ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ (18-21/3/2006)
ໄດ້ດຳເນີນແຕ່ວັນທີ 18 ຫາ ວັນທີ 21 ເດືອນ ມີນາ ປີ 2006, ທີ່ນະຄອນຫລວງວຽງຈັນ; ພາຍໃຕ້ການເປັນ ປະທານຂອງສະຫາຍ ຄຳໄຕ ສີພັນດອນ, ປະທານ ຄະນະບໍລິຫານງານສູນກາງພັກ; ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງນີ້ ມີຜູ້ແທນ 498 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ຈຳນວນ 148.590 ສະຫາຍ ຢູ່ບັນດາຂະແໜງການ ອ້ອມຂ້າງສູນກາງ, ທ້ອງຖິ່ນ ແລະຮາກຖານຕ່າງໆ ໃນທົ່ວປະເທດ;
- ກອງປະຊຸມຄັ້ງນີ້ ໄດ້ເລືອກເອົາ 55 ສະຫາຍ ເປັນຄະນະບໍລິຫານງານສູນກາງພັກ ເລືອກເອົາ ສະຫາຍ ຈູມມາລີ ໄຊຍະສອນ ເປັນເລຂາທິການໃຫຍ່, ກົມການເມືອງ ປະກອບມີ 11 ສະຫາຍ, ເລືອກຕັ້ງເອົາຄະນະເລຂາທິການ ສູນກາງພັກ 7 ສະຫາຍ, ເລືອກເອົາປະທານ ແລະ ຮອງປະທານ ຄະນະກຳມະການກວດກາພັກຂັ້ນສູນກາງ ຈຳນວນ 3 ສະຫາຍ.
ສັງລວມຫຍໍ້ເນື້ອໃນຂອງມະຕິ ມີດັ່ງນີ້ :
1) ສະຫລຸບຕີລາຄາການປະຕິບັດແນວທາງປ່ຽນແປງໃໝ່ ໃນ 20 ປີ ແລະ ການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ ໂດຍມີຂໍ້ສະຫລຸບ ທີ່ສໍາຄັນ ແລະ ຕົ້ນຕໍ ດັ່ງນີ້: 1.1- ແນວທາງປ່ຽນແປງໃໝ່ ແມ່ນຖືກຕ້ອງສອດຄ່ອງກັບສະພາວະຄວາມເປັນຈິງທາງ ດ້ານເສດຖະກິດສັງຄົມຂອງປະເທດເຮົາ, ຖືກກັບຄວາມມຸ່ງມາດປາຖະໜາ ຂອງປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນ ແລະ ໄດ້ຮັບການ ສະໜັບສະໜູນຈາກພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ, ເປັນປັດໄຈ ຮັບປະ ກັນສະຖຽນລະພາບທາງການເມືອງ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ.
1.2- ແນວທາງປ່ຽນແປງໃໝ່ໄດ້ສ້າງເງື່ອນໄຂ ແລະ ກາລະໂອກາດໃໝ່ໃຫ້ແກ່ ການຂຸດຄົ້ນກຳລັງແຮງສັງລວມພາຍໃນຊາດ ສົມທົບກັບກຳລັງແຮງຂອງ ສາກົນເຂົ້າໃນການພັດທະນາ, ເຮັດໃຫ້ເສດຖະກິດແຫ່ງຊາດມີຊີວິດຊີວາ ແລະຂະຫຍາຍຕົວຕໍ່ເນື່ອງຕະຫລອດໄລຍະ 20 ປີ ໃນລະດັບ ສະເລ່ຍ 6,2%, ເຊິ່ງເຮັດໃຫ້ລວມຍອດຜະລິດຕະພັນພາຍ ໃນໄລ່ສະເລ່ຍຕາມຫົວຄົນເພີ່ມຂຶ້ນກວ່າ 2 ເທົ່າຕົວ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນລື່ນແຕ່ກ່ອນຢ່າງຈະແຈ້ງ.
1.3- ແນວທາງປ່ຽນແປງໃໝ່ໄດ້ກຳນົດທິດທາງຢ່າງຖືກຕ້ອງ ແລະ ຮັບປະກັນການປັບປຸງບູລະນະລະບົບການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ, ເປັນຕົ້ນ ແມ່ນໄດ້ເຮັດ ໃຫ້ບົດບາດ ການນຳພາຂອງພັກໄດ້ຮັບການເຊີດຊູສູງຂຶ້ນ ແລະ ເຮັດໃຫ້ຄວາມສາມັກຄ ີປອງດອງ ຂອງປວງຊົນລາວບັນດາເຜົ່າແໜ້ນແຟ້ນຂຶ້ນ. ພ້ອມກັນນັ້ນກໍເຮັດໃຫ້ການພົວພັນຮ່ວມມືກັບຕ່າງປະເທດ ນັບມື້ນັບເປີດກວ້າງ ອອກ ແລະ ບົດບາດ ອິດທິພົນຂອງພັກ ກໍຄື ຂອງປະເທດເຮົາສູງເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ.
2) ກອງປະຊຸມໃຫຍ່ ໄດ້ຢືນຢັນ ກ່ຽວກັບການເສີມຂະຫຍາຍ 5 ບົດຮຽນແຫ່ງການປ່ຽນແປງໃໝ່ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນຂັ້ນຕໍ່ໄປ ຄື :
2.1- ຕ້ອງສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ທົ່ວປວງຊົນ ຕິດແໜ້ນກັບການເຊີດຊູນ້ຳໃຈຮັກຊາດ, ເສີມຂະຫຍາຍຈິດໃຈ ເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຖືອັນນີ້ເປັນປັດໄຈຕັດສິນຜົນສຳເລັດຂອງພາລະກິດປ່ຽນແປງໃໝ່.
2.2- ຕ້ອງຢຶດໝັ້ນໃນແນວທາງ ອີງໃສ່ປະຊາຊົນ, ເສີມຂະຫຍາຍກຳລັງແຮງອັນມະຫາສານຂອງປະຊາຊົນ ແລະ ເຮັດທຸກສິ່ງ ທຸກຢ່າງເພື່ອຜົນປະໂຫຽດ ຂອງປະຊາຊົນ, ເດັດດ່ຽວສະກັດກັ້ນ ແລະ ກຳຈັດປັດເປົ່າ ພະຍາດ ອາດຍາສິດ.
2.3- ປ່ຽນແປງໃໝ່ ຕ້ອງຮັບປະກັນສະຖຽນລະພາບທາງການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເອົາບັນຫານີ້ເປັນພື້ນຖານ ໃຫ້ແກ່ການສ້າງສາພັດທະນາ; ການສືບຕໍ່ພາລະກິດ ປ່ຽນແປງໃໝ່ ຕ້ອງດຳເນີນໄປຢ່າງຄົບຊຸດ, ຮອບຄອບ ດ້ວຍບາດກ້າວອັນເໝາະສົມ ໂດຍຢຶດ ໝັ້ນ 6 ຫລັກການ ພື້ນຖານ.
2.4- ປັບປຸງ ແລະ ເພີ່ມທະວີບົດບາ ນຳພາຂອງພັກ ໃນທຸກຂົງເຂດວຽກງານ, ພ້ອມກັນນັ້ນ ກໍ່ເຊີດຊູຄວາມສັກສິດ ແຫ່ງການຄຸ້ມຄອງຂອງລັດຕາມກົດໝາຍ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຮັບປະກັນໃຫ້ການສ້າງສາ ພັດທະນາ ດຳເນີນໄປຖືກຕາມແນວທາງ ແລະຈຸດໝາຍຂອງພັກ.
2.5- ຕັ້ງໜ້າປະຕິບັດທິດນຳແຫ່ງການເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ ສົມທົບກັບກຳລັງແຮງຂອງຍຸກສະໄໝ, ຍາດແຍ່ງເອົາການສະໜັບສະໜູນ ຊ່ວຍເຫລືອຈາກສາກົນຢ່າງມີຫລັກການ ເພື່ອຊຸກຍູ້ການສ້າງສາ ພັດທະນາປະເທດຊາດ ໃຫ້ກາວໜ້າຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
3)ໂດຍກຳແໜ້ນທ່າອ່ຽງລວມຂອງສະພາບແວດລ້ອມສາກົນ ແລະສະພາວະຄວາມເປັນຈິງທາງດ້ານ ເສດຖະກິດ-ສັງຄົມ ຂອງປະເທດເຮົາ, ກອງປະຊຸມໃຫຍ່ ໄດ້ເຫັນພ້ອມຮັບຮອງເອົາຄາດໝາຍສູ້ຊົນ ສຳລັບໄລຍະຮອດປີ 2020 ແລະປີ 2010 ດັ່ງນີ້:
3.1 ເມື່ອຮອດປີ 2020 :
- ປະເທດເຮົາຕ້ອງຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ, ເປັນປະເທດທີ່ມີຄວາມໝັ້ນຄົງທາງການເມືອງ ແລະ ມີຄວາມສະຫງົບປອດໄພທາງສັງຄົມ ທີ່ໜັກແໜ້ນ;- ເສດຖະກິດຂະຫຍາຍ ຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງ ດ້ວຍຈັງວະໄວພໍສົມຄວນ;
- ປະຊາຊົນມີຊີວິດການເປັນຢູ່ ລື່ນລະດັບປັດຈຸບັນ 3 ເທົ່າ, ເສດຖະກິດແຫ່ງຊາດມີພື້ນຖານອັນໝັ້ນຄົງ ດ້ວຍໂຄງປະກອບກະສິກຳ-ປ່າໄມ້ ຕິດແໜ້ນ ກັບອຸດສາຫະກຳ ແລະ ການບໍລິການ ທີ່ມີຄວາມສົມສ່ວນ ແລະ ຕັ້ງໜ້າ, ມີຄວາມສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນ;
- ບັນດາພາກສ່ວນເສດຖະກິດ ລ້ວນແຕ່ມີກຳລັງແຮງ ແລະ ຂະຫຍາຍຕົວຢ່າງກົມກຽວ, ໃນນັ້ນ ພາກສ່ວນເສດຖະກິດຂອງລັດ ແລະ ພາກສ່ວນເສດຖະກິດ ຮ່ວມມືຂອງປະຊາຊົນ ກວມສ່ວນຫລາຍ ໃນເສດຖະກິດແຫ່ງຊາດ;
- ເສດຖະກິດຕະຫລາດທີ່ມີການຄຸ້ມຄອງຂອງລັດ ໄດ້ເປັນລະບົບ ແລະ ມີປັດໄຈພື້ນຖານ ແຫ່ງການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ.
- ລະບົບການເມືອງປະຊາທິປະໄຕ ປະຊາຊົນ ທີ່ມີພັກເປັນແກນນຳ ມີຄວາມໜັກແໜ້ນ, ທາດແທ້ຂອງລັດ ທີ່ເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ສະແດງອອກຢ່າງຈະແຈ້ງ, ສິດທິຂອງພົນລະເມືອງ ມີການຮັບປະກັນ ດ້ວຍການຄຸ້ມຄອງຕາມກົດໝາຍຢ່າງສັກສິດ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນ ແລະ ມີເງື່ອນໄຂພັດທະນາຕົນເອງທີ່ດີຂຶ້ນ ໂດຍມີລະດັບການສຶກສາຈົບຊັ້ນປະຖົມ ໃນນັ້ນ ສ່ວນໃຫຍ່ ແມ່ນຈົບມັດທະຍົມ ຕອນຕົ້ນ ແລະ ໄດ້ຮັບການບໍລິການດ້ານສາທາລະນະສຸກ ຢ່າງທົ່ວເຖິງ ແລະ ມີຄຸນນະພາບ;
- ວັດທະນະທຳອັນດີງາມຂອງຊາດໄດ້ຮັບການປົກປັກຮັກສາ ແລະ ພັດທະນາໃຫ້ອຸດົມຮັ່ງມີຕື່ມອີກ;
- ສປປລາວ ມີການພົວພັນຮ່ວມມືອັນກວ້າງຂວາງກັບສາກົນ ເພື່ອນຳເອົາຜົນປະໂຫຍດມາໃຫ້ປະເທດຊາດ ແລະ ສາມາດເຂົ້າຮ່ວມກັບປະຊາຄົມໂລກ ໃນພາ ລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາ.
3.2 - ສຳລັບໄລຍະ ແຕ່ 2006 ຮອດປີ 2010 ແມ່ນ:
- ເຮັດໃຫ້ທົ່ວປະເທດມີສະຖຽນລະພາບອັນໜັກແໜ້ນ, ສ້າງເງື່ອນໄຂອຳນວຍໃຫ້ເສດຖະກິດຂະຫຍາຍຕົວ ໃນລະດັບຕໍ່ເນື່ອງ, ບັນລຸຄາດໝາຍ 7,5% ຂຶ້ນໄປ ໃນແຕ່ລະປີ, ດ້ວຍການພັດທະນາຂະແໜງການກະສິກຳ-ປ່າໄມ້ ຕິດແໜ້ນກັບອຸດສາຫະກຳ ແລະ ການບໍລິການຢ່າງແຂງແຮງ ແລະມີຈຸດສຸມ.
- ສ້າງໂຄງປະກອບທີ່ມີຄວາມສົມສ່ວນຫລາຍຂຶ້ນ ແລະ ມີດ້ານທັນສະໄໝ, ເສີມຂະຫຍາຍກຳລັງແຮງຂອງທຸກພາກສ່ວນເສດຖະກິດ ແລະ ການພົວພັນ ຮ່ວມມືກັບຕ່າງປະເທດຢ່າງແຂງແຮງ.
- ບົນພື້ນຖານການຜະລິດກະສິກຳທີ່ໜັກແໜ້ນ ແລະ ການຂຸດຄົ້ນຂະແໜງການ ທີ່ເປັນທ່າແຮງຢ່າງມີປະສິດທິຜົນນັ້ນ ການຖາງປ່າເຮັດໄຮ່ປູກເຂົ້າ ຕ້ອງຢຸດຕິ ຢ່າງສິ້ນເຊີງ ໂດຍມີອາຊີບໃໝ່ປ່ຽນແທນທີ່ໝັ້ນຄົງ, ຄອບຄົວທີ່ທຸກຍາກ ໄດ້ຮັບການແກ້ໄຂໂດຍພື້ນຖານ.
- ປະເທດເຮົາມີພື້ນຖານໂຄງລ່າງເສດຖະກິດ-ເຕັກນິກ, ວັດທະນະທຳ, ວິທະຍາສາດ ແລະ ບຸກຄະລາກອນທີ່ມີຄຸນນະພາບ ຈຳນວນໜຶ່ງ ເພື່ອຮອງຮັບການຫັນ ເປັນທັນສະໄໝ;
- ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທຳ ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຕື່ມ; ລາຍໄດ້ສະເລ່ຍຢູ່ໃນລະດັບ 800 ໂດລາ ຕໍ່ຄົນຕໍ່ປີ.
4)- ສູ້ຊົນປະຕິບັດ 7 ທິດທາງ, ໜ້າທີ່ລວມ ດັ່ງນີ້ :
4.1- ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ຄວາມເປັນປຶກແຜ່ນໃນທົ່ວປວງຊົນ, ຍົກສູງຈິດໃຈສູ້ຊົນ, ຄວາມດຸໝັ່ນປະດິດສ້າງ ແລະ ນ້ໍາໃຈຮັກຊາດ ເອກະລາດ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ໂດຍຖືເອົາການ ພັດທະນາເສດຖະກິດເປັນໃຈກາງ, ຍູ້ແຮງການເຕີບໂຕທາງເສດຖະກິດ ຕິດພັນກັບການແກ້ໄຂບັນຫາສັງຄົມ, ຮັບປະກັນໃຫ້ການຂະຫຍາຍ ຕົວດຳເນີນ ໄປຖືກ ຕາມຈຸດໝາຍສັງຄົມນິຍົມ, ກ້າວໄປທັນກັບກະແສການພັດທະນາຂອງໂລກ, ກຳຈັດພະຍາດອາດຍາສິດ ແລະ ການສໍ້ລາດບັງຫລວງ; ສະກັດກັ້ນການ ຫັນປ່ຽນໂດຍສັນຕິ ຂອງອິດທິກຳ ລັງປໍລະປັກ.
4.2- ຂຸດຄົ້ນຄວາມອາດສາມາດບົ່ມຊ້ອນຢູ່ພາຍໃນປະເທດຢ່າງສຸດຂີດ ໂດຍອີງໃສ່ຄົນລາວ ແລະ ຊັບພະຍາກອນຂອງຊາດທີ່ເຮົາມີ ສົມທົບກັບການ ເປັນເຈົ້າການຍາດແຍ່ງເອົາການຮ່ວມມືຈາກພາຍນອກ; ເພີ່ມທະວີການ ພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ເພີ່ມຄວາມເປັນເຈົ້າການ ແລະ ຄວາມສາມາດແຂ່ງຂັນໃຫ້ສູງຂຶ້ນ ໃນການເຊື່ອມໂຍງກັບບັນດາປະເທດໃນພາກພື້ນ ແລະໃນໂລກ ເພື່ອຍູ້ການຜະລິດ ແລະ ການ ບໍລິການໃຫ້ຂະຫຍາຍຕົວ; ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງຄວາມຮັ່ງມີເຂັ້ມແຂງໃຫ້ແກ່ປະເທດຊາດ.
4.3- ຂະຫຍາຍກຳລັງການຜະລິດ ຕິດພັນກັບການສ້າງ ແລະ ປັບປຸງການພົວພັນການຜະລິດໃຫ້ສອດຄ່ອງ ດ້ວຍການເສີມຂະຫຍາຍກຳລັງແຮງ ແລະ ຄຸນປະໂຫຍດຂອງທຸກພາກສ່ວນເສດຖະກິດ ໄປຄຽງຄູ່ກັບການປັບປຸງ ແລະກໍ່ສ້າງພາກສ່ວນເສດຖະກິດຂອງລັດ ແລະ ພາກສ່ວນເສດຖະກິດຮ່ວມມື ຂອງປະຊາຊົນໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນ ເພື່ອເປັນຫລັກແຫລ່ງ ແລະ ສາມາດດຳລົງບົດບາດເປັນເຈົ້າພາທາງ; ປະຕິບັດການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ບົນພື້ນຖານການນຳໃຊ້ເຕັກໂນໂລຢີໃໝ່ເຂົ້າໃນບາງຂົງເຂດ, ບາງຂະແໜງການທີ່ເປັນທ່າແຮງ ແລະ ເສດຖະກິດຊົນນະບົດ ເຊັ່ນ: ກະສິກຳ-ປ່າໄມ້, ອຸດສາຫະກຳປຸງແຕ່ງ, ຂະແໜງໄຟຟ້າ ໂດຍສະເພາະ ໄຟຟ້ານ້ຳຕົກ; ການບໍລິການທາງຜ່ານ, ການທ່ອງທ່ຽວ ແລະ ຂະແໜງບໍ່ແຮ່ ເພື່ອສ້າງໂຄງປະກອບ ເສດຖະກິດ ກະສິກຳ-ປ່າໄມ້ ຕິດພັນກັບອຸດສາຫະກຳ ແລະ ການບໍລິການ ກໍຄື ໂຄງປະກອບເສດຖະກິດ ຕາມເຂດແຄວ້ນ ໃຫ້ເປັນຕົນ ເປັນຕົວຂຶ້ນຢ່າງສອດຄ່ອງໃນທົ່ວປະເທດ.
4.4- ຕັ້ງໜ້າສົ່ງເສີມເສດຖະກິດຄອບຄົວ (ເສດຖະກິດຄອບຄົວ ທຳມະດາ, ເສດຖະກິດຄອບຄົວແບບເປີດກວ້າງ) ເພື່ອຍົກລະດັບລາຍໄດ້ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໄປພ້ອມກັບການລົງທຶນເປັນໂຄງການ ຕາມບໍລິເວນເຂດແຄວ້ນທີ່ເປັນຈຸດສຸມ ເພື່ອຊ່ວຍໜູນເສດຖະກິດຄອບຄົວໃຫ້ຂະຫຍາຍຕົວ. ພ້ອມກັນນັ້ນກໍ່ສ້າງການສະສົມເພື່ອມີທຶນຮອນພັດທະນາຢ່າງເປັນ ເຈົ້າການໃນຂັ້ນຕໍ່ໄປ.
4.5- ເອົາໃຈໃສ່ພັດທະນາການສຶກສາ, ສາທາລະນະສຸກ ແລະ ວັດທະນະທໍາ ແນໃສ່ສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ, ມີສີມື, ມີວິຊາການ ແລະ ພະລານາໄມສົມບູນໃຫ້ໄດ້ ເພື່ອສາມາດຕອບສະໜອງ ຄວາມຮຽກ ຮ້ອງຕ້ອງການຂອງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ
4.6- ສືບຕໍ່ປັບປຸງລະບົບການເມືອງ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສຶກສາອົບຮົມ ແລະ ບຳລຸງຖັນແຖວສະມາຊິກພັກ ໃຫ້ເປັນແບບຢ່າງ ນຳໜ້າໃນການປະຕິບັດໜ້າທີ່ວຽກງານ ແລະ ການດຳລົງຊີວິດທີ່ສົດ ໃສກ້າວໜ້າ; ສ້າງລັດເຮົາໃຫ້ເປັນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ; ດຳເນີນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ຕາມລະບຽບກົດໝາຍຢ່າງສັກສິດ, ແກ້ໄຂບັນຫາສັງຄົມ ໃຫ້ມີປະສິດທິພາບ, ເສີມສ້າງ ອະລິຍະທຳທາງດ້ານຈິດໃຈ ແລະ ຄວາມຍຸຕິທຳ ໃນສັງຄົມ.
4.7- ດຳເນີນວຽກງານກໍ່ສ້າງຮາກຖານໃຫ້ໄດ້ດີ ດ້ວຍການດຳເນີນມາດຕະການຫັນວຽກ, ຫັນກຳລັງພະນັກງານ, ພາຫະນະ, ທຶນຮອນລົງສູ່ຮາກຖານ, ລົງເຖິງປະຊາຊົນ; ສຶກສາອົບຮົມ, ຈັດຕັ້ງ ແລະ ນຳພາປະຊາຊົນປະຕິບັດ ວຽກງານຕ່າງໆ ດ້ວຍຄວາມຕື່ນຕົວເປັນເຈົ້າການ ແລະ ເປັນຂະບວນການອັນ ກວ້າງຂວາງ ແລະ ຕໍ່ເນື່ອງຢູ່ແຕ່ລະຮາກຖານ.
ບົນພື້ນຖານທິດທາງໜ້າທີ່ລວມດັ່ງກ່າວ, ກອງປະຊຸມໃຫຍ່ໄດ້ກຳນົດທັດສະນະ ແລະແຜນນະໂຍບາຍໃຫຍ່ຕໍ່ຂົງເຂດວຽກງານຕ່າງໆ ດັ່ງນີ້ :
1) ກຳນົດທັດສະນະ ແລະ ຈຸດໝາຍ ກ່ຽວກັບການພັດທະນາປະເທດ ໂດຍເອົາການພັດທະນາເສດຖະກິດເປັນໃຈກາງ, ສືບຕໍ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໂດຍຖືເອົາການແກ້ໄຂຄວາມທຸກຍາກຂອງຄອບຄົວເປັນ ຈຸດສຸມ, ບືນຕົວສຸດຂີດ ປະຕິບັດຄາດໝາຍສູ້ຊົນ ແກ້ໄຂຄວາມທຸກຍາກ ຂອງຄອບຄົວ ໃຫ້ໄດ້ໂດຍພື້ນຖານ ໃນປີ 2010; ຍູ້ການເຕີບໂຕຂອງເສດຖະກິດແຫ່ງຊາດໃຫ້ບັນລຸຄາດໝາຍ 7,5% ຂຶ້ນໄປໃນແຕ່ລະປີ.2) ເພີ່ມປະສິດທິພາບແຫ່ງການຄຸ້ມຄອງມະຫາພາກຂອງລັດ ຕໍ່ເສດຖະກິດຕະຫລາດ ເພື່ອຮັບປະກັນໃຫ້ເສດຖະກິດ-ສັງຄົມຂອງປະເທດເຮົາຂະຫຍາຍຕົວ ໄປຕາມທິດສັງຄົມນິຍົມ
3) ເພີ່ມຄວາມສາມາດໃນການພັດທະນາຊັບພະຍາກອນມະນຸດ ໃນທຸກດ້ານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໃນໄລຍະໃໝ່, ເອົາໃຈໃສ່ການປະຕິບັດ ນະໂຍ ບາຍສັງຄົມໃຫ້ເໝາະສົມ ໂດຍສອດຄ່ອງກັບເງື່ອນໄຂ ແລະ ຄວາມສາມາດ ຕົວຈິງຂອງ ເສດຖະກິດ ການເງິນຂອງປະເທດເຮົາ.
4) ບູລະນະລັດປະຊາທິປະໄຕ ຕາມທິດສ້າງລັດຂອງປະຊາຊົນ,ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ,ສ້າງລັດເຮົາໃຫ້ເປັນລັດແຫ່ງກົດໝາຍເທື່ອລະກ້າວ ພາຍໃຕ້ການນຳພາຂອງ ພັກ.
5)ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ບົນພື້ນຖານການສ້າງພັນທະພາບກຳມະກອນ, ກະສິກອນ, ນັກຮຽນຮູ້ປັນຍາຊົນ ປະຕິວັດ ໃຫ້ແໜ້ນແກ່ນ ພາຍໃຕ້ການນຳພາຂອງພັກ.
6) ປະຕິບັດແນວທາງປ້ອງກັນຊາດ ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ປົກປ້ອງເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ ຂອງຊາດໄວ້ໃຫ້ໝັ້ນຄົງ, ຮັບປະກັນສະຖຽນລະພາບ ແລະ ຄວາມສະຫງົບ ອັນໜັກແໜ້ນສຳລັບການພັດທະນາເສດຖະກິດ-ສັງຄົມ ແລະການທຳມາຫາກິນ ຂອງປະຊາຊົນ.
7) ສືບຕໍ່ປະຕິບັດແນວທາງການຕ່າງປະເທດທີ່ສ້າງສັນ, ເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ ແລະເປັນເຈົ້າການ, ປະຕິບັດນະໂຍບາຍພົວພັນແບບ ຫລາຍທິດ, ຫລາຍຝ່າຍ ແລະ ຫລາຍຮູບແບບ ບົນພື້ນຖານເຄົາລົບ ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອົນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າ ວຽກງານພາຍໃນຂອງກັນ ແລະ ກັນ,ສະເໝີພາບ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
* ເພື່ອສືບຕໍ່ ນຳພາ-ພາລະກິດປ່ຽນແປງໃໝ່ ໄປສູ່ຈຸດໝາຍຢ່າງມີໄຊ, ກອງປະຊຸມໃຫຍ່ໄດ້ເປັນເອກະພາບກັນຕົກລົງວ່າ: ຕ້ອງຍົກສູງຄວາມສາມາດ ແລະ ເພີ່ມທະວີບົດບາດການ ນຳພາຂອງພັກໃນທຸກດ້ານ, ສ້າງພັກ ໃຫ້ປອດໃສເຂັ້ມແຂງ ແລະໜັກແໜ້ນ. ຢາກເຮັດໄດ້ແນວນັ້ນ ຕ້ອງກຳແໜ້ນບັນດາທິດທາງໜ້າທີ່ ໃຫຍ່ ດັ່ງລຸ່ມນີ້ :
1) ຍົກສູງຄຸນນະພາບຂອງວຽກງານການເມືອງ-ແນວຄິດ ແລະ ເອົາໃຈໃສ່ປັບປຸງວຽກງານຄົ້ນຄວ້າທິດສະດີ ບົນພື້ນຖານຢຶດໝັ້ນທິດສະດີ ມາກ-ເລນິນ, ທາດແທ້ປະຕິວັດຂອງຊົນຊັ້ນກຳມະກອນ ແລະ ອຸດົມການສັງຄົມນິຍົມ ຢ່າງເດັດດ່ຽວ.
2) ເພີ່ມທະວີວຽກງານສ້າງພັກໃຫ້ໜັກແໜ້ນທາງດ້ານການຈັດຕັ້ງ ໂດຍຢຶດໝັ້ນຫລັກການລວມສູນປະຊາທິປະໄຕ, ເສີມຂະຫຍາຍປະຊາທິປະໄຕ ໄປພ້ອມກັບການເພີ່ມທະວີລະບຽບວິໄນພາຍໃນພັກຢ່າງເຂັ້ມງວດ; ຕັ້ງໜ້າ ປັບປຸງລະບອບລະບຽບການ ກ່ຽວກັບການຈັດຕັ້ງຮາກຖານພັັກ ແລະ ກົງຈັກຊ່ວຍວຽກ ຂອງຄະນະພັກທຸກຂັ້ນ.
3) ເຊີດຊູຄວາມເປັນແບບຢ່າງ ນຳໜ້າ ຂອງພະນັກງານ ສະມາຊິກພັກ ໃນທຸກການເຄື່ອນໄຫວວຽກງານ ແລະ ການດຳລົງຊີວິດ.
4) ສືບຕໍ່ປັບປຸງແບບແຜນນຳພາຂອງພັກ ຕາມທິດເສີມຂະຫຍາຍແບບແຜນນຳພາ ຕາມແນວທາງມະຫາຊົນ ອັນເປັນມູນເຊື້ອທີ່ດີງາມຂອງພັກເຮົາ; ພ້ອມກັນນັ້ນ ກໍຕ້ອງເສີມຂະຫຍາຍປະຊາທິປະໄຕພາຍໃນພັກ, ກຳຈັດປັດເປົ່າແບບແຜນອາດຍາສິດ, ອັດຕະວະໄສ ແລະ ຮູບການໃຫ້ໄດ້.
5) ເພີ່ມທະວີ ແລະ ຍົກສູງຄຸນນະພາບຂອງວຽກງານກວດກາ ດ້ວຍການຄົ້ນຄວ້າວາງລະບຽບການ ແລະ ກົນໄກອັນລະອຽດເປັນລະບົບ ເພື່ອປະຕິບັດ ການກວດກາ ຂອງການຈັດຕັ້ງຕໍ່ບຸກຄົນ, ການກວດກາລະຫວ່າງການ ຈັດຕັ້ງດ້ວຍກັນ ກໍຄື ການກວດກາຂອງຂັ້ນລຸ່ມຕໍ່ຂັ້ນເທິງໃຫ້ປົກກະຕິ, ປະສານສົມທົບ ການກວດກາຂອງພັກ, ຂອງລັດ ແລະ ການກວດກາຂອງປະຊາຊົນໃຫ້ເໝາະສົມກົມກຽວ, ປະຕິບັດລະບອບກວດກາ ເພື່ອສະກັດກັ້ນ, ກວດກາ ເພື່ອສົ່ງເສີມ ແລະ ຂະຫຍາຍອັນຕັ້ງໜ້າ ແລະ ປັດໄຈໃໝ່ໃຫ້ດີກວ່າເກົ່າ; ເອົາໃຈໃສ່ປັບປຸງວຽກງານປ້ອງກັນພັກຕື່ມອີກ.
6) ບຳລຸງຖັນແຖວພະນັກງານ ທັງທາງດ້ານຄຸນສົມບັດ ແລະຄວາມສາມາດ, ປັບປຸງ ແລະ ເພີ່ມທະວີຫລັກໝັ້ນການເມືອງໃຫ້ໜັກແໜ້ນ, ມີຄວາມຈົງ ຮັກພັກດີຕໍ່ປະເທດຊາດ ແລະ ມີນ້ຳໃຈຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ, ມີແບບແຜນດຳລົງຊີວິດອັນສົດໃສ ແລະ ກ້າວໜ້າ, ມີສະຕິຕໍ່ການຈັດຕັ້ງ ມີລະບຽບວິໄນ ແລະ ເຄົາລົບກົດໝາຍ.
ຂອບໃຈຂໍ້ມູນຈາກ: ຂ່າວສານປະເທດລາວ
ຂອບໃຈທີ່ອ່ານ
No comments:
Post a Comment