26 September 2014

ທ່ານເຊື່ອບໍ່ວ່າເພງ ຈົດໝາຍນ້ອຍ ດັງມາແລ້ວ 42 ປີ



ລາຍການ “ສົ່ງເສີມສິນລະປິນ” ມື້ວັນເສົາ 27 ກັນຍາ 2014 ລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30 am ຈະນຳສະເໜີກ່ຽວກັບ ຜົນງານເພງຂອງນັກຮ້ອງ, ນັກແຕ່ງເພງບ້ານນາທີ່ຫລາຍຄົນມັກ ທີ່ມີຊື່ວ່າ: “ຄຳພູ ທະວີວັນ


ອຈ ຄຳພູ ທະວີວັນ ຫລື ທີ່ພວກເຮົາເອີ້ນກັນວ່າ ອຈ ຄຳພູ ທະວີວັນ ຖືວ່າເປັນນັກແຕ່ງ ເພງ ແລະ ນັກຮ້ອງ ທີ່ມີເອກະລັກເປັນຂອງຕົນເອງ. ຄຳພູ ທະວີວັນ ກ້າວສູ່ວົງການສິນລະປິນນີ້ມາໄດ້ ຫຼາຍ ສິບປີ ຄືເພິ່ນເປັນນັກຮ້ອງນັກແຕ່ງເພງ ມາກ່ອຊາດລາວ ຈະໄດ້ຮັບການສະຖາປານາ ເປັນລະບອບໃໝ່ ຫລື ປ່ຽນເປັນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ຄ.ສ 1975. ຄຳພູ ທະວີວັນ ມີເພື່ອນໆນັກຮ້ອງນັກແຕ່ງເພງທີ່ມີຊື່ສຽງຫລາຍທ່ານທີ່ຈັດວ່າ ເປັນລຸ້ນດຽວກັນ ເຊັ່ນ: ຄຳຫຼ້າ ໜໍ່ແກ້ວ, ສ.ບົວລະພັນ, ສ.ແສງສິີ້ິວັນ ແລະ ສຸລິວັດ ເຊິ່ງທັງໝົດນີ້ລ້ວນແຕ່ເປັນນັກແຕ່ງ ຫລື ນັກຮ້ອງທີ່ມີຜົນງານເພງເປັນອຳມະຕະ.
(ຫ້ອງແຂ່ງຂັນຮ້ອງເພງ ວສລ, ອຈ ຄຳພູ ທະວີວັນ ກ້ຳຂວາ)
ກ່ອນປະເທດຊາດໄດ້ຮັບການປົດປ່ອຍ ຄຳພູ ທະວີວັນ ເປັນນັກຮ້ອງຄວບຄູ່ກັບການເປັນທະຫານ ທີ່ສັງກັດໃນກອງ ທັບແຫ່ງ ຊາດ ແລະ ບໍ່ຕ່າງຈາກນັກຮ້ອງດັງຫລາຍໆທ່ານທີ່ ສັງກັດໃນກອງທັບຄືກັນ ເຊັ່ນ: ກ.ວິເສດ ສັງກັດໃນກອງທະຫານລາບ ອາກາດ ທີ່ວັງວຽງ, ສຸລິວັດ ກໍສັງກັດຢູ່ກົມຮັກສາດິນແດນ ກອງທັບພາກທີສອງ(ຢູ່ສະຫວັນນະເຂດ)…ແຕ່ເຖິງຈະສັງກັດຢູ່ໃສ, ຫົນແຫ່ງໃດ ຫລື ລະບອບການເມືອງໃດ ຂຶ້ນຊື່ວ່ານັກຮ້ອງ ນັກສິນລະປິນ ແມ່ນມີໜ້າທີ່ໃຫ້ຄວາມເບີກບານມ່ວຍຊື່ນ ແກ່ມວນຊົນໃນສັງຄົມນັ້ນໆ…

ເມື່ອ ປີ ຄ.ສ 1972 (42 ປີກ່ອນ) ຄຳພູ ທະວີວັນ ໄດ້ບັນທຶກສຽງເພງທີ່ໄດ້ແຕ່ງເອງ ແລະ ຮ້ອງເອງ ເຊິ່ງເພງນີ້ ໄດ້ກາຍເປັນເພງທີ່ຄົນລາວຫລາຍຄົນມັກຮ້ອງຈົນຕິດປາກ ນັ້ນຄືເພງ “ຈົດໝາຍນ້ອຍ” ເຊິ່ງ ເພງໆນີ້ໄດ້ກາຍເປັນເພງທີ່ເປັນ ເພງອຳມະຕະມາຮອດທຸກວັນນີ້….ນອກນີ້ແລ້ວ ເພງອີກເພງໜຶ່ງ ທີ່ຫລາຍຄົນ ຮູ້ຈັກກັນດີນັ້ນກໍຄືເພງ “ປູ່ຈັນ” ເຊິ່ງເປັນເພງທີ່ສະທ້ອນ ບັນຫາໃຫ້ຄົນສອງຝັ່ງແມ່ນ້ຳຂອງຮັກແພງ-ສາມັກ ຄືກັນ ເພາະພວກເຮົາຄືລູກຫລານ “ປູ່ຈັນ”….
ເພງ “ປູ່ຈັນ” ເປັນເພງທີ່ມີເນື້ອໃນສະທ້ອນໃຫ້ເຫັນເຖິງຄວາມສຳພັນຂອງຄົນສອງຟາກຝັ່ງຂອງ ແລະ ເປັນເພງທີ່ ມີຈຸດປະສົງເພື່ອຟື້ນຟູຄວາມສຳພັນລາວ-ໄທ ອີກຄັ້ງໜຶ່ງພາຍຫລັງ ໄທ-ລາວ ມີບັນຫາຊາຍແດນທີ່ຄົນລາວ ລືມບໍ່ໄດ້ນັ້ນກໍຄື “ເສິກບໍ່ແຕນ” ເຊິ່ງຈົບລົງໃນວັນທີ 19 ກຸມພາ 1988(ການໂຈມຕີ ເປັນທາງການຂອງທະ ຫານໄທຄັ້ງທຳອິດ 5 ພະຈິກ 1987)

(ຫ້ອງແຂ່ງຂັນຮ້ອງເພງ ວສລ, ອຈ ຄຳພູ ທະວີວັນ ກ້ຳຊ້າຍ)
ເພງຮ້ອງຈາກການປະພັນຂອງ ອຈ ຄຳພູ ທະວີວັນ ນັ້ນ ສ່ວນຫລາຍຈະເປັນເພງຈັງ ຫວະລຳວົງ, ໂບລິໂລ ເປັນສ່ວນຫລາຍ; ເປັນເພງທີ່ຟັງແລ້ວສະບາຍໆສະໄຕລ໌ເພງບ້ານນາ. ເພງທີ່ເພິ່ນແຕ່ງ ຈະແຝງ ປຣັສຍາ ແລະ ລັກສະນະຕລົກ ຫລື ຂໍາໆໄວ້ ເຊິ່ງເວລາຟັງແລ້ວ ນອກຈາກໄດ້ຄວາມໝາຍ, ຄວາມ ມ່ວນແລ້ວຍັງມີລັກສະນະສະໜຸກສະໜານນຳອີກ. ບໍ່ພຽງເທົ່າ ນີ້ ຂອງ ອຈ ຄຳພູ ທະວີວັນ ທີ່ເພິ່ນແຕ່ງ ແລະ ຮ້ອງ ຍັງມີລັກສະນະສຽດສີສັງຄົມໃນທາງ ທີ່ສັງສັນ, ເພງສ່ວນໜຶ່ງ ຍັງມີຄະຕິ ຄຳສອນທີ່ດີແກ່ລູກໆ, ຄົນໃນຄອບຄົວ ແລະ ສັງຄົມ.
(ຫ້ອງແຂ່ງຂັນຮ້ອງເພງ ວສລ, ອຈ ຄຳພູ ທະວີວັນ ກ້ຳຂວາ)

ປັດຈຸບັນ ອຈ ຄຳພູ ທະວີວັນ ຍັງມີການເຄື່ອນໄຫວດ້ານການແຕ່ງ ແລະ ຮ້ອງເພງຢູ່ເໝືອນເກົ່າ. ແຕ່ໄລຍະ ຫລັງໆມານີ້ ເພິ່ນໄດ້ຂຽນ ແລະ ຮ້ອງເພງປະເພດສັນລະເສີນຫລາຍກ່ວາປະເພດເພງທີ່ພັນລະນາເຖິງ ຄວາມຮັກຍິງຊາຍ ແຕ່ເປັນຄວາມຮັກ ອັນຍິ່ງໃຫຍ່ກ່ວານັ້ນ ເຊັ່ນຄວາມຮັກທີ່ມີຕໍ່ບັນພະບູລຸດ, ຕໍ່ປະເທດຊາດບ້ານເມືອງເປັນສ່ວນຫລາຍ ເຊິ່ງເພິ່ນເອງ ໄດ້ຮ່ວມກັບສີລປິນອາວຸໂສ ໄດ້ແຕ່ງເພງປະເພດສັນລະເສີນນີ້ມາຫລາຍຊຸດ ແລະ ພັນລະນາເຖິງຫລາຍແຂວງຜ່ານມາແລ້ວ.
ດຽວນີ ເຖິງວ່າເພິ່ນຈະອາວຸໂສ ( 70 ກວ່າປີ ອຈ.ຄຳພູ ທະວີວັນ ເກີດເມື່ອວັນທີ 06 ມັງກອນ 1942 ທີ່ບ້ານ ຄັນເກິ່ງ ເມືອງປາກເຊ ແຂວງຈຳປາສັກ) ແລ້ວກໍຕາມ ເພິ່ນຍັງແຂງແຮງດີ ແລະ ໃນໄລຍະທີ່ ວິທະຍຸກະຈາຍສຽງເປີດ ບັ້ນແຂ່ງຂັນເສງເພງເພື່ອຕ້ອນຮັບວັນຊາດຄົບຮອບ 40 ປີ ວັນສ້າງຕັ້ງ ວິທະຍຸກະ ຈາຍສຽງແຫ່ງຊາດລາວຄົບ 55 ປີ ເພິ່ນຍັງໃຫ້ກຽດມາເປັນຄະນະກຳມະການກິດຕິມາສັກໃຫ້ພວກເຮົາ ມື້ໜ້າ ສຳລັບມິດຮັກລາຍການເພງບ້ານນາ ທີ່ນິຍົມເພງ ຄຳພູທະວີວັນ ສິນລະປິນແຫ່ງຊາດ ກໍຢ່າລືມຕິດຕາມລາຍການຂອງພວກເຮົາ….
ຂອບໃຈທີ່ຕິດຕາມ




1 comment:

  1. ອັນວ່າ ເພງຈົດໝາຍນ້ອຍ ຟັງຍາມໃດ ກະດາຍ ຄິດຮອດເຖິງ ເຮືອນຊານບ້ານຊ່ອງທີ່ເຄີຍຢູ່ ອາໄສ ດຽວນີ້ກຳລັງສຶກສາຮຽນຕໍ່ ຍາມທໍ້ຍາມຖອຍ ເປີດເພງນີ້ຟັງ ຄືກັບວ່າມີກຳລັງແຮງໃຈຂື້ນ ແລະ ເຮັດໃຫ້ມີຄວາມກະຕືລືລົ້ນໃນຫນ້າທີ່ການງານຂອງຕົນ ກໍ່ຄືການສຶກສາາຮ່ຳຮຽນ ຂ້າພະເຈົ້າຈະຂໍ ທຳຕາມຄວາມຝັນຂອງຕົນໃຫ້ຮອດຝັນທີ່ຝັນນັ້ນ ໃຫ້ສຸດທີ່ຄວາມສາມາດ ແລະ ສຸດທ້າຍນີ້ຂໍໃຫ້ດດວງວນິຍານຂອງທ່ານ ອາຈານ ຄຳຳພູ ທະວີວັນຈົງ່ໄປສູ່ສຸຄະຕິ ເບື້ອງສູງນັນ້ນເທີ້ນ

    ReplyDelete