26 September 2014

ທ່ານເຊື່ອບໍ່ວ່າເພງ ຈົດໝາຍນ້ອຍ ດັງມາແລ້ວ 42 ປີ



ລາຍການ “ສົ່ງເສີມສິນລະປິນ” ມື້ວັນເສົາ 27 ກັນຍາ 2014 ລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30 am ຈະນຳສະເໜີກ່ຽວກັບ ຜົນງານເພງຂອງນັກຮ້ອງ, ນັກແຕ່ງເພງບ້ານນາທີ່ຫລາຍຄົນມັກ ທີ່ມີຊື່ວ່າ: “ຄຳພູ ທະວີວັນ


ອຈ ຄຳພູ ທະວີວັນ ຫລື ທີ່ພວກເຮົາເອີ້ນກັນວ່າ ອຈ ຄຳພູ ທະວີວັນ ຖືວ່າເປັນນັກແຕ່ງ ເພງ ແລະ ນັກຮ້ອງ ທີ່ມີເອກະລັກເປັນຂອງຕົນເອງ. ຄຳພູ ທະວີວັນ ກ້າວສູ່ວົງການສິນລະປິນນີ້ມາໄດ້ ຫຼາຍ ສິບປີ ຄືເພິ່ນເປັນນັກຮ້ອງນັກແຕ່ງເພງ ມາກ່ອຊາດລາວ ຈະໄດ້ຮັບການສະຖາປານາ ເປັນລະບອບໃໝ່ ຫລື ປ່ຽນເປັນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ຄ.ສ 1975. ຄຳພູ ທະວີວັນ ມີເພື່ອນໆນັກຮ້ອງນັກແຕ່ງເພງທີ່ມີຊື່ສຽງຫລາຍທ່ານທີ່ຈັດວ່າ ເປັນລຸ້ນດຽວກັນ ເຊັ່ນ: ຄຳຫຼ້າ ໜໍ່ແກ້ວ, ສ.ບົວລະພັນ, ສ.ແສງສິີ້ິວັນ ແລະ ສຸລິວັດ ເຊິ່ງທັງໝົດນີ້ລ້ວນແຕ່ເປັນນັກແຕ່ງ ຫລື ນັກຮ້ອງທີ່ມີຜົນງານເພງເປັນອຳມະຕະ.
(ຫ້ອງແຂ່ງຂັນຮ້ອງເພງ ວສລ, ອຈ ຄຳພູ ທະວີວັນ ກ້ຳຂວາ)
ກ່ອນປະເທດຊາດໄດ້ຮັບການປົດປ່ອຍ ຄຳພູ ທະວີວັນ ເປັນນັກຮ້ອງຄວບຄູ່ກັບການເປັນທະຫານ ທີ່ສັງກັດໃນກອງ ທັບແຫ່ງ ຊາດ ແລະ ບໍ່ຕ່າງຈາກນັກຮ້ອງດັງຫລາຍໆທ່ານທີ່ ສັງກັດໃນກອງທັບຄືກັນ ເຊັ່ນ: ກ.ວິເສດ ສັງກັດໃນກອງທະຫານລາບ ອາກາດ ທີ່ວັງວຽງ, ສຸລິວັດ ກໍສັງກັດຢູ່ກົມຮັກສາດິນແດນ ກອງທັບພາກທີສອງ(ຢູ່ສະຫວັນນະເຂດ)…ແຕ່ເຖິງຈະສັງກັດຢູ່ໃສ, ຫົນແຫ່ງໃດ ຫລື ລະບອບການເມືອງໃດ ຂຶ້ນຊື່ວ່ານັກຮ້ອງ ນັກສິນລະປິນ ແມ່ນມີໜ້າທີ່ໃຫ້ຄວາມເບີກບານມ່ວຍຊື່ນ ແກ່ມວນຊົນໃນສັງຄົມນັ້ນໆ…

ເມື່ອ ປີ ຄ.ສ 1972 (42 ປີກ່ອນ) ຄຳພູ ທະວີວັນ ໄດ້ບັນທຶກສຽງເພງທີ່ໄດ້ແຕ່ງເອງ ແລະ ຮ້ອງເອງ ເຊິ່ງເພງນີ້ ໄດ້ກາຍເປັນເພງທີ່ຄົນລາວຫລາຍຄົນມັກຮ້ອງຈົນຕິດປາກ ນັ້ນຄືເພງ “ຈົດໝາຍນ້ອຍ” ເຊິ່ງ ເພງໆນີ້ໄດ້ກາຍເປັນເພງທີ່ເປັນ ເພງອຳມະຕະມາຮອດທຸກວັນນີ້….ນອກນີ້ແລ້ວ ເພງອີກເພງໜຶ່ງ ທີ່ຫລາຍຄົນ ຮູ້ຈັກກັນດີນັ້ນກໍຄືເພງ “ປູ່ຈັນ” ເຊິ່ງເປັນເພງທີ່ສະທ້ອນ ບັນຫາໃຫ້ຄົນສອງຝັ່ງແມ່ນ້ຳຂອງຮັກແພງ-ສາມັກ ຄືກັນ ເພາະພວກເຮົາຄືລູກຫລານ “ປູ່ຈັນ”….
ເພງ “ປູ່ຈັນ” ເປັນເພງທີ່ມີເນື້ອໃນສະທ້ອນໃຫ້ເຫັນເຖິງຄວາມສຳພັນຂອງຄົນສອງຟາກຝັ່ງຂອງ ແລະ ເປັນເພງທີ່ ມີຈຸດປະສົງເພື່ອຟື້ນຟູຄວາມສຳພັນລາວ-ໄທ ອີກຄັ້ງໜຶ່ງພາຍຫລັງ ໄທ-ລາວ ມີບັນຫາຊາຍແດນທີ່ຄົນລາວ ລືມບໍ່ໄດ້ນັ້ນກໍຄື “ເສິກບໍ່ແຕນ” ເຊິ່ງຈົບລົງໃນວັນທີ 19 ກຸມພາ 1988(ການໂຈມຕີ ເປັນທາງການຂອງທະ ຫານໄທຄັ້ງທຳອິດ 5 ພະຈິກ 1987)

(ຫ້ອງແຂ່ງຂັນຮ້ອງເພງ ວສລ, ອຈ ຄຳພູ ທະວີວັນ ກ້ຳຊ້າຍ)
ເພງຮ້ອງຈາກການປະພັນຂອງ ອຈ ຄຳພູ ທະວີວັນ ນັ້ນ ສ່ວນຫລາຍຈະເປັນເພງຈັງ ຫວະລຳວົງ, ໂບລິໂລ ເປັນສ່ວນຫລາຍ; ເປັນເພງທີ່ຟັງແລ້ວສະບາຍໆສະໄຕລ໌ເພງບ້ານນາ. ເພງທີ່ເພິ່ນແຕ່ງ ຈະແຝງ ປຣັສຍາ ແລະ ລັກສະນະຕລົກ ຫລື ຂໍາໆໄວ້ ເຊິ່ງເວລາຟັງແລ້ວ ນອກຈາກໄດ້ຄວາມໝາຍ, ຄວາມ ມ່ວນແລ້ວຍັງມີລັກສະນະສະໜຸກສະໜານນຳອີກ. ບໍ່ພຽງເທົ່າ ນີ້ ຂອງ ອຈ ຄຳພູ ທະວີວັນ ທີ່ເພິ່ນແຕ່ງ ແລະ ຮ້ອງ ຍັງມີລັກສະນະສຽດສີສັງຄົມໃນທາງ ທີ່ສັງສັນ, ເພງສ່ວນໜຶ່ງ ຍັງມີຄະຕິ ຄຳສອນທີ່ດີແກ່ລູກໆ, ຄົນໃນຄອບຄົວ ແລະ ສັງຄົມ.
(ຫ້ອງແຂ່ງຂັນຮ້ອງເພງ ວສລ, ອຈ ຄຳພູ ທະວີວັນ ກ້ຳຂວາ)

ປັດຈຸບັນ ອຈ ຄຳພູ ທະວີວັນ ຍັງມີການເຄື່ອນໄຫວດ້ານການແຕ່ງ ແລະ ຮ້ອງເພງຢູ່ເໝືອນເກົ່າ. ແຕ່ໄລຍະ ຫລັງໆມານີ້ ເພິ່ນໄດ້ຂຽນ ແລະ ຮ້ອງເພງປະເພດສັນລະເສີນຫລາຍກ່ວາປະເພດເພງທີ່ພັນລະນາເຖິງ ຄວາມຮັກຍິງຊາຍ ແຕ່ເປັນຄວາມຮັກ ອັນຍິ່ງໃຫຍ່ກ່ວານັ້ນ ເຊັ່ນຄວາມຮັກທີ່ມີຕໍ່ບັນພະບູລຸດ, ຕໍ່ປະເທດຊາດບ້ານເມືອງເປັນສ່ວນຫລາຍ ເຊິ່ງເພິ່ນເອງ ໄດ້ຮ່ວມກັບສີລປິນອາວຸໂສ ໄດ້ແຕ່ງເພງປະເພດສັນລະເສີນນີ້ມາຫລາຍຊຸດ ແລະ ພັນລະນາເຖິງຫລາຍແຂວງຜ່ານມາແລ້ວ.
ດຽວນີ ເຖິງວ່າເພິ່ນຈະອາວຸໂສ ( 70 ກວ່າປີ ອຈ.ຄຳພູ ທະວີວັນ ເກີດເມື່ອວັນທີ 06 ມັງກອນ 1942 ທີ່ບ້ານ ຄັນເກິ່ງ ເມືອງປາກເຊ ແຂວງຈຳປາສັກ) ແລ້ວກໍຕາມ ເພິ່ນຍັງແຂງແຮງດີ ແລະ ໃນໄລຍະທີ່ ວິທະຍຸກະຈາຍສຽງເປີດ ບັ້ນແຂ່ງຂັນເສງເພງເພື່ອຕ້ອນຮັບວັນຊາດຄົບຮອບ 40 ປີ ວັນສ້າງຕັ້ງ ວິທະຍຸກະ ຈາຍສຽງແຫ່ງຊາດລາວຄົບ 55 ປີ ເພິ່ນຍັງໃຫ້ກຽດມາເປັນຄະນະກຳມະການກິດຕິມາສັກໃຫ້ພວກເຮົາ ມື້ໜ້າ ສຳລັບມິດຮັກລາຍການເພງບ້ານນາ ທີ່ນິຍົມເພງ ຄຳພູທະວີວັນ ສິນລະປິນແຫ່ງຊາດ ກໍຢ່າລືມຕິດຕາມລາຍການຂອງພວກເຮົາ….
ຂອບໃຈທີ່ຕິດຕາມ




11 September 2014

ເຂົາເອີ້ນລາວວ່າ ລາຊາເພງມ່ວນ

ສະບາຍດີ....ຫາກທ່ານບໍ່ມີເວລາ, ບໍ່ມີເງື່ອນໄຂ ໃນການຮັບຟັງລາຍການ “ສົ່ງເສີມສິນລະປິນ” ທຸກໆມື້ວັນເສົາ ທາງລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 Metre ເວລາ 8:30 am ນັ້ນ ກໍຍບໍ່ເປັນຫຍັງ ເພາະເນື້ອໃນສ່ວນໜຶ່ງ ພວກເຮົາໄດ້ນຳມາສະເໜີໃຫ້ທ່ານໄດ້ຕິດຕາມ ໃນກະດານຂ່າວນີ້....
ສຳລັບມື້ວັນເສົົານີ້(13 ກັນຍາ 2014) ນີ້ລາຍການຂອງ ເຮົາຈະນຳສະເໜີກ່ຽວກັບ ນັກຮ້ອງເພງທີ່ມີຊື່ສຽງໃນອະດີດ “ ໄຊພອນ ສິນທະລາດ ” ນັກຮ້ອງໃນຕຳນານເພງບ້ານນາ ທີ່ຫລາຍຄົນ ຮູ້ຈັກມານານນັບ ສິບໆປີ ເຊັ່ນເພງ: ບ້ານໂພນທີ່ຝັງໃຈ, ສາວລ່ອງ ແຈ້ງ, ນ້ຳຖ້ວມຖິ່ນເພຍ, ສະຫວັນບ້ານນາ, ສິ້ນໃຈເມຍ, ລາສາວທົ່ງ, ອະດີດຮັກ 1969 ແລະ ອື່ນໆ.

ໄຊພອນ ສິນທະລາດ ນັກຮ້ອງເພງບ້ານນາ ເປັນຄົນທີ່ກຳເນີດທີ່ບ້ານຖິ່ນເພຍ, ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ(ເກີດປີ ຄ.ສ 1947). ໄດ້ກ້າວສູ່ວົງການເພງເມື່ອປີ ຄ.ສ 1970(ພສ 2512) ຫລື ປະມານ 44 ປີທີ່ແລ້ວ ໂດຍການເປັນນັກຮ້ອງປະຈຳວົງດົນຕີ “ ສິນທະວີໄຊ ” ກ່ອນຈະແຍກຕົວມາຕັ້ງວົງດົນຕີເປັນຂອງຕົນເອງ ໂດຍໃຫ້ຊື່ວົງວ່າ: “ ດາວບ້ານນາ ”.

ໄຊພອນ ສິນທະລາດ ເປັນທັງນັກຮ້ອງ ແລະ ນັກແຕ່ງເພງ ໃນຮູບແບບເພງບ້ານນາ ສ່ວນຫລາຍ ເພງທີ່ຮ້ອງ ແລະ ແຕ່ງ ເປັນເພງຈັງຫວະລຳວົງ ເຊິ່ງເນັ້ນໃນການໃຫ້ຄວາມມ່ວນຊື່ນແບບບ້ານນາໆ ຫລື ແບບລຳວົງວັດ ຈົນມີການຕັ້ງສັນຍານາມໃຫ້ໄຊພອນ ສິນທະລາດວ່າ: “ ລາຊາເພງມ່ວນ ”.
ເມື່ອ 12 ປີຜ່ານມານີ້(2002) ສຳນັກພິມ ແລະ ຈຳໜ່າຍປຶ້ມແຫ່ງລັດ ໄດ້ພິມຜົນງານເພງຂອງ ໄຊພອນ ສິນທະລາດ ເພື່ອເປັນການຮັກສາຜົນງານຂອງເພິ່ນໄວ້ ທັງເປັນການສຶກສາຂອງຄົນລຸ້ນຕໍ່ໄປ ໃນປຶ້ມຫົວນັ້ນ ໄດ້ມີຜົນງານເພງຂອງ ໄຊພອນ ສິນທະລາດຢູ່ 87 ເພງ ເຊິ່ງແຕ່ລະເພງເປັນເພງທີ່ມີການ ປະພັນງ່າຍໆ ເນື້ອໃນກະທົບໂດຍກົງ ບໍ່ວ່າການດຳລົງຊີບ ຫລື ດ້ານຄວາມຮັກ ເຊິ່ງມັນໄດ້ສ່ອງແສງ ເຖິງວິຖີຊີວິດ ທີ່ລຽບ ງ່າຍຂອງຄົນລາວ ໂດຍສະເພາະຜູ້ທີ່ດຳລົງຊີບຢູ່ໃນຂົງເຂດ ຊົນນະບົດ.

ເພງຂອງ ໄຊພອນ ສິນທະລາດ ບໍ່ພຽງແຕ່ຕິດພັນກັບປະຊາຊົນຊາວໄຮ່-ນາ ເທົ່ານັ້ນ ກະໂຕ ໄຊພອນ ສິນທະລາດ ເອງ ກໍເປັນຄົນທີ່ຕິດພັນກັບປະຊາຊົນທຳມະດາສາມັນຄືກັນ, ໄຊພອນ ມັກອອກ ຊອກຢູ່ຫາກິນຕາມວິຖີຊີວິດຂອງຊົນຊາວໄຮ່-ນາ ມັກຫາປາເກັບຜັກຫັກໜໍ່ ເປັນຕົ້ນ.

ພື້ນຖານຄອບຄົວຂອງ ໄຊພອນ ສິນທະລາດ ແມ່ນເປັນຄອບຄົວໃຫຍ່ ເຖິງຈະບໍ່ຮັ່ງມີ ແຕກໍເປັນຄອບຄົວທີ່ ມີຄວາມ ອົບອຸ່ນ .ໃນໄລຍະທີ່ ໄຊພອນ ສິນທະລາດ ບໍ່ຄ່ອຍໄດ້ເຄື່ອນໄຫວຮ້ອງເພງ ບາງໄລຍະ ເຫັນວ່າຄອບຄົວ ລາວຕົກຢູ່ໃນສະພາບອັດຕະຄັດຫລາຍ.
ໃນປີ 1995 (ພສ 2537) ຢູ່ນະຄອນຫລວງວຽງຈັນ ໄດ້ມີບໍລິສັດໜຶ່ງທີ່ດຳເນີນທຸລະກິດກ່ຽວກັບເພງ ຄື: “ຄ້າຍເພງ ລາວເອັນເຕີເທນເມນທ໌ ” ຄ້າຍເພງນີ້ ໄດ້ເປີດໂອກາດ ໃຫ້ ໄຊພອນ ສິນທະລາດ ບັນທຶກສຽງ ເຊິ່ງໄດ້ນຳເອົາຜົນງານເພງ ເດັ່ນໆເປັນອຳມະຕະຂອງເພິ່ນນັ້ນມາ ໂຮມກັນເປັນຊຸດ ເຊິ່ງລວມມີປະມານ 10 ເພງ ແລະ ເພງທັງໝົດໃນຊຸດນີ້ ໄດ້ປ່ຽນຈັງຫວະຈາກເດີມມາເປັນຈັງຫວະ 3 ຊ່າ ໂດຍໃຫ້ຊື່ ຊຸດວ່າ “ ໄຊພອນສາມຊ່າ
ພາຍຫລັງທີ່ຄ້າຍເພງ “ລາວເອັນເຕີເທນເມນທ໌ ” ປິດຕົວລົງ ໄຊພອນ ສິນທະລາດ ຈຳຕ້ອງໄດ້ກັບໄປໃຊ້ຊີວິດຄືຜ່ານມາ ແລະ ໄດ້ຕັ້ງວົງດົນຕຣີອີເລັກໂທຣນຂຶ້ນ ເພື່ອຮັບຈ້າງເສບ ແລະ ຮ້ອງ ໃນງານຕ່າງໆຮ່ວມກັບ ລູກຊາຍ ແລະ ລູກໃພ້ ແຕ່ກໍດຳເນີນໄປດ້ວຍຄວາມລຳບາກ ເພາະຂາດທຶນຮອນ ແລະ ອຸປະກອນທີ່ດີຮັບໃຊ້ການສະແດງຂອງວົງ….ຈາກນັ້ນບໍ່ດົນ ໄຊພອນ ເອງກໍບໍ່ສາມາດເດີນສາຍ ໄປຮ້ອງເພງໄດ້ເນື່ອງຈາກມີບັນຫາກ່ຽວກັບສຸຂະພາບ ຈຶ່ງຕ້ອງປ່ອຍໃຫ້ລູກຊາຍ ແລະ ລູກໃພ້ເປັນຄົນ ຮັບຈ້າງເສບ-ຮ້ອງໃນງານຕ່າງໆ.

ຜົນງານເພງຂອງ ໄຊພອນ ສິນທະລາດ ຫລາຍເພງ ໄດ້ມີນັກຮ້ອງ ທັງພາຍໃນ ແລະ ຕ່າງປະເທດ ນຳໄປຮ້ອງອັດແຜ່ນຂາຍ ສະເພາະເພງ “ສິ້ນໃຈເມຍ” ກໍມີນັກຮ້ອງຝັ່ງຂວາແມ່ນນ້ຳຂອງນຳໄປຮ້ອງເຊັ່ນ: ກ້ອງຫລ້າ ວົງສະຫວ່າງ, ສົນທິ ສົມມາດ, ຈົງສະຫວັດ ວໍລະຈັກ ດັ່ງນິ້ເປັນຕົ້ນ.
ໃນເວລາ 3:00 ໂມງ ຂອງວັນທີ 18 ສິງຫາ 2010 ນັກຮ້ອງເພງບ້ານນາດີເດັ່ນ, ທັງເປັນອາຈານສອນແຕ່ງເພງ ໄດ້ເຖິງແກ່ມໍລະນະກຳ ແລະ ໃນຕອນບ່າຍຂອງວັນເສົາ ວັນທີ 21 ສິງຫາ ປີ ຄ.ສ 2010 ເພງ “ສິ້ນໃຈເມຍ” ກໍໄດ້ດັງກ້ອງກັງວານອີກຄັ້ງໜຶ່ງ ທີ່ເດີ່ນວັດເທບພະນິມິດ ນະຄອນຫລວງວຽງຈັນ ແຕ່ເປັນການດັງກ້ອງກັງວານ ກ່າວຂານຄຳອຳລາເພື່ອນມິດ ໄປສູ່ແດນຫົງສາວະດີ, ເປັນການບອກອຳລາເຖິງການຈາກໄປບໍ່ມີວັນກັບຂອງ“ ລາຊາເພງມ່ວນ ” ໄຊພອນ ສິນທະລາດ ລວມອາຍຸໄດ້ 63 ປີ.
.....ທ່ານໃດ ມີຂໍ້ມູນກ່ຽວກັບເລື່ອງນີ້ຕື່ມອີກ ຊ່ວຍແນະນຳແດ່ເດີ້.....
(ຂອບໃຈທີ່ຕິດຕາມອ່ານ)
....ມັກຟັງເພງ ໄຊພອນ ສິນທະລາດ ກໍກົດຟັງເລີຍ...