຂວາ​ຊົງ​ເຂັມ ພະ​ຫັດຊ້າຍ​ຊົງ​ໄມ້ເທົ້າ ສະເດັດ​ມາ​ເທິງ​ຫລັງ​ຄັດ​ລະ​ພະ(ລາ).
5) ຖ້າ​ວັນພະ​ຫັດ​ ເປັນ​ມື້​ມະຫາ​ສົງ​ການ ນາງ​ສັງຂານ ມີນາມ ກິ​ລິ​ນີ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ມົນ​ທາ ອາ​ພອນແກ້​ວມໍລະ​ກົດ ພັກ​ສາ​ຫານ​ຖົ່ວ​ງາ ພະ​ຫັດຂວາ​ຊົງ​ຂໍ​ຊ້າງ ພະ​ຫັດຊ້າຍ​ຊົງ​ປືນ ສະເດັດ​ມາ​ເທິງ​ຫລັງ​ຄະສະສານ(ຊ້າງ).
6) ຖ້າ​ວັນສຸກເປັນ​ມື້​ມະຫາ​ສົງ​ການ ນາງ​ສັງຂານ ມີ​ນາມ ກິ​ມິ​ທາ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ຈົງ​ກົນ​ນີ ອາ​ພອນແກ້ວ​ບຸດສະລາ​ຄຳ ພັກ​ສາ​ຫານ​ກ້ວຍ​ນ້ຳ ພະ​ຫັດຂວາ​ຊົງ​ຂັນ ພະ​ຫັດຊ້າຍ​ຊົງ​ພິນ ສະເດັດ​ມາ​ເທິງ​ຫລັງ​ມະ​ຫິງ​ສາ (ຄວາຍ).
7) ຖ້າ​ວັນເສົາເປັນ​ມື້​ມະຫາ​ສົງ​ການ ນາງ​ສັງຂານ ມີນາມ ມະ​ໂຫ​ທອນ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ສາ​ມຫາ​ວ ອາ​ພອນ​ແກ້ວ​ນິນ​ລັດຕະນະ ພັກ​ສາ​ຫານ​ເນື້ອ​ຊາຍ ພະ​ຫັດ​ຂວາ​ຊົງກົງ​ຈັກ​ ພະ​ຫັດຊ້າຍ​ຊົງ​ຕີ​ສູນ ສະເດັດ​ມາ​ເທິງ​ຫລັງ​ມະ​ຍຸ​ລາ (ນົກ​ຍູງ).
ປີນີ້ ນາງ​ສັງຂານ ມີນາມວ່າ ໂຄ​ລາ​ຄະ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກກາງຂອງ ອາ​ພອນແກ້ວ​ມຸກ​ດາຫານ(ແກ້ວໝົ່ນ) ພັກ​ສາ​ຫານ​ແມ່ນນໍ້ານົມ, ພະ​ຫັດຂວາ​ຊົງພະຂັນ(ດາບ ຫລື ງ້າວ) ພະ​ຫັດຊ້າຍ​ຊົງ​ໄມ້ຄ້ອນ​ເທົ້າ ສະເດັດ​ໄສຍາດ(ນອນ) ມາ​ເທິງ​ຫລັງ​ພະ​ຍັກ(ເສືອໂຄ່ງ)
(ຂອບໃຈທີ່ອ່ານ, ຂອບໃຈເຈົ້າຂອງຮູບພາບທຸກໆພາບ-ຈາກອິນເຕີເນັທ)