08 April 2015

ການປະລອງປັນຍາຄືທີ່ມາຂອງນາງສັງຂານປີໃໝ່ລາວ

(ພາບໄດ້ມາຈາກ ອິນເຕີເນັທ)
ແຕ່ປາງກ່ອນມີບຸດຊາຍເສດຖີຄົນນຶ່ງຊື່ວ່າ: ທຳມະບານກຸມານ ຮຽນຈົບວິຊາໄຕເພດ(ຄວາມຮູ້ຂັ້ນສູງສາມຢ່າງ ໂຫລາສາດ,ຄຸລຸສາດ ແລະ ພາສາສາດ)ເປັນນັກປາດຜູ້ມີປັນຍາສະຫຼາດຫຼັກແຫຼມເໜືອກວ່າເພື່ອນມະນຸດດ້ວຍກັນ ສາມາດຮູ້ຮອດພາສາສັດຕ່າງໆໃນນັ້ນລວມທັງພາສານົກ. ເມື່ອມີຄົນມາຖາມປັນຫາໃດບໍ່ວ່າຄະຕິໂລກ ຫຼື ຄະຕິທຳ ເຂົາສາມາດແກ້ໄດ້ໝົດ, ຄວາມຊ່າລືກ່ຽວກັບທຳມະບານມີສະຕິປັນຍາແຫຼມຄົມສາມາດແກ້ບັນຫາໄດ້ຢ່າງບໍ່ຂ້ອງບໍ່ຄານີ້ໄດ້ດັງກ້ອງໄປຮອດພະພົມຢູ່ສວງສະຫວັນ. ຕອນນັ້ນມີພະພົມອົງນຶ່ງຊຶ່ງເປັນເຈົ້າແຫ່ງພົມ ແລະ ເທວະດາທັງຫຼາຍ ຊື່ວ່າ: ພະຍາກະບິນລະພົມ, ເມື່ອຊາບຊື່ສຽງດັ່ງກ່າວ ຈຶ່ງຢາກທົດສອບຄວາມຮູ້ຂອງທຳມະບານກຸມມານລອງເບິ່ງ ຈຶ່ງໄດ້ເຫາະລົງມາຍັງໂລກມະນຸດ ແລະ ໄດ້ພົບກັບທຳມະບານກຸມມານຢູ່ຫໍປະສາດ 7 ຊັ້ນ ຊຶ່ງອາໄສຢູ່ຄົນດຽວ. ພະຍາກະບິນລະພົມໄດ້ຖາມທຳມະບານກຸມມານ 3 ຂໍ້ຄື: ສິລິຂອງຄົນຢູ່ໃສ? ໃນຕອນເຊົ້າ, ຕອນສວາຍ ແລະ ຕອນຄໍ່າ(ສິລິ ແມ່ນລາສີ ຫລື ຈຸດສຳຄັນຂອງຮ່າງກາຍ).ຫລັງຈາກຖາມແລ້ວ ພະຍາກະບິນລະພົມ ກໍບໍ່ໄດ້ບັງຄັບໃຫ້ທໍາມະບານກຸມມານຕ້ອງຕອບທັນທີແຕ່ກຳນົດເວລາຕອບໄວ້ 7 ວັນ ຈຶ່ງຈະລົງມາຟັງຄຳຕອບ ໂດຍໄດ້ວາງເງື່ອນໄຂໄວ້ວ່າ ຖ້າຕອບບໍ່ໄດ້ ທຳມະບານກຸມມານ ຈະຖຶກຕັດຄໍ ແລະ ກົງກັນຂ້າມ ຖ້າຕອບໄດ້ຕົນເອງກໍຈະຍອມໃຫ້ຕັດຄໍເຊັ່ນກັນ.
ຫຼັງຈາກພະຍາກະບິນລະພົມກັບໄປແລ້ວ ທຳມະບານກຸມມານຕ້ອງໄດ້ໃຊ້ສະໝອງຢ່າງໜັກເພື່ອຊອກຫາຄຳຕອບ ແຕ່ກໍ່ຊອກບໍ່ເຫັນ,ບໍ່ມີຄຳພີດີກາເຫຼັ້ມໃດທີ່ໄດ້ກ່າວເຖິງຄຳວ່າ: ສິລິ ຂອງຄົນ ຈົນວັນເວລາລ່ວງເລີຍໄປ 6 ມື້ ນັບແຕ່ທຳມະບານກຸມມານຕັ້ງໜ້າຄົ້ນຄວ້າຫາຄຳຕອບໂດຍບໍ່ມີເວລາພັກຜ່ອນຫຼັບນອນ ຫຼື ກິນເຂົ້າກິນນ້ຳ ເຮັດໃຫ້ຕົນໂຕເຂົາຈ່ອຍຜອມລ່າເຫຼືອງອ່ອນແຮງ. ເມື່ອຮູ້ໂຕວ່າຈະຕ້ອງຖືກຕັດຄໍແນ່ນອນແລ້ວ ທຳມະບານກຸມມານ ຈິ່ງຕັດສິນໃຈຄັ້ງສຸດທ້າຍວ່າ: ເຮົາເປັນຄົນລະດັບນັກປາດທີ່ມີຊື່ສຽງກ້ອງໂລກ ຊິຍອມໃຫ້ຕັດຄໍປະຈານໃຫ້ເສຍຊື່ສຽງເຮັດຫຍັງແໜງສູ້ໄປຕາຍເອງດີກວ່າ.
ຂະນະເວລາຄ່ຳມືດຂອງວັນນັ້ນ ທຳມະບານກຸມມານ ພາຮ່າງກາຍອັນຈ່ອຍຜອມຍ່າງໂຊຊັກໂຊເຊລົງຈາກຫໍປະສາດ 7 ຊັ້ນ ມຸ້ງໜ້າເຂົ້າປ່າ ໂດຍໄຮ້ຈຸດໝາຍປາຍທາງ. ເມື່ອເຫັນວ່າຈະຍ່າງຕໍ່ໄປບໍ່ໄຫວ ເຂົາຈຶ່ງໂຍບນັ່ງລົງກ້ອງຕົ້ນຕານຕົ້ນໜຶ່ງ ໂດຍຄິດວ່າຄວາມອິດເມື່ອຍ ແລະ ຄວາມຫິວທີ່ເພີ້ມຂຶ້ນຊັກໄຊ້ນັ້ນຈະເຮັດໃຫ້ເຂົາຈົບຊີວິດລົງຢູ່ສະຖານທີ່ແຫ່ງນີ້, ແຕ່ສະຫວັນເປັນໃຈ ຢູ່ເທິງຕົ້ນຕານລຳນັ້ນມີແຮ້ງສອງຜົວເມຍອາໄສຢູ່ ຕອນເດິກສະຫງັດຄືນນັ້ນແຮ້ງສອງຜົວເມຍໄດ້ລົມກັນກ່ຽວກັບແຜນການທີ່ຈະໄປຊອກກິນອາຫານໃນມື້ອື່ນໂດຍເມຍຖາມຜົວວ່າ ມື້ອື່ນຈະໄປຫາກິນທາງໃດ?
ຜົວ:       ມື້ອື່ນພວກເຮົາບໍ່ຕ້ອງບິນໄປຫາກິນໄກໃຫ້ເມື່ອຍປີກດ໋ອກ ຖ້າກິນຊີ້ນມະນຸດຢູ່ເມືອງນີ້ແຫລະ.
ເມຍ:      ຊິມີຊີ້ນມະນຸດມະນາມາແຕ່ທາງໃດໃຫ້ພວກເຮົາໄດ້ກິນ?
ຜົວ:       ມື້ອື່ນພະຍາກະບິນລະພົມ ຊິລົງມາຕັດຄໍທຳມະບານກຸມມານ ແລ້ວພວກເຮົາກໍຈະໄດ້ກິນຊີ້ນເຂົາ
ເມຍ:      ພະຍາກະບິນລະພົມຕັ ຈະຕັດຄໍທຳມະບານກຸມມານດ້ວຍເຫດອັນໃດ ?
ຜົວ:       ກໍດ້ວຍເຫດທີ່ວ່າ ທຳມະບານກຸມມານຕອບບັນຫາຂອງພະຍາກະບິນລະພົມບໍ່ໄດ້
ເມຍ:                 ພະຍາກະບິນລະພົມໄດ້ທຳມະບານກຸມມານແນວໃດ ຖາມຍາກແທ້ຫວ໋ະ? ຂັ້ນນັກປາດຄືທຳມະບານກຸມມານກໍ່ຍັງຕອບບໍ່ໄດ້ ?
ຜົວ:                  ມັນຊິຍາກຫຍັງເດ້ ແຕ່ທຳມະບານກຸມມານບໍ່ໄດ້ຮຽນເຖິງເລື່ອງນີ້ກໍ່ເລີຍຕອບບໍ່ໄດ້. ເພີ່ນຖາມ ວ່າ ສິລິຂອງຄົນຢູ່ໃສໃນຕອນເຊົ້າ, ຕອນສວາຍ, ຕອນແລງ ?
ເມຍ:      ຄັນຊັ້ນເຈົ້າຮູ້ບໍ່ວ່າທັງ 3 ເວລານັ້ນ ສິລິ ຂອງຄົນຢູ່ໃສ?
ຜົວ:       ກໍຮູ້ຫັ້ນແລ້ວ ງ່າຍຊິຕາຍ
ເມຍ:      ຄັນຊັ້ນເວົ້າໃຫ້ຂ້ອຍຟັງແດ່ດູ
ຜົວ:       ເວົ້າບໍ່ໄດ້ເດິກດື່ນແລ້ວ ນອນສາ
ເມຍ:      ບໍ່! ຄັນເຈົ້າບໍ່ເວົ້າໃຫ້ຂ້ອຍຟັງຂ້ອຍຊິກັ້ນໃຈຕາຍປະເຈົ້າ
ຜົວ:    ເວົ້າກະເວົ້າ! ຄືວ່າຕອນເຊົ້າ ສີຣິຂອງຄົນ(ລາສີ)ຈະຢູ່ທີ່ໜ້າ ຄົນຈຶ່ງຕ້ອງລ້າງໜ້າທຸກໆເຊົ້າ ຕອນທ່ຽງ ສີຣິ ຂອງຄົນ(ລາສີ)​​ຈະຢູ່ທີ່ໜ້າເອິກ ຄົນຈຶ່ງອາບນ້ຳແລະເອົາເຄື່ອງຫອມປະພົມທີ່ໜ້າເອິກ ສ່ວນຕອນຄ່ຳ ສີຣິຂອງຄົນ(ລາສີ)​​ຈະຢູ່ທີ່ຕີນ ຄົນ​​ເຮົາຈຶ່ງຕ້ອງລ້າງຕີນກ່ອນເຂົ້ານອນ.
ເນື່ອງຈາກ ທຳມະບານກຸມມານ ຮູ້ພາສານົກ ດັ່ງນັ້ນຄຳສົນທະນາຂອງ ແຮ້ງສອງຜົວເມຍ ຈຶ່ງປຽບເໝືອນສິ່ງສັກສິດຊ່ວຍໃຫ້ເຂົາລອດພົ້ນຈາກຄວາມຕາຍຢ່າງປາຕິຫານ. ເຂົາຟ້າວລຸກຈາກກ້ອງຕົ້ນຕານແລ່ນກັບຄືນສູ່ຫໍປະສາດ ດ້ວຍຄວາມສຸກໃຈຢ່າງຫາອັນປຽບບໍ່ໄດ້.
ເຊົ້າມື້ຖ້ວນເຈັດ ພະຍາກະບິນລະພົມກໍລົງມາຟັງຄຳຕອບ ເມື່ອໄດ້ຟັງການຕອບບັນຫາທັງສາມຂໍ້ຂອງ ທຳມະບານກຸມມານ ຕອບໄດ້ຢ່າງຖຶກຕ້ອງແລ້ວ ເຮັດໃຫ້ພະຍາກະບິນລະພົມມີຄວາມປະຫຼາດໃຈບໍ່ໜ້ອຍ, ເພື່ອບໍ່ໃຫ້ເສຍສັດຈະທີ່ຕົນໄດ້ໃຫ້ ໄວ້ກັບທຳມະບານກຸມມານ ຈຶ່ງຕົກລົງໃຫ້ທຳມະບານກຸມມານ ຕັດຄໍຂອງຕົນ ແຕ່ຍ້ອນພະຍາກະບິນລະພົມ ມີລິດເດດເກ່ງກ້າເໝືອກວ່າເທວະດາ ແລະ ມະນຸດທັງຫຼາຍ ພຽງແຕ່ຫົວຂອງເພີ່ນກໍຈະເຮັດໃຫ້ໂລກມະນຸດພິນາດໄປໄດ້ຖ້າຫາກປ່ອຍໃຫ້ຫົວ ແລະ ເລືອດຂອງພະຍາກະບິນລະພົມຕົກລົງດິນກໍຈະເຮັດໃຫ້ ເກີດເປັນໄຟມະໄລກັນໄໝ້ໂລກ, ຖ້າໂຍນຫົວພະຍາກະບິນລະພົມຂຶ້ນສູ່ເວຫາກໍຈະໄໝ້ອາກາດເຮັດໃຫ້ມວນມະນຸດ ແລະ ສັດສາວາສິ່ງໝົດອາກາດຫາຍໃຈ, ຖ້າໂຍນລົງນໍ້າກໍຈະເຮັດແມ່ນໍ້າຄົງຄາມະຫາສະມຸດເຫືອດແຫ້ງເກີດໄພພິບັດ ແຫ້ງແລ້ງເປັນອັນຕລາຍຕໍ່ມວນມະນຸດໃນທົ່ວໂລກ. ດັ່ງນັ້ນ ເພື່ອຊ່ວຍມວນມະນຸດໃຫ້ຫຼຸດພົ້ນຈາກໄພພິບັດເຫຼົ່ານັ້ນ ກ່ອນຖຶກຕັດຄໍ ພະຍາກະບິນລະພົມ ຈຶ່ງເອີ້ນເອົາທິດາສາວທັງ 7 ນາງ ມາພົບເປັນການດ່ວນ ເພື່ອເປັນການມອບ ໜ້າທີ່ ແລະ ສັ່ງລາ.  ເມື່ອທັງ 7 ນາງມາພ້ອມໜ້າພ້ອມຕາກັນແລ້ວ ຜູ້ເປັນພໍ່ຈິ່ງສັ່ງຄວາມວ່າ: ຕອນພໍ່ຖືກຕັດຄໍໃຫ້ພວກລູກເອົາພາຖາດຄຳມາຮອງຮັບເອົາຫົວພໍ່ນີ້ໄວ້ບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນ. ດັ່ງນັ້ນຂໍ ໃຫ້ທິດາທັງເຈັດນຳພານມາຮອງຮັບໄວ້ແລ້ວໃຫ້ ນາງ ທຸງສະເທວີ ຜູ້ເປັນທິດາອົງໃຫຍ່ນໍາເອົາສຽນ(ຫົວ) ຂອງພໍ່ນີ້ ແລ້ວພາກັນວຽນຂວາຮອບພູເຂົາພະສຸເມ 3 ຮອບ ຈາກນັ້ນຈຶ່ງນໍາໄປເກັບຮັກສາໄວ້ໃນຖ້ຳຄັນທຸລີໃນພູເຂົາໄກລາດ ພໍເຖິງຂວບປີ ແມ່ນໃຫ້ນຳເອົາຫົວພໍ່ອອກມາຫົດສົງສ່ວຍລ້າງດ້ວຍ ນ້ຳອົບນ້ຳຫອມໃຫ້ສະອາດ. ຍ້ອນແນວນັ້ນເອງ ເມື່ອຮອດຍາມກຸດສົງການປີໃໝ່ແຕ່ລະປີປະຊາຊົນຊາວພວກເຮົາຈິ່ງເອົານ້ຳອົບ, ນ້ຳຫອມ ຫຼື ນ້ຳດອກໄມ້ໄປຫົດສົງພະພຸດທະຮູບ, ຫົດສົງພໍ່ແມ່ເຖົ້າແກ່, ຄູບາ-ອາຈານ ແລະ ຍາດພີ່ນ້ອງເພື່ອນຝູງ ເພື່ອຄວາມເປັນສິລິມົງຄົນ ສືບຕໍ່ກັນມາຈົນເຖິງປັດຈຸບັນ.
 ເມື່ອເຖິງເດືອນຫ້າ ຟ້າລ່ວງ ຫຼື ກຸດສົງການປີໃດ ຖ້າສັງຂານລ່ວງຖືກວັນໃດ ໃຫ້ລູກສາວປະຈຳວັນນັ້ນ(ນາງສັງຂານ) ຂີ່ສັດພາຫະນະຂອງຕົນໄປແຫ່ເອົາຫົວພໍ່ອອກມາຈາກຖໍ້າເພື່ອຫົດສົງ ແລ້ວຈິ່ງເອົາໄປໄວ້ບ່ອນເກົ່າ ໂດຍຜັດປ່ຽນກັນຕາມວັນເວລາ ຫລື ຕາມວັນມະຫາສົງການ(ລູກສາວຂອງພະຍາກະບິນລະພົມ 7 ຄົນ, ແມ່ນເປັນນາງປະຈຳແຕ່ລະວັນຂອງອາທິດແຕ່ລະຄົນຈະຂີ່ພາ ຫານະປະຈຳໂຕນັ້ນມາ ເຊິ່ງພາຫານະດັ່ງກ່າວເປັນສັດ, ນອກນີ້ຍັງມີເຄື່ອງປະດັບ ແລະ ສາຕຣາວຸດປະຈຳກາຍເປັນຂອງຕົນເອງ)ຫາກວ່າ:

1)          ມື້ມະຫາສົງການ(ສັງຂານລ່ວງ)ໄປວັນອາທິດ ແມ່ນນາງສົງການມີນາມ ທຸງສະເທວີ ຊົງພາຫຸລັດທັດດອກພິລາ ອາພອນແກ້ວປັດທະມະລາດ ພັກສາຫານອຸທຸມພອນ (ໝາກເດື່ອ) ພະຫັດຂວາຊົງກົງຈັກ ພະຫັດຊ້າຍຊົງສັງ(ຫອຍ)ສະເດັດມາເທິງຫລັງຄຸດ.

2)          ຖ້າວັນຈັນເປັນມື້ມະຫາສົງການ ນາງສົງການມີນາມ ໂຄລາຄະເທວີ ຊົງພາຫຸລັດທັດດອກກາງຂອງ ອາພອນແກ້ວມຸກດາຫານ(ແກ້ວໝົ່ນ) ພັກສາຫານແມ່ນນໍ້ານົມ, ພະຫັດຂວາຊົງພະຂັນ(ດາບ) ພະຫັດຊ້າຍຊົງໄມ້ຄ້ອນເທົ້າ ສະເດັດໄສຍາດ(ນອນ) ມືນພະເນດ(ຕາ)ມາເທິງຫລັງພະຍັກ(ເສືອໂຄ່ງ).

3)          ຖ້າວັນອັງຄານເປັນມື້ມະຫາສົງການ ນາງສົງການມີນາມ ຣາກສະເທວີ ຊົງພາຫຸລັດທັດດອກບົວຫລວງ ອາພອນແກ້ວໂມລາ(ແກ້ວລາຍ) ສະເຫວີຍໂລຫິດ(ເລືອດ)ເປັນພັກສາຫານ; ມືຂວາຊົງຕຣີສູນ(ຫອກສາມຫງ່າມ), ມືຊ້າຍຊົງທະນູ, ສະເດັດໄສຍາດ(ນອນຫລັບຕາ)ມາເທິງຫລັງວະຣະຫະ(ໝູ)ເປັນພາຫະນະ.

4)          ຖ້າວັນພຸດເປັນມື້ມະຫາສົງການ ນາງສົງການມີນາມ ມົນທາເທວີ ຊົງພາຫຸລັດທັດດອກຈຳປາ ອາພອນແກ້ວໄພທູນ ພັກສາຫານນົມເນີຍ ພະຫັດຂວາຊົງເຂັມ ພະຫັດຊ້າຍຊົງໄມ້ເທົ້າສະເດັດມາເທິງຫລັງຄັດລະພະ(ລາ).

5)          ຖ້າວັນພະຫັດ ເປັນມື້ມະຫາສົງການ ນາງສົງການມີນາມ ກິລິນີເທວີ ຊົງພາຫຸລັດທັດດອກມົນທາ ອາພອນແກ້ວມໍລະກົດ ພັກສາຫານຖົ່ວງາ ພະຫັດຂວາຊົງຂໍຊ້າງ ພະຫັດຊ້າຍຊົງປືນ ສະເດັດມາເທິງຫລັງຄະສະສານ(ຊ້າງ).

6)          ຖ້າວັນສຸກເປັນມື້ມະຫາສົງການ ນາງສົງການມີນາມ ກິມິທາເທວີ ຊົງພາຫຸລັດທັດດອກຈົງກົນນີ ອາພອນແກ້ວບຸດສະລາຄຳ ພັກສາຫານກ້ວຍນ້ຳ ພະຫັດຂວາຊົງຂັນ ພະຫັດຊ້າຍຊົງພິນ ສະເດັດມາເທິງຫລັງມະຫິງສາ (ຄວາຍ).

7)          ຖ້າວັນເສົາເປັນມື້ມະຫາສົງການ ນາງສົງການນາມ ມະໂຫທອນເທວີ ຊົງພາຫຸລັດທັດດອກສາມຫາວ ອາພອນແກ້ວນິນລັດຕະນະ ພັກສາຫານເນື້ອຊາຍ ພະຫັດຂວາຊົງກົງຈັກ ພະຫັດຊ້າຍຊົງຕີສູນ ສະເດັດມາເທິງຫລັງມະຍຸລາ(ນົກຍູງ).
ຂອບໃຈທີ່ອ່ານ
(ຂໍ້ມູນຈາກປຶ້ມ "ໂຫຣາສາດລາວ" ພາກປະຕິທິນ ຮຽບຮຽງໂດຍ: ມະຫາ ສີລາ ວິຣະວົງສ໌ 1970)