13 February 2014

ກວ່າຫ້າສິບປີທີ່ເພງນີ້ມັນດັງ...ເຊື່ອບໍ່ ?

ທ່ານເຊື່ອບໍ່ວ່າມີເພງທີ່ດັງມາກ່ວາເຄິງສະຕະວັດ
ຫາກທ່ານມີເວລາ ແລະ ຢູ່ໃນຂົງເຂດທີ່ຄື້ນຂອງພວກເຮົາໄປເຖິງ ທ່ານສາມາດຟັງລາຍການ “ສົ່ງເສີມສິນລະປິນ” ນີ້ໄດ້ ລາຍການນີ້ມີໃຫ້ທ່ານ ໄດ້ຮັບຟັງທຸກໆມື້ວັນເສົາ ທາງລະບົບ AM ຄວາມຖີ່ 567 Khz ຄື້ນສັ້ນ SW ຄວາມຖີ່ 6130 Khz ຫລື 49 ແມັດ ເວລາ 8:30 - 9:00 ໂມງ.

ໃນມື້ວັນເສົາທີ 15 ກຸມພາ 2014 ນີ້ ຈະສະເໜີໃນຫົວຂໍ້: “ຕາມຮອຍເພງດັງ” 
ເຊິ່ງຂໍ້ມູນສ່ວນໜຶ່ງໄດ້ຍິນຈາກການເລົ່າຂອງພະນັກງານບຳນານ ທີ່ມັກຟັງເພງ ແລະ ຕິດພັນກັບເພງ(ຂໍສະຫງວນຊື່) ຫາກວ່າຜິດພ້ຽນປະການໃດ ຊ່ວຍເພີ່ມເຕີມໃຫ້ແດ່ເດີ້...
ເພງກຸຫລາບປາກຊັນ ເປັນຜົນງານການປະພັນຂອງ ສຸລິວັດ ລັດຕະນະສະຫວັນ ເປັນເພງທີ່ຄົນລາວເຮົາໄດ້ຮູ້ຈັກ ແລະ ມັກຟັງມາແຕ່ດົນໆ ລະຫວ່າງຊຸມປີ ຄ.ສ ໑໙໕໐ ຕອນ ທ້າຍໆ ຫລື ປະມານຫົກສິບປີກ່ອນ ເຊິ່ງຕອນນັ້ນ ໄດ້ມີການແຂ່ງ ຂັນເສັງເພງ  ຕາມການບອກເລົ່າຂອງຜູ້ອາວຸໂສ ທີ່ເປັນພະນັກງານວິທະຍຸແຫ່ງ ຊາດ(ບຳນານ) ເພິ່ນວ່າ ການເສັງເພັງ ແມ່ນເລີ້ມເປັນກະບວນມາແຕ່ປີ ໑໙໕໗ ເຊິ່ງມີວົງດົນຕຣີຫລາຍວົງໃນນະຄອນຫລວງວຽງຈັນເຂົ້າຮ່ວມ. 
ເພງກຸຫລາບປາກຊັນນີ້ ວົງດົນຕຣີ “ໜຸ່ມສີໄຄ” ເຊິ່ງເວລານັ້ນແມ່ນທ່ານ ສັນຕິ ພິມສຸວັນ (ດຽວນີ້ເພິ່ນໄດ້ ຮັບນາມມະຍົດເປັນນັກສິນ ລະປິນແຫ່ງຊາດ) ໄດ້ເອົາເພງໆນີ້ເຂົ້າແຂ່ງຂັນ ແລະ ປະກົດວ່າເພງນີ້ໄດ້ຮັບລາງວັນທີໜຶ່ງ.. ຕອນທຳອິດເພງກຸຫລາບປາກຊັນເປັນຈັງຫວະ ສະໂລ ແຕ່ດຽວນີ້ຖືກນັກດົນຕຣີ ນັກຮ້ອງ ນຳໄປປະຍຸກໄດ້ຫລາຍຈັງຫວະ ຕາມຄ່ານິຍົມ ຂອງຄົນປັດຈຸບັນ. 

ເມື່ອເຮົາຟັງເພງໆນີ້ແລ້ວ ສາມາດສຳນຶກພາບໄດ້ເຖິງຄວາມສວຍງາມ ຂອງທຳມະຊາດ ໂດຍສະເພາະສາຍນ້ຳຊັນ ທີ່ໃສໄຫລເຢັນສ່ອງເຫັນໝູ່ປາ, ຄວາມອຸດົມສົມບູນຂອງປູ-ປາ ໃນເວລານັ້ນ ເຊິ່ງຜູ້ດຳເນີນລາຍການ ເອງກໍເຄີຍໄດ້ໄປສຳພັດ ເມື່ອຊາວກ່ວາປີກ່ອນ ນ້ຳຊັນຍັງອຸດົມສົມບູນ ແລະ ມີປາຢ່າງຫລວງຫລາຍ… ອັນສຳຄັນ ໃນເພງນີ້ໄດ້ເວົ້າເຖິງຄວາມງາມ ຂອງຜູ້ສາວປາກຊັນ ໂດຍໄດ້ປຽບວ່າ ສາວປາກຊັນງາມເໝືອນດວງດອກໄມ້ ເຊັ່ນ“ດອກກຸຫລາບ” ເຊິ່ງກຸຫລາບນັ້ນ ກໍບໍ່ແມ່ນ ກຸຫລາບທຳມະດາ ແຕ່ເປັນ ກຸຫລາບທີ່ມີສີທອງ ເຊິ່ງເປັນສາຍພັນທີ່ມີຄວາມສວຍງາມຫລາຍ ແລະ ບໍ່ແມ່ນສາຍພັນທີ່ພົບໄດ້ທົ່ວໄປ…
ເພງ “ກ້ຽວສາວແຄມງື່ມ” ໆ ຖືວ່າເປັນເພັງທຳອິດ ທີ່ ທ່ານ ຈັນສົມ ຫລື ສໍ. ແສງສີຣິວັນ ໄດ້ແຕ່ງ ແລະ ໃຫ້ ຄຳເຕີມ ຊານຸບານ ແລະ ນາງ ສິມມະລີຮ້ອງ ຮ້ອງ ເຊິ່ງເພງໆນີ້ ໃນການນໍາເຂົ້າແຂ່ງຂັນ ຫຼື ເຂົ້າງເສັງເພງໃນລະຫວ່າງປີ ໑໙໖໐ ນັ້ນ ແມ່ນໄດ້ທີນຶ່ງ 
ທ່ານອາຈານ ຈັນສົມ ຫລື ສໍ ແສງສິຣິວັນ ຜູ້ປະພັນເພງ “ກ້ຽວສາວແຄມງື່ມ” ເຄີຍເວົ້າວ່າ: ຄໍາເຕີມ ຊານຸບານ ແລະ ນ.ສິມມະລີ ແມ່ນນັກຮ້ອງຄູ່ທຳອິດ ທີ່ໄດ້ຮ້ອງເພງນີ້ ໂດຍສະເພາະໄດ້ຮ້ອງໃນການເສັງເພງນຳກັນ ແຕ່ ເມື່ອເວລາ ເອົາເພງນີ້ໄປເຂົ້າຫ້ອງອັດສຽງ ແລະ ອັດແຜ່ນ(ແຜ່ນສຽງຂີ້ຄັ່ງ) ນັ້ນ ພັດແມ່ນ ຄໍາເຕີມ ຊານຸບານ ໄດ້ຮ້ອງຄູ່ກັບ ສົມຟອງ ຊົງມີໄຊ ແລະ ນັບແຕ່ການອັດເພງ ນີ້ເປັນຕົ້ນມາ ໄດ້ເຮັດໃຫ້ ຄຳເຕີມ ຊານຸບານ ເປັນທີ່ຮູ້ຈັກຂອງນັກຟັງເພງ ແລະ ມີຊື່ສຽງແຕ່ນັ້ນມາ.
ຫາກຈະຖາມຫາສາເຫດວ່າເປັນຫຍັງ ເພງ: ກຽວສາແຄມງື່ມ ຈຶ່ງໄດ້ຮັບຄວາມ ນິຍົມ ມາເຖິງ ປັດຈຸບັນນີ້ ທັງທີ່ເພງນີ້ ມີອາຍຸປະມານຫ້າສິບປີແລ້ວ ແລະ ເປັນເພງທີ່ມີນັກຮ້ອງ ຫລາຍຄົນນຳມາຮ້ອງ ທັງໃນເວລທີງານຕ່າງໆ ແລະ ອັດແຜ່ນຂາຍ. ຄຳຕອບງ່າຍໆກໍ ຄົງເປັນເພາະວ່າ ເພງນີ້ເປັນເພງຮ້ອງຄູ່ ຖາມຕອບກັນກ່ຽວກັບຄວາມຮັກທີ່ມີການ ນຳ ເອົາສະພາບແວດລ້ອມ ອ້ອມ ຕົວປຽບທຽບ ແລະ ເປັນຄວາມຮັກທີ່ມີການຮຽກຮ້ອງໃຫ້ ແຕ່ລະຝ່າຍມີການຍຶດ ໝັ້ນໃນຄຳສັນຍາ, ເນື້ອໃນເລົ່ານີ້ມັນໄດ້ຕິດພັນກັບຊີວິດຈິດໃຈ ຂອງຊາວບ້ານ ຫລື ຂອງຄົນເຮົາ. ເດີມທີເພງນີ້ມັນເປັນເພງຊ້າ ແຕ່ວ່າປັດຈຸບັນ ມີການ ນຳມາຮ້ອງເປັນຈັງຫວັະລຳວົງ ແລະ ຈັງຫວະອື່ນໆ ເພື່ອໃຫ້ເຂົ້າກັບຄ່ານິຍົມຂອງ ຄົນມັກມ່ວນ.
(ຂອບໃຈທີ່ຕິດຕາມ ຍັງມີອີກຫລາຍເພງທີ່ດັງເປັນອຳມະຕະຈະສະເໜີໃນມື້ໜ້າ)
...ຢ່າລືມເພີ່ມເຕີມ ແລະ ຕຳນິຊ່ວຍແດ່ເດີ້...

No comments:

Post a Comment