ສະບາຍດີ...ລາຍການ “ສົ່ງເສີມສິນລະປິນ”ມື້ວັນເສົາ ລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30 am ວັນເສົາແລ້ວນີ້ ໄດ້ນຳສະເໜີກ່ຽວກັບຜົນ ງານການປະດິດແຕ່ງຂອງນັກກະວີ ຄໍາພໍ ພວງສະບາ ຫລື ພ.ພວງສະບາ ໃນບາງຜົນງານ ການຂຽນບົດກະວີຂອງເພິ່ນ ໂດຍສະເພາະ ບົດກະວີ ” ຫອມກິ່ນຈຳປາ“
ຫອມໃດໃນໂລກນີ້...........................ບໍ່ປຸນປຽບຈໍາປາ ດອກນາ
ຫອມທົ່ວເຖິງເວຫາ..........................ເມກຂະລາແດນດ້າວ
ຫອມມິເບົາບາງໄດ້..........................ພໍພຽງຍາມຍີບ
ຫອມກີບດວງລື່ນອົ້ມ........................ຍາມລົມຕ້ອງກິ່ນມາ ...
ນັກກະວີ ທີ່ໃຊ້ນາມປາກກາ ພ. ພວງສະບາ ມີຊື່ຈິງວ່າ: “ ຄໍາພໍ ພວງສະບາ” ເກີດເມື່ອວັນທີ 6ເດືອນພະຈິກ ປີ ຄ.ສ 1939 ທີ່ບ້ານເວີນໄຊ ເມືອງໂພນທອງ ແຂວງຈໍາປາສັກ ໃນຄອບຄົວຊາວນາທີ່ທຸກທຸກຍາກ. ເປັນລູກຂອງ ທ້າວໝັ້ນ, ແມ່ຊື່ ນາງແຈ່ມ, ມີອ້າຍນ້ອງນໍາກັນ 4 ຄົນ, ເພິ່ນເປັນລູກຜູ້ທີ 3 ແລະເປັນລູກຄົນດຽວທີ່ມີພອນສະຫວັນດ້ານການແຕ່ງບົດກາບກອນ ຫລື ມັກໃນການຂຽນກະວີ ເຊິ່ງຄວາມມັກສ່ວນໜຶ່ງໃນການຂຽນກອນຂອງເພິ່ນ ແມ່ນໄດ້ຮັບຜົນສະທ້ອນຈາກນ້າບ່າວ (ນ້ອງແມ່)ທີ່ເປັນຄົນມັກໃນການຂຽນກອນ ຫລື ເປັນນັກກະວີມາກ່ອນ.
ເນື່ອງຈາກເປັນຄົນຊົນນະບົດ ແລະ ສະພາບເສດຖະກິດຂອງຄອບຄົວລໍາບາກ ຊີວິດສ່ວນໜຶ່ງຂອງ ພ. ພວງສະບາ ຈຶ່ງໄດ້ຕິດພັນ ແລະ ໃຫຍ່ຂຶ້ນໃຕ້ຮົ່ມຂອງຜ້າກາສາວະພັດ ແລະ ໄດ້ສຶກສາ ຮໍ່າຮຽນໃນສາຍຂອງພະສົງ. ເພິ່ນໄດ້ຮຽນຈົບຊັ້ນມັດທະຍົມເອກຈາກໂຮງຮຽນປາລີປະລິຍັດຕິທໍາ ກ່ອນຈະກ້າວມາເປັນນັກປະພັນ, ນັກກະວີ ແລະ ກ່ອນນີ້ເພິ່ນກໍມັກການຂັບລໍາເປັນຊີວິດຈິດ ໃຈຊຶ່ງສະແດງ ອອກໃນຕອນທີ່ຍັງເປັນນັກຮຽນ ເພິ່ນໄດ້ຂຽນກອນລໍາໃຫ້ໝໍລໍາທີ່ມີຊື່ສຽງຫຼາຍກອນ.
ໃນປີ 1964 ເພິ່ນໄດ້ເລີ່ມເຂົ້າສູ່ວົງການຂອງນັກຂ່າວ, ນັກໜັງສືພິມ, ນັກປະພັນ ແລະ ນັກກະວີຢ່າງເຕັມຮູບແບບ. ຈຸດເລີ່ມຕົ້ນການການເປັນນັກປະພັນ, ນັກກະວີຂອງເພິ່ນໃນຖະໜົນຄອງປາກການັ້ນ ແມ່ນການຂຽນຮຽນຮູ້ ແລະ ຂຽນບົດລະຄອນວິທະຍຸ; ຈາກນັ້ນກໍເຂົ້າສູ່ວົງການໜັງສືພິມ ຊຶ່ງເລີ່ມ ຈາກໜັງສືພິມລາຍເດືອນ, ລາຍສັບປະດາ ແລະ ລາຍວັນ... ເພິ່ນເຄີຍເປັນນັກຂ່າວ ແລະ ບັນນາ ທິການວາລະສານຊື່ດັງ; ເພິ່ນໄດ້ຂຽນບົດຂ່າວ, ບົດຄວາມ, ບົດວິຈານ, ບົດສາລະຄະດີ, ບົດເລື່ອງສັ້ນ, ບົດກາບກອນ, ນິທານສໍາລັບເດັກນ້ອຍ ແລະອື່ນໆ.
ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍເມື່ອປີ 1975 ເປັນຕົ້ນມາ, ເພິ່ນໄດ້ມີຜົນງານການປະພັນທີ່ພິມເປັນເຫຼັ້ມສ່ວນຕົວ ແລະ ໂຮມກັບໝູ່ເພື່ອນປະມານ 20 ເຫຼັ້ມ ເຊັ່ນເລື່ອງ “ເດືອນຄ້າງທີ່ແຊລະບໍາ (1982), ກະວີ “ຫອມກິ່ນຈໍາປາ” (1984) ແລະ ອື່ນໆ. ນອກຈາກນັ້ນ ກໍພິມອອກຕາມໜ້າໜັງສືພິມ ແລະ ວາລະສານ, ອອກວິທະຍຸກະຈາຍສຽງ ແລະ ໂທລະພາບເກືອບ 2,000 ບົດ ເຊັ່ນ ບົດກອນ “ປິຕຸພູມທີ່ຮັກ” (1984), “ໂພນສະຫວັນວັນໃໝ່” (1996), “ຄ່າຂອງເງິນກີບ” (1996), ປຶ້ມ “ຄົມກະວີ” (1996) ແລະ ບົດອື່ນໆອີກ. ຜົນງານການປະພັນຂອງເພິ່ນນອກຈາກພິມເຜີຍແຜ່ ແລະ ຈຳໜ່າຍພາຍໃນປະເທດແລ້ວ ຍັງໄດ້ແປ ແລະ ພິມຈໍາໜ່າຍອອກເປັນພາສາຣັດເຊຍ, ພາສາຝຣັ່ງ ໃນຊຸມປີ 1980, ເປັນພາສາຫວຽດນາມ (1990) ແລະ ເປັນພາສາໄທອີກດ້ວຍ.
ວາດສໍານວນລີລາການປະພັນຂອງເພິ່ນແມ່ນນິ້ມນວນອ່ອນຫວານ ສະທ້ອນໃຈຫລາຍ ເຊິ່ງໄດ້ຖ່າຍທອດອຸດົມການທີ່ເພິ່ນມີແກ່ຜູ້ອ່ານ; ການປະພັນຂອງເພິ່ນເປັນແບບເອກະລັກຂອງຕົນເອງ. ຄະຕິຊີວິດໃນການປະພັນສໍາລັບຕົວຂອງເພິ່ນນັ້ນ ຍາມໃດກໍນຶກສະເໝີວ່າ “ ບົດປະພັນ, ບົດກະວີທີ່ດີຂອງທ່ານນັ້ນຄືບົດທີ່ພວມລົງມືຂຽນ ແລະ ບົດທີ່ຈະຂຽນຕໍ່ໆໄປ ”.
ໂຮມກະວີຊຸດ ຫອມກີ່ນຈໍາປາ ເປັນພາສາລາວ ພິມ ປີ 1984 ໃນປື້ມຫົວນີ້ມີສາມນັກແຕ່ງ ທີ່ໄດ້ໂຮມເອົາບົດກະວີມາພິມໄວ້ໃນເຫລັ້ມດຽວກັນຄື: ທ່ານ ພ ພວງສະບາ, ທ່ານ ທອງຄໍາ ອ່ອນມະນີສອນ ແລະ ທ່ານ ທະນົງສັກ ວົງສັກດາ ໃນປຶ້ມຫົວນີ້ສະເພາະຜົນງານ ການຂຽນ ຂອງເພີ່ນມີ 15 ບົດກອນ ອ່ານແລ້ວມ່ວນຫລາຍ ເພາະເພິ່ນໄດ້ໃຊ້ພາສາສັບງ່າຍໆ, ຄວາມເວົ້າຈະແຈ້ງສ່ອງເຫັນພາບໂລດ. “ພ. ພວງສະບາ”. ເຖິງວ່າ ເພິ່ນຈະບໍ່ໄດ້ນາມະຍົດເປັນສິລະປິນແຫ່ງຊາດກໍຕາມ ແຕ່ເພິ່ນກໍສາມາດເປັນນັກກະວີທີ່ຍິ່ງໃຫຍ່ ແລະ ຍືນຍົງໃນໝາກຫົວໃຈຂອງຊາວລາວເຮົາທຸກຄົນໄດ້ ໂດຍສະເພາະຜູ້ທີ່ມັກອ່ານກາບກອນ.

ລຸ່ມນີ້ ແມ່ນຄວາມໃນໃຈທີ່ສະແດງອອກມາຈາກຫົວໃຈຂອງເພື່ອນຮ່ວມວົງການໃນວັນສົ່ງ
ຄຳພໍ ພວງສະບາ ສູ່ແດນອະມະຕະ
(ຄັດຈາກເວບ www.bailane.com )
....ສິບປີຂອງການຈາກໄປ ສິ່ງຄົງໄວ້ຄືຜົນງານ...
(ຂອບໃຈທີ່ອ່ານ...ມີຂໍ້ມູນເພີ່ມເຕີມ ຊ່ວຍແນະນຳດ້ວຍ)
ຄຳພໍ ພວງສະບາ ສູ່ແດນອະມະຕະ
(ຄັດຈາກເວບ www.bailane.com )
ສົ່ງຄໍາພໍສູ່ແດນອະມະຕະ
ໂດຍ ຈານແຍ່
7 ມີນາ 2004 ທີ່ວັດທາດຝຸ່ນ ພວກເຮົາເຫຼົ່ານັກຂຽນ, ນັກກະວີ ແລະ ໜອນວັນນະກໍາ ທັງຜົມສີດອກເລົາ ແລະ ສີດໍານິນໄດ້ຮ່ວມຂະບວນແຫ່ ຄໍາພໍ ພວງສະບາເປັນຄັ້ງທີສາມ ແລະ ເປັນເທື່ອສຸດທ້າຍຂອງແດນສຸຂາວະດີ ອັນເປັນບ່ອນຢູ່ຖາວອນຂອງທຸກໆຊີວິດທີ່ມີນ່ານຟ້າງໍາຫົວ ນີ້ລະຄືກົດເກນຂອງຊີວິດຊຶ່ງໜີບໍ່ມົ້ມຈາກສາມ “ແຫ່”. ແຫ່ໄປບວດ, ແຫ່ໃນພິທີແຕ່ງດອງ ແລະ ແຫ່ສູ່ແດນອະມະຕະ ແຕ່ການແຫ່ຄັ້ງນີ້ເຕັມໄປດ້ວຍບັນຍາກາດແຫ່ງຄວາມໂສກເສົ້າເສຍໃຈ ອາໄລອາວອນຕໍ່ການຈາກໄປຂອງ ຄໍາພໍ ພວງສະບາ ຫຼື ພ. ພວງສະບາ ນັກກະວີ-ນັກປະພັນດາວຄ້າງຟ້າເມືອງລາວຄົນໜຶ່ງຕະຫຼອດໄລຍະ 4 ທົດສະວັດ, ຜູ້ຊຶ່ງເຊື່ອວ່າປາກກາດັງກວ່າປືນ, ຄົມກວ່າດາບ ແລະ ຕົວໜັງສືກິນເປັນ. ຢ່າຫາວ່າຈານແຍ່ສອນແຂ້ລອຍນໍ້າຫາກຈະບອກວ່າ ພ. ພວງສະບາ ແມ່ນນັກໜັງສືພິມ, ນັກປະພັນ, ນັກກະວີປະເພດຕີຫຼົບທົບໄດ້ທຸກປະເພດບົດເຊັ່ນ ບົດຂ່າວ, ສາລະຄະດີ, ບົດວິຈານ, ກະວີ, ເລື່ອງສັ້ນ, ບົດລະຄອນ, ເລື່ອງຮຽບຮຽງ ແລະ ປະລິວັດວັນນະຄະດີພື້ນເມືອງ ລວມແລ້ວປະມານ 3000 ບົດ ແລະ ມີຜົນງານໂຮມທັງສ່ວນຕົວ ແລະ ຮ່ວມກັບເພື່ອນຄົມປາກກາເກືອບ 20 ເຫຼັ້ມ. ພ. ພວງສະບາມີຄະຕິ “ນໍ້າເຕົ້າເຕັມ” ປະຈໍາໃຈຢູ່ວ່າ: “ບົດທີ່ດີຄືບົດທີ່ພວມລົງມືຂຽນ ແລະ ບົດທີ່ຈະຂຽນຕໍ່ໄປ” ເຊິ່ງຈານແຍ່ຕີຄວາມໝາຍເອົາເອງວ່າ “ທຸກບົດທີ່ຂຽນລ້ວນແຕ່ມີຄຸນຄ່າບໍ່ຫຼາຍກໍໜ້ອຍ ທະແນມແຕ່ລົງມືຂຽນ ແລະຕັ້ງໃຈແນ່ວແນ່ວ່າຈະຂຽນ, ແຕ່ຫາກບໍ່ແມ່ນຄຸຍໂມ້ໂອຫັງລັ່ງເລ, ຜັດວັນປະກັນມື້ ເຮັດພໍຄື ແຕ່ບໍ່ລົງມືຂຽນຈັກເທື່ອ...” ຈານແຍ່ໄດ້ຮັບກຽດຕາງໜ້າສະມາຄົມນັກປະພັນລາວຂຶ້ນອ່ານຊີວະ ປະຫວັດ ພ. ພວງສະບາ ແລະກ່າວຄໍາໄວ້ອາໄລສຸດທ້າຍ ຖ້ອຍກະວີສີ່ແຖວຈາກໃຈຈິງບຸຮີມສົບຈານແຍ່ອອກມາວ່າ:
“ຄົນອື່ນໝື່ນແສນ ແລ່ນນໍາເງິນ ເພີນນໍາຄໍາ
ບໍ່ແລລໍ່າ ນໍາປາກກາ ວ່າ “ທ້ອງແປ”
ແຕ່ຄໍາພໍ ຂໍຕໍ່ກອນ ສອນຄວາມດີ
ນີ້ລະຄື ເສດຖີໃຫຍ່ ໃນດວງໃຈຂອງພວກເຮົາ”

ໃນແຜ່ນພັບທີ່ຈັດພິມ ແລະ ອັດແຈກຢາຍຢ່າງຟ້າວຟັ່ງໃນພິທີປົງສົບນັ້ນ, ມີຄໍາເວົ້າກິນໃຈຂອງນັກປະພັນ-ນັກກະວີຫຼາຍທ່ານເພື່ອສະແດງຄວາມ ອາໄລຮັກຕໍ່ ພ. ພວງສະບາ.
ຈັນທີ ເດືອນສະຫວັນ ນັກປະພັນລາງວັນຊີໄຣບອກວ່າ:
“... ເຂົາເປັນນັກກະວີທີ່ມີຊື່ສຽງ, ມີຈັນຍາບັນ, ຊື່ສັດສຸຈະລິດຕໍ່ເພື່ອນມິດ ຕໍ່ສັງຄົມ ແລະອຸທິດຄອງປາກກາເພື່ອປະເທດຊາດຈົນເຖິງລົມຫາຍໃຈເທື່ອສຸດທ້າຍ.”
ທອງໃບ ໂພທິສານ ນັກປະພັນ-ນັກກະວີຂຽນວ່າ:
ທອງໃບ ໂພທິສານ ນັກປະພັນ-ນັກກະວີຂຽນວ່າ:
“ ໃບໄມ້ຂຸຫຼົ່ນເປັນທໍາມະຊາດ, ນັກປາດອາຈານສິ້ນສັງຂານເປັນທໍາມະດາ ແຕ່ປາຍປາກກາຂອງເຂົາຍັງຈະຄົງຢູ່ຄູ່ຟ້າດິນສະຫຼາຍ.”
ດາວວຽງ ບຸດນາໂຄ “ໂຊ” ກະວີສີເຂັ້ມໆອອກມາວ່າ:
“ລົດຈັກຮ້າງ ແບກສັງຂານ ຕາມເວລາ
ບາດຊວຍມາ ຄ່ານໍ້າມັນ ເງິນບໍ່ມີ
ແຕ່ປາກກາ ຂີດຂຽນ ພຽນສະຫຼັກ
ຄວາມຈົນຍາກ ຈະຢຸດໃຈ ເຂົາໄດ້ຫຼື?
ຜົນງານເຂົາ ຫຼາຍໆຄົນ ຮູ້ຊື່
ເຂົານັ້ນຄື ຄໍາພໍ ພວງສະບາ”
ຫາກ ທຽບໃສ່ຜົນງານທີ່ມີ ພ. ພວງສະບາ ໄດ້ຮັບການຍ້ອງຍໍຈາກທາງການຈໍານວນໜ້ອຍ ແຕ່ຫາກເປັນ “ຂອງແທ້” ບໍ່ຂຸ່ນມົວກົ້ວກິ່ນກັບຕົວເລກສະເລ່ຍ, ຈຸ້ມເຈື້ອເຊື້ອສາຍ. ທ່າມກາງຄວາມໂສກເສົ້າ ພວກເຮົາຍັງແນມເຫັນມຸມສະຫວ່າງໃນໃບໜ້າຂອງຜູ້ໄປສົ່ງ ພ. ພວງສະບາ: ໃນວັນນັ້ນ ພວກເຂົາເຈົ້າໄປດ້ວຍພັນທະຫົວໃຈ, ບໍ່ແມ່ນໄປດ້ວຍພັນທະນອກຕົວ, ບໍ່ແມ່ນໄປເພື່ອໜ້າຕາ, ເພື່ອຖານະຕໍາແໜ່ງ ຫຼື ຍ້ອນຢ້ານບົກພ່ອງ. ຂະບວນລົດແທ້ ອາດມະຍ່ອມມະແຍ່ມ ແຕ່ຂະບວນໃຈນັ້ນຕໍ່ແຖວກັນຍາວຢຽດບຽດສີ. ຂໍໃຫ້ດວງວິນຍານຂອງ ພ. ພວງສະບາຈົ່ງສຸກຂີໜີທຸກເທີ້ນ... ສາທຸ !
ດາວວຽງ ບຸດນາໂຄ “ໂຊ” ກະວີສີເຂັ້ມໆອອກມາວ່າ:
“ລົດຈັກຮ້າງ ແບກສັງຂານ ຕາມເວລາ
ບາດຊວຍມາ ຄ່ານໍ້າມັນ ເງິນບໍ່ມີ
ແຕ່ປາກກາ ຂີດຂຽນ ພຽນສະຫຼັກ
ຄວາມຈົນຍາກ ຈະຢຸດໃຈ ເຂົາໄດ້ຫຼື?
ຜົນງານເຂົາ ຫຼາຍໆຄົນ ຮູ້ຊື່
ເຂົານັ້ນຄື ຄໍາພໍ ພວງສະບາ”
ຫາກ ທຽບໃສ່ຜົນງານທີ່ມີ ພ. ພວງສະບາ ໄດ້ຮັບການຍ້ອງຍໍຈາກທາງການຈໍານວນໜ້ອຍ ແຕ່ຫາກເປັນ “ຂອງແທ້” ບໍ່ຂຸ່ນມົວກົ້ວກິ່ນກັບຕົວເລກສະເລ່ຍ, ຈຸ້ມເຈື້ອເຊື້ອສາຍ. ທ່າມກາງຄວາມໂສກເສົ້າ ພວກເຮົາຍັງແນມເຫັນມຸມສະຫວ່າງໃນໃບໜ້າຂອງຜູ້ໄປສົ່ງ ພ. ພວງສະບາ: ໃນວັນນັ້ນ ພວກເຂົາເຈົ້າໄປດ້ວຍພັນທະຫົວໃຈ, ບໍ່ແມ່ນໄປດ້ວຍພັນທະນອກຕົວ, ບໍ່ແມ່ນໄປເພື່ອໜ້າຕາ, ເພື່ອຖານະຕໍາແໜ່ງ ຫຼື ຍ້ອນຢ້ານບົກພ່ອງ. ຂະບວນລົດແທ້ ອາດມະຍ່ອມມະແຍ່ມ ແຕ່ຂະບວນໃຈນັ້ນຕໍ່ແຖວກັນຍາວຢຽດບຽດສີ. ຂໍໃຫ້ດວງວິນຍານຂອງ ພ. ພວງສະບາຈົ່ງສຸກຂີໜີທຸກເທີ້ນ... ສາທຸ !
....ສິບປີຂອງການຈາກໄປ ສິ່ງຄົງໄວ້ຄືຜົນງານ...
(ຂອບໃຈທີ່ອ່ານ...ມີຂໍ້ມູນເພີ່ມເຕີມ ຊ່ວຍແນະນຳດ້ວຍ)
No comments:
Post a Comment