29 January 2014

ຄືວ່າມາຮ້ອງເພງຕັ້ງແຕ່ນ້ອຍແທ້ນໍ(ມຸກດາວັນ ສັນຕິພອນ)

ມີນັກຮ້ອງສາວຄົນໜຶ່ງ ທີ່ກຳລັງມາແຮງ ກັບແນວເພງລູກທົ່ງບ້ານນາ. ຜູ້ຂ້າໄປໃສ ມາໃສກໍມັກໄດ້ຍິນເພງຊຸດໃໝ່ຫຼ້າສຸດຂອງເຂົາ, ເຄີຍເຫັນອອກລາຍການໂທລະ ພາບຫຼາຍຊ່ອງ, ອອກລາຍການວິທະຍຸຫຼາຍຄື້ນ, ອອກໜັງສືພິມ-ວາລະສານຫຼາຍ ສະບັບ ກໍເລີຍສົນໃຈ ແລະ ໄດ້ຊອກຫາຂໍ້ມູນນັກຮ້ອງສາວຄົນນີ້ ເພື່ອນຳມາອອກ ລາຍການ “ສົ່ງເສີມສິນລະປິນ” ເຊິ່ງໄດ້ອອກອາກາດໄປແລ້ວ ແຕ່ມື້ວັນເສົາ ວັນທີ 25 ມັງກອນ 2014 ທາງລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30 -9:00 ໂມງ ແລະ ຄິດຢາກເຜີຍແຜ່ໃຫ້ຫລາຍຄົນທີ່ບໍ່ໄດ້ຟັງ ລາຍການນີ້ໃນມື້ນັ້ນໄດ້ຮູ້ຈັກກັບລາວຜ່ານກະດານຂ່າວຂອງພວກເຮົາ
ເຂົາຄື: “ມຸກດາວັນ ສັນຕິພອນ”
“ມຸກດາວັນ ສັນຕິພອນ”ມີປະຫວັດການຮ້ອງເພງມາ ແຕ່ຕອນອາຍຸ 5 ຂວບ ມີຊຸດເພງຂອງຕົນເອງຊຸດທຳອິດຕອນຮຽນຢູ່ປະຖົມ ຊັນ ປໍ3 ຈົນມາເຖິງປັດຈຸບັນ ເພງທີ່ຄົນນິຍົມຟັງທີ່ສຸດຂອງເຂົາໃນເວລານີ້ກໍຄືເພງ “ເອີ້ນອ້າຍ ໃສ່ໝໍ້ໜຶ້ງ” 
ມຸກດາວັນ ສັນຕິພອນ ເປັນນັກສິນລະປິນຜູ້ໜຸ່ມນ້ອຍ ສຽງອ້ອຍອິ່ນ ໄວທີນ ຂວັນໃຈ ນັກຟັງເພງປະເພດລູກທົ່ງບ້ານນາ ທີ່ໄດ້ຮັບຄວາມນິຍົມຢ່າງວ່ອງໄວ 
ມຸກດາວັນ ສັນຕິພອນ ມາຮ່ວມລາຍການອອກອາກາດ FM 103,7 Mkz(ວສລ) 

ມຸກດາວັນ ສັນຕິພອນ ກຳເນີດໃນຄອບຄົວຊາວນາ ທີ່ບ້ານ ທາດອີງຮັງ, ເມືອງ ໄກສອນພົມວິຫານ ແຂວງ ສະຫວັນນະເຂດ. ພໍ່ຂອງລາວມີວົງດົນຕຣີ (ອີເລັກ ໂທນ)ມາຫລາຍປີແລ້ວ ແລະ ຈະອອກເສບໃນງານຕ່າງໆ ໃນຍາມ ຫວ່າງຈາກ ການເຮັດນາຕາມການວ່າຈ້າງທົ່ວໄປ. ຍ້ອນພໍ່ມີວົງດົນຕີອີ ເລັກໂທນນີ້ລະ ເຮັດໃຫ້ ມຸກດາວັນ ສັນຕິພອນ ມັກໃນການ ຮ້ອງລຳພຳເພງ ມາແຕ່ຍັງນ້ອຍ ໄດ້ເລີ່ມຮ້ອງເພງມາແຕ່ຕອນອາຍຸໄດ້ 5 ປີ ໂດຍມີພໍ່ ແລະ ອ.ຈ ດອກເພັກ ແດນຈຳພອນ ເປັນຄົນຊ່ວຍສອນ.
ຫລາຍປີກ່ອນ ມຸກດາວັນ ສັນຕິພອນ ເປັນສະມາຊິກສະໂມສອນວັດທະນະທຳ ບັນດາເຜົ່າ ຂອງແຂວງສະຫວັນນະເຂດ ເວົ້າໄດ້ວ່າລາວມີຄວາມສາມາດ ໃນ ການຮ້ອງເພງ, ຂັບລຳ ແລະ ໄດ້ໄປສະແດງຮັບໃຊ້ໃນງານຕ່າງໆ ທັງພາຍໃນ ແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ແລະ ເຄີຍເຂົ້າຮ່ວມການແຂ່ງ ຂັນການ ຮ້ອງ ເພງຫລາຍຄັ້ງເຊິ່ງບາງຄັ້ງລາວກໍໄດ້ຮັບລາງວັນ ຊະ ນະເລີດນຳອີກ.
ຕອນທີ່ ມຸກດາວັນ ສັນຕິພອນ ຮຽນຢູ່ຊັ້ນ ປໍ.3 ກໍໄດ້ມີເພງເປັນຊຸດຂອງຕົນເອງ ໃນຊຸດ “ສຳລະແຜໃຈ” ເຊິ່ງໃນຊຸດນີ້ ແມ່ນໃສ່ຊື່ເປັນ ມຸກດາວັນ ສຽງສະຫວັນ ເຊິ່ງຄ້າຍເພງ ເດິມີເດຍສ໌ ເປັນຜູ້ຜລິດ ແລະ ເພງທີ່ເດັ່ນທີ່ສຸດໃນຊຸດນີ້ກໍຄື “ໄຫວບໍ່ພໍ່” ເຊິ່ງເປັນເພງທີ່ບັນ ຍາຍເຖິງການເຮັດວຽກຂອງພໍ່ ທີ່ເປັນກຳມະ ກອນກໍ່ສ້າງ ແລະ ແມ່ຫາບເຄື່ອງເລາະຂາຍ ຕາມບ້ານ ຂາຍປະເພດປາ, ໜໍ່ໄມ້ ແລະ ອື່ນໆຕາມລະດູການ….ເປັນ ເພງທີ່ໃຫ້ກຳລັງ ໃຈພໍ່ແມ່ທີ່ຫາລ້ຽງຄອບຄົວ.
ຈາກນັ້ນ ມຸກດາວັນ ສັນຕິພອນ ກໍຍັງສືບຕໍ່ຮ້ອງເພງ, ຕອນທີ່ລາວຮຽນຢູ່ ໂຮງ ຮຽນມັດທະຍົມ ຊັ້ນ ມໍ2 ກໍໄດ້ມີເພງອອກມາອີກຊຸດໜຶ່ງໃນຊຸດ “ບ່າວທ່າແຂກ ສາວສະຫວັນ” ໃນນີ້ກໍມີເພງທີ່ ກ່ຽວພັນກັບຄວາມຮັກໃນ ໄວຮຽນເຊັ່ນເພງ “ບ່າວມັດທະຍົມ” ນອກນີ້ຍັງມີເພງ “ເພິ່ນບໍ່ມັກຂ້ອຍ” ແລະ ອື່ນໆ … 
ມາຮອດປີກາຍນີ້(2013) ເພງຊຸດ “ມົນຮັກບ່າວເມືອງວັງ” ກໍໄດ້ສ້າງຄະແນນ ນິຍົມສູງທີ່ສຸດ ອີກຄັ້ງໜຶ່ງແກ່ນັກຮ້ອງສາວຄົນນີ້ ຍ້ອນວ່າເພງຊຸດນີ້ໄດ້ມີເພງ ທີ່ໄດ້ສ່ອງແສງເຖິງວັດທະນະ ທຳຂອງຊາວພູໄທ ເຊິ່ງເປັນຊົນເຜົ່າໜຶ່ງ ຂອງ ແຂວງສະຫວັນນະເຂດ ແລະ ມີເພງ ທີ່ໄດ້ສະ ທ້ອນເຖິງຄວາມກ່ຽວພັນ ຂອງ ເຜົ່າພູໄທທັງສອງຟາກຝັ່ງຂອງ ກໍຄືລາວ-ໄທ ເຊັ່ນເພງ “ມົນຮັກບ່າວເມືອງວັງ” ເຊິ່ງໄດ້ເວົ້າເຖິງບ່າວເມືອງວັງ ທີ່ຢູ່ໃນແຂວງ ສະຫວັນນະເຂດ ແລະ ສາວເມືອງເວ ຫລືວ່າ ເລນູນະຄອນ ເຊິ່ງຢູ່ໃນຈັງ ຫວັດນະຄອນພະນົມ ປະເທດໄທ. 
ເພງຊຸດນີ້ ໄດ້ສ້າງຊື່ສຽງໃຫ້ແກ່ນັກຮ້ອງສາວໄວທີນຄົນນີ້ຫລາຍເພງເຊັ່ນ: ເອີ້ນອ້າຍໃສ່ໝໍ້ ໜຶ່ງ, ສຽງແຄນແທນໃຈ, ນ້ຳຕາໄຫລໃຕ້ຕົ້ນດອກແຄ ແລະ ອື່ນໆ.
ເພງຊຸດ “ມົນຮັກບ່າວເມືອງວັງ” ເປັນຜົນງານການປະພັນຂອງ ອຈ. ກຸໄລ ລູກລາດອີງຮັງ ເຊິ່ງກ່ອນນີ້ເພິ່ນເປັນອາຈານສອນຢູ່ວິທະຍາໄລສະຫວັນນະເຂດ ຍົກເວັ້ນເພງ “ເອີ້ນອ້າຍໃສ່ ໝໍ້ໜຶ່ງ” ທີ່ແຕ່ງໂດຍ: ອຈ.ວາດ ວາທະສິນ. ສ່ວນຜູ້ຢູ່ເບື້ອງຫລັງການຜລິດເພງຊຸດນີ້ກໍມີ ອຈ.ດອກເພັກ ແດນຈຳພອນ ຂອງຄ້າຍເພງ , ອຈ.ວາດ ວາທະສິນ ເປັນຜູ້ສ້າງດົນຕຣີ ແລະ ບັນທຶກສຽງ .... 
ດຽວນີ້ ຄອບຄົວຂອງ ມຸກດາວັນ ເລີຍໄດ້ຕັດສິນໃຈລົງທຶນຜລິດເພງ ແລະ ຈັດຈຳໜ່າຍ ເອງ ໂດຍບໍ່ອາໃສຄ້າຍເພງອື່ນ ໃນນາມ “ກ້ວຍສຸກຂຽວ” ເຊິ່ງເປັນຊື່ຂອງວົງດົນຕຣີຂອງພໍ່ ຫຼື ຂອງຄອບຄົວເອງ...
ພາບມາຈາກ Facbook ຂອງ ມຸກດາວັນ ສັນຕິພອນ 
ນີ້ເປັນສ່ວນໜຶ່ງເລື່ອງລາວຂອງສາວສິນລະປິນຄົນນີ້ທີ່ເອົາມາສະເໜີໃຫ້ຮູ້ຈັກ
ແລະ ຕ້ອງຂໍອະໄພກັບເຈົ້າຂອງເພງຮ້ອງ“ເອີ້ນອ້າຍໃສ່ໝໍ້ໜຶ້ງ” ຫາກວ່າ ຂໍ້ມູນທີ່ນຳສະເໜີມານີ້ຜິດພ້ຽນຈາກຄວາມຈິງ
ມັກຜົນງານເພງສາວຄົນນີ້ຢ່າລີມກົດ Like ຫຼື Comment ໃຫ້ແດ່ເດີ້....
ເພີ່ມເຕີມກົດທີ່ນີ້
(ຂອບທຸກທ່ານທີ່ເຂົ້າມາຢາມພວກເຮົາ)

2 comments:

  1. ຊຶ້ງຫລາຍ....
    # ເປັນຈັ່ງໃດນໍ້ ອ້າຍຄືບໍ່ຕິດຕໍ່ມານໍ້….ເປັນຫ່ວງຫລາຍເດ້….ອ້າຍເອີຍ ຮູ້ຫວາ ນ້ອງເອີ້ນຫາ ໄດ້ຍິນສຽງນ້ອງບໍ່ ອາໂລ….ໄດ້ຍິນບໍ່ ໄດ້ຍິນສຽງນ້ອງບໍ່ ໂທຫາກໍແລ້ວ ເມສເຊສກໍແລ້ວ ຫລືສັນຍານບໍ່ພໍ ຜ່ານເຟຊບຸກທີ່ເຄີຍຕິດຕໍ່ ບໍ່ມີແວວອ້າຍຊິຕອບມາ…

    # ເບິດປັນຍາແລ້ວ ບໍ່ມີແນວມາເປັນທີ່ເພິ່ງ ຈຶ່ງເອີ້ນອ້າຍໃສ່ໝໍ້ໜຶ້ງ ຖອດຄວາມຄິດເຖິງ ຈາກໃຈໄປຫາ ໜຸ່ມມະຫາໄລ ຫລືວ່າອ້າຍ ໄປມີພັນຍາ ເວົ້າໃຫ້ຟັງກໍໄດ້ດອກໜາ ຫາກຕັດໃຈລາ ຊິກັ້ນໃຈລືມ….

    ReplyDelete
  2. ເບິດປັນຍາແລ້ວ ບໍ່ມີແນວມາເປັນທີ່ເພິ່ງ ຈຶ່ງເອີ້ນອ້າຍໃສ່ໝໍ້ໜຶ້ງ ຖອດຄວາມຄິດເຖິງ ຈາກໃຈໄປຫາ ໜຸ່ມມະຫາໄລ ຫລືວ່າອ້າຍ ໄປມີພັນຍາ ເວົ້າໃຫ້ຟັງກໍໄດ້ດອກໜາ ຫາກຕັດໃຈລາ ຊິກັ້ນໃຈລືມ….
    ຢ່າກັ້ນດົນຫລາຍ ໃຈຊິຂາດ

    ReplyDelete