ເມືອງຟືອງ ເມືອງທີ່ມີມົນຂັງ
ທ່ານທີ່ບໍ່ໄດ້ຟັງລາຍການສົ່ງເສີມສິນລະປິນ ທີ່ເວົ້າເຖິງເພງທີ່ຕິດພັນກັບເມືອງທີ່ມີຄຳຂວັນວ່າ:
“ ຜາທໍ່ໜໍ່ຄຳທີ່ລືຊ່າ, ທົ່ງນາແສນກວ້າງໃຫຍ່, ປ່າໄມ້ດົກໜາ, ພູຜາອ້ອມບັງ, ສຽງດັງທົ່ວແຄວ້ນ, ແດນເຊື້ອວິລະຊົນ”
ຫາກກ່າວເຖິງເມືອງເຟືອງ ກໍອົດຄິດເຖິງ “ຜາທໍ່ໜໍ່ຄຳ” ບໍ່ໄດ້ ເພາະເປັນອີກສະຖານທີ່ທ່ອງທ່ຽວທາງທຳມະຊາດ ແຫ່ງໜຶ່ງເຊິ່ງມີຄວາມສວຍງາມທີ່ເຕັມໄປດ້ວຍ ພຶກສາຊາດ,ມີອາກາດເຢັນດີ ໃຜໄດ້ໄປເຫັນແລ້ວຕ່າງກໍສະອອນໃຈ,ໃຜບໍ່ທັນໄດ້ໄປຊົມກໍຢ່າລືມຫາໂອກາດໄປເບິ່ງໄປຊົມໄດ້ ເຊິ່ງບໍ່ໄກຈາກນະຄອນຫລວງວຽງຈັນພໍເທົ່າໃດ “ຜາທໍ່ໜໍ່ຄຳ” ນີ້ມີລັກສະນະແປກປະຫຼາດບໍ່ຄືຜາອື່ນໆ, ນັບວ່າ ເປັນແຫຼ່ງທ່ອງທ່ຽວທີ່ມະຫັດສະຈັນ, ລຶກລັບເປັນຕາຢາກໄປສຳຜັດ ແທ້ໆລະ.
“ຜາທໍ່ໜໍ່ຄຳ”ນີ້ຕັ້ງຢູ່ ບ້ານນາຖົ່ວ ເມືອງເຟືອງ ແຂວງວຽງຈັນ ຫ່າງຈາກເທສະບານເມືອງປະມານ 3,5 ກິໂລແມັດ, ການເຂົ້າຫາສະຖານທີ່ແຫ່ງນີ້ ຄັນໄປຮອດເທດສະບານເມືອງເຟືອງແລ້ວເຮົາຍ່າງໄປ ຫລື ຂີ່ລົດໄປເອງ ຫລື ໄປເປັນໝູ່ຄະນະກໍໄດ້.
“ຜາທໍ່ໜໍ່ຄຳ” ເປັນຜາຫີນປູນຕັ້ງສະຫງ່າຢູ່ໃຈກາງເມືອງເຟືອງ, ມີຄວາມສູງຈາກລະດັບໜ້ານ້ຳທະເລ ປະມານ 900 ແມັດ ເປັນຜາຫີນຕິດຕໍ່ກັນ 3 ໜ່ວຍ ແລະ ມີໜໍ່ຄຳເກີດຂຶ້ນຢູ່ໜ່ວຍກາງເຄິ່ງ 2 ໜໍ່; ຢູ່ເທິງໜ້າຜາທີ່ສູງຊັນນັ້ນຫາກເຮົາແນມຂຶ້ນໄປຈະເຫັນແສງປະກາຍຄຳຢູ່ຫຼາຍຈຸດແຕ່ມີຈຸດໜຶ່ງຈຸດດຽວເທົ່ານັ້ນທີ່ເຫັນແສງນັ້ນເດັ່ນປະກາຍກວ່າຈຸດອື່ນໆທີ່ປະຊາຊົນໃນທ້ອງຖິ່ນນັ້ນເຊື່ອກັນວ່າ: ແສງນັ້ນແມ່ນແສງຂອງ “ຄຳ” ທີ່ມີຄຸນຄ່າມະຫາສານ ອັນເປັນສາເຫດໃຫ້ຄົນທັງຫຼາຍເອີ້ນວ່າ “ໜໍ່ຄຳ” ແລະຢູ່ເທິງຜາທີ່ສູງຊັນນີ້ ຍັງມີຕົ້ນໄມ້ປົກຄຸມເປັນສ່ວນຫຼາຍ ແລະ ມີສັດປ່າຫຼາຍຊະນິດອາໄສຢູ່.
ເມືອງເຟືອງ ເປັນເມືອງທີ່ມີຕຳນານກ່າວຂານເລົ່າສືບຕໍ່ກັນມາວ່າ: ຍ້ອນຢູ່ເທິງ ໜ້າຜາ ທີ່ສູງຊັນ ແລະ ມີໜໍ່ຄຳເກີດຂຶ້ນນັ້ນ ໄດ້ເຮັດໃຫ້ມີຄົນຈຳນວນຫລາຍທີ່ ອາໄສຢູ່ແຄມນ້ຳລີກ ແລະ ຈາກແຫ່ງອື່ນໆເດີນທາງມາເຖິງດິນແດນແຫ່ງນີ້ຈຳນວນຫລາຍ ພວກເຂົາມີຈຸດປະສົງອັນດຽວກັນ ນັ້ນຄື “ຢາກໄດ້ຄຳ” ທີ່ມີຢູ່ເທິງໜ້າຜານັ້ນ. ພວກເຂົາໄດ້ພະຍາຍາມຫລາຍວິທີທີ່ຈະ ຂຶ້ນໄປເພື່ອເອົາຄຳ ແຕ່ກໍບໍ່ປະສົບຜົນສຳເລັດຈັກຄົນ; ພວກເຂົາຈຶ່ງໄດ້ມາວາງແຜນຮ່ວມກັນ ດ້ວຍການນຳເອົາໄມ້ໄຜ່ ມາມັດເຮັດຂັ້ນໄດ ກ່າຍ-ພາດຂຶ້ນໄປຕາມໜ້າຜາ ແຕ່ສຸດທ້າຍ ພວກເຂົາກໍບໍ່ ສາມາດຂຶ້ນໄປເຖິງເປົ້າໝາຍໄດ້ ເພາະຢູ່ຕາມໜ້າຜາ ນັ້ນເຕັມໄປດ້ວຍງູພິດ(ບາງຄົນເລົ່າວ່າ ລູກ ແລະ ແມ່ຂັ້ນໄດນັ້ນກາຍເປັນງຸພິດ)ສັບຕອດຜູ້ທີ່ປີນຂັ້ນໄດ ຂຶ້ນໄປນັ້ນເສຍຊີວິດເປັນຈຳນວນຫລາຍ, ປານນັ້ນກໍຕາມ ຄົນທີ່ຍັງເຫລືອຢູ່ກໍຍັງບໍ່ຍອມທໍ້ຖອຍໃຈ ພວກເຂົາ ໄດ້ເຝົ້າຄອຍເວລາ ແລະ ໂຊກວາດສະໜາ ເພື່ອຈະໄດ້ຄອບຄອງໜໍ່ຄຳນັ້ນ ດ້ວຍການປຸກຕູບ ແລ້ວນຳເອົາເຟືອງມາມຸງມາແອ້ມເຊິ່ງມີເຖິງ 3 ໝື່ນຕູບເຟືອງ.
ໃນເວລາທີ່ລໍຖ້າໂອກາດ ແລະ ວາດສະໜາຈະໄດ້ຄອບຄອງໜໍ່ຄຳ ພວກເຂົາກໍໄດ້ແຕ່ນັ່ງເຈົ່າເຝົ້າ ລໍດ້ວຍ ການຄ້ຽວໝາກຄ້ຽວພູ ຈັກວ່າຢູ່ດົນປານໃດລະ ຈົນເຮັດໃຫ້ປູນຄ້ຽວໝາກນັ້ນແຂງກະແດ້ງ ເມື່ອ ນຳມາໂຮມກັນແລ້ວສາມາດນຳມາປັ້ນເປັນທາດໃສ່ກະດູກຄົນຕາຍຈາກການຕົກໜ້າຜາໄດ້; ໃນທີ່ສຸດ ພວກເຂົາກໍບໍ່ສາມາດຂຶ້ນເອົາໜໍ່ຄໍາໄດ້ ຈຶ່ງໄດ້ແຕ່ລໍ່າແຍງ ທັງເຊົ້າ ທັງແລງຍາມແສງຕາເວັນຕ້ອງໃສ່ໜໍ່ຄໍາ ເທົ່ານັ້ນ, ສ່ວນສະຖານທີ່ ທີ່ເຂົາເຈົ້າອາໄສ ແລະ ລໍ່າແຍງໜໍ່ຄຳໃນເມື່ອກ່ອນ ຕອນນີ້ເອີ້ນວ່າບ້ານ “ນາແຍງ”, ສ່ວນສາມໝື່ນ ຕູບເຟືອງ ກໍກາຍມາເປັນຄຳເອີ້ນ: “ສາມໝື່ນເມືອງເຟືອງ” ເທົ່າທຸກວັນນີ້.
ຂອບໃຈຜູ້ຖ່າຍຮູບນີ້(ພາບຈາກອິນເຕີເນັທ) |
“ຜາທໍ່ໜໍ່ຄຳ” ເປັນຜາທີ່ມີຄວາມສັກສິດ ເຊິ່ງຊາວບ້ານ ຊາວເມືອງເຟືອງ ເຊື່ອກັນມາໄດ້ຫລາຍ ຮ້ອຍປີແລ້ວ. ແຕ່ລະປີ ພໍຮອດມື້ 13 ຄໍ່າເດືອນ 6 ຊາວບ້ານ-ຊາວເມືອງເຟືອງ ຈະຈັດພິທີການລ້ຽງ “ເຈົ້າຜາທໍ່” ປີທຳອິດແມ່ນລ້ຽງຄວາຍ, ຮອດ 2ປີ ໃດກໍຈະລ້ຽງໝູ ແລະ ຮອດ ປີ ທີ 3 ກໍຈະລ້ຽງຄວາຍ ຕື່ມອີກ ເພິ່ນພິທີກຳນີ້ເພິ່ນເອີ້ນວ່າ: “ 2 ປີຮາມ 3 ປີຮ່ວມ”.
ເລື່ອງລາວຕໍ່ໄປນີ້ ແມ່ນໄດ້ນຳມາຈາກບົດເລົ່າຂອງ: "ພະນົມສິນ ຈັນຜາສຸກ" ເພິ່ນວ່າ:
ຕໍ່ມາຍັງມີເລື່ອງທີ່ຊາວບ້ານເລົ່າກັນມາອີກກ່ຽວກັບເລື່ອງຂອງຄົນຝລັ່ງຢາກໄດ້ຫນໍ່ຄຳ
ໃນເວລາຝລັ່ງເສດເຂົ້າມາຍຶດຄອງລາວ, ນາຍຝລັ່ງຜູ້ຫນຶ່ງໄດ້ສຳຫລວດເຂົ້າໄປພົບ ກັບຫນໍ່ຄຳ ແລະ ເກີດຢາກໄດ້ ເລີຍສ່ອງກ້ອງເບິ່ງຈຸດດີແລ້ວ ຈຶ່ງໃຊ້ປືນຍິງໃສ່ ແຕ່ບໍ່ພໍຄາວ ລາວກໍ່ເຈັບທ້ອງຢ່າງແຮງ , ພວກກູລີ ຫາມນຳສົ່ງໄປວຽງຈັນ ແຕ່ໄປບໍ່ພໍເທົ່າໃດກໍ່ໃຈຂາດ ແລະ ຝັງໄວ້ແຖວນັ້ນ.
ແລະ ຍັງມີເລື່ອງທີ່ຊາວບ້ານເລົ່າກັນມາອີກກ່ຽວກັບເລື່ອງຂອງ ຄົນໂຊວຽດຢາກໄດ້ຫນໍ່ຄຳ
ຄົນໂຊວຽດເຂົ້າມາລາວໃນໄລຍະສ້າງສາປະເທດຊາດຫລັງສົງຄາມ ເພື່ອຊ່ວຍສຳຫລວດແຮ່ທາດ ສຳຫລວດແຜນທີ່. ນັກວິຊາການໂຊວຽດ ໄດ້ຕອກຫລັກເຈາະດິນ ອ້ອມໆຜາທໍ່ ເພື່ອວິໄຈດິນ. ຈາກນັ້ນ ກໍ່ເຮັດຫົນທາງຂຶ້ນໄປຫາຫນໍ່ຄຳ, ເມື່ອຂຶ້ນໄປ ໄດ້ເຄິ່ງທາງ ພົບວ່າມີງູໃຫຍ່ມາລັດທາງ. ດັ່ງນັ້ນ ພວກໂຊວຽດ ພາກັນໄລ່ງູຈົນເມື່ອຍ ແຕ່ງູກໍ່ບໍ່ໄປ, ຈຶ່ງພາກັນນັ່ງລົງໂງ່ນຫີນ ບໍ່ພໍຄາວໂຊວຽດຜູ້ທີ່1 ລົ້ມລົງຕົກໂງ່ນຫີນຄໍຫັກເສຍຊີວິດທັນທີ, ຈາກນັ້ນຜູ້ທີ 2 ກໍ່ເປັນແບບດຽວກັນ ພວກໂຊວຽດ ເລີຍພາກັນເອົາສົບກັບລົງມາ(ບົດເລົ່າຂອງ ພະນົມສິນ ຈັນຜາສຸກ )
(ຂອບໃຈທີ່ອ່ານ)