30 January 2014

ເຂົາຄືເຈົ້າຂອງເພງ“ໝໍໜຶ້ງຮ້ອງຄືນ້ອງເອີ້ນຫາ”

ສິນລະປິນໜຸ່ມ ທີ່ມີຄວາມມຸ່ງໝັ້ນ ແລະ ໃຝ່ຝັນມາແຕ່ເດັກ ທີ່ຢາກຈະເປັນນັກຮ້ອງ, ໝໍລຳ ຢາກມີແຜ່ນເພງເປັນຂອງຕົນເອງ ແລະ ຢາກກ້າວສູ່ການເປັນນັກຮ້ອງອາຊີບ…ມາຮອດເວລານີ້ ເຂົາມີເພງອອກມາສູ່ສັງຄົມແລ້ວສອງຊຸດ ຊຸດທີສອງກຳລັງຂະວາງຈຳໜ່າຍໄວໆນີ້….ເຂົາມີຊື່ວ່າ: “ດາວດິນ ຖິ່ນຈຳພອນ”
ດາວດິນ ຖິ່ນຈຳພອນ ເກີດທີ່ບ້ານພະແລງ ເມືອງຈຳພອນ ແຂວງສະຫວັນນະເຂດ ເປັນລູກຂອງຊາວກະສິກອນ ເຮັດໄຮ່ໃສ່ນານີ້ລະ ແຕ່ເຂົາມີຄວາມຮັກ ຄວາມຜູກພັນກັບສຽງ ເພງປະເພດລູກທົ່ງບ້ານນາ ແລະ ຂັບລຳ ມາແຕ່ຕອນຍັງນ້ອຍ ເວົ້າໄດ້ວ່າມັກໝົດຊີວິດຈິໃຈ ໃນຄວາມຫວັງອັນຍິ່ງໃຫຍ່ຂອງເຂົາກໍຄື ໃນຊີວິດນີ້ບໍ່ຂໍຫຍັງຫລາຍ ຂໍໃຫ້ໄດ້ເປັນນັກຮ້ອງ-ໝໍລຳ ຫລື ນັກສິນລະປິນກໍພໍ ຊິດັງຫລືບໍ່ດັງກໍຢ່າ ຂໍໃຫ້ໄດ້ເປັນ….

ກ່ອນນີ້ປະມານສີ່ປີ ເຂົາໄດ້ຂົນຂວາຍຫາຊ່ອງທາງເພື່ອເຮັດແນວໃດຈະສາມາດເຂົ້າສູ່ ເສັ້ນທາງຂອງການເປັນນັກຮ້ອງນີ້ໄດ້ ເຂົາໄດ້ໃຊ້ຄວາມພະຍາຍາມໃນການຮ້ອງລຳພຳເພງ ແລະ ທີ່ສຸດເຂົາກໍໄດ້ເປັນນັກຮ້ອງໃນຮ້ານອາຫານ.....
ການຮ້ອງເພງນຮ້ານອາຫານນີ້ ກໍໃຊ້ເວລາຢູ່ປະມານສອງປີ ແລະ ກໍໂຊກດີທີ່ມີໂອ ກາດໄດ້ຮູ້ຈັກນັກປະພັນເພງ ທັງເປັນນັກຮ້ອງເພງທ່ານໜຶ່ງ ເຊິ່ງຄວາມຈິງເພິ່ນໄດ້ຕິດຕາມ ເຮົາຢູ່ຫ່າງໆມາດົນແລ້ວກໍບໍ່ຈັກລະ ຄືທ່ານອາຈານ ບຸນຍູ້ ລູກແມ່ຂອງ ເພິ່ນໄດ້ຊັກຊວນ ແລະ ແນະນຳໃຫ້ໄປອັດສຽງລອງເບິ່ງ ເຊິ່ງເພິ່ນກໍໄດ້ແຕ່ງເພງໃຫ້ ແລະ ໄດ້ອັດແຜ່ນຄັກແນ່ ໃນປີ 2012 ແຕ່ໃນແຜ່ນເພງຊຸດນີ້ ມີນັກຮ້ອງຢູ່ສາມຄົນຄື: ບຸນຍູ້ ລູກແມ່ຂອງ, ນິລັນດອນ ແລະ ດາວດິນ ຖິ່ນຈຳພອນ ນີ້ລະ ເຊິ່ງຄ້າຍເພງທະວີເສີດ ເປັນຜູ້ຈັດຈຳໜ່າຍ ແລະ ໃຫ້ຊື່ຊຸດ ວ່າ: “ດີທັງສອງຄົນ” ເຊິ່ງເປັນຊື່ຂອງເພງທີ່ໃຊ້ນັກຮ້ອງທັງສາມຄົນຮ້ອງສະຫລັບກັນໄປມາ.
ເພງຊຸດ“ດີທັງສອງຄົນ” ນີ້ສ່ວນຫລາຍແມ່ນເພງຮ້ອງຄູ່ ແລະ ມີການສະຫລັບ ຈັງຫວະດົນຕີສັບປ່ຽນໄປມາລະຫວ່າງເພງກັບລຳທ້ອງຖິນຂອງແຂວງສະຫວັນນະເຂດ ເປັນຕົ້ນວ່າເພງ ເກີບສອງຄູ່ ແລະ ອີກຫລາຍເພງ….ແລະ ເພງຊຸດນີ້ ມີເພງທີ່ມີເນື້ອໃນແບບ ພື້ນໆ ທີ່ຕິດພັນກັບວິຖີຊີວິດຂອງຄົນລາວຫລາຍເພງ ແລະ ບາງເພງກໍມີລັກສະນະຕະຫລົກ ເຮຮາໜ້ອຍໆພໍຂໍາໆ ບໍ່ວ່າຈະເປັນເພງ ເກີບສອງຄູ່, ລານ້ອງໄປເຍືອງໜູ ຫລື ແມ່ນແຕ່ເພງ “ດີທັງສອງຄົນ” ກໍມີຄວາມສະໜຸກສະໜານແບບຊາວບ້ານ…
ເພງຊຸດ“ດີທັງສອງຄົນ” ນີ້ເຖິງວ່າຈະບໍ່ໄດ້ຮັບການຕອບຮັບຈາກນັກຟັງເພງຫລາຍ ເໝືອນດັ່ງນັກຮ້ອງຫລາຍທ່ານທີ່ມີຜົນງານເດັ່ນໆມາກ່ອນແລ້ວກໍຕາມ ແຕ່ມັນກໍເປັນບາດ ກ້າວໃໝ່ໃນການເດີນເຂົ້າສູ່ວົງການນັກຮ້ອງເພງລູກທົ່ງຕາມຄວາມໃຝ່ຝັນມາດົນນານ ແຕ່ຕອນຍັງເປັນເດັກ….ແລະ ມັນກໍໄດ້ສ້າງຄວາມພາກພູມໃຈຫລາຍຂຶ້ນ, ໝັ້ນໃຈຫລາຍ ຂຶ້ນທີ່ເປັນກຳລັງຊຸກດັນໃຫ້ເຂົາກ້າວຕໍ່ໄປ ແລະ ໃນປີນີ້(2014) ເຂົາກໍພ້ອມທີ່ຈະເອົາເພງ ຊຸດໃໝ່ອອກສູ່ສາຍຫູສາຍຕາຂອງຜູ້ມັກຟັງເພງອີກຊຸດໜຶ່ງ ຄືຊຸດ:“ໝໍ້ໜຶ້ງຮ້ອງ ຄືນ້ອງ ເອີ້ນຫາ”

ໃນຊຸດ“ໝໍ້ໜຶ້ງຮ້ອງ ຄືນ້ອງ ເອີ້ນຫາ”ນີ້ ນອກຈາກເພງທີ່ເປັນຊື່ຊຸດແລ້ວ ຍັງເຫັນວ່າມີ ເພງ ເດັ່ນໆຢູ່ຫລາຍເພງເຊັ່ນ: ບໍ່ໄດ້ມາຈອບຫລອຍແຕ່ມາອອຍໃຈ, ຫົວໃຈຮ້ອງໄຫ້, ບໍ່ກ້າຜ່າ ໄຟແດງ ເຊິ່ງນີ້ເປັນເພງໃຫ້ກຳລັງໃຈຕຳຫລວດຈະລາຈອນ ແລະ ເຕືອນສະຕິໃນການສັນ ຈອນ… ເພງຊຸດນີ້ຈະເລີ່ມວາງຈຳໜ່າຍເລີ່ມແຕ່ອາທິດທຳອິດຂອງເດືອນກຸມພາ 2014 ເປັນຕົ້ນໄປ
ກົດຟັງໄດ້ຕາມນີ້
ກົດໆໆໆ
ຂອບໃຈຫລາຍໆທີ່ຕິດຕາມ
ມີເວລາຢ່າລືມຟັງລາຍການຂອງພວກເຮົາເດີ້
ທຸກໆວັນເສົາ ເວລາ 8:30-9:00 ໂມງ
AM 567 Khz, SW 6130 Khz

29 January 2014

ຄືວ່າມາຮ້ອງເພງຕັ້ງແຕ່ນ້ອຍແທ້ນໍ(ມຸກດາວັນ ສັນຕິພອນ)

ມີນັກຮ້ອງສາວຄົນໜຶ່ງ ທີ່ກຳລັງມາແຮງ ກັບແນວເພງລູກທົ່ງບ້ານນາ. ຜູ້ຂ້າໄປໃສ ມາໃສກໍມັກໄດ້ຍິນເພງຊຸດໃໝ່ຫຼ້າສຸດຂອງເຂົາ, ເຄີຍເຫັນອອກລາຍການໂທລະ ພາບຫຼາຍຊ່ອງ, ອອກລາຍການວິທະຍຸຫຼາຍຄື້ນ, ອອກໜັງສືພິມ-ວາລະສານຫຼາຍ ສະບັບ ກໍເລີຍສົນໃຈ ແລະ ໄດ້ຊອກຫາຂໍ້ມູນນັກຮ້ອງສາວຄົນນີ້ ເພື່ອນຳມາອອກ ລາຍການ “ສົ່ງເສີມສິນລະປິນ” ເຊິ່ງໄດ້ອອກອາກາດໄປແລ້ວ ແຕ່ມື້ວັນເສົາ ວັນທີ 25 ມັງກອນ 2014 ທາງລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30 -9:00 ໂມງ ແລະ ຄິດຢາກເຜີຍແຜ່ໃຫ້ຫລາຍຄົນທີ່ບໍ່ໄດ້ຟັງ ລາຍການນີ້ໃນມື້ນັ້ນໄດ້ຮູ້ຈັກກັບລາວຜ່ານກະດານຂ່າວຂອງພວກເຮົາ
ເຂົາຄື: “ມຸກດາວັນ ສັນຕິພອນ”
“ມຸກດາວັນ ສັນຕິພອນ”ມີປະຫວັດການຮ້ອງເພງມາ ແຕ່ຕອນອາຍຸ 5 ຂວບ ມີຊຸດເພງຂອງຕົນເອງຊຸດທຳອິດຕອນຮຽນຢູ່ປະຖົມ ຊັນ ປໍ3 ຈົນມາເຖິງປັດຈຸບັນ ເພງທີ່ຄົນນິຍົມຟັງທີ່ສຸດຂອງເຂົາໃນເວລານີ້ກໍຄືເພງ “ເອີ້ນອ້າຍ ໃສ່ໝໍ້ໜຶ້ງ” 
ມຸກດາວັນ ສັນຕິພອນ ເປັນນັກສິນລະປິນຜູ້ໜຸ່ມນ້ອຍ ສຽງອ້ອຍອິ່ນ ໄວທີນ ຂວັນໃຈ ນັກຟັງເພງປະເພດລູກທົ່ງບ້ານນາ ທີ່ໄດ້ຮັບຄວາມນິຍົມຢ່າງວ່ອງໄວ 
ມຸກດາວັນ ສັນຕິພອນ ມາຮ່ວມລາຍການອອກອາກາດ FM 103,7 Mkz(ວສລ) 

ມຸກດາວັນ ສັນຕິພອນ ກຳເນີດໃນຄອບຄົວຊາວນາ ທີ່ບ້ານ ທາດອີງຮັງ, ເມືອງ ໄກສອນພົມວິຫານ ແຂວງ ສະຫວັນນະເຂດ. ພໍ່ຂອງລາວມີວົງດົນຕຣີ (ອີເລັກ ໂທນ)ມາຫລາຍປີແລ້ວ ແລະ ຈະອອກເສບໃນງານຕ່າງໆ ໃນຍາມ ຫວ່າງຈາກ ການເຮັດນາຕາມການວ່າຈ້າງທົ່ວໄປ. ຍ້ອນພໍ່ມີວົງດົນຕີອີ ເລັກໂທນນີ້ລະ ເຮັດໃຫ້ ມຸກດາວັນ ສັນຕິພອນ ມັກໃນການ ຮ້ອງລຳພຳເພງ ມາແຕ່ຍັງນ້ອຍ ໄດ້ເລີ່ມຮ້ອງເພງມາແຕ່ຕອນອາຍຸໄດ້ 5 ປີ ໂດຍມີພໍ່ ແລະ ອ.ຈ ດອກເພັກ ແດນຈຳພອນ ເປັນຄົນຊ່ວຍສອນ.
ຫລາຍປີກ່ອນ ມຸກດາວັນ ສັນຕິພອນ ເປັນສະມາຊິກສະໂມສອນວັດທະນະທຳ ບັນດາເຜົ່າ ຂອງແຂວງສະຫວັນນະເຂດ ເວົ້າໄດ້ວ່າລາວມີຄວາມສາມາດ ໃນ ການຮ້ອງເພງ, ຂັບລຳ ແລະ ໄດ້ໄປສະແດງຮັບໃຊ້ໃນງານຕ່າງໆ ທັງພາຍໃນ ແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ແລະ ເຄີຍເຂົ້າຮ່ວມການແຂ່ງ ຂັນການ ຮ້ອງ ເພງຫລາຍຄັ້ງເຊິ່ງບາງຄັ້ງລາວກໍໄດ້ຮັບລາງວັນ ຊະ ນະເລີດນຳອີກ.
ຕອນທີ່ ມຸກດາວັນ ສັນຕິພອນ ຮຽນຢູ່ຊັ້ນ ປໍ.3 ກໍໄດ້ມີເພງເປັນຊຸດຂອງຕົນເອງ ໃນຊຸດ “ສຳລະແຜໃຈ” ເຊິ່ງໃນຊຸດນີ້ ແມ່ນໃສ່ຊື່ເປັນ ມຸກດາວັນ ສຽງສະຫວັນ ເຊິ່ງຄ້າຍເພງ ເດິມີເດຍສ໌ ເປັນຜູ້ຜລິດ ແລະ ເພງທີ່ເດັ່ນທີ່ສຸດໃນຊຸດນີ້ກໍຄື “ໄຫວບໍ່ພໍ່” ເຊິ່ງເປັນເພງທີ່ບັນ ຍາຍເຖິງການເຮັດວຽກຂອງພໍ່ ທີ່ເປັນກຳມະ ກອນກໍ່ສ້າງ ແລະ ແມ່ຫາບເຄື່ອງເລາະຂາຍ ຕາມບ້ານ ຂາຍປະເພດປາ, ໜໍ່ໄມ້ ແລະ ອື່ນໆຕາມລະດູການ….ເປັນ ເພງທີ່ໃຫ້ກຳລັງ ໃຈພໍ່ແມ່ທີ່ຫາລ້ຽງຄອບຄົວ.
ຈາກນັ້ນ ມຸກດາວັນ ສັນຕິພອນ ກໍຍັງສືບຕໍ່ຮ້ອງເພງ, ຕອນທີ່ລາວຮຽນຢູ່ ໂຮງ ຮຽນມັດທະຍົມ ຊັ້ນ ມໍ2 ກໍໄດ້ມີເພງອອກມາອີກຊຸດໜຶ່ງໃນຊຸດ “ບ່າວທ່າແຂກ ສາວສະຫວັນ” ໃນນີ້ກໍມີເພງທີ່ ກ່ຽວພັນກັບຄວາມຮັກໃນ ໄວຮຽນເຊັ່ນເພງ “ບ່າວມັດທະຍົມ” ນອກນີ້ຍັງມີເພງ “ເພິ່ນບໍ່ມັກຂ້ອຍ” ແລະ ອື່ນໆ … 
ມາຮອດປີກາຍນີ້(2013) ເພງຊຸດ “ມົນຮັກບ່າວເມືອງວັງ” ກໍໄດ້ສ້າງຄະແນນ ນິຍົມສູງທີ່ສຸດ ອີກຄັ້ງໜຶ່ງແກ່ນັກຮ້ອງສາວຄົນນີ້ ຍ້ອນວ່າເພງຊຸດນີ້ໄດ້ມີເພງ ທີ່ໄດ້ສ່ອງແສງເຖິງວັດທະນະ ທຳຂອງຊາວພູໄທ ເຊິ່ງເປັນຊົນເຜົ່າໜຶ່ງ ຂອງ ແຂວງສະຫວັນນະເຂດ ແລະ ມີເພງ ທີ່ໄດ້ສະ ທ້ອນເຖິງຄວາມກ່ຽວພັນ ຂອງ ເຜົ່າພູໄທທັງສອງຟາກຝັ່ງຂອງ ກໍຄືລາວ-ໄທ ເຊັ່ນເພງ “ມົນຮັກບ່າວເມືອງວັງ” ເຊິ່ງໄດ້ເວົ້າເຖິງບ່າວເມືອງວັງ ທີ່ຢູ່ໃນແຂວງ ສະຫວັນນະເຂດ ແລະ ສາວເມືອງເວ ຫລືວ່າ ເລນູນະຄອນ ເຊິ່ງຢູ່ໃນຈັງ ຫວັດນະຄອນພະນົມ ປະເທດໄທ. 
ເພງຊຸດນີ້ ໄດ້ສ້າງຊື່ສຽງໃຫ້ແກ່ນັກຮ້ອງສາວໄວທີນຄົນນີ້ຫລາຍເພງເຊັ່ນ: ເອີ້ນອ້າຍໃສ່ໝໍ້ ໜຶ່ງ, ສຽງແຄນແທນໃຈ, ນ້ຳຕາໄຫລໃຕ້ຕົ້ນດອກແຄ ແລະ ອື່ນໆ.
ເພງຊຸດ “ມົນຮັກບ່າວເມືອງວັງ” ເປັນຜົນງານການປະພັນຂອງ ອຈ. ກຸໄລ ລູກລາດອີງຮັງ ເຊິ່ງກ່ອນນີ້ເພິ່ນເປັນອາຈານສອນຢູ່ວິທະຍາໄລສະຫວັນນະເຂດ ຍົກເວັ້ນເພງ “ເອີ້ນອ້າຍໃສ່ ໝໍ້ໜຶ່ງ” ທີ່ແຕ່ງໂດຍ: ອຈ.ວາດ ວາທະສິນ. ສ່ວນຜູ້ຢູ່ເບື້ອງຫລັງການຜລິດເພງຊຸດນີ້ກໍມີ ອຈ.ດອກເພັກ ແດນຈຳພອນ ຂອງຄ້າຍເພງ , ອຈ.ວາດ ວາທະສິນ ເປັນຜູ້ສ້າງດົນຕຣີ ແລະ ບັນທຶກສຽງ .... 
ດຽວນີ້ ຄອບຄົວຂອງ ມຸກດາວັນ ເລີຍໄດ້ຕັດສິນໃຈລົງທຶນຜລິດເພງ ແລະ ຈັດຈຳໜ່າຍ ເອງ ໂດຍບໍ່ອາໃສຄ້າຍເພງອື່ນ ໃນນາມ “ກ້ວຍສຸກຂຽວ” ເຊິ່ງເປັນຊື່ຂອງວົງດົນຕຣີຂອງພໍ່ ຫຼື ຂອງຄອບຄົວເອງ...
ພາບມາຈາກ Facbook ຂອງ ມຸກດາວັນ ສັນຕິພອນ 
ນີ້ເປັນສ່ວນໜຶ່ງເລື່ອງລາວຂອງສາວສິນລະປິນຄົນນີ້ທີ່ເອົາມາສະເໜີໃຫ້ຮູ້ຈັກ
ແລະ ຕ້ອງຂໍອະໄພກັບເຈົ້າຂອງເພງຮ້ອງ“ເອີ້ນອ້າຍໃສ່ໝໍ້ໜຶ້ງ” ຫາກວ່າ ຂໍ້ມູນທີ່ນຳສະເໜີມານີ້ຜິດພ້ຽນຈາກຄວາມຈິງ
ມັກຜົນງານເພງສາວຄົນນີ້ຢ່າລີມກົດ Like ຫຼື Comment ໃຫ້ແດ່ເດີ້....
ເພີ່ມເຕີມກົດທີ່ນີ້
(ຂອບທຸກທ່ານທີ່ເຂົ້າມາຢາມພວກເຮົາ)