19 March 2014

ບົດກະວີທີ່ຫລາຍຄົນມັກອ່ານ


ສະບາຍດີ...ລາຍການ “ສົ່ງເສີມສິນລະປິນ”ມື້ວັນເສົາ ລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30 am ວັນເສົາແລ້ວນີ້ ໄດ້ນຳສະເໜີກ່ຽວກັບຜົນ ງານການປະດິດແຕ່ງຂອງນັກກະ­ວີ ຄໍາ­ພໍ ພວງສະ­ບາ ຫລື ພ.ພວງສະ­ບາ ໃນບາງຜົນງານ ການຂຽນບົດກະວີຂອງເພິ່ນ ໂດຍສະເພາະ ບົດກະວີ ” ຫອມກິ່ນຈຳປາ“
ຫອມໃດໃນໂລກ­ນີ້...........................ບໍ່­ປຸນ­ປຽບ­ຈໍາ­ປາ ດອກ­ນາ
ຫອມ­ທົ່ວເຖິງເວຫາ..........................ເມກຂະ­ລາແດນດ້າວ
ຫອມ­ມິເບົາບາງໄດ້..........................ພໍພຽງ­ຍາມ­ຍີບ
ຫອມ­ກີບ­ດວງ­ລື່ນ­ອົ້ມ........................ຍາມ­ລົມຕ້ອງ­ກິ່ນ­ມາ ...
ນັກກະ­ວີ ທີ່ໃຊ້ນາມ­ປາກ­ກາ ພ. ພວງສະ­ບາ ມີຊື່ຈິງວ່າ: “ ຄໍາ­ພໍ ພວງສະ­ບາ” ເກີດເມື່ອ­ວັນ­ທີ 6ເດືອນພະຈິກ ປີ ຄ.ສ 1939 ທີ່ບ້ານເວີນໄຊ ເມືອງໂພນ­ທອງ ແຂວງ­ຈໍາ­ປາ­ສັກ ໃນ­ຄອບ­ຄົວຊາວນາທີ່ທຸກ­ທຸກ­ຍາກ. ເປັນລູກຂອງ ທ້າວໝັ້ນ, ແມ່­ຊື່ ນາງແຈ່ມ, ມີອ້າຍນ້ອງ­ນໍາກັນ 4 ຄົນ, ເພິ່ນເປັນ­ລູກ­ຜູ້­ທີ 3 ແລະເປັນລູກຄົນດຽວທີ່­ມີພອນສະ­ຫວັນດ້ານການແຕ່ງບົດກາບກອນ ຫລື ມັກໃນການຂຽນກະ­ວີ ເຊິ່ງຄວາມມັກສ່ວນໜຶ່ງໃນການຂຽນກອນຂອງເພິ່ນ ແມ່ນໄດ້ຮັບ­ຜົນສະ­ທ້ອນ­ຈາກນ້າບ່າວ (ນ້ອງ­ແມ່)ທີ່ເປັນ­ຄົນມັກໃນການຂຽນກອນ ຫລື ເປັນນັກກະວີມາກ່ອນ.

ເນື່ອງຈາກເປັນຄົນຊົນນະບົດ ແລະ ສະພາບເສດຖະກິດຂອງຄອບຄົວລໍາບາກ ຊີວິດສ່ວນ­ໜຶ່ງຂອງ ພ. ພວງສະ­ບາ ຈຶ່ງໄດ້ຕິດພັນ ແລະ ໃຫຍ່­ຂຶ້ນໃຕ້­ຮົ່ມ­ຂອງຜ້າກາ­ສາວະ­ພັດ ແລະ ໄດ້ສຶກສາ ຮໍ່າຮຽນໃນສາຍຂອງພະສົງ. ເພິ່ນໄດ້­ຮຽນ­ຈົບ­ຊັ້ນ­ມັດທະ­ຍົມເອກ­ຈາກໂຮງຮຽນ­ປາ­ລີປະ­ລິຍັດ­ຕິທໍາ ກ່ອນຈະ­ກ້າວມາເປັນ­ນັກປະ­ພັນ, ນັກກະ­ວີ ແລະ ກ່ອນນີ້ເພິ່ນ­ກໍມັກ­ການ­ຂັບ­ລໍາເປັນຊີວິດ­ຈິດ ໃຈຊຶ່ງສະ­ແດ­ງ ອອກໃນຕອນທີ່ຍັງເປັນ­ນັກ­ຮຽນ ເພິ່ນໄດ້­ຂຽນ­ກອນ­ລໍາໃຫ້­ໝໍລໍາ­ທີ່­ມີຊື່­ສຽງ­ຫຼາຍ­ກອນ.

ໃນ­ປີ 1964 ເພິ່ນໄດ້ເລີ່ມເຂົ້າ­ສູ່­ວົງ­ການຂອງນັກຂ່າວ, ນັກ­ໜັງ­ສືພິມ, ນັກປະ­ພັນ ແລະ­ ນັກກະ­ວີຢ່າງເຕັມຮູບແບບ. ຈຸດເລີ່ມ­ຕົ້ນການການເປັນນັກປະພັນ, ນັກກະວີຂອງເພິ່ນໃນຖະ­ໜົນ­ຄອງ­ປາກ­ການັ້ນ ແມ່ນ­ການ­ຂຽນ­ຮຽນຮູ້ ແລະ ຂຽນບົດລະ­ຄອນ­ວິທະ­ຍຸ; ຈາກ­ນັ້ນ­ກໍເຂົ້າ­ສູ່­ວົງ­ການ­ໜັງ­ສືພິມ ຊຶ່ງເລີ່ມ­ ຈາກ­ໜັງ­ສືພິມ­ລາຍເດືອນ, ລາຍ­ສັບປະ­ດາ ແລະ ­ລາຍ­ວັນ... ເພິ່ນເຄີຍເປັນ­ນັກຂ່າວ ແລະ­​ ບັນນາ ທິການວາລະສານຊື່ດັງ; ເພິ່ນໄດ້­ຂຽນ­ບົດຂ່າວ, ບົດ­ຄວາມ, ບົດ­ວິຈານ, ບົດ­ສາ­ລະ­ຄະ­ດີ, ບົດເລື່ອງ­ສັ້ນ, ບົດ­ກາບ­ກອນ, ນິທານ­ສໍາ­ລັບເດັກນ້ອຍ ແລະ­ອື່ນໆ­.

ນັບແຕ່ປະ­ເທດ­ຊາດໄດ້­ຮັບ­ການ­ປົດປ່ອຍເມື່ອປີ 1975 ເປັນ­ຕົ້ນ­ມາ, ເພິ່ນໄດ້­ມີຜົນ­ງານ­ການປະ­ພັນ­ທີ່ພິມເປັນເຫຼັ້ມສ່ວນ­ຕົວ ແລະ­ ໂຮມ­ກັບ­ໝູ່ເພື່ອນປະມານ 20 ເຫຼັ້ມ ເຊັ່ນເລື່ອງ “ເດືອນຄ້າງ­ທີ່ແຊລະ­ບໍາ (1982), ກະ­ວີ “ຫອມ­ກິ່ນ­ຈໍາ­ປາ” (1984) ແລະ ­ອື່ນໆ­. ນອກ­ຈາກ­ນັ້ນ ກໍພິມ­ອອກ­ຕາມໜ້າ­ໜັງ­ສືພິມ ແລະ­ ວາ­ລະ­ສານ, ອອກ­ວິທະ­ຍຸກະ­ຈາຍ­ສຽງ ແລະ­ ໂທລະ­ພາບເກືອບ 2,000 ບົດ ເຊັ່ນ ບົດ­ກອນ “ປິຕຸພູມ­ທີ່­ຮັກ” (1984), “ໂພນສະ­ຫວັນ­ວັນໃໝ່” (1996), “ຄ່າ­ຂອງເງິນ­ກີບ” (1996), ປຶ້ມ “ຄົມກະ­ວີ” (1996) ແລະ­ ບົດ­ອື່ນໆ­ອີກ. ຜົນ­ງານ­ການປະ­ພັນ­ຂອງເພິ່ນນອກຈາກພິມເຜີຍແຜ່ ແລະ ຈຳໜ່າຍພາຍໃນປະເທດແລ້ວ ຍັງໄດ້ແປ ແລະ­ ພິມ­ຈໍາ­ໜ່າຍ­ອອກເປັນ­ພາ­ສາ­ຣັດເຊຍ, ພາ­ສາ­ຝຣັ່ງ ໃນ­ຊຸມ­ປີ 1980, ເປັນ­ພາ­ສາ­ຫວຽດ­ນາມ (1990) ແລະ­ ເປັນ­ພາ­ສາໄທອີກດ້ວຍ.
ວາດ­ສໍານວນ­ລີລາການປະ­ພັນ­ຂອງເພິ່ນແມ່ນນິ້ມ­ນວນອ່ອນ­ຫວານ ສະ­ທ້ອນໃຈຫລາຍ ເຊິ່ງໄດ້ຖ່າຍທອດ­ອຸດົມ­ການທີ່ເພິ່ນມີແກ່­ຜູ້ອ່ານ; ການປະ­ພັນ­ຂອງເພິ່ນເປັນແບບເອກະ­ລັກ­ຂອງ­ຕົນເອງ. ຄະ­ຕິຊີວິດໃນ­ການປະ­ພັນ­ສໍາ­ລັບ­ຕົວຂອງເພິ່ນ­ນັ້ນ ຍາມໃດ­ກໍນຶກສະ­ເໝີວ່າ “ ບົດປະ­ພັນ, ບົດກະ­ວີທີ່­ດີຂອງທ່ານນັ້ນ­ຄືບົດ­ທີ່ພວມ­ລົງ­ມືຂຽນ ແລະ­ ບົດ­ທີ່ຈະ­ຂຽນ­ຕໍ່ໆ­ໄປ ”.

ໂຮມກະ­ວີຊຸດ ຫອມ­ກີ່ນ­ຈໍາ­ປາ ເປັນ­ພາ­ສາ­ລາວ ພິມ ປີ 1984 ໃນ­ປື້ມ­ຫົວນີ້ມີສາມນັກແຕ່ງ ທີ່ໄດ້ໂຮມເອົາບົດກະວີມາພິມໄວ້ໃນເຫລັ້ມດຽວກັນຄື: ທ່ານ ພ ພວງສະ­ບາ, ທ່ານ ທອງ­ຄໍາ ອ່ອນມະ­ນີສອນ ແລະ ທ່ານ ທະ­ນົງ­ສັກ ວົງ­ສັກ­ດາ ໃນປຶ້ມຫົວນີ້ສະເພາະຜົນງານ ການຂຽນ ຂອງເພີ່ນ­ມີ 15 ບົດ­ກອນ ອ່ານແລ້ວມ່ວນຫລາຍ ເພາະເພິ່ນໄດ້ໃຊ້ພາສາສັບງ່າຍໆ, ຄວາມເວົ້າ­ຈະ­ແຈ້ງສ່ອງເຫັນ­ພາບໂລດ. “ພ. ພວງສະ­ບາ”. ເຖິງວ່າ ເພິ່ນຈະ­ບໍ່ໄດ້­ນາມະ­ຍົດເປັນ­ສິລະ­ປິນແຫ່ງ­ຊາດກໍຕາມ ແຕ່ເພິ່ນ­ກໍສາມາດເປັນ­ນັກກະ­ວີທີ່ຍິ່ງໃຫຍ່ ແລະ ­ຍືນ­ຍົງໃນ­ໝາກ­ຫົວໃຈຂອງ­ຊາວລາວເຮົາ­ທຸກ­ຄົນໄດ້ ໂດຍສະ­ເພາະ­ຜູ້­ທີ່ມັກອ່ານ­ກາບ­ກອນ.
ລຸ່ມນີ້ ແມ່ນຄວາມໃນໃຈທີ່ສະແດງອອກມາຈາກຫົວໃຈຂອງເພື່ອນຮ່ວມວົງການໃນວັນສົ່ງ
ຄຳພໍ ພວງສະບາ ສູ່ແດນອະມະຕະ
(ຄັດຈາກເວບ www.bailane.com )


ສົ່ງ​ຄໍາ­ພໍ​ສູ່​ແດນ​ອະ­ມະ­ຕະ­
ໂດຍ ຈານ​ແຍ່
7 ມີນາ 2004 ທີ່​ວັດ​ທາດ​ຝຸ່ນ ພວກ​ເຮົາ​ເຫຼົ່ານັກ​ຂຽນ, ນັກ​ກະ­ວີ ​ແລະ­​ ໜອນ​ວັນນະ­ກໍາ ທັງ​ຜົມ​ສີດອກ​ເລົາ ​ແລະ­ ສີດໍາ​ນິນ​ໄດ້​ຮ່ວມ​ຂະ­​ບວນ​ແຫ່ ຄໍາ​ພໍ ພວງ​ສະ­ບາ​ເປັນ­ຄັ້ງ­ທີ​ສາມ ​ແລະ­ ​ເປັນ​ເທື່ອ​ສຸດ​ທ້າຍ​ຂອງ​ແດນ​ສຸຂາວະ­ດີ ອັນ​ເປັນ​ບ່ອນ­ຢູ່​ຖາວອນ​ຂອງ​ທຸກໆ­​ຊີວິດ​ທີ່​ມີ​ນ່ານ​ຟ້າ​ງໍາ​ຫົວ ນີ້​ລະ­​ຄື​ກົດ​ເກນ​ຂອງ​ຊີວິດ​ຊຶ່ງ​ໜີ​ບໍ່​ມົ້ມ​ຈາກ​ສາມ “​ແຫ່”. ​ແຫ່​ໄປ​ບວດ, ​ແຫ່​ໃນ​ພິທີ​ແຕ່ງ­ດອງ ​ແລະ­ ​ແຫ່​ສູ່​ແດນ​ອະ­ມະ­ຕະ­ ​ແຕ່​ການ​ແຫ່​ຄັ້ງ­ນີ້​ເຕັມ​ໄປ​ດ້ວຍ​ບັນ­ຍາກາດ​ແຫ່ງ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ​ ອາ​ໄລ​ອາວ​ອນ­ຕໍ່​ການ­ຈາກ​ໄປ​ຂອງ ຄໍາ​ພໍ ພວງ​ສະ­ບາ ​ຫຼື ພ. ພວງ​ສະ­ບາ​ ນັກ​ກະ­ວີ-ນັກ​ປະ­ພັນ​ດາວ​ຄ້າງ​ຟ້າ​ເມືອງ​ລາວ​ຄົນ​ໜຶ່ງ​ຕະ­ຫຼອດ​ໄລຍະ­​ 4 ທົດ​ສະ­​ວັດ, ຜູ້​ຊຶ່ງ​ເຊື່ອ​ວ່າ​ປາກ­ກາ​ດັງ​ກວ່າ​ປືນ, ຄົມ​ກວ່າ​ດາບ ​ແລະ­ ຕົວ​ໜັງ­ສື​ກິນ​ເປັນ. ຢ່າ​ຫາ​ວ່າ​ຈານ​ແຍ່​ສອນ​ແຂ້​ລອຍ​ນໍ້າ​ຫາກ​ຈະ­​ບອກ​ວ່າ ພ. ພວງ​ສະ­ບາ ​ແມ່ນ​ນັກ​ໜັງ­ສືພິມ, ນັກ​ປະ­ພັນ, ນັກ​ກະ­ວີ​ປະ­​ເພດ​ຕີ​ຫຼົບ­ທົບ​ໄດ້​ທຸກ​ປະ­​ເພດ​ບົດ​ເຊັ່ນ ບົດ​ຂ່າວ, ສາ­ລະ­​ຄະ­ດີ, ບົດ​ວິຈານ, ກະ­ວີ, ​ເລື່ອງ­ສັ້ນ, ບົດ​ລະ­ຄອນ, ​ເລື່ອງ​ຮຽບ­ຮຽງ ​ແລະ­ ປະ­ລິວັດ​ວັນນະ­ຄະ­ດີ​ພື້ນ​ເມືອງ ລວມ​ແລ້ວ​ປະ­ມານ 3000 ບົດ ​ແລະ­ ມີ​ຜົນ­ງານ​ໂຮມ​ທັງ​ສ່ວນ​ຕົວ​ ​ແລະ­ ຮ່ວມ​ກັບ​ເພື່ອນ​ຄົມ​ປາກ­ກາ​ເກືອບ 20 ​ເຫຼັ້ມ. ພ. ພວງ​ສະ­ບາ​ມີ​ຄະ­ຕິ “ນໍ້າ​ເຕົ້າ​ເຕັມ” ປະ­ຈໍາ​ໃຈ​ຢູ່​ວ່າ: “ບົດ​ທີ່​ດີ​ຄື​ບົດ​ທີ່​ພວມ​ລົງ­ມື​ຂຽນ ​ແລະ­ ບົດ​ທີ່​ຈະ­​ຂຽນ​ຕໍ່​ໄປ” ​ເຊິ່ງ­ຈານ​ແຍ່​ຕີ​ຄວາມ​ໝາຍ​ເອົາ​ເອງ​ວ່າ “ທຸກ​ບົດ​ທີ່​ຂຽນ​ລ້ວນ​ແຕ່​ມີ​ຄຸນຄ່າ​ບໍ່­ຫຼາຍ­ກໍ​ໜ້ອຍ ທະ­​ແນມ​ແຕ່​ລົງ­ມື​ຂຽນ ​ແລະ­​ຕັ້ງ​ໃຈ​ແນ່​ວ​ແນ່​ວ່າ​ຈະ­​ຂຽນ, ​ແຕ່​ຫາກ​ບໍ່​ແມ່ນ​ຄຸຍ​ໂມ້​ໂອ​ຫັງ​ລັ່ງ​ເລ, ຜັດ​ວັນ​ປະ­ກັນ​ມື້ ​ເຮັດ​ພໍ​ຄື ​ແຕ່​ບໍ່​ລົງ­ມື​ຂຽນ​ຈັກ​ເທື່ອ...” ຈານ​ແຍ່​ໄດ້​ຮັບ​ກຽດ​ຕາງໜ້າ​ສະ­ມາ­ຄົມ​ນັກ​ປະ­ພັນ​ລາວ​ຂຶ້ນອ່ານ​ຊີວະ­​ ປະ­ຫວັດ ພ. ພວງ​ສະ­ບາ ​ແລະ­​ກ່າວ​ຄໍາ​ໄວ້­ອາ​ໄລ​ສຸດ​ທ້າຍ ຖ້ອຍ​ກະ­ວີ​ສີ່​ແຖວ​ຈາກ​ໃຈ​ຈິງ­ບຸ​ຮີມ​ສົບ​ຈານ​ແຍ່​ອອກ​ມາ​ວ່າ:
“ຄົນ​ອື່ນ​ໝື່ນ​ແສນ ​ແລ່ນ­ນໍາ​ເງິນ ​ເພີນ​ນໍາ­ຄໍາ
ບໍ່​ແລ​ລໍ່າ ນໍາ­ປາກ­ກາ ວ່າ “ທ້ອງ​ແປ”
ແຕ່​ຄໍາ­ພໍ ຂໍ​ຕໍ່ກອນ ສອນ­ຄວາມ​ດີ
ນີ້​ລະ­​ຄື ​ເສດ­ຖີ​ໃຫຍ່ ​ໃນ​ດວງ​ໃຈ​ຂອງ​ພວກ​ເຮົາ”
ໃນ​ແຜ່ນ​ພັບ​ທີ່​ຈັດ​ພິມ ​ແລະ­ ອັດ​ແຈກ​ຢາຍ​ຢ່າງ​ຟ້າວ​ຟັ່ງ​ໃນ​ພິທີ​ປົງ​ສົບ­ນັ້ນ, ມີ​ຄໍາ​ເວົ້າກິນ​ໃຈ​ຂອງ​ນັກ​ປະ­ພັນ-ນັກ​ກະ­ວີ​ຫຼາຍທ່ານ​ເພື່ອ​ສະ­​ແດງ​ຄວາມ​ ອາ​ໄລ​ຮັກ​ຕໍ່ ພ. ພວງ​ສະ­ບາ. 
 ຈັນ​ທີ ​ເດືອນ​ສະ­ຫວັນ ນັກ​ປະ­ພັນ​ລາງ​ວັນ​ຊີ​ໄຣບອກ​ວ່າ:
 “... ​ເຂົາ​ເປັນ​ນັກ​ກະ­ວີ​ທີ່​ມີ​ຊື່​ສຽງ, ມີ​ຈັນ​ຍາ​ບັນ, ຊື່­ສັດ​ສຸ​ຈະ­ລິດ​ຕໍ່​ເພື່ອນ​ມິດ ຕໍ່​ສັງ­ຄົມ ​ແລະ­​ອຸທິດ­ຄອງ​ປາກ­ກາ​ເພື່ອ​ປະ­​ເທດ​ຊາດ​ຈົນ​ເຖິງ​ລົມ​ຫາຍ​ໃຈ​ເທື່ອ​ສຸດ​ທ້າຍ.”

ທອງ​ໃບ ​ໂພທິສານ ນັກ​ປະ­ພັນ-ນັກ​ກະ­ວີ​ຂຽນ​ວ່າ:
 “ ໃບ​ໄມ້​ຂຸຫຼົ່ນ​ເປັນ​ທໍາ​ມະ­​ຊາດ, ນັກ­ປາດ​ອາ­ຈານ​ສິ້ນ­ສັງ­ຂານ​ເປັນ​ທໍາ​ມະ­​ດາ ​ແຕ່​ປາຍ​ປາກ­ກາ​ຂອງ​ເຂົາ​ຍັງ​ຈະ­​ຄົງ​ຢູ່​ຄູ່​ຟ້າ​ດິນ​ສະ­ຫຼາຍ.”

ດາວ​ວຽງ ບຸດ​ນາ​ໂຄ ​“​ໂຊ” ກະ­ວີ​ສີ​ເຂັ້ມໆ­​ອອກ​ມາ​ວ່າ:
“ລົດ­ຈັກ​ຮ້າງ ​ແບກ​ສັງ­ຂານ ຕາມ​ເວລາ
ບາດ​ຊວຍ​ມາ ຄ່າ​ນໍ້າມັນ ​ເງິນ​ບໍ່​ມີ
ແຕ່​ປາກ­ກາ ຂີດ​ຂຽນ ພຽນ​ສະ­ຫຼັກ
ຄວາມ​ຈົນ​ຍາກ ຈະ­​ຢຸດ​ໃຈ ​ເຂົາ​ໄດ້​ຫຼື?
ຜົນ­ງານ​ເຂົາ ຫຼາຍໆ­​ຄົນ ຮູ້​ຊື່
ເຂົາ​ນັ້ນ­ຄື ຄໍາ­ພໍ ພວງ​ສະ­ບາ”


ຫາກ ​ທຽບ​ໃສ່​ຜົນ­ງານທີ່ມີ ພ. ພວງ​ສະ­ບາ ​ໄດ້​ຮັບ​ການ​ຍ້ອງ­ຍໍ​ຈາກ​ທາງ​ການ​ຈໍານວນ​ໜ້ອຍ ​ແຕ່​ຫາກ​ເປັນ “ຂອງ​ແທ້”​ ບໍ່​ຂຸ່ນ​ມົວ​ກົ້ວກິ່ນ​ກັບ​ຕົວ​ເລກ​ສະ­​ເລ່ຍ, ​ຈຸ້ມ​ເຈື້ອ​ເຊື້ອສາຍ. ທ່າມ­ກາງ​ຄວາມ​ໂສກ​ເສົ້າ ພວກ​ເຮົາ​ຍັງ​ແນມ​ເຫັນ­ມຸມ​ສະ­ຫວ່າງ​ໃນ​ໃບ​ໜ້າ​ຂອງ​ຜູ້​ໄປ​ສົ່ງ ພ. ພວງ​ສະ­ບາ: ​ໃນ​ວັນ­ນັ້ນ ພວກ​ເຂົາ​ເຈົ້າ​ໄປ​ດ້ວຍ​ພັນທະ­​ຫົວ​ໃຈ, ບໍ່​ແມ່ນ​ໄປ​ດ້ວຍ​ພັນທະ­​ນອກ​ຕົວ, ບໍ່​ແມ່ນ​ໄປ​ເພື່ອ​ໜ້າ​ຕາ, ​ເພື່ອ​ຖານະ­​ຕໍາ​ແໜ່​ງ ຫຼື ຍ້ອນ​ຢ້​ານ­ບົກພ່ອງ. ຂະ­​ບວນ­ລົດ​ແທ້ ອາດ​ມະ­​ຍ່ອມ​ມະ­​ແຍ່​ມ ​ແຕ່​ຂະ­​ບວນ​ໃຈນັ້ນ­ຕໍ່​ແຖວ​ກັນ­ຍາວ​ຢຽດ​ບຽດ​ສີ. ຂໍ​ໃຫ້​ດວງ​ວິນ​ຍານ​ຂອງ ພ. ພວງ​ສະ­ບາ​ຈົ່ງ​ສຸກ​ຂີ​ໜີ​ທຸກ​ເທີ້ນ... ສາ­ທຸ !

....ສິບປີຂອງການຈາກໄປ ສິ່ງຄົງໄວ້ຄືຜົນງານ...
(ຂອບໃຈທີ່ອ່ານ...ມີຂໍ້ມູນເພີ່ມເຕີມ ຊ່ວຍແນະນຳດ້ວຍ)