17 July 2014

ດວງຈຳປາ, ດອກຈຳປາ ຫລື ຈຳປາເມືອງລາວ

ລາຍການສົ່ງເສີມສີລປິນ ມື້ນີ້ຈະນຳສະເໜີກ່ຽວກັບ ເພງທີ່ມີຄົນຮູ້ຈັກຫລາຍທີ່ສຸດ ຈົນກາຍເປັນເພງສັນຍາລັກຂອງ ຊາດລາວ ນັ້ນຄືເພງ “ດວງຈຳປາ, ດອກຈຳປາ ຫລື ຈຳປາເມືອງລາວ” ເນື້ອຮ້ອງໂດຍ: ມະຫາ ພູມີ ຈິດຕະພົງ, ທຳນອງໂດຍ: ອຸຕະມະ ຈຸລາມະນີ.
 
ເພງ " ດວງຈຳປາ " ຫລື ບາງຄົນເອີ້ນວ່າ: " ດອກຈຳປາ " ຫລື "ຈຳປາເມືອງລາວ" ເປັນເພງທີ່ແຕ່ງ ແລະ ຮ້ອງມາແລ້ວໃນລາວ ແລະ ຕ່າງປະເທດ 72  ປີແລ້ວ (ເພງນີ້ປະພັນ ເມື່ອປີ ຄ.ສ 1942 ໂດຍ ມະຫາ ພູມີ ຈິດຕະພົງ ເປັນຄົນແຕ່ງ ແລະ ທ່ານ ອຸຕະມະ ຈຸລາມະນີ ເປັນຄົນ ໃຫ້ທຳນອງ).
         
ເພງດວງຈຳປາ ເປັນເພງທີ່ຄົນລາວຮູ້ຈັກດີ ແຕ່ມີໜ້ອຍຄົນທີ່ຮູ້ຊື່ຄົນແຕ່ງ ແລະ ຜູ້ໃຫ້ທຳນອງ ແຕ່ເພງໆນີ້ ຄັ້ງໜຶ່ງໄດ້ຖືກສົ່ງເຂົ້າແຂ່ງຂັນຢູ່ຕ່າງປະເທດ ແລະ ກໍໄດ້ຮັບລາງວັນດີຫລາຍ, ແຕ່ໃນໄລຍະນັ້ນ ຜູ້ປະພັນ ເພງພັດຍັງເຄື່ອນໄຫວປະຕິວັດຢູ່ນຳຂະບວນການຕໍ່ສູ້ກູ້ຊາດ ເຊິ່ງ ລັດຖະບານຝ່າຍຣາຊະອານາຈັກລາວ ເອີ້ນວ່າເປັນຝ່າຍກະບົດ ຈຶ່ງບໍ່ສາມາດຈັດພິທີມອບລາງວັນໃຫ້ຜູ້ແຕ່ງເພງນີ້ໄດ້.
[ຄັດຈາກບົດຂອງ ອີວານ ເຊດຣົບ ນັກຂ່າວໜັງສືພິມ ປຣາວະດາ(Pravda 1976) ໃນບົດ “ສາທາລະນະລັດ ແຄມຝັ່ງແມ່ນ້ຳຂອງ]
ສຳລັບເພງດວງຈຳປານີ້ ເວົ້າໄດ້ວ່າ ເປັນເພງທີ່ມີຄວາມໝາຍເລິກເຊິ່ງ ເມື່ອ 20 ປີກ່ອນ ທ່ານ ຫຸມພັນ ລັດຕະນະວົງ ເຊິ່ງເວລານັ້ນທ່ານເປັນຫົວໜ້າສະຖາບັນຄົ້ນຄວ້າວັດທະນະທຳ ໄດ້ໃຫ້ຄວາມເຫັນວ່າ:
(ຄັດຈາກປຶ້ມ: ຊີວິດກັບເພງ ຂອງ ສີລະປິນອາວຸໂສ ອຸຕະມະ ຈຸລາມະນີ 1995)
ເນື້ອໃນຂອງບົດເພງດວງຈຳປາ ເປັນເປັນເໝືອນຄາຖາວິເສດໜຶ່ງທີ່ໄດ້ບັນດານຈິດໃຈ ແລະ ສ້າງພະລັງ ອັນແຮງກ້າ ມັນສາມາດສັ່ນຄອນຫົວໃຈຂອງຄົນ ໂດຍສະເພາະຜູ້ທີ່ຫ່າງໄກບ້ານເກີດເມືອງນອນ ນັ້ນ ໄດ້ຄິດຮອດເຊື້ອເຜົ່າພົງພັນຂອງຕົນເອງ ແລະ ຮູ້ສຶກຮັກບ້ານເກີດ ເມືອງນອນຂອງຕົນເປັນທະວີຄູນ. ບົດເພງ ດວງຈຳປາ, ດອກຈຳປາ ຫລື ຈຳປາເມືອງລາວ ນີ້ນັ້ນ ມັນໄດ້ເຮັດໃຫ້ຄົນລາວແຕ່ເໜືອຮອດໃຕ້ ໄດ້ຖືເອົາດອກ" ຈຳປາ "ເປັນສູນລວມແຫ່ງຄວາມຮັກ, ເປັນສັນຍາລັກ ແລະ ເປັນດອກໄມ້ປະຈຳຊາດ ຂອງຕົນເອງ….
    ຕລອດໄລຍະເວລາຜ່ານມາ 70 ກ່ວາປີ ເພງດອກຈຳປາ ຫລື ຈຳປາເມືອງລາວໄດ້ພັດທະນາໄປ ທັງຈັງຫວະ ແລະ ການໃຊ້ເຄື່ອງດົນຕີ ອີກຫລາຍຊະນິດ ເຊິ່ງຕ່າງຈາກກ່ອນ ທີ່ນິຍົມໃຊ້ ເຄື່ອງສາຍ ປະເພດ ວີໂອລົງ; ແຕ່ແນວໃດກໍຕາມ ເພງຈຳປາເມືອງລາວ ຍັງໄດ້ນຳໄປບັນເລງ ຢ່າງສະຫງ່າຜ່າເຜີຍ ໃນງານມະໂຫລານ ຫລື ໃນພິທີການຕ່າງໆຕລອດມາ ເພາະເພງໆນີ້ ມັນຕັ້ງແມ່ນໝາກຫົວໃຈ ຂອງຄົນລາວແທ້ໆ….
ຂອບໃຈທີ່ຕິດຕາມ

1 comment:

  1. ມີຄວາມຫມາຍຂອງເພງນີ້ບໍ່

    ReplyDelete