25 February 2015

ເຂົາຄືໝໍລຳໃຕ້

ສະບາຍດີທ່ານຜູ້ອ່ານທັງຫລາຍ ຫາກທ່ານບໍ່ມີໂອກາດຟັງລາຍການ “ສົ່ງເສີມສິນລະປິນ” ທີ່ກະຈາຍສຽງທຸກໆມື້ວັນເສົາ ທາງລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30 am ນັ້ນ ທ່ານກໍສາມາດຕິດຕາມລາຍການຂອງເຮົາໄດ້ ຜ່ານກະດານຂ່າວແຫ່ງນີ້ ເຊິ່ງພວກເຮົາໄດ້ນຳສະເໜີກ່ຽວກັບຜົນງານການປະດິດແຕ່ງ, ການປະພັນ ຂອງນັກ ສິນລະປິນ ທັງເກົ່າ ແລະ ໃໝ່ໃຫ້ທ່ານໄດ້ຮັບຟັງ…. ສຳລັບມື້ນີ້ ຂໍນຳສະເໜີນັກສີລປິນທ່ານໜຶ່ງເຊິ່ງ ມີຄວາມດົງດັງຫລາຍຢູ່ທາງພາກໃຕ້ ຈົນເຮັດໃຫ້ສະມາຊິກໃນວົງ ຫລື ໃນຄະນະເປັນທີ່ຮູ້ຈັກກັນດີຂອງນັກຟັງລຳ ໂດຍສະເພາະລຳທາງໃຕ້.
(ພາບຈາກເຟຊ ດອກຟ້າເພັດໂພນທອງ)
ຫາກເວົ້າເຖິງເມືອງ ໂພນທອງ ແຂວງຈຳປາສັກ ຫລາຍຄົນຄົງພໍນຶກພາບອອກໄດ້ວ່າ: ເມືອງໂພນທອງ ເປັນເມືອງຫນຶ່ງທີ່ຕັ້ງຢູ່ທິດຕາເວັນຕົກຂອງແຂວງຈຳປາສັກ, ຊື່ງທິດຕາເວັນອອກຕິດກັບເມືອງປາກເຊ,ທິດໃຕ້ ຕິດກັບເມືອງຈຳປາສັກ ແລະ ທິດຕາເວັນຕົກ ແລະ ທິດເໜຶອຕິດກັບປະເທດໄທ; ເປັນເມືອທີ່ມີທາງແຮງທາງດ້ານການປູກເຂົ້າ ແລະ ເປັນທາງຜ່ານຂອງການຂົນສົ່ງສິນຄ້າລະຫວ່າງປະເທດ… ມື້ນີ້ລາຍການສົ່ງເສີມສິນລະປິນຈຶ່ງ ພ້ອມທີ່ຈະສະເໜີນັກສິລະປິນ ທີ່ສ້າງຊື່ສຽງໃຫ້ແກ່ເມືອງໂພນທອງ ໃນຊື່: ດອກຟ້າເມືອງໂພນທອງ…ໂດຍສະ ເພາະສິລະປິນນຳໃນວົງນີ້ ຫລື ວົງດົນຕີຄະນະນີ້ ຄື: ອິນແຕ່ງ ແກ້ວບົວລາ….
(ພາບຈາກເຟຊ ດອກຟ້າເພັດໂພນທອງ)
ອິນແຕ່ງ ແກ້ວບົວລາ ສາວໝໍລຳຜູ້ມີນ້ຳສຽງສົດໃສ ຍິ້ມງ່າຍ ເປັນລູກສາວຂອງໝໍລຳສີພັນດອນ ບຸນທອງ ແກ້ວບົວລາ ແລະ ນາງເອກໝໍລຳເລື່ອງຕໍ່ກອນ ບຸນເພັງ ແກ້ວບົວລາ ຢູ່ບ້ານ ຄັນແຍງ ເມືອງໂພນທອງ ແຂວງຈໍາປາສັກ ເຊິ່ງຕ່າງກໍເປັນໝໍລຳດັງໃນເຂດພາກໃຕ້. ຍ້ອນພໍ່ ແລະ ແມ່ເປັນໝໍລຳ ຈຶ່ງຖືວ່າ ອິນແຕ່ງ ແກ້ວບົວລາ ໄດ້ຜູ້ສິດສອນການລຳ ແລະ ການແຕ່ງກອນລໍາ ໂດຍມີສາຍເລືອດເປັນສາຍກ່ຽວພັນ ບໍ່ວ່າຈະເປັນການແຕ່ງກອນລຳສີພັນດອນ, ລໍາໂສມ ແລະ ລຳທ້ອງຖິ່ນຫຼາຍຈັງຫວະ ລວມທັງລຳແບບປະຍຸກນຳອີກ.
(ພາບຈາກເຟຊ ດອກຟ້າເພັດໂພນທອງ)
ໝໍລຳອິນແຕ່ງ ບອກວ່າ ຕົນເອງເກີດມາໃນທ່າມກາງສຽງລຳ ກໍເລີຍມີຄວາມຮັກທາງດ້ານນີ້ມາຕັ້ງແຕ່ນ້ອຍໆ, ອ່ານໜັງສືໄດ້ກໍໄດ້ເລີ່ມຮຽນລຳມາແຕ່ 8-9 ປີ ແລະ ໄດ້ເລີ່ມມຮັບງານລໍາຕັ້ງແຕ່ອາຍຸໄດ້ 14 ປີ ແລະ ນັບແຕ່ເລີ່ມລຳມາຈົນຮອດປັດຈຸບັນກໍເປັນເວລາກ່ວາ 15 ປີແລ້ວ, ໄດ້ອັດລຳຊຸດທຳອິດໃນປີ 2008 ມີຊື່ຊຸດ ວ່າ: “ເຈົ້າໂຄດຍຸກໃຫມ່” ປັຈຸບັນແມ່ນໃດ້ສ້າງຜົນງານອອກແຜ່ນ 5 ຊຸດ ໃນແຕ່ລະຊຸດແມ່ນລວມໝູ່ 2 ຄູ່ລຳ ໃນ 1 ແຜ່ນ ແຕ່ບາງຊຸດກໍ່ມີຮອດ 5 ຄົນລຳ . ຖ້າເວົ້າເຖິງຊຸດໃດເປັນທີ່ນິຍົມ ກໍ່ແມ່ນຕັ້ງແຕ່ຊຸດທຳອິດ ເຈົ້າໂຄດຍຸກໃຫມ່ ເຊິ່ງເປັນຊຸດລິເເລີ່ມ ທັງເປັນຊຸດທີ່ເຮັດໃຫ້ມີຄົນຮູ້ຈັກຊື່: ອິນແຕ່ງ ແກ້ວບົວລາ ແລະ ໝູ່ຄະນະ ເຊົ່ນ: ສົມປອງ, ດວງສະຫວ່າງ... ແລະ ກໍ່ມີຜູ້ສົນໃຈຕິດຕໍ່ງານມາຈົນຮອດດຽວນີ້.
ຕໍ່ມາ ຊຸດ 2 ຊຸດ: “ ພໍ່ເຖົ້າປັນມູນ ” ຊຸດນີ້ບໍ່ຄ່ອຍນິຍົມປານໃດ ຈຶ່ງໄດ້ໄດ້ອັດລຳຊຸດທີ 3 ຄືຊຸດ ສິງເໜືອເສືອໃຕ້ ໃນປີຕໍ່ມາ ຊຸດນີ້ໄດ້ມີກະແສຕອບຮັບດີຍິ່ງຂຶ້ນ ສ່ວນຊື່ຊຸດຫລ້າສຸດ(ຊຸດທີ 5) ແມ່ນຊື່ຊຸດ: “ ໝໍມໍຄິ້ວໆ” ທີ່ຫາກໍ່ອັດແລ້ວໃນທ້າຍເດືອນ ທັນວາ(12) ປີ 2014 ແລະ ໄດ້ເລີ່ມຈຳໜ່າຍໃນຕົ້ນປີ 2015 ນີ້
ມາຮອດປັດຈຸບັນຖືວ່າ ອິນແຕ່ງ ແກ້ວບົວລາ ເປັນຜູ້ມີປະສົບການທາງດ້ານການລຳມາຢ່າງຫຼວງຫຼາຍ. ອິນແຕ່ງເລົ່າຕື່ມວ່າ ດຽວນີມີເຈົ້າພາບງານບຸນຕ່າງໆມາຕິດຕໍ່ໄປລຳງັນກອງບຸນເກືອບທຸກມື້ ໄລຍະໃດທີ່ບໍ່ໄດ້ງານແທ້ໆກໍອາທິດລະ 2-3 ງານ, ເວົ້າໄດ້ວ່າເກືອບບໍ່ໄດ້ພັກຜ່ອນເລີຍ, ບາງໄລຍະຕ້ອງອາໄສນອນໃນເວລາເດິນທາງແທນ ເພາະສ່ວນຫຼາຍແລ້ວແຕ່ລະງານກໍຕ້ອງລຳແຕ່ຫົວຄ່ຳຈົນຂ້ອນແຈ້ງ.
(ພາບຈາກເຟຊ ດອກຟ້າເພັດໂພນທອງ)
ນອກນີ້ ອິນແຕ່ງ ແກ້ວບົວລາ ຍັງມີຜົນງານ ປະເພດເພງບ້ານນາ ແລະ ລຳເພີນ ຮ່ວມກັບລຸ້ນເອື້ອຍໃນຄະນະດອກຟ້າເພັດໂພນທອງ ຊື່ ຄຽງໃຈ (ຖ້າມີເງື່ອນໄຂຜູ້ຂຽນຈະນຳສະເໜີ ໝໍລໍາຄຽງໃຈ ໃຫ້ທ່ານໄດ້ຟັງໃນ ໂອກາດໜ້າ). ຜົນງານຊຸດນີ້ ເປັນຊຸດພິເສດ ເພາະມີເພງ ແລະ ລຳແນວລະເຄິ່ງ ເຊິ່ງຜົນງານຊຸດນີ້ ຍັງເປັນຜົນງານການແຕ່ງ ຂອງ ອິນແຕ່ງ ແກ້ວບົວລາ ເຖິງ 6 ກອນ (ອີກ 4 ກອນແມ່ນຄຽງໃຈ ສະໃບພອນ ເປັນຄົນ ແຕ່ງ) ເວົ້າໄດ້ວ່າເປັນໝໍລຳຄົບເຄື່ອງເລີຍກໍໄດ້ ເຊັ່ນ ລຳກໍໄດ້ຫຼາຍຈັງຫວະ, ຮ້ອງເພງກໍໄດ້, ສຽງກໍດີ, ລີລາກໍໃຫ້ ຊ້ຳບໍ່ພໍຍັງມີຄວາມສາມາດໃນການແຕ່ງເພງ ແຕ່ງລຳເອງໄດ້ ກໍຖືວ່າສຸດຍອດໝໍລຳໄປເລີຍ.
ອິນແຕ່ງ ແກ້ວບົວລາ ນີ້ ເຄີຍແຕ່ງ ແລະ ຮ້ອງເພງທີ່ນັກຟັງເພງຫລາຍຄົນຄາດບໍ່ເຖິງວ່າ ໝໍລຳທີ່ນິຍົມໃຊ້ແຕ່ກອນຜະຫຍາ ໂຕ້ວາທະກັບໝໍລຳເພດກົງກັນຂ້າມນັ້ນ ມີຄວາມສາມາດໃນການແຕ່ງ ແລະ ຮ້ອງເພງໃນຮູບແບບເອົາໃຈໄວຫລຸ້ນ-ໜຸ່ມໆສາວໃນຍຸກໄຮເທັກໄດ້ ເຊິ່ງໄດ້ຄອງໃຈຄົນຟັງພໍສົມຄວນນັ້ນກໍຄືເພງ “ Massage ທີ່ຖືກລືມ ” ເຊິ່ງຜົນງານເພງນີ້ ເລີ່ມໄດ້ຮັບຄວາມນິຍົມ ເມືອງທ້າຍປີ 2013. ເພງ “Message ທີ່ຖືກລືມ” ເປັນບົດເພງທີ່ພັນລະນາເຖິງບັນຍາກາດການພົວພັນລະຫວ່າງບ່າວສາວໃນຍຸກໄອທີ ເຊິ່ງໂອລົມກັນດ້ວຍການສົ່ງຂໍ້ຄວາມຜ່ານໂທລະສັບມືຖືຫາກັນທຸກເຊົ້າທຸກແລງ ຕົກມາມື້ໜຶ່ງໂທລະສັບມືຖືພັດບໍ່ມີຂໍ້ຄວາມເຂົ້າມາເລີຍ, ເຮັດໃຫ້ຜູ້ຍິງທີ່ເຝົ້າຄອຍອ່ານຕ້ອງໂສກເສົ້າເສຍນ້ຳຕາ.
(ພາບຈາກເຟຊ ດອກຟ້າເພັດໂພນທອງ)
ໄດ້ຖາມ ອິນແຕ່ງ ວ່າ: ດຽວນີ້ຄົນ(ໃຕ້) ຍັງນິຍົມຟັງລຳຫລາຍຄືເກົ່າບໍ່ ? ອິນແຕ່ງຕອບມາວ່າ: ສ່ວນຕົວແມ່ນຮູ້ສຶກໄດ້ວ່າດຽວນີ້ຄົນໃນສັງຄົມນິຍົມຟັງລຳຫລາຍຂຶ້ນ ຈົນໝໍລຳບໍ່ພໍແກ່ຄວາມຕ້ອງການຂອງສັງຄົມແລ້ວ.... ການອອກງານ(ໄປລຳ)ໃນເຂດນອກ ແມ່ນເປັນສິ່ງທີ່ສຳຄັນຫລາຍ ເພາະເຮົາຖືວ່າໄປຮັບໃຊ້ມວນຊົນ, ໄປບາງເທື່ອກໍໄດ້ແລກປ່ຽນປະສົບ ການດ້ານສິລະປະ- ວັດທະນະທຳ ແລະ ງານບຸນປະເພນີນໍາ. ເຮົາກໍມີສ່ວນໄດ້ຄື ໄດ້ເຜີຍແຜ່ວັດທະນະທໍາ ໃນການ ຂັບລໍາໃຕ້ ແລະ ໄດ້ນຳເອົາຂໍ້ດ້ອຍຂອງຕົນເອງມາປັບປຸງຕື່ມ. ດຽວນີ້ເຫັນວ່າມີຄົນຫລາຍໄວຫຼາຍທີ່ໄດ້ມີຄວາມສົນໃຈໃນການຟັງລໍາ ແລະ ມາຊົມມາເຊຍໝໍລຳນັ່ງຫລາຍຂຶ້ນ….
(ພາບຈາກເຟຊ ດອກຟ້າເພັດໂພນທອງ)
 ໝໍລຳອິນແຕ່ງ ແກ້ວບົວລາ ເຄີຍຖືກເຊີນໄປແລກປ່ຽນວັດທະນະທຳດ້ານການລຳຢູ່ຕ່າງປະເທດຫລາຍຄັ້ງ ໂດຍສະເພາະທີ່ ປະເທດໄທ ແລະ ປະເທດກຳພູເຈຍ...

(ພາບຈາກເຟຊ ດອກຟ້າເພັດໂພນທອງ)
ອິນແຕ່ງເຄີຍສະແດງຄວາມໃນໃຈອອກມາຜ່ານ ເຟຊຂອງ ດອກຟ້າເພັດໂພນທອງວ່າ: ພູມໃຈ ໃນອາຊີບ, ພູມໃຈ ໃນວິຊາສະເພາະ, ພູມໃຈ ໃນຊີວິດການເປັນຢູ່, ພູມໃຈ ທີ່ໄດ້ເກີດມາເປັນລູກຂອງພໍ່ແມ່, ເຖິງຈະບໍ່ລວຍລົ້ນຟ້າ ແຕ່ກໍ່ພໍກິນພໍໃຊ້, ມີມື້ນີ້ ຍ້ອນພໍ່ແມ່ ຍ້ອນຮ້ອງຍ້ອນລຳ ຍ້ອນມີຄົນຈ້າງຈິ່ງມີມື້ນີ້…ຂໍໃຫ້ບິດາມານດາ ຂອງຂ້ານ້ອຍ ມີສຸຂະພາບເຂັ້ມແຂງ ອາຍຸໝັ້ນຂັວນຍືນ ຂໍໃຫ້ຄອບຄົວ ຂ້ານ້ອຍ ຄອບຄົວໝໍລຳ ພວກຂ້ານ້ອຍ ຕະຫຼອດຮອດ ເຈົ້າພາບເຈົ້າສັດທາ ປາສະຈາກອັນຕະລາຍທັງປວງ ຈົ່ງຢູ່ດີມີແຮງ ໂຊກເຮັງເຮັງເຮັງ ອາຍຸຍືນຍາວເດີ ແລະ ຂ້ານ້ອຍ ກໍຂໍໃຫ້ຕົວເອງມີສຸຂະພາບດີ ປາສະຈາກ ໝູ່ມານ ອັນຕະລາຍທັງຫຼາຍ ຂໍຈົ່ງມີແຕ່ສິ່ງດີດີ ຢູ່ດີມີແຮງ ອາຍຸຍືນຍືນເດີ ສາທຸ ສາທຸ ສາທຸ….ໝໍລຳອິນແຕ່ງ ແກ້ວບົວລາ ເຄີຍຕັ້ງໃຈວ່າ: ຊີວິດນີ້ຈະຂໍເລືອກການລໍາເປັນອາຊີບໄປຈົນກວ່າບໍ່ມີລົມຫາຍໃຈ.
(ຂອບໃຈທີ່ອ່ານ, ຂອບໃຈທີ່ຕິດຕາມ ແລະ ຂອບໃຈໃນຄວາມຄິດເຫັນ)