06 December 2014

ທ່ານຄືຜູ້ຍິ່ງໃຫຍ່ ປະເທດຊາດຈາລຶກບຸນຄຸນ

ສະບາຍດີທ່ານທີ່ເຄົາລົບ
ວັນເສົາ ວັນທີ 6 ແລະ ວັນທີ 13 ທັນວາ 2014 ລາຍການສົ່ງເສີມສິນລະປິນ ທີ່ອອກອາກາດທາງລະບົບ AM ຄວາມຖີ່ 567 Khz, SW 6130 Khz ເວລາ 8:30-9:00 am ຈະໄດ້ນຳສະເໜີກ່ຽວກັບປະຫວັດການເຄື່ອນໄຫວ ສ່ວນໜ້ອຍໜຶ່ງ ຂອງທ່ານ ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນເກີດ ຄົບ 94 ປີ
(13 ທັນວາ 1920-13 ທັນວາ 2014)

ທ່ານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຜູ້ທຳອິດຕັ້ງແຕ່22 ມີນາ 1955 ເກີດເມື່ອວັນທີ່ 13 ທັນວາ 1920 ຢູ່ບ້ານນາເຊັງ ເມືອງຄັນທະບູລີ ປັດຈຸບັນແມ່ນເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຫລັງຈາກສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ ຄ.ສ 1975 ໂດຍທີ່ ທ່ານ ສຸພານຸວົງ ເປັນປະທານປະເທດ ແລະ ທ່ານ ໄກສອນ ພົມວິຫານ ເປັນ ນາຍົກລັດຖະມົນຕີຜູ້ທຳອິດ ແລະ ຕໍ່ມາ ທ່ານ ໄກສອນ ພົມວິຫານ ໄດ້ເປັນປະທານປະເທດຈົນເສຍຊີວິດ ເມື່ອວັນທີ່ 21 ພະຈິກ ຄ.ສ 1992


ທ່ານ ໄກສອນ ພົມວິຫານ ເປັນບຸດຂອງ ທ້າວລ້ວນ ເຊິ່ງເປັນລັດຖະກອນແປພາສາ ທີ່ສຳນັກງານຜູ້ສຳເລັດຣາຊະການຝຣັ່ງ ປະຈຳແຂວງສະຫວັດນະເຂດ ເປັນຄົນລາວເຊື້ອສາຍຫວຽດນາມທີ່ມີຄວາມຮັກຫອມປະເທດຊາດ ແມ່ຊື່ ນາງດົກ ເຊິ່ງເປັນຄົນລາວໂດຍກຳເນີດ. ທ່ານໄກສອນ ພົມວິຫານ ເກີດທີ່ບ້ານ ນາເຊັງ ເມືອງຄັນທະບູລີ (ເມືອງໄກສອນ ພົມວິຫານ) ແຂວງສະຫວັນນະເຂດ; ມີນ້ອງສາວ 2 ຄົນຄື: ນາງສະຫວັນທອງ ແລະ ນາງແກ້ວມະນີ.

ເຕອນທີ່ ທ່ານໄກສອນ ມີອາຍຸ 7 ປີ ເພິ່ນໄດ້ເຂົ້າໂຮງຮຽນປະຖົມພາສາລາວ ທີ່ບ້ານເໜືອ(ປັດຈຸບັນແມ່ນ ບ້ານໄຊຍະພູມ) ຕໍ່ມາເຂົ້າໂຮງຮຽນປະຖົມພາສາຝຣັ່ງທີ່ ບ້ານໃຕ້(ບ້ານທ່າແຮ່) ເມື່ອຮຽນຈົບຊັ້ນປະຖົມ ເມື່ອປີ ຄ.ສ 1934 ໄດ້ເຂົ້າຮຽນ ທີ່ໂຮງຮຽນ ວິທະຍາໄລໂປເຕັກໂຕຣາ (Lyceé du Protectorat) ທີ່ ຮ່າໂນ້ຍ ປະເທດຫວຽດນາມ ເມື່ອຮຽນຈົບ ວິທະຍາໄລ ໃນປີ ຄ.ສ 1942 ໄດ້ເສັງເຂົ້າຮຽນມະຫາວິທະຍາໄລ ໃນສາຂາວິຊາການແພດ ຕາມຄຳແນະນຳຂອງພໍ່ ແຕ່ເມື່ອໄດ້ຮຽນ ຍ້ອນວິຊາດັ່ງກ່າວບໍ່ຖືກກັບຄວາມມັກຂອງເພິ່ນ ຈຶ່ງໄດ້ປ່ຽນມາຮຽນ ວິຊາກົດໝາຍແທນ. ​​
ການຮຽນວິຊາກົດໝາຍ ເຮັດໃຫ້ທ່ານໄດ້ຮຽນຮູ້ກົນໄກການປົກຄອງແບບຫົວເມືອງຂື້ນຂອງຝຣັ່ງ ໄດ້ຮຽນຮູ້ກ່ຽວກັບ ຂະບວນການຕໍ່ສູ້ຂອງນັກຮຽນນັກສຶກສາ ທີ່ຮັກຊາດຕ້ານລັດທິລ່າເມືອງຂື້ນ. ໃນໄລຍະນັ້ນ ຂະບວນການຫວຽດມິນ ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ໂດຍປະທານ ໂຮຈິມິນ ທ່ານໄກສອນໄດ້ສຶກສາເອກະສານສ່ິງພິມ ທີ່ເປັນສຽງຂອງພັກກອມມູນິດອິນດູຈີນ ລວມທັງເອກະສານ ອື່ນໆ ເຊັ່ນ: ໜັງສືທິດສະດີປະຕິວັດ ເຊິ່ງໃນນັ້ນລວມ ທັງມະຕິຂອງກອງປະຊຸມສາກົນກອມມູນິດ ປີ ຄ.ສ 1919 ແລະ ໜັງສືອື່ນໆ ກ່ຽວກັບສະຫະພາບໂຊວຽດ. ດ້ວຍເງື່ອນໄຂ ແລະ ສະພາບແວດລ້ອມທີ່ເຕັມໄປດ້ວຍບັນຍາກາດແຫ່ງການຕໍ່ສູ້ຂອງຫວຽດມິນ ໄດ້ສົ່ງຜົນກະທົບໂດຍກົງຕໍ່ແນວຄິດ ແລະ ເສັ້ນທາງຊີວິດຂອງທ່ານ. ທ່ານເຄີຍມີຄວາມເຫັນວ່າ: " ການເຄື່ອນໄຫວຂອງຫວຽດມິນ ໄດ້ເຮັດໃຫ້ເພິ່ນເກີດແນວຄິດ ຮັກຊາດ ແລະ ຢາກໃຫ້ປະເທດຊາດເປັນເອກະລາດ ມີອະທິປະໄຕ "
ປີ ຄ.ສ 1944 ທ່ານໄກສອນໄດ້ເຂົ້າເປັນສະມາຊິກຂອງສະມາຄົມໄວໜຸ່ມກູ້ຊາດຫວຽດມິນ ທ່ານໄດ້ຮ່ວມກິດຈະກຳ ຂອງສະມາຄົມຢ່າງຫຼວງຫຼາຍ ເຮັດໃຫ້ທ່ານໄດ້ຮຽນຮູ້ການເຄື່ອນໄຫວຂອງຫວຽດມິນໄດ້ເປັນຢ່າງດີ.  ທ່ານໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຄົນທີ່ຮັກຊາດ ທີ່ມີສະຕິຕື່ນຕົວສູງເທົ່ານັ້ນ ແຕ່ທ່ານຍັງມີແນວຄິດປະຕິວັດອີກດ້ວຍ.
ຄ.ສ 1945 ສະພາບການຂອງໂລກໄດ້ຜັນປ່ຽນໄປຢ່າງໄວວາ ແລະ ສົ່ງຜົນກະທົບໂດຍກົງຕໍ່ຊະຕາກຳຂອງບັນດາປະຊາຊາດ ໃນແຫລມອິນດູຈີນ, ຕົ້ນເດືອນ ມີນາ ຄ.ສ 1945 ສູນກາງພັກກອມມູນິດອິນດູຈີນໄດ້ຈັດກອງປະຊຸມຂື້ນ ເພື່ອກະກຽມ ເງື່ອນໄຂອັນຈຳເປັນໃຫ້ແກ່ການລຸກຮືຂື້ນຍຶດອຳນາດການປົກຄອງຈາກພວກລ່າເມືອງຂຶ້ນ ເພື່ອນໍາເອົາເອກະລາດແຫ່ງຊາດ ມາໃຫ້ບັນດາປະເທດໃນອິນດູຈີນ.

ໃນວັນທີ 9 ພຶດສະພາ ຄ.ສ 1945 ກອງທັບແດງໂຊວຽດ ໄດ້ຮັບໄຊຊະນະກອງທັບຟາຊິດເຢຍລະມັນ ອັນໄດ້ເຮັດໃຫ້ ເກີດມີໂອກາດອຳນວຍສຳລັບການລຸກຮືຂື້ນຍຶດອຳນາດຂອງປະຊາຊົນໃນແຫຼມອີນດູຈີນ. ປະທານ ໄກສອນ ເວລານັ້ນ ຫາກໍເດີນທາງຈາກວຽດນາມມາຮອດສະຫວັນນະເຂດ ແລະ ໄດ້ເຄື່ອນໄຫວທັນທີໂດຍເລີ່ມຈາກການຄົ້ນຫາຜູ້ທີ່ຮັກຊາດ ໃນຂະບວນການລາວອິດສະຫຼະ ທັງດຳເນີນການປຸກລະດົມ ແລະ ຈັດຕັ້ງຊາວໜຸ່ມລາວ ແລະ ຫວຽດນາມຕ່າງດ້າວ ເຂົ້າຮ່ວມໃນຂະບວນການຕໍ່ສູ້ ຍຶດອຳນາດທີ່ສະຫວັນນະເຂດ; ຕາມການບັນທຶກຂອງ ທ່ານ ສີຊະນະ  ສີສານ ເຊິ່ງເປັນຜູ້ໜຶ່ງທີ່ໄດ້ເຂົ້າຮ່ວມໃນຂະບວນການນັ້ນລະບຸໄວ້ວ່າ: " ໃນຂະນະນັ້ນ ສະຫາຍ ໄກສອນ ພົມວິຫານ ພ້ອມດ້ວຍຄະນະຜູ້ແທນແຂວງສະຫວັນນະເຂດ ໄດ້ໄປຫາພວກຍີ່ປຸ່ນ ແລະ ທວງໃຫ້ຍີ່ປຸ່ນມອບອຳນາດ ໃຫ້ແກ່ຄົນລາວ, ໃນທີສຸດໃນວັນທີ 31 ສິງຫາ ຄ.ສ 1945 ພວກຍີ່ປຸ່ນກໍໄດ້ຍອມມອບປືນ 120 ກະບອກ ພ້ອມດ້ວຍລູກປືນຫຼາຍຫີບໃຫ້ແກ່ຊາວແຂວງສະຫວັນນະເຂດ; ກອງກໍາລັງປະກອບອາວຸດ ຂອງປະຊາ ຊົນໄດ້ຮັບການຈັດຕັ້ງຂຶ້ນທັນທີ ແລະ ພ້ອມກັນນັ້ນ ປະທານ ໄກສອນ ແລະ ຂ້າພະເຈົ້າ ກໍໄດ້ພາກັນ ອອກໄປບ້ານຕ່າງໆເພື່ອບອກໃຫ້ບັນດາກຳລັງປະກອບອາວຸດ "ລາວອິດສະຫຼະ" ເຂົ້າມາສະຫວັນນະເຂດ ເພື່ອສົມທົບກັບກຳລັງປະກອບອາວຸດປະຊາຊົນ ທີ່ໄດ້ຈັດຕັ້ງຂຶ້ນໄວ້ກ່ອນໜ້ານັ້ນແລ້ວ ໃຫ້ເປັນກຳລັງ ປະກອບອາວຸດອັນດຽວກັນ ພາຍຫຼັງທີ່ການຍຶດອຳນາດຮຽບຮ້ອຍແລ້ວ ທ່ານ ໄກສອນ ພົມວິຫານ ກໍໄດ້ຮັບຜິດຊອບພະແນກຖະແຫຼງຂ່າວຂອງແຂວງສະຫວັນນະເຂດ "
ວັນທີ 9 ກັນຍາ 1945 ພວກທະຫານຝຣັ່ງໄດ້ເປີດບັ້ນບຸກໂຈມຕີເຂົ້າຕົວເມືອງ ຂອງແຂວງສະຫວັນນະເຂດ ພວກເຂົາ ໄດ້ຖືກຕອບໂຕ້ຄືນຢ່າງແຂງແຮງຈາກກຳລັງ ປະກອບອາວຸດປະຊາຊົນ, ຕົ້ນເດືອນຕຸລາ 1945 ທ່ານທ່ານ ໄກສອນ ພົມວິຫານ ໄດ້ເປັນເຈົ້າການ ໃນການເຄື່ອນໄຫວປຸກລະດົມ ແລະ ຈັດຕັ້ງມວນຊົນຊາວແຂວງສະຫວັນນະເຂດ ເກືອບ 2.000 ຄົນ ແລະ ໄດ້ເຂົ້າຮ່ວມພິທີຕ້ອນຮັບ ທ່ານ ສຸພານຸວົງ ທີ່ໄດ້ເດີນທາງມາຈາກປະເທດຫວຽດນາມ ຜ່ານແຂວງ ສະຫວັນນະເຂດ ເຊິ່ງຈະເດີນທາງໄປນະຄອນຫລວງວຽງຈັນ ເພື່ອເຂົ້າຮ່ວມໃນຄະນະລັດຖະບານລາວອິດສະຫຼະ.

ຮອດເດືອນ ທັນວາ 1945 ທ່ານ ໄກສອນ ພົມວິຫານ ໄດ້ອອກເດີນທາງຈາກສະຫວັນນະເຂດໄປຮ່າໂນ້ຍ ເພື່ອເຕົ້າໂຮມ ເອົາຄົນລາວທີ່ອາໄສຢູ່ໃນ ຫວຽດນາມເຂົ້າຮ່ວມການຕໍ່ສູ້, ຕອນທີ່ ທ່ານຢູ່ ຮ່າໂນ້ຍ ນັ້ນ ທ່ານ ໄກສອນ ພົມວິຫານ ໄດ້ເຮັດ ວຽກຢູ່ທີ່ສະຖານີວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ ເຮັດໜ້າທີ່ຂຽນບົດຂ່າວໂຄສະນາ, ຂຽນບົດວິຈານ, ແປຂ່າວຈາກພາສາຫວຽດນາມ ແລະ ພາສາຝຣັ່ງ ມາເປັນ ພາສາລາວ; ບາງເທື່ອເພິ່ນກໍໄດ້ເປົ່າແຄນອອກທາງ ວິທະຍຸ ກະຈາຍສຽງນັ້ນນໍາອີກ.
ໃນລະຫວ່າງເດືອນມີນາ ຫາ ເດືອນທັນວາ 1946 ປະທານ ໄກສອນ ພົມວິຫານ ໄດ້ເຂົ້າຮ່ວມເຮັດວຽກໃນຄະນະຕິດຕໍ່ ລາວ-ຫວຽດນາມ ທີ່ຮ່າໂນ້ຍ ອົງການນີ້ເປັນອົງການທີ່ໄດ້ເຕົ້າໂຮມເອົາຄົນລາວທີ່ຢູ່ຮ່າໂນ້ຍ ແລະ ແຂວງຕ່າງໆຂອງ ຫວຽດນາມ ມາຮວມກັນ ເພື່ອຈັດຕັ້ງອົງການກູ້ຊາດຂອງລາວທີ່ຢູ່ຫວຽດນາມ. ທ່ານ ໄກສອນ ພົມວິຫານ ໃນຍຸກ ຕໍ່ສູ້ກັບພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຮ່ວມກັບຜູ້ນຳທ່ານອື່ນໆ ໄດ້ແກ່ ປະທານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ຄຳໄຕ ສີພັນດອນ. ໃນບັນດາຜູ້ນໍາເລົ່ານັ້ນ ທ່ານ ໄກສອນ ພົມວິຫານ ຮັບຜິດຊອບນຳພາການຕໍ່ສູ້ ທາງດ້ານການທະຫານ ເຂົ້າໃນພາລະກິດປົດປ່ອຍຊາດ ໂດຍໃຊ້ຍຸດທະວິທີ " ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ ແຕ່ໃຫ້ຈັບປາໄດ້ ".
ການສ້າງຕັ້ງພັກປະຊາຊົນລາວ ໂດຍທ່ານເປັນເລຂາທິການໃຫຍ່ ຜູ້ທຳອິດຂອງພັກ ເຊິ່ງເວລາ ນັ້ນພັກດຳເນີນການເຄື່ອນໄຫວ ຢ່າງປິດລັບ ໂດຍມີແນວລາວສ້າງຊາດເປັນຕົວແທນໃຫ້ກັບພັກ ຈົນສາ ມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ປະກາດ ສະຖາປະນາປະເທດລາວເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອວັນທີ 2 ທັນວາ ຄ.ສ 1975 ນັບແຕ່ນັ້ນມາພັກປະຊາຊົນປະຕິວັດລາວຈຶ່ງດຳເນີນການເຄື່ອນໄຫວຂອງຕົນຢ່າງເປີດເຜີຍ.
ເວົ້າໄດ້ວ່າ ໃນພາລະກິດການຕໍ່ສູ້ ຫລື ການເຄື່ອນໄຫວຂອງພັກປະຊາຊົນປະຕິວັດລາວ ທ່ານ ໄກສອນ ພົມວິຫານ ຄືຜູ້ນຳທີ່ແທ້ຈິງຂອງພັກ ທ່ານໄດ້ດຳລົງຕຳແໜ່ງເລຂາທິການໃຫຍ່ຂອງພັກນັບ ແຕ່ວັນສ້າງຕັ້ງພັກຈົນເຖິງມື້ສຸດ ທ້າຍໃນຊີວິດຂອງທ່ານ ທ່ານ ໄກສອນພົມວິຫານ ໄດ້ເຖິງແກ່ມໍລະນະກຳ ເມື່ອວັນທີ 21 ພະຈິກ ປີ ຄ.ສ 1992.



(ພາບບໍ່ກ່ຽວກັບບົດ, ພາບໄດ້ຈາກອິນເຕີເນັທ)
ຂອບໃຈທີ່ຕິດຕາມ

10 October 2014

ນາຍທ້າຍພາຍເຮືອຂ້າມຝັ່ງ


ມີຫລາຍຄົນມັກປຽບທຽບ "ຄູ" ເປັນດັ່ງນາຍທ້າຍພາຍເຮືອຂ້າມຝັ່ງ ສົ່ງຜູ້ນັ້ນ ສົ່ງຜູ້ນີ້ ບໍ່ມີມື້ເມື່ອຍເປັນ...ວ່າຊັ້ນ
ຄໍາວ່າ ຄູ (ຄຣຸ-ພາສາປາ­ລີ) ມີຄວາມ­ໝາຍວ່າ "ໜັກ" ຫລື ຜູ້ເຮັດວຽກໜັກ, ໝາຍເຖິງ­ຜູ້­ທີ່ເຮັດ ໜ້າ­ທີ່­ສິດ­ສອນ­ຄົນ­ອື່ນ­ ເຊິ່ງແມ່ນການເຮັດໜ້າ­ທີ່­ອັນ­ສໍາ­ຄັນ ແລະ ­ໜັກໜ່ວງ, ໜັກໃນ­ທີ່­ນີ້ອາ­ດໝາຍໂຮມໄປຮອດ ໜັກແໜ້ນ­ທັງ­ຄວາມ­ຄຶດ ຄວາມອ່ານ ສະ­ຕິປັນ­ຍາ ປະ­ຕິພານ ໄຫວພິກ ແລະ­ ກິລິຍາມາ­ລະ­ຍາ­ດ ແມ່ນ ຜູ້­ທີ່­ມີຄວາມ­ ຮູ້­ຄຽງ­ຄູ່­ຄຸນນະ­ທັມ ແລະ­ ຈະ­ລິຍະ­ທໍາ ທັງ­ປັນ­ຍາວຸດທິ ແລະ­ ຄຸນນະ­ວຸດທິ ຈຶ່ງເປັນ­ຜູ້­ທີ່­ສາມາ­ດສິດ­ສອນ ຖ່າຍ­ທອດ­ ວິຊາໃຫ້­ຄົນ­ອື່ນໄດ້.
ຮູບໄດ້ຈາກອິນເຕີເນັທ
ແຕ່ຫລາຍຄົນອາດຈະສັບສົນທີ່ເຮົາມັກໄດ້ຍິນທັງຄໍາທີ່ວ່າ “ຄູ” ແລະ “ອາຈານ” ຄໍາວ່າອາ­ຈານ (ອາ­ຈາ­ຣິຍະ-ພາສາປາ­ລີ) ໝາຍວ່າຜູ້­ທີ່­ມີຄວາມ­ຮູ້, ຜູ້­ທີ່ເຮັດໜ້າ­ທີ່ບອກ­ສອນ­ຄົນ­ອື່ນ ເຊິ່ງບໍ່ແຕກຕ່າງກັບຄໍາວ່າ “ຄູ” ແຕ່ວ່າ ຄໍາວ່າ ­"ຄູ" ນັ້ນ ເຮົາມັກເອີ້ນໃຫ້ສຳລັບຜູ້ທີ່ສິດສອນເດັກນ້ອຍຫລາຍກ່ວາການສິດສອນຜູ້ໃຫຍ່ ເຊັ່ນ: ຄູອະນຸບາຍ, ຄູສອນປະຖົມສຶກສາ ເປັນຕົ້ນ. ດັ່ງນັ້ນ ຄູ ໂດຍພຶດຕິກຳແລ້ວຈະມີຄວາມ­ທີ່ໜັກແໜ້ນເລິກເຊິ່ງ­ກວ່າ. ຕົວຢ່າງ: ຜູ້ທີ່ສອນເດັກນ້ອຍຕ້ອງໄດ້ເຮັດວຽກ ທີ່ໜັກໜ່ວງ ເພາະຕ້ອງໄດ້­ສອນ­ທັງ­ວິຊາ­ຄວາມ­ຮູ້, ການປະ­ພຶດປະ­ຕິບັດ, ຄຸນ­ສົມ­ບັດ ແລະ ­ວິໄນໃຫ້ພ້ອມກັນ ເພື່ອປູກ­ຝັງ­ຄຸນ ຄ່າອັນ­ດີງາມໃຫ້ແກ່­ເດັກນັກຮຽນ ເຊິ່ງຕ່າງຈາກອາຈານ ທີ່ສອນນັກຮຽນຊັ້ນທີ່ສູງກ່ວາເຊັ່ນ: ລະດັບມັດທະຍົມຕົ້ນ, ມັທຍົມປາຍ ຫລື ລະດັບມະຫາວິທະຍາໄລ ຫລື ສູງກ່ວາ ແຕ່ອາຈານເລົ່ານັ້ນ ແຕ່ລະຄົນອາດສອນພຽງວິຊາໃດໜຶ່ງເທົ່ານັ້ນ.

ມີໂອກາດ ຢ່າລືມຕິດຕາມຟັງ ລາຍການ “ສົ່ງເສີມສິນລະປິນ” ລາຍການນີ້ມີໃຫ້ທ່ານໄດ້ຮັບຟັງທຸກໆມື້ວັນເສົາ ທາງລະບົບ AM 567 Khzຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30-9:00 ໂມງ. ວັນເສົາ ວັນທີ 11 ຕຸລາ 2014 ນີ້ຈະນຳສະເໜີກ່ຽວກັບເວົ້າກ່ຽວກັບ ເພງ ແລະ ບົດກອນຈາກນັກຂຽນຫລາຍໆທ່ານ ທີ່ໄດ້ບັນຍາຍເພື່ອສັນລະເສີນຄຸນຄູ ເຊິ່ງປຽບດັ່ງພໍ່ແມ່ຜູ້ທີສອງ….
(ຂອບໃຈທີ່ຕິດຕາມ)

03 October 2014

ເຄີຍຟັງເພງສາວດົງໂດກ....ບໍ່ທຳມະດາບໍ່ ?

ລາຍການ “ສົ່ງເສີມສິນລະປິນ” ລາຍການນີ້ມີໃຫ້ທ່ານໄດ້ຮັບຟັງທຸກໆມື້ວັນເສົາ ທາງລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30 am ລາຍການນີ້ຈະນຳສະເໜີ ກ່ຽວກັບຜົນງານການປະດິດແຕ່ງ, ການປະພັນ ຂອງນັກ ສິນລະປິນ ທັງເກົ່າ ແລະ ໃໝ່ ວັນເສົາ ວັນທີ 4 ຕຸລາ 2014 ຈະນຳສະເໜີກ່ຽວກັບເວົ້າກ່ຽວກັບ ຜົນງານເພງຂອງນັກປະພັນທ່ານໜຶ່ງ ເຊິ່ງມີ ທັງການປະພັນບົດເລື່ອງສັ້ນ, ບົດກາບກອນ ລວມທັງເກັ່ງໃນ ການໂຕ້ກອນສົດ ແລະ ຄົນທີ່ມີຫົວໃຈ ເປັນສຽງດົນຕຣີ ເຂົາເປັນເຈົ້າຂອງຜົນງານເພງ “ ສາວດົງໂດກ ” , “ສາວສີເມືອງ” ແລະ ໄດ້ຮັບ ລາງວັນ ນັກສິນລະປິນດີເດັ່ນຂອງຊາດ ສາຂາວັນນະກຳ ເຂົາຄົນນີ້ຄື “ ດາວວຽງ ບຸດນາໂຄ ”
ດາວວຽງ ບຸດນາໂຄ ເປັນຄົນບ້ານຂີ້ນາກ ເມືອງໂຂງ ແຂວງຈຳປາສັກ ເວົ້າໄດ້ວ່າລາວໄດ້ເຕີບໃຫຍ່ ມາຈາກ “ ແດນນັກປາດ ຊາດນັກກະວີ ດິນແດນແຫ່ງກາບ ກອນຜະຫຍາ ສຸພາສິດ ດິນແດນຕົ້ນຕຳ ນານລຳສີພັນດອນ-ຂັບໂສມທີ່ລືຊື່ ”.
ອຈ ດາວວຽງ ບຸດນາໂຄ ຮຽນຈົບໂຮງຮຽນສ້າງຄູຊັ້ນກາງ ແລະ ໄດ້ເດີນທາງຈາກ ພາກໃຕ້ສູ່ນະ ຄອນຫລວງວຽງຈັນ ຄວ້ຍຄວາມຝັນໃຝ່ທີ່ຢາກເປັນນັກຂຽນ ເພາະຄິດວ່າ: ເຄື່ອງມືທີ່ ຫາກິນ ເຊິ່ງຟ້າດິນໄດ້ມອບໃຫ້ນັ້ນກໍຄື “ປາກກາ”.
ໃນເບື້ອງຕົ້ນ ດາວວຽງບຸດນາໂຄ ຫລັງຈາກເຂົ້າມາຢູ່ວຽງຈັນແມ່ນເຮັດວຽກທັງເປັນນັກຂ່າວ, ນັກຂຽນ ແລະ ນັກກະວີ ສັງກັດໃນໜັງສືພິມຊາວໜຸ່ມປະຊາຊົນປະຕິວັດລາວ ເຊິ່ງເວລານັ້ນທັງເປັນສະມາ ຊິກນັກຂຽນໜຸ່ມ ເຊິ່ງມີນັກຂີດນັກຂຽນ ນັກປະພັນທີ່ມີຊື່ສຽງຫລາຍທ່ານ 

ດາວວຽງເອງກໍເຮັດວຽກ ໃນສາຂາອາຊີບນີ້ຫລາຍປີ ກ່ອນຈະຫັນມາສົນໃຈໃນການແຕ່ງເພງ ເຊິ່ງເບື້ອງຕົ້ນແນວເພງທີ່ ອຈ ດາວວຽງ ບຸດນາໂຄແຕ່ງນັ້ນຈະເປັນເພງແນຣ໊ອກ ແລະ ໄດ້ແຕ່ງໃຫ້ວົງ “ເດິເຊຟໄຟ” ເຊິ່ງວົງນີ້ມີໂອກາດບັນທຶກສຽງ ເຮັດເປັນອາລບັມເພງຂອງຕົນເອງຊຸດໜຶ່ງ ລະຫວ່າງປີ 1993 (21 ປີຜ່ານມາ-ອັດສຽງທີ່ປະເທດໄທ)ແຕ່ ເວລານັ້ນ ສັງຄົມລາວ ກໍຄືນັກຟັງເພງລາວ ຍັງບໍ່ນິ ຍົມແນວເພງປະເພດຣ໊ອກພໍປານໃດ ຈຶ່ງເຮັດໃຫ້ເພງຊຸດນີ້ ບໍ່ໄດ້ຮັບຄວາມນິຍົມພໍປານໃດ ແລະ ຕໍ່ມາ ກໍຖືກສັ່ງຍຸບ ເພາະເປັນວົງທີ່ຫລິ້ນເພງທີ່ມີລັກສະນະແຂງກະດ້າງ(ໃນຍຸກນັ້ນ).
ຈາກນັ້ນປະມານ 3 ປີ ດາວວຽງໄດ້ຫັນມາແຕ່ງເພງປະເພດບ້ານນາໃຫ້ກັບນັກຮ້ອງ ໃນວົງ 3 ອ້າຍນ້ອງໜູຮ່ວງ ຫລື ໜຸ່ມໂກສິນ ໂດຍສະເພາະແມ່ນໃຫ້ ບຸນເກີດ ຮ້ອງ ແລະ ທຳການອັດສຽງເປັນຊຸດ ເພື່ອຈຳໜ່າຍໃນຊຸດ “ສາວ ດົງໂດກ ” ເພງຊຸດນີ້ອອກບໍ່ດົນກໍມີເພງອີກຊຸດໜຶ່ງອອກມາຊອນອີຄືຊຸດ “ ສາວສີເມືອງ ” ເຊິ່ງເພງທັງສອງ ຊຸດນີ້ໄດ້ສ້າງຊື່ສຽງ ໃຫ້ແກ່ດາວວຽງ ບຸດນາໂຄ ຜູ້ແຕ່ງເພງ ແລະ ນັກຮ້ອງ ຊື່ ບຸນເກີດ ໜູຮ່ວງ ຢ່າງຫລວງ ຫລາຍ ເຊິ່ງເວລານັ້ນວົ້າໄດ້ວ່າ ເຮືອນໃດທີ່ມີເທັບ ບໍ່ມີກະແຊັດ ເພງສອງຊຸດນີ້ແມ່ນຄົນເກີດຕ່າງຍຸກ-ຕ່າງສະໄໝ….
 ນອກຈະແຕ່ງເພງສອງຊຸດໃຫ້ ກັບ ບຸນເກີດ ໜູຮ່ວງ ຮ້ອງແລ້ວ ຍັງໄດ້ແຕ່ງເພງໃຫ້ນັກຮ້ອງຍິງຮ້ອງອີກຫລາຍເພງ ໂດຍສະ ເພາະ ນ້ຳເຜິ້ງ ເມືອງຈັນ ຂັບຮ້ອງ ໂດຍສະເພາະເພງຮ້ອງຕອບ ໃນຊຸດ ສາວດົງໂດກ ແລະ ແຕ່ງໃຫ້ ກິ ດາວເພັດ ໜູຮ່ວງ ເຊິ່ງ ເປັນນັກຮ້ອງສັງກັດໃນວົງ 3ອ້າຍນ້ອງໜູຮ່ວງ ນຳອີກ ເຊິ່ງເພງທີ່ແຕ່ງໃຫ້ ກິ ດາວເພັດໜູຮ່ວງຮ້ອງນັ້ນ ຈະມີລັກສະນະສ່ອງ ແສງສັງຄົມທີ່ມີການສຽດ ສີພຶດຕິກຳຂອງຄົນ ໃນໄລຍະນັ້ນນຳອີກຊຸດໜຶ່ງຄືຊຸດ “ ນ້ຳຕາຄວາຍ ” ເຊິ່ງປະກອບມີ ຫລາຍເພງ ເຊັ່ນ: ເພງເຫລົ້າຂາວເຫລົ້າລາວ, ທາງດຽວຄືສູ້, ສາວສີວຽງຈັນ, ຄິດເຖິງບ້ານ, ເມືອງລາວຂອງເຮົາ ແລະ ອື່ນໆ. ແຕ່ເພງຊຸດນ້ຳຕາຄວາຍ ເປັນເພງທີ່ບໍ່ຄ່ອຍ ໄດ້ຮັບຄວາມ ນິຍົມເທົ່າໃດ ເພາະມັີລັກສະນະສ່ອງແສງສັງຄົມທີ່ມີການ ກະທົບໂດຍກົງຫລາຍກ່ວາທາງ ອ້ອມ ແຕ່ເຖິງ ແນວໃດກໍຕາມ ເພງຊຸດນີ້ ກໍມີນັກຟັງເພງຫລາຍທ່ານ ທີ່ມັກຮ້ອງ ມັກຟັງ ເພາະເພງຫລາຍເພງໄດ້ສ້າງ ເອກະລັກ ແລະ ຢັ້ງຢືນເຖິງວິຖີຊີວິດ- ພຶດຕິກຳຂອງຄົນລາວ ແລະ ຄວາມເປັນຊາດໃຫ້ແກ່ ຄົນລາວຂອງ ພວກເຮົາ…
ສໍາລັບເພງທີ່ກ່ຽວພັນກັບຄວາມຮັກ, ຄວາມສະເໜ່ຫາ ດາວວຽງບຸດນາໂຄກໍແຕ່ງຄື ກັນ ແລະ ຍັງໄດ້ແຕ່ງ ເພງໃຫ້ກັບ ນັກຮ້ອງອີກຫລາຍຄົນຂັບຮ້ອງເຊັ່ນ: ອິນຕອງ ສ່ອງໃສ ໃນ ຊຸດ “ ກອດໝອນ ປ້ອງຂ້າງ ເຊິ່ງໃນຊຸດນີ້ມີເພງ ທີ່ໄດ້ຮັບຄວາມນິຍົມຈາກຄົນຟັງຢູ່ຫລາຍ ເພງເຊັ່ນ: ທ່ຽວເມືອງໂຂງ ເຊິ່ງ ເປັນເພງທີ່ພັນລະນາເຖິງ ຄວາມງາມບອງບ້ານ ເກີດຂອງ ຕົນເອງ, ເພງຢາກຮ້ອງໃຫ້ກ້ອງໂລກາ, ໜຶ່ງບວກ ໜຶ່ງເປັສອງ, ຄົນບ້ານນອກ, ມັກສາວແກ່ ແລະ ອືນໆ.
ບໍ່ພຽງເທົ່ານີ້ ດາວວຽງຍັງແຕ່ເພງໃຫ້ອີກຫລາຍນັກຮ້ອງໄດ້ຮ້ອງເຊັ່ນ: ຊາຍເມືອງ ໂຂງ, ທິບພາວັນ ເມືອງສະຫວັນ ເປັນເພງຮ້ອງຕອບຊຸດ “ຈົດໝາຍລອຍລົມ” ເຊິ່ງໃນສອງ ຊຸດນີ້ ກໍມີຫລາຍ ເພງທີ່ໜ້າສົນໃຈ ແລະ ຄົນມັກຟັງ….ນອກເພງກ່ຽວກັບຄວາມຮັກແລ້ວ ດາວວຽງ ບຸດນາໂຄ ຍັງໄດ້ແຕ່ງເພງກ່ຽວກັບການ ເຕືອນນັກຮຽນນັກສຶກສາຫລາຍເພງ ລວມເຖິງເພງທີ່ສຽດ ສີຄວາມເປັນຄົນລະຫວ່າງຄົນທີ່ມີເງິນ ແລະ ຂາດເຂີນ….ເຊິ່ງສ່ອງແສງ ສັງຄົມປັດຈຸບັນ ໂດຍສະເພາະເພງທີ່ແຕ່ງໃຫ້ນັກຮ້ອງຊື່ ພຸດທະສອນຂັບຮ້ອງ….
ເພງຂອງ ອຈ ດາວວຽງ ບຸດນາໂຄ ບໍ່ສະເພາະແຕ່ແຕ່ງເພງໃຫ້ ນັກຮ້ອງລາວ ເທົ່ານັ້ນ ມີເພງຫລາຍເພງທີ່ ນັກຮ້ອງ ຝັ່ງຂວາແມ່ນ້ຳຂອງໄດ້ນຳໄປຮ້ອງ ແລະ ແຕ່ງໃໝ່ໃຫ້ນັກຮ້ອງຝັ່ງຂວາຮ້ອງ ເຊິ່ງມີຫລາຍເພງກໍໄດ້ຮັບຄວາມນິຍົມຈາກນັກຟັງ ເພງຝັ່ງຂວາແມ່ນ້ຳ ຂອງ ເຊິ່ງນັກຮ້ອງທີ່ນິຍົມນຳເອົາເພງ ຂອງດາວວຽງໄປຮ້ອງເຊັ່ນ: ໄມຄ໌ ພິລົມພອນ ໂດຍສະເພາະປີ 2001 ຄູເພງບ້ານນາຂອງໄທ ສະຫລາ ຄຸນວຸທິ ນັກແຕ່ງເພງຊື່ດັງຝາກ ຝັ່ງຂວາແມ່ນ້ຳຂອງ ໄດ້ຂໍອະນຸຍາດ ນຳດາວວຽງ ບຸດນາໂຄ ນຳເອົາຜົນ ງານ ເພງຂອງລາວ 12 ເພງ ໄປໃຫ້ນັກຮ້ອງໃນສັງກັດຂອງຕົນເອງຮ້ອງ(ໄມ ພິລົມພອນ)ເຊັ່ນເພງ: ສາວສີເມືອງ, ສາວດົງໂດກ, ກຳແພງຮັກ, ໂດຍສານສາຍໃຕ້, ດາວລືມດິນ ແລະອື່ນໆ
ພາບໄດ້ຈາກອິນເຕີເນັທ ແລະ ເຟຊ ອຈ ດາວວຽງບຸດນາໂຄ 
(ຂອບໃຈທີ່ຕິດຕາມ)

26 September 2014

ທ່ານເຊື່ອບໍ່ວ່າເພງ ຈົດໝາຍນ້ອຍ ດັງມາແລ້ວ 42 ປີ



ລາຍການ “ສົ່ງເສີມສິນລະປິນ” ມື້ວັນເສົາ 27 ກັນຍາ 2014 ລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30 am ຈະນຳສະເໜີກ່ຽວກັບ ຜົນງານເພງຂອງນັກຮ້ອງ, ນັກແຕ່ງເພງບ້ານນາທີ່ຫລາຍຄົນມັກ ທີ່ມີຊື່ວ່າ: “ຄຳພູ ທະວີວັນ


ອຈ ຄຳພູ ທະວີວັນ ຫລື ທີ່ພວກເຮົາເອີ້ນກັນວ່າ ອຈ ຄຳພູ ທະວີວັນ ຖືວ່າເປັນນັກແຕ່ງ ເພງ ແລະ ນັກຮ້ອງ ທີ່ມີເອກະລັກເປັນຂອງຕົນເອງ. ຄຳພູ ທະວີວັນ ກ້າວສູ່ວົງການສິນລະປິນນີ້ມາໄດ້ ຫຼາຍ ສິບປີ ຄືເພິ່ນເປັນນັກຮ້ອງນັກແຕ່ງເພງ ມາກ່ອຊາດລາວ ຈະໄດ້ຮັບການສະຖາປານາ ເປັນລະບອບໃໝ່ ຫລື ປ່ຽນເປັນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ຄ.ສ 1975. ຄຳພູ ທະວີວັນ ມີເພື່ອນໆນັກຮ້ອງນັກແຕ່ງເພງທີ່ມີຊື່ສຽງຫລາຍທ່ານທີ່ຈັດວ່າ ເປັນລຸ້ນດຽວກັນ ເຊັ່ນ: ຄຳຫຼ້າ ໜໍ່ແກ້ວ, ສ.ບົວລະພັນ, ສ.ແສງສິີ້ິວັນ ແລະ ສຸລິວັດ ເຊິ່ງທັງໝົດນີ້ລ້ວນແຕ່ເປັນນັກແຕ່ງ ຫລື ນັກຮ້ອງທີ່ມີຜົນງານເພງເປັນອຳມະຕະ.
(ຫ້ອງແຂ່ງຂັນຮ້ອງເພງ ວສລ, ອຈ ຄຳພູ ທະວີວັນ ກ້ຳຂວາ)
ກ່ອນປະເທດຊາດໄດ້ຮັບການປົດປ່ອຍ ຄຳພູ ທະວີວັນ ເປັນນັກຮ້ອງຄວບຄູ່ກັບການເປັນທະຫານ ທີ່ສັງກັດໃນກອງ ທັບແຫ່ງ ຊາດ ແລະ ບໍ່ຕ່າງຈາກນັກຮ້ອງດັງຫລາຍໆທ່ານທີ່ ສັງກັດໃນກອງທັບຄືກັນ ເຊັ່ນ: ກ.ວິເສດ ສັງກັດໃນກອງທະຫານລາບ ອາກາດ ທີ່ວັງວຽງ, ສຸລິວັດ ກໍສັງກັດຢູ່ກົມຮັກສາດິນແດນ ກອງທັບພາກທີສອງ(ຢູ່ສະຫວັນນະເຂດ)…ແຕ່ເຖິງຈະສັງກັດຢູ່ໃສ, ຫົນແຫ່ງໃດ ຫລື ລະບອບການເມືອງໃດ ຂຶ້ນຊື່ວ່ານັກຮ້ອງ ນັກສິນລະປິນ ແມ່ນມີໜ້າທີ່ໃຫ້ຄວາມເບີກບານມ່ວຍຊື່ນ ແກ່ມວນຊົນໃນສັງຄົມນັ້ນໆ…

ເມື່ອ ປີ ຄ.ສ 1972 (42 ປີກ່ອນ) ຄຳພູ ທະວີວັນ ໄດ້ບັນທຶກສຽງເພງທີ່ໄດ້ແຕ່ງເອງ ແລະ ຮ້ອງເອງ ເຊິ່ງເພງນີ້ ໄດ້ກາຍເປັນເພງທີ່ຄົນລາວຫລາຍຄົນມັກຮ້ອງຈົນຕິດປາກ ນັ້ນຄືເພງ “ຈົດໝາຍນ້ອຍ” ເຊິ່ງ ເພງໆນີ້ໄດ້ກາຍເປັນເພງທີ່ເປັນ ເພງອຳມະຕະມາຮອດທຸກວັນນີ້….ນອກນີ້ແລ້ວ ເພງອີກເພງໜຶ່ງ ທີ່ຫລາຍຄົນ ຮູ້ຈັກກັນດີນັ້ນກໍຄືເພງ “ປູ່ຈັນ” ເຊິ່ງເປັນເພງທີ່ສະທ້ອນ ບັນຫາໃຫ້ຄົນສອງຝັ່ງແມ່ນ້ຳຂອງຮັກແພງ-ສາມັກ ຄືກັນ ເພາະພວກເຮົາຄືລູກຫລານ “ປູ່ຈັນ”….
ເພງ “ປູ່ຈັນ” ເປັນເພງທີ່ມີເນື້ອໃນສະທ້ອນໃຫ້ເຫັນເຖິງຄວາມສຳພັນຂອງຄົນສອງຟາກຝັ່ງຂອງ ແລະ ເປັນເພງທີ່ ມີຈຸດປະສົງເພື່ອຟື້ນຟູຄວາມສຳພັນລາວ-ໄທ ອີກຄັ້ງໜຶ່ງພາຍຫລັງ ໄທ-ລາວ ມີບັນຫາຊາຍແດນທີ່ຄົນລາວ ລືມບໍ່ໄດ້ນັ້ນກໍຄື “ເສິກບໍ່ແຕນ” ເຊິ່ງຈົບລົງໃນວັນທີ 19 ກຸມພາ 1988(ການໂຈມຕີ ເປັນທາງການຂອງທະ ຫານໄທຄັ້ງທຳອິດ 5 ພະຈິກ 1987)

(ຫ້ອງແຂ່ງຂັນຮ້ອງເພງ ວສລ, ອຈ ຄຳພູ ທະວີວັນ ກ້ຳຊ້າຍ)
ເພງຮ້ອງຈາກການປະພັນຂອງ ອຈ ຄຳພູ ທະວີວັນ ນັ້ນ ສ່ວນຫລາຍຈະເປັນເພງຈັງ ຫວະລຳວົງ, ໂບລິໂລ ເປັນສ່ວນຫລາຍ; ເປັນເພງທີ່ຟັງແລ້ວສະບາຍໆສະໄຕລ໌ເພງບ້ານນາ. ເພງທີ່ເພິ່ນແຕ່ງ ຈະແຝງ ປຣັສຍາ ແລະ ລັກສະນະຕລົກ ຫລື ຂໍາໆໄວ້ ເຊິ່ງເວລາຟັງແລ້ວ ນອກຈາກໄດ້ຄວາມໝາຍ, ຄວາມ ມ່ວນແລ້ວຍັງມີລັກສະນະສະໜຸກສະໜານນຳອີກ. ບໍ່ພຽງເທົ່າ ນີ້ ຂອງ ອຈ ຄຳພູ ທະວີວັນ ທີ່ເພິ່ນແຕ່ງ ແລະ ຮ້ອງ ຍັງມີລັກສະນະສຽດສີສັງຄົມໃນທາງ ທີ່ສັງສັນ, ເພງສ່ວນໜຶ່ງ ຍັງມີຄະຕິ ຄຳສອນທີ່ດີແກ່ລູກໆ, ຄົນໃນຄອບຄົວ ແລະ ສັງຄົມ.
(ຫ້ອງແຂ່ງຂັນຮ້ອງເພງ ວສລ, ອຈ ຄຳພູ ທະວີວັນ ກ້ຳຂວາ)

ປັດຈຸບັນ ອຈ ຄຳພູ ທະວີວັນ ຍັງມີການເຄື່ອນໄຫວດ້ານການແຕ່ງ ແລະ ຮ້ອງເພງຢູ່ເໝືອນເກົ່າ. ແຕ່ໄລຍະ ຫລັງໆມານີ້ ເພິ່ນໄດ້ຂຽນ ແລະ ຮ້ອງເພງປະເພດສັນລະເສີນຫລາຍກ່ວາປະເພດເພງທີ່ພັນລະນາເຖິງ ຄວາມຮັກຍິງຊາຍ ແຕ່ເປັນຄວາມຮັກ ອັນຍິ່ງໃຫຍ່ກ່ວານັ້ນ ເຊັ່ນຄວາມຮັກທີ່ມີຕໍ່ບັນພະບູລຸດ, ຕໍ່ປະເທດຊາດບ້ານເມືອງເປັນສ່ວນຫລາຍ ເຊິ່ງເພິ່ນເອງ ໄດ້ຮ່ວມກັບສີລປິນອາວຸໂສ ໄດ້ແຕ່ງເພງປະເພດສັນລະເສີນນີ້ມາຫລາຍຊຸດ ແລະ ພັນລະນາເຖິງຫລາຍແຂວງຜ່ານມາແລ້ວ.
ດຽວນີ ເຖິງວ່າເພິ່ນຈະອາວຸໂສ ( 70 ກວ່າປີ ອຈ.ຄຳພູ ທະວີວັນ ເກີດເມື່ອວັນທີ 06 ມັງກອນ 1942 ທີ່ບ້ານ ຄັນເກິ່ງ ເມືອງປາກເຊ ແຂວງຈຳປາສັກ) ແລ້ວກໍຕາມ ເພິ່ນຍັງແຂງແຮງດີ ແລະ ໃນໄລຍະທີ່ ວິທະຍຸກະຈາຍສຽງເປີດ ບັ້ນແຂ່ງຂັນເສງເພງເພື່ອຕ້ອນຮັບວັນຊາດຄົບຮອບ 40 ປີ ວັນສ້າງຕັ້ງ ວິທະຍຸກະ ຈາຍສຽງແຫ່ງຊາດລາວຄົບ 55 ປີ ເພິ່ນຍັງໃຫ້ກຽດມາເປັນຄະນະກຳມະການກິດຕິມາສັກໃຫ້ພວກເຮົາ ມື້ໜ້າ ສຳລັບມິດຮັກລາຍການເພງບ້ານນາ ທີ່ນິຍົມເພງ ຄຳພູທະວີວັນ ສິນລະປິນແຫ່ງຊາດ ກໍຢ່າລືມຕິດຕາມລາຍການຂອງພວກເຮົາ….
ຂອບໃຈທີ່ຕິດຕາມ




11 September 2014

ເຂົາເອີ້ນລາວວ່າ ລາຊາເພງມ່ວນ

ສະບາຍດີ....ຫາກທ່ານບໍ່ມີເວລາ, ບໍ່ມີເງື່ອນໄຂ ໃນການຮັບຟັງລາຍການ “ສົ່ງເສີມສິນລະປິນ” ທຸກໆມື້ວັນເສົາ ທາງລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 Metre ເວລາ 8:30 am ນັ້ນ ກໍຍບໍ່ເປັນຫຍັງ ເພາະເນື້ອໃນສ່ວນໜຶ່ງ ພວກເຮົາໄດ້ນຳມາສະເໜີໃຫ້ທ່ານໄດ້ຕິດຕາມ ໃນກະດານຂ່າວນີ້....
ສຳລັບມື້ວັນເສົົານີ້(13 ກັນຍາ 2014) ນີ້ລາຍການຂອງ ເຮົາຈະນຳສະເໜີກ່ຽວກັບ ນັກຮ້ອງເພງທີ່ມີຊື່ສຽງໃນອະດີດ “ ໄຊພອນ ສິນທະລາດ ” ນັກຮ້ອງໃນຕຳນານເພງບ້ານນາ ທີ່ຫລາຍຄົນ ຮູ້ຈັກມານານນັບ ສິບໆປີ ເຊັ່ນເພງ: ບ້ານໂພນທີ່ຝັງໃຈ, ສາວລ່ອງ ແຈ້ງ, ນ້ຳຖ້ວມຖິ່ນເພຍ, ສະຫວັນບ້ານນາ, ສິ້ນໃຈເມຍ, ລາສາວທົ່ງ, ອະດີດຮັກ 1969 ແລະ ອື່ນໆ.

ໄຊພອນ ສິນທະລາດ ນັກຮ້ອງເພງບ້ານນາ ເປັນຄົນທີ່ກຳເນີດທີ່ບ້ານຖິ່ນເພຍ, ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ(ເກີດປີ ຄ.ສ 1947). ໄດ້ກ້າວສູ່ວົງການເພງເມື່ອປີ ຄ.ສ 1970(ພສ 2512) ຫລື ປະມານ 44 ປີທີ່ແລ້ວ ໂດຍການເປັນນັກຮ້ອງປະຈຳວົງດົນຕີ “ ສິນທະວີໄຊ ” ກ່ອນຈະແຍກຕົວມາຕັ້ງວົງດົນຕີເປັນຂອງຕົນເອງ ໂດຍໃຫ້ຊື່ວົງວ່າ: “ ດາວບ້ານນາ ”.

ໄຊພອນ ສິນທະລາດ ເປັນທັງນັກຮ້ອງ ແລະ ນັກແຕ່ງເພງ ໃນຮູບແບບເພງບ້ານນາ ສ່ວນຫລາຍ ເພງທີ່ຮ້ອງ ແລະ ແຕ່ງ ເປັນເພງຈັງຫວະລຳວົງ ເຊິ່ງເນັ້ນໃນການໃຫ້ຄວາມມ່ວນຊື່ນແບບບ້ານນາໆ ຫລື ແບບລຳວົງວັດ ຈົນມີການຕັ້ງສັນຍານາມໃຫ້ໄຊພອນ ສິນທະລາດວ່າ: “ ລາຊາເພງມ່ວນ ”.
ເມື່ອ 12 ປີຜ່ານມານີ້(2002) ສຳນັກພິມ ແລະ ຈຳໜ່າຍປຶ້ມແຫ່ງລັດ ໄດ້ພິມຜົນງານເພງຂອງ ໄຊພອນ ສິນທະລາດ ເພື່ອເປັນການຮັກສາຜົນງານຂອງເພິ່ນໄວ້ ທັງເປັນການສຶກສາຂອງຄົນລຸ້ນຕໍ່ໄປ ໃນປຶ້ມຫົວນັ້ນ ໄດ້ມີຜົນງານເພງຂອງ ໄຊພອນ ສິນທະລາດຢູ່ 87 ເພງ ເຊິ່ງແຕ່ລະເພງເປັນເພງທີ່ມີການ ປະພັນງ່າຍໆ ເນື້ອໃນກະທົບໂດຍກົງ ບໍ່ວ່າການດຳລົງຊີບ ຫລື ດ້ານຄວາມຮັກ ເຊິ່ງມັນໄດ້ສ່ອງແສງ ເຖິງວິຖີຊີວິດ ທີ່ລຽບ ງ່າຍຂອງຄົນລາວ ໂດຍສະເພາະຜູ້ທີ່ດຳລົງຊີບຢູ່ໃນຂົງເຂດ ຊົນນະບົດ.

ເພງຂອງ ໄຊພອນ ສິນທະລາດ ບໍ່ພຽງແຕ່ຕິດພັນກັບປະຊາຊົນຊາວໄຮ່-ນາ ເທົ່ານັ້ນ ກະໂຕ ໄຊພອນ ສິນທະລາດ ເອງ ກໍເປັນຄົນທີ່ຕິດພັນກັບປະຊາຊົນທຳມະດາສາມັນຄືກັນ, ໄຊພອນ ມັກອອກ ຊອກຢູ່ຫາກິນຕາມວິຖີຊີວິດຂອງຊົນຊາວໄຮ່-ນາ ມັກຫາປາເກັບຜັກຫັກໜໍ່ ເປັນຕົ້ນ.

ພື້ນຖານຄອບຄົວຂອງ ໄຊພອນ ສິນທະລາດ ແມ່ນເປັນຄອບຄົວໃຫຍ່ ເຖິງຈະບໍ່ຮັ່ງມີ ແຕກໍເປັນຄອບຄົວທີ່ ມີຄວາມ ອົບອຸ່ນ .ໃນໄລຍະທີ່ ໄຊພອນ ສິນທະລາດ ບໍ່ຄ່ອຍໄດ້ເຄື່ອນໄຫວຮ້ອງເພງ ບາງໄລຍະ ເຫັນວ່າຄອບຄົວ ລາວຕົກຢູ່ໃນສະພາບອັດຕະຄັດຫລາຍ.
ໃນປີ 1995 (ພສ 2537) ຢູ່ນະຄອນຫລວງວຽງຈັນ ໄດ້ມີບໍລິສັດໜຶ່ງທີ່ດຳເນີນທຸລະກິດກ່ຽວກັບເພງ ຄື: “ຄ້າຍເພງ ລາວເອັນເຕີເທນເມນທ໌ ” ຄ້າຍເພງນີ້ ໄດ້ເປີດໂອກາດ ໃຫ້ ໄຊພອນ ສິນທະລາດ ບັນທຶກສຽງ ເຊິ່ງໄດ້ນຳເອົາຜົນງານເພງ ເດັ່ນໆເປັນອຳມະຕະຂອງເພິ່ນນັ້ນມາ ໂຮມກັນເປັນຊຸດ ເຊິ່ງລວມມີປະມານ 10 ເພງ ແລະ ເພງທັງໝົດໃນຊຸດນີ້ ໄດ້ປ່ຽນຈັງຫວະຈາກເດີມມາເປັນຈັງຫວະ 3 ຊ່າ ໂດຍໃຫ້ຊື່ ຊຸດວ່າ “ ໄຊພອນສາມຊ່າ
ພາຍຫລັງທີ່ຄ້າຍເພງ “ລາວເອັນເຕີເທນເມນທ໌ ” ປິດຕົວລົງ ໄຊພອນ ສິນທະລາດ ຈຳຕ້ອງໄດ້ກັບໄປໃຊ້ຊີວິດຄືຜ່ານມາ ແລະ ໄດ້ຕັ້ງວົງດົນຕຣີອີເລັກໂທຣນຂຶ້ນ ເພື່ອຮັບຈ້າງເສບ ແລະ ຮ້ອງ ໃນງານຕ່າງໆຮ່ວມກັບ ລູກຊາຍ ແລະ ລູກໃພ້ ແຕ່ກໍດຳເນີນໄປດ້ວຍຄວາມລຳບາກ ເພາະຂາດທຶນຮອນ ແລະ ອຸປະກອນທີ່ດີຮັບໃຊ້ການສະແດງຂອງວົງ….ຈາກນັ້ນບໍ່ດົນ ໄຊພອນ ເອງກໍບໍ່ສາມາດເດີນສາຍ ໄປຮ້ອງເພງໄດ້ເນື່ອງຈາກມີບັນຫາກ່ຽວກັບສຸຂະພາບ ຈຶ່ງຕ້ອງປ່ອຍໃຫ້ລູກຊາຍ ແລະ ລູກໃພ້ເປັນຄົນ ຮັບຈ້າງເສບ-ຮ້ອງໃນງານຕ່າງໆ.

ຜົນງານເພງຂອງ ໄຊພອນ ສິນທະລາດ ຫລາຍເພງ ໄດ້ມີນັກຮ້ອງ ທັງພາຍໃນ ແລະ ຕ່າງປະເທດ ນຳໄປຮ້ອງອັດແຜ່ນຂາຍ ສະເພາະເພງ “ສິ້ນໃຈເມຍ” ກໍມີນັກຮ້ອງຝັ່ງຂວາແມ່ນນ້ຳຂອງນຳໄປຮ້ອງເຊັ່ນ: ກ້ອງຫລ້າ ວົງສະຫວ່າງ, ສົນທິ ສົມມາດ, ຈົງສະຫວັດ ວໍລະຈັກ ດັ່ງນິ້ເປັນຕົ້ນ.
ໃນເວລາ 3:00 ໂມງ ຂອງວັນທີ 18 ສິງຫາ 2010 ນັກຮ້ອງເພງບ້ານນາດີເດັ່ນ, ທັງເປັນອາຈານສອນແຕ່ງເພງ ໄດ້ເຖິງແກ່ມໍລະນະກຳ ແລະ ໃນຕອນບ່າຍຂອງວັນເສົາ ວັນທີ 21 ສິງຫາ ປີ ຄ.ສ 2010 ເພງ “ສິ້ນໃຈເມຍ” ກໍໄດ້ດັງກ້ອງກັງວານອີກຄັ້ງໜຶ່ງ ທີ່ເດີ່ນວັດເທບພະນິມິດ ນະຄອນຫລວງວຽງຈັນ ແຕ່ເປັນການດັງກ້ອງກັງວານ ກ່າວຂານຄຳອຳລາເພື່ອນມິດ ໄປສູ່ແດນຫົງສາວະດີ, ເປັນການບອກອຳລາເຖິງການຈາກໄປບໍ່ມີວັນກັບຂອງ“ ລາຊາເພງມ່ວນ ” ໄຊພອນ ສິນທະລາດ ລວມອາຍຸໄດ້ 63 ປີ.
.....ທ່ານໃດ ມີຂໍ້ມູນກ່ຽວກັບເລື່ອງນີ້ຕື່ມອີກ ຊ່ວຍແນະນຳແດ່ເດີ້.....
(ຂອບໃຈທີ່ຕິດຕາມອ່ານ)
....ມັກຟັງເພງ ໄຊພອນ ສິນທະລາດ ກໍກົດຟັງເລີຍ...

11 August 2014

ຮ້ອງເພງແຂ່ງຂັນນຳກັນເບາະ ?

ໂດຍການແນະນຳຂອງລັດຖະມົນຕຣີຊ່ວຍກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ ປະກອບຄຳເຫັນໃນ ຫອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ວສລ ຄັ້ງທີ VII ເມື່ອຄັ້ງວັນທີ 21 ມີນາ 2014 ທີ່ຕ້ອງການໃຫ້ມີການເຄື່ອນໄຫວ ຄືນໜ່ວຍສິປະວັນນະຄະດີວິທະຍຸ. 
ກິດຈະກຳນີ້ແມ່ນເພື່ອເປັນການສ້າງບັນຍາກາດອັນເບີກບານມ່ວນຊື່ນເພື່ອຄຳນັບຮັບຕ້ອນວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົບຮອບ 40 ປີ, ວັນສ້າງຕັ້ງ ວິທະຍຸກະຈາຍສຽງແຫ່ງ ຊາດລາວ ຄົບຮອບ 55 ປີ ທີ່ຈະມາເຖິງ ແລະ ວັນສຳຄັນຕ່າງໆຂອງຊາດ.
ການແຂ່ງຂັນເພງຄັ້ງທຳອິດໄດ້ດຳເນີນແລ້ວ ໃນມື້ວັນເສົາ ວັນທີ 9 ສິງຫາ 2014ໂດຍທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສີພານົງລາດ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມຄະນະ ແລະ ບຸກຄົນສຳຄັນອີກຫລາຍທ່ານ ພ້ອມກອງເຊຍເຂົ້າຮ່ວມ...

ການແຂ່ງຂັນຮ້ອງເພງຊຸດທຳອິດ ຈະດຳເນີນໄປຕລອດປີ 2014 ຕາມຕາຕະລາງ ແລະ ຫົວຂໍ້ດັ່ງນີ້:
ເດືອນ ສິງຫາ 2014 ຈັດການແຂ່ງຂັນບົດເພງປະຕິວັດ. 
ເດືອນ ກັນຍາ 2014 ຈັດການແຂ່ງຂັນ ບົດເພງລູກທົ່ງບ້ານນາ. 
ເດືອນ ຕຸລາ 2014 ຈັດການແຂ່ງຂັນ ບົດເພງສະຕຣິງ. 
ເດືອນ ພະຈິກ 2014 ຈັດການແຂ່ງຂັນຂັບລຳທ້ອງຖິ່ນ.
ແຕ່ລະວັນເສົາຈະມີການຄັດເລືອກເອົາຜູ້ມີຄະແນນ 1-3 ເພື່ອຮ່ວມແຂ່ງຂັນເອົາລາງວັນຊະນະເລີດ ໃນເດືອນ ພະຈິກ 2014 ເຊິ່ງຈະເປັນການແຂ່ງຂັນໃຫຍ່ ຖ່າຍທອດສົດທາງວິທະຍຸກະຈາຍສຽງແຫ່ງຊາດລາວ FM 103,7 Mkz ແລະ ວິທະຍຸອິນເຕີເນັທ www.laonationalradio.com ແລະ ທາງໂທລະພາບ(ຕອນນີ້ກຳນົດຊ່ອງບໍ່ທັນໄດ້) 
ຫາກທ່ານໃດສົນໃຈສາມາດຕິດຕໍ່ກັບທີມງານເຮົາ ເພື່ອເອົາໃບສະໝັກ(ການສະໝັກບໍ່ໄດ້ເສຍຄ່າ)
ມາຮັບແບບສະໝັກໄດ້ທີ່: ວິທະຍຸກະຈາຍສຽງແຫ່ງຊາດລາວ, ພະແນກວັນນະຄະດີ ຊັ້ນ 3 ຕຶກໃໝ່ ສຳນັກງານໃກ້ກັນເດີ່ນກິລາເຈົ້າອະນຸວົງ ດ້ານຫລັງຂອງໂຮງແຮມລາວພລາຊາ...
ໂທຣ: 030-5787052, 020-96660758
ສາມາດຟັງໄດ້ທຸກໆວັນເສົາ ລະບົບ FM 103,7 Mkz, ເວລາ 15:00 - 16:00 ໂມງ
ຟັງຜ່ານລະບົບອິນເຕີເນັທໄດ້ທີ່: www.laonationalradio.com
ຕິດຕາມພາບບັນຍາກາດເຄື່ອນໄຫວແຕ່ລະອາທິດໄດ້ທີ່: ກົດທີ່ນີ້ເດີ້ ກົດເລີຍ
(ຂອບໃຈທີ່ຕິດຕາມ)

17 July 2014

ດວງຈຳປາ, ດອກຈຳປາ ຫລື ຈຳປາເມືອງລາວ

ລາຍການສົ່ງເສີມສີລປິນ ມື້ນີ້ຈະນຳສະເໜີກ່ຽວກັບ ເພງທີ່ມີຄົນຮູ້ຈັກຫລາຍທີ່ສຸດ ຈົນກາຍເປັນເພງສັນຍາລັກຂອງ ຊາດລາວ ນັ້ນຄືເພງ “ດວງຈຳປາ, ດອກຈຳປາ ຫລື ຈຳປາເມືອງລາວ” ເນື້ອຮ້ອງໂດຍ: ມະຫາ ພູມີ ຈິດຕະພົງ, ທຳນອງໂດຍ: ອຸຕະມະ ຈຸລາມະນີ.
 
ເພງ " ດວງຈຳປາ " ຫລື ບາງຄົນເອີ້ນວ່າ: " ດອກຈຳປາ " ຫລື "ຈຳປາເມືອງລາວ" ເປັນເພງທີ່ແຕ່ງ ແລະ ຮ້ອງມາແລ້ວໃນລາວ ແລະ ຕ່າງປະເທດ 72  ປີແລ້ວ (ເພງນີ້ປະພັນ ເມື່ອປີ ຄ.ສ 1942 ໂດຍ ມະຫາ ພູມີ ຈິດຕະພົງ ເປັນຄົນແຕ່ງ ແລະ ທ່ານ ອຸຕະມະ ຈຸລາມະນີ ເປັນຄົນ ໃຫ້ທຳນອງ).
         
ເພງດວງຈຳປາ ເປັນເພງທີ່ຄົນລາວຮູ້ຈັກດີ ແຕ່ມີໜ້ອຍຄົນທີ່ຮູ້ຊື່ຄົນແຕ່ງ ແລະ ຜູ້ໃຫ້ທຳນອງ ແຕ່ເພງໆນີ້ ຄັ້ງໜຶ່ງໄດ້ຖືກສົ່ງເຂົ້າແຂ່ງຂັນຢູ່ຕ່າງປະເທດ ແລະ ກໍໄດ້ຮັບລາງວັນດີຫລາຍ, ແຕ່ໃນໄລຍະນັ້ນ ຜູ້ປະພັນ ເພງພັດຍັງເຄື່ອນໄຫວປະຕິວັດຢູ່ນຳຂະບວນການຕໍ່ສູ້ກູ້ຊາດ ເຊິ່ງ ລັດຖະບານຝ່າຍຣາຊະອານາຈັກລາວ ເອີ້ນວ່າເປັນຝ່າຍກະບົດ ຈຶ່ງບໍ່ສາມາດຈັດພິທີມອບລາງວັນໃຫ້ຜູ້ແຕ່ງເພງນີ້ໄດ້.
[ຄັດຈາກບົດຂອງ ອີວານ ເຊດຣົບ ນັກຂ່າວໜັງສືພິມ ປຣາວະດາ(Pravda 1976) ໃນບົດ “ສາທາລະນະລັດ ແຄມຝັ່ງແມ່ນ້ຳຂອງ]
ສຳລັບເພງດວງຈຳປານີ້ ເວົ້າໄດ້ວ່າ ເປັນເພງທີ່ມີຄວາມໝາຍເລິກເຊິ່ງ ເມື່ອ 20 ປີກ່ອນ ທ່ານ ຫຸມພັນ ລັດຕະນະວົງ ເຊິ່ງເວລານັ້ນທ່ານເປັນຫົວໜ້າສະຖາບັນຄົ້ນຄວ້າວັດທະນະທຳ ໄດ້ໃຫ້ຄວາມເຫັນວ່າ:
(ຄັດຈາກປຶ້ມ: ຊີວິດກັບເພງ ຂອງ ສີລະປິນອາວຸໂສ ອຸຕະມະ ຈຸລາມະນີ 1995)
ເນື້ອໃນຂອງບົດເພງດວງຈຳປາ ເປັນເປັນເໝືອນຄາຖາວິເສດໜຶ່ງທີ່ໄດ້ບັນດານຈິດໃຈ ແລະ ສ້າງພະລັງ ອັນແຮງກ້າ ມັນສາມາດສັ່ນຄອນຫົວໃຈຂອງຄົນ ໂດຍສະເພາະຜູ້ທີ່ຫ່າງໄກບ້ານເກີດເມືອງນອນ ນັ້ນ ໄດ້ຄິດຮອດເຊື້ອເຜົ່າພົງພັນຂອງຕົນເອງ ແລະ ຮູ້ສຶກຮັກບ້ານເກີດ ເມືອງນອນຂອງຕົນເປັນທະວີຄູນ. ບົດເພງ ດວງຈຳປາ, ດອກຈຳປາ ຫລື ຈຳປາເມືອງລາວ ນີ້ນັ້ນ ມັນໄດ້ເຮັດໃຫ້ຄົນລາວແຕ່ເໜືອຮອດໃຕ້ ໄດ້ຖືເອົາດອກ" ຈຳປາ "ເປັນສູນລວມແຫ່ງຄວາມຮັກ, ເປັນສັນຍາລັກ ແລະ ເປັນດອກໄມ້ປະຈຳຊາດ ຂອງຕົນເອງ….
    ຕລອດໄລຍະເວລາຜ່ານມາ 70 ກ່ວາປີ ເພງດອກຈຳປາ ຫລື ຈຳປາເມືອງລາວໄດ້ພັດທະນາໄປ ທັງຈັງຫວະ ແລະ ການໃຊ້ເຄື່ອງດົນຕີ ອີກຫລາຍຊະນິດ ເຊິ່ງຕ່າງຈາກກ່ອນ ທີ່ນິຍົມໃຊ້ ເຄື່ອງສາຍ ປະເພດ ວີໂອລົງ; ແຕ່ແນວໃດກໍຕາມ ເພງຈຳປາເມືອງລາວ ຍັງໄດ້ນຳໄປບັນເລງ ຢ່າງສະຫງ່າຜ່າເຜີຍ ໃນງານມະໂຫລານ ຫລື ໃນພິທີການຕ່າງໆຕລອດມາ ເພາະເພງໆນີ້ ມັນຕັ້ງແມ່ນໝາກຫົວໃຈ ຂອງຄົນລາວແທ້ໆ….
ຂອບໃຈທີ່ຕິດຕາມ

11 July 2014

105 ປີ ວັນຄ້າຍວັນເກີດທ່ານປະທານ ສຸພານຸວົງ

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ຄ.ສ 1909 ເປັນບຸດ 1 ໃນ 23 ພະອົງ ຂອງເຈົ້າມະຫາອຸປະຣາດບຸນຄົງ ກັບ ເຈົ້າຍິງຄຳອ້ວນ ເຊິ່ງເປັນເຈົ້າຍິງ ລຳດັບທີ 11 ເປັນຍາດກັບ ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ 
ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງ ໃນຫລວງພະບາງ ແລ້ວໄດ້ໄປສຶກສາຕໍ່ທີ່ ສະຖາບັນລີເຊອັນແບຊາໂຣ ທີ່ ຮ່າໂນ້ຍ ເຮັດໃຫ້ເພິ່ນມີຄວາມສຳພັນຢ່າງໜຽວແໜ້ນ ກັບຫວຽດນາມມາຕະຫຼອດຊີວິດ. ເພິ່ນສາມາດເວົ້າໄດ້ 3 ພາສາຄື: ພາສາຝຣັ່ງ, ພາສາຫວຽດນາມ ແລະ ພາສາອັງກິດ ໄດ້ດີຫຼາຍ. ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງທີ່ປາຣີ ປະເທດຝຣັ່ງ ໄດ້ເດີນທາງ ກັບຄືນມາປະເທດລາວ ແລະ ຈາກນັ້ນບໍ່ດົນທ່ານໄດ້ແຕ່ງງານກັບ ຍິງສາວຫວຽດນາມ ຊື່ວ່າ ຫວຽນຖິ ພາຍຫຼັງໄດ້ປ່ຽນຊື່ເປັນ ວຽງຄຳ ສຸພານຸວົງ ມີລູກນຳກັນລວມ 10 ຄົນ ເປັນ ຊາຍ 8 ຄົນ ແລະ ຍິງ 2 ຄົນ.
ເພິ່ນເຂົ້າຮ່ວມຂະບວນການຕໍ່ຕ້ານຝຣັ່ງເພື່ອເອກະລາດ ຈົນໄດ້ຮັບບາດເຈັບໃນການຕໍ່ສູ້ກັບຝຣັ່ງທີ່ ເມືອງທ່າແຂກ ລະຫວ່າງໜີຂ້າມ ແມ່ນ້ຳຂອງ ຂ້າມໄປຝັ່ງໄທ ໃນປີ ຄ.ສ 1946(23 ມີນາ 1946), ເພ່ິນໄດ້ຮ່ວມ ສ້າງຕັ້ງກອງທັບປົດ ປ່ອຍປະຊາຊົນລາວ ໃນເມືອງຊຳເໜືອ, ແຂວງຫົວພັນ ໃນປີ ຄ.ສ 1949 ພາຍໃຕ້ການສະໜັບສະໜູນຂອງ ປະທານ ໂຮຈິມິນ ເຊ່ິງຕໍ່ມາເປັນຂະບວນການກອມມູນິດປະເທດລາວ ຕໍ່ມາອີກສອງປີ ຂະບວນການປະເທດລາວກໍສາມາດ ປົດປ່ອຍພື້ນທີ່ 1 ໃນ 3 ຂອງປະເທດໄດ້ ແລະ ຕັ້ງຖານທີ່ໝັ້ນທີ່ຍາກແກ່ການທຳລາຍໃນຖ້ຳຫີນປູນ ທີ່ ເມືອງຊຳເໜືອ, ແຂວງຫົວພັນ ....
ຫຼັງຈາກທີ່ ທ່ານ ໂຮຈິມິນ ໄດ້ຕັ້ງ ພັກກອມມູນິດອິນດູຈີນ ເມື່ອ ປີ ຄ.ສ 1937 ທ່ານ ສຸພານຸວົງ ກໍໄດ້ເຂົ້າຮ່ວມເປັນ ສະມາຊິກພັກ ແລະ ເປັນຜູ້ນຳປະຊາຊົນລາວໃນການຕໍ່ສູ້ເພື່ອຮຽກຮ້ອງເອກະລາດ າກ ພວກລ່າເມືອງຂື້ນຝຣັ່ງ ແລະ ເປັນໜຶ່ງໃນບັນດາຜູ້ນຳພັກປະຊາຊົນປະຕິວັດລາວໃນຍຸກກໍ່ຕັ້ງພັກ....

ໃນປີ ຄ.ສ 1974 ທ່ານໄດ້ກັບຄືນວຽງຈັນ ໄດ້ດຳລົງຕຳແໜ່ງເປັນປະທານສະພາທີ່ປຶກສາແຫ່ງຊາດ 18 ເດືອນ ຈົນສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ວັນທີ 2 ທັນວາ ຄ. 1975 ທ່ານ ກໍໄດ້ຮັບເລືອກໃຫ້ເປັນ ປະທານປະເທດ ແລະ ປະທານສະພາປະຊາຊົນສູງສູດ ຜູ້ທຳອິດ. ພ້ອມກັນນັ້ນ ທ່ານກໍໄດ້ສະຫຼະຖານະເຈົ້າຊາຍ ຕັ້ງແຕ່ສະໄໝເກົ່າ. ເຈົ້າສຸພານຸວົງ ເປັນປະທານທີ່ເຄົາລົບຮັກຂອງປວງຊົນລາວ ຈົນເອີ້ນກັນວ່າ ລຸງສຸພານຸວົງ ໄດ້ດຳລົງຕຳແໜ່ງປະທານປະເທດຈົນເຖິງ ຄ.ສ 1986 ຈຶ່ງລາອອກ ຍ້ອນເພິ່ນມີບັນຫາດ້ານສຸຂະພາບ. ທ່ານໄດ້ປາກົດຕົວຕໍ່ໜ້າສາທາລະນະຊົນຄັ້ງສຸດທ້າຍໃນສະໄໝປະຊຸມພັກຄັ້ງທີ 5 ເມ່ືອເດືອນ ມີນາ ຄ.ສ 1991
ເພ່ິນໄດ້ເຖິງແກ່ກຳ ເມື່ອວັນທີ 9 ມັງກອນ 1995 ທີ່ນະຄອນຫລວງວຽງຈັນ

ສະເດັດເຈົ້າ ສຸພານຸວົງ, ປະທານປະເທດຄົນທໍາອິດ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ເກີດເມື່ອວັນທີ 13 ກໍລະກົດ 1909, ມໍລະນະກໍາ ວັນທີ 9 ມັງກອນ 1995, ລວມອາຍຸໄດ້ 86 ພັນສາ.
    ເຈົ້າ ສຸພານຸວົງ ເປັນຜູ້ນຳປະຕິວັດ ເປັນ "ບຸລຸດເຫຼັກ" ເປັນ "ເຈົ້າຊາຍແດງ" ແຫ່ງເຊື້ອແນວກະສັດລາວ, ເປັນສັນຍາລັກແຫ່ງການຕໍ່ສູ້ປອງດອງຊາດ. ຕະຫຼອດຊີວິດແມ່ນອຸທິດແກ່ພາລະກິດປະຕິວັດ ເພື່ອຄວາມເອກະລາດຂອງຊາດ.
(ຂອບໃຈພາບຈາກອິນເຕີເນັທ)

20 May 2014

54 ປີ ທີ່ມີຄວາມໝາຍອັນຍິ່ງໃຫຍ່ ໃນປະຫວັດສາດລາວ

ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລະກຳໂຕນຄຸກແບບມະຫັດສະຈັນຂອງຜູ້ນຳເຮົານີ້ ແມ່ນດຳເນີນໃນວັນທີ 24/05/1960 ນັບວ່າເປັນໜຶ່ງ ໃນບັນດາເທດການພົ້ນເດັ່ນຂອງການປະຕິວັດລາວ 
*(ແຫລ່ງຂ່າວຈາກ ຂປລ-ຄັດຈາກການໂອ້ລົມຂອງທ່ານ ສະໝານ ວິນຍາເກດ ອະດີດກຳມະການກົມການເມືອງສູນ ກາງພັກ, ຫົວໜ້າຄະນະຊີ້ນຳວຽກງານແນວຄິດທິດສະດີສູນກາງພັກ ຄັ້ງວັນທີ 25 ພຶດສະພາ 2010 ເຊິ່ງໄດ້ປາຖະກະຖາຢູ່ທີ່ໂຄສະນາອົບຮົມສູນກາງພັກ)
ໃນປີ 1957 ຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ພ້ອມກຳລັງທັງໝົດຂອງຝ່າຍປະເທດລາວໄດ້ເຕົ້າໂຮມ ຢູ່ສອງແຂວງພາກເໜືອ( ຫົວພັນ ແລະ ຜົ້ງສາລີ) ເຊິ່ງໄດ້ເຂົ້າຮວມລາວຄັ້ງທີ I, ບັນດາພະນັກງານຂັ້ນສູງຂອງແນວ ລາວຮັກຊາດໄດ້ເຂົ້າຮ່ວມເປັນລັດຖະມົນຕີ ໃນຄະນະລັດຖະບານປະສົມແຫ່ງ ຊາດສອງຝ່າຍ ປະກອບມີ ສະເດັດເຈົ້າສຸພານຸວົງ ແລະ ທ່ານ ພູມີ ວົງວິຈິດ, ກຳລັງທະຫານ 1.500 ຄົນ ແບ່ງອອກເປັນ 2 ກອງພັນຄື: ກອງ ພັນທີ 1 ຢູ່ຊຽງເງິນ ແຂວງຫລວງພະບາງ, ກອງພັນທີ 2 ຢູ່ທົ່ງໄຫຫີນ ແຂວງຊຽງຂວາງ. 
(ພາບບໍ່ກ່ຽວກັບກອງພັນທີ 2 ຂໍອະໄພ) 
ວັນທີ 14/05/1958 ໄດ້ມີການເລືອກຕັ້ງຜູ້ແທນລາດດອນເພີ່ມເຕີມ-ຝາຍ ແນວລາວຮັກ ຊາດ ແລະ ສັນຕິພາບເປັນກາງ ໄດ້ 13 ທີ່ນັ່ງ ໃນຈຳນວນ 21 ທີ່ນັ່ງ. ວັນທີ 18 ກໍລະກົດ 1959 ພວກຜຸຍ ສະນະນິກອນ ໄດ້ອອກຄຳສັງ ໃຫ້ດຳເນີນການຈັບກຸມ ຄຸມຂັງ ບັນດາຜູ້ນຳ ຂອງພັກ ແລະ ແນວລາວຮັກຊາດ 16 ທ່ານ ຄື: ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີ ທົນ ກົມມະດຳ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ, ທ່ານ ໝື່ນ ສົມວິຈິດ, ທ່ານ ສີຊະນະ ສີສານ, ທ່ານ ມາ ໄຂຄຳພິທູນ, ທ່ານ ຄຳຜາຍ ບຸບຜາ, ທ່ານ ບົວສີ ຈະເລີນສຸກ, ທ່ານ ມະຫາສົມບູນ ວົງໜໍ່ບຸນທຳ, ທ່ານ ເພົ້າ ພິມພະຈັນ, ທ່ານ ຄຳເພັດ ພົມມະວັນ, ທ່ານ ພູເຂົາ ແລະ ທ່ານ ມານະ ວົງອີສານ. ຄຸກແຫ່ງນີ້ແມ່ນດັດແປງ ມາຈາກຄອກມ້າຝຣັ່ງ ທີ່ມີຄວາມຍາວປະມານ 24 ແມັດ ກໍ່ຝາຜ່າເຄິ່ງ ແຕ່ລະຟາກຂັ້ນເປັນຫ້ອງ ນ້ອຍໆ ຟາກລະ 8 ຫ້ອງ ຝາ, ເພດານ ປະຕູ ແມ່ນເສີມເຫລັກຢ່າງແໜ້ນໜາ ລວມແລ້ວ 16 ຫ້ອງ ກໍພໍດີຄົບຕາມຈຳນວນຜູ້ນຳເຮົາທີ່ເຂົາຈັບເອົາເຂົ້າຄຸກ
ໄລຍະຜູ້ນຳພັກ ແລະ ແນວລາວຮັກຊາດຖືກຄຸມຂັງຢູ່ຄ້າຍໂພນເຄັງ ທ່ານ ປະທານໄກສອນ ພົມວິ ຫານ ແລະ ສູນກາງພັກ ໄດ້ຄົ້ນຄວ້າວາງແຜນ ເພື່ອປົດປ່ອຍ ຜູ້ນຳອອກຈາກຄຸກ ໂດຍໄດ້ມີການປຶກສາ ຫາລື ຄົ້ນຄວ້າ ຫລາຍແຜນການ. ສຸດທ້າຍ ປະທານໄກສອນ ພົມວິຫານ ໄດ້ເລືອກເອົາວິທີການປຸກລະດົມ ຂົນ ຂວາຍ ສຶກສາ ອົບຮົມສາລະວັດ ທີ່ຍາມຄຸກໃຫ້ມີຄວາມ ຮັກຊາດ ແລະ ຕື່ນຕົວການເມືອງ, ຊຶ່ງທ່ານປະທານ ໄກສອນ ພົມວິ ຫານເຫັນວ່າ: ສາລະວັດກໍແມ່ນລູກຫລານຂອງ ປະຊາຊົນຊາວໄຮ່ນາ, ເຂົາເຈົ້າມີຄວາມເຄົາ ລົບນັບຖືຜູ້ນຳທີ່ ຮັກຊາດ, ຜູ້ນຳທີ່ໜ້າເຊື່ອຖື ແລະ ມີສິນທຳ. 
(ພາບປະກອບບໍ່ກ່ຽວກັບເນື້ອເລື່ອງເດີ້) 
ຈາກນັ້ນ ກໍໄດ້ຊີ້ນຳທ່ານ ສາລີ ວົງຄຳຊາວ ທີ່ຢູ່ແນວຫລັງ (ເຂດນາຍາງ ດ່ານສູງ) ສົ່ງການຊີ້ນຳດັ່ງກ່າວ ໄປເຖິງຜູ້ນຳຢູ່ໃນຄຸກ ໂດຍທ່ານ ຊຽງສົມ ກຸນລະວົງ ເປັນສາຍຕິດຕໍ່ ໂດຍກົງ ທັງເປັນຜູ້ ຈັດວາ ງກຳລັງ, ສຶກສາອົບຮົບປະຊາຊົນຢູຸ່ພາຍນອກ, ຕິດຕໍ່ພົວພັນ ສູນກາງຢ່າງກົມກຽວທີ່ສຸດ. ສ່ວນການເຄື່ອນໄຫວຂອງ ບັນດາຜູ້ນຳ ປະຕິວັດໃນ ເວລາຖືກ ກັກຂັງ ໜ້າທີ່ຕົ້ນຕໍ ແມ່ນ ເຮັດວຽກພົບປະ, ສຶກສາອົບຮົມ, ຂົນຂວາຍສາລະວັດ, ອອກແຮງງານຫັດກາຍບໍລິຫານ, ທຳອິດແລ່ນອ້ອມຄຸກ ຈາກໜ້ອຍຮອບ ເຖິງຫລາຍຮອບ, ເພີ່ມພູນຜະລິດ, ປູກຜັກ, ດອກໄມ້ ແລະ ໝາກໄມ້ກິນໝາກ. ໝົດທຸກຄົນເຫັນດີໃຫ້ທ່ານ ໜູຮັກ ພູມສະຫວັນ ເປັນເລຂາໜ່ວຍພັກ ແລະ ທັງເປັນຫົວໜ້າ ຄະນະຮັບຜິດຊອບຄຸ້ມຄອງສະຫາຍທີ່ຖືກຄຸມຂັງ, ທ່ານ ສຸພານຸວົງ, ທ່ານ ພູນ ສີປະເສີດ ແລະ ທ່ານ ພູມີ ວົງວິຈິດ ເປັນກຳມະການຕໍ່ຈາກນັ້ນກໍຈັດຕັ້ງເປັນຈຸພັກ. 
(ພາບປະກອບບໍ່ໄດ້ກ່ຽວກັບເນື້ອເລື່ອງເດີ້) 
ພາຍ ຫລັງໄດ້ຮັບການຊີ້ນຳຈາກສູນກາງ ແລະ ປະທານໄກສອນ ພົມວິຫານ. ຜູ້ນຳໃນຄຸກກໍ່ເຂັ້ມຂຸ້ນ ຂົນຂວາຍສາ ລະວັດຢ່າງແນບນຽນ ແບບຄົນຕໍ່ຄົນ. ການຂົນຂວາຍໄດ້ເລີ່ມແຕ່ຕ່ຳ ຫາສູງ, ຈາກບຸກຄົນໄປເຖິງຫລາຍຄົນ. ວັນເວລາໄດ້ຜ່ານໄປເກືອບ 300 ວັນ ການຂົນຂວາຍສາລະວັດທະຫານ ທີ່ເຂົ້າມາເວນຍາມຄຸກໄດ້ ຮັບໝາກຜົນ ແລະ ການກະກຽມເສັ້ນທາງໂຕນຄຸກໄດ້ເປັນທີ່ຮຽບຮ້ອຍດີ ພ້ອມແກ່ການໂຕນຄຸກຮວມໝູ່ແບບມະຫັດສະຈັນ ທີ່ຫາຍາກໃນໂລກ. 

ຮອດ ຕອນຄ່ຳວັນທີ 23/05/1960 ທ່ານ ຊຽງສົມ ກຸນລະວົງ ນຸ່ງເຄື່ອງສາລະວັດທະຫານ ຍ່າງຮຽງສາລະວັດທະຫານ ຜູ້ໜຶ່ງເຂົ້າມາໃນຄຸກ ແລະ ພົບທ່ານ ໜູຮັກ ພູມສະຫວັນ. ເວລາທ່ຽງຄືນ 00:00 ໂມງ ວັນທີ 24/05/1960 ການໂຕນຄຸກ ແບບຮວມໝູ່ຂອງ ບັນດາຜູ້ນຳພັກ ແລະ ແນວລາວຮັກຊາດຄັ້ງປະຫວັດ ສາດ ແມ່ນໄດ້ດຳເນີນດ້ວຍຄວາມສ່ຽງສູງທີ່ສຸດ, ບໍ່ມີຜູ້ໃດຈະຄິດວ່າ ຈະເປັນໄປໄດ້, ຊຶ່ງພຶດຕິກຳຕົວຈິງໄດ້ຢັ້ງຢືນວ່າ: ການໂຕນຄຸກແບບມະຫັນສະຈັນ ແລະ ເປັນ ປະຫວັດສາດ ທີ່ຫາໄດ້ຍາກໃນໂລກ ຂອງຜູ້ນຳພັກ ແລະ ແນວລາວຮັກຊາດໄປສູ່ເຂດ ທີ່ໝັ້ນປະຕິວັດຢ່າງປອດໄພ ແມ່ນຍ້ອນຫລາຍສາເຫດ ໃນນີ້, ສິ່ງສຳຄັນແມ່ນຍ້ອນ ການນຳອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ ບວກໃສ່ນ້ຳໃຈຮັກຊາດອັນແຮງກ້າ ຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ລວມໄປເຖິງນ້ຳໃຈຮັກຊາດອັນດູດ ດື່ມຂອງສາລະວັດທະຫານ ທີ່ມີຄວາມຈົງ ຮັກພັກດີ ຊື່ສັດຕໍ່ຜູ້ນຳສຸດຂີດ ກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງ ແລ້ວ ພາທາງຜູ້ນຳອອກຈາກຄຸກໂພນເຄັງຢ່າງປອດໄພ.

(ຂອບໃຈທີ່ຕິດຕາມ)

09 May 2014

ບຸນລ້ຽງ ຈັນທະວົງ ນັກສະແດງຄົນນີ້ທີ່ທ່ານອາດບໍ່ເຄີຍເຫັນ

ຫລາຍຄົນເຄີຍຟັງລະຄອນວິທະຍຸ ຫລາຍຄົນຟັງຈົນຕິດ ຄິດຢາກເຫັນໜ້າຕາຂອງພວກເພິ່ນ
ມື້ນີ້ ຂໍສະເໜີນັກສະແດງທີ່ມີລີລາວາທະສິນ ຫລິ້ນບົດບາດໄດ້ຫລາກຫລາຍ
(ຄົນກ້ຳຂວາມື ຄືທ່ານນາງ ບຸນລ້ຽງ ຈັນທະວົງ ນັກສະແດງທີ່ສວມບົດບາດໄດ້ຫລາກຫລາຍ)
ທ່ານ ນາງ​ບຸນ​ລ້ຽງ ຈັນທະ​ວົງ ​ເປັນ​ຄົນ​ທີ່​ມີ​ນ້ຳ​ສຽງ​ດີ​ເສາະ​ໃສ,​ເວລາ​ສະ​ແດງ​ລະຄອນ​ແມ່ນ​ກົມ​ກືນ​ກັບ​ຕົວ​ລະຄອນ ​ໂດຍ​ສະ​ເພາະ​ແມ່ນ​ບົດ​ທີ່​ມີ​ຄວາມ​ໂສກ​ເສົ້າ,ສະ​ອື້​ນທື້ນ​ທວງພວກເຮົາມັກ ໃຫ້ສະແດງ​ເປັນ​ແມ່, ເປັນນາງ​ເອກ, ຕົວ​ກົງ,​ ເດັກນ້ອຍ, ຜູ້​ເຖົ້າ​ ແລະ ອື່ນໆ ເພິ່ນມີ​ຄວາມ​ສາມາດ​ຕີ​ບົດ​ແຕກ​ສານ​ໄດ້​ເປັນ​ຢ່າງ​ດີ. ນາງ​ເກີດ​ຢູ່​ວຽງ​ຈັນນີ້ລະ..​ເປັນ​ພະນັກງານວິຊາການທີ່ມີປະສົບການ ແລະ ພອນສະຫວັນຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ແຕ່ດຽວນີ້ເພິ່ນໄດ້ອອກພັກຜ່ອນຫລາຍປີແລ້ວ...
(ມີຄວາມສຸກ ຢູ່ກັບລູກຫລານ ຫວ່າງໆກໍໄປທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຕາມອັດຕະພາບ)
ທ່ານນາງ ບຸນລ້ຽງ ຈັນທະວົງ ນອກຈາກຈະເປັນນັກສະແດງລະຄອນວິທະຍຸທີ່ເກັ່ງແລ້ວ ເພິ່ນຍັງຂຽນບົດລະຄອນນຳອີກ ໂດຍໃສ່ນາມປາກກາວ່າ '' ສາລິກາ "
(ຄວາມຊົງຈຳ ຈະຕິດຕາມພວກເຮົາຕະຫລອດການ)
ຂອບໃຈທີ່ຕິດຕາມ