07 February 2014

ມັນມີຫຍັງຫວາ...ຄືມາພິພຶກພິໂລແທ້ນໍ້...

ລາຍການ “ສົ່ງເສີມສິນລະປິນ” ມື້ວັນເສົາ 8 ກຸມພາ 2014 ທາງລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30 am ອາທິດນີ້ ຈະນຳສະ ເໜີກ່ຽວກັບຜົນງານຂອງນັກແຕ່ງ ເພງຄົນໜຶ່ງ ເຊິ່ງເພງຂອງເຂົາກຳລັງດັງຫລາຍ ໃນຄື້ນວິທະຍຸກະຈາຍສຽງ ເວົ້າໄດ້ວ່າ ທົ່ວປະເທດລາວເລີຍລະ....
ວາດວາທະສິນ ຫລື ອາຈານ ວາດ ວາທະສິນ ເປັນຄົນ ບ້ານ ເລົ່າອາຮຸຍ ເມືອງຈຳພອນ ແຂວງ ສະຫວັນນະເຂດ, ເປັນເຜົ່າພູໄທ(ບ້ານເພິ່ນບໍ່ໄກຈາກ ບ້ານດອນແດງ ໜອງປາຝາ ພໍເທົ່າໃດ) ດຽວນີ້ ເພິ່ນໄປທຳມາຫາກິນ ຢູ່ປະເທດໃກ້ຄຽງເຮົານີ້ລະ ແຕ່ກໍຍັງສົ່ງເສີມນັກຮ້ອງລາວຫລາຍຄົນ ດ້ວຍການແຕ່ງ ແລະ ອັດເພງໃຫ້....
ໂດຍທົ່ວໄປ ການປະພັນເພງຂອງ ວາດ ວາທະສິນ ຈະເປັນປະເພດເພງ ລູກທົ່ງນ້ານນາ ແລະ ລຳທ້ອງຖິ່ນຂອງແຂວງສະຫວັນນະເຂດເປັນສ່ວນໃຫຍ່ ແລະ ການປະພັນເພງນັ້ນແມ່ນ ເພິ່ນໄດ້ເນັ້ນການໃຊ້ຄຳສັບພື້ນໆ ຫລື ທຳມະດາໆ ດັ່ງເພງທີ່ກຳລັງດັງຢູ່ດຽວນີ້...
ຈາກເພງທ່ອນທຳອິດເຮົາຈະເຫັນໄດ້ວ່າ ການເລີ່ມຕົ້ນຂອງເພງແມ່ນຜູ້ປະພັນໄດ້ ນ້ອມເອົາສະພາບແວດລ້ອມກ່ອນຈະກ້າວສູ່ເນື້ອໃນ. ການໃຊ້ຄຳວ່າ: ສະແຫຼງ, ອໍ່າລໍ່າໆ, ຊ້ຳຊີວີ, ດັງວື່ງໆ… .ລ້ວນແລ້ວແຕ່ເປັນຄຳເວົ້າທີ່ມັກໄດ້ຍິນໃນທ້ອງ ຖິ່ນມາດົນນານ…ແລະ ໃນບາງທ່ອນ(ວັກ)ເຮົາຈະໄດ້ຍິນຄຳວ່າ:“ມະຫາໄລ” ເຊິ່ງໝາຍເຖິງ “ມະຫາວິທະຍາໄລ” ນັ້ນລະ ແຕ່ວ່າຄົນສາມັນທົ່ວໄປມັກເວົ້າວ່າ “ມະຫາໄລ” ສ່ວນເນື້ອໃນຂອງເພງທີ່ຝ່າຍຍິງ ບອກວ່າ: ຈຳໃຈຈາກໄກນ້ອງ ທັງທີ່ເຮົາສອງມີສຳພັນໃຈ ແລະ ຝ່າຍຊາຍຕອຍວ່າ: ອ້າຍແສນຫ່ວງນວນນ້ອງ ສຳພັນເຮົາສອງ ຜູກພັນໝັ້ນໝາຍ ແລະ ໃນນີ໊ມີຄຳທີ່ໃຊ້ກັນມາ ດົນໆໆໆ ຫລາຍຄຳສັບທີ່ຕິດພັນກັບສັງຄົມ ຫລື ຊີວິດສັງຄົມ.
ເພງສອງເພງນີ້ ສອງທ່ອນທ້າຍຂອງເພງ ແມ່ນມີຈຸດທີ່ກິນໃຈຫລາຍ ເພາະນັກ ປະພັນ ໄດ້ນຳເອົາຄວາມເຊື່ອຂອງຄົນໃນທ້ອງຖິ່ນ ແລະ ຄ່ານິຍົມຂອງ ໄວໜຸ່ມ ໃນຍຸກສະໄໝມາຮວມກັນຢູ່ຈຸດດຽວ ເພື່ອສ້າງມະໂນພາບທີ່ມີພະລັງໃຫ້ແກ່ຄົນຟັງ ຂໍແຍກອອກເປັນສ່ວນໆ ດັ່ງນີ້:
- ຄວາມເຊື່ອເລື່ອງຂອງ“ໝໍ້ໜຶ້ງ” ຫລື “ຜີໝໍ້ໜຶ້ງ” ເຊິ່ງມີຫລາຍທ້ອງຖິ່ນໄດ້ເຊື່ອ ຖືກັນມາດົນນານ ແລະ ເຊື່ອວ່າບາງທ້ອງຖິ່ນຂອງແຂວງສະຫວັນນະເຂດ ກໍຄົງ ເຄີຍມີຄວາມ ເຊື່ອເຫລົ່ານີ້. ປັດຈຸບັນ ຍັງປະກົດເຫັນຫລາຍຄົນເອົາ ດອກໄມ້ທູບ ທຽນມາບູຊາໝໍ້ໜຶ້ງ ແລະ ເຕົາໄຟ ໃນມື້ດັບ-ວັນສິນ ເພື່ອເປັນການ ຮູ້ຄຸນທີ່ໃຫ້ ຄວາມຢູ່ດີກິນດີແກ່ຄອບຄົວ, ໃນບາງບ່ອນ ຍັງມີການເຊື່ອກັນ ວ່າ: “ຜີໝໍ້ໜຶ້ງ” ສາມາດຊ່ວຍເຫລືອເຢົາຢາໄດ້ຫລາຍຢ່າງ ເຊັ່ນ: ເວລາລູກຫລານໄປຊອກຢູ່ຫາ ກິນໃນປ່າທີ່ເຂັດຂວາງ ຫລື ຫຼົງປ່າຫລົງດົງ ຈົນຂວັນ ຫາຍ ເວລາມາບ້ານແລ້ວຜູ້ ເຖົ້າຜູ້ແກ່ກໍຈະມາເອີ້ນຂວັນ ຜ່ານໝໍ້ໜຶ້ງເຂົ້າ ຫລື ໝາຫລົງ ປ່າ, ງົວຄວາຍບໍ່ມາ ແຫລ່ງ-ຊອກຫາບໍ່ເຫັນ ກໍເອີ້ນຫາ ເອີ້ນໃສ່“ໝໍ້ໜຶ້ງ”, ຄົນທີ່ສະຫລົບ ສະໄຫລ, ຟາງຕາຍ ຫລື ຕາຍໃໝ່ໆ ກໍເອີ້ນຂວັນໃສ່“ໝໍ້ໜຶ້ງ” ເພື່ອໃຫ້ຂວັນກັບມາສູ່ເນື້ອສູ່ ຄີງ ຫລື ແມ່ນແຕ່ການເຈັບເປັນທີ່ໝົດທາງປິ່ນປົວກໍຈະມີການເອີ້ນຫາ ແລະ ວິ້ງວອນຜີ“ໝໍ້ໜຶ້ງ” ເພື່ອໃຫ້ຊ່ວຍຮັກສາເປັນຕົ້ນ…
ເວົ້າໄດ້ວ່າ ການ“ເອີ້ນໃສ່ໝໍ້ໜຶ້ງ” ວິ້ງວອນຫາສິ່ງໃດສິ່ງໜຶ່ງນັ້ນ ແມ່ນ ທາງເພິ່ງ ສຸດທ້າຍທາງໃຈ ເໝືອນດັ່ງເພງຮ້ອງວ່າ: ເບິດປັນຍາແລ້ວ ບໍ່ມີແນວມາເປັນທີ່ເພິ່ງ ຈຶ່ງເອີ້ນອ້າຍໃສ່ໝໍ້ໜຶ້ງ ຖອດຄວາມຄິດເຖິງ ຈາກໃຈໄປຫາ ໜຸ່ມມະຫາໄລ ຫລືວ່າອ້າຍ ໄປມີພັນຍາ ເວົ້າໃຫ້ຟັງກໍໄດ້ດອກໜາ ຫາກຕັດໃຈລາ ຊິກັ້ນໃຈລືມ… ແລະແນ່ນອນ ຄຳເວົ້າກິນໃຈ ສຳນວນສຸດທ້າຍທີ່ມີໃນເພງ ແມ່ນສຸດຍອດກະດອງໃຈ ສຳລັບຄົນທີ່ເຄີຍຮັກກັນ.
- ການເພິ່ງພາເຕັກໂນໂລຍີ: ໃນເພງຮ້ອງຕອບກັນນີ້ແມ່ນໄດ້ເຂົ້າເຖິງບັນຫາ ຂອງໄວ ໜຸ່ມໂດຍກົງ ເຊິ່ງກຳລັງເປັນກະແສທີ່ມາແຮງໃນຂະບວນການສື່ສານ ໄຮ້ພົມແດນ ນັ້ນກໍຄືການນຳໃຊ້: ໂທລະສັບ, ຂໍ້ຄວາມ ຫລື Massage ແລະ Facebook ໃນການຕິດຕໍ່ສື່ ສານຫາກັນ ເຊິ່ງໄວໜຸ່ມ ກໍແມ່ນກຸ່ມທີ່ຫລິ້ນ ແລະ ມົວເມົາສິ່ງນີ້ຫລາຍທີ່ສຸດ.
ແຕ່ສິ່ງທີ່ ຜູ້ຂ້າຂໍຍ້ອງຍໍນັກປະພັນກໍຄື ການສ້າງພຶດຕິກຳທີ່ດີໃຫ້ແກ່ຕົວລະຄອນ ທີ່ເປັນນັກສຶກສາ ທີ່ໃສ່ໃຈຕໍ່ການຮຽນ ໂດຍບໍ່ຫັນໄປສົນໃຈໃນການທ່ອງ ໂລກອິນເຕີເນັທ ເຊິ່ງຖືວ່າເປັນແບບຢ່າງ ທີ່ດີແກ່ນັກຮຽນ-ນັກສຶກສາ ໃນປັດຈຸບັນ.
ລວມແລ້ວ ເພງສອງເພງທີ່ຮ້ອງຕອບກັນນີ້ ໄດ້ນຳໃຊ້ການສື່ສານບົນຄວາມ ເຊື່ອແບບ ບູຮານນະການ ກັບການສື່ສານແບໃໝ່ທີ່ມີວິທະຍາສາດມາຮວມກັນ ໄວ້ໃນເພງດຽວ ເພື່ອສ້າງສີສັນອັນສວຍງາມ ແລະ ພະລັງໃຈອັນຍິ່ງໃຫຍ່ແກ່ຄວາມ ຮັກຂອງໜຸ່ມສາວໃນໄວຮຽນ-ໄວສຶກສາ .....
ຍາວເນາະ ຫລາຍຄົນມີຄຳຄິດເຫັນແນວໃດ ກໍຄອມແມນລຸ່ມນີ້ໄວ້ເດີ້
ນີ້ເປັນພຽງທັດສະນະສ່ວນຕົວ ຕໍ່ເພງ“ເອີ້ນອ້າຍໃສ່ໝໍ້ໜຶ່ງ ແລະ ໝໍ້ໜຶ້ງຮ້ອງຄືນ້ອງເອີ້ນຫາ” ທີ່ ວາດ ວາທະສິລປ໌ ແຕ່ງ.
(ຂອບໃຈທີ່ຕິດຕາມ)
ລາຍການສົ່ງເສີມສິນລະປິນລາຍການນີ້ມີໃຫ້ທ່ານໄດ້ຮັບຟັງທຸກໆມື້ວັນເສົາ ທາງລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30 am ເດີ້... 

No comments:

Post a Comment