16 September 2017

ສະໝານ ສຸວັນນະສີ ໝໍລຳດັງສອງຝັ່ງຂອງ

ໝໍລຳສະໝານ ສຸວັນນະສີ ເກີດເມື່ອວັນທີ 12 ຕຸລາ 1936 (ບາງເອກະສານຂອງໄທ 7 ແລະ 20 ຕຸລາ ພ.ສ 2480) ເກີດທີ່ບ້ານ ຫີນລາດວັງຕໍ, ຕຳບົນ ບ້ານຄໍ້, ອຳເພີເມືອງ ຈັງຫວັດ ຂອນແກ່ນ ປະເທດໄທ ປະເພດລຳທີ່ເພິ່ນມັກແມ່ນ: ລຳເລື່ອງ, ລຳກອນ ສັງວາດ ຂອນແກ່ນ. 
ອາຊີບການເປັນໝໍລຳຂອງເພິ່ນ ແມ່ນເລີ່ມຈາກການລຳໝູ່ ຫລື ລຳເລື່ອງ ຄະນະທຳອິດທີ່ໄດ້ລຳນັ້ນແມ່ນ “ຄະນະປະສານມິດບັນເທີງຈິດ” ເຊິ່ງຄະນະນີ້ຕັ້ງຢູ່ ຂອນແກ່ນ, ເລື່ອງທຳອິດທີ່ລຳແມ່ນເລື່ອງ: “ກຳພ້າຫອມຮູ” ຫລື “ກຳພ້າໄກ່ແກ້ວ”; ໃນໄລຍະດຽວກັນນັ້ນ ເພິ່ນໄດ້ເປັນທັງໂຄສົກວິທະຍຸ ຈັດລາຍການໝໍລຳນຳ ໂດຍມີການສະໜັບສະໜູນຈາກ “ຍາກວນ ສອງພັນຫ້າຮ້ອນກາກອງ” ໃຫ້ກັບບໍລິສັດ “ໄທອັນໂອສົດ” ເຊິ່ງເປັນການໂຄສະນາທຳອິດຂອງລາຍການ ເຊິ່ງໄດ້ດຳນີນມາດົນສົມ ຄວນ ກ່ອນຈະມອບໂອນໃຫ້ ສະຫວາດ ສີອຸດອນ ຫລື ດອນ ເຈດີ ມາຮັບໜ້າທີ່ຈັດລາຍການແທນ.
ໝໍລຳສະໝານ ສຸວັນນະສີ ໄດ້ສັງກັດຢູ່ຄະນະໝໍລຳຫລາຍຄະນະ ໂດຍເປັນໄປຕາມການວ່າຈ້າງຂອງຫົວໜ້າ ຄະນະໝໍລຳນັ້ນໆ ແລະ ສຸດທ້າຍຈຶ່ງໄດ້ມາຕັ້ງຄະນະຂອງຕົນເອງໃສ່ຊື່ວ່າ: “ຄະນະສົມສະໄໝບໍລິການ” ເຊິ່ງຄະນະໝໍລຳນນີ້ໄດ້ ເດີນທາງມາລຳຢູ່ນະຄອນຫລວງວຽງຈັນ ລະຫ່ວາງປີ 1960-1962 ແລະໄດ້ທຽວລຳຢູ່ເຂດນີ້ປະມານ 1 ປີ ກໍເດີນທາງກັບໄປລຳຢູ່ຖິ່ນເກີດຂອງຕົນທີ່ຂອນແກ່ນ ປະເທດໄທ ອີກ…ໃນໄລຍະນີ້ ໝໍລຳສະໝານ ສຸວັນນະສີ ບໍ່ສະເພາະແຕ່ມີການເຄື່ອນໄຫວ ໃນການຂັບລຳເທົ່ານັ້ນ ຍັງໄດ້ເປັນນັກຈັດລາຍການວິທະຍຸ ແລະ ຮ່ວມມືກັບ ອະດີດ ສສ ທ້ອງຖິ່ນ ຄົນໜຶ່ງອີກ (ຄູ ອິນຕາ ສສ. ສະກົນນະຄອນ) ເພື່ອດຳເນີນການຜະລິດຢາສະໝຸນໄພຂາຍ ແລະ ໂຄສະນາທາງລາຍການວິທະຍຸນຳ ແຕ່ບໍ່ຮູ້ເຫດຜົນໃດ ເຮັດໃຫ້ ອະດີດ ສສ ຄົນນັ້ນຖືກໂທດ ສານຕັດສິນປະຫານຊີວິດ ອັນໄດ້ເຮັດໃຫ້ ໝໍລຳສະໝານສຸວັນນະສີ ຕ້ອງໄດ້ຫລົບໄພ ໜີຈາກບ້ານເກີດ ເດີນທາງຍ່າງເປັນຕົ້ນຕໍແຕ່ຂອນແກ່ນຈົນຮອດວຽງຈັນ.
ອຈ.ບັບໂບ້ ກັບ ໝໍລຳ ສະໝານ ປຶກສາກັນວ່າຈະຜະລິດລຳເລື່ອງ "ກຳພ້າຜີນ້ອຍ" ແຕ່ບໍ່ທັນເຮັດ...
ລຸງສະຫມານເວົ້າໃຫ້ຟັງວ່າ: ຕອນທີ່ເດີນທາງໜີຕາຍມານັ້ນມີແຕ່ວິຊາອາຄົມ ແລະ ສົ້ງເສື້ອຄາຄີງເທົ່ານັ້ນ ແຕ່ໃນເມື່ອເດີນທາງມາຕົກຝັ່ງຊ້າຍ ຫລື ວຽງຈັນ ຕົນຕ້ອງໄດ້ເລີ່ມຕົ້ນຊີວິດໃໝ່ ໄຄແດ່ແຕ່ວ່າ ມີຄົນຮູ້ຈັກຫລາຍຄົນທີ່ວຽງຈັນ ເພາະກ່ອນໜ້ານີ້ເຄີຍມາເຄື່ອນໄຫວຂັບລຳ ແລະ ໂຄສະນາຂາຍຢາທັງຢູ່ໃນສະຖານີວິທະຍຸ ແລະ ເວທີສະແດງມາກ່ອນ.
ເມື່ອເວົ້າເຖິງວິຊາອາຄົມທີ່ເພິ່ນມີແມ່ນ ວິຊາທ່ອງບົດກາບກອນລຳ ແລະ ການໂຕ້ກອນສົດ ເຊິ່ງໃດ້ມາຈາກນາຍຄູທອງອິນ ແລະ ນາຍຄູອິນຕາ ທີ່ສິດສອນໃຫ້ເມື່ອຄາວຮຽນລຳຢູ່ຂອນແກ່ນ. ເພິ່ນເຄີຍເລົ່າສູ່ຟັງວ່າ: ການໂຄສະນາສິນຄ້າ ທີ່ເຮົາຜະລິດເອງ ແລະ ໂຄສະນາໃຫ້ຄົນອື່ນ ຜ່ານມານັ້ນ ຖ້າຢາກໃຫ້ຂາຍດີຕ້ອງໄດ້ເດີນທາງໄປແຕ່ລະບ້ານ, ແຕ່ລະເມືອງເພື່ອຂາຍດ້ວຍຕົນເອງ; ແຕ່ຈະໃຫ້ຂາຍດີຕ້ອງມີສິນລະປະໃນການໂຄສະນາ ເຮົາຕ້ອງຮູ້ເວົ້າກາບກອນ, ຜະຫຍາຍ່ອຍອ່ອຍສາວ ແລະ ລຳກ້ຽວໄປພ້ອມ, ບາງເທື່ອອາດເປັນຍ້ອນຄວາມແກ່ງແຍ້ງ ໃນການໂຄສະນາຂາຍສິນຄ້ານິີ້ກໍບໍ່ຈັກ ຈຶ່ງເຮັດໃຫ້ຄົນອື່ນອິດສາ ແລະ ນຳມາເຖິງຄວາມເດືອດຮ້ອນແກ່ເຮົາ….

ໝໍລຳ ສະໝານ ສຸວັນນະສີ ພາຍຫລັງທີ່ເດີນທາງກັບໄປຖິ່ນເກີດ ບໍ່ດົນກໍໄດ້ກັບມາວຽງຈັນຕື່ມອີກໃນປີ 1964(ພສ 2507) ດ້ວຍເຫດອັນຈຳເປັນບາງປະການ, ຈົນມາຮອດປີ 1966 (ພສ 2509) ໄດ້ຕັ້ງຄະນະໝໍລຳຂອງຕົນເອງຂຶ້ນທີ່ວຽງຈັນ ໃສ່ຊື່ຄະນະວ່າ: “ສະໝານຮ່ວມສິລປ໌” ແລະ ໄດ້ສະແດງ ຮັບໃຊ້ມວນຊົນມາປະມານ 30 ປີ (ພສ. 2509-2537) ກ່ອນຈະຢຸດພັກຜ່ອນ ຍ້ອນວ່າອາຍຸຫລາຍ ຮ່າງກາຍບໍ່ແຂງແຮງຄືເກົ່າ…. ແລ້ວປັບໂຕມາເປັນນັກໂຄສະນາຮັບໃຊ້ສາສນາ ປະຈຳຢູ່ວັດສີເມືອງ ນະຄອນ ຫຼວງວຽງຈັນ ເປັນຜູ້ຊັກຊວນໃຫ້ຄົນທຳບຸນ-ໃຫ້ທານ ແລະ ເປັນໝໍພອນທີ່ມີສຳນວນ- ສຳນຽງທີ່ລ່ຽນໄຫຼ ຟັງແລ້ວປະທັບໃຈ.
ການເຄື່ອນໄຫວດ້ານການລຳຢູ່ລາວນັ້ນ ພວກເຮົາຂໍສັງລວມໃຫ້ທ່ານໄດ້ຟັງດັ່ງນີ້:
ປີ 1967-1968 ສະໝານ ສຸວັນນະສີ ຫລື ຄະນະໝໍລຳ “ສະໝານຮ່ວມສິລປ໌” ເຄື່ອນໄຫວຮັບຈ້າງໄປລຳທົ່ວປະເທດລາວ ໂດຍມີ ນາຍພົນ ວັງປາວ ວ່າຈ້າງໃນນາມໜ່ວຍ: “ປະຕິບັດການຈິດຕະວິທະຍາ” ດ້ວຍເງິນທີ່ ສະຫະລັດອາເມລິກາ ສະໜັບສະໜູນ ເພື່ອຮັບໃຊ້ໃຫ້ແກ່ລັດຖະບານ ວຽງຈັນ(ຝ່າຍຂວາ) ເວລານັ້ນ, ຈຸດປະສົງກໍແມ່ນເພື່ອຕໍ່ຕ້ານ ແນວລາວອິດສະຫລະ(ຄອມມູນິດ)ຮ່ວມກັບຄະນະໝໍລຳ “ອັດສະວິນດອກອົ້ວ” ເຊິ່ງໝໍລຳທີ່ຮ່ວມສະແດງໃນໄລຍະນັ້ນກໍມີ: ໝໍລຳ ບຸນທ່ຽງ ຈັນທະຈອນ ໃນສາຍານາມ “ທ້າວແຟບ”ຫລື “ຕູ້ແຟບ” ທີ່ສະແດງເປັນຕົວຕະຫຼົກ, ໝໍລຳ ສົມປະສົງ ພັນກໍ່າ ພໍ່ອົ້ວ(ຫົວໜ້າຄະນະໝໍລຳອັດສະວິນດອກອົ້ວ) ແລະ ໝໍລຳ ຄຳມູນ ໂສດາ ເຊິ່ງມີ ສາຍາວ່າ: “ສີໝອກ” ແລະ ໝໍລຳ ສຸດທິສົມພົງ ສະທ້ານອາດ(ຄົນໄທ- ບັ້ນປາຍຊີວິດ ໄດ້ບວດເປັນພະ ຈຳຢູ່ວັດ ບ້ານເຂືອງໃຫຍ່, ໝູ່ 12, ຕຳບົນ ບ້ານເຂືອງ, ອຳເພີ ຊຽງຂັວນ, ຈັງຫວັດ ຮ້ອຍເອັດ).
ປີ 1975 ປະເທດລາວ ໄດ້ຮັບການສະຖາປານາເປັນປະເທດ “ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ” ຈາກນັ້ນບໍ່ດົນ ໝໍລຳ ສະໝານ ສຸວັນນະສີ ກໍໄດ້ກັບເຂົ້າມາຮັບໃຊ້ ລັດ ຖະບານ ສປປ.ລາວ ອີກຄັ້ງໃໝ່ ໂດຍສັງກັດຢູ່ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ (ດຽວນີ້ປ່ຽນເປັນ ວິທະຍຸກະຈາຍສຽງແຫ່ງຊາດລາວ) ໂດຍມີການຮ່ວມລຳກັບໝໍລຳດັງໆອີກຫາຍຄົນເຊັ່ນ: ໝໍລຳ ຄຳພັນ, ໝໍລຳ ທອງດີ ດຳເນີນ ແລະ ຄົນອື່ນໆ ເຊິ່ງໄດ້ມີຜົນງານການລຳຫລາຍປະ ເພດ ຈຳນວນຫລວງຫລາຍ ທີ່ລຳຮັບໃຊ້ມວນຊົນ ຜ່ານລາຍການວິທະຍຸກະຈາຍສຽງແຫ່ງຊາດລາວ.
ຜົນງານທີ່ຮູ້ຈັກ
ຜົນງານການອັດແຜ່ນຈຳນ່າຍວາງຂາຍມີ 3 ຊູດຄື: ມໍລະດົກລາວ(12 ກອນ),ປິດສະໜາເຂິງຄຳ (10 ກອນ) ແລະ ຊຸດສີທັດຖະອອກບວດ(7 ກອນ). ນອກນີ້ຍັງມີກອນລຳທີ່ເປັນຕົວຢ່າງ(ສາທິດ) ອີກຫລາຍກອນ ທີ່ມີການບັນທຶກໄວ້ເຊັ່ນ: ກອນເຄົາລົບຄູ, ກ້ຽວສາວໝໍລຳ, ກອນເດີນດົງ, ປະຫວັດວຽງຈັນ, ວຽງຈັນຍຸກໃໝ່, ສີໂຄດຕະບອງ ແລະ ອີກຫລາຍໆກອນ ເຊິ່ງສ່ວນຫລາຍ ແມ່ນໄດ້ບັນທຶກສຽງ ແລະ ເກັບໄວ້ຮັກສາໄວ້ທີ່ ວິທະຍຸກະຈາຍສຽງແຫ່ງຊາດລາວ.
ໝໍລຳ ສະໝານ ສຸວັນນະສີ ໄດ້ຮັບນາມມະຍົດເປັນ ສິລະປິນແຫ່ງຊາດ ສາຂາສີລະປະການສະແດງ ເມື່ອປີ 2011 ແລະ ໄດ້ຈາກພວກເຮົາໄປແລ້ວ ໃນວັນທີ 10 ກັນຍາ 2017 ເວລາ 3:10 ນາທີ ທີ່ເຮືອນຂອງເພິ່ນເອງ ທີ່: ບ້ານອຸດົມຜົນ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ.
(ປິດຕຳນານ ໝໍລຳ ສະໝານ ສຸວັນນະສີ ຜູ້ຍິ່ງໃຫຍ່....ຂໍໃຫ້ນອນຫລັບສະບາຍເດີ້ຕູ້...)
.....ຂອບໃຈທີ່ອ່ານ....
ກະລຸນາ ຊ່ວຍເພີ່ມເຕີມໃນຄອມເມັນໃຫ້ແດ່ ເພາະຂໍ້ມູນອາດບໍ່ຄົບ ແລະ ອາດຜິດພາດ