23 January 2016

ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ

ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ
ຂປລ.ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ປະຊາຊົນປະຕິວັດລາວ, ໄດ້ດຳເນີນແຕ່ວັນທີ 18-22 ມັງກອນ 2016ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ຄຳຂວັນ “ ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີ ທົ່ວປວງຊົນທັງຊາດ,ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ຫລັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ” ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນສົມບູນ 685 ສະຫາຍ, ໃນນັ້ນ ມີຜູ້ແທນບົ່ງຕົວ 1 ສະຫາຍ.ບັນດາຜູ້ແທນກອງປະຊຸມໃຫຍ່ ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວປະເທດ 252.879 ສະຫາຍ.

ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຕົກລົງບັນຫາສຳຄັນຂອງພັກ ແລະ ຂອງຊາດ ພາຍໃຕ້ບັນຍາກາດອັນສ້າງສັນ, ມີຄວາມຮັບຜິດຊອບ,ທັງມີຄວາມສາມັກຄີ ເປັນເອກະພາບສູງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ເຊິ່ງສະແດງອອກດັ່ງນີ້:

I. ກອງ​ປະຊຸມ​ໃຫຍ່ ​ໄດ້​ຄົ້ນຄວ້າ​ຢ່າງ​ເລິກ​ເຊິ່ງ ​ແລະ ​ໄດ້​ຮັບຮອງ​ເອົາ​ຢ່າງ​ເປັນ​ເອກະ​ສັນ​ລາຍ​ງານ​ການ​ເມືອງ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ IX ສ​ະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ໂດຍ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ນຳ​ການ​ສະຫລຸບ​ຕີ​ລາຄາ​ຜົນ​ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ​ເປັນຕົ້ນ​ແມ່ນ​ບັນດາ​ຜົນງານ​ອັນ​ພົ້ນ​ເດັ່ນ​ທີ່​ຍາດ​ມາ​ໄດ້​ໃນ​ຂົງ​ເຂດ​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພັດທະນາ​ເສດຖ​ະກິດ-ສັງຄົມ, ການ​ປັບປຸງ​ບູລະນະ​ລະບົບ​ອຳນາດ​ແຫ່ງ​ລັດ, ວຽກ​ງານ​ແນວ​ໂຮມ ​ແລະ ວຽກ​ງານ​ມະຫາຊົນ​ຂອງ​ພັກ, ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ, ວຽກ​ງານ​ກໍ່ສ້າງ​ພະນັກງານ, ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ 5 ປີ ຜ່ານມາ, ​ໄດ້​ສ້າງ​ພື້ນຖານ ​ແລະ ທ່ວງທ່າ​ໃໝ່ ​ໃຫ້​ແກ່​ການ​ສືບ​ຕໍ່​ຂະຫຍາຍຕົວ​ຂອງ​ປະ​ເທດ​ຊາດ​ພວກ​ເຮົາ​ໄປ​ຕາມ​ທິດ​ທາງ ​ແລະຈຸດໝາຍ​ທີ່​ວາງ​ໄວ້.

ກອງ​ປະຊຸມ​ໃຫຍ່​ໄດ້​ປະກອບ​ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ​ກ່ຽວ​ກັບ​ຂໍ້ຄົງຄ້າງ​ໃນ​ການ​ນຳພາ​ຊີ້​ນຳ​ຂອງ​ພັກ ​ເຊິ່ງ​ເປັນສາ​ເຫດ​ຕົ້ນຕໍ​ອັນ​ໜຶ່ງ ທີ່​ພາ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຈຸດ​ສຸມ ​ໃນ​ບາງ​ດ້ານ​ບໍ່​ບັນລຸຜົນສຳ​ເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້ ​ແລະ ​ໄດ້​ເລັ່ງທວງ​ໃຫ້​ມີ​ມາດ​ຕະການ​ທີ່​ແທດ​ເໝາ​ະ ​ເພື່ອ​ດຳ​ເນີນ​ການ​ແກ້​ໄຂ​ຂໍ້ຄົງ​ຄ້າງ​ທີ່​ຜ່ານ​ມາ​ຢ່າງ​ຈິງ​ຈັງ ​ແນ​ໃສ່​ສ້າງ​ການ​ຫັນປ່ຽນ​ອັນ​ຕັ້ງໜ້າ​ຫລາຍ​ຂຶ້ນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ຂອງ​ພັກ​ຕໍ່​ໄປ.

ກອງ​ປະຊຸມ​ໃຫຍ່​ໄດ້​ຮັບຮອງ​ເອົາ​ຂໍ້​ສະຫລຸບ 7 ປະການ ​ເຊິ່ງ​ເປັນ​ບົດຮຽນ​ອັນ​ປະ​ເສີດ ທີ່​ຖອດ​ຖອນ​ໄດ້​ຈາກ​ພຶດຕິ​ກຳ​ແຫ່ງ​ການຈັດ​ຕັ້ງ​ນຳພາປະຕິບັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ​ແລະ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່; ພ້ອມ​ກັນ​ນັ້ນ ກໍ​ໄດ້​ກຳນົດ 7 ທິດ​ທາງ​ໜ້າ​ທີ່​ໃຫຍ່​ສຳລັບ​ໄລຍະ​ຕໍ່ໜ້າ, ກອງ​ປະຊຸມ​ໃຫຍ່​ໄດ້​ມອບ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ X ຊີ້​ນຳ, ຈັດ​ຕັ້ງ​ການ​ຄົ້ນຄວ້າ​ຮໍ່າຮຽນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ຢ່າງ​ເປັນ​ລະບົບ​ເລິກ​ເຊິ່ງ ​ໂດຍ​ສະ​ເພາະ​ແມ່ນ​ໃຫ້​ພະນັກງານ​ສະມາຊິກ​ພັກ ຜູ້​ທີ່​ເປັນ​ຫລັກ​ແຫ​ລ່ງ ຢູ່​ໃນ​ທຸກ​ອົງການ, ຂະ​ແໜງ​ການ, ທຸ​ກທ້ອງ​ຖິ່ນ, ທຸກ​ຂົງ​ເຂດ​ວຽກ​ງານ ​ແລະ ທຸກ​ຂັ້ນ ​ໃຫ້​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ ​ເພື່ອ​ສາມາດ​ຜັນ​ຂະຫຍາຍ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ຢ່າງ​ສອດຄ່ອງ ​ແລະ ນຳພາ​ປະຕິບັດ​ໃຫ້​ເກີດ​ໝາກຜົນ​ຕົວ​ຈິງ ທີ່​ໃຫຍ່​ຫລວງ​ຂຶ້ນ​ໄປ​ເລື້ອຍໆ; ພ້ອມ​ກັນ​ນີ້ ກໍ​ມອບ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສືບ​ຕໍ່​ຄົ້ນຄວ້າ​ຫັນ​ທິດ​ທາງ​ໜ້າ​ທີ່​ຈຸດ​ສຸມ​ໃນ​ບາງ​ດ້ານ ​ເປັນ​ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ເພື່ອ​ໃຫ້​ຄະນະ​ພັກ​ຂັ້ນ​ຕ່າງໆ ມີ​ບ່ອນ​ອີງ​ອັນ​ລະອຽດ​ຈະ​ແຈ້ງ​ຕື່ມ​ອີກ ສຳລັບ​ການຈັດ​ຕັ້ງ​ປະຕິບັດ; ຂະນະ​ດຽວ​ກັນ​ນັ້ນ ກໍ​ຊີ້​ນຳ​ອົງການ​ລັດ​ ໃຫ້​ຫັນ​ເປັນ​ນິຕິ​ກຳ, ​ເປັນ​​ແຜນ​ງານ ​ແລະ ​ໂຄງການ​ວຽກ​ງານ​ລະອຽດ​ໃຫ້​ໄວ ​ເພື່ອ​ຍາດ​ແຍ່ງ​ເວລາ​ຈັດ​ຕັ້ງ​ປະຕິບັດ​ເລີ່​ມ​ແຕ່​ຫົວທີ ​ແລະ ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສະຫງ່າ​ງາມ.

II. ກອງ​ປະຊຸມ​ໃຫຍ່​ໄດ້​ຟັງ​ລາຍ​ງານ​ກ່ຽວ​ກັບ​ວິ​ໄສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ໄລຍະ 10 ປີ(2016-2025)​ ​ແລະ ​ແຜນ​ພັດທະນາ​ເສດຖ​ະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 8 (2016-2020) ​ເຊິ່ງຄຳ​ຂວັນ ວິ​ໄສ​ທັດ ​​ແລະ ຍຸດ​ທະ​ສາດ​ຂອງ​ການ​ພັດທະນາ​ແມ່ນ “ສູ້​ຊົນ​ພັດທະນາ​ປະ​ເທດ​ເຮົາ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ​ໃນ​ປີ 2020, ກ້າວ​ໄປ​ສູ່​ປະ​ເທດ​ກຳລັງ​ພັດທະນາ ມີ​ລາຍ​ຮັບ​ປານ​ກາງ​ສູງ ຕາມ​ທິດ​ການ​ພັດທະນາ​ສີຂຽວ ​ແລະ ຍືນ​ຍົງ ​​ເມື່ອ​ເຖິງ​ປີ 2030”. ກອງ​ປະຊຸມ​ໃຫຍ່​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ວິ​ໄສ​ທັດ, ຍຸດ​ທະ​ສາດ ​ແລະ ການ​ພັດທະນາ​ດັ່ງກ່າວ ​ໂດຍ​ມອບ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊີ້​ນຳ​ລັດຖະບານ ​ໃຫ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ເປັນ​ແຜນ​ງານ, ​ໂຄງການ​ລະດັບ​ຊາດ, ລວມທັງ​ກຳນົດ​ຂອບ​ການ​ລົງທຶນ​ສຳລັບ​ໂຄງການ​ເຫລົ່າ​ນັ້ນ ພ້ອມ​ທັງ​ປຸກລະດົມ​ບັນດາ​ພາກສ່ວນ​ເສດຖະກິດ ​ແລະ ​ທົ່ວ​ປວງ​ຊົນ ​ເຂົ້າ​ສູ່​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ເປັນ​ຈິງ.

III. ກອງ​ປະຊຸມ​ໃຫຍ່​ໄດ້​ຮັບຮອງ​ເອົາ ບົດ​ສຳ​ຫລວດ​ການ​ນຳພາ​ລວມຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ IX ​ໂດຍ​ໄດ້​ຕີ​ລາຄາ​ສູງຕໍ່​ຄວາມ​ພະຍາຍາມ​ອັນ​ຕັ້ງໜ້າ ​ແລະ ຄວາມ​ເປັນ​ເຈົ້າ​ການ​ປະດິດ​ສ້າງ​ໃນ​ການ​ເສີມຂະຫຍາຍ​ມູນ​ເຊື້ອ ​ແລະ ບົດຮຽນ​ຂອງ​ພັກ ສາມາດ​ນຳພາ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສຳຄັນ​ໃນ​ຫລາຍ​ດ້ານ ​ແລະ ມີ​ບາງ​ດ້ານ​ກໍ​ລື່ນ​ຄາດໝາຍ; ພ້ອມ​ກັນ​ນັ້ນກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ເປັນ​ຄະນະ​ນຳ ທີ່​ມີ​ຄວາມ​ສາມັກ​ຄີ​ເປັນ​ເອກະ​ພາບ​ໜັກ​ແໜ້ນ, ​ເປັນ​ແກ່ນສານ ​ໃຫ້​ແກ່​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ໃນ​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ​ແລະ ທົ່ວ​ປວງ​ຊົນ; ທັງ​ມີ​ຄວາມ​ເປັນ​ເຈົ້າ​ການ​ແກ້​ໄຂ​ບັນຫາ​ການ​ເສື່ອ​ມຖອຍ​ດ້ານ​ຄຸນ​ທາດ​ການ​ເມືອງ, ຄຸນ​ສົມບັດສິນ​ທຳ​ປະຕິວັດ ​ແລະ ການ​ກະທຳ​ທີ່​ຝືນ​ກົດ​ລະບຽບ​ຂອງ​ພັກ​ໃນ​ຖັນ​ແຖວ​ການ​ນຳ​ຂັ້ນ​ຕ່າງໆ,ພະນັກງານ ​ແລະ ສະມາຊິກ​ພັກ​ຈຳນວນ​ໜຶ່ງ.

ກອງ​ປະຊຸມ​ໃຫຍ່​ເລັ່ງທວງ​ໃຫ້ ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກສະ​ໄໝ ​ທີ X ອອກ​ແຮງ​ເສີມ​ຂະຫຍາຍ​ຈຸດ​ດີ​ ໃນ​ດ້ານ​ຕ່າງໆ​ຢ່າງ​ແຂງ​ແຮງ, ພ້ອມ​ກັນ​ນັ້ນ ​ກໍ​ວາງ​ມາດ​ຕະການ​ຈຳກັດ ​ແກ້​ໄຂ​ຈຸດ​ບົກພ່ອງ ​ແລະ ຂໍ້ຄົງຄ້າງ​ທີ່​ຜ່ານ​ມາ​ຢ່າງ​ຈິງ​ຈັງ, ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ​ຂອງ​ຄະນະ​ນຳ​ຂອງ​ພັກ ​ໃຫ້​ເດັ່ນ​ຂຶ້ນ​ຕື່ມອີກ.

IV. ກອງ​ປະ​ຊຸມ​ໃຫຍ່​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ການ​ດັດ​ແປງ​ກົດ​ລະບຽບ​ຂອງ​ພັກ ​ແລະ ​ໄດ້​ຮັບຮອງ​ເອົາ​ກົດ​ລະບຽບ​ສະບັບ​ປັບປຸງ ສະ​ໄໝ​ທີ X ​ເພື່ອ​ເປັນ​ແນວທາງ​ທາງ​ດ້ານ​ການຈັດ​ຕັ້ງ ຮັບຮອງ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ການ​ເມ​ືອງ​ໃຫ້​ເປັນ​ຈິງ. ກົດ​ລະບຽບ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະບັບ​ປັບປຸງ ​ໄດ້​ຖືກ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ ​ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ແລ້ວ ​ແລະ ມີ​ຜົນ​ບັງຄັບ​ໃຊ້ ນັບ​ແຕ່​ມື້​ກອງ​ປະຊຸມ​ໃຫຍ່​ຮັບຮອງ​ເປັນ​ຕົ້ນ​ໄປ.

V. ກອງ​ປ​ະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ X ​ເຊິ່ງປະກອບ​ດ້ວຍ​ກຳມະການ​ສົມບູນ 69 ສະຫາຍ ​ແລະກຳມະການ​ສຳຮອງ 8 ສະຫາຍ ​ເພື່ອ​ເປັນ​ແກ່ນສານ​ນຳພາ​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ​ແລະ ທົ່ວ​ປວງ​ຊົນ​ ຈັດ​ຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ​ໃຫ້​ມີ​ຜົນສຳ​ເລັດ​ໃໝ່, ສ້າງ​ບາດກ້າວ​ບຸກທະ​ລຸ ​ໃນ​ການ​ພັດທະນາ​ໃຫ້​ເປັນ​ຈິງ ​ແລະ ພາ​ປະ​ເທດ​ຊາດ​ກ້າວ​ຂຶ້ນ​ຢ່າງ​ໜັກ​ແໜ້ນ​ຕໍ່​ໄປ.

ກອງປະຊຸມ​ຄົບ​ຄະນະ​ຄັ້ງ​ປະຖົມ​ມະ​ລືກ ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ X ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 22ມັງກອນ 2016 ​ໄດ້​ເປັນ​ເອກະ​ພາບ ​ເລືອກ​ຕັ້ງ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເຊິ່ງປະກອບ​ດ້ວຍ 11 ສະຫາຍ; ​ເປັນ​ເອກະ​ພາບ​ຢ່າງ​ສູງ ​ເລືອກ​ເອົາ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເປັນ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ; ພ້ອມ​ກັນ​ນັ້ນ ກໍ​ເລືອກ​ເອົາ​ກຳມະການ​ຄະນະ​ເລຂາທິການ​ສູ​ນກາງ​ພັກ 9 ສະຫາຍ; ກອງ​ປະຊຸມ​ໄດ້​ເລືອກ​ເອົາ​ ສະຫາຍ ພັນ​ຄຳ ວິພາ​ວັນ ​ເປັນ​ຜູ້​ປະຈຳການ ຄະນະ​ເລຂາທິການ​ສູນ​ກາງ​ພັກ; ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ຍັງ​ໄດ້​ເລືອກ​ປະທານ, ບັນດາ​ຮອງ​ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ ປະກອບ​ດ້ວຍ 9 ສະຫາຍ ​ໂດຍ​ແມ່ນ​ສະຫາຍ ບຸນ​ທອງ ຈິດ​ມະນີ ​ເປັນ​ປະທານ. ສຳລັບ​ການ​​ແຕ່ງ​ຕັ້ງ​ທີ່​ປຶກສາ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ສະ​ໄໝ​ທີ X, ກອງ​ປະຊຸມ​ໄດ້​ມອບ​ໃຫ້​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເປັນ​ຜູ້​ຕົກລົງ​ແຕ່ງ​ຕັ້ງ ພ້ອມ​ທັງ​ກຳນົດ​ພາລະ​ບົດບາດ ໜ້າ​ທີ່​ລະອຽດ​ຕາມ​ຫລັງ.

VI. ກອງ​ປະຊຸມ​ໃຫຍ່​ສະ​ແດງ​ຄວາມ​ຊົມ​ເຊີຍ ສັນລະ​ເສີນ​ພະນັກງານ, ສະມາຊິກ​ພັກ, ທະຫານ, ຕຳຫລວດ, ຜູ້​ປະກອບ​ການ​ຜະລິດ, ນັກທຸລະກິດ, ບໍລິການ ສັງກັດ​ໃນ​ທຸກ​ພາກສ່ວນ​ເສ​ດຖະກິດ ​ແລະ ປະຊາຊົນ​ລາວ​ບັນດາ​​ເຜົ່າ, ບັນດາ​ຊັ້ນ​ຄົນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ແລະ ພີ່ນ້ອງ​ເຊື້ອ​ຊາດ​ລາວ​ທີ່​ຮັກ​ຊາດ​ທີ່​ດຳລົງ​ຊີວິດ ​ແລະ ທຳ​ມາ​ຫາ​ກິນ​ຢູ່​ຕ່າງປະ​ເທດ ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ຕາມ​ຈິດ​ໃຈມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຕະຫລອດ​ໄລຍະ 5 ປີຜ່ານມາ ​ໃຫ້​ບັນລຸ​ຜົນສຳ​ເລັດ​ອັນ​ສຳຄັນ​​ໃນ​ຫລາຍ​ດ້ານ ອັນ​ເປັນການ​ສ້າງ​ພື້ນຖານ ​ແລະ ທ່ວງທ່າ​ໃໝ່ ​ໃຫ້​ແກ່​ການ​ນຳ​ເອົາ​ປະ​ເທດ​ເຮົາ​ສືບ​ຕໍ່​ກ້າວຂຶ້ນ​ສູ່​ຈຸດໝາຍ​ທີ່​ວາງ​ໄວ້. ພ້ອມ​ກັນ​ນັ້ນ ກໍ​ຂໍ​ສະ​​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຢ່າງ​ຈິງ​ໃຈ ​ແລະ ຄວາມ​ຮູ້​ບຸ​ນຄຸນ ຢ່າງ​ເລິກ​ເຊິ່ງມາ​ຍັງ​ບັນດາ​ປະ​ເທດ​ອ້າຍ​ນ້ອງ,ບັນດາ​ປະ​ເທດ​ເພື່ອນ​ມິດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ອັນ​ລຳ້​ຄ່າ ​ແກ່​ພາລະກິດ​ພັດທະນາ ສ້າງສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ເຮົາ​ໃນ 5 ປີຜ່ານມາ.

ກອງ​ປະຊຸມ​ໃຫຍ່​ຮຽກຮ້ອງ​ມາ​ຍັງ​ຄະນະ​ພັກ​ທຸກ​ຂັ້ນ, ສະມາຊິກ​ພັກ​ທຸກ​ສະຫາຍ ຈົ່ງ​ເຊີດ​ຊູ​ຄວາມ​ເປັນ​ແບບຢ່າງ​ນຳໜ້າ​ໃນ​ທຸກ​ດ້ານ ນຳພາ​ມະຫາຊົນ​ປະຕິ​ບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ພ້ອມ​ກັນ​ນີ້ ກໍ​ຮຽກຮ້ອງ​ມາ​ຍັງ​ພະນັກງານ,ນັກຮົບ ປະຊາຊົນ​ບັນດາ​ເຜົ່າ, ບັນດາ​ຊັ້ນ​ຄົນ ​ແລະ ພີ່ນ້ອງ​ເຊື້ອ​ຊາດ​ລາວ​ຜູ້​ຮັກ​ຊາດ ທີ່​ດຳ​ລົງ​ຊີວິດ ​ແລະ ທຳ​ມາ​ຫາ​ກິນ​ຢູ່​ຕ່າງປະ​ເທດຈົ່ງ​ເຊີດ​ຊູ​ນໍ້າ​ໃຈຮັກ​ຊາດ, ​ເສີມ​ຂະຫຍາຍ​ມານະ​ຈິດ​ບາກ​ບັ່ນ​ບຸກບືນ ​ເຂົ້າ​ໃສ່​ການປະຕິບັດ​ໜ້າ​ທີ່ ທຳ​ມາ​ຫາ​ກິນ ​ແລະ ສ້າງ​ສາ​ພັດທະນາ​ເພື່ອ​ສ້າງ​ປະ​ເທດ​ລາວ ​ໃຫ້​ມັ່ງ​ຄັ່ງ​ເຂ້ັມ​ແຂງ, ປະຊາຊົນ​ມີ​ຄວາມ​ຮັ່ງມີ​ຜາ​ສຸກ, ສັງຄົມ​ມີ​ຄວາມ​ສາມັກຄີ​ປອງ​ດອງ, ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສີວິ​ໄລ.ພ້ອມກັນ​ນັ້ນ ກໍ​ປະກອບສ່ວນ​ຢ່າງ​ສົມ​ກຽດ ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ຈະ​ເລີ​ນ ວັດທະ ນາ​ຂອງ​ປະຊາຄົມ​ອາ​ຊຽນ ກໍ​ຄື ​ໃນ​ພາລະກິດ​ແຫ່ງ​ການ​ເສີມ​ສ້າງສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ສາກົນ.
ຂອບໃຈຂໍ້ມູນຂ່າວຈາກ: ຂ່າວສານປະເທດລາວ
(ຂອບໃຈທີ່ຕິດຕາມ)

1 comment:

  1. ຄືບໍ່ມີຄັ້ງທີ 11

    ReplyDelete