17 July 2014

ດວງຈຳປາ, ດອກຈຳປາ ຫລື ຈຳປາເມືອງລາວ

ລາຍການສົ່ງເສີມສີລປິນ ມື້ນີ້ຈະນຳສະເໜີກ່ຽວກັບ ເພງທີ່ມີຄົນຮູ້ຈັກຫລາຍທີ່ສຸດ ຈົນກາຍເປັນເພງສັນຍາລັກຂອງ ຊາດລາວ ນັ້ນຄືເພງ “ດວງຈຳປາ, ດອກຈຳປາ ຫລື ຈຳປາເມືອງລາວ” ເນື້ອຮ້ອງໂດຍ: ມະຫາ ພູມີ ຈິດຕະພົງ, ທຳນອງໂດຍ: ອຸຕະມະ ຈຸລາມະນີ.
 
ເພງ " ດວງຈຳປາ " ຫລື ບາງຄົນເອີ້ນວ່າ: " ດອກຈຳປາ " ຫລື "ຈຳປາເມືອງລາວ" ເປັນເພງທີ່ແຕ່ງ ແລະ ຮ້ອງມາແລ້ວໃນລາວ ແລະ ຕ່າງປະເທດ 72  ປີແລ້ວ (ເພງນີ້ປະພັນ ເມື່ອປີ ຄ.ສ 1942 ໂດຍ ມະຫາ ພູມີ ຈິດຕະພົງ ເປັນຄົນແຕ່ງ ແລະ ທ່ານ ອຸຕະມະ ຈຸລາມະນີ ເປັນຄົນ ໃຫ້ທຳນອງ).
         
ເພງດວງຈຳປາ ເປັນເພງທີ່ຄົນລາວຮູ້ຈັກດີ ແຕ່ມີໜ້ອຍຄົນທີ່ຮູ້ຊື່ຄົນແຕ່ງ ແລະ ຜູ້ໃຫ້ທຳນອງ ແຕ່ເພງໆນີ້ ຄັ້ງໜຶ່ງໄດ້ຖືກສົ່ງເຂົ້າແຂ່ງຂັນຢູ່ຕ່າງປະເທດ ແລະ ກໍໄດ້ຮັບລາງວັນດີຫລາຍ, ແຕ່ໃນໄລຍະນັ້ນ ຜູ້ປະພັນ ເພງພັດຍັງເຄື່ອນໄຫວປະຕິວັດຢູ່ນຳຂະບວນການຕໍ່ສູ້ກູ້ຊາດ ເຊິ່ງ ລັດຖະບານຝ່າຍຣາຊະອານາຈັກລາວ ເອີ້ນວ່າເປັນຝ່າຍກະບົດ ຈຶ່ງບໍ່ສາມາດຈັດພິທີມອບລາງວັນໃຫ້ຜູ້ແຕ່ງເພງນີ້ໄດ້.
[ຄັດຈາກບົດຂອງ ອີວານ ເຊດຣົບ ນັກຂ່າວໜັງສືພິມ ປຣາວະດາ(Pravda 1976) ໃນບົດ “ສາທາລະນະລັດ ແຄມຝັ່ງແມ່ນ້ຳຂອງ]
ສຳລັບເພງດວງຈຳປານີ້ ເວົ້າໄດ້ວ່າ ເປັນເພງທີ່ມີຄວາມໝາຍເລິກເຊິ່ງ ເມື່ອ 20 ປີກ່ອນ ທ່ານ ຫຸມພັນ ລັດຕະນະວົງ ເຊິ່ງເວລານັ້ນທ່ານເປັນຫົວໜ້າສະຖາບັນຄົ້ນຄວ້າວັດທະນະທຳ ໄດ້ໃຫ້ຄວາມເຫັນວ່າ:
(ຄັດຈາກປຶ້ມ: ຊີວິດກັບເພງ ຂອງ ສີລະປິນອາວຸໂສ ອຸຕະມະ ຈຸລາມະນີ 1995)
ເນື້ອໃນຂອງບົດເພງດວງຈຳປາ ເປັນເປັນເໝືອນຄາຖາວິເສດໜຶ່ງທີ່ໄດ້ບັນດານຈິດໃຈ ແລະ ສ້າງພະລັງ ອັນແຮງກ້າ ມັນສາມາດສັ່ນຄອນຫົວໃຈຂອງຄົນ ໂດຍສະເພາະຜູ້ທີ່ຫ່າງໄກບ້ານເກີດເມືອງນອນ ນັ້ນ ໄດ້ຄິດຮອດເຊື້ອເຜົ່າພົງພັນຂອງຕົນເອງ ແລະ ຮູ້ສຶກຮັກບ້ານເກີດ ເມືອງນອນຂອງຕົນເປັນທະວີຄູນ. ບົດເພງ ດວງຈຳປາ, ດອກຈຳປາ ຫລື ຈຳປາເມືອງລາວ ນີ້ນັ້ນ ມັນໄດ້ເຮັດໃຫ້ຄົນລາວແຕ່ເໜືອຮອດໃຕ້ ໄດ້ຖືເອົາດອກ" ຈຳປາ "ເປັນສູນລວມແຫ່ງຄວາມຮັກ, ເປັນສັນຍາລັກ ແລະ ເປັນດອກໄມ້ປະຈຳຊາດ ຂອງຕົນເອງ….
    ຕລອດໄລຍະເວລາຜ່ານມາ 70 ກ່ວາປີ ເພງດອກຈຳປາ ຫລື ຈຳປາເມືອງລາວໄດ້ພັດທະນາໄປ ທັງຈັງຫວະ ແລະ ການໃຊ້ເຄື່ອງດົນຕີ ອີກຫລາຍຊະນິດ ເຊິ່ງຕ່າງຈາກກ່ອນ ທີ່ນິຍົມໃຊ້ ເຄື່ອງສາຍ ປະເພດ ວີໂອລົງ; ແຕ່ແນວໃດກໍຕາມ ເພງຈຳປາເມືອງລາວ ຍັງໄດ້ນຳໄປບັນເລງ ຢ່າງສະຫງ່າຜ່າເຜີຍ ໃນງານມະໂຫລານ ຫລື ໃນພິທີການຕ່າງໆຕລອດມາ ເພາະເພງໆນີ້ ມັນຕັ້ງແມ່ນໝາກຫົວໃຈ ຂອງຄົນລາວແທ້ໆ….
ຂອບໃຈທີ່ຕິດຕາມ

11 July 2014

105 ປີ ວັນຄ້າຍວັນເກີດທ່ານປະທານ ສຸພານຸວົງ

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ຄ.ສ 1909 ເປັນບຸດ 1 ໃນ 23 ພະອົງ ຂອງເຈົ້າມະຫາອຸປະຣາດບຸນຄົງ ກັບ ເຈົ້າຍິງຄຳອ້ວນ ເຊິ່ງເປັນເຈົ້າຍິງ ລຳດັບທີ 11 ເປັນຍາດກັບ ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ 
ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງ ໃນຫລວງພະບາງ ແລ້ວໄດ້ໄປສຶກສາຕໍ່ທີ່ ສະຖາບັນລີເຊອັນແບຊາໂຣ ທີ່ ຮ່າໂນ້ຍ ເຮັດໃຫ້ເພິ່ນມີຄວາມສຳພັນຢ່າງໜຽວແໜ້ນ ກັບຫວຽດນາມມາຕະຫຼອດຊີວິດ. ເພິ່ນສາມາດເວົ້າໄດ້ 3 ພາສາຄື: ພາສາຝຣັ່ງ, ພາສາຫວຽດນາມ ແລະ ພາສາອັງກິດ ໄດ້ດີຫຼາຍ. ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງທີ່ປາຣີ ປະເທດຝຣັ່ງ ໄດ້ເດີນທາງ ກັບຄືນມາປະເທດລາວ ແລະ ຈາກນັ້ນບໍ່ດົນທ່ານໄດ້ແຕ່ງງານກັບ ຍິງສາວຫວຽດນາມ ຊື່ວ່າ ຫວຽນຖິ ພາຍຫຼັງໄດ້ປ່ຽນຊື່ເປັນ ວຽງຄຳ ສຸພານຸວົງ ມີລູກນຳກັນລວມ 10 ຄົນ ເປັນ ຊາຍ 8 ຄົນ ແລະ ຍິງ 2 ຄົນ.
ເພິ່ນເຂົ້າຮ່ວມຂະບວນການຕໍ່ຕ້ານຝຣັ່ງເພື່ອເອກະລາດ ຈົນໄດ້ຮັບບາດເຈັບໃນການຕໍ່ສູ້ກັບຝຣັ່ງທີ່ ເມືອງທ່າແຂກ ລະຫວ່າງໜີຂ້າມ ແມ່ນ້ຳຂອງ ຂ້າມໄປຝັ່ງໄທ ໃນປີ ຄ.ສ 1946(23 ມີນາ 1946), ເພ່ິນໄດ້ຮ່ວມ ສ້າງຕັ້ງກອງທັບປົດ ປ່ອຍປະຊາຊົນລາວ ໃນເມືອງຊຳເໜືອ, ແຂວງຫົວພັນ ໃນປີ ຄ.ສ 1949 ພາຍໃຕ້ການສະໜັບສະໜູນຂອງ ປະທານ ໂຮຈິມິນ ເຊ່ິງຕໍ່ມາເປັນຂະບວນການກອມມູນິດປະເທດລາວ ຕໍ່ມາອີກສອງປີ ຂະບວນການປະເທດລາວກໍສາມາດ ປົດປ່ອຍພື້ນທີ່ 1 ໃນ 3 ຂອງປະເທດໄດ້ ແລະ ຕັ້ງຖານທີ່ໝັ້ນທີ່ຍາກແກ່ການທຳລາຍໃນຖ້ຳຫີນປູນ ທີ່ ເມືອງຊຳເໜືອ, ແຂວງຫົວພັນ ....
ຫຼັງຈາກທີ່ ທ່ານ ໂຮຈິມິນ ໄດ້ຕັ້ງ ພັກກອມມູນິດອິນດູຈີນ ເມື່ອ ປີ ຄ.ສ 1937 ທ່ານ ສຸພານຸວົງ ກໍໄດ້ເຂົ້າຮ່ວມເປັນ ສະມາຊິກພັກ ແລະ ເປັນຜູ້ນຳປະຊາຊົນລາວໃນການຕໍ່ສູ້ເພື່ອຮຽກຮ້ອງເອກະລາດ າກ ພວກລ່າເມືອງຂື້ນຝຣັ່ງ ແລະ ເປັນໜຶ່ງໃນບັນດາຜູ້ນຳພັກປະຊາຊົນປະຕິວັດລາວໃນຍຸກກໍ່ຕັ້ງພັກ....

ໃນປີ ຄ.ສ 1974 ທ່ານໄດ້ກັບຄືນວຽງຈັນ ໄດ້ດຳລົງຕຳແໜ່ງເປັນປະທານສະພາທີ່ປຶກສາແຫ່ງຊາດ 18 ເດືອນ ຈົນສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ວັນທີ 2 ທັນວາ ຄ. 1975 ທ່ານ ກໍໄດ້ຮັບເລືອກໃຫ້ເປັນ ປະທານປະເທດ ແລະ ປະທານສະພາປະຊາຊົນສູງສູດ ຜູ້ທຳອິດ. ພ້ອມກັນນັ້ນ ທ່ານກໍໄດ້ສະຫຼະຖານະເຈົ້າຊາຍ ຕັ້ງແຕ່ສະໄໝເກົ່າ. ເຈົ້າສຸພານຸວົງ ເປັນປະທານທີ່ເຄົາລົບຮັກຂອງປວງຊົນລາວ ຈົນເອີ້ນກັນວ່າ ລຸງສຸພານຸວົງ ໄດ້ດຳລົງຕຳແໜ່ງປະທານປະເທດຈົນເຖິງ ຄ.ສ 1986 ຈຶ່ງລາອອກ ຍ້ອນເພິ່ນມີບັນຫາດ້ານສຸຂະພາບ. ທ່ານໄດ້ປາກົດຕົວຕໍ່ໜ້າສາທາລະນະຊົນຄັ້ງສຸດທ້າຍໃນສະໄໝປະຊຸມພັກຄັ້ງທີ 5 ເມ່ືອເດືອນ ມີນາ ຄ.ສ 1991
ເພ່ິນໄດ້ເຖິງແກ່ກຳ ເມື່ອວັນທີ 9 ມັງກອນ 1995 ທີ່ນະຄອນຫລວງວຽງຈັນ

ສະເດັດເຈົ້າ ສຸພານຸວົງ, ປະທານປະເທດຄົນທໍາອິດ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ເກີດເມື່ອວັນທີ 13 ກໍລະກົດ 1909, ມໍລະນະກໍາ ວັນທີ 9 ມັງກອນ 1995, ລວມອາຍຸໄດ້ 86 ພັນສາ.
    ເຈົ້າ ສຸພານຸວົງ ເປັນຜູ້ນຳປະຕິວັດ ເປັນ "ບຸລຸດເຫຼັກ" ເປັນ "ເຈົ້າຊາຍແດງ" ແຫ່ງເຊື້ອແນວກະສັດລາວ, ເປັນສັນຍາລັກແຫ່ງການຕໍ່ສູ້ປອງດອງຊາດ. ຕະຫຼອດຊີວິດແມ່ນອຸທິດແກ່ພາລະກິດປະຕິວັດ ເພື່ອຄວາມເອກະລາດຂອງຊາດ.
(ຂອບໃຈພາບຈາກອິນເຕີເນັທ)